gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 26/08/2026 xtgmf]k; ຜົນກອງປະຊຸມລັດຖະບານ...ົຸັ ລັດຖະບານຍີ່ປຸ່ນ...ັີຸ່່ ຄຕພ ເຊື່ອມຊຶມມູນເຊື້ອ...ື່ຶູື້ ຫົວໜ້າ ຄອສພ...ົ້ ຂປລ. ໃນວັນທີ 25 ສິງຫາ 2026 ທີ່ສໍານັກງານນາຍົກລັດຖະ ມົນຕີ, ທ່ານ ຄໍາຜາ ພິມມະສອນ ຮອງລັດຖະມົນຕີ, ຮອງຫົວໜ້າ ຫ້ອງວ່າການສຳນັກງານນາຍົກ ລັດຖະມົນຕີ ໄດ້ຖະແຫລງຂ່າວຕໍ່ສື່ ມວນຊົນກ່ຽວກັບຜົນກອງປະຊຸມ ລັດຖະບານສະໄໝສາມັນ ປະຈຳ ເດືອນສິງຫາ 2026 ວ່າ: ກອງ ປະຊຸມໄດ້ໄຂຂຶ້ນໃນວັນທີ 24 ແລະ ອັດລົງໃນວັນທີ 25 ສິງຫາ 2026 ທີ່ສຳນັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດ ຖະມົນຕີ, ມີບັນດາທ່ານຮອງນາຍົກ ລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າບັນດາກະຊວງອົງການ ເຂົ້າຮ່ວມແບບເຊິ່ງໜ້າ; ບັນດາປະທານ, ຮອງປະທານ, ຜູ້ ຕາງໜ້າຄະນະກຳມະການປົກຄອງ ນະຄອນຫລວງວຽງຈັນ ແລະ ບັນ ດາແຂວງເຂົ້າຮ່ວມຜ່ານລະບົບ ກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນຕໍ່ການລາຍ ງານສະພາບພົ້ນເດັ່ນປະຈຳເດືອນ ສິງຫາ ແລະ ທິດທາງແຜນວຽກຈຸດ ສຸມປະຈຳເດືອນກັນຍາ 2026. ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄໍາເຫັນ ແລະ ພິຈາລະນາຕໍ່ບັນດາຫົວຂໍ້ທີ່ ສໍາຄັນ ຄື: ວາລະທີ 1: ສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ ຈໍານວນໜຶ່ງຄື: ການປະຕິບັດວຽກ ຈຸດສຸມພົ້ນເດັ່ນປະຈໍາເດືອນສິງຫາ ແລະ ທິດທາງແຜນການ ປະຈຳ ເດືອນກັນຍາ 2026 ຂອງລັດຖະ ບານ; ສະພາບການຄຸ້ມຄອງລາຄາ ສິນຄ້າ ແລະ ການແກ້ໄຂບັນຫາ ນໍ້າມັນເຊື້ອໄຟ; ສະພາບໄພພິບັດທີ່ ເກີດຂຶ້ນໃນປີ 2026 ແລະ ແຜນ ການກຽມຄວາມພ້ອມຮັບມືໃນທ້າຍ ປີ 2026. ໃນນັ້ນ, ຕໍ່ກັບສະຫລຸບ ວຽກງານພົ້ນເດັ່ນປະຈໍາເດືອນ ສິງຫາ 2026 ຂອງລັດຖະບານ ເຫັນວ່າທົ່ວປະເທດ ສືບຕໍ່ຮັກສາ ໄດ້ສະຖຽນລະພາບທາງດ້ານການ ເມືອງຢ່າງໜັກແໜ້ນ, ສັງຄົມມີ ຄວາມສະຫງົບ ແລະ ເປັນລະບຽບ ຮຽບຮ້ອຍໂດຍພື້ນຖານ; ໄດ້ສືບ ຕໍ່ຫັນລົງກໍ່ສ້າງຮາກຖານການ ເມືອງຢູ່ບັນດາຮາກຖານ ແລະ ຈຸດ ຫລໍ່ແຫລມ; ໄດ້ເອົາໃຈໃສ່ສະກັດ ກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ ຕ່າງໆເປັນຕົ້ນເກັບກູ້ອາວຸດ, ວັດຖຸ ລະເບີດ, ແກ້ງສະແກມເມີ, ການ ລັກລອບຄົນເຂົ້າ-ອອກເມືອງ, ການ ນໍາເຂົ້າ ແລະ ນໍາໃຊ້ພາຫະນະບໍ່ ຖືກຕ້ອງ, ອຸບັດເຫດຕາມທ້ອງ ຖະໜົນ; ມາຮອດປັດຈຸບັນສາມາດ ເກັບລາຍຮັບເຂົ້າງົບປະມານໄດ້ 72% ຂອງແຜນການປີ, ປະຕິບັດ ແຜນລາຍຈ່າຍງົບປະມານໄດ້48% ຂອງແຜນການປີ, ສາມາດຄວບຄຸມ ອັດຕາເງິນເຟີ້ ສະເລ່ຍຢູ່ໃນລະດັບ 7,6%; ໄດ້ເອົາໃຈໃສ່ສົ່ງເສີມການ ຜະລິດຮັບໃຊ້ພາຍໃນ ແລະ ເປັນ ສິນຄ້າ ເພື່ອທົດແທນການນໍາເຂົ້າ, ທັງໄດ້ຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການຕ່າງໆຢ່າງເປັນເຈົ້າ ການ. ນອກຈາກນັ້ນ, ການກໍ່ສ້າງປັບປຸງໂຄງລ່າງພື້ນຖານເສັ້ນທາງຂົວ, ວຽກງານປະກັນສັງຄົມ, ການ ໄດ້ຍົກໃຫ້ເຫັນເຖິງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງ ແນວລາວສ້າງຊາດ ຊຶ່ງແມ່ນອົງ ການທີ່ສືບທອດມູນເຊື້ອອັນສະ ຫງ່າງາມຂອງແນວລາວອິດສະ ຫລະ ແລະ ແນວລາວຮັກຊາດ ໃນ ເມື່ອກ່ອນ ຊຶ່ງກອງປະຊຸມໃຫຍ່ ຄັ້ງທີ I ຂອງແນວລາວອິດສະຫລະ ໄດ້ໄຂຂຶ້ນໃນວັນທີ 13 ສິງຫາ 1950 ໄດ້ຮັບຮອງມະຕິສໍາຄັນຄື: ມະຕິວ່າດ້ວຍສ້າງລັດຖະບານລາວ ຕໍ່ຕ້ານ, ໂຄງການການເມືອງ 12 ຂໍ້, ຊື່ຂອງປະເທດ, ເພງຊາດ ແລະ ກາໝາຍຊາດ, ມະຕິຕົກລົງສ້າງ ຕັ້ງໜັງສືພິມລາວອິດສະຫລະ ແລະ ການນໍາພາປຸກລະດົມຂະບວນການ ຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຢ່າງ ດຸເດືອດ ແລະ ສາມາດຍາດໄດ້ໄຊ ຊະນະໃນປີ 1954; ຫລັງຈາກນັ້ນ ປີ 1956 ໄດ້ເປັນຊື່ແນວລາວອິດ ສະຫລະມາເປັນແນວລາວຮັກຊາດ ເພື່ອສືບຕໍ່ເປັນຄັນທຸງເຕົ້າໂຮມ ພ້ອມທັງໃຫ້ສຸມໃສ່ການປັບປຸງ ກົງຈັກ-ການຈັດຕັ້ງ, ຊັບຊ້ອນບຸກ ຄະລາກອນໃຫ້ເໝາະສົມກັບວຽກ ງານ ໂດຍໝູນທິດນຳໃຊ້ພະນັກງານ ຜູ້ໜຶ່ງເຮັດໄດ້ຫລາຍວຽກ, ສືບຕໍ່ ປັບປຸງຮັກສາສະຖານີວິທະຍຸ-ໂທ ລະພາບ ໃຫ້ສາມາດໃຊ້ງານໄດ້ປົກ ກະຕິ, ເຜີຍແຜ່ຜົນສຳເລັດກອງ ປະຊຸມໃຫຍ່ ຄັ້ງທີ I ຂອງວຽກງານ ສື່ມວນຊົນທົ່ວປະເທດ ໃຫ້ກວ້າງ ຂວາງເລິກເຊິ່ງ ແລະ ຊຸກຍູ້ໃຫ້ພະ ນັກງານໃນຂະແໜງໂຄສະນາ-ອົບ ຮົມເອົາໃຈໃສ່ພັດທະນາຄວາມຮູ້, ຄວາມສາມາດ ແລະ ທັກສະວິຊາ ສະເພາະ, ປັບປຸງວິທີການເຮັດວຽກ ໃຫ້ວ່ອງໄວ, ຖືກຕ້ອງ, ທັນເຫດການ ແລະ ສາມາດຕອບສະໜອງຕໍ່ວຽກ ງານໃນຍຸກດີຈິຕອນ. ໂອກາດນີ້, ທ່ານ ທອງຈັນ ລັດຕະນະປະດິດ ກໍາມະການພັກ ແຂວງ, ຫົວໜ້າຄະນະໂຄສະນາອົບ ຮົມແຂວງ ກໍໄດ້ລາຍງານສະພາບ ການຈັດຕັ້ງ-ປະຕິບັດວຽກງານ ຮອບດ້ານຂອງຄະນະໂຄສະນາອົບ ຮົມແຂວງໃນໄລຍະຜ່ານມາ. ປັດຈຸ ບັນ, ທົ່ວຄະນະໂຄສະນາອົບຮົມ ແຂວງມີລັດຖະກອນທັງໝົດ60ຄົນ, ຍິງ 17 ຄົນ, ອາສາສະໝັກ 2 ຄົນ, ຍິງ1ຄົນ. ໃນໄລຍະຜ່ານມາ ໄດ້ເປັນ ເຈົ້າການນໍາເອົາແນວທາງ ແລະ ນະໂຍບາຍຂອງພັກ-ລັດ ເຜີຍແຜ່ ໃຫ້ແກ່ພະນັກງານ, ສະມາຊິກພັກ ແລະ ປະຊາຊົນ ໂດຍຜ່ານການລົງ ແຂວງຊຽງຂວາງ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ. ໃນພິທີ, ທ່ານ ໂຄອິຊຶມິ ຊຶໂຕະມຸ ໄດ້ກ່າວວ່າ: ໃນປະເທດລາວ, ອັດ ຕາສ່ວນຄົວເຮືອນທີ່ສາມາດເຂົ້າ ເຖິງນໍ້າສະອາດ ແລະ ປອດໄພແມ່ນ ເພີ່ມຂຶ້ນເລື່ອຍໆໃນທຸກໆປີ, ປັດຈຸບັນ ກໍບັນລຸໄດ້ເຖິງ 90% ແລ້ວ. ແຕ່ ເຖິງຢ່າງໃດກໍຕາມ, ກໍຍັງມີບາງ ພື້ນທີ່ໃນເຂດຫ່າງໄກສອກຫລີກທີ່ ຍັງມີຄວາມຕ້ອງການການປັບປຸງ ລວມເຖິງບ້ານນາປັນ. ຂ້າພະເຈົ້າ ຫວັງເປັນຢ່າງຍິ່ງວ່າການກໍ່ສ້າງ ໂຄງການຈະສໍາເລັດໂດຍ ໄວດ້ວຍ ການຮ່ວມແຮງຮ່ວມໃຈກັນຈາກ ປະຊາຊົນເຂດດັ່ງກ່າວ ແລະ ນໍາ ໄປສູ່ການປັບປຸງຄຸນນະພາບການ ດໍາລົງຊີວິດ ແລະ ສຸຂານາໄມຂອງ ຊຸມຊົນດ້ວຍ. ໂຄງການຊ່ວຍເຫລືອຂັ້ນຮາກ ຖານແມ່ນການສະໜອງທຶນທີ່ຈຳ ເປັນໃຫ້ແກ່ໂຄງການຂະໜາດນ້ອຍ ທີ່ໃຫ້ຜົນປະໂຫຍດໂດຍກົງແກ່ປະ ຊາຊົນທ້ອງຖິ່ນ ໂດຍມີເປົ້າໝາຍ ພັດທະນາຫັນເປັນດີຈິຕອນ ແລະ ທັນສະໄໝ, ການສະໜອງນໍ້າມັນ ເຊື້ອໄຟ, ການສົ່ງເສີມນຳໃຊ້ລົດໄຟ ຟ້າ ແລະ ພະລັງງານສະອາດ, ການ ປັບປຸງຄຸນນະພາບການສຶກສາ, ການກະກຽມເປີດສົກຮຽນໃໝ່ ສົກ ຮຽນ 2026-2027, ການສ້າງ ຄອບຄົວວັດທະນະທໍາ, ການປັບປຸງ ພຶື້ນຖານໂຄງລ່າງ ແລະ ການບໍລິ ການທ່ອງທ່ຽວ, ການປ້ອງກັນພະ ຍາດຕາມລະດູການ, ການປັບປຸງ ການບໍລິການດ້ານສາທາລະນະ ສຸກ, ການຂະຫຍາຍຕາໜ່າງໄຟຟ້າ ຮັບໃຊ້ປະຊາຊົນ, ການເຄື່ອນໄຫວ ວຽກງານຕ່າງປະເທດ ແລະ ອື່ນໆ ລ້ວນແຕ່ໄດ້ຮັບການຈັດຕັ້ງປະຕິ ບັດຢ່າງຄືບໜ້າ. ພ້ອມກັນນັ້ນ, ລັດ ຖະບານໄດ້ເອົາໃຈໃສ່ຊີ້ນໍາ ແລະ ຊ່ວຍເຫລືອເບື້ອງຕົ້ນໃຫ້ແກ່ປະຊາ ຊົນທີ່ຖືກຜົນກະທົບຈາກໄພພິບັດ ນໍ້າຖ້ວມ-ນໍ້າໄຫລຊຸຢູ່ 8 ແຂວງ ຊຶ່ງ ທ່ານນາຍົກລັດຖະມົນຕີ, ບັນດາ ທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານຈໍານວນໜຶ່ງ ກໍໄດ້ລົງຕິດຕາມແກ້ໄຂ ແລະ ມອບ ການຊ່ວຍເຫລືອໃຫ້ແກ່ປະຊາຊົນທີ່ ຖືກຜົນກະທົບຢູ່ພື້ນທີ່ຕົວຈິງໃນທ້ອງ ຖິ່ນຕ່າງໆ. ຄຽງຄູ່ກັບຜົນສຳເລັດດັ່ງກ່າວ, ກໍຍັງມີວຽກງານຈຳນວນໜຶ່ງທີ່ຈະ ຕ້ອງໄດ້ເອົາໃຈໃສ່ແກ້ໄຂໃຫ້ມີປະ ສິດທິຜົນຫລາຍກວ່າເກົ່າເປັນຕົ້ນ ບັນຫາສະແກມເມີ, ບັນຫາອຸບັດ ເຫດ, ການຄ້າຂາຍຢາເສບຕິດ ແລະ ອື່ນໆຍັງເກີດຂຶ້ນຈຳນວນບໍ່ໜ້ອຍ; ການຈັດຕັ້ງປະຕິບັດໂຄງການທີ່ ເປັນບຸລິມະສິດຂອງລັດຖະບານ ຍັງມີຄວາມຄືບໜ້າຊ້າ; ການນໍາ ເຂົ້າສິນຄ້າຟູມເຟືອຍ ແລະ ສິນຄ້າ ທີ່ຜະລິດພາຍໃນໄດ້ແລ້ວແຕ່ຍັງບໍ່ມີ ທ່າອ່ຽງຫລຸດລົງ; ເອົາໃຈໃສ່ການ ປະຕິບັດນະໂຍບາຍນໍາໃຊ້ລົດໄຟຟ້າ ແລະ ພະລັງງານສະອາດຢ່າງແຂງ ແຮງ; ການຈັດຕັ້ງປະຕິບັດວຽກ ງານ ແລະ ການແບ່ງຄວາມຮັບຜິດ ຊອບລະຫວ່າງເມືອງ, ຕາແສງ ແລະ ບ້ານໃຫ້ມີຄວາມຊັດເຈນ, ໂລ່ງລ່ຽນ ແລະ ບໍລິການຮັບໃຊ້ປະ ຊາຊົນຢ່າງທັນການ. ວາລະທີ 2: ກອງປະຊຸມເຫັນດີ ດ້ານຫລັກການຮັບຮອງເອົາຮ່າງ ນິຕິກໍາ ຈໍານວນ 12 ສະບັບ ຄື: ຮ່າງກົດໝາຍວ່າດ້ວຍລັດຖະບານ (ສະບັບປັບປຸງ); ຮ່າງກົດໝາຍ ວ່າດ້ວຍຈັດຊື້-ຈັດຈ້າງດ້ວຍທຶນ ຂອງລັດ (ສະບັບປັບປຸງ); ຮ່າງ ກົດໝາຍວ່າດ້ວຍການຄວບຄຸມ ເຄື່ອງດື່ມທີ່ມີທາດເຫລົ້າ (ສະບັບ ປັບປຸງ), ຮ່າງກົດໝາຍວ່າດ້ວຍ ພົນລະເຮືອນ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍການປະກັນ ສຸຂະພາບ (ສະບັບປັບປຸງ); ຮ່າງ ກົດໝາຍວ່າດ້ວຍປະກັນສັງຄົມ (ສະບັບປັບປຸງ); ຮ່າງກົດໝາຍວ່າ ດ້ວຍການບິນພົນລະເຮືອນ (ສະບັບ ປັບປຸງ); ຮ່າງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະ ຍາກໍາທາງໄຊເບີ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍກໍາລັງປ້ອງ ກັນຄວາມສະຫງົບປະຊາຊົນລາວ (ສະບັບປັບປຸງ); ຮ່າງຄໍາສັ່ງ ວ່າດ້ວຍການປັບປຸງນະໂຍບາຍ ແລະ ເພີ່ມທະວີການຄຸ້ມຄອງການ ພັດທະນາແຮ່ທາດໃນໄລຍະໃໝ່; ຮ່າງດໍາລັດວ່າດ້ວຍມາດຕະຖານ ພົ້ນທຸກ ແລະ ມາດຕະຖານພັດທະ ນາ (ສະບັບປັບປຸງ); ຮ່າງດຳລັດ ວ່າດ້ວຍນະໂຍບາຍການພັດທະນາ ເສດຖະກິດ-ສັງຄົມ ແຂວງຜົ້ງສາ ລີ ແລະ ແຂວງຫົວພັນ. ໃນນັ້ນ, ກອງປະຊຸມໄດ້ຊີ້ນຳໃຫ້ກະຊວງອົງການສົມທົບກັບພາກສ່ວນກ່ຽວ ຂ້ອງນຳເອົາຮ່າງນິຕິກຳທີ່ຕິດ ພັນກັບຂະແໜງການຂອງຕົນໄປ ປັບປຸງຕາມຄຳເຫັນຂອງສະມາຊິກ ລັດຖະບານໃຫ້ມີເນື້ອໃນຄົບຖ້ວນ ສົມບູນ, ລະອຽດຈະແຈ້ງ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້ ຢ່າງມີປະສິດທິພາບ ແລະ ປະສິດທິ ຜົນສູງ; ພາຍຫລັງປັບປຸງບັນດາ ຮ່າງກົດໝາຍສຳເລັດແລ້ວ ຈຶ່ງສະ ເໜີນຳເຂົ້າຜ່ານກອງປະຊຸມສະພາ ແຫ່ງຊາດ ພິຈາລະນາຮັບຮອງ. ສະ ເພາະຮ່າງກົດໝາຍວ່າດ້ວຍການ ປະກັນສຸຂະພາບ (ສະບັບປັບປຸງ) ແລະ ຮ່າງກົດໝາຍວ່າດ້ວຍປະກັນ ສັງຄົມ (ສະບັບປັບປຸງ) ມອບໃຫ້ ຄະນະຮັບຜິດຊອບນໍາໄປປັບປຸງຕື່ມ ເພື່ອຄົ້ນຄວ້າໂຮມເຂົ້າເປັນກົດໝາຍ ດຽວໃຫ້ສອດຄ່ອງກັບເງື່ອນໄຂ ສະພາບຕົວຈິງ. ສ່ວນຮ່າງດຳລັດ ວ່າດ້ວຍນະໂຍບາຍການພັດທະ ນາເສດຖະກິດ-ສັງຄົມ ແຂວງຜົ້ງ ສາລີ ແລະ ແຂວງຫົວພັນ ແມ່ນ ມອບໃຫ້ພາກສ່ວນກ່ຽວຂ້ອງກວດ ກາຄືນ ເພື່ອໃຫ້ສອດຄ່ອງກັບແຜນ ພັດທະນາເສດຖະກິດ-ສັງຄົມ, ພ້ອມທັງຈັດລຽງບຸລິມະສິດແຜນ ພັດທະນາພຶື້ນຖານໂຄງລ່າງຕ່າງໆ ຢ່າງມີຈຸດສຸມ ແລະ ສອດຄ່ອງກັບ ບັນດາທ່າແຮງບົ່ມຊ້ອນຂອງແຕ່ລະ ທ້ອງຖິ່ນ. ສຳລັບທິດທາງແຜນວຽກຈຸດ ສຸມປະຈຳເດືອນກັນຍາ 2026 ກອງ ປະຊຸມໄດ້ຊີ້ນໍາຂະແໜງການ, ທ້ອງ ຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ບັນດາວຽກງານສຳຄັນ ດັ່ງນີ້: ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດ ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ, ຄວາມເປັນລະບຽບ ຮຽບຮ້ອຍໃນສັງຄົມ ແລະ ຮັກສາ ຄວາມສະຫງົບຕາມຊາຍແດນ; ສຸມ ໃສ່ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ເປັນຕົ້ນອາຊະຍາກໍາລະບົບຄອມ ພິວເຕີ, ຢາເສບຕິດ, ການປຸ້ນຈີ້ຊີງ ຊັບ, ອຸບັດເຫດຕາມທ້ອງຖະໜົນ ໃຫ້ຫລຸດລົງ; ສືບຕໍ່ສຸມໃສ່ແກ້ໄຂ ແລະ ຊ່ວຍ ເຫລືອບັນເທົາທຸກຈາກຜົນກະທົບ ນ້ໍາຖ້ວມໃຫ້ກັບຄືນສູ່ປົກກະຕິໂດຍ ໄວ; ແກ້ໄຂເສັ້ນທາງທີ່ຖືກນໍ້າເຊາະ ເຈື່ອນ-ຕັດຂາດ ໃຫ້ສາມາດໄປ ມາໄດ້; ກະກຽມຄວາມພ້ອມຮອບ ດ້ານໃນການຮັບມືກັບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ; ໃຫ້ຕິດ ຕາມຄວາມປອດໄພຂອງເຂື່ອນ, ລວມທັງການຈັດການປະລິມານ ນ້ຳໃນເຂື່ອນໃຫ້ດີ; ສຸມໃສ່ກະກຽມ ບັນດາເນື້ອໃນທີ່ຕິດພັນກັບຄວາມ ຮັບຜິດຊອບຂອງລັດຖະບານໃຫ້ ພ້ອມ ແລະ ເຂົ້າຮ່ວມລາຍງານຕໍ່ ກອງປະຊຸມກົມການເມືອງຮ່ວມ ກັບຄະນະເລຂາທິການສູນກາງພັກ ປະຈຳເດືອນສິງຫາ 2026; ຮີບຮ້ອນຜັນຂະຫຍາຍມະຕິ 34/ສພຊ ວ່າດ້ວຍການຮັບຮອງ ວາລະແຫ່ງຊາດ ວ່າດ້ວຍການພັດ ທະນາຊົນນະບົດ ແລະ ແກ້ໄຂຄວາມ ທຸກຍາກ ໂດຍສະເພາະການສ້າງ ແຜນງານ, ໂຄງການລະອຽດ ແລະ ແຜນງົບປະມານທີ່ຈະຈັດຕັ້ງປະຕິ ບັດບັນດາວຽກຈຸດສຸມຂອງວາລະ ແຫ່ງຊາດ ແລ້ວລາຍງານຕໍ່ກອງ ປະຊຸມລັດຖະບານໃນເດືອນກັນຍາ ຫລື ເດືອນຕຸລາ ກ່ອນຈະນຳສະເໜີ ຜ່ານກອງປະຊຸມສະພາແຫ່ງຊາດ ໃນທ້າຍປີນີ້; ໃຫ້ບັນດາກະຊວງອົງການທຽບເທົ່າຮີບຮ້ອນແບ່ງ ພາລະບົດບາດ, ຄວາມຮັບຜິດຊອບ ລະຫວ່າງເມືອງ, ຕາແສງ ແລະ ບ້ານ ໃນການປະຕິບັດວຽກງານ ຂອງຂະແໜງການຕ່າງໆໃຫ້ສຳ ເລັດໃນເດືອນກັນຍາ 2026; ສຸມ ໃສ່ເກັບລາຍຮັບງົບປະມານຈາກ ແຫລ່ງລາຍຮັບທີ່ມີແລ້ວໃຫ້ຄົບຖ້ວນ ແລະ ຂະຫຍາຍຖານອາກອນມູນ ຄ່າເພີ່ມໃຫ້ໄດ້ຫລາຍ, ທັງສຸມໃສ່ ການເຊື່ອມໂຍງຂໍ້ມູນການຈັດເກັບ ລາຍຮັບກັບບັນດາຂະແໜງການທີ່ ກ່ຽວຂ້ອງ; ສືບຕໍ່ຊຸກຍູ້ການຜະລິດ ເປັນສິນຄ້າ ເພື່ອສົ່ງອອກ ແລະ ທົດ ແທນການນຳເຂົ້າ, ໄປຄຽງຄູ່ກັບ ການຈຳກັດການນຳເຂົ້າສິນຄ້າ ຟູມເຟືອຍ ແລະ ສິນຄ້າທີ່ພາຍໃນ ສາມາດຜະລິດໄດ້ ໂດຍສະເພາະ ຊີ້ນໝູແຊ່ແຂງຈາກຕ່າງປະເທດ ທີ່ ມີລາຄາຕໍ່າ ແລະ ບໍ່ຮັບປະກັນດ້ານ ຄຸນນະພາບ, ພ້ອມທັງໃຫ້ລົງຊ່ວຍ ແຂວງໄຊຍະບູລີ ໃນການຄວບຄຸມ ການລະບາດພະຍາດອະຫິວາໝູ; ສືບຕໍ່ກະກຽມເປີດສົກຮຽນໃໝ່ ສົກປີ 2026-2027 ທຸກຊັ້ນຮຽນ ແລະ ເປີດມະຫາວິທະຍາໄລສ້າງ ຄູແຫ່ງຊາດ; ສືບຕໍ່ຕິດຕາມຊຸກຍູ້, ກວດກາຂໍ້ມູນ ແລະ ຈັດແບ່ງງົບ ປະມານ ເພື່ອແກ້ໄຂນະໂຍບາຍຕໍ່ຜູ້ ມີຜົນງານ ແລະ ຄຸນງາມຄວາມດີ ໃນພາລະກິດການປະຕິວັດຊາດ ປະຊາທິປະໄຕ; ສືບຕໍ່ຕິດຕາມ, ເຝົ້າ ລະວັງ, ປ້ອງກັນ ແລະ ແກ້ໄຂພະ ຍາດລະບາດຕາມລະດູການ; ສືບຕໍ່ ຄຸ້ມຄອງ ແລະ ກວດກາເຂັ້ມງວດ ຕໍ່ຄຸນນະພາບ, ມາດຕະຖານຂອງ ອາຫານ, ຢາ ແລະ ຜະລິດຕະພັນ ການແພດໃຫ້ໄດ້ມາດຕະຖານ ແລະ ຮັບປະກັນຄວາມປອດໄພ. ສືບຕໍ່ກະກຽມຈັດງານສັບປະ ດາວັດທະນະທໍາ ລາວ-ກຳປູເຈຍ, ລວມທັງລາຍການສະແດງ ເພື່ອ ຮັບໃຊ້ການເປັນເຈົ້າພາບຈັດກອງ ປະຊຸມທົບທວນສົນທິສັນຍາວ່າດ້ວຍ ການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ໃຫ້ດີ ໂດຍຖືເປັນ ໂອກາດດຶງດູດ ແລະ ສົ່ງເສີມການ ທ່ອງທ່ຽວລາວ; ສືບຕໍ່ຂະຫຍາຍ ເຄືອຂ່າຍໂທລະຄົມ, ສັນຍານອິນເຕີ ເນັດ ໄປສູ່ເຂດຫ່າງໄກສອກຫລີກທີ່ ຍັງບໍ່ທັນມີສັນຍານ, ຊຸກຍູ້ການນຳ ໃຊ້ລະບົບ (G-Chat) ແລະ ລະບົບ ບໍລິຫານດີຈິຕອນ ເພື່ອຫັນເປັນລັດດີ ຈິຕອນໃຫ້ມີປະສິດທິພາບ ແລະ ປະ ສິດທິຜົນ; ສືບຕໍ່ປັບປຸງກົນໄກ ແລະ ວິທີການໃນການຈັດຕັ້ງປະຕິບັດຄຳ ຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດ ຂາດໃຫ້ໄວ ແລະ ໄດ້ຫລາຍຂຶ້ນ, ທັງສຸມໃສ່ແກ້ໄຂວັດຖຸມີຄ່າ ແລະ ຊັບ ສິນທີ່ຢຶດໄດ້ຈາກຄະດີຕ່າງໆໃຫ້ໄວ ຂຶ້ນ; ສືບຕໍ່ກະກຽມການເຄື່ອນໄຫວ ຕ່າງປະເທດ ຂອງການນຳຂັ້ນສູງ ແລະ ຕ້ອນຮັບການມາຢ້ຽມຢາມ ລາວ ຢ່າງເປັນທາງການ ຂອງການ ນຳຂັ້ນສູງປະເທດເພື່ອນມິດໃຫ້ໄດ້ ຮັບຜົນດີ. ໃນຕອນທ້າຍ, ທ່ານນາຍົກລັດ ຖະມົນຕີ ໄດ້ຮຽກຮ້ອງມາຍັງບັນດາ ແນໃສ່ໃນການປະກອບສ່ວນເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດທີ່ກໍາລັງພັດທະນາ ຊຶ່ງ ລວມມີປະເທດລາວຢູ່ນໍາ. ລັດຖະບານຍີ່ປຸ່ນ ໄດ້ໃຫ້ການ ສະໜັບສະໜູນແຂວງຊຽງຂວາງ ລວມ ເ ປັນມູນຄ່າຫລາຍກວ່າ 2.900.000 ໂດລາສະຫະລັດ ໃນ ຂະແໜງການສຶກສາ, ລະບົບນໍ້າລິນ ແລະ ສາທາລະນະສຸກ. ປະເທດຍີ່ປຸ່ນ ໃນນາມເປັນສ່ວນໜຶ່ງຂອງຄວາມ ມຸ່ງໝັ້ນໃນການແກ້ໄຂຄວາມແຕກ ໂຕນທາງດ້ານເສດຖະກິດ ແລະ ສັງຄົມໃນພາກພື້ນ, ຈະສືບຕໍ່ໃຫ້ ການສະໜັບສະໜູນປະເທດລາວ ໃນການປັບປຸງພື້ນຖານຊີວິດການ ເປັນຢູ່ຂັ້ນຮາກຖານຂອງປະຊາຊົນ ເພື່ອຮັບປະກັນວ່າຈະບໍ່ໃຫ້ມີໃຜຖືກ ປະຖິ້ມໄວ້ທາງຫລັງ. ທ່ານສະມາຊິກລັດຖະບານຈົ່ງນໍາ ເອົາແຜນວຽກຈຸດສຸມປະຈຳເດືອນ ກັນຍາ 2026 ທີ່ກອງປະຊຸມໄດ້ ເອກະພາບກັນໄປປັບປຸງເຂົ້າໃນ ແຜນວຽກຂອງຂະແໜງການຕົນ ໃຫ້ລະອຽດ, ມີການແບ່ງຄວາມ ຮັບຜິດຊອບໃຫ້ສອດຄ່ອງກັບສະ ພາບຄວາມເປັນຈິງຂອງການຈັດ ຕັ້ງ ກໍຄື ບຸກຄະລາກອນແຕ່ລະຂັ້ນ ແລະ ມີຄາດໝາຍເວລາສຳເລັດ ຊັດເຈນ. ຂ່າວ-ພາບ: ກົມປະຊາສໍາພັນ ຫສນຍ. ຮາກຖານ, ເກັບກຳຫາງສຽງສັງຄົມ ແລະ ໂຄສະນາຜ່ານລະບົບສື່ມວນ ຊົນທຸກຮູບແບບ; ພ້ອມທັງໄດ້ຍົກ ໃຫ້ເຫັນເຖິງບາງຂໍ້ຈຳກັດ ແລະ ບັນ ຫາທີ່ຍັງຄົງມີຄວາມຫຍຸ້ງຍາກໃນ ການປະຕິບັດວຽກງານໃນຕໍ່ໜ້າ, ທັງໄດ້ມີຂໍສະເໜີຕໍ່ຄະນະໂຄສະນາ ອົບຮົມສູນກາງພັກ ຊ່ວຍກໍ່ສ້າງພະ ນັກງານທາງດ້ານທິດສະດີ ແລະ ວຽກງານວິຊາສະເພາະ, ສະໜອງ ອຸປະກອນ-ພາຫະນະຮັບໃຊ້ວຽກ ງານສື່ມວນຊົນ ແລະ ຊ່ວຍຊຸກຍູ້ງົບ ປະມານ ເພື່ອໃຫ້ວຽກງານຄະນະໂຄ ສະນາອົບຮົມມີຄວາມເຂັ້ມແຂງ. ພາຍຫລັງສຳເລັດການໂອ້ລົມ, ທ່ານ ຄໍາພັນ ເຜີຍຍະວົງ ພ້ອມດ້ວຍ ຄະນະກໍໄດ້ໄປຢ້ຽມຢາມສະຖານີ ເຄື່ອງສົ່ງວິທະຍຸຕັ້ງຢູ່ບ້ານສັງຄະ ໂລກ ແລະ ສະຖານີຖ່າຍທອດວິທະ ຍຸ-ໂທລະພາບແຫ່ງຊາດ ຕັ້ງຢູ່ບ້ານ ຜານົມ ນະຄອນຫລວງພະບາງ ຕື່ມອີກ. ຂ່າວ-ພາບ: ທະນູສິນ ອິດທິພົນ ຄວາມສາມັກຄີປະຊາຊົນລາວບັນ ດາເຜົ່າຮ່ວມສຳພັນກັບບັນດາກໍາ ລັງການເມືອງທີ່ມີທ່າອ່ຽງຮັກ ຊາດ, ໄດ້ຂະຫຍາຍສາຍສຳພັນກັບ ກອງທັບ ແລະ ປະຊາຊົນ 3 ຊາດ ອິນດູຈີນອ້າຍນ້ອງຕໍ່ສູ້ຕ້ານຈັກກະ ພັດລ່າເມືອງຂຶ້ນແບບໃໝ່ ແລະ ພາ ລະກິດອື່ນໆ ຊຶ່ງໄດ້ຮັບໄຊຊະນະ ແຕ່ນ້ອຍຫາໃຫຍ່ເປັນກ້າວໆມາ; ໄລຍະປີ 1979 ເຖິງປັດຈຸບັນໄດ້ ປ່ຽນຊື່ຈາກແນວລາວຮັກຊາດ ມາ ເປັນແນວລາວສ້າງຊາດ ແນໃສ່ ເຕົ້າໂຮມຄວາມສາມັກຄີຂອງປະ ຊາຊົນບັນດາເຜົ່າທຸກຊັ້ນຄົນ, ສາ ສະໜາ ແລະ ເພດໄວ, ນັບທັງຄົນ ເຊື້ອຊາດລາວດໍາລົງຊີວິດຢູ່ຕ່າງປະ ເທດໃຕ້ຮົ່ມທຸງປະຕິວັດຂອງພັກປະ ຊາຊົນປະຕິວັດລາວ, ພ້ອມກັນນັ້ນ, ແນວລາວສ້າງຊາດ ຍັງໄດ້ຍຶດໝັ້ນ ພັນທະພາບກັບກຳມະກອນ, ຊາວ ກະສິກອນ, ນັກຮຽນຮູ້ປັນຍາຊົນ ແລະ ຊັ້ນຄົນທີ່ກ້າວໜ້າ, ເດັດດ່ຽວ ໜຽວແໜ້ນ, ສຶກສາອົບຮົມປະຊາ ຊົນດ້ວຍການໝູນໃຊ້ຫລັກການ ອັນຖືກຕ້ອງຂອງພັກ ເຮັດໃຫ້ຂະ ບວນການປະຕິວັດນັບມື້ເຕີບໃຫຍ່ ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ. ນອກ ນີ້, ແນວລາວສ້າງຊາດ ຍັງມີມູນ ເຊື້ອເປັນທີ່ປຶກສາແນະນໍາ ແລະ ເປັນບ່ອນໃຫ້ປະຊາຊົນໄດ້ເພິ່ງພາ, ແນວໂຮມເຮັດບົດບາດເປັນຂົວຕໍ່ທີ່ ດີລະຫວ່າງ ພັກ-ລັດ ກັບປະຊາຊົນ ເປັນພື້ນຖານການເມືອງຂອງອໍາ ນາດປະຊາທິປະໄຕປະຊາຊົນ. ການຈັດປາຖະກະຖາມູນເຊື້ອວັນ ສ້າງຕັ້ງແນວລາວສ້າງຊາດ ໃນ ຄັ້ງນີ້ ເປັນການເຊື່ອມຊຶມ, ສຶກສາ ອົບຮົມໃຫ້ແກ່ພະນັກງານພາຍໃນ ຄຕພ ຮັບຮູ້, ເຂົ້າໃຈເຖິງປະຫວັດ ສາດສໍາຄັນຂອງຊາດ, ພ້ອມກັນ ເສີມຂະຫຍາຍມູນເຊື້ອອັນດີງາມ ຂອງບັນພະບຸລຸດ, ຕັ້ງໜ້າຝຶກຝົນ ຫລໍ່ຫລອມຕົນເອງໃຫ້ມີຄຸນທາດ ການເມືອງໜັກແໜ້ນ, ມີຄຸນສົມບັດ ສິນທຳປະຕິວັດ, ພ້ອມກັນເຮັດສຳ ເລັດທຸກໜ້າທີ່ການເມືອງທີ່ໄດ້ຮັບ ມອບໝາຍ. ຂ່າວ: ຄຕພ
RkJQdWJsaXNoZXIy MTc3MTYxMQ==