xtgmf]k; 6 25/08/2026 glf4tdy f{la '7q y a ,q ຂປລ.ການໃສ່ບາດແລະຍາດນ້ຳ ແມ່ນປະເພນີອັນດີງາມທີ່ປະຊາ ຊົນລາວ ໄດ້ສືບທອດກັນມາ ແຕ່ບູຮານນະການ ແລະ ຖືເປັນ ກິດຈະກຳສຳຄັນທາງພຸດທະສາ ສະໜາ. ໃນແຕ່ລະເຊົ້າພຸດທະສາ ສະນິກະຊົນ ຈະກະກຽມເຂົ້າໜຽວ, dko.lj [kf{pkfoE ln [lkoxtgrou glu ,lh k'75 o7j kmk'9y f.9 glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ອາຫານ ຄາວ-ຫວານ, ໝາກໄມ້, ເຂົ້າຕ້ົ້ມເຂົ້າໜົມ ແລະ ສ່ິງຂອງຈຳ ເປັນຕ່າງໆ ເພື່ອຖວາຍແດ່ພະສົງ ສາມະເນນ ທີ່ອອກບິນທະບາດ. ນອກຈາກນີ້ການໃສ່ບາດຍັງປາກົດ ໃຫ້ເຫັນຢ່າງຊັດເຈນ ໃນວັນສຳຄັນ ທາງພຸດທະສາສະໜາ ແລະ ວັນບຸນ ປະເພນີຕ່າງໆເຊັ່ນ: ວັນມາຄະບູຊາ, ວັນວິສາຂະບູຊາ, ວັນເຂົ້າພັນສາອອກພັນສາ, ບຸນຫໍ້ເຂົ້າສະຫລາກ, ຫໍ້ເຂົ້າປະດັບດິນ, ວັນສິນ ແລະ ບຸນ ປະເພນີຕ່າງໆ ຊຶ່ງໃນໂອກາດເຫລົ່າ ນີ້ ປະຊາຊົນຈະພາກັນເຂົ້າວັດເຮັດ ບຸນ, ຟັງທຳ, ຮັກສາສິນ ແລະ ໃສ່ ບາດຍາດນ້ຳ ເພື່ອສ້າງບຸນກຸສົນ ແລະ ອຸດທິດສ່ວນບຸນກຸສົນໃຫ້ຍາດ ຕິພ່ີ່ນ້ອງຜູ້ລ່ວງລັບໄປ. ສຳລັບໃນເບື້ອງຂອງພະພິຂຸສົງ ການອອກບິນທະບາດແມ່ນກິດວັດ ປະຈຳວັນຕາມພະວິໄນ. ພະສົງຈະ ອອກບິນທະບາດໃນຕອນເຊົ້າ ໂດຍ ຮັກສາກິລິຍາອາການສຳລວມ ບໍ່ ຮ້ອງຂໍ ຫລື ເລືອກອາຫານຈາກຜູ້ ຖວາຍ. ສ່ວນຜູ້ໃສ່ບາດກໍຄວນ ປະຕິບັດດ້ວຍຄວາມສຸຂະພາບ, ສຳລວມ ແລະ ເຄົາລົບ. ຫລັງຈາກ ໃສ່ບາດແລ້ວ, ການຍາດນ້ຳຖືເປັນ ຂັ້ນຕອນທີ່ສຳຄັນໃນການອຸທິດ ສ່ວນກຸສົນ. ຜູ້ເຮັດບຸນຈະຕັ້ງຈິດໃຫ້ ສະຫງົບ ແລະ ອຸທິດບຸນກຸສົນແກ່ ບິດາມານດາ, ຍາດຕິພີ່ນ້ອງ ແລະ ຜູ້ລ່ວງລັບໄປແລ້ວ. ການໃສ່ບາດ ນອກຈາກເປັນ ການເຮັດບຸນສ້າງກຸສົນແລ້ວ, ຍັງ ເປັນການຝຶກຈິດໃຈໃຫ້ຮູ້ຈັກການ ໃຫ້, ການເສຍສະລະ ແລະການແບ່ງ ປັນ, ຜູ້ໃສ່ບາດຈະໄດ້ຮັບຄວາມອີ່ມ ອົກອີ່ມໃຈ ແລະ ເກີດຄວາມເມດຕາ ຕໍ່ຜູ້ອື່ນ. ຂະນະດຽວກັນ, ຍັງເປັນ ການຮັກສາສາຍສຳພັນອັນດີງາມ ລະຫວ່າງວັດ, ຊຸມຊົນ ແລະ ປະຊາ ຊົນ. ເຖິງແນວໃດກໍຕາມ, ສຳລັບ ສັງຄົມລາວໃນປັດຈຸບັນ ການສືບ ສານປະເພນີໃສ່ບາດຢ່າງຖືກຕ້ອງ ຄວນຄຽງຄູ່ໄປກັບການຮັກສາ ຄວາມສະອາດ, ຄວາມເປັນລະບຽບ ຮຽບຮ້ອຍ ແລະ ການເຄົາລົບພະສົງ. ຄວນຫລີກເວັ້ນການໃສ່ອາຫານທີ່ບໍ່ ເໝາະສົມ ແລະ ຄວນບັນຈຸອາຫານ ຢ່າງສະອາດ ເພື່ອຮັກສາທັງສຸຂະອະ ນາໄມ ແລະ ຄຸນຄ່າຂອງປະເພນີ. ແນວໃດກໍຕາມ, ກ່ອນຈະໃສ່ບາດ ຄວນກະກຽມເຂົ້າໜຽວໃໝ່ຮ້ອນໆ ຫລື ອາຫານຫວານຄາວທີ່ສະອາດ; ນຸ່ງຫົ່ມໃຫ້ສຸພາບຮຽບຮ້ອຍ ມິດຊິດ ເໝາະສົມກັບສະຖານທີ່; ປົດເກີບ ອອກກ່ອນຈະລົງມືໃສ່ບາດ ເພື່ອ ຄວາມເຄົາລົບນັບຖື; ນັ່ງ ຫລື ຢືນ ດ້ວຍຄວາມສະຫງົບ ບໍ່ສົ່ງສຽງດັງ ຫລື ຫລິ້ນໂທລະສັບ; ຫລັງໃສ່ບາດ ແລ້ວໃຫ້ຕັ້ງຈິດອະທິຖານແລະຍາດ ນ້ຳອຸທິດສ່ວນກຸສົນ ຖືວ່າສຳລັບ ພິທີການໃສ່ບາດ. ດັ່ງນັ້ນ, ການໃສ່ບາດ ແລະ ຍາດ ນ້ຳ ບໍ່ພຽງແຕ່ເປັນການເຮັດບຸນ ສ້າງກຸສົນເທົ່ານັ້ນ, ແຕ່ຍັງເປັນມູນ ເຊື້ອອັນລ້ຳຄ່າທາງວັດທະນະທຳ ທີ່ສະແດງໃຫ້ເຫັນເຖິງນ້ຳໃຈ, ຄວາມເອື້ອເຟື້ອເຜື່ອແຜ່, ຄວາມ ກະຕັນຍູ ແລະ ຄວາມເຄົາລົບຕໍ່ພຸດ ທະສາສະໜາ. ສະນັ້ນ, ທຸກຄົນຈຶ່ງ ຄວາມຮ່ວມກັນຮັກສາ, ປະຕິບັດ ແລະ ສືບສານປະເພນີອັນດີງາມນີ້ ໃຫ້ຢູ່ຄູ່ສັງຄົມລາວຕໍ່ໄປ. lh k'glf4tdy f 9kd;a f45 fy [me,t-kf ຂປລ. ປັດຈຸບັນ ພັກ-ລັດຖະບານ ໄດ້ຊຸກຍູ້ສົ່ງເສີມປະຊາຊົນລາວບັນ ດາເຜົ່າ ໃຫ້ຫັນມາສ້າງສາ ແລະ ພັດທະນາ ເສດຖະກິດເອກະລາດ ເປັນເຈົ້າໂຕເອງ ນຳໃຊ້ທ່າແຮງແລະ ວັດຖຸດິບທີ່ມີຢູ່ໃນທ້ອງຖິ່ນມາສ້າງ ມູນຄ່າເພີ່ມ ເພື່ອເຮັດໃຫ້ຄອບຄົວ ມີ ລາຍຮັບທີ່ໝັ້ນຄົງ ກ້າວໄປສູ່ການມີ ຢູ່ມີກິນ ຕາມແນວທາງນະໂຍບາຍ ພັກ-ລັດວາງອອກ. ແນວທາງດັ່ງ ກ່າວນອກຈາກຊ່ວຍສ້າງອາຊີບ ແລະ ລາຍຮັບໃຫ້ຄອບຄົວແລ້ວ ຍັງເປັນການສ້າງສິນຄ້າລາວໃຫ້ມີ ຄວາມໂດດເດັ່ນ ແລະ ເປັນທີ່ນິຍົມ ໃນຕະຫລາດ. ສະນັ້ນ, ຈຶ່ງສົ່ງຜົນ ດີເຮັດໃຫ້ປະຊາຊົນ ທີ່ມີແນວຄິດ ສ້າງສັນ ສ້າງຜະລິດຕະພັນຕ່າງໆ ອອກມາຈໍາໜ່າຍສູ່ສັງຄົມຢ່າງ ຫລວງຫລາຍ. ໜຶ່ງໃນນັ້ນ, ກໍແມ່ນ ແມ່ນຜະລິດຕະພັນ “ກ້ວຍອົບເນີຍ” ຈາກເມືອງຊະນະຄາມ ແຂວງ ວຽງຈັນ ຊຶ່ງເປັນການນຳເອົາຜົນ ຜະລິດກະສິກຳພາຍໃນທ້ອງຖິ່ນມາ ແປຮູບ ແລະ ສ້າງເປັນສິນຄ້າທີ່ມີ ມູນຄ່າ ເພື່ອໃຫ້ຄົນລາວໄດ້ບໍລິໂພກ ໂດຍ:ມາລີດາີ ສິນຄ້າລາວໃຫ້ຫລາຍຂຶ້ນ. ເພາະ ປັດຈຸບັນຜະລິດຕະພັນລາວຍັງມີ ໜ້ອຍ ຈຶ່ງຢາກໃຫ້ຄົນລາວເຮົາຫັນ ມາສະໜັບສະໜູນ ຜະລິດຕະພັນ ລາວ ເພື່ອເຮັດໃຫ້ຜະລິດຕະພັນລາວ ມີຄວາມຍືນຍົງຄຽງຄູ່ສັງຄົມລາວ ຕະຫລອດໄປ. ທ່ານ ນາງ ລໍາເງິນ ສຸວັນນະສຸກ ເຈົ້າຂອງຜະລິດຕະພັນກ້ວຍອົບເນີຍ ຊະນະຄາມ ໃຫ້ສໍາພາດໃນໂອກາດ ເຂົ້າຮ່ວມວາງສະແດງສິນຄ້າ ໃນ ກອງປະຊຸມ ລັດຖະບານເປີດກວ້າງ ຄັ້ງທີ I ປະຈໍາປີ 2026 ວ່າ: ແນວ ຄວາມຄິດໃນການຜະລິດເກີດຈາກ ຄວາມຕັ້ງໃຈທີ່ຢາກນຳເອົາວັດຖຸ ດິບທຳມະຊາດສ້າງເປັນສິນຄ້າ ເພື່ອສ້າງລາຍຮັບໃຫ້ຄອບຄົວ. ກຸ່ມ ຜະລິດກ້ວຍອົບເນີຍ ເມືອງຊະນະ ຄາມ ເລີ່ມຜະລິດມາແຕ່ປີ 2002 ເປັນຕົ້ນມາ ຮອດປັດຈຸບັນກໍໄດ້ 20 ກວ່າປີແລ້ວ, ທີ່ໄດ້ຜະລິດສິນຄ້າ ຄຸນນະພາບອອກຈໍາໜ່າຍ ໃຫ້ສັງ ຄົມໄດ້ບໍລິໂພກ ຊຶ່ງໂຮງງານຕັ້ງ ຢູ່ບ້ານປາກມີ້ ເມືອງຊະນະຄາມ ແຂວງວຽງຈັນ ໂດຍມີຜະລິດຕະພັນ ຫລາຍຊະນິດເຊັ່ນ: ກ້ວຍອົບເນີຍ, ອົບແດດ, ກ້ວຍສຸກຈືນ, ເຜືອກເສັ້ນ, ໝາກອຶຈືນ, ໝາກຂາມກວນ ແລະ ອື່ນໆ ກໍລ້ວນແຕ່ໄດ້ຮັບຄວາມ ນິຍົມຈາກສັງຄົມ ເນື່ອງຈາກວ່າ ຜະລິດຕະພັນຂອງເຮົາຈະມີຄວາມ ແຊບທີ່ເປັນເອກະລັກສະເພະບໍ່ຄືໃຜ ພ້ອມທັງໃສ່ໃຈຕໍ່ທຸກຂັ້ນຕອນການ ຜະລິດຕັ້ງແຕ່ການເລືອກກ້ວຍ, ການ ອົບ, ການຕາກຕ້ອງໄດ້ມາດຕະຖານ ແລະ ຄວາມສະອາດຕ້ອງມາກ່ອນ ຄືການຕາກກ້ວຍ ກໍຕ້ອງຕາກໃນ ໂຮງເຮືອນທີ່ມີແດດສ່ອງຮອດ ຈົນເຖິງການບັນຈຸຫຸ້ມຫໍ່ໂດຍເນັ້ນ ຄວາມສະອາດ ແລະ ມາດຕະຖານ. ໃນນັ້ນ, ວັດຖຸດິບຫລັກແມ່ນ ກ້ວຍ ຫອມທອງ ແລະ ກ້ວຍນໍ້າ ທີ່ຮັບ ຊື້ຈາກປະຊາຊົນພາຍໃນເມືອງ. ການຮັບຊື້ຜົນຜະລິດຈາກຊາວ ກະສິກອນ ນອກຈາກສະໜອງ ວັດ ຖຸດິບ ໃ ຫ້ ໂ ຮ ງ ງ າ ນ ແ ລ້ວ , ຍັງສ້າງຕະຫລາດໃຫ້ແກ່ຊາວກະ ສິກອນ ເຮັດໃຫ້ຜົນຜະລິດມີບ່ອນ ຈຳໜ່າຍ ແລະ ສາມາດປ່ຽນຜົນ ຜະລິດກະສິກຳໃຫ້ເປັນລາຍຮັບທີ່ ໝັ້ນຄົງ. ສ່ວນລາຄາຂາຍ ປະເພດ ກ້ວຍ ແມ່ນ ກິໂລ 110.000 ກີບ, ປະເພດມັນທອດແມ່ນ ເຄິ່ງກິໂລ 115.000 ກີບ, ໝາກຂາມກວນ ຕຸກລະ 35.000 ກີບ. ຜະລິດຕະ ພັນກຸ່ມກ້ວຍອົບ ເ ນີຍ ໄ ດ້ຮັບ ການຮັບຮອງເປັນສິນຄ້າ ໂອ ດັອບ (OTOP) ໃນປີ 2012 ແລະ ກາຍເປັນອີກໜຶ່ງສິນຄ້າເອກະລັກ ຂອງເມືອງຊະນະຄາມ. ການຕອບ ຮັບຈາກຜູ້ບໍລິໂພກ ເປັນກຳລັງໃຈ ສຳຄັນໃຫ້ຜູ້ຜະລິດສືບຕໍ່ພັດທະນາ ສິນຄ້າລາວໃຫ້ມີຄຸນນະພາບ ແລະ ສາມາດແຂ່ງຂັນໄດ້. ທ່ານນາງ ລໍາເງິນເວົ້າເສີມວ່າ: ຕົນເອງຮູ້ສຶກດີໃຈຫລາຍທີ່ໄດ້ນຳ ເອົາສິນຄ້າເອກະລັກຈາກເມືອງ ຊະນະຄາມ ມາວາງສະແດງ-ຈຳ ໜ່າຍ ເພື່ອແລກປ່ຽນຄວາມຮູ້, ປະສົບການຈາກຜູ້ປະກອບການ ຂອງແຕ່ລະສາຂາອາຊີບ, ເປັນການ ຂະຫຍາຍຕະຫລາດ ແລະ ເພີ່ມຊ່ອງ ທາງຈຳໜ່າຍໃຫ້ຫລາຍຂຶ້ນ. ພ້ອມ ທັງເປັນໂອກາດໃນການເຜີຍແຜ່ສິນ ຄ້າທ້ອງຖິ່ນໃຫ້ເປັນທີ່ຮູ້ຈັກກັນ ຫລາຍຂຶ້ນ, ຈຶ່ງຢາກຂອບໃຈລູກຄ້າ ທີ່ໃຫ້ການຕອບຮັບດີຕະຫລອດມາ ຊຶ່ງເປັນການແຮງຜັກດັນທີ່ສໍາຄັນ ໃນການຊຸກຍູ້ສົ່ງເສີມຜະລິດຕະພັນ ລາວ ໃຫ້ມີການພັດທະນາຂຶ້ນ ເລື້ອຍໆ. ພ້ອມດຽວກັນ, ກໍຍັງສົ່ງຜົນ ດີຕໍ່ປະຊາຊົນທີ່ເຮັດກະສິກໍາອີກດ້ວຍ ເພາະເຂົາເຈົ້າກໍມີບ່ອນຂາຍເຄື່ອງ ປູກຂອງຝັງໄດ້ຢ່າງຫລວງຫລາຍ ໃນແຕ່ລະປີ. ສໍາລັບຜະລິດຕະພັນ ແມ່ນຈໍາໜ່າຍ ຢູ່ບ້ານ ໂພນທັນ ເມືອງໄຊເສດຖາ ນະຄອນຫລວງ ວຽງຈັນ, ຜ່ານທາງອອນລາຍ ເຟສບຸກ ປ້າເທົາ ໂຮງງານກ້ວຍອົບ ຊະນະຄາມລາຄາສົ່ງ-ຍ່ອຍ ຫລື ສອບຖາມ ລາຍລະອຽດ ໄດ້ທີ່ເບີໂທ 020 55445954. ການນຳວັດຖຸດິບທຳມະຊາດ ມາແປຮູບເປັນສິນຄ້າ ຈຶ່ງບໍ່ພຽງແຕ່ ເປັນການສ້າງອາຊີບ ແລະ ລາຍຮັບ ໃຫ້ຜູ້ຜະລິດເທົ່ານັ້ນແຕ່ຍັງຊ່ວຍສ້າງ ຕະຫລາດໃຫ້ຊາວກະສິກອນ, ສ້າງ ມູນຄ່າເພີ່ມໃຫ້ຜົນຜະລິດພາຍໃນ ແລະ ຊ່ວຍສົ່ງເສີມສິນຄ້າລາວໃຫ້ ກ້າວໄປສູ່ຕະຫລາດທີ່ກວ້າງຂຶ້ນ. ການຮ່ວມກັນຜະລິດ, ແປຮູບ, ບໍລິໂພກ ແລະ ສະໜັບສະໜູນສິນ ຄ້າລາວ ຈຶ່ງເປັນອີກໜຶ່ງພະລັງທີ່ ສຳຄັນໃນການສ້າງເສດຖະກິດຈາກ ທ້ອງຖິ່ນໃຫ້ເຕີບໃຫຍ່ຂະຫຍາຍຕົວ ຢ່າງຍືນຍົງ. ໂດຍ: ແສງສະຫວັນັ ພາບປະກອບ ພາບປະກອບ ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==