xtgmf]k; 7 21/08/2026 gsfdko{dkora fa mtok ຂປລ. ແຫລ່ງຂ່າວຈາກແຂວງ ສ ະ ຫ ວັນ ນ ະ ເ ຂ ດ ໃ ຫ້ຮູ້ວ່ າ : ເມື່ອມໍ່ໆມານີ້ຄະນະກວດກາພັກ- ລັດ ແຂວງສະຫວັນນະ ເ ຂດ ຈັດຝຶກອົບຮົມວຽກງານກວດ ກ າ ພັ ກ - ກ ວ ດ ກ າ ລັ ດ ແ ລ ະ ຕ້ານການສໍ້ລາດບັງຫລວງ ໃຫ້ ຜູ້ຮັບຜິດຊອບວຽກງານກວດກາຢູ່ ຂັ້ນເມືອງ ແລະ ນະຄອນ ຜ່ານມາ ໂດຍການເປັນປະທານຂອງ ທ່ານ ບຸນໂຈມ ອຸບົນປະເສີດ ເລຂາພັກ ແຂວງ ປະທານສະພາປະຊາຊົນ ແຂວງສະຫວັນນະເຂດ ພ້ອມດ້ວຍ ພາກສ່ວນຮັບຜິດຊອບຈາກແຂວງ, 14 ເມືອງ ແລະ 1 ນະຄອນ ເຂົ້າຮ່ວມ. ທ່ານ ແສນສັກ ພິມວົງສາ ປະທານກວດກາພັກ ປະທານ ອົງການກວດກາລັດ ຫົວໜ້າອົງ ການຕ້ານການສໍ້ລາດບັງຫລວງ ຂັ້ນແຂວງ ໄດ້ຊີ້ໃຫ້ເຫັນເຖິງຄວາມ ສຳຄັນຂອງວຽກງານກວດກາ ພັກ, ກວດກາລັດ ແລະ ການຕ້ານ ການສໍ້ລາດບັງຫລວງວ່າ: ເປັນ ວຽກງານໜຶ່ງທີ່ມີບົດບາດສຳຄັນຕໍ່ ການເສີມສ້າງອົງກອນພັກ-ລັດໃຫ້ ມີຄວາມສະອາດ, ໂປ່ງໃສ ແລະ ເຂັ້ມແຂງ, ພ້ອມທັງເປັນການຍົກ ລະດັບຄວາມຮູ້ຄວາມສາມາດໃຫ້ ແກ່ບັນດາຜູ້ຮັບຜິດຊອບວຽກງານ ກວດກາຢູ່ຂັ້ນເມືອງ ໃຫ້ມີຄວາມ ເຂົ້າໃຈເລິກເຊິ່ງ ກ່ຽວກັບລະບຽບ ການ, ຫລັກການ ແລະ ວິທີການ ປະຕິບັດວຽກງານກວດກາພັກກວດກາລັດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນໃນໄລຍະ ຕໍ່ໜ້າແນໃສ່ເພື່ອສ້າງຄວາມເປັນ ເອກະພາບ ໃນການຈັດຕັ້ງປະຕິບັດ ວຽກງານກວດກາຢູ່ທຸກຂັ້ນ, ເວົ້າ ສະເພາະໃນທົ່ວແຂວງສະຫວັນນະ ເຂດ ໃຫ້ມີປະສິດທິພາບສູງຂຶ້ນ. ເນື້ອໃນການຝຶກອົບຮົມປະກອບ ມີ 6 ບົດຮຽນຄື: ກົງຈັກການຈັດຕັ້ງ ແລະ ບຳລຸງສ້າງພະນັກງານກວດ ກາ, ຄວາມຮູ້ພື້ນຖານກ່ຽວກັບ ວຽກງານກວດກາພັກ, ຄວາມຮູ້ ພື້ນຖານກ່ຽວກັບວຽກງານກວດ ກາລັດ, ຄວາມຮູ້ພື້ນຖານກ່ຽວກັບ g-dv' xk4tdt4k;a o]a f4tme,to6 ocsj '-kf 7q [Iv[ 35 xu pq d]tfa [;Pd'kod;fdkra d{d;fdk]a f c]t 8h kodkol= ]kf[a 's];' .sh rtoa d'ko16 j lts;a ootg0f ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ແຂວງເຊກອງ ຈັດປາຖະກະຖາ ຫວນຄືນມູນເຊື້ອ ວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 35 ປີ (15 ສິງຫາ1991- 15 ສິງຫາ 2026) ໃນວັນທີ 19 ສິງຫາ 2026 ທີ່ຫ້ອງວ່າການ ແຂວງ, ໂດຍມີການນໍາພັກ-ລັດ ຂອງແຂວງ, ພະນັກງານບໍານານ ອາວຸໂສປະຕິວັດ, ພະແນກ, ອົງການ ທຽບເທົ່າ, ສະມາຊິກພັກ ແລະ ພະນັກງານນໍາພາຫລັກແຫລ່ງ ເຂົ້າຮ່ວມ. ການປາຖະກະຖາຄັ້ງນີ້ໂດຍ ທ່ານ ພອນເພັດ ຄິວລະວົງ ອະດີດ ຮອງເລຂາພັກແຂວງ, ອະດີດປະ ທານຄະນະສະມາຊິກສະພາແຫ່ງ ຊາດ ປະຈໍາເຂດເລືອກຕັ້ງທີ 16, ອະດີດປະທານສະພາປະຊາຊົນ ແຂວງ ເຊກອງ ຊຸດທີ III ທີ່ໄດ້ ຍົກໃຫ້ເຫັນຄວາມເປັນມາ ແລະ ຄວາມໝາຍສໍາຄັນ ຂອງລັດຖະ ທໍາມະນູນ ແຫ່ງ ສປປ ລາວ ຊຶ່ງ ລັດຖະທໍາມະນູນ ແຫ່ງ ສປປ ລາວ s];'rt[k' dP,7;k,rh v,Iv[fh ko .odkow0lq dIPo.\j 2026-2027 ຂປລ. ແຫລ່ງຂ່າວຈາກ ແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ຄະນະ ນຳພະແນກສຶກສາທິການ ແລະ ກິລາ ແຂວງຫລວງພະບາງ ຂຸ້ນ ຂ້ຽວກະກຽມຄວາມພ້ອມຮອບດ້ານ ເພື່ອເຮັດໃຫ້ການໄຂສົກຮຽນໃໝ່ 2026-2027 ໃນວັນທີ 1 ກັນຍາ 2026 ເປັນໄປຢ່າງຮຽບຮ້ອຍ ແລະ ມີບັນຍາກາດຄຶກຄື້ນ ເປັນຕົ້ນ ກະກຽມຈັດພິທີໄຂສົກຮຽນໃໝ່ ໃຫ້ ເປັນເອກະພາບໃນທົ່ວແຂວງ, ປຸກ ລະດົມພໍ່ແມ່-ຜູ້ປົກຄອງ ໃຫ້ສົ່ງລູກ ຫລານເຂົ້າຮຽນ ແລະ ຮຽນໃຫ້ຈົບ. ແມ່ນແນວທາງປ່ຽນແປງໃໝ່ຮອບ ດ້ານ ມີຫລັກການຂອງພັກ ທີ່ໄດ້ ຖືກຫັນມາເປັນກົດໝາຍພື້ນຖານ ຂອງລັດ ຊຶ່ງເປັນເຄື່ອງມືພື້ນຖານ ໃນການຄຸ້ມຄອງລັດ, ຄຸ້ມຄອງ ເສດຖະກິດ-ສັງຄົມ ແນໃສ່ເຮັດໃຫ້ ປະເທດຊາດ ມີສະຖຽນລະພາບ ທາງດ້ານການເມືອງຢ່າງໝັ້ນທ່ຽງ, ສັງຄົມມີຄວາມສະຫງົບ ແລະ ມີ ຄວາມເປັນລະບຽບຮຽບຮ້ອຍ, ທັງເປັນພື້ນຖານ ໃຫ້ແກ່ການພັດທະ ນາກົດໝາຍຂອງປະເທດ ໃຫ້ເປັນ ລະບົບຄົບຊຸດ ແລະ ເຂັ້ມແຂງ ຂຶ້ນເທື່ອລະກ້າວ, ຮັບປະກັນໃຫ້ ແກ່ການປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ. ລັດຖະ ທຳມະນູນ ສະບັບທຳອິດ ແຫ່ງ ສປປ ລາວ ຖືກຮັບຮອງ ໃນວັນທີ 14 ສິງຫາ 1991 ແລະ ປະກາດນຳ ໃຊ້ຢ່າງເປັນທາງການ ໃນວັນທີ 15 ສິງຫາ 1991 ເປັນເຫດການ ການ ເມືອງທີ່ສຳຄັນຂອງຊາດ ທັງເປັນ ຂີດໝາຍອັນໃໝ່ ແຫ່ງການຫັນໄປ ສູ່ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ດ້ວຍກົດໝາຍ ແລະ ສ້າງລັດແຫ່ງ ກົດໝາຍ, ສ່ອງແສງໃຫ້ເຫັນເຖິງ ລັກສະນະທາດແທ້ ແລະ ການເຕີບ ໃຫຍ່ຂະຫຍາຍຕົວ ຂອງລະບອບ ປະຊາທິປະໄຕ ປະຊາຊົນລາວ ພາຍໃຕ້ການນຳພາອັນຖືກຕ້ອງ ຂອງພັກປະຊາຊົນປະຕິວັດລາວ ທັງ ເປັນການຢັ້ງຢືນຕໍ່ໂລກ ກ່ຽວກັບ ຄວາມເປັນເອກະລາດ ແລະ ຜືນ ແຜ່ນດິນອັນຄົບຖ້ວນຂອງ ສປປ ລາວ. ໃນພິທີ ຍັງໄດ້ຕີລາຄາການ ຈັດຕັ້ງປະຕິບັດລັດຖະທໍາມະນູນ, ກົດໝາຍ ແລະ ຜົນສໍາເລັດການ ຈັດຕັ້ງປະຕິບັດວຽກງານ ຂອງ ສະພາປະຊາຊົນແຂວງເຊກອງ ໃນ ໄລຍະຜ່ານມາຕື່ມອີກ. ຂ່າວ: ພຸດທະສອນ h ວຽກງານຕິດຕາມ, ກວດກາໂຄງ ການລົງທຶນຂອງລັດເລີ່ມແຕ່ຫົວທີ, ຄວາມຮູ້ພື້ນຖານກ່ຽວກັບການ ສະກັດກັ້ນ ແລະ ຕ້ານການສໍ້ລາດ ບັງຫລວງ, ວຽກງານຄົ້ນຄວ້າແກ້ ໄຂຄໍາຮ້ອງທຸກ. ໃນໂອກາດນີ້, ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ເນັ້ນໜັກເຖິງຄວາມ ສຳຄັນຂອງການຝຶກອົບຮົມໃນຄັ້ງນີ້ ເພື່ອໃຫ້ການປະຕິບັດຕາມທິດທາງ ຂອງພັກ ແລະ ລັດຖະບານໃນ ການສືບຕໍ່ເສີມສ້າງ ແລະ ພັດທະ ນາຂີດຄວາມສາມາດຂອງພະນັກ ງານ-ນັກຮົບກວດກາໃນທົ່ວແຂວງ ໃຫ້ກ້າວທັນກັບສະພາບການພັດ ທະນາຂອງສັງຄົມ, ພ້ອມທັງເນັ້ນ ໃຫ້ບັນດາຜູ້ເຂົ້າຮ່ວມຝຶກອົບຮົມ ຈົ່ງຕັ້ງໃຈຮ່ຳຮຽນ, ເຊື່ອມຊຶມເອົາ ຄວາມຮູ້ ແລະ ປະສົບການທີ່ໄດ້ຮັບ ໄປໝູນໃຊ້ໃນການປະຕິບັດໜ້າທີ່ ວຽກງານກວດກາ ຢູ່ທ້ອງຖິ່ນຂອງ ຕົນ ໃຫ້ມີປະສິດທິພາບຢ່າງແທ້ ຈິງ ເພື່ອປະກອບສ່ວນສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ, ການລະເມີດລະບຽບກົດໝາຍ ໃນ ຂອບເຂດທົ່ວແຂວງສະຫວັນນະ ເຂດ ໃຫ້ຫລຸດລົງ ແລະ ໝົດໄປໃນ ອະນາຄົດ. ພ້ອມກັນນັ້ນ, ໄດ້ເນັ້ນໃຫ້ແຕ່ລະ ໂຮງຮຽນກະກຽມຮັບນັກຮຽນ ເຂົ້າ ຮຽນຕາມປະຕິທິນການສຶກສາ, ຈັດສັນນັກຮຽນ ແລະ ຄູສອນໃຫ້ ເໝາະສົມ, ຈັດຕາຕະລາງສອນ ຕາມຫລັກສູດ, ກະກຽມອຸປະກອນ ການຮຽນ-ການສອນ ແລະ ວາງ ແຜນການນິເທດ ພາຍໃນໂຮງຮຽນ. ທ່ານ ບຸນເສັງ ພິລາວັນ ຮອງ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຫລວງພະບາງ ໃຫ້ ສຳພາດຕໍ່ສື່ມວນຊົນແຂວງ ໃນ ວັນທີ 19 ສິງຫາ 2026 ນີ້ວ່າ: ໃນສົກຮຽນໃໝ່ນີ້ ເປັນປີເລີ່ມຕົ້ນ ຂອງການປະຕິບັດແຜນພັດທະນາ ການສຶກສາ ແລະ ກິລາ 5 ປີ ຄັ້ງ ທີ X (2026-2030) ໂດຍເນັ້ນ ປັບປຸງຄຸນນະພາບການສຶກສາ, ສືບຕໍ່ຫລັກສູດສາມັນສຶກສາລະບົບ 6+3+3 ແລະ ແກ້ໄຂບັນຫາການ ຂາດແຄນຄູ. ສຳລັບການກະກຽມ ໃຫ້ແກ່ການໄຂສົກຮຽນໃໝ່ 2026-2027 ພະແນກສຶກສາ ທິການ ແລະ ກິລາແຂວງ ໄດ້ກຳ ນົດມາດຕະການສຳຄັນ ໃຫ້ບັນດາ ໂຮງຮຽນແຕ່ລະແຫ່ງຕ້ອງຈັດກອງ ປະຊຸມຮ່ວມກັບຄະນະພັດທະນາ ການສຶກສາຂັ້ນບ້ານ, ສະມາຄົມ ພໍ່ແມ່ນັກຮຽນ ເພື່ອປຶກສາຫາລື ວຽກງານການຄຸ້ມຄອງ-ບໍລິຫານ ໂຮງຮຽນ, ປັບປຸງພື້ນຖານໂຄງລ່າງ ໂຮງຮຽນ, ອະນາໄມສິ່ງແວດລ້ອມ ແລະ ສ້າງບັນຍາກາດ ເຮັດໃຫ້ໂຮງ ຮຽນໜ້າຢູ່ແລະໜ້າສຶກສາຮໍ່າຮຽນ. ໂອກາດນີ້, ທ່ານ ບຸນເສັງ ພິລາວັນ ຍັງໄດ້ຮຽກຮ້ອງໃຫ້ພໍ່ແມ່ຜູ້ປົກຄອງ ເອົາໃຈໃສ່ສົ່ງເສີມ ແລະ ສະໜັບ ສະໜູນລູກຫລານ ໃຫ້ໄດ້ເຂົ້າຮຽນ ຢ່າງເຕັມທີ່ ເພື່ອຮ່ວມກັນສ້າງຄົນ ຮຸ່ນໃໝ່ທີ່ມີຄວາມຮູ້, ຄວາມສາມາດ ແລະ ຄຸນນະທຳ ເພື່ອພັດທະນາປະ ເທດໃຫ້ຈະເລີນກ້າວໜ້າ. ຂ່າວ-ພາບ: ດາວອນ ມະນີວັນ g,n v'c[' wfh Ia [zq odtmq [9kdwrry [a foE4h ;,glpskps]kplq ,7;o ຂປລ. ແຫລ່ງຂ່າວຈາກແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ໃນລະຫວ່າງ ວັນທີ 18-19 ສິງຫາ 2026 ນີ້, ເນື່ອງຈາກຝົນຕົກຕິດຕໍ່ກັນຫລາຍ ຊົ່ວໂມງ ເຮັດໃຫ້ປະລິມານນໍ້າຫລາຍ ສາຍທີ່ເປັນສາຂາຂອງນໍ້າແບງ ມີ ປະລິມານເພີ່ມຂຶ້ນຢ່າງໄວວາເຊັ່ນ: ນໍ້າຫ້ວຍເງືອກ, ຫ້ວຍກະແລະ, ຫ້ວຍໂຈກ ແລະ ນໍ້າຫ້ວຍກອນ ຊຶ່ງໄດ້ສ້າງຜົນກະທົບໂດຍກົງຕໍ່ ເຮືອນຊານບ້ານຊ່ອງ, ພື້ນຖານໂຄງ ລ່າງ, ໄຟຟ້າ, ນໍ້າປະປາ, ໂຮງໝໍ, ສະໂມສອນບ້ານ, ໄຮ່ນາຮົ້ວສວນ ແລະ ການດຳລົງຊີວິດຂອງປະຊາ ຊົນ 3 ບ້ານຄື: ບ້ານຫ້ວຍລາ, ບ້ານ ທ່າກາດ ແລະ ບ້ານກອນຄຳ ຊຶ່ງ ເປັນບ້ານທີ່ຂຶ້ນກັບເທສະບານ ເມືອງ ແບງ ເສຍຫາຍຫລາຍສົມຄວນ. ເຫດການນໍ້າຖ້ວມໃນຄັ້ງນີ້, ໄດ້ສ້າງຄວາມເສຍຫາຍຫລາຍ ສົມຄວນ ເປັນຕົ້ນ ໂຮງໝໍຂອງເມືອງ ມີປະລິມານນໍ້າຖ້ວມຂຶ້ນສູງເຮັດ ໃຫ້ພາຫະນະຮັບໃຊ້ເປ່ເພ, ເຄື່ອງ ມືທາງການແພດ, ອຸປະກອນທາງ ການແພດ, ສະຖານທີ່ເຮັດວຽກ ຂອງແພດໝໍ, ຫ້ອງນອນຄົນເຈັບ, ຕູ້ບັນຈຸຢາ, ເອກະສານທາງການ ແລະ ເຄື່ອງໃຊ້ຫລາຍລາຍການ ໄດ້ ຮັບຄວາມເສຍຫາຍຢ່າງໜັກໜ່ວງ. ນອກຈາກນີ້,ເຮືອນຊານບ້ານຊ່ອງ ຂອງປະຊາຊົນ, ສະໂມສອນຂອງ ບ້ານ, ເລົ້າເຂົ້າ, ພາຫະນະລົດໃຫຍ່, ລົດຈັກ, ຮ້ານຂາຍເຄື່ອງ, ອຸປະກອນ ກົນຈັກ, ເຄື່ອງນຸ່ງຫົ່ມ ແລະ ເຄື່ອງ ອຸປະໂພກ-ບໍລິໂພກພາຍໃນຄອບຄົວ ໄດ້ຮັບຄວາມເສຍຫາຍຫລາຍ ສົມຄວນ. ຕໍ່ກັບເຫດການດັ່ງກ່າວ, ທ່ານ ຄຳພອນ ພິມມະລາດ ເລຂາຄະນະ ບໍລິຫານງານພັກເມືອງແບງ ພ້ອມ ດ້ວຍການນຳຂອງເມືອງ ກໍຄືຄະນະ ກຳມະການຄຸ້ມຄອງໄພພິບັດຂັ້ນ ເມືອງ ແລະ ສອງກຳລັງປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ, ບັນດາຂະແໜງການອ້ອມຂ້າງ ເມືອງ ໄດ້ພ້ອມກັນລົງຊ່ວຍເຫລືອ ເບື້ອງຕົ້ນ ໃນການແກ້ໄຂສຸກເສີນ ເປັນຕົ້ນ ອະນາໄມຂີ້ເຫຍື້ອ, ມ້ຽນມັດ ເຄື່ອງຂອງພາຍໃນເຮືອນປະຊາຊົນ, ອະນາໄມໂຮງໝໍ, ເອົາຂີ້ຕົມອອກ ຈາກເຮືອນ ແລະ ອື່ນໆ. ນອກຈາກ ນີ້, ບັນດາລັດວິສາຫະກິດເຊັ່ນ: ສູນ ບໍລິການໄຟຟ້າ ແລະ ນໍ້າປະປາ ກໍໄດ້ພ້ອມກັນເລັ່ງແກ້ໄຂຢ່າງຮີບ ດ່ວນ ເປັນຕົ້ນການແກ້ໄຂສາຍໄຟ ຟ້າຂາດ, ທໍ່ນໍ້າປະປາຖືກນໍ້າໄຫລຊຸ ຫລາຍຈຸດ. ສຳລັບການເສຍຫາຍຈາກ ໄພພິບັດທາງທຳມະຊາດ ໃນຄັ້ງນີ້ ຍັງບໍ່ສາມາດເກັບກຳຂໍ້ມູນການ ເສຍຫາຍຕົວຈິງໄດ້ຢ່າງຊັດເຈນ ພາຍຫລັງສຳເລັດການແກ້ໄຂ ສຸກເສີນໃນເບື້ອງຕົ້ນ ຄະນະຄຸ້ມຄອງ ໄພພິບັດຂັ້ນເມືອງ ຈະໄດ້ລົງເກັບກຳ ຂໍ້ມູນຜົນເສຍຫາຍຕົວຈິງ ເພື່ອໃຫ້ ການຊ່ວຍເຫລືອແກ່ປະຊາຊົນທັງ 3 ບ້ານຕາມຄວາມເໝາະສົມ.
RkJQdWJsaXNoZXIy MTc3MTYxMQ==