7347

37'dkoglu ,dko0q olqj 'mk']q fw2 ]k;{9u o leg]a fdko4vdglq k 0q ;okg8u p glq kmevy f 21/08/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ແສງສະຫວັນັນ Ij ;,da oxh v'da ow0h p5 ']kp fh ;ps]a ddko 5 x 3vdkf c]t zq oxt3spf0v' lxx ]k; 9kddkog0Q kgxa olt,k-y dvk-Po ຂປລ. ການເຂົ້າເປັນສະມາຊິກ ສະມາຄົມປະຊາຊາດແຫ່ງ ອາຊີ ຕາເວັນອອກສ່ຽງໃຕ້ (ອາຊຽນ) ຂອງ ສປປ ລາວ ໃນວັນທີ 23 ກໍລະກົດ 1997 ຖືເປັນບາດກ້າວ ໃນການພັດທະນາເສດຖະກິດທີ່ສຳ ຄັນ. ການຕັດສິນໃຈໃນຄັ້ງນັ້ນໄດ້ ເປີດປະຕູໃຫ້ ສປປ ລາວ ເຂົ້າສູ່ເວ ທີພາກພື້ນ ແລະ ສາກົນ, ພ້ອມທັງ ສ້າງໂອກາດຢ່າງມະຫາສານ ໃນ ຫລາຍດ້ານ. ສຳລັບໂອກາດດ້ານເສດຖະກິດ ແລະ ການຄ້າ ການເຂົ້າສູ່ຕະຫລາດ ທີ່ໃຫຍ່ຂຶ້ນ: ການເປັນສ່ວນໜຶ່ງ ຂອງປະຊາຄົມເສດຖະກິດອາຊຽນ (AEC) ເຮັດໃຫ້ລາວສາມາດ ເຂົ້າເຖິງຕະຫລາດທີ່ມີປະຊາກອນ ຫລາຍກວ່າ 660 ລ້ານຄົນ ໂດຍ ໄດ້ຮັບຜົນປະໂຫຍດ ຈາກການ ຫລຸດຜ່ອນ ແລະ ຍົກເວັ້ນພາສີການ ຄ້າລະຫວ່າງປະເທດສະມາຊິກ. ການດຶງດູດການລົງທຶນ ຈາກຕ່າງ ປະເທດ: ຖານະສະມາຊິກອາຊຽນ ສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກ ລົງທຶນຕ່າງຊາດ, ໂດຍສະເພາະໃນ ຂະແໜງພະລັງງານໄຟຟ້າ, ກະສິ ກຳ, ແລະ ການບໍລິການ. ການປ່ຽນ ແປງຂໍ້ຈຳກັດດ້ານພູມສາດ: ອາ ຊຽນ ໄດ້ຊ່ວຍຊຸກຍູ້ຍຸດທະສາດ ຂອງ ສປປ ລາວ ໃນການປ່ຽນແປງ ຕົນເອງຈາກປະເທດທີ່ “ບໍ່ມີທາງ ອອກສູ່ທະເລ” ໃຫ້ກາຍເປັນ “ປະ ເທດ ເຊື່ອມໂຍງ-ເຊື່ອມຈອດ” ຜ່ານ ໂຄງລ່າງພື້ນຖານ ແລະ ເສັ້ນ ທາງ ຄົມມະນາຄົມຂອງພາກພື້ນ. ໂອກາດດ້ານການເມືອງ, ການ ຕ່າງປະເທດ ແລະ ຄວາມໝັ້ນຄົງ ການຍົກລະດັບບົດບາດໃນເວທີສາ ກົນ: ການເປັນສະມາຊິກອາຊຽນ ເຮັດໃຫ້ ສປປ ລາວມີສຽງ ແລະ ມີ ສ່ວນຮ່ວມໃນການກຳນົດທິດທາງ ຄວາມໝັ້ນຄົງ ແລະ ເສດຖະກິດ ຂອງພາກພື້ນ, ພ້ອມທັງໄດ້ຮັບ ກຽດເປັນປະທານອາຊຽນ (ໃນປີ 2004, 2016, ແລະ 2024). ຄວາມສະຖຽນລະພາບດ້ານຄວາມ ໝັ້ນຄົງ: ນະໂຍບາຍການຕ່າງປະ ເທດຂອງອາຊຽນທີ່ເນັ້ນໃສ່ການ ເຈລະຈາ, ຄວາມຮ່ວມມື ແລະ ການ ບໍ່ແຊກແຊງກິດຈະການພາຍໃນ ໄດ້ຊ່ວຍຮັກສາສະພາບແວດລ້ອມ ທີ່ເອື້ອອຳນວຍຕໍ່ການພັດທະນາ ປະເທດ. ໂອກາດດ້ານການພັດທະນາ ຊັບພະຍາກອນມະນຸດ ແລະ ການ ທ່ອງທ່ຽວ ແລະ ການພັດທະນາຝີມື ແຮງງານ: ຜ່ານກອບຄວາມຮ່ວມມື ອາຊຽນ, ສປປ ລາວ ໄດ້ຮັບການ ຊ່ວຍເຫລືອດ້ານເຕັກນິກ, ການສຶກ ສາ ແລະ ການຝຶກອົບຮົມ, ພ້ອມ ທັງໂອກາດໃນການຍົກລະດັບຝີມື ແຮງງານໃຫ້ໄດ້ມາດຕະຖານພາກ ພື້ນ. ການສົ່ງເສີມການທ່ອງທ່ຽວ: ການຍົກເວັ້ນວີຊາລະຫວ່າງປະ ເທດສະມາຊິກ ແລະ ການໂຄສະນາ ການທ່ອງທ່ຽວອາຊຽນຮ່ວມກັນ ໄດ້ດຶງດູດນັກທ່ອງທ່ຽວເຂົ້າສູ່ ສປປ ລາວ ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ເຖິງວ່າຈະມີໂອກາດຢ່າງມະ ຫາສານ, ແຕ່ການກອບໂກຍຜົນປະ ໂຫຍດໃຫ້ໄດ້ເຕັມເມັດເຕັມໜ່ວຍ ຍັງຂຶ້ນກັບການຊະນະສິ່ງທ້າທາຍ ພາຍໃນເຊັ່ນ: ການແຂ່ງຂັນຂອງ ພາກທຸລະກິດທີ່ຍັງບໍ່ທັນເຂັ້ມແຂງ, ລະດັບການພັດທະນາຝີມືແຮງ ງານ ແລະ ການສ້າງໂຄງລ່າງພື້ນ ຖານທີ່ຕ້ອງໃຊ້ງົບປະມານສູງ. ແນວ ໃດກໍຕາມ, ການເຂົ້າເປັນສະມາຊິກ ອາຊຽນແມ່ນ “ຂົວຕໍ່” ທີ່ສຳຄັນທີ່ ສຸດຂອງ ສປປ ລາວ ໃນການເຊື່ອມ ໂຍງ ເຂົ້າກັບເສດຖະກິດໂລກ. ຂປລ. ພະຍາດໄຂ້ຍຸງລາຍ ເປັນ ພະຍາດທີ່ແຜ່ລະບາດໄດ້ງ່າຍ ໂດຍ ສະເພາະໃນລະດູຝົນ ເມື່ອມີນ້ຳ ຂັງຕາມພາຊະນະຕ່າງໆ ເຊິ່ງເປັນ ແຫລ່ງແພ່ພັນຂອງຍຸງລາຍ. ດັ່ງນັ້ນ ການປ້ອງກັນຈຶ່ງຕ້ອງເນັ້ນການ ກຳຈັດແຫລ່ງເພາະພັນຍຸງຢ່າງສະ ໝ່ຳສະເໝີ. ພະຍາດໄຂ້ຍຸງລາຍແມ່ນພະຍາດ ຕິດເຊື້ອໄວຣັສເດັງກີ (Dengue) ທີ່ແຜ່ເຊື້ອຜ່ານການກັດຂອງຍຸງ ລາຍທີ່ມີເຊື້ອ. ພະຍາດນີ້ພົບໄດ້ ເລື້ອຍໃນເຂດຮ້ອນ ແລະ ມັກເກີດ ຂຶ້ນຫລາຍາຍໃນລະດູຝົນ. ຜູ້ຕິດ ເຊື້ອຈະມີອາການເບື້ອງຕົ້ນຄື: ໄຂ້ ສູງກະທັນຫັນ, ເຈັບຫົວ, ປວດກ້າມ ຂປລ. ໂຄງການເສີມການຂົນ ສົ່ງທາງລົດໄຟລາວ-ຈີນ ຈັດຕັ້ງ ປະຕິບັດໂດຍບໍລິສັດ CRCC 15 ຝູ່ ຊຶ່ງໂຄງການຄວບຄຸມຫລັກ ແມ່ນ ຂົວນາເຕີຍ ໄດ້ສຳເລັດການຖອກ ຄອນກຣີດເສົາຂົວ ເສົາທຳອິດຢ່າງ ສຳເລັດຜົນ ໃນວັນທີ 19 ສິງຫາ 2026 ຊຶ່ງເປັນສັນຍານວ່າ ການ ກໍ່ສ້າງໂຄງສ້າງພາກລຸ່ມຂອງຂົວ ໃນໂຄງການໄດ້ເລີ່ມຕົ້ນຢ່າງເປັນ ທາງການ. ປັດຈຸບັນ, ປະເທດລາວ ຢູ່ໃນລະ ດູຝົນ, ມີຝົນຕົກໜັກເລື້ອຍໆ ແລະ ນ້ຳຂັງໃນຂຸມຂຸດກໍ່ສ້າງຫລາຍ. ນອກຈາກນັ້ນ, ພື້ນທີ່ກໍ່ສ້າງຕັ້ງຢູ່ໃກ້ ກັບເສັ້ນທາງລົດໄຟເກົ່າທີ່ຍັງເປີດ ໃຫ້ບໍລິການ, ຈຶ່ງມີຄວາມສ່ຽງດ້ານ ຄວາມປອດໄພສູງ ແລະ ມີຄວາມ ຫຍຸ້ງຍາກໃນການຈັດຕັ້ງປະຕິບັດ. ຕໍ່ກັບສິ່ງທ້າທາຍດັ່ງກ່າວ, ທີມ ງານກໍ່ສ້າງໂຄງການໄດ້ວາງແຜນ ຢ່າງລະອຽດ ປັບປຸງແຜນວຽກ ພິເສດສຳລັບການກໍ່ສ້າງໃນລະດູ ຝົນຫລາຍຄັ້ງ ໂດຍເນັ້ນໜັກການ ເພີ່ມມາດຕະການລະບາຍນ້ຳຈາກ ຂຸມ, ຮອງຮັບຄ້ອຍພູ ແລະ ປ້ອງ ກັນການພັງທະລາຍ. ສ່ວນການກໍ່ ສ້າງໃກ້ເສັ້ນທາງລົດໄຟທີ່ເປີດໃຊ້ ງານ, ຫ້ອງໂຄງການໄດ້ປະຕິບັດ ມາດຕະຖານປ້ອງກັນຄວາມປອດ ໄພຢ່າງເຂັ້ມງວດ, ເພີ່ມຄວາມຖີ່ ໃນການຕິດຕາມກວດກາຢູ່ພື້ນທີ່, ຈັດຝຶກອົບຮົມຄວາມປອດໄພ ແລະ ອະທິບາຍເຕັກນິກໃຫ້ພະນັກງານ ທຸກຄົນ, ສ້າງສາຍປ້ອງກັນຄວາມ ປອດໄພ ແລະ ຄຸນນະພາບຢ່າງ ຮອບດ້ານ. ໃນລະຫວ່າງການຖອກຄອນ ກຣີດ, ໂຄງການໄດ້ນຳໃຊ້ຂໍ້ດີຂອງ ການເຮັດວຽກດ້ວຍເຄື່ອງຈັກຂະ ໜາດໃຫຍ່, ນຳໃຊ້ທໍ່ສົ່ງຄອນກຣີດ ເທິງລົດ ເພື່ອສົ່ງຄອນກຣີດໃນລະ ດັບສູງ, ພະນັກງານກໍ່ສ້າງໄດ້ປະ ຕິບັດການຄວບຄຸມຢ່າງຖືກຕ້ອງ ຕາມມາດຕະຖານອອກແບບຢ່າງ ເຂັ້ມງວດ ເພື່ອຮັບປະກັນໃນການ ຕັ້ງຕຳແໜ່ງຂຸມເຈາະ, ການມັດ ເຫລັກເສີມ ແລະ ອັດຕາສ່ວນປະ ສົມຄອນກຣີດ ໄດ້ຮັບການຄວບຄຸມ ຕະຫລອດຂະບວນການ. ພ້ອມກັນ ນີ້, ຜູ້ຈັດການໂຄງການໄດ້ຕິດຕາມ ແລະ ການປະສານງານກັບຜູ້ປະຕິ ບັດງານຢູ່ພື້ນທີ່ຢ່າງມີປະສິດທິ ພາບ, ຮັບປະກັນໃຫ້ການຖອກເສົາ ຂົວເສົາທຳອິດມີຄວາມປອດໄພ ແລະ ມີປະສິດທິພາບສູງ. ໃນຂັ້ນຕອນຕໍ່ໄປ, ໂຄງການ ເສີມການຂົນສົ່ງທາງລົດໄຟລາວ- ຈີນ ຂອງບໍລິສັດ CRCC 15 ຝູ່ ຈະສືບຕໍ່ຈັດຕັ້ງປະຕິບັດການປ້ອງ ກັນນ້ຳຖ້ວມ, ການຄວບຄຸມຄວາມ ປອດໄພ ແລະ ຄຸນນະພາບຢ່າງດີ, ຊຸກຍູ້ການກໍ່ສ້າງເສົາຂົວ, ຄານ ເທິງເສົາຂົວ ແລະ ລະບົບພື້ນຂົວ, ເລັ່ງລັດການກໍ່ສ້າງໂຄງການຢ່າງ ເຕັມທີ່, ປະກອບສ່ວນຢ່າງໝັ້ນຄົງ ເພື່ອປັບປຸງຄວາມສາມາດການ ຂົນສົ່ງຜ່ານລົດໄຟຂອງປະເທດ ລາວ ແລະ ເພີ່ມຄວາມເຊື່ອມຕໍ່ລະ ຫວ່າງ ລາວ-ຈີນ. ຊີ້ນ ແລະ ຂໍ້, ປວດກະບອກຕາ, ຄື່ນ ໄສ້ ຫລື ອາຈຽນ ແລະ ບາງຄົນ ອາດມີຜື່ນ. ດັ່ງນັ້ນ ເພື່ອກຳຈັດແຫລ່ງແພ່ ພັນຂອງຍຸງລາຍ ເຮົາທຸກຄົນຄວນ ຮ່ວມໃຈກັນປະຕິບັດຫລັກການ 5 ປ ເປັນວິທີການງ່າຍໆທີ່ປະຊາຊົນສາ ມາດນຳໄປປະຕິບັດໃນຄອບຄົວ ແລະ ຊຸມຊົນ ໂດຍການປິດ, ປ່ຽນ, ປ່ອຍ, ປັບປຸງ ແລະ ປະຕິບັດ. ການ ປິດ ແມ່ນປິດຝາພາຊະນະເກັບນ້ຳ; ການປ່ຽນແມ່ນປ່ຽນນ້ຳ ແລະ ລ້າງ ພາຊະນະເປັນປະຈຳ; ການປ່ອຍ ແມ່ນປ່ອຍປາກິນລູກໜອນນ້ຳໃນ ແຫລ່ງນ້ຳທີ່ເໝາະສົມ; ການປັບປຸງ ແມ່ນຈັດສະພາບແວດລ້ອມ ກຳຈັດ ຂີ້ເຫຍື້ອ ແລະ ຈຸດທີ່ມີນ້ຳຂັງ ແລະ ການປະຕິບັດ ແມ່ນເຮັດເປັນປະ ຈຳທຸກໆອາທິດຢ່າງຕໍ່ເນື່ອງ ບໍ່ໃຫ້ ມີແຫລ່ງແພ່ພັນຍຸງລາຍ. ນອກຈາກນັ້ນ ປະຊາຊົນຄວນ ນອນໃນມຸ້ງ ແລະ ໃຊ້ຢາທາກັນຍຸງ ຕາມຄຳແນະນຳ. ຫາກມີອາການ ໄຂ້ສູງ, ເຈັບຫົວ, ປວດກ້າມຊີ້ນ ຫລື ມີອາການສົງໄສວ່າເປັນໄຂ້ຍຸງ ລາຍ ຄວນໄປຫາທ່ານໝໍໂດຍໄວ. ການປ້ອງກັນໄຂ້ຍຸງລາຍບໍ່ ແມ່ນໜ້າທີ່ຂອງຄົນໃດຄົນໜຶ່ງ ແຕ່ ເປັນໜ້າທີ່ຮ່ວມກັນຂອງທຸກຄອບ ຄົວ ແລະ ຊຸມຊົນ. ຖ້າທຸກຄົນຮ່ວມ ມືກັນກຳຈັດນ້ຳຂັງ ແລະ ປະຕິບັດ ຫລັກການ 5 ປ ຢ່າງສະໝ່ຳສະເໝີ ຈະຊ່ວຍຫລຸດແຫລ່ງແພ່ພັນຍຸງ ລາຍ ແລະ ຫລຸດຄວາມສ່ຽງຕໍ່ການ ແພ່ລະບາດຂອງໄຂ້ຍຸງລາຍໄດ້. ພາບປະກອບ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==