xtgmf]k; 6 18/08/2026 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ເຂົ້າາ້ຈານນ້ຳົ້ຳ ;a fmtotme Ikd4kole7a o0v'-kf dko75 h ,7v'7;k,xtrn f0v'gfa d dko]h P''q ;.sh wfh Ia [zq ofu 8h v',u dko75h ,7v'muj fu -u ;y f{;a fmtotme u y a ໂດຍ: ແສງສະຫວັນັນ ຂປລ. ວັດທະນະທຳ ແມ່ນມໍລະ ດົກອັນລ້ຳຄ່າຂອງຊາດ ເປັນຜົນ ງານທີ່ມະນຸດໄດ້ສ້າງສັນ, ສະສົມ ແລະ ສືບທອດມາຈາກຮຸ່ນໜຶ່ງໄປ ສູ່ອີກຮຸ່ນໜຶ່ງ ຕາມຂະບວນວິວັດ ທາງປະຫວັດສາດ. ວັດທະນະທຳ ບໍ່ໄດ້ໝາຍເຖິງພຽງແຕ່ສິລະປະ ຫລື ປະເພນີເທົ່ານັ້ນ ແຕ່ຍັງລວມ ເຖິງວິຖີຊີວິດ, ພາສາ, ຄວາມຄິດ, ຄວາມເຊື່ອ, ຄຸນນະທຳ, ຈັນຍາບັນ ແລະ ພູມປັນຍາຂອງປະຊາຊົນ. ແນວໃດກໍດີ, ວັດທະນະທຳ ໝາຍເຖິງຄວາມຈະເລີນງອກງາມ, ຄວາມດີ, ຄວາມງາມ ແລະ ຄຸນນະ ທຳ. ສິ່ງເຫລົ່ານີ້ສະທ້ອນອອກຜ່ານ ຜົນງານທັງດ້ານວັດຖຸ ແລະ ດ້ານ ຈິດໃຈ ທີ່ສັງຄົມໄດ້ສ້າງສັນ ແລະ ສະສົມໄວ້. ດັ່ງນັ້ນ, ວັດທະນະທຳ ຈຶ່ງເປັນຕົວສະທ້ອນເຖິງຕົວຕົນ, ເອກະລັກ ແລະ ຮາກເຫງົ້າຂອງ ແຕ່ລະຊາດ. ວັດທະນະທຳສາມາດ ແບ່ງອອກເປັນ 2 ດ້ານຕົ້ນຕໍ ຄື: ວັດທະນະທຳດ້ານວັດຖຸ ແລະ ວັດ ທະນະທຳດ້ານຈິດໃຈ. ວັດທະນະທຳດ້ານວັດຖຸ ແມ່ນ ສິ່ງທີ່ສາມາດເບິ່ງເຫັນ ແລະ ຈັບ ບາຍໄດ້ ເຊັ່ນ: ສິ່ງປຸກສ້າງ, ວັດວາ ອາຮາມ, ປະຕິມາກຳ, ເຄື່ອງນຸ່ງ, ເຄື່ອງໃຊ້, ເຄື່ອງມືການຜະລິດ ແລະ ວັດຖຸບູຮານ. ສ່ວນວັດທະນະທຳ ດ້ານຈິດໃຈ ແມ່ນສິ່ງທີ່ສະແດງອອກ ທາງຄວາມຄິດແລະຈິດສຳນຶກເຊັ່ນ: ພາສາ, ຮີດຄອງປະເພນີ, ຄວາມ ເຊື່ອ, ຄຸນນະທຳ, ຈັນຍາບັນ, ມາ ລະຍາດ, ວັນນະຄະດີ, ດົນຕີ ແລະ ສິລະປະຕ່າງໆ. ນອກນີ້ວັດທະນະ ທຳຊ່ວຍຫລໍ່ຫລອມຄົນໃຫ້ມີຄຸນ ນະທຳ, ມີຈັນຍາບັນ, ຮູ້ເຄົາລົບສິດ ແລະ ໜ້າທີ່, ຮູ້ຮັກແພງ ແລະ ສາມັກ ຄີກັນ. ພ້ອມທັງເປັນພະລັງສຳຄັນ ໃນການສ້າງສັງຄົມໃຫ້ມີລະບຽບ, ສະຫງົບສຸກ ແລະ ມີຄວາມຈະເລີນ ກ້າວໜ້າ. ໃນສະພາບສັງຄົມປັດຈຸບັນການ ຮັກສາ ແລະ ສືບສານວັດທະນະທຳ ມີຄວາມຈຳເປັນຫລາຍຍິ່ງຂຶ້ນ. ການຮັບເອົາຄວາມຮູ້ ແລະ ວັດທະ ນະທຳໃໝ່ຄວນດຳເນີນຄວບຄູ່ກັບ ການອະນຸລັກຄຸນຄ່າອັນດີງາມ ຂອງຊາດ. ໂດຍສະເພາະຄົນຮຸ່ນ ໃໝ່ຄວນຮຽນຮູ້, ເຂົ້າໃຈ ແລະ ພາກ ພູມໃຈໃນຮາກເຫງົ້າຂອງຕົນ ພ້ອມ ທັງນຳເອົາຄຸນຄ່າວັດທະນະທຳມາ ປະຍຸກໃຊ້ໃຫ້ເໝາະສົມກັບຍຸກສະ ໄໝ. ການອະນຸລັກ ແລະ ສືບສານ ວັດທະນະທຳ ຈຶ່ງບໍ່ແມ່ນພຽງການ ຮັກສາມໍລະດົກຈາກອະດີດ ແຕ່ເປັນ ການສ້າງພື້ນຖານໃຫ້ແກ່ອະນາ ຄົດ. ທຸກຄົນຈຶ່ງຄວນຮ່ວມກັນຮັກ ສາ, ສືບສານ ແລະ ພັດທະນາວັດ ທະນະທຳອັນດີງາມ ໃຫ້ຄົງຄຸນຄ່າ ແລະ ສາມາດສືບຕໍ່ໃຫ້ຄົນຮຸ່ນຕໍ່ໄປ. ການອະນຸລັກວັດທະນະທຳບໍ່ ແມ່ນພາລະກິດຂອງລັດພຽງຝ່າຍ ດຽວ ແຕ່ເປັນໜ້າທີ່ຮ່ວມຂອງ ຄອບຄົວ, ຊຸມຊົນ, ໂຮງຮຽນ, ສື່ ມວນຊົນ, ອົງການສັງຄົມ ແລະ ປະຊາຊົນລາວທຸກຄົນ, ແຕ່ລະຄົນ ສາມາດມີສ່ວນຮ່ວມຜ່ານການໃຊ້ ພາສາລາວຢ່າງຖືກຕ້ອງ, ຮັກສາ ຮີດຄອງປະເພນີ, ຖ່າຍທອດພູມ ປັນຍາ ແລະ ສົ່ງຕໍ່ຄຸນຄ່າອັນດີງາມ ໃຫ້ແກ່ຄົນຮຸ່ນຫລັງ. ການຮັກສາ ວັດທະນະທຳ ຈຶ່ງບໍ່ແມ່ນພຽງການ ຮັກສາສິ່ງຂອງ ຫລື ປະເພນີຈາກ ອະດີດ ແຕ່ແມ່ນການຮັກສາຈິດ ໃຈ, ເອກະລັກ ແລະ ຄຸນຄ່າຂອງ ຊາດ. ການສືບສານຢ່າງສ້າງສັນ ຄຽງຄູ່ກັບການຮັບເອົາສິ່ງໃໝ່ ຢ່າງມີວິຈາລະນາຍານຈະຊ່ວຍໃຫ້ ວັດທະນະທຳສາມາດດຳລົງຢູ່ໄດ້ ຢ່າງໝັ້ນຄົງ ແລະ ເຕີບໃຫຍ່ໄປ ພ້ອມກັບສັງຄົມ. ດັ່ງນັ້ນ, ວັດທະນະ ທຳ ຈຶ່ງເປັນຮາກຖານຂອງຊາດ, ພະລັງສັງຄົມ ແລະ ທຶນສຳຄັນສຳ ລັບການພັດທະນາປະເທດຊາດ. ຂປລ. ການລ້ຽງງົວໃຫ້ໄດ້ຮັບ ຜົນທີ່ດີ ແລະ ມີປະສິດທິພາບສູງ ນັ້ນ ຈຳເປັນຕ້ອງອາໄສທັງຄວາມ ຮູ້ ປະສົບການ ແລະ ການຄຸ້ມຄອງ ທີ່ເປັນລະບົບ. ປັດຈຸບັນ ມີຫລາຍ ຄອບຄົວປະສົບຜົນສຳເລັດໃນການ ລ້ຽງງົວເປັນສິນຄ້າ ສາມາດສ້າງ ລາຍຮັບແລະຍົກລະດັບຄຸນນະພາບ ຊີວິດໄດ້. ແຕ່ໃນຂະນະດຽວກັນ, ຍັງມີອີກຫລາຍຄອບຄົວທີ່ຍັງຂາດ ປະສົບການ ແລະ ກຳລັງສຶກສາ ຮຽນຮູ້ວິທີການລ້ຽງໃຫ້ຖືກຫລັກ ວິຊາການ. ດັ່ງນັ້ນ, ມື້ນີ້ ຂໍພາທ່ານ ຜູ້ອ່ານໄປຮູ້ກ່ຽວກັບເຕັກນິກການ ລ້ຽງງົວແບບຄົບວົງຈອນ ເພື່ອໃຫ້ ງົວໃຫຍ່ໄວ, ມີສຸຂະພາບດີ ແລະ ສ້າງກຳໄລໃຫ້ຜູ້ລ້ຽງ. ການຄັດເລືອກສາຍພັນງົວເປັນ ຂັ້ນຕອນທຳອິດທີ່ສຳຄັນ. ງົວພັນ ພື້ນເມືອງມີຄວາມທົນທານຕໍ່ສະ ພາບອາກາດ ແລະ ພະຍາດ, ລ້ຽງ ງ່າຍ ແຕ່ເຕີບໃຫຍ່ຊ້າ ເໝາະສຳລັບ ຂປລ. ເດັກໃນມື້ນີ້ ຄືຜູ້ໃຫຍ່ ໃນມື້ອື່ນ ການເຕີບໃຫຍ່ຂະຫຍາຍ ຕົວຂອງເດັກບໍ່ພຽງແຕ່ຕ້ອງການ ອາຫານ, ທີ່ຢູ່ອາໄສ ແລະ ການ ສຶກສາທາງດ້ານວິຊາການເທົ່ານັ້ນ ແຕ່ຍັງຮຽກຮ້ອງໃຫ້ມີການສຶກສາ ອົບຮົມດ້ານຈັນຍາບັນ, ຄຸນສົມບັດ ແລະ ການຄຸ້ມຄອງຄວາມປະພຶດ ທີ່ ຖືກຕ້ອງແທດເໝາະກັບຍຸກສະໄໝ. ການຄຸ້ມຄອງຄວາມປະພຶດຂອງ ເດັກ ເປັນຂະບວນການທີ່ສຳຄັນໃນ ການຊີ້ນຳ, ຫລໍ່ຫລອມ ແລະ ປັບປຸງ ພຶດຕິກຳຂອງເດັກ ໃຫ້ກາຍເປັນ ຄົນດີ, ມີລະບຽບວິໄນ, ມີຄວາມ ຮັບຜິດຊອບ ແລະ ສາມາດຢູ່ໃນ ສັງຄົມໄດ້ຢ່າງມີຄວາມສຸກ. ການຄຸ້ມຄອງຄວາມປະພຶດ ບໍ່ ແມ່ນການບັງຄັບຂູ່ເດັກ ຫລື ການ ລົງໂທດຢ່າງຮຸນແຮງ ແຕ່ມັນແມ່ນ ວິທີການສ້າງສັນ ທີ່ຊ່ວຍໃຫ້ເດັກ ເຂົ້າໃຈຄວາມແຕກຕ່າງລະຫວ່າງ ຄວາມຜິດ ແລະ ຄວາມຖືກ, ຮູ້ຈັກ ຄວບຄຸມອາລົມ, ຮູ້ຈັກເຄົາລົບກົດ ລະບຽບຂອງຄອບຄົວ, ໂຮງຮຽນ ແລະ ສັງຄົມ ໂດຍຜ່ານການຊີ້ນຳ ດ້ວຍຄວາມຮັກ, ຄວາມເຂົ້າໃຈ ແລະ ຄວາມສະເໝີພາບ. ປັດໄຈ ທີ່ມີຜົນຕໍ່ຄວາມປະພຶດຂອງເດັກ, ການທີ່ເດັກຈະມີຄວາມປະພຶດແນວ ໃດນັ້ນ ແມ່ນຂຶ້ນກັບຫລາຍປັດໄຈ ຮ່ວມກັນ. ໃນນັ້ນ, ສະພາບແວດ ລ້ອມໃນຄອບຄົວ ຖ້າຄອບຄົວມີ ຄວາມອົບອຸ່ນ, ພໍ່ແມ່ໃຫ້ຄວາມຮັກ ແລະ ເປັນແບບຢ່າງທີ່ດີ ເດັກມັກ ຈະມີຄວາມປະພຶດທີ່ດີ; ໃນທາງກົງ ກັນຂ້າມ, ຄວາມຮຸນແຮງໃນຄອບ ຄົວ ຫລື ການຕາມໃຈຈົນເກີນໄປ ມັກຈະສົ່ງຜົນເສຍຕໍ່ພຶດຕິກຳຂອງ ເດັກ; ໂຮງຮຽນ ແລະ ຄູ-ອາຈານ ໂຮງຮຽນແມ່ນບ່ອນຫລໍ່ຫລອມ ທັງຄວາມຮູ້ ແລະ ລະບຽບວິໄນ ການສິດສອນທີ່ເນັ້ນໃສ່ຄຸນສົມບັດ ສຶກສາຊ່ວຍໃຫ້ເດັກມີຄວາມອົດ ທົນ ແລະ ຮູ້ຈັກການຢູ່ຮ່ວມກັນ; ກຸ່ມ ເພື່ອນ ເດັກໃນໄວລຸ້ນ ຫລື ໄວຮຽນ ມັກຈະມີທ່າອ່ຽງຮຽນແບບເພື່ອນ. ດັ່ງນັ້ນ, ການເລືອກຄົບເພື່ອນ ຈຶ່ງມີ ຜົນຫລາຍຕໍ່ຄວາມປະພຶດ; ສື່ສັງຄົມ ອອນລາຍ ແລະ ເຕັກໂນໂລຊີ ການ ຮັບສື່ຕ່າງໆທີ່ບໍ່ຖືກຕ້ອງ ຜ່ານອິນ ເຕີເນັດ ຫລື ວິດີໂອເກມທີ່ຮຸນແຮງ ອາດພາໃຫ້ເດັກມີພຶດຕິກຳຮຸນແຮງ ຫລື ດື້ດ້ານ. ແນວໃດກໍດີ, ວິທີການຄຸ້ມຄອງ ແລະ ສົ່ງເສີມຄວາມປະພຶດທີ່ດີ, ການປັບປຸງ ແລະ ຄຸ້ມຄອງຄວາມ ປະພຶດຂອງເດັກໃຫ້ໄດ້ຜົນດີ ຄວນ ປະຕິບັດຕາມແນວທາງ ໂດຍສະ ເພາະແມ່ນ ສ້າງຄວາມສໍາພັນທີ່ດີ ຕ້ອງສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມໃກ້ຊິດກັບເດັກກ່ອນ ເພື່ອໃຫ້ເດັກເປີດໃຈຮັບຟັງຄຳສັ່ງ ສອນ; ເປັນແບບຢ່າງທີ່ດີ ເດັກຮຽນ ຮູ້ຈາກການກະທຳຫລາຍກວ່າຄຳ ເວົ້າ ຜູ້ໃຫຍ່ຄວນປະພຶດຕົນໃຫ້ເປັນ ຕົວຢ່າງທີ່ດີໃນການເວົ້າການວ່າ, ການຄວບຄຸມອາລົມ ແລະ ການ ປະຕິບັດລະບຽບກົດໝາຍ; ຕັ້ງກົດ ລະບຽບທີ່ຊັດເຈນ ແລະ ເປັນທຳ ຄວນມີຂໍ້ຕົກລົງຮ່ວມກັນໃນຄອບ ຄົວ ຫລື ຫ້ອງຮຽນ ພ້ອມທັງອະທິ ບາຍເຫດຜົນວ່າເປັນຫຍັງຈຶ່ງຕ້ອງ ມີກົດລະບຽບເຫລົ່ານັ້ນ; ໃຫ້ກຳລັງ ໃຈເມື່ອເຮັດດີ ການຍ້ອງຍໍ, ຊົມເຊີຍ ຫລື ໃຫ້ລາງວັນເລັກໆນ້ອຍໆ ເມື່ອ ເດັກເຮັດຄວາມດີ ຊ່ວຍສ້າງແຮງ ຈູງໃຈໃຫ້ເດັກຢາກຮັກສາຄວາມ ປະພຶດທີ່ດີນັ້ນໄວ້; ໃຊ້ວິທີການລົງ ໂທດທີ່ສ້າງສັນ ຫລີກລ່ຽງການໃຊ້ ຄວາມຮຸນແຮງທາງຮ່າງກາຍ ຫລື ວາຈາແຕ່ໃຫ້ໃຊ້ວິທີການເຊັ່ນ: ການ ຕັດສິດ ເພື່ອໃຫ້ເດັກຮັບຜິດຊອບຕໍ່ ການກະທຳຂອງຕົນເອງ. ການອົບຮົມສັ່ງສອນ ແລະ ຄຸ້ມ ຄອງຄວາມປະພຶດຂອງເດັກ ຕ້ອງ ເລີ່ມຕົ້ນຕັ້ງແຕ່ຍັງນ້ອຍ ຍ້ອນວ່າໃນ ໄວເດັກເປັນຊ່ວງເວລາທີ່ສະໝອງ ແລະ ຈິດໃຈກຳລັງພັດທະນາງ່າຍ ຕໍ່ການຮຽນຮູ້ສິ່ງທີ່ດີ ແລະ ປັບປຸງ ແກ້ໄຂໄດ້ງ່າຍກວ່າຕອນທີ່ເຕີບ ໃຫຍ່ເປັນຜູ້ໃຫຍ່ແລ້ວ, ການຄຸ້ມ ຄອງຄວາມປະພຶດຂອງເດັກ ບໍ່ແມ່ນ ໜ້າທີ່ຂອງພໍ່ແມ່ ຫລື ຄູ-ອາຈານ ຝ່າຍໃດຝ່າຍໜຶ່ງເທົ່ານັ້ນ, ແຕ່ເປັນ ຄວາມຮັບຜິດຊອບຮ່ວມກັນຂອງ ສັງຄົມທັງໝົດ. ການໃຫ້ຄວາມຮັກ, ຄວາມເອົາໃຈໃສ່, ການໃຫ້ຄຳແນະ ນຳທີ່ຖືກຕ້ອງ ແລະ ການສ້າງສະ ພາບແວດລ້ອມທີ່ປອດໄພ ຈະເປັນ ບາດກ້າວສຳຄັນໃນການສ້າງເດັກ ໃຫ້ເຕີບໃຫຍ່ກາຍເປັນພົນລະເມືອງ ດີ, ມີຄຸນນະພາບ ແລະ ເປັນກຳລັງ ແຮງອັນສຳຄັນໃນການພັດທະນາ ປະເທດຊາດໃນອະນາຄົດ. ການລ້ຽງແບບປ່ອຍຫລືໃຊ້ເປັນແມ່ ພັນ. ສ່ວນງົວພັນປະສົມ ເຊັ່ນ: ບາ ຣາມັນ, ອັງກັດ ແລະ ເນໂລ ມີການ ເຕີບໃຫຍ່ໄວໃຫ້ຊີ້ນຫລາຍເໝາະສຳ ລັບການລ້ຽງງົວຊີ້ນ ແລະ ງົວຂຸນ. ອາຫານ ແລະ ນ້ຳ ເປັນປັດໄຈ ສຳຄັນ ທີ່ຊ່ວຍໃຫ້ງົວເຕີບໃຫຍ່ໄວ ແລະ ມີນ້ຳໜັກດີ. ອາຫານຫລັກ ຄວນເປັນຫຍ້າ ປະມານ70-80% ເຊັ່ນ: ຫຍ້າເນເປຍ, ຫຍ້າກີນີ, ຫຍ້າ ຣູຊີ, ເຟືອງ ແລະ ພືດຕະກຸນຖົ່ວ. ນອກຈາກນັ້ນຄວນເສີມ ຮຳເຂົ້າ, ກາກຖົ່ວເຫລືອງ, ສາລີບົດ ຫລື ອາ ຫານສຳເລັດຮູບ ສຳລັບງົວຂຸນ. ຄວນໃຫ້ມີເກືອແຮ່ກ້ອນໄວ້ໃຫ້ງົວ ເລຍຕະຫລອດ ແລະ ມີນ້ຳສະອາດ ພຽງພໍ ໂດຍງົວ 1 ໂຕ ຕ້ອງການ ນ້ຳປະມານ 30–50 ລິດ/ມື້. ສ່ວນການສ້າງຄອກ ຄວນຫັນ ຕາມທິດຕາເວັນອອກ-ຕາເວັນຕົກ ເພື່ອໃຫ້ແສງແດດສ່ອງເຖິງ ແລະ ລະບາຍອາກາດໄດ້ດີ. ພື້ນຄອກ ຄວນມີຄວາມຊັນເລັກນ້ອຍ ເພື່ອ ລະບາຍນ້ຳ, ອະນາໄມໄດ້ງ່າຍ ແລະ ແຫ້ງໄວ (ອາດເປັນພື້ນຊີມັງ ຫລື ພື້ນດິນອັດແໜ້ນ). ພື້ນທີ່ສຳລັບ ງົວ 1 ໂຕ ປະມານ 3 - 5 ຕາແມັດ, ພ້ອມທັງອະນາໄມຄອກ ແລະ ຮາງ ອາຫານ/ນ້ຳເປັນປະຈຳ. ການປ້ອງກັນພະຍາດຖືວ່າສຳ ຄັນກວ່າການປິ່ນປົວ. ຜູ້ລ້ຽງຄວນ ສັກວັກຊິນຕາມກຳນົດ ເຊັ່ນ: ພະຍາດ ປາກເປ່ືອຍລົງເລັບປີລະ2 ເທື່ອ, ພະ ຍາດຕຸ່ມຜິວໜັງ ປີລະ 1 ເທື່ອ ແລະ ພະຍາດຄໍບວມປີລະ 1-2 ເທື່ອ. ນອກນັ້ນຄວນຖ່າຍພະຍາດທຸກໆ 3-6 ເດືອນ ພ້ອມທັງກຳຈັດ ເຫັບ, ໝັດ ແລະ ຍຸງ ເພື່ອຫລຸດຄວາມ ສ່ຽງການເກີດພະຍາດ. ສຳລັບການປະສົມພັນຄວນ ຄັດເລືອກແມ່ພັນທີ່ມີໂຄງສ້າງດີ ແລະ ເຕົ້ານົມສົມບູນ. ເມື່ອແມ່ງົວ ສະແດງອາການ, ເມີດອອກທາງ ຊ່ອງຄອດ ໃຫ້ຮີບປະສົມພັນພາຍ ໃນ 12–18 ຊົ່ວ ໂມງ ໂດຍອາດໃຊ້ ວິທີປະສົມພັນຕາມທຳມະຊາດ ຫລື ການປະສົມພັນທຽມ ເພື່ອໃຫ້ໄດ້ ສາຍພັນດີຕາມຄວາມຕ້ອງການ. ໂດຍ: ຢ່າາົ່ຕົ່ງ່ງ ພາບປະກອບ ພາບປະກອບ ພາບປະກອບ ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==