xtgmf]k; 7 18/08/2026 gsfdko{dkora fa mtok 7totoec0;'[= j cdh ; gfu omk'1h P,1k, c]t gIa f;Pd16 j c0;'fPo[Po ຂປລ. ແຫລ່ງຂ່າວຈາກແຂວງບໍ່ ແກ້ວ ໃຫ້ຮູ້ວ່າ: ໃນໂອກາດເດີນທາງ ຢ້ຽມຢາມ ແລະ ເຮັດວຽກ ທີ່ແຂວງ ດຽນບຽນ ສສ ຫວຽດນາມ ໃນ ວັນທີ 16 ສິງຫາ 2026, ທີ່ຫ້ອງ ວ່າການແຂວງດຽນບຽນ ສສ ຫວຽດນາມ, ທ່ານ ແປ້ນຄຳ ບຸດຈັນ ແພງກຳມະການສູນກາງພັກ, ເລຂາ ຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ ບໍ່ແກ້ວ ໄດ້ພົບປະກັບ ທ່ານ ເຈິນ ຕ່ຽນ ຊຸງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າຄະນະຜູ້ແທນສະມາຊິກ ສະພາແຫ່ງຊາດ ແຂວງດຽນບຽນ ພ້ອມດ້ວຍພະແນກການກ່ຽວຂ້ອງ ເຂົ້າຮ່ວມ. ໃນໂອກາດດັ່ງກ່າວ, ສອງຝ່າຍ ໄດ້ແລກປ່ຽນຄໍາຄິດເຫັນຢ່າງກົງໄປ ກົງມາ ແລະ ຕີລາຄາໝາກຜົນຂອງ ການພົວພັນຮ່ວມມື ລະຫວ່າງສອງ ແຂວງ ບໍ່ແກ້ວ-ດຽນບຽນ ໃນ ໄລຍະຜ່ານມາ ໂດຍໄດ້ຕີລາຄາ ສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ລາວ-ຫວຽດນາມ, ຫວຽດນາມ-ລາວ ກໍຄື ບໍ່ແກ້ວ- ດຽນບຽນ ທີ່ສືບຕໍ່ໄດ້ຮັບການ ເພີ່ມພູນຄູນສ້າງ ແລະ ພັດທະນາ ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ໃນລະຫວ່າງ ວັນທີ 7-14 ສິງຫາ 2026, ທ່ານ ບົວໄຂ ໄຊຍະວົງ ຫົວໜ້າຫ້ອງການ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ເມືອງທ່າແຕງ ແຂວງເຊກອງ ພ້ອມ ດ້ວຍຄະນະ ລົງເຄື່ອນໄຫວເຜີຍ ແຜ່ເຊື່ອມຊຶມເອກະສານວຽກງານ ໂຍທາທິການ ແລະ ຂົນສົ່ງຢູ່ 4 ຕາ ແສງ ຂອງເມືອງທ່າແຕງ ຄື: ຕາ ແສງທ່າແຕງ, ຕາແສງ ດອນຊາ, ຕາແສງ ຈຸນລາ ແລະ ຕາແສງ ກະປື ທັງນີ້, ກໍເພື່ອຍົກສູງການນຳພາຂອງ ຄະນະກໍາມະການປົກຄອງແຕ່ລະ ຕາແສງໃຫ້ມີຄວາມເຂັ້ມແຂງ, ສ້າງໃຫ້ຂະແໜງການກ່ຽວຂ້ອງຢູ່ ພາຍໃນຕາແສງ ໃຫ້ມີການຫັນປ່ຽນ ຢ່າງເລິກເຊິ່ງ, ເປັນລະບົບໃນທຸກ ຂົງເຂດວຽກງານ ແລະ ສາມາດນຳ ໄປຈັດຕັ້ງປະຕິບັດຢູ່ພາຍໃນຕາແສງ ໃຫ້ທົ່ວເຖິງ ເພື່ອແກ້ໄຂປະກົດການ ຫຍໍ້ທໍ້, ສ້າງຄວາມເຊື່ອໝັ້ນໃຫ້ແກ່ ປະຊາຊົນ, ສຸມໃສ່ພັດທະນາຕາແສງ ຂອງຕົນໃຫ້ມີຄວາມສະຫງົບ ແລະ ຈະເລີນກ້າວໜ້າຢ່າງຕໍ່ເນື່ອງ. ການເຜີຍແຜ່ເຊື່ອມຊຶມເອກະ 7totoec0;'lts;a ootg0f 8y f8k,ltrk[oE4h ;, 16 j g,n v'w-[6 ]u 37'dkoxa [x5 ' lh v,cx'glA omk'.o8q ;g,n v'w- w]ptmu 1 leg]a f 100% ຂປລ. ແຫລ່ງຂ່າວຈາກແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ທ່ານ ຄຳຜຸຍ ສີບຸນເຮືອງ ຮອງປະທານ ຄະນະກຳມະການປົກຄອງແຂວງ ສະຫວັນນະເຂດ ພ້ອມດ້ວຍຄະນະ ລົງຕິດຕາມເບິ່ງສະພາບນ້ຳຖ້ວມ, ຈຸດເສຍຫາຍ ແລະ ຜົນກະທົບຢູ່ຕາມ ຈຸດຕ່າງໆຕາມບ້ານຂອງປະຊາຊົນ ຢູ່ເຂດແຄມນ້ຳເຊບັ້ງໄຟ ເມືອງໄຊບູ ລີ ໃນວັນທີ 14 ສິງຫາ 2026 ພ້ອມ ທັງມອບເຄື່ອງຊ່ວຍເຫລືອຈຳນວນ ໜຶ່ງໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບ ດັ່ງກ່າວ ແລະ ເງິນ 100 ລ້ານກີບ ໃຫ້ເມືອງໄຊບູລີ ໄວ້ແຮສຸກເສີນ ເພື່ອ ນຳໃຊ້ໃນວຽກງານຕ້ານໄພພິບັດ ໃນຄັ້ງນີ້. ຄະນະກຳມະການຄຸ້ມຄອງໄພ ພິບັດ ເມືອງໄຊບູລີ ລາຍງານວ່າ: ໃນລະຫວ່າງວັນທີ 4 ຫາ 13 ສິງຫາ 2026 ໄດເ້ກີດມີຝົນຕົກໜັກ ເຮັດໃຫ້ລະດັບນໍ້າເຊບັ້ງໄຟ, ເຊ ນ້ອຍ ມີລະດັບນໍ້າສູງຂຶ້ນຫລາຍ ແລະ ມີທ່າອ່ຽງເພີ່ມຂຶ້ນຈຶ່ງເຮັດໃຫ້ ມີນໍ້າຖ້ວມນາ ແລະ ເຮືອນຂອງ ປະຊາຊົນ 2.992 ຄອບຄົວ ກວມ ເອົາ 29 ບ້ານ ທີ່ໄດ້ຮັບຜົນກະທົບ ຊຶ່ງເບື້ອງຕົ້ນໄດ້ຮັບຜົນກະທົບ ມີ ເສັ້ນທາງ ແລະ ຂົວ ເສຍຫາຍ 5 leg]a fgzu pczj g-n j v,-b ,;Pd'ko pm0 16 j 4 8kcl'0v'g,n v'mj kc8' ຂປລ. ແຫລ່ງຂ່າວຈາກແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ໂຄງການສ້ອມ ແປງເສັ້ນທາງໃນຕົວເມືອງໄຊ ແຂວງອຸດົມໄຊ (ໄລຍະທີ 1) ສຳເລັດ 100% ພາຍຫລັງທີ່ໄດ້ ເລີ່ມຈັດຕັ້ງປະຕິບັດມາແຕ່ວັນທີ 6 ກໍລະກົດ 2026 ໂດຍມີມູນຄ່າ ໂຄງການຕາມສັນຍາ800ລ້ານກີບ, ນໍາໃຊ້ງົບປະມານຂອງລັດຖະບານ (ບ້ວງເງິນເກີນແຜນປີ 2025, ນໍາ ໃຊ້ປີ 2026) ໂດຍບໍລິສັດ ອຸດີດີ ກຣູບ ນຳເຂົ້າ-ສົ່ງອອກ ຈຳກັດ ຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ. ໃນ ວັນທີ 14 ສິງຫາ 2026, ຄະນະ ກຳມະການຮັບຜິດຊອບໂຄງການ, ຄະນະກຳມະການຊີ້ນຳຄຸ້ມຄອງ ໂຄງການ ພ້ອມດ້ວຍບໍລິສັດ ແລະ ພາກສ່ວນກ່ຽວຂ້ອງໄດ້ກວດກາ ວຽກສຳເລັດ 100% ໂຄງການ ປັບປຸງ, ສ້ອມແປງເສັ້ນທາງໃນຕົວ ເມືອງໄຊ ແຂວງອຸດົມໄຊ ( ໄລຍະ ທີ 1) ໜ້າວຽກຂອງໂຄງການຕາບ ຂຸມຮັງໄກ່, ຂູູດຮື້ສ້ອມແປງໜ້າທາງ ພ້ອມປູຢາງຄືນໃໝ່ບາງຈຸດ ໃນນີ້, ປະກອບມີເສັ້ນທາງແຕ່ທາງ 2E ພະແນກກະສິກຳ -ຕະຫລາດພູຂຽວ, ທາງດ້ານຫລັງ ມສ ເມືອງໄຊ, ເສັ້ນທາງ 3 ແຍກກະສິກຳ (ບ້ານ ປ່າສັກ)-ທາງ 13N (ຕະຫລາດລື ໄຊ), ເສັນທາງເເຕ່ທາງ 2E (ລຽບ ຮົ້ວຫ້ອງວ່າການ), 3 ເເຍກພູຂຽວ, ທາງ 3 ແຍກ ປກສ ແຂວງ- ໂຮງຮຽນ ປະຖົມວົງແສງເດືອນໂຮງພິມເກົ່າ, ທາງເຂົ້າຄຸມຂັງ ແລະ ເຂົ້າຫາເຂດການຜະລິດ ບ້ານດອນ ແກ້ວ, ທາງເຂົ້າໂຮງຮຽນວິຊາຊີບ ເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງໃນທຸກ ຂົງເຂດວຽກງານ ໃຫ້ນັບມື້ໄດ້ຮັບ ການຂະຫຍາຍຍິ່ງໆຂຶ້ນ. ພ້ອມກັນ ນັ້ນ, ສອງຝ່າຍໄດ້ເຫັນດີຈະສືບຕໍ່ ເພີ່ມທະວີການພົວພັນຮ່ວມມືກັນ ຢ່າງໃກ້ຊິດໃນດ້ານຕ່າງໆ ເຊັ່ນ: ດ້ານການເມືອງ ແລະ ການຕ່າງ ປະເທດ, ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ, ດ້ານການ ຄ້າ, ການລົງທຶນ ແລະ ການເຊື່ອມ ໂຍງເສດຖະກິດ, ດ້ານວັດທະນະ ທໍາ-ສັງຄົມ ແລະ ການສຶກສາ ໃຫ້ ເປັນຮູບປະທໍາ ແລະ ມີປະສິດທິຜົນ ຍິ່ງໆຂຶ້ນ. ໃນໂອກາດນີ້, ທ່ານ ເຈິນ ຕ່ຽນ ຊຸງ ໄດ້ສະແດງຄວາມໂສກເສົ້າ ເສຍໃຈຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ ກຳມະການ ກົມການເມືອງສູນກາງພັກ ປະທານ ສະພາແຫ່ງຊາດ ແຫ່ງ ສປປ ລາວ ຊຶ່ງເປັນໜຶ່ງໃນບຸກຄົນທີ່ມີຜົນງານ, ຄຸນງາມຄວາມດີ ແລະ ການເຄື່ອນ ໄຫວປະຕິວັດອຸທິດເຫື່ອແຮງສະ ຕິປັນຍາ ແລະ ຄວາມຮູ້ຄວາມສາ ມາດຢ່າງບໍ່ຮູ້ອິດບໍ່ຮູ້ເມື່ອຍເຂົ້າ ໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ. ພ້ອມດຽວ ກັນນີ້, ຂໍສະແດງຄວາມຍິນດີຕ້ອນ ຮັບອັນອົບອຸ່ນ ໃນການເດີນທາງ ມາຢ້ຽມຢາມ ແລະ ເຮັດວຽກ ຂອງ ທ່ານ ແປ້ນຄຳ ບຸດຈັນແພງ ພ້ອມ ດ້ວຍຄະນະ ພ້ອມທັງໄດ້ຕີລາຄາສູງ ຕໍ່ການມາຢ້ຽມຢາມຄັ້ງນີ້ ຊຶ່ງເປັນ ຄັ້ງທຳອິດ ຂອງການເຄື່ອນໄຫວ ວຽກງານການຕ່າງປະເທດຂອງ ທ່ານ ແປ້ນຄຳ ບຸດຈັນແພງ ພາຍ ຫລັງໄດ້ຮັບການເລືອກຕັ້ງໃຫ້ດໍາລົງ ຕໍາແໜ່ງເປັນ ເລຂາຄະນະບໍລິຫານ ງານພັກແຂວງ, ປະທານສະພາປະ ຊາຊົນແຂວງບໍ່ແກ້ວ. ໃນຂະນະດຽວກັນ, ທ່ານ ແປ້ນ ຄຳບຸດຈັນແພງກໍໄດ້ສະແດງຄວາມ ຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ພ້ອມທັງໄດ້ແຈ້ງໃຫ້ຊາບ ຕໍ່ກັບການ ເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຄັ້ງນີ້ ທັງລາຍງານ ຜົນສໍາເລັດຂອງກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງ ທີ່ໄດ້ອັດລົງຢ່າງຈົບງາມ ໃນເດືອນ ຕຸລາ 2025 ຜ່ານມາ, ພ້ອມທັງ ສະແດງຄວາມຂອບໃຈ ແລະ ຄວາມ ຮູ້ບຸນຄຸນເປັນຢ່າງສູງຕໍ່ພັກ, ລັດແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ຍາມໃດກໍໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອຢ່າງສະເໝີຕົ້ນສະ ເໝີປາຍ ນັບທັງພາລະກິດຕໍ່ສູ້ປົດ ປ່ອຍຊາດ ກໍຄື ພາລະກິດແຫ່ງການ ປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດຕະຫລອດມາ. ຂໍອວຍພອນໃຫ້ສາຍພົວພັນມິດ ຕະພາບອັນຍິ່ງໃຫຍ່, ຄວາມສາມັກ ຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ-ຫວຽດນາມ, ຫວຽດນາມລາວ ກໍຄືແຂວງບໍ່ແກ້ວ ແລະ ແຂວງ ດຽນບຽນຈົ່ງໝັ້ນຄົງຂະໜົງແກ່ນຊົ່ວ ກາລະນານ. ຂ່າວ: ຈ.ຈັນທະລິດ, ພາບ: ສາຍສະໝອນ ແກ້ວວິສິດ ບ້ານດອນແກ້ວ, ທາງເຂົ້າຮ່ອມ 3 ບ້ານດອນແກ້ວ, ເສັ້ນທາງ ຮ່ອມ 5 ບ້ານວັງໄຮ (ປະຕູຫ້ອງວ່າການ ເມືອງໄຊເກົ່າ-ບ້ານ ຖິ່ນ), ເສັ້ນທາງ ຂຶ້ນ-ລົງພູທາດ, ເສັ້ນທາງ ຂຶ້ນພູ ເຊເບ, ພູສະຖານີ ຮ່ອມ 5 ບ້ານລ້ອງ ກໍເດື່ອ, ເສັ້ນທາງ ຮ່ອມ 2 ບ້ານລ້ອງ ກໍເດື່ອ, ເສັ້ນທາງແຕ່ 3 ແຍກທາງ 2E ບ້ານລ້ອງກໍເດື່ອ-ບ້ານພູຂຽວທາງ 13 N (Km2), ເສັ້ນທາງ ແຕ່ 3 ແຍກທາງ 2E - EDI ມອນ ໃຕ້, ເສັ້ນທາງແຕ່ 3 ແຍກທາງ 2E (ຮ່ອມ3)-4 ແຍກ ໂຮງຮຽນ ປະຖົມພູຂຽວ, ເສັ້ນທາງ 3 ແຍກໄອ ຍະການແຂວງ-ລຽບຮົ້ວເດີ່ນບິນສາມແຍກໄປດອນໄຊ, ເສັ້ນທາງ ແຕ່ 3 ແຍກກອງບັນຊາການ ປກສ ແຂວງ-3 ແຍກພະແນກອາກອນ, ເສັ້ນທາງເເຕ່ສາມແຍກເຂົ້າພະແນກ ສາທາ-ຂົວນໍ້າກໍ 4-ວົງວຽນ ບ້ານ ເຈງ, ເສັ້ນທາງເຂົ້າໂຮງຮຽນ ປະຖົມບ້ານເຈງ, ເສັ້ນທາງຮ່ອມ ເເຍກຈາກທາງຂຶ້ນພູສະຖານີບ້ານ ລ້ອງກໍ່ເດື່ອ (ຍາວ 120 ແມັດ), ສ້ອມແປງອັດແໜ້ນເສັ້ນທາງເເຕ່ 3 ແຍກ EDI (ບ້ານມອນໃຕ້ຫາທາງ ເວັ້ນຕົວເມືອງ (ຍາວ 814 ແມັດ), ສ້ອມແປງຝາປິດຮ່ອງລະບາຍນ້ຳ, ຕັດດອນກາງທາງເພື່ອລະບາຍ ນ້ຳອອກຈາກກາງທາງ ພ້ອມທັງ ສ້ອມແປງ ແລະ ທາສີຄືນ ແລະ ປັບປຸງດອນກາງທາງ 2E ຈຸດທາງ ຂຶ້ນບ້ານພູຂຽວ. ທັງນີ້ກໍເພື່ອເຮັດຕົວ ເມືອງໄຊ ມີຄວາມສະອາດຂຽວສົດ ງົດງາມສົມເປັນແຂວງໃຈກາງທາງ ພາກເໜືອຂອງລາວ.ຂ່າວ: ສຸວັນທອງ ປັນຍາຂັນ ແຫ່ງ, ຜົນເສຍຫາຍດ້ານເນື້ອທີ່ນາ ຖືກຖ້ວມ 4.251 ເຮັກຕາ, ໜອງປາ ເສຍຫາຍ 99 ໜອງ, ໂຮງຮຽນຖືກ ນ້ຳຖ້ວມ 4 ແຫ່ງ ມີໂຮງຮຽນປະຖົມ ແລະ ອະນຸບານບ້ານກ້າງປາ, ບ້ານ ຫາດຊາຍສູງ, ບ້ານບຶງເຊ ແລະ ໂຮງຮຽນປະຖົມ ແລະ ອະນຸບານ ບ້ານດ້າງສະຫວັນ, ນໍ້າຖ້ວມເຮືອນ ປະຊາຊົນ ມີ 14 ບ້ານ, ປະຊາຊົນ ອອກໄປຢູ່ຈຸດລົບໄພຊົ່ວຄາວຈໍາ ນວນ 2 ບ້ານຄື: ບ້ານ ຊຽງໄຄ ແລະ ບ້ານ ແກ້ງແວງ, ມີ 32 ຄອບຄົວ ຈຳນວນ 68 ຄົນ ເຂົ້ານອນສູນ ແລະ ໄປອາໄສຢູ່ນຳພີ່ນ້ອງ ຈໍານວນ 68 ຄອບຄົວ ມີ 165 ຄົນ. ໃນການລົງຕິດຕາມສະພາບນ້ຳ ຖ້ວມໃນຄັ້ງນີ້ ໄດ້ຕິດຕາມເບິ່ງຕາມ ຈຸດຕ່າງໆ ເລີ່ມຈາກບ້ານຕົ້ນແຫນ, ບ້ານບຶງເຊ, ຫາດຊາຍສູງ, ກ້າງປາ, ແກ້ງໂພສີ ທີ່ປະຊາຊົນພວມເອົາເປົາ ດິນປ້ານຕ້ານນ້ຳເຊ ທີ່ກຳລັງຈະ ລົ້ນຄູກັ້ນນ້ຳ ໄຫລເຂົ້າຫາເນື້ອທີ່ນາ ຂອງປະຊາຊົນ ຊຶ່ງການນຳແຂວງ ກໍໄດ້ມອບນ້ຳດື່ມ, ໝີ່ ແລະ ປ໋ອງປາ ໃຫ້ປະຊາຊົນໃນແຕ່ລະຈຸດ. ບາງ ບ່ອນກໍໄດ້ຂີ່ເຮືອ, ຂີ່ລົດໄຖ ເພື່ອໄປ ຢ້ຽມປະຊາຊົນໃນບ້ານທີ່ລົດເຂົ້າໄປ ບໍ່ເຖິງ, ພ້ອມນີ້, ຍັງໄດ້ໄປເບິ່ງບ້ານ ສະກອງ, ພັກເພື້ອ, ສົມສະອາດ, ຫ້ວຍແຮ່, ຫ້ວຍຖ້ຳຮຽງ ເຂດບ້ານ ໜອງເຮືອທອງ ທີ່ກຳລັງຈະກໍ່ສ້າງ ຂົວເບຕົງ. ໃນການລົງຕິດຕາມສະພາບ ນ້ຳຖ້ວມໃນຄັ້ງນີ້, ປະຊາຊົນຍັງໄດ້ ສະເໜີໃຫ້ພາກສ່ວນທີ່ກ່ຽວຂ້ອງ ເຮັດປະຕູນ້ຳເພື່ອຕ້ານແລ້ງຕ້ານ ຖ້ວມ ຊຶ່ງໃນປັດຈຸບັນ, ນ້ຳເຊບັ້ງໄຟ ໄດ້ໄຫລເຂົ້າມາຕາມສາຍຫ້ວຍແຮ່ ຖ້ວມເນື້ອທີ່ນາຂອງປະຊາຊົນ 2 ພັນ ກວ່າເຮັກຕາ. ໂອກາດນີ້, ທ່ານ ຄຳຜຸຍ ສີບຸນ ເຮືອງ ຍັງໄດ້ເນັ້ນໃຫ້ການນຳເມືອງ ໄຊບູລີ ສົມທົບກັບອຳນາດການ ປົກຄອງບ້ານ ພ້ອມກັນເຝົ້າລະວັງ ຕະຫລອດເວລາ ແລະ ຕ້ອງເປັນ ເຈົ້າການໃນການລະວັງພະຍາດ ທີ່ມາກັບນ້ຳ ແລະ ຫລັງນ້ຳລົງ ເພື່ອໃຫ້ປະຊາຊົນມີຄວາມປອດໄພ ຫ່າງໄກຈາກພະຍາດ, ພາຍຫລັງນ້ຳ ຫລຸດລົງ ພາກສ່ວນທີ່ກ່ຽວຂ້ອງຈະ ລົງມາຕິດຕາມອີກໃນຈຸດທີ່ກຳລັງ ສ້າງຂົວເບຕົງ ຂ້າມຫ້ວຍແຮ່. ສຳລັບແຂວງສະຫວັນນະເຂດ ຕາມການລາຍງານຂອງຄະນະ ກຳມະການຄຸ້ມຄອງໄພພິບັດຂັ້ນ ແຂວງ ໃຫ້ຮູ້ວ່າ: ນັບແຕ່ວັນທີ 4 -11 ສິງຫາ 2026 ໄດ້ເກີດມີສະ ພາບຝົນຕົກໜັກ, ເຮັດໃຫ້ມີ 8 ເມືອງ 1 ນະຄອນ ທີ່ໄດ້ຮັບຜົນກະທົບມີ: ເມືອງຈຳພອນ, ໄຊບູລີ, ນະຄອນ ໄກສອນ ພົມວິຫານ,ອາດສະພອນ, ຊົນນະບູລີ, ທ່າປາງທອງ, ສອງ ຄອນ, ນອງ, ວິລະບູລີ ທີ່ຖືກຜົນ ກະທົບຈາກໄພພິບັດນ້ຳຖ້ວມ ເປັນ ຕົ້ນ ດ້ານເສັ້ນທາງຄົມມະນາຄົມເປ່ ເພເສຍຫາຍ, ຖືກຕັດຂາດລະຫວ່າງ ບ້ານຕໍ່ບ້ານ ຈໍານວນ 58 ເສັ້ນ, ຂົວ 8 ແຫ່ງ ແລະ ຕາຝັ່ງເຈື່ອນ 1 ແຫ່ງ. ສານວຽກງານໂຍທາທິການ ແລະ ຂົນສົ່ງ ຄັ້ງນີ້ ປະກອບມີເອກະສານ ຂໍ້ຕົກລົງຂອງກະຊວງໂຍທາທິການ ແລະ ຂົນສົ່ງ ສະບັບເລກທີ 11899/ ຍທຂ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງວຽກງານ ໂຍທາທິການ ແລະ ຂົນສົ່ງ ຂັ້ນ ຕາແສງ ປະກອບມີ 5 ໝວດ, ມີ 9 ມາດຕາ ຊຶ່ງຂໍ້ຕົກລົງສະບັບນີ້ ໄດ້ກໍານົດທີ່ຕັ້ງ, ພາລະບົດບາດ, ໜ້າທີ່, ຂອບເຂດສິດ, ໂຄງປະກອບ, ຫລັກການ ແລະ ແບບແຜນວິທີເຮັດ ວຽກຂອງວຽກງານໂຍທາທິການ ແລະ ຂົນສົ່ງຂັ້ນຕາແສງ ເພື່ອເປັນ ບ່ອນອີງທາງດ້ານນິຕິກໍາໃຫ້ແກ່ ການຈັດຕັ້ງ ແລະ ການເຄື່ອນໄຫວ ແນໃສ່ຈັດຕັ້ງປະຕິບັດວຽກງານ ໂຍທາທິການ ແລະ ຂົນສົ່ງ ໃຫ້ມີ ປະສິດທິຜົນສູງ ແລະ ຂໍ້ຕົກລົງ ຂອງຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ ສະບັບເລກທີ 19/ ຍທຂ.ມ ວ່າດ້ວຍແຕ່ງຕັ້ງຜູ້ຮັບ ຜິດຊອບວຽກງານໂຍທາທິການ ແລະ ຂົນສົ່ງຂັ້ນບ້ານທີ່ຂຶ້ນກັບແຕ່ລະ ຕາແສງ ເປັນເຈົ້າການຮັບຜິດຊອບ ຢ່າງສູງ. ຂ່າວ-ພາບ: ພອນ ບຸນອຸທິດ
RkJQdWJsaXNoZXIy MTc3MTYxMQ==