7343

xtgmf]k; 7 17/08/2026 gsfdko{dkora fa mtok 7e,j ;o 9a fdy f9tdepj k'grn j vl5 0trk[ lts]v'lv';a ole7a o0v'-kf ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ແຂວງຄໍາມ່ວນ ຈັດກິດຈະກໍາຍ່າງເພື່ອສຸຂະພາບ ເນື່ອງໃນໂອກາດສະເຫລີມສະ ຫລອງວັນລັດຖະທໍາມະນູນແຫ່ງ ສປປ ລາວ ຄົບຮອບ 35 ປີ (15 ສິງຫາ 1991-15 ສິງຫາ 2026) ແລະ ວັນສ້າງຕັ້ງແນວລາວສ້າງ ຊາດ ຄົບຮອບ 76 ປີ (13 ສິງຫາ 1950-13 ສິງຫາ 2026) ໃນ ວັນທີ 13 ສິງຫາ 2026 ໂດຍມີ ທ່ານ ສົມໃຈ ພານີຈັນ ຮອງເລຂາ ຄະນະບໍລິຫານງານພັກແຂວງຄໍາ ມ່ວນ, ພ້ອມດ້ວຍບັນດາພະແນກ ການ, ອົງການຈັດຕັ້ງທຽບເທົ່າ, ພະນັກງານ, ທະຫານ, ຕໍາຫລວດ ແລະ ມວນຊົນພາກສ່ວນຕ່າງໆ ເຂົ້າ ຮ່ວມຢ່າງຫລວງຫລາຍ. ​ຂປລ. ແຫລ່ງຂ່າວຈາກແຂວງ ຈຳປາສັກ ໃຫ້ຮູ້ວ່າ: ກອງຈະລາ ຈອນ, ພະແນກຕຳຫລວດ ກອງບັນ ຊາການ ປກສ ເມືອງໂຂງ ແຂວງ ຈຳປາສັກ ໄດ້ສຶກສາອົບຮົມກຸ່ມ ໄວໜຸ່ມ ທີ່ມີພຶດຕິກຳຂັບຂີ່ລົດສ່ຽງ ອຸບັດເຫດ ດັດແປງສະພາບເຕັກນິກ ລົດ ແລະ ຂັບຂີ່ລົດສົ່ງສຽງດັງກວນ ເມືອງ 13 ຄົນ, ຍິງ 1 ຄົນ ໃນວັນທີ 12 ສິງຫາ 2026 ໂດຍມີທ່ານ ພັນຕີ ກິດຕິພັນ ພົມມາລາ ຮອງ ພະແນກຕຳຫລວດ ຮັບຜິດຊອບ ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ກອງປະຊຸມ ພົບປະ ແລະ ແລກປ່ຽນບົດຮຽນ ສະ ຫລຸບການຈັດຕັ້ງປະຕິບັດຮ່ວມມື 6 ເດືອນຕົ້ນປີ ແລະ ກໍານົດທິດທາງ 6 ເດືອນທ້າຍປີ 2026 ລະຫວ່າງ ດ່ານສາກົນນາເພົ້າ ແຂວງຄໍາມ່ວນ ສປປ ລາວ ແລະ ດ່ານສາກົນຈາຫລໍ ແຂວງກວາງຈິ ສສ ຫວຽດນາມ ຈັດຂຶ້ນທ້າຍອາທິດຜ່ານມາ ທີ່ດ່ານ ສາກົນນາເພົ້າ ເມືອງບົວລະພາ ໂດຍມີ ທ່ານ ບຸນຄໍາ ໄຊຍະແສງ ຫົວໜ້າຄະນະຄຸ້ມຄອງດ່ານສາກົນ ນາເພົ້າ, ທ່ານ ຫງວຽນກວັກ ແຂ໋ງ ຮອງຫົວໜ້າຄະນະຄຸ້ມຄອງເຂດ ເສດຖະກິດແຂວງກວາງຈິ, ທັງ ເປັນຫົວໜ້າຄະນະຄຸ້ມຄອງດ່ານ ສາກົນຈາຫລໍ, ມີບັນດາເຈົ້າໜ້າທີ່ ກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ. ກອງປະຊຸມສອງຝ່າຍ ໄດ້ທົບ ທວນຜົນການຮ່ວມມື 6 ເດືອນຕົ້ນ ປີ 2026 ໂດຍເຫັນວ່າ ສອງດ່ານ ໄດ້ຮ່ວມກັນຮັກສາຄວາມສະຫງົບ, ຄວາມເປັນລະບຽບຕາມຊາຍແດນ, ປະສານງານກວດກາລາດຕະເວນ ແລະ ປົກປັກຮັກສາເສັ້ນຊາຍແດນ ແລະ ຫລັກໝາຍຊາຍແດນ. ພ້ອມ ນັ້ນ, ຍັງເພີ່ມທະວີການແລກປ່ຽນ ຂໍ້ມູນ ແລະ ຮ່ວມມືສະກັດກັ້ນອາຊະ ຍາກໍາຂ້າມຊາດ, ຢາເສບຕິດ, ການ ຄ້າຂາຍຂອງຕ້ອງຫ້າມ ແລະ ການ ລັກລອບຜ່ານຊາຍແດນ. ສອງຝ່າຍ ຍັງໄດ້ອໍານວຍຄວາມສະດວກດ້ານ ການຄ້າ, ການຂົນສົ່ງ ແລະ ການ ໄປມາຂອງປະຊາຊົນ ພ້ອມທັງຮ່ວມ ມືພັດທະນາພື້ນຖານໂຄງລ່າງ ໃນ ນັ້ນ, ດ່ານສາກົນຈາຫລໍ ໄດ້ປະສານ ງານຊ່ວຍປັບປຸງເສັ້ນທາງຈາກ ດ່ານສາກົນນາເພົ້າເຖິງບ້ານຫລັງ ຄັງ ໄລຍະທາງ 18 ກິໂລແມັດ ມູນ ຄ່າ 794 ລ້ານດົ່ງ. ສໍາລັບໄລຍະ 6 ເດືອນທ້າຍປີ 2026, ສອງຝ່າຍເຫັນດີສືບຕໍ່ຜັນ ຂະຫຍາຍບັນດາເອກະສານ ແລະ ຂໍ້ຕົກລົງຮ່ວມມືຂອງສອງພັກ, ສອງ ລັດ ແລະ ສອງແຂວງໃຫ້ເກີດຜົນໃນ ທາງປະຕິບັດ; ເພີ່ມການແລກປ່ຽນ ຂ່າວສານ, ລາດຕະເວນຮ່ວມ ແລະ ສະກັດກັ້ນການຄ້າຂາຍຂອງຫ້າມ, ຢາເສບຕິດ, ວັດຖຸລະເບີດ, ໄມ້, ແຮ່ ທາດ ແລະ ສິນຄ້າຜິດກົດໝາຍ. ນອກຈາກນັ້ນ, ຈະຮ່ວມມືຄວບຄຸມ ພະຍາດຕິດຕໍ່ຂ້າມຊາຍແດນ , ອໍານວຍຄວາມສະດວກແກ່ການຄ້າ ແລະ ການຂົນສົ່ງ, ສະເໜີປັບປຸງ ພື້ນຖານໂຄງລ່າງດ່ານ ແລະ ຮັກສາ ການຢ້ຽມຢາມ, ແລກປ່ຽນວັດທະ ນະທໍາ-ກິລາ ລະຫວ່າງສອງຝ່າຍ. ການພົບປະຄັ້ງນີ້, ເປັນບາດອີກກ້າວ ໜຶ່ງໃນການເສີມສ້າງການປະສານ ງານລະຫວ່າງ ລາວ-ຫວຽດນາມ ຕາມຊາຍແດນ ທັງດ້ານຄວາມປອດ ໄພ, ການຄ້າ ແລະ ການພັດທະນາ ໃຫ້ສອງດ່ານສາກົນເປັນຈຸດເຊື່ອມ ໂຍງດ້ານສັນຕິພາບ, ມິດຕະພາບ ແລະ ຮ່ວມມື. ສຳລັບກອງປະຊຸມຄັ້ງຕໍ່ໄປຈະ ຈັດຂຶ້ນທີ່ດ່ານສາກົນຈາຫລໍ ເມືອງ ເຢີນຫົວ ແຂວງກວາງຈິ ໃນທ້າຍ ປີ 2026. ຂ່າວ: ມະນີວັນ va f8txn le,tok;y mtpklkf .o3vdkf;a o lh k'8A 'ln j ,;o-q o c]t dkoru ,9e|j kp 7q [Iv[ 76 xu xdl g,n v'30' lb dlkvq [Iq ,d5 j ,w;|5 j ,fa fcx' ltrk[g8a doy d c]t 0u j ]q flq j 'lP'fa 'd;og,n v' ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ສຳມະນາວິທະ ຍາສາດ ເນື່ອງໃນໂອກາດສະເຫລີມ ສະຫລອງວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 76 ປີ (13 ສິງຫາ 1950 - 13 ສິງຫາ 2026) ຈັດຂຶ້ນໃນວັນທີ13 ສິງຫາ 2026 ທີ່ຫໍປະຊຸມໃຫຍ່ ຂອງແຂວງ ໂດຍມີ ທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກ ແຂວງ, ຜູ້ຊີ້ນນຳວຽກງານການ ເມືອງແນວຄິດ ພັກ-ພະນັກງານ, ທ່ານ ກົງຈັກ ສີສະຫວາດ ຫົວໜ້າ ຄະນະໂຄສະນາອົບຮົມແຂວງ ອັດຕະປື ພ້ອມດ້ວຍພະແນກການ ອ້ອມຂ້າງແຂວງ, ກຳລັງ ປກສ -ປກຊ, ອະດີດພະນັກງານການ ນຳ, ພະນັກງານອາວຸໂສບໍານານ ແລະ ວິຊາການອ້ອມຂ້າງແຂວງ ເຂົ້າຮ່ວມ. ທ່ານ ກົງຈັກ ສີສະຫວາດ ໄດ້ ກ່າວວ່າ: ການສໍາມະນາວິທະຍາ ສາດ ເປັນຄັ້ງທຳອິດໄຂຂຶ້ນພາຍໃຕ້ ໃນຫົວຂໍ້ “ຍົກສູງຄຸນນະພາບ ວຽກງານສື່ມວນຊົນ ຢູ່ແຂວງ ອັດຕະປື ໃນເງື່ອນໄຂໃໝ່”. ເລີ່ມ ແຕ່ປີ 2025 ເປັນຕົ້ນມາ ປະຕິບັດ ຕາມມະຕິຂອງພັກ ກ່ຽວກັບການ ປັບປຸງ ກົງຈັກການຈັດຕັ້ງ ຊຶ່ງໄດ້ ໂອນວຽກງານສື່ມວນຊົນ ມາຂຶ້ນ ກັບຄະນະໂຄສະນາອົບຮົມແຂວງ ແມ່ນບາດກ້າວການຫັນປ່ຽນສູ່ຄຸ ນະພາບໃໝ່ຢ່າງແຂງແຮງ ເພື່ອ ຮັບປະກັນ ການນໍາພາ-ຊີ້ນໍາຢ່າງ ໃກ້ຊິດ ເດັດຂາດ ໂດຍກົງ ແລະ ຮອບດ້ານ. ດັ່ງນັ້ນ, ສໍາມະນາວິທະ ຍາສາດໃນລະດັບແຂວງຄັ້ງນີ້ ມີຄວາມໝາຍສໍາຄັນເປັນຢ່າງຍິ່ງ ທາງດ້ານທິດສະດີ ແລະ ພຶດຕິກຳ ຢູ່ຂັ້ນທ້ອງຖິ່ນເຮົາ, ຈຸດປະສົງສໍາ ຄັນ ເພື່ອຢາກໄດ້ການສະໜັບສະໜູນ ທາງດ້ານສະຕິປັນຍາ ກຳນົດທິດ ຊອກຊ່ອງທາງ ເພື່ອຍົກສູງຄຸນນະ ພາບ ພັດທະນາວຽກງານສື່ມວນ ຊົນ ຢູ່ແຂວງອັດຕະປື ໃນເງື່ອນໄຂ ໃໝ່ ແນໃສ່ເຮັດໃຫ້ພະນັກງານ ນໍາພາ-ຄຸ້ມຄອງ, ນັກຮົບສື່ມວນຊົນ ແລະ ເພື່ອນຮ່ວມງານ ກຳແໜ້ນ ແນວທາງ, ທັດສະນະ, ຫລັກການ, ທິດທາງ, ວິທີການ ແລະ ສ້າງເງື່ອນ ໄຂທີ່ສອດຄ່ອງ ຊຸກຍູ້ວຽກງານສື່ ມວນຊົນຢູ່ທ້ອງຖິ່ນ ໃຫ້ຂະຫຍາຍ ຕົວ ຄຽງຄູ່ສະພາບການປ່ຽນແປງ ວຽກງານສື່ມວນຊົນໂລກ ໃນ ປັດຈຸບັນ. ໃນກອງປະຊຸມ, ທ່ານ ຊີບປະ ໄຊ ສົງປະເສີດ ຮອງຫົວໜ້າຄະນະ ໂຄສະນາອົບຮົມແຂວງ ໄດ້ຜ່ານ ບົດສໍາມະນາ ໃນຫົວຂໍ້້ “ຍົກສູງ ຄຸນນະພາບ ວຽກງານສື່ມວນຊົນຢູ່ ແຂວງອັດຕະປື ໃນເງື່ອນໄຂໃໝ່” ຊຶ່ງຕະຫລອດໄລຍະຜ່ານມາສື່ມວນ ຊົນແຂວງ ໄດ້ເປັນເຈົ້າການໃນການ ໂຄສະນາ ຕອບໂຕ້ ນະໂຍບາຍຫັນ ປ່ຽນໂດຍສັນຕິຂອງສັດຕູ, ຕີຖອຍ ຖ້ອຍທໍານອງບິດເບືອນ ໃສ່ຮ້າຍ ປ້າຍສີ ຂອງຄົນບໍ່ດີ ແລະ ອິດທິ ກຳລັງປໍລະປັກຕໍ່ການນໍາພາຂອງ ພັກ-ລັດພາຍໃນແຂວງ ກໍຄືໝາກ ຜົນໃນການພັດທະນາແຂວງເປັນ ຕົ້ນ ການຟື້ນຟູໄພພິບັດ; ການແກ້ໄຂ ບັນຫາຊາຍແດນ; ການຂຸດຄົ້ນແຮ່ ທາດ, ການແກ້ໄຂບັນຫາທີ່ດິນ ແລະ ອື່ນໆ ຊຶ່ງຄົນບໍ່ດີ ໄດ້ພະຍາຍາມສ້າງ ຂ່າວບິດເບືອນຄວາມຈິງ, ຂ່າວ ປອມ ພ້ອມທັງຄຳຄິດເຫັນກ່ຽວກັບ ສິດທິມະນຸດດ້ານສື່ມວນຊົນ, ສື່ ມວນຊົນແຂວງໄດ້ເຮັດໜ້າທີ່ ດ້ວຍ ຄວາມຮັບຜິດຊອບໃນການນໍາພາ ຫາງສຽງສັງຄົມ, ສ້າງຄວາມຮັບຮູ້, ຄວາມເຂົ້າໃຈໃຫ້ປະຊາຊົນຢ່າງ ຖືກຕ້ອງ, ວ່ອງໄວ, ເປັນລະບົບ ແລະ ຕໍ່ເນື່ອງ. ພ້ອມນີ້, ກອງປະຊຸມຍັງໄດ້ ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບ ບັນຫາຕ່າງໆຢ່າງກົງໄປກົງມາ ຊຶ່ງ ເປັນພື້ນຖານໃຫ້ການຍົກສູງພາລະ ບົດບາດ ແລະ ສ້າງການຫັນປ່ຽນ ຂອງວຽກງານສື່ມວນຊົນຢູ່ແຂວງ ອັດຕະປື ໃນເງື່ອນໄຂໃໝ່ ໃນ ປັດຈຸບັນ. ຂ່າວ: ວົງສະໄໜ ສີວີໄລ fj kolkdq ookgrQ k c]t 9ks]= ln [8= j Ij ;,,n Ia dlk-kpcfo c]t ra fmtokdko7h k ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງປະທານສະພາປະຊາຊົນ ແຂວງຄໍາມ່ວນ ໄດ້ຍົກໃຫ້ເຫັນເຖິງ ຄວາມໝາຍຄວາມສໍາຄັນຂອງ 2 ວັນສຳຄັນດັ່ງກ່າວ. ລັດຖະ ທໍາມະນູນ ແຫ່ງ ສປປ ລາວ ໄດ້ ຮັບການປະກາດໃຊ້ຢ່າງເປັນທາງ ການໃນວັນທີ 15 ສິງຫາ 1991 ຊຶ່ງເປັນກົດໝາຍພື້ນຖານສູງສຸດ ຂອງປະເທດ ແລະ ເປັນຂີດໝາຍ ປະຫວັດສາດ ໃນການຫັນປ່ຽນຈາກ ການຄຸ້ມຄອງລັດ ດ້ວຍແນວທາງ, ມະຕິ, ຄໍາສັ່ງ ໄປສູ່ການຄຸ້ມຄອງ ລັດ-ຄຸ້ມຄອງສັງຄົມ ດ້ວຍກົດໝາຍ ຢ່າງເຕັມຮູບແບບ. ຕະຫລອດໄລຍະ 35 ປີຜ່ານມາ, ການປະຕິບັດລັດຖະ ທໍາມະນູນ ໄດ້ເຮັດໃຫ້ປະເທດຊາດ ມີສະຖຽນລະພາບທາງດ້ານການ ເມືອງຢ່າງໝັ້ນຄົງ, ເສດຖະກິດສັງຄົມ ໄດ້ຮັບການພັດທະນາຢ່າງ ຕໍ່ເນື່ອງ ແລະ ຊີວິດການເປັນຢູ່ຂອງ ປະຊາຊົນດີຂຶ້ນເລື້ອຍໆ. ພ້ອມດຽວກັນນີ້, ຍັງໄດ້ທົບ ທວນເຖິງມູນເຊື້ອການເຕີບໃຫຍ່ ຂະຫຍາຍຕົວຂອງອົງການແນວ ລາວສ້າງຊາດ ຊຶ່ງໄດ້ກໍາເນີດເກີດ ຂຶ້ນໃນວັນທີ 13 ສິງຫາ 1950 (ໃນ ຊື່ ແນວລາວອິດສະຫລະ ໂດຍແມ່ນ ທ່ານ ປະທານ ສຸພານຸວົງ ເປັນ ປະທານ, ຕໍ່ມາປ່ຽນເປັນ ແນວລາວ ຮັກຊາດ ແລະ ແນວລາວສ້າງ ຊາດໃນປັດຈຸບັນ). ອົງການແນວ ລາວສ້າງຊາດ ໄດ້ຮ່ວມສ້າງປະ ຫວັດສາດ ໃນການເຕົ້າໂຮມຄວາມ ສາມັກຄີປວງຊົນທັງຊາດ ເພື່ອ ຕໍ່ສູ້ກູ້ຊາດ ແລະ ປົກປັກຮັກສາ, ພັດທະນາປະເທດຊາດໃຫ້ຈະເລີນ ກ້າວໜ້າ. ກິດຈະກໍາຍ່າງເພື່ອສຸຂະພາບໃນ ຄັ້ງນີ້, ບໍ່ພຽງແຕ່ເປັນການສະເຫລີມ ສະຫລອງ 2 ວັນທີ່ສໍາຄັນເທົ່ານັ້ນ, ແຕ່ຍັງເປັນການສົ່ງເສີມການອອກ ກໍາລັງກາຍ, ສ້າງຄວາມສາມັກຄີ ແໜ້ນແຟ້ນ ແລະ ສ້າງບັນຍາກາດ ທີ່ດີໃຫ້ແກ່ພະນັກງານ, ທະຫານ, ຕໍາຫລວດ ແລະ ປະຊາຊົນບັນດາ ເຜົ່າພາກສ່ວນຕ່າງໆໃນແຂວງຄຳ ມ່ວນ. ກອງຈະລາຈອນ ກອງບັນຊາການ ປກສ ເມືອງໂຂງ ພ້ອມດ້ວຍ ອ້າຍ ນ້ອງວິຊາສະເພາະ ປກສ, ອຳນາດ ການປົກຄອງ, ພໍ່ແມ່ຜູ້ປົກຄອງ ເຂົ້າຮ່ວມ. ໂອກາດນີ້, ທ່ານ ພັນຕີ ກິດຕິພັນ ພົມມາລາ ໄດ້ໂອ້ລົມ ແລະ ເນັ້ນ ໃຫ້ເຫັນເຖິງບັນຫາທີ່ມັກເກີດຂຶ້ນ ໃນສັງຄົມປັດຈຸບັນ ຊຶ່ງມີຜົນກະທົບ ໂດຍກົງຕໍ່ເດັກນ້ອຍ ແລະ ໄວໜຸ່ມ ທີ່ຮູ້ເທົ່າບໍ່ເຖິງການ. ຍ້ອນຄວາມ ຄຶກຄະນອງ ແລະ ຢາກລອງສິ່ງ ໃໝ່ໆ ເຮັດໃຫ້ມີພຶດຕິກຳທີ່ທ້າທາຍ ຕໍ່ລະບຽບການສັນຈອນຕາມທ້ອງ ຖະໜົນ ແລະ ຜິດກົດໝາຍບ້ານ ເມືອງ ເປັນຕົ້ນ ການດັດແປງສະ ພາບລົດປ່ຽນທໍ່ໃຫ້ສົ່ງສຽງດັງ, ປ່ຽນ ຕີນຢາງເດີມມາເປັນຢາງນ້ອຍ, ພ້ອມ ທັງຈັດຕັ້ງເປັນກຸ່ມຂີ່ລົດໄວ ແລະ ໃຊ້ ສຽງດັງໃນເວລາກາງຄືນ. ພ້ອມນີ້, ເຈົ້າໜ້າທີ່ ຍັງໄດ້ອະທິ ບາຍ ແລະ ເຜີຍແຜ່ເອກະສານຕ່າງໆ ທີ່ພົວພັນກັບລະບຽບການສັນຈອນ ທີ່ນອນຢູ່ໃນກົດໝາຍປ້ອງກັນ ຄວາມສະຫງົບ ເພື່ອໃຫ້ໄວໜຸ່ມ ແລະ ຜູ້ປົກຄອງໄດ້ຮັບຮູ້, ເຂົ້າໃຈ ແລະ ເຊື່ອມຊຶມ ເພື່ອເຄົາລົບກົດໝາຍ ພ້ອມທັງນຳໄປເປັນທິດທາງໃນ ການສຶກສາອົບຮົມລູກຫລານໃຫ້ ກາຍເປັນຄົນດີຂອງຄອບຄົວ ແລະ ສັງຄົມ. ​ ໂອກາດດັ່ງກ່າວ, ເຈົ້າໜ້າທີ່ ຍັງ ໄດ້ເຮັດບົດບັນທຶກສຶກສາອົບຮົມ, ກ່າວຕັກເຕືອນ ພ້ອມທັງມອບ-ຮັບ ກຸ່ມໄວໜຸ່ມດັ່ງກ່າວໃຫ້ກັບຜູ້ປົກ ຄອງ ແລະ ອຳນາດການປົກຄອງ ທ້ອງຖິ່ນ ເພື່ອຕິດຕາມ ແລະ ສຶກສາ ອົບຮົມຕໍ່ໄປ. ຂ່າວໃຫ້ຮູ້ຕື່ມວ່າ: ໃນ 6 ເດືອນ ຕົ້ນປີ 2026 ທົ່ວເມືອງໂຂງ ມີ ອຸບັດເຫດເກີດຂຶ້ນ 23 ລາຍ, ມີ 57 ຄົນ, ຍິງ 14 ຄົນ ໃນນັ້ນ, ໄດ້ຮັບ ບາດເຈັບ 23 ຄົນ, ຍິງ 8 ຄົນ, ບາດ ເຈັບສົມຄວນ 17 ຄົນ, ຍິງ 4 ຄົນ, ບາດເຈັບເລັກໜ້ອຍ 12 ຄົນ, ຍິງ 4 ຄົນ ແລະ ເສຍຊີວິດ 4 ຄົນ, ມີ ພາຫະນະຮ່ວມອຸບັດເຫດ 43 ຄັນ, ເປ່ເພສົມຄວນ 27 ຄັນ, ເປ່ເພເລັກ ໜ້ອຍ 13 ຄັນ ລວມມູນຄ່າເສຍຫາຍ 213 ລ້ານກວ່າກີບ. ຂ່າວ-ພາບ: ພຸດທະສິນ ວົງວິໄລທອງ

RkJQdWJsaXNoZXIy MTc3MTYxMQ==