r6 dtc8 glA omk'zt9q owr 39 dy 3]c,a f leza fltg|j me,t-kf c]t ;y 4u -u ;y f-5 ,-q o 17/08/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ສ.ພະຈັນ; ພາບ: ສູນຂໍ້ມູນັ ນູ ນໍ້ ມູນ ການທ່ອງທ່ຽວ ແຂວງສາລະວັນ່ ອ່ ຽັ ນ ໂດຍ: ເຂົ້າຈານນ້ຳົ້້ ly fgl]u rk[0v' rq o]tg,n v']k; fh kolnj ,;o-q o ຂປລ. ພົນລະເມືອງລາວ ມີ ສິດເສລີພາບດ້ານສື່ມວນຊົນ ໂດຍ ສະແດງອອກດ້ວຍການປະກອບ ຄຳເຫັນ, ໃຫ້ທັດສະນະ ແລະ ສາ ມາດເຂົ້າເຖິງຂໍ້ມູນຂ່າວສານທັງ ພາຍໃນ ແລະ ຕ່າງປະເທດ ກ່ຽວ ກັບສະພາບການ, ສາລະຄວາມຮູ້, ສາລະບັນເທີງ ແລະ ບັນຫາອື່ນ ທີ່ ບໍ່ຂັດກັບກົດໝາຍ ແລະ ລະບຽບ ການ ຊຶ່ງເປັນປະໂຫຍດໃຫ້ແກ່ປະ ເທດຊາດ ແລະ ປະຊາຊົນລາວບັນ ດາເຜົ່າ. ສິດເສລີພາບຂອງພົນລະເມືອງ ລາວ ໃນການປະກອບຄຳເຫັນ, ພົນລະເມືອງລາວ ມີສິດເສລີພາບ ໃນການປະກອບຄຳເຫັນຜ່ານສື່ ມວນຊົນກ່ຽວກັບການສ້າງ ແລະ ຈັດຕັ້ງປະຕິບັດແນວທາງນະໂຍ ຂປລ. ການລ້ຽງປາໃນນາເຂົ້າ ເປັນວິທີການເຮັດກະສິກຳແບບ ປະສົມປະສານທີ່ຊ່ວຍເພີ່ມລາຍ ໄດ້ ແລະ ແຫລ່ງອາຫານໃຫ້ກັບ ຄອບຄົວ ໂດຍໃຊ້ເນື້ອທີ່ນາໃຫ້ເກີດ ປະໂຫຍດສູງສຸດ. ການລ້ຽງປາໃນ ນາເຂົ້າ ຕ້ອງກຽມສະຖານທີ່ (ໄຮ່ ນາ) ຄັນນາຕ້ອງເຮັດໃຫ້ກວ້າງ, ສູງ ແລະ ແໜ້ນໜາ ເພື່ອປ້ອງກັນ ບໍ່ໃຫ້ນ້ຳຮົ່ວຊຶມ ແລະ ປ້ອງກັນບໍ່ ໃຫ້ປາອອກເວລາຝົນຕົກ. ການຂຸດ ຮ່ອງ ຫລື ສອກນາ (ປ້ອງກັນປາ): ຄວນຂຸດຮ່ອງອ້ອມຄັນນາ ຫລື ຂຸດ ບ່ອນພັກປາຢູ່ກາງນາ (ກວ້າງ1-2 ແມັດ, ເລິກ 50-80 ຊັງຕິແມັດ) ເພື່ອໃຫ້ປາມີບ່ອນຢູ່ ແລະ ລີ້ຊ້ອນ ໃນເວລາທີ່ລະດັບນ້ຳໃນນານ້ອຍ ບາຍຂອງພັກ, ລັດຖະທຳມະນູນ, ກົດໝາຍ ແລະ ລະບຽບການຂອງ ລັດ, ແຜນພັດທະນາເສດຖະກິດສັງຄົມ ແລະ ແຜນງົບປະມານ ແຫ່ງລັດ; ທັດສະນະຕໍ່ສະພາບການ ພາຍໃນ ແລະ ຕ່າງປະເທດ; ການ ຕຳນິຕິຊົມແບບສ້າງສັນຕໍ່ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ. ສິດເສລີພາບຂອງພົນລະເມືອງ ລາວ ກ່ຽວກັບຂໍ້ມູນຂ່າວສານ, ພົນ ລະເມືອງລາວ ມີສິດເສລີພາບ ກ່ຽວກັບຂໍ້ມູນຂ່າວສານຜ່ານສື່ ມວນຊົນດັ່ງນີ້: ເຂົ້າຖິງ ແລະ ໄດ້ ຮັບຂໍ້ມູນຂ່າວສານກ່ຽວກັບສະ ພາບການພາຍໃນ ແລະ ຕ່າງປະ ເທດ, ສາລະຄວາມຮູ້, ສາລະບັນ ເທີງ ແລະ ອື່ນໆ; ສະໜອງຂໍ້ມູນ ຂ່າວສານໃຫ້ສື່ມວນຊົນຢ່າງຖືກ ຕ້ອງ, ຊັດເຈນ, ທັນການ ແລະ ຮັບ ຜິດຊອບຕໍ່ໜ້າກົດໝາຍ ກ່ຽວກັບ ເນື້ອໃນຂໍ້ມູນຂ່າວສານນັ້ນ. ການນຳໃຊ້ສິດເສລີພາບຂອງ ພົນລະເມືອງລາວ, ພົນລະເມືອງ ລາວ ນຳໃຊ້ສິດເສລີພາບຂອງຕົນ ຜ່ານສື່ມວນຊົນ ດ້ວຍການລົງພິມ ຫລື ກະຈາຍຂ່າວ, ບົດຄຳເຫັນ, ຕອບສຳພາດ, ກະຈາຍສຽງ, ກະ ຈາຍພາບ, ຕອບຂໍ້ສະເໜີ, ຂໍ້ຂ້ອງ ໃຈຂອງຕົນ ໂດຍສື່ມວນຊົນເອງ ຫລື ບຸກຄົນ, ນິຕິບຸກຄົນ ແລະ ການ ຈັດຕັ້ງທີ່ກ່ຽວຂ້ອງຕາມກົດໝາຍ ແລະ ລະບຽບການ. ໃນກໍລະນີທີ່ ບໍ່ສາມາດລົງພິມ, ກະຈາຍ ຫລື ຕອບໄດ້ນັ້ນ ສື່ມວນຊົນຕ້ອງແຈ້ງ ເຫດຜົນໃຫ້ພົນລະເມືອງຮັບຊາບ ຢ່າງເປັນທາງການ. ພໍ້ກັນໃໝ່ສະບັບໜ້າໍ້ ກັນ່ ສັ ບ້ າ g8a doy ddko]h P'xk.ookg0Q k ຫລື ເວລາແດດຮ້ອນ. ຕິດຕັ້ງຕາ ໜ່າງຢູ່ບ່ອນນ້ຳເຂົ້າ ແລະ ນ້ຳອອກ ເພື່ອປ້ອງກັນປາໜີ ແລະ ປ້ອງກັນ ສັດຕູປາເຂົ້າໄປໃນນາ. ສຳລັບການເລືອກພັນປາ ຄວນ ເລືອກພັນປາທີ່ເຕີບໃຫຍ່ໄວ, ລ້ຽງ ງ່າຍ, ທົນທານ ແລະ ບໍ່ທຳລາຍຕົ້ນ ເຂົ້າ ເຊັ່ນ:ປານິນ ເຕີບໃຫຍ່ໄວກິນ ອາຫານໄດ້ຫລາກຫລາຍ, ປາດຸກ ທົນທານຕໍ່ສະພາບນ້ຳໜ້ອຍ, ປາ ໄນ ເຕີບໃຫຍ່ໄວ ຊອກຫາອາຫານ ຕາມກົກເຂົ້າໄດ້ດີ, ປາປາກ ກິນພືດ ຊ່ວຍກຳຈັດສັດຕູພືດໃນນາ. ສຳລັບຂັ້ນຕອນການປ່ອຍປາ ຄວນປ່ອຍປາຫລັງຈາກດຳນາໄດ້ ປະມານ 2-3 ອາທິດ ເພື່ອໃຫ້ຕົ້ນ ເຂົ້າມີຄວາມແຂງແຮງ ແລະ ຄວນ ລ້ຽງປາ ທີ່ມີຂະໜາດ 3-5 ຊັງຕີ ແມັດຂຶ້ນໄປ ເພື່ອໃຫ້ມີອັດຕາການ ລອດຊີວິດສູງ, ໃນນັ້ນ ປ່ອຍໃນ ອັດຕາປະມານ 300-500 ໂຕ ຕໍ່ ເນື້ອທີ່ 40X40 ແມັດ ຫລື 1 ໄຮ່ (ຂຶ້ນຢູ່ກັບປະລິມານອາຫານ ແລະ ລະດັບນ້ຳ). ການບົວລະບັດຮັກສາ ແລະ ໃຫ້ ອາຫານປາ: ປາ ຈະກິນອາຫານ ທຳມະຊາດໃນນາ ເຊັ່ນ: ແມງໄມ້, ແໜ, ປວກ ແລະ ອື່ນໆ ແຕ່ເພື່ອໃຫ້ ປາໃຫຍ່ໄວຄວນໃຫ້ອາຫານເສີມ ເຊັ່ນ: ຮຳອ່ອນ, ກາກຖົ່ວ ຫລື ອາ ຫານເມັດ ມື້ລະ 1-2 ຄັ້ງ. ການຄຸ້ມ ຄອງນ້ຳ: ຄວນຮັກສາລະດັບນ້ຳໃນ ນາໃຫ້ມີຄວາມເລິກປະມານ 2030 ຊັງຕີແມັດ ຫລື ເລິກກວ່າຕາມ ຄວາມເໝາະສົມຂອງແນວພັນປາ ຂໍ້ຄວນລະວັງບໍ່ໃຫ້ນ້ຳແຫ້ງ ແລະ ຫ້າມໃຊ້ຢາກຳຈັດສັດຕູພືດ ຫລື ສານເຄມີທີ່ເປັນພິດໃນນາເຂົ້າ ເພາະ ຈະເຮັດໃຫ້ປາຕາຍໄດ້, ຄວນເນັ້ນ ການເຮັດກະສິກຳອິນຊີ. ສຳລັບ ຜົນປະໂຫຍດທີ່ໄດ້ຮັບຈາກການ ລ້ຽງປາໃນແມ່ນປາຈະກິນແມງ ໄມ້, ສັດຕູພືດໃນນາ. ຂີ້ປາຍັງເປັນ ຝຸ່ນອິນຊີ ຊ່ວຍໃຫ້ຕົ້ນເຂົ້າງາມ, ຕົ້ນເຂົ້າໃຫ້ຮົ່ມເຢັນ, ຫລຸດອຸນຫະ ພູມນ້ຳ ແລະ ເປັນບ່ອນລີ້ຊ້ອນສັດຕູ ຂອງປາ. ຢ່າງໃດກໍຕາມ, ກ່ອນການເກັບ ກ່ຽວເຂົ້າ 1-2 ອາທິດ ໃຫ້ຄ່ອຍໆ ຫລຸດລະດັບນ້ຳໃນນາລົງ ເພື່ອໃຫ້ ປາ ອົບພະຍົບລົງໄປຢູ່ໃນຮ່ອງ ຫລື ບ່ອນພັກປາທີ່ຂຸດໄວ້ຈາກນັ້ນຈຶ່ງໃຊ້ ອຸປະກອນຈັບປາ ເຊັ່ນ: ມອງ ຫລື ແຫ ຈັບປາໄດ້ຢ່າງງ່າຍດາຍ. ຂປລ. ທ່າມກາງກະແສການທ່ອງ ທ່ຽວ ແບບສຳຜັດທຳມະຊາດ ແລະ ການຜະຈົນໄພທີ່ນັບມື້ໄດ້ຮັບຄວາມ ສົນໃຈ, ເຂດພູກະແຕ ບ້ານນາທົ່ງ ຫລວງ ເມືອງສາລະວັນ ແຂວງສາລະ ວັນ ກຳລັງກາຍເປັນອີກໜຶ່ງຈຸດໝາຍ ປາຍທາງທີ່ໜ້າສົນໃຈ ສຳລັບນັກທ່ອງ ທ່ຽວທີ່ມັກຄວາມທ້າທາຍ, ການຍ່າງ ປ່າ ແລະ ການສຳຜັດວິຖີຊີວິດຊຸມຊົນ. ເສັ້ນທາງຜະຈົນໄພໄລຍະທາງ 39 ກິ ໂລແມັດ ໃຊ້ເວລາ 3 ມື້ 2 ຄືນເປັນການ ເດີນທາງທີ່ປະສົມປະສານລະຫວ່າງ ຄວາມງາມຂອງທຳມະຊາດ, ຮ່ອງ ຮອຍປະຫວັດສາດ, ຕຳນານທ້ອງຖິ່ນ ແລະ ການທ່ອງທ່ຽວແບບອະນຸລັກ ໂດຍຊຸມຊົນມີສ່ວນຮ່ວມ ໄດ້ກາຍເປັນ ທາງເລືອກໃໝ່ທີ່ບໍ່ພຽງແຕ່ໃຫ້ຄວາມ ເພີດເພີນ, ແຕ່ຍັງໄດ້ສຳຜັດກັບຮາກ ເຫງົ້າທາງວັດທະນະທຳ ແລະ ປະ ຫວັດສາດຢ່າງແທ້ຈິງ. ການເດີນທາງເລີ່ມຈາກເທສະ ບານເມືອງສາລະວັນ ໄປຫາບ້ານນາ ທົ່ງຫລວງ ໄລຍະທາງປະມານ 25 ກິໂລແມັດ. ໝູ່ບ້ານແຫ່ງນີ້ເປັນໝູ່ບ້ານ ເກົ່າແກ່ ຕັ້ງຢູ່ໃນເຂດທົ່ງພຽງອັນອຸດົມ ສົມບູນ, ທີ່ມີທົ່ງນາກວ້າງໃຫຍ່, ຕິດພັນ ກັບວິຖີຊີວິດຂອງຊາວບ້ານ, ສ່ວນໃຫຍ່ ແມ່ນຢຶດຖືອາຊີບເຮັດນາ, ປູກຝັງ ແລະ ລ້ຽງສັດ ເປັນຕົ້ນຕໍ. ນອກຈາກນັ້ນ, ດິນ ແດນດັ່ງກ່າວ ມີຄວາມກ່ຽວພັນກັບ ເຫດການປະຫວັດສາດ ໃນເມື່ອກ່ອນ, ໃນຂະບວນການຕໍ່ສູ້ຕ້ານການຮຸກຮານ ຂອງຝຣັ່ງ (ຄສ 1901–1906) ໂດຍເຂດພູກະແຕ ແລະ ບ້ານອ້ອມຂ້າງ ໄດ້ຖືກລະບຸວ່າ: ເປັນຖານທີ່ໝັ້ນສຳ ຄັນຂອງຂະບວນການຕໍ່ສູ້ອົງແກ້ວ - ອົງກົມມະດໍາ. “ພູກະແຕ” ມີຄວາມສູງ ເຖິງ 1.601 ແມັດ ຈາກລະດັບນ້ຳທະ ເລ, ພູແຫ່ງນີ້ ເປັນປ່າດົງດິບທີ່ປະຊາ ຊົນໃຊ້ທຳມາຫາກິນ, ເປັນບ່ອນຫລົບ ຊ້ອນ ແລະ ຍຸດທະສາດສຳຄັນໃນສະ ໄໝສົງຄາມ; ການຍ່າງປ່າພິຊິດຈອມພູ ກະແຕ ຖືເປັນຄວາມທ້າທາຍຂອງນັກ ຜະຈົນໄພ, ຕະຫລອດເສັ້ນທາງ 39 ກິໂລແມັດ ນັກທ່ອງທ່ຽວຈະໄດ້ຜ່ານ ປ່າດົງດິບແລ້ງ, ເນີນພູ ແລະ ຜາຫີນ. ໃນລະດູຝົນ ເສັ້ນທາງຈະມີຄວາມສ່ຽງ ແລະ ເພີ່ມທະວີຄູນໃນການຜະຈົນໄພ ຈາກນ້ຳປ່າ, ແຕ່ສິ່ງທີ່ໄດ້ຕອບແທນກັບ ມາຄືຄວາມງົດງາມຂອງທຳມະຊາດທີ່ ບໍ່ມີສິ່ງໃດທຽບໄດ້, ຕາມເສັ້ນທາງ ຍ່າງ ນັກທ່ອງທ່ຽວຈະໄດ້ສຳຜັດກັບ ຕົ້ນໄມ້ໃຫຍ່, ພືດສະໝຸນໄພຫລາກ ຫລາຍຊະນິດ ແລະ ອາກາດທີ່ສົດຊື່ນ ເຢັນສະບາຍ. ຈຸດເດັ່ນສຳຄັນອີກແຫ່ງ ໜຶ່ງໃນເສັ້ນທາງຄື “ຕາດຫີນຜົນ” ຊຶ່ງເປັນນ້ຳຕົກຕາດທີ່ມີຄວາມສູງ 100 ຫາ 200 ແມັດ. ຕາດແຫ່ງນີ້ຕັ້ງ ຢູ່ໃນເຂດເຊື່ອມຕໍ່ລະຫວ່າງ ເມືອງທ່າ ແຕງ ແຂວງສາລະວັນ ແລະ ເມືອງ ລະມາມ ແຂວງເຊກອງ. ທັດສະນີຍະ ພາບຂອງຕາດນີ້ສາມາດຊົມໄດ້ຢ່າງ ຈະແຈ້ງຈາກຝັ່ງທ່າແຕງ ເມືອງລະ ມາມ ແລະ ເປັນອີກໜຶ່ງຈຸດທີ່ສ້າງ ຄວາມປະທັບໃຈໃຫ້ແກ່ຜູ້ມາຢ້ຽມ ຢາມ. ເມື່ອເດີນທາງຂຶ້ນໄປຮອດຈຸດ ຊົມທິວທັດເທິງຈອມພູ, ທ່ານຈະຫາຍ ເມື່ອຍ ແນ່ນອນ, ເພາະສາມາດເບິ່ງ ເຫັນທິວທັດທົ່ງນາກວ້າງໃຫຍ່ ໄດ້ 360 ອົງສາ, ເຫັນທົ່ງນາກວ້າງໃຫຍ່ ຂອງບ້ານນາທົ່ງຫລວງ ແລະ ຕົວ ເມືອງສາລະວັນ ໂດຍສະເພາະໃນຍາມ ເຊົ້າທີ່ມີທະເລໝອກປົກຄຸມຕາມຮ່ອມພູ ແລະ ປ່າ ຍິ່ງເພີ່ມສະເໜ່ໃຫ້ແກ່ພູກະແຕ. ສ່ວນໃນຍາມຄ່ຳຄືນ ນັກທ່ອງທ່ຽວ ສາມາດຕັ້ງແຄ້ມສຳຜັດອາກາດເຢັນ ແລະ ຊົມດາວ ທ່າມກາງຄວາມງຽບ ສະຫງົບຂອງທຳມະຊາດ. ຄວາມ ໂດດເດັ່ນຂອງພູກະແຕ ບໍ່ໄດ້ມີພຽງ ແຕ່ທຳມະຊາດ, ແຕ່ຍັງຢູ່ທີ່ການມີ ສ່ວນຮ່ວມຂອງຊຸມຊົນ, ຊາວບ້ານ ໄດ້ ເຂົ້າມາມີບົດບາດທີ່ສຳຄັນ ເພື່ອເຮັດ ໜ້າທີ່ເປັນຄົນນຳທາງທີ່ຊຳນານເສັ້ນ ທາງ ເພື່ອນຳທາງນັກທ່ອງທ່ຽວໃຫ້ ປອດໄພ, ຈັດຫາອາຫານທ້ອງຖິ່ນ, ອາ ຫານພື້ນບ້ານໄວ້ຕ້ອນຮັບ, ບໍລິການ ເຮືອນພັກແບບໂຮມສະເຕ ຫລື ຈັດຈຸດ ຕັ້ງແຄັມຕາມຄວາມເໝາະສົມ. ເຖິງ ແນວໃດກໍຕາມ, ຮູບແບບການທ່ອງ ທ່ຽວດັ່ງກ່າວ ຖືເປັນການສ້າງໂອກາດ ໃຫ້ຊຸມຊົນມີລາຍຮັບໂດຍກົງຈາກ ກິດຈະກຳທ່ອງທ່ຽວ ທັງຍັງຊ່ວຍປູກ ຈິດສຳນຶກໃຫ້ປະຊາຊົນເຫັນຄຸນຄ່າ ຂອງປ່າໄມ້ ແລະ ຊັບພະຍາກອນທຳ ມະຊາດ. ເມື່ອຊຸມຊົນມີລາຍໄດ້ຈາກ ການອະນຸລັກ, ການຮັກສາປ່າ, ຮັກສາ ແຫລ່ງນ້ຳ ແລະ ຮັກສາຄວາມສະອາດ ຂອງແຫລ່ງທ່ອງທ່ຽວ ກໍຈະມີຄວາມ ໝາຍຫລາຍຂຶ້ນຕໍ່ການພັດທະນາແບບ ຍືນຍົງ. ສຳລັບຜູ້ສົນໃຈເດີນທາງພິຊິດພູ ກະແຕ ຄວນກະກຽມຮ່າງກາຍ ແລະ ອຸປະກອນໃຫ້ພ້ອມ ເຊັ່ນ: ນ້ຳດື່ມ, ອາຫານ, ເຕັນ, ຜ້າຫົ່ມ, ໄຟສາຍ, ເຄື່ອງ ນຸ່ງກັນໜາວ ແລະ ອຸປະກອນປະຖົມ ພະຍາບານ. ຄວນເດີນທາງຮ່ວມກັບ ຄົນນຳທາງທ້ອງຖິ່ນ ເນື່ອງຈາກເສັ້ນ ທາງບາງຊ່ວງມີຄວາມຊັນ, ພື້ນທີ່ຫີນ ແລະ ອາດມີອຸປະສັກຈາກສະພາບອາ ກາດ.ໃນລະດູຝົນຄວນເພີ່ມຄວາມລະມັດ ລະວັງຈາກນ້ຳປ່າ ແລະ ພື້ນທາງລື່ນ. ໂດຍທົ່ວໄປ ລະດູແລ້ງໃນຊ່ວງໄລ ຍະເດືອນພະຈິກ-ເມສາ ເໝາະສຳລັບ ການຍ່າງປ່າ ແລະ ຕັ້ງແຄ້ມ ເນື່ອງຈາກ ເສັ້ນທາງໂດຍທົ່ວໄປເດີນທາງສະ ດວກກວ່າ ແລະ ອາກາດຍາມຄ່ຳຄືນ ເຢັນສະບາຍ. ສ່ວນໄລຍະປາຍຝົນ-ຕົ້ນ ໜາວ ທຳມະຊາດຈະຂຽວສົດ ແລະ ມີ ໂອກາດພົບເຫັນທະເລໝອກໃນຍາມ ເຊົ້າ. ແນວໃດກໍຕາມ, ກ່ອນການເດີນ ທາງຄວນກວດສອບສະພາບອາກາດ ແລະ ສອບຖາມສະພາບເສັ້ນທາງຈາກ ຜູ້ນຳທາງທ້ອງຖິ່ນ. ສິ່ງສຳຄັນສຳລັບ ການພິຊິດພູກະແຕ ຄື ການທ່ອງທ່ຽວ ຢ່າງມີຄວາມຮັບຜິດຊອບ. ນັກທ່ອງ ທ່ຽວຄວນບໍ່ຖິ້ມຂີ້ເຫຍື້ອ, ບໍ່ທຳລາຍ ພືດພັນ ແລະ ບໍ່ລົບກວນສັດປ່າ, ຄວນ ນຳຂີ້ເຫຍື້ອທຸກຢ່າງກັບລົງມາຈາກພູ ແລະ ເຄົາລົບກົດລະບຽບຂອງຊຸມຊົນ. ການຮ່ວມມືຈາກນັກທ່ອງທ່ຽວ, ຊຸມ ຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງຈະ ເປັນປັດໄຈສຳຄັນໃນການຮັກສາພູກະ ແຕໃຫ້ມີຄວາມງາມ ແລະ ເປັນແຫລ່ງ ທ່ອງທ່ຽວທີ່ຍືນຍົງໃນອະນາຄົດ. ພູກະແຕ ຈຶ່ງບໍ່ແມ່ນພຽງຈຸດໝາຍ ສຳລັບການຖ່າຍຮູບ ຫລື ເຊັກອິນເທົ່າ ນັ້ນ, ແຕ່ເປັນປາຍທາງທີ່ເປີດໂອກາດ ໃຫ້ຜູ້ມາຢ້ຽມຢາມໄດ້ທົດສອບກຳລັງ ກາຍ, ພະລັງໃຈ, ຮຽນຮູ້ວິຖີຊີວິດຊຸມ ຊົນ ແລະ ສຳຜັດຄວາມງາມອັນສົມ ບູນຂອງທຳມະຊາດ. ພ້ອມກັນນັ້ນ ຍັງ ເປັນຮູບແບບການນຳໃຊ້ທ່າແຮງທຳ ມະຊາດຄວບຄູ່ກັບການສ້າງລາຍໄດ້ ໃຫ້ຊຸມຊົນ, ສ້າງຈິດສຳນຶກຮັກ ແລະ ຫວງແຫນປ່າໄມ້, ແຫລງນ້ຳ ແລະ ຊີ ວະນາໆພັນ ໃຫ້ຢູ່ຄຽງຄູ່ກັບການພັດ ທະນາ. ດັ່ງນັ້ນ, ການເດີນທາງ 39 ກິ ໂລແມັດ ສູ່ພູກະແຕ ຈຶ່ງເປັນຫລາຍ ກວ່າການຜະຈົນໄພ, ມັນແມ່ນການ ເດີນທາງສູ່ທຳມະຊາດ, ປະຫວັດ ສາດ, ວິຖີຊຸມຊົນ ແລະ ຈິດສຳນຶກການ ອະນຸລັກ ຊຶ່ງສາມາດກາຍເປັນອີກໜຶ່ງ ສີສັນສຳຄັນຂອງການທ່ອງທ່ຽວ ແຂວງສາລະວັນ. ສຳລັບຜູ້ສົນໃຈສາມາດສອບຖາມ ຂໍ້ມູນການເດີນທາງໄດ້ທີ່ພະແນກວັດ ທະນະທຳ ແລະ ການທ່ອງທ່ຽວແຂວງ ສາລະວັນ ຫລື ສາມາດປະສານງານທີ່ ເບີ 020 96475849 ຫລື ຜ່ານເຟດ ບຸກ Souliya SANAXAI.
RkJQdWJsaXNoZXIy MTc3MTYxMQ==