7342

xtgmf]k; 7 14/08/2026 gsfdko{dkora fa mtok 9exkla d{fq j '4a [ ln [8= j glu ,0tspkpdkoIj ;,,n w]pt 2026-2030 ຂປລ. ແຫລ່ງຂ່າວຈາກແຂວງ ຈຳປາສັກ ໃຫ້ຮູ້ວ່າ: ຄະນະຜູ້ແທນ ແຂວງຈຳປາສັກ ສປປ ລາວ ນຳ ໂດຍ ສະຫາຍ ສຸກສະຫວັນ ວິໄລວົງ ຮອງເລຂາພັກແຂວງ, ປະທານ ຄະນະກຳມະການປົກຄອງແຂວງ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຂປລ. ແຫລ່ງຂ່າວຈາກແຂວງ ຈຳປາສັກ ໃຫ້ຮູ້ວ່າ: ການນໍາຂອງ ແຂວງຈໍາປາສັກ ນຳໂດຍ ທ່ານ ສົມບູນ ເຮືອງວົງສາ ຮອງປະທານ ຄະນະກຳມະການປົກຄອງແຂວງ, ທ່ານ ຈັນທະບູນ ສີປະເສີດ ຫົວໜ້າ ພະແນກແຮງງານ ແລະ ສະຫວັດ ດີການສັງຄົມແຂວງ, ທ່ານ ສຸກ ຫລວງແຫ່ງຊາດເລກ 8A ໃນ ວັນທີ 11 ສິງຫາ 206 ຜ່ານມານີ້ ວ່າ: ເສັ້ນທາງຫລວງແຫ່ງຊາດເລກ 8A ໄດ້ຮັບຜົນກະທົບເກີດຂຶ້ນ 2 ຄັ້ງ ໃຫຍ່ຄື: ຄັ້ງທີ 1 ໄລຍະວັນທີ 1416 ກໍລະກົດ 2026 ມີນໍ້າກັດເຊາະ ໜ້າທາງ ແລະ ຮ່ອງລະບາຍນໍ້າ 2 ຈຸດໃຫຍ່ ຢູ່ໄລຍະ ກມ 35+800 ( ພູຜາມ່ານ) ແລະ ກມ 43+600 (ພູໄຮ), ພ້ອມທັງມີດິນເຈື່ອນທັບ ທາງ 4 ຈຸດໃຫຍ່. ດິນເຈື່ອນທັບ ເຮືອນປະຊາຊົນ ຢູ່ເຂດບ້ານທ່າບັກ ເມືອງຄໍາເກີດ ມີຜູ້ເສຍຊີວິດ 3 ຄົນ. ຄັ້ງທີ 2 ໄລຍະວັນທີ 3-4 ສິງຫາ 2026 ເກີດມີດິນ ແລະ ຫີນກ້ອນ ໃຫຍ່ເຈື່ອນທັບຖົມໜ້າທາງໄລຍະ ພູຜາມ່ານ ຈຳນວນ 9 ຈຸດ (ຍາວ ປະມານ 400 ແມັດ), ນໍ້າກັດເຊາະ ໜ້າທາງ 7 ຈຸດ, ຮ່ອງລະບາຍນໍ້າ g-dv' 9t9a fdy f9tde 9e|j kply o7h k .o]k7kot3p[kp xt-k-q omu j wfh Ia [zq odtmq [oE4h ;, 16 j ot7voxkdg- wfh Ia [g7n j v'-j ;pgs]n v ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ພະແນກອຸດ ສາຫະກຳ ແລະ ການຄ້າ ແຂວງເຊ ກອງ ຮ່ວມກັບພາກສ່ວນກ່ຽວຂ້ອງ ພາຍໃນແຂວງ ຈະໄດ້ຈັດກິດຈະກຳ ເປີດຮ້ານຄ້າ ເພື່ອຈຳໜ່າຍສິນຄ້າ ອຸປະໂພກ-ບໍລິໂພກ ແລະ ອຸປະກອນ ການສຶກສາ ໃນລາຄານະໂຍບາຍ- [= ]y 7ew- g]a j 'cdh w0glA omk's];' c]t mk'mh v'4y j o mu j wfh Ia [zq odtmq [9kdwrry [a fme,t-kf ລາຄາອຸ່ນໃຈ(ລາຄາຖືກ) ເພື່ອເປັນ ການຮອງຮັບ ໃຫ້ແກ່ການກະກຽມ ເປີດສົກຮຽນໃໝ່ທີ່ຈະມາເຖິງນີ້. ກິດຈະກໍາໃນຄັ້ງນີ້, ຈະໄດ້ຈັດ ຂຶ້ນໃນວັນທີ 14 ສິງຫາ 2026 ທີ່ ເດີ່ນສູນການຄ້າແຂວງເຊກອງ, ເລີ່ມແຕ່ເວລາ 9:00 ໂມງ ຫາ ເວລາ 17:00 ໂມງ ຊຶ່ງສິນຄ້າທີ່ນໍາມາ ຈໍາໜ່າຍ ປະກອບມີປຶ້ມແບບຮຽນ, ປຶ້ມຂຽນ, ບິກ, ສໍດຳ, ຢາງລຶບ, ໄມ້ບັນທັດ, ເຄື່ອງແບບນັກຮຽນ ແລະ ສິນຄ້າອື່ນໆ ໂດຍສະເພາະຜະ ລິດຕະພັນລາວ. ທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງເຊກອງ ໃຫ້ ຮູ້ວ່າ: ການຈັດກິດຈະກໍາໃນຄັ້ງນີ້, ເພື່ອເປັນການຮອງຮັບໃຫ້ແກ່ການ ກະກຽມເປີດສົກຮຽນໃໝ່ (20262027) ພ້ອມທັງເປັນການຊຸກຍູ້ ສົ່ງເສີມ ໃຫ້ມວນຊົນລາວຫັນມາ ຊົມໃຊ້ສິນຄ້າລາວໃຫ້ຫລາຍຂຶ້ນ ແລະ ເພື່ອແບ່ງເບົາພາລະ ຂອງ ປະຊາຊົນ ກໍຄື ພໍ່ແມ່ຜູ້ປົກຄອງ ນັກຮຽນທີ່ມີລາຍຮັບຕໍ່າ. ສະນັ້ນ, ຈຶ່ງຂໍເຊີນຊວນພໍ່ແມ່ປະຊາຊົນ ເຂົ້າ ຮ່ວມກິດຈະກໍາ ຫລື ເຂົ້າມາໃຊ້ບໍລິ ການຊື້ສິນຄ້າ (ອຸປະກອນການ ຮຽນ) ຕາມສະຖານທີ່, ວັນ ແລະ ເວລາ ທີ່ພວກເຮົາກໍານົດໄວ້ ເພື່ອ ໃຫ້ໄດ້ສິນຄ້າທີ່ມີຄຸນນະພາບດີ ແລະ ລາຄານະໂຍບາຍ. ຂ່າວ: ສັນຍາ ຈຳປາສັກ ໄດ້ເດີນທາງໄປຢ້ຽມ ຢາມ ແລະ ເຮັດວຽກຢູ່ແຂວງດົ່ງ ຖັບ ສສ ຫວຽດນາມ ໃນວັນທີ 12 ສິງຫາ 2026 ໂດຍມີ ສະຫາຍ ຟ້າມ ແທ່ງ ງາຍ ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງ ປະຊາຊົນແຂວງດົ່ງຖັບ ໃຫ້ກຽດ ຕ້ອນຮັບ. ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ທົບທວນ ແລະ ຕີລາຄາສູງ ຕໍ່ຜົນການຮ່ວມມືໃນໄລຍະ 4 ປີ ຜ່ານມາ ຊຶ່ງບັນລຸຜົນດີໃນຫລາຍ ດ້ານ, ປະກອບສ່ວນເສີມສ້າງສາຍ ພົວພັນມິດຕະພາບ ແລະ ການ ຮ່ວມມື ຫວຽດນາມ-ລາວ, ລາວຫວຽດນາມ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ສະຫາຍ ສຸກສະຫວັນ ວິໄລວົງ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການຊ່ວຍເຫລືອຈາກ ແຂວງດົ່ງຖັບ ທີ່ມີຕໍ່ແຂວງຈຳ ປາສັກໃນໄລຍະຜ່ານມາ ຊຶ່ງມີສ່ວນ ສຳຄັນຕໍ່ການພັດທະນາເສດຖະກິດ- ສັງຄົມ, ພ້ອມທັງສະເໜີໃຫ້ສອງ ຝ່າຍສືບຕໍ່ເສີມຂະຫຍາຍຜົນງານ ທີ່ບັນລຸໄດ້, ເພີ່ມການແລກປ່ຽນ ບົດຮຽນ ແລະ ຮ່ວມມືໃນຂົງເຂດ ຕ່າງໆ ໃຫ້ເປັນຮູບປະທຳ ແລະ ມີ ປະສິດຜົນສູງ. ພ້ອມນີ້, ທັງສອງຝ່າຍຍັງໄດ້ ເຫັນດີສືບຕໍ່ດຳເນີນໂຄງການ ແລະ ແຜນງານຮ່ວມມື ໂດຍເນັ້ນຂົງເຂດ ເສດຖະກິດ-ສັງຄົມ, ກະສິກຳ, ຊົນລະປະທານ, ການຊ່ວຍເຫລືອ ດ້ານເຕັກນິກ, ພ້ອມທັງເພີ່ມການ ແລກປ່ຽນຄະນະຜູ້ແທນ, ແບ່ງປັນ ບົດຮຽນ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ. ໂອກາດນີ້, ສະຫາຍ ຟ້າມ ແທ່ງ ງາຍ ແລະ ສະຫາຍ ສຸກສະຫວັນ ວິໄລວົງ ໄດ້ຮ່ວມລົງນາມບົດບັນ ທຶກຄວາມເຂົ້າໃຈ ວ່າດ້ວຍການ ຮ່ວມມື ລະຫວ່າງຄະນະປະຊາຊົນ ແຂວງດົ່ງຖັບ ແລະ ຄະນະປົກຄອງ ແຂວງຈຳປາສັກ ໄລຍະ 20262030 ຊຶ່ງການລົງນາມຄັ້ງນີ້, ມີ ເປົ້າໝາຍສືບຕໍ່ເສີມສ້າງສາຍພົວພັນ ມິດຕະພາບ, ຂະຫຍາຍການຮ່ວມມື ໃຫ້ຮອບດ້ານ, ຍືນຍົງ ແລະ ຕ່າງ ຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ພ້ອມ ປະກອບສ່ວນຊຸກຍູ້ການພັດທະນາ ຂອງສອງແຂວງ ແລະ ເສີມສ້າງ ສາຍພົວພັນມິດຕະພາບພິເສດລາວ- ຫວຽດນາມ, ຫວຽດນາມ-ລາວ ໃຫ້ ເລິກເຊິ່ງຍິ່ງຂຶ້ນ. ຂ່າວ-ພາບ: ສິດທິໄຊ ແກ້ວທ່ອນຈັນ ວິໃສ ສີສົມຫວັງ ປະທານຄະນະ ກຳມະການປົກຄອງນະຄອນ ພ້ອມ ດ້ວຍພາກສ່ວນທີ່ກ່ຽວຂ້ອງ ລົງ ພື້ນທີ່ຕິດຕາມສະຖານະການນ້ຳ ຖ້ວມຢ່າງໃກ້ຊິດ ໃນວັນທີ 12 ສິງຫາ 2026 ພ້ອມທັງຊີ້ນຳໃຫ້ ບັນດາພາກສ່ວນທີ່ກ່ຽວຂ້ອງເລັ່ງ ດຳເນີນມາດຕະການຊ່ວຍເຫລືອ, ບັນເທົາຄວາມເດືອດຮ້ອນ ແລະ ຟື້ນ ຟູຊີວິດການເປັນຢູ່ຂອງປະຊາຊົນທີ່ ໄດ້ຮັບຜົນກະທົບ ພາຍໃນ 3 ບ້ານຄື: ບ້ານ ທ່າຫີນເໝືອ, ບ້ານ ແກ້ ແລະ ເສຍຫາຍ 3.500 ແມັດ ແລະ ນໍ້າ ຖ້ວມທາງ 5 ຈຸດ, ຮາກຖານເສົາ ຂົວຫ້ວຍຊາຍ (ກມ 20+800) ກໍ ຖືກນໍ້າກັດເຊາະເສຍຫາຍ ຈົນລົດບໍ່ ສາມາດສັນຈອນໄດ້. ດ້ານເສັ້ນທາງຫລວງທ້ອງຖິ່ນ ຢູ່ບັນດາເມືອງ ເຊັ່ນ: ເມືອງໄຊ ຈໍາພອນ, ປາກກະດິງ, ບໍລິຄັນ, ທ່າພະບາດ ແລະ ເມືອງວຽງທອງ ແມ່ນໄດ້ຮັບຜົນກະທົບດິນເຈື່ອນ ແລະ ນໍ້າຖ້ວມເຊັ່ນກັນ ຊຶ່ງບາງ ເສັ້ນທາງຍັງບໍ່ສາມາດປະເມີນຜົນ ກະທົບໄດ້ເທື່ອ. ສຳລັບການຈັດຕັ້ງ ປະຕິບັດວຽກງານສຸກເສີນແມ່ນພົບ ຂໍ້ຫຍຸ້ງຍາກຫລາຍ ໂດຍສະເພາະ ສະພາບຝົນທີ່ຕົກລົງມາຢ່າງຕໍ່ເນື່ອງ ເຮັດໃຫ້ດິນເຈື່ອນຊໍ້າຊ້ອນ ແລະ ການຊອກຫາບໍລິສັດເຂົ້າມາແກ້ໄຂ ວຽກສຸກເສີນ ເນື່ອງຈາກຜ່ານມາ ບໍລິສັດຈັດຕັ້ງປະຕິບັດວຽກສຳເລັດ ແລ້ວ, ແຕ່ຍັງຂາດງົບປະມານຊຳ ລະ ແລະ ການນຳສະເໜີເຂົ້າແຜນ ງົບປະມານມີຄວາມຫລ້າຊ້າ. ສ່ວນ ມູນຄ່າຄວາມເສຍຫາຍຍັງບໍ່ສາມາດ ປະເມີນໄດ້. ໂອກາດນີ້, ທ່ານ ເຫລັກໄຫລ ສີວິໄລ ໄດ້ສະເໜີໃຫ້ຄະນະກຳມະ ການປົກຄອງແຂວງບໍລິຄຳໄຊ ແລະ ພະແນກການທີ່ກ່ຽວຂ້ອງຈົ່ງໄດ້ປະ ສານສົມທົບກັບບໍລິສັດທີ່ຮັບເໝົາ ແກ້ໄຂສຸກເສີນ ແກ້ໄຂເສັ້ນທາງໃຫ້ ສາມາດນຳໃຊ້ໄດ້ປົກກະຕິໂດຍໄວ, ພ້ອມນັ້ນເກັບກຳຂໍ້ມູນເພື່ອປັບປຸງ ຫລັງສິ້ນສຸດລະດູຝົນ, ເສັ້ນທາງ ເລກທີ 8A ເປັນເສັ້ນທາງຫລັກໃນ ການຈໍລະຈອນສິນຄ້າລະຫວ່າງ ປະເທດຈາກ ສປປ ລາວ ອອກສູ່ສສ ຫວຽດນາມ, ຈາກ ສສ ຫວຽດນາມ ເຂົ້າລາວອອກໄປສູ່ປະເທດທີ 3. ຂ່າວ: ສາຍສະໝອນ ບ້ານ ໂພນສະອາດ. ໃນໂອກາດດັ່ງກ່າວ, ຄະນະ ການນຳໄດ້ນຳເອົາເຄື່ອງອຸປະໂພກ- ບໍລິໂພກ, ນ້ຳດື່ມ ແລະ ສິ່ງຂອງຈຳ ເປັນອື່ນໆ ລວມມູນຄ່າ 17 ລ້ານ ກວ່າກີບ, ໃນນັ້ນເຄື່ອງຊ່ວຍເຫລືອ ຈາກອົງການປົກຄອງແຂວງ 13.800.000 ກີບ ແລະ ອົງ ການປົກຄອງນະຄອນປາກເຊ 3.400.000 ກີບ ມອບໃຫ້ແກ່ ຄອບຄົວຜູ້ປະສົບໄພ ເພື່ອເປັນຂວັນ ກຳລັງໃຈ ແລະ ຊ່ວຍບັນເທົາຄວາມ ລຳບາກໃນໄລຍະສຸກເສີນ ໃນນີ້, ບ້ານ ທ່າຫີນເໜືອ ມີຄອບຄອບທີ່ໄດ້ ຮັບຜົນກະທົບ 82 ຄອບຄົວ, ບ້ານ ແກ 6 ຄອບຄົວ ແລະ ບ້ານໂພນ ສະອາດ 15 ຄອບຄົວ. ຂ່າວ: ຈິນດາວັນ ຍອດຄຳດີ

RkJQdWJsaXNoZXIy MTc3MTYxMQ==