7342

lh k'7;k,g0Q k.9dj P;da [rtpkfw0h p5 ']kp .sh lnj ,;o-q o 14/08/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ມາລີດາີດ ,6 og-N v;a fmtotmeva ogxa ogvdt]a d0v'-q ogzqj kIj kia d (ຄັດຈາກປື້ມບັນດາຊົນເຜົ່າໃນ ສປປ ລາວ)ັື້ັົົ່ -u ;y f{;a fmtotme u y a ຂປລ. ຊົນເຜົ່າ ຮ່າຣັກ ແມ່ນ ໜຶ່ງໃນບັນດາຊົນເຜົ່າທີ່ອາໄສຢູ່ ທາງພາກໃຕ້ຂອງ ສປປ ລາວ ໂດຍ ໄດ້ຍ້າຍ ແລະ ຕັ້ງຫລັກປັກຖານ ມາເປັນເວລາຫລາຍຮ້ອຍປີ ໃນ ເຂດເມືອງລະມາມ ແຂວງເຊກອງ ແລະ ເມືອງຊານໄຊ ແຂວງອັດຕະ ປື. ຕໍ່ມາປະຊາຊົນຈຳນວນໜຶ່ງໄດ້ ເຄື່ອນຍ້າຍຖິ່ນຖານ ແລະ ຫັນປ່ຽນ ອາຊີບໄປປະກອບອາຊີບປູກກາເຟ ແລະ ເຮັດນາ ໃນເຂດເມືອງເລົ່າ ງາມ ແຂວງສາລະວັນ, ເມືອງບາ ຈຽງຈະເລີນສຸກ ແລະ ເມືອງປາກ ຊ່ອງ ແຂວງຈຳປາສັກ. ຊົນເຜົ່າຮ່າຣັກ ມີມູນເຊື້ອດ້ານ ກະສິກຳ ໂດຍໃນອະດີດເນັ້ນການ ເຮັດໄຮ່ ປູກເຂົ້າ ແລະ ພືດຕ່າງໆ. ປັດຈຸບັນຫລາຍຄອບຄົວໄດ້ຫັນມາ ເຮັດສວນກາເຟ ແລະ ເຮັດນາປູກ ເຂົ້າ. ນອກຈາກນັ້ນ ຍັງມີອາຊີບ ລ່າສັດ, ຫາປາ, ຈັກສານ, ຕີເຫລັກ, ຖາກໄມ້ ແລະ ອື່ນໆ. ສ່ວນແມ່ຍິງ ມີຄວາມຊຳນານດ້ານການຕໍ່າຫູກ, ສານສາດ ແລະ ຫາກຸ້ງຫາປາຕາມ ຫ້ວຍຮ່ອງແລະ ແມ່ນ້ຳລຳເຊ. ພ້ອມ ນັ້ນ, ກໍມີການລ້ຽງສັດ ເຊັ່ນ: ລ້ຽງ ງົວ, ຄວາຍ, ໝູ ແລະ ສັດປີກ ເພື່ອບໍ ລິ ໂພກ, ຂາຍເປັນສິນຄ້າ ແລະ ນຳ ໃຊ້ໃນພິທີກຳຕາມຮີດຄອງ. ໃນສະໄໝບູຮານຊົນເຜົາຮ່າ ຣັກ ນິຍົມປຸກເຮືອນດ້ວຍໄມ້ ແລະ ມີຮູບຊົງຄ້າຍເຮືອສະເພົາ, ຢູ່ໃນ ຫ້ອງມີການຈັດວາງແທດເໝາະ ກັບຮີດຄອງປະເພນີ ແລະ ຈຳນວນ ສະມາຊິກໃນຄອບຄົວ ສະທ້ອນໃຫ້ ເຫັນວິຖີຊີວິດອັນເປັນເອກະລັກ. ການຄະລຳຢູ່ພາຍໃນເຮືອນກ່ອນ ປີ 1975 ຄືນຫລັງ ນອນກາງມຸ້ງ ໃນຫ້ອງບໍ່ໄດ້ເດັດຂາດ. ການນຸ່ງຖືຂອງຊົນເຜົ່າຮ່າຣັກ ມີລັກສະນະຄ້າຍຄືກັບຫລາຍຊົນ ເຜົ່າໃນກຸ່ມພາສາມອນ-ຂະແມ ຢູ່ ທາງພາກໃຕ້ ເປັນຕົ້ນຜູ້ຊາຍນຸ່ງ ກະຕ່ຽວ, ບໍ່ຫົ່ມເສື້ອແຕ່ເຂົາເຈົ້າ ບິ່ງຜ້າແພ ແລະ ຫົ່ມຜ້າ ບ່ຽງຍາມ ໜາວເອົາຜ້າກາໂລພັນຄີງແບບ ຫົ່ມເສື້ອຍາວຢ່ອນລົງຮອດບີແຂ່ງ. ສຳລັບແມ່ຍິງແມ່ນນຸ່ງສິ້ນໂລມຮັດ ເອິກຢ່ອນລົງຮອດບີແຂ່ງ, ມີແພມັດ ແອວ, ບ່ອງຫູກວ້າງກວ່າຜູ້ຊາຍຈຶ່ງ ສາມາດໃສ່ຕ້າງໃຫຍ່, ຈົ່ງຜົມຍາວ, ເກົ້າຜົມເບື້ອງໜ້າ, ໃສ່ໝາກປັດ, ປອກແຂນ, ຮອດກະສຽນ ອາຍຸ 15-18 ປີກໍຕັດແຂ້ວ. ດ້ານຮີດຄອງ ແລະ ຄວາມເຊື່ອ ຊົນເຜົ່າຮ່າຣັກ ມີຄວາມເຊື່ອກ່ຽວ ກັບຜີເຮືອນ, ຜີຮັກສາບ້ານ ແລະ ຄວາມເຊື່ອອື່ນໆຕາມພື້ນຖານຂອງ ຊຸມຊົນ. ຮີດຄອງສຳຄັນອີກຢ່າງ ໜຶ່ງຄື “ຈ້ອງກະປຽວ” ຊຶ່ງເປັນ ພິທີກຳທີ່ຊຸມຊົນຮ່ວມກັນປະຕິບັດ ແລະ ປັດຈຸບັນມີການປັບປ່ຽນໄລ ຍະເວລາຈັດພິທີໃຫ້ເໝາະສົມ. ສຳລັບສິລະປະ ແລະ ວັນນະຄະ ດີ ຮ່າຣັກ ມີເຄື່ອງດົນຕີພື້ນເມືອງ ເຊັ່ນ: ປີ່, ແຄນ, ກອງ ແລະ ພະເໜາະ ພ້ອມທັງມີກອນຂັບລຳ ແລະ ນິທານ ພື້ນເມືອງ ທີ່ສືບທອດຈາກຄົນຮຸ່ນ ໜຶ່ງສູ່ອີກຮຸ່ນໜຶ່ງ. ສ່ວນດ້ານພາສາ ຊົນເຜົ່າຮ່າຣັກມີພາສາປາກເວົ້າ ຂອງຕົນເອງ ແຕ່ບໍ່ມີຕົວໜັງສືຂຽນ ແລະ ພາສາຂອງພວກເຂົາຈັດຢູ່ໃນ ກຸ່ມພາສາມອນ-ຂະແມ. ນອກຈາກ ພາສາຂອງຕົນເອງແລ້ວ ຍັງສາ ມາດສື່ສານພາສາຂອງຊົນເຜົ່າ ໃກ້ຄຽງ ແລະ ພາສາລາວໄດ້ດີ. ຂປລ. ເມື່ອມໍ່ໆມານີ້ທີ່ສູນຂ່າວ ສານສາທາລະນະສຸກ ກະຊວງ ສາທາລະນະສຸກ ໄດ້ຈັດກອງປະຊຸມ ໃຫ້ຂໍ້ມູນຂ່າວສານກ່ຽວກັບພະຍາດ ໄຂ້ຍຸງລາຍ ແກ່ສື່ມວນຊົນ ເພື່ອໃຫ້ ສື່ມວນຊົນຮັບຮູ້ເຖິງສະພາບຂອງ ພະຍາດໄຂ້ຍຸງລາຍ ໃນປັດຈຸບັນ ແລະ ວິທີປ້ອງກັນພະຍາດດັ່ງກ່າວ ເພື່ອນໍາໄປເຜີຍແຜ່ໃຫ້ປະຊາຊົນຮູ້ ຫລາຍຂຶ້ນ ທັງນີ້ກໍເພື່ອເປັນການ ຫລຸດຜ່ອນພະຍາດຍຸງລາຍໃນຂອບ ເຂດທົ່ວປະເທດ. ທ່ານ ວິສິດ ຄຳລືຊາ ໃຫ້ຮູ້ວ່າ: ຈຸດປະສົງການຈັດກອງປະຊຸມໃນ ຄັ້ງນີ້ ເພື່ອນໍາສະເໜີຂໍ້ມູນຂ່າວສານ ແລະ ຕອບຄໍາຖາມ ກ່ຽວກັບສະຖາ ນະການໄຂ້ຍຸງລາຍປັດຈຸບັນພາຍ ໃນປະເທດ ແລະ ປະເທດອ້ອມຂ້າງ, ຜົນກະທົບຂອງການປ່ຽນແປງດິນ ຟ້າອາກາດຕໍ່ການລະບາດຂອງ ພະຍາດໄຂ້ຍຸງລາຍ ພ້ອມທັງສະເໜີ ຄໍາແນະນໍາໃນການປ້ອງກັນ ແລະ ຫລຸດຜ່ອນຄວາມສ່ຽງຈາກພະຍາດ ໄຂ້ຍຸງລາຍ ບັນດາສື່ມວນຊົນໄດ້ ຮັບຮູ້ ແລະ ເຂົ້າໃຈຢ່າງລະອຽດທັງ ນີ້ກໍເພື່ອໃຫ້ບັນດາສື່ມວນຊົນ ເປັນ ກະບອກສຽງ ໃນການເຜີຍແຜ່ຂໍ້ ມູນກ່ຽວກັບມາດຕະການປ້ອງກັນ ພະຍາດໄຂ້ຍຸງລາຍຜ່ານຊ່ອງທາງ ການສື່ສານຂອງຕົນໃຫ້ຫລາຍຂຶ້ນ ຕື່ມ ເພື່ອເຮັດໃຫ້ຂໍ້ມູນຂ່າວສານ ການປ້ອງກັນໄຂ້ຍຸງລາຍ ເຂົ້າເຖິງ ປະຊາຊົນຫລາຍຂຶ້ນໃນທຸກພື້ນທີ່ ແລະ ສິ່ງສໍາຄັນທີ່ສຸດກໍຄື ເມື່ອປະ ຊາຊົນໄດ້ຮັບຂໍ້ມູນຂ່າວສານແລ້ວ ແຕ່ລະຄົວເຮືອນຈະເປັນເຈົ້າການ ໃນການປ້ອງກັນພະຍາດໄຂ້ຍຸງ ລາຍດ້ວຍໂຕຂອງເຂົາເຈົ້າເອງ ໂດຍສະເພາະແມ່ນຫລັກການປະຕິ ບັດ 5 ປ ຄື: ປິດຝາພາຊະນະເກັບ ນໍ້າໃນເຮືອນ ແລະ ນອກເຮືອນ, ປ່ຽນນໍ້າໃນພາຊະນະຕ່າງໆ ເຊັ່ນ: ເຕົ້າດອກໄມ້, ຝາຮອງຕີນຕູ້, ປ່ອຍ ປາເພື່ອໃຫ້ກິນໜອນນໍ້າ, ກະໂປະ ກະປ໋ອງ ຫລື ຢາງຕີນລົດເກົ່າທີ່ມີ ນໍ້າຂັງ, ປະຕິບັດເປັນປະຈໍາທຸກໆ ອາທິດ. ເຖິງແນວໃດກໍຕາມ, ແຕ່ລະປີ ມີຄົນຈຳນວນຫລາຍທີ່ເຈັບເປັນ ແລະ ເສຍຊີວິດຈາກພະຍາດໄຂ້ຍຸງ ລາຍ, ທຸກຄົນ ມີຄວາມສ່ຽງ ບໍ່ວ່າ ຈະເປັນເດັກນ້ອຍ, ຜູ້ໃຫຍ່ ຫລື ຜູ້ ສູງອາຍຸ ຊຶ່ງອາການອາດຈະເບົາ ບາງໃນບາງກໍລະນີ ແຕ່ກໍສາມາດ ກ້າວໄປສູ່ຂັ້ນຮຸນແຮງ ແລະ ເສຍ ຊີວິດໄດ້ ຖ້າບໍ່ໄດ້ຮັບການປິ່ນປົວ ທີ່ເໝາະສົມ. ໃນລະດູຝົນ ໂດຍສະ ເພາະເດືອນສິງຫາ-ຕຸລາ ເປັນໄລ ຍະທີ່ມີການລະບາດຂອງໄຂ້ຍຸງ ລາຍສູງ ຄວບຄູ່ກັບຜົນກະທົບຈາກ ການປ່ຽນແປງດິນຟ້າອາກາດທີ່ ເຮັດໃຫ້ປະລິມານນ້ຳຝົນເພີ່ມຂຶ້ນ ຊຶ່ງເປັນຂໍ້ສະດວກໃຫ້ແກ່ຍຸງລາຍ ໃນການແຜ່ພັນ, ດັ່ງນັ້ນຖ້າທຸກຄົນ ບໍ່ເອົາໃຈໃສ່ຈັດຕັ້ງປະຕິບັດມາດຕະ ການປ້ອງກັນ ແລະ ຄວບຄຸມອາດ ເຮັດໃຫ້ກະທົບຕໍ່ສຸຂະພາບ ແລະ ເກີດບັນຫາດ້ານສາທາລະນະສຸກ ທີ່ຮ້າຍແຮງໄດ້. ທ່ານ ດຣ ນ ບຸນຖະໜອມ ແສງ ແກ້ວປະເສີດ ຫົວໜ້າຂະແໜງລະ ບາດວິທະຍາ ກະຊວງສາທາລະນະ ສຸກ ກ່າວວ່າ: ສະພາບການລາຍ ງານກໍລະນີສົງໄສພະຍາດໄຂ້ຍຸງ ລາຍ ຢູ່ ສປປ ລາວ (ອາທິດທີ 1- 30 ປີ 2026) ກໍລະນີສະສົມ 3.318 ກໍລະນີ, ກໍລະນີເສຍ ຊິວິດ: 0 ກໍລະນີ ເມື່ອສົມທຽບກັບ ຈຳນວນກໍລະນີສະສົມ ໃນຊ່ວງ ໄລຍະເວລາດຽວກັນ ຂອງປີຜ່ານ ມາ 2025 (ຈຳນວນກໍລະນີສະສົມ 4.242 ກໍລະນີ) ເຫັນວ່າມີທ່າອ່ຽງ ຫລຸດລົງ. ສໍາລັບມາດຕະການປ້ອງ ກັນພະຍາດດັ່ງກາວ ຈະສືບຕໍ່ເຝົ້າ ລະວັງ ເພື່ອຄົ້ນຫາກໍລະນີເກີດເປັນ ຈຸ້ມ ແລະ ການລະບາດ; ສ້າງຄວາມ ເຂັ້ມແຂງໃຫ້ເຄືອຂ່າຍການຮ່ວມມື ລະຫວ່າງຂະແໜງວິເຄາະ ແລະ ລະບາດວິທະຍາ ຂັ້ນສູນກາງ ແລະ ຂັ້ນແຂວງ ໃນການເກັບຕົວຢ່າງ ແລະ ກວດຕົວຢ່່າງ, ການແລກ ປ່ຽນຂໍ້ມູນ ແລະ ການຮ່ວມວິເຄາະ ສະພາບການລະບາດຂອງພະຍາດ ໄຂ້ຍຸງລາຍ; ສ້າງຄວາມອາດສາ ມາດໃນການກຽມຄວາມພ້ອມ, ການສອບສວນການລະບາດ, ແລະ ກົນໄກການປະສານງານໃຫ້ ທີມງານໂຕ້ຕອບໄວ ໃນແຕ່ລະຂັ້ນ; ສ້າງຄວາມເຂັ້ມແຂງໃນວຽກງານ ຄວມຄຸມພະຫະນໍາເຊື້ອ, ການຄຸ້ມ ຄອງສະພາບແວດລ້ອມ ແລະ ການ ສ້າງຄວາມຮັບຮູ້ໃນຊຸມຊົນ; ເພີ່ມ ຂີດຄວາມອາດສາມາດໃນການ ຄຸ້ມຄອງກໍລະນີ ແລະ ກຽມຄວາມ ພ້ອມຮັບມືກັບກໍລະນີທີ່ມີອາການ ຮ້າຍແຮງ; ນຳໃຊ້ລະບົບການເຕືອນ ການລະບາດລ່ວງໜ້າຕາມສະພາບ ພູມອາກາດ (EWARS) ເພື່ອ ເປັນຂໍ້ມູນໃນການກຽມພ້ອມຮັບມື ກັບການລະບາດ.

RkJQdWJsaXNoZXIy MTc3MTYxMQ==