xtgmf]k; 7 13/08/2026 gsfdko{dkora fa mtok wroE4h ;, 16 j g,n v'9ervo glpskps]kpd;j k 2,16 8N du [ ຂປລ. ແຫລ່ງຂ່າວຈາກແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ເນື່ອງ ຈາກໄດ້ຮັບອິດທິພົນຈາກພະຍຸ ຈັນ ຫອມ ເຮັດໃຫ້ມີຝົນຕົກໜັກຕິດຕໍ່ກັນ ເປັນເວລາຫລາຍມື້ ຈົນມາຮອດ ວັນທີ 11 ສິງຫາ 2026 ລະດັບນ້ຳ ເຊຈຳພອນ ເມືອງຈຳພອນ ແຂວງ ສະຫວັນນະເຂດ ໄດ້ມີປະລິມານ ເພີ່ມຂຶ້ນສູງເຖິງ8,32ແມັດແລະ ໄດ້ ສົ່ງຜົນກະທົບເປັນບໍລິເວນກວ້າງ. ໃນນັ້ນ, ມີເຮືອນຊານປະຊາຊົນ ຖືກຖ້ວມ 9 ບ້ານ (ແກ້ງປູນ, ລຳ ເທນ, ເພຍກ່າ, ວັງເມົາ, ລຳບອງ, ທ່າມ່ວງ, ຊະຄືນເໜືອ, ຊະຄືນ ໃຕ້ ແລະ ລຳພັນ); ເນື້ອທີ່ນາຖືກ ຖ້ວມ 4.922,59 ເຮັກຕາ ໃນ 52 ບ້ານ (3.598 ຄອບຄົວ); ຊົນລະປະທານຖືກຖ້ວມ 33 ແຫ່ງ (ຄອງເໝືອງ 15 ແຫ່ງ, ສັນຝາຍ 15 ແຫ່ງ); ເສັ້ນທາງຖືກຕັດຂາດ 8 ບ້ານ (ເພຍກ່າ, ແກ້ງປູນ, ໂນນ ວິໄລວັນ, ໂນນສີທັນ, ລຳບອງ, ວັງເມົາ, ລຳເທນ ແລະ ລຳພັນ); ເສັ້ນທາງເປ່ເພ 9 ເສັ້ນ ແລະ ໂຮງຮຽນປະຖົມສົມບູນບ້ານວັງ ເມົາ ຖືກຖ້ວມ 1 ແຫ່ງ ລວມມູນຄ່າ ເສຍຫາຍເບື້ອງຕົ້ນ ປະມານ 2,16 ຕື້ກວ່າກີບ. ຕໍ່ເຫດການດັ່ງກ່າວ, ໃນຕອນ ບ່າຍວັນທີ 11 ສິງຫາ 2026, ທ່ານ ສີໂທ ທໍລະທາ ເລຂາຄະນະບໍລິຫານ ງານພັກເມືອງຈຳພອນ ພ້ອມດ້ວຍ ຄະນະ ລົງຕິດຕາມຜົນກະທົບຈາກ ໄພນ້ຳຖ້ວມ ຢູ່ເຂດລຽບແຄມເຊຈຳ ພອນ ຊຶ່ງການລົງຕິດຕາມໃນຄັ້ງ ນີ້ ໄດ້ແບ່ງອອກເປັນ 3 ຈຸດ ເພື່ອ ໃຫ້ເຂົ້າເຖິງປະຊາຊົນຢ່າງທົ່ວເຖິງ ໂດຍຈຸດທີ 1 ນຳໂດຍ ທ່ານ ຄຳຕາ ສິນສະນະສອນ ປະທານຄະນະກຳ ມະການປົກຄອງເມືອງ ໄດ້ລົງຕິດ ຕາມຢູ່ບ້ານລຳເທນ. ສຳລັບຈຸດທີ 2 ນຳໂດຍ ທ່ານ ດວງຈັນ ວຽງວິໄລ ຮອງເລຂາພັກເມືອງ ລົງຕິດຕາມຢູ່ ບ້ານລຳພັນ ແລະ ຈຸດທີ 3 ນຳໂດຍ ທ່ານ ສີໂທ ທໍລະທາ ເລຂາພັກເມືອງ ພ້ອມຄະນະ ລົງຕິດຕາມຢູ່ 5 ບ້ານ ຄື: ບ້ານໂນນສີທັນ, ແກ້ງປູນ, ເພຍ ກ່າ, ລຳບອງ ແລະ ບ້ານວັງເມົາ. ໃນໂອກາດລົງຕິດຕາມຄັ້ງນີ້, ຄະ ນະການນຳເມືອງ ທັງ 3 ຈຸດ ຍັງ ໄດ້ມອບເຄື່ອງຊ່ວຍເຫລືອເບື້ອງຕົ້ນ ໂດຍສະເພາະ ນ້ຳດື່ມສະອາດ ຈຸດ ລະ 100 ແພັກ ພ້ອມດ້ວຍໝີ່ສໍາເລັດ ຮູບອີກຈຳນວນໜຶ່ງ ເພື່ອບັນເທົາ ຄວາມເດືອດຮ້ອນໃຫ້ແກ່ປະຊາຊົນ. ຂປລ. ແຫລ່ງຂ່າວຈາກແຂວງ ຫລວງນ້ຳທາ ໃຫ້ຮູ້ວ່າ: ເນື່ອງຈາກ ເກີດນ້ຳຖ້ວມກະທັນຫັນ ຢູ່ບ້ານນ້ຳດີ ແລະ ບ້ານປ່າປົວະ ເມືອງຫລວງນ້ຳ ທາ ຊຶ່ງເຫດການນ້ຳຖ້ວມດັ່ງກ່າວ ແມ່ນເກີດຂຶ້ນພາຍຫລັງທີ່ມີຝົນຕົກ ໜັກຕິດຕໍ່ກັນ ແຕ່ຄ່ຳຄືນຂອງວັນທີ 10 ສິງຫາ 2026 ຈົນຮອດເວລາ 5:00 ໂມງເຊົ້າ ຂອງວັນທີ 11 ສິງຫາ ເຮັດໃຫ້ມວນນ້ຳປ່າໄຫລຊຸ ເຂົ້າຖ້ວມບ້ານນ້ຳດີຢ່າງກະທັນຫັນ. ຈາກການລົງເກັບກຳຂໍ້ມູນເບື້ອງຕົ້ນ ພົບວ່າ: ມີເຮືອນຊານຂອງປະຊາຊົນ ຖືກນ້ຳຖ້ວມ 23 ຫລັງ ແລະ ຖືກນ້ຳ ຂປລ. ແຫລ່ງຂ່າວຈາກແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ເນື່ອງຈາກສະ ພາບຝົນຕົກໜັກ ແລະ ຕົກຕິດຕໍ່ກັນ ເປັນເວລາຫລາຍວັນ ໃນໄລຍະຜ່ານ ມາ ຊຶ່ງໄດ້ເຮັດໃຫ້ລະດັບນໍ້າ ແຕ່ລະ ສາຍນໍ້າສູງຂຶ້ນຢ່າງຕໍ່ເນື່ອງ ແລະ ໃນປັດຈຸບັນ ເວລາ 8:00 ໂມງ ຂອງ ວັນທີ 11 ສິງຫາ 2026 ມີລະດັບ ນໍ້າຫລາຍຈຸດ ໄດ້ສູງຂຶ້ນກາຍເຂດ ເຕືອນໄພແລ້ວ. ສຳລັບລະດັບນໍ້າກໍ ຈຸດບ້ານກໍ ນ້ອຍ ເມືອງໄຊ, ລະດັບນໍ້າ ປັດຈຸບັນ 6,55 ແມັດ, ຈຸດເຕືອນໄພ 4 ແມັດ ແລະ ຈຸດອັນຕະລາຍ 6 ແມັດ. ສ່ວນລະດັບນໍ້າແຊ ຈຸດບ້ານ ນໍ້າແຊ ເມືອງນາໝໍ້, ລະດັບນໍ້າ ປັດຈຸບັນ 4 ແມັດ, ຈຸດເຕືອນໄພ 4 ແມັດ ແລະ ຈຸດອັນຕະລາຍ 6 ແມັດ. ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງ ອົງ ການຈັດຕັ້ງທຸກຂັ້ນທຸກພາກສ່ວນ, ອົງການປົກຄອງບ້ານ ແລະ ພໍ່ແມ່ ປະຊາຊົນບັນດາເຜົ່າ ເພື່ອກະກຽມ ຮັບມືກັບໄພພິບັດທີ່ເກີດຂຶ້ນ ໂດຍ ສະເພາະ ຜູ້ທີ່ອາໄສຢູ່ເຂດພື້ນທີ່ຕໍ່າ, ເຂດແຄມແມ່ນໍ້າ ແລະ ເຂດທີ່ມີ ຄວາມສ່ຽງຕໍ່ການເກີດໄພພິບັດ ຈົ່ງ ມີສະຕິລະມັດລະວັງຕໍ່ສະພາບນໍ້າ ຖ້ວມ ແລະ ດິນເຈື່ອນ ທີ່ຈະເກີດຂຶ້ນ. ພ້ອມນີ້, ຂໍໃຫ້ກະກຽມມ້ຽນມັດ, ຍົກຍ້າຍວັດຖຸ, ສິ່ງຂອງທີ່ຈຳເປັນ, ສັດລ້ຽງ ໄປໄວ້ບ່ອນທີ່ສູງ-ປອດ ໄພ ແລະ ຂໍໃຫ້ຕິດຕາມການລາຍ ງານສະພາບອາກາດ ແລະ ລະດັບ ນໍ້າ ຈາກພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ເປັນແຕ່ລະ ໄລຍະ. c0;';P'9a o gxu fIh ko7h k9e|j kp v5 xtdvodkolb dlk.o]k7kot3p[kp oE4h ;,dtma osa ogIa f.sh gIn vo0v'xt-k-q o 16 j [h kooEfu 4n doEra fws] 5 s]a ' ຂປລ. ແຫລ່ງຂ່າວຈາກ ແຂວງ ວຽງຈັນ ໃຫ້ຮູ້ວ່າ: ພະແນກອຸດ ສາຫະກຳ ແລະ ການຄ້າແຂວງ ວຽງຈັນ ຮ່ວມກັບຮ້ານຄ້າພາຍໃນ ເມືອງວຽງຄຳ ເປັນຕົ້ນຢູ່ເຂດເທສະ ບານແຂວງວຽງຈັນ ໄດ້ເປີດຮ້ານ ຄ້າ ເພື່ອຈຳໜ່າຍສິນຄ້າ ອຸປະກອນ ການສຶກສາ ໃນລາຄານະໂຍບາຍ ພາຍໃຕ້ຊື່“ໂຄງການລາຄາອຸ່ນໃຈ” ໃນວັນທີ 10 ສິງຫາ 2026 ຜ່ານ ມາ ເພື່ອເປັນການຮອງຮັບໃຫ້ແກ່ ການກະກຽມເປີດສົກຮຽນໃໝ່ ທີ່ ຈະມາເຖິງນີ້. ທ່ານ ໄພວັນ ປະຖໍາມະວົງ ຫົວ ໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງວຽງຈັນ ໄດ້ກ່າວວ່າ: ໂດຍປະຕິບັດຕາມແຈ້ງການຂອງ ກະຊວງອຸດສາຫະກຳ ແລະ ການ ຄ້າ ສະບັບເລກທີ 1287/ກຄພນ ລົງວັນ 10 ກໍລະກົດ 2026 ກ່ຽວ ກັບເພີ່ມທະວີ ເອົາໃຈໃສ່ຊຸກຍູ້ໃຫ້ ພະແນກອຸດສາຫະກຳ ແລະ ການ ຄ້າບັນດາແຂວງ ຈັດກິດຈະກໍາຈໍາ ໜ່າຍສິນຄ້າ ອຸປະກອນການສຶກສາ ໃນລາຄານະໂຍບາຍ ພາຍໃຕ້ຊື່ “ໂຄງການລາຄາອຸ່ນໃຈ” ໂດຍສະ ເພາະ ເພື່ອເປັນການຮອງຮັບໃຫ້ແກ່ ການກະກຽມເປີດສົກຮຽນໃໝ່ ທີ່ ຈະມາເຖິງນີ້ ໂດຍມອບໃຫ້ພະແນກ ອຸດສາຫະກຳ ແລະ ການຄ້າແຕ່ລະ ແຂວງເປັນເຈົ້າການນຳພາຈັດຕັ້ງ ປະຕິບັດ. ສຳລັບແຂວງວຽງຈັນ ໄດ້ປະສານກັບພາກສ່ວນກ່ຽວຂ້ອງ ແລະ ເອກະພາບກຳນົດເປີດທຳອິດ ຢູ່ 2 ຈຸດຄື: ຮ້ານບົວຮອງຊຸບເປີມາ ເກັດ ແລະ ຮ້ານໂນນສະຫວ່າງການ ພິມ ແລະ ປ້າຍ ເພື່ອເປັນສະຖານທີ່ ຈຳໜ່າຍສິນຄ້າປະເພດ ອຸປະກອນ ການສຶກສາ ໃນລາຄານະໂຍບາຍ ພາຍໃຕ້ກິດຈະກຳ : ກັບຄືນສູ່ ໂຮງຮຽນ (Back to School) ເພື່ອແບ່ງເບົາພາລະຂອງປະຊາຊົນ ກໍຄືພໍ່ແມ່ຜູ້ປົກຄອງນັກຮຽນ ທີ່ມີ ລາຍຮັບຕໍ່າ. ເປົ້າໝາຍສິນຄ້າທີ່ນໍາ ມາຈໍາໜ່າຍ ມີ: ປື້ມແບບຮຽນ, ປຶ້ມ ຂຽນ, ບິກ, ສໍດຳ, ຢາງລຶບ, ໄມ້ ບັນທັດ, ເຄື່ອງແບບນັກຮຽນ ແລະ ສິນຄ້າອື່ນໆ ທີ່ກ່ຽວຂ້ອງ ໂດຍໄດ້ ເປີດບໍລິການລູກຄ້າທຸກທ່ານ ເລີ່ມ ວັນທີ10-14 ສິງຫາ 2026 ນີ້ ແລະ ຈະມີການເປີດຢູ່ເມືອງອື່ນໆ ທົ່ວແຂວງຕື່ມອີກ. ໂອກາດນີ້, ທ່ານ ໄພວັນ ປະຖໍາມະວົງ ຍັງໄດ້ເຊີນຊວນພໍ່ແມ່ ປະຊາຊົນ ເຂົ້າມາໃຊ້ບໍລິການຊື້ ສິນຄ້າ ປະເພດອຸປະກອນການສຶກ ສາ ຢູ່ຮ້ານຄ້າທີ່ແຂວງໄດ້ກຳນົດໄວ້ ເພື່ອໃຫ້ໄດ້ສິນຄ້າທີ່ມີຄຸນນະພາບດີ ແລະ ລາຄານະໂຍບາຍ. v5 fq ,w- c9h 'g8n vowroE4h ;, ພັດໄຫລເສຍຫາຍທັງຫລັງ 5 ຫລັງ. ນອກຈາກນີ້, ຍັງມີຜົນລະປູກ, ເນື້ອ ທີ່ນາ, ໜອງປາ, ພາຫະນະ ແລະ ສັດລ້ຽງຈຳນວນໜຶ່ງກໍໄດ້ຮັບຄວາມ ເສຍຫາຍຢ່າງໜັກໜ່ວງ. ພ້ອມ ດຽວກັນນີ້, ມວນນ້ຳຍັງໄດ້ໄຫລລົງ ສູ່ພື້ນທີ່ຕ່ຳ ສົ່ງຜົນກະທົບໂດຍກົງຕໍ່ ບ້ານປ່າປົວະ ເຮັດໃຫ້ເຮືອນຊານ ຂອງປະຊາຊົນບາງສ່ວນ, ເສັ້ນທາງ ສັນຈອນ, ເນື້ອທີ່ນາ ແລະ ຜົນລະປູກ ຖືກນ້ຳຖ້ວມຂັງເຊັ່ນດຽວກັນ. ຕໍ່ກັບສະພາບການດັ່ງກ່າວ, ຄະນະນຳຂອງແຂວງ ແລະ ເມືອງ ຫລວງນໍ້າທາ ໄດ້ລົງພື້ນທີ່ຕິດຕາມ ສະພາບໄພນ້ຳຖ້ວມກະທັນຫັນ ຢູ່ທີ່ບ້ານນ້ຳດີ ແລະ ບ້ານປ່າປົວະ ຕາແສງທົ່ງອົ້ມ ເມືອງຫລວງນ້ຳ ທາ ຊຶ່ງນຳໂດຍ ທ່ານ ອ່ອນຈັນ ຄຳພາວົງ ຮອງເລຂາພັກແຂວງ, ທ່ານ ວົງມະນີ ເພື່ອປະຊາ ຮອງປະ ທານຄະນະກຳມະການປົກຄອງ ແຂວງ, ທ່ານ ບຸນຄົງ ພິມມະສອນ ເລຂາຄະນະບໍລິຫານງານພັກ ເມືອງຫລວງນ້ຳທາ ພ້ອມດ້ວຍ ພາກສ່ວນທີ່ກ່ຽວຂ້ອງ ໂດຍໄດ້ ຊີ້ນຳໃຫ້ພາກສ່ວນກ່ຽວຂ້ອງຂັ້ນ ເມືອງ ປະສານສົມທົບກັບອົງການ ປົກຄອງບ້ານ ເພື່ອຮີບຮ້ອນລົງ ປະເມີນມູນຄ່າຄວາມເສຍຫາຍ ຕົວຈິງ ພ້ອມທັງຈັດສັນບ່ອນພັກ ເຊົາຊົ່ວຄາວ ໃຫ້ແກ່ຄອບຄົວທີ່ສູນ ເສຍເຮືອນຊານ ແລະ ລະດົມກຳລັງ ທະຫານ, ຕຳຫລວດ ເຂົ້າຊ່ວຍ ເຫລືອປະຊາຊົນ ໃນການອະນາໄມ ດິນຕົມ ແລະ ຟື້ນຟູສະພາບແວດ ລ້ອມ ໃຫ້ກັບຄືນສູ່ສະພາບປົກກະຕິ ໂດຍໄວ. ນອກຈາກນີ້, ຄະນະນຳຍັງໄດ້ ຮຽກຮ້ອງໃຫ້ປະຊາຊົນ ທີ່ອາໄສ ຢູ່ລຽບຕາມແຄມນ້ຳ ແລະ ເຂດ ສ່ຽງໄພ ເພີ່ມທະວີຄວາມສະຕິລະ ວັງຕົວ, ກຽມພ້ອມຍົກຍ້າຍວັດຖຸສິ່ງ ຂອງມີຄ່າຂຶ້ນບ່ອນສູງແລະຕິດຕາມ ການແຈ້ງເຕືອນສະພາບອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະ ສາດຢ່າງໃກ້ຊິດ ເນື່ອງຈາກສະພາບ ອາກາດໃນໄລຍະນີ້ ຍັງມີຄວາມ ສ່ຽງທີ່ຈະມີຝົນຕົກໜັກລົງມາຕື່ມ ຊຶ່ງອາດພາໃຫ້ເກີດນ້ຳຖ້ວມຊຸ ຫລື ດິນເຈື່ອນຊ້ຳຊ້ອນ ເພື່ອຮັບປະກັນ ຄວາມປອດໄພຕໍ່ຊີວິດ ແລະ ຊັບສິນ.
RkJQdWJsaXNoZXIy MTc3MTYxMQ==