glA og/u fvo0tg\q k 9kdr6 ,xa opkmh v'4yj ol6j m5 ]tdy fltstdvo 13/08/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ພຸດທະສິນ ວົງວິໄລທອງ ຸິົິ ສະຖານີວິທະຍຸ-ໂທລະພາບເມືອງໂຂງີິຸື wxzQ 'lk]u [+ 7;orkfcs]j 'mj v'mj P; muj ,u -nj lP'lP'3f'fa '0v'c0;' ຂປລ. ແຂວງຜົ້ງສາລີ ເປັນດິນ ແດນເໜືອສຸດຂອງປະເທດລາວ ທີ່ ອຸດົມສົມບູນໄປດ້ວຍທຳມະຊາດ, ປ່າໄມ້, ຜາຫີນ, ເມືອງສາຍໝອກ ແລະ ວິຖີຊີວິດອັນເປັນເອກະລັກ ຂອງບັນດາຊົນເຜົ່າ. ດ້ວຍສະເໜ່ ທີ່ແຕກຕ່າງ,ຜົ້ງສາລີ ຈຶ່ງເປັນ ອີກໜຶ່ງຈຸດໝາຍປາຍທາງທີ່ເໝາະ ສຳລັບຜູ້ທີ່ມັກທ່ອງທ່ທ່ຽວແບບ ທຳມະຊາດ, ວັດທະນະທຳ ແລະ ວິຖີຊີວິດຂອງຊຸມຊົນ.ແນວໃດກໍ ດີ, ມື້ນີ້ ຄໍລຳທ່ອງທ່ຽວເມືອງລາວ ຂໍພາທ່ານຜູ້ອ່ານໄປຮູ້ກັບບັນດາ ແຫລ່ງທ່ອງທ່ຽວຂອງແຂວງຜົ້ງ ສາລີວ່າ ມີແຫລ່ງທ່ອງທ່ຽວໃດ ແລະ ຢູ່ເມືອງໃດພ້ອມໆກັນ. ໜຶ່ງໃນແຫລ່ງທ່ອງທ່ຽວ ຍອດນິຍົມໃນແຂວງຜົ້ງສາລີນັ້ນ ກໍຄືພູຟ້າ ຕັ້ງສະຫງ່າງາມຢູ່ໃຈກາງ ເມືອງ ແລະ ມີຄວາມສູງກວ່າ 1,600 ແມັດ ຈາກລະດັບນ້ຳ ທະເລ. ຍອດພູຟ້າ ເປັນຈຸດຮວບ ຮວມຄວາມງາມທາງທຳມະຊາດ ທີ່ສົມບູນແບບ ແລະ ມະຫັດສະຈັນ ທີ່ສາມາດພັນລະນາຄວາມງາມ ຕາມແຕ່ລະຊ່ວງເວລາໄດ້ ໂດຍ ສະເພາະໃນຍາມເຊົ້າ ຍອດພູຟ້າ ຈະຖືກປົກຄຸມດ້ວຍທະເລໝອກ ສີຂາວ ທີ່ລອຍອ້ອມຮອບຍອດ ພູ, ໃນຂະນະທີ່ແສງອາລຸນວັນໃໝ່ ຄ່ອຍໆ ໂຜ່ພົ້ນຂອບຟ້າ, ພູຟ້າຈະ ຖືກປົກຄຸມດ້ວຍ “ທະເລໝອກ” ສີຂາວບໍລິສຸດເໝືອນດັ່ງປຸຍຝ້າຍ ລອຍຢູ່ອ້ອມຮອບຍອດພູ. ຕົວເມືອງ ຜົ້ງສາລີ ແລະ ສາຍພູທີ່ຊັບຊ້ອນ ຢູ່ເບື້ອງລຸ່ມຈະຖືກຊ້ອນໄວ້ກາງ ມ່ານໝອກ, ມີພຽງແຕ່ຍອດພູຟ້າ ແລະ ພະທາດພູຟ້າ ທີ່ພົ້ນຂຶ້ນມາຮັບ ແສງອາທິດອົບອຸ່ນ. ໃນເວລານີ້, ອາກາດຈະເຢັນສະບາຍ, ສົດຊື່ນ ແລະ ມີກິ່ນຫອມອາຍດິນ-ອາຍປ່າ ທີ່ຊ່ວຍໃຫ້ຜູ້ທີ່ໄດ້ໄປສຳຜັດຮູ້ສຶກ ຜ່ອນຄາຍ. ທັດສະນີຍະພາບໃນ ຍາມກາງເວັນ ຄວາມອຸດົມສົມບູນ ເມື່ອໝອກສີຂາວຄ່ອຍໆ ຈາງ ຫາຍໄປກັບແສງແດດ, ທິວທັດອັນ ກວ້າງໃຫຍ່ໄພສານຈະປະກົດຂຶ້ນຕໍ່ ສາຍຕາ. ຈາກຈຸດຊົມທິວທັດເທິງ ຍອດພູຟ້າ, ທ່ານຈະສາມາດເບິ່ງ ເຫັນ ຕົວເມືອງຜົ້ງສາລີ ຕັ້ງຢູ່ຕາມ ເນີນພູຢ່າງງົດງາມ ຊຶ່ງປະກອບ ດ້ວຍເຮືອນໄມ້ບູຮານຊົງຈີນ ແລະ ອາຄານເຮືອນຊານທີ່ຫລຸດຫລັ່ນ ກັນໄປຕາມເນີນພູ. ອ້ອມຮອບຕົວ ເມືອງແມ່ນ ສາຍພູຂຽວອຸ່ນທຸ່ມ ທີ່ ສັບຊ້ອນກັນຢ່າງກວ້າງໃຫຍ່, ມີ ປ່າໄມ້ຕຶບໜາອຸດົມສົມບູນ ແລະ ສວນຊາອາຍຸຫລາຍຮ້ອຍປີ ທີ່ ຂຽວສົດງົດງາມຕະຫລອດປີ.ພ້ອມ ນັ້ນ, ຄວາມງາມໃນຍາມແລງ ແສງສັ້ນອາທິດ ແລະ ຄວາມງຽບ ສະຫງົບ ໃນຍາມແລງ ເມື່ອແສງ ອາທິດກຳລັງຈະຕົກດິນ, ທ້ອງ ຟ້າເທິງຍອດພູຟ້າຈະປ່ຽນສີຈາກ ສີຟ້າເປັນສີສົ້ມແດງ ແລະ ສີບົວ ປົນມ່ວງ ທີ່ສະທ້ອນໃສ່ກ້ອນເມກ. ແສງສຸດທ້າຍຂອງມື້ຈະສາດສ່ອງ ໃສ່ ພະທາດພູຟ້າ ເຮັດໃຫ້ພະທາດ ປະກາຍສະຫງ່າງາມ. ບັນຍາກາດ ອ້ອມຂ້າງຈະງຽບສະຫງົບ, ມີພຽງ ສຽງລົມພັດຜ່ານຍອດໄມ້ ແລະ ອາກາດທີ່ເລີ່ມເຢັນລົງເລື້ອຍໆ. ນອກຈາກແຫລ່ງທ່ອງທ່ຽວ ພູຟ້າແລ້ວ, ແຂວງຜົ້ງສາລີ ຍັງ ມີສວນຊາ 400 ປີ ບ້ານກໍໂນ້ຍ ຕັ້ງຢູ່ເມືອງຜົ້ງສາລີ, ເປັນສວນ ຊາເກົ່າແກ່ທີ່ຕົ້ນຊາມີອາຍຸຫລາຍ ຮ້ອຍປີ ແລະ ມີຕົ້ນໃຫຍ່ສູງ ໂດຍຊາ ຜົ້ງສາລີ ມີກິ່ນຫອມເປັນເອກະລັກ ແລະ ເປັນຂອງຝາກຂອງຕ້ອນທີ່ມີ ຊື່ສຽງທີ່ສຸດຂອງແຂວງ. ສຳລັບຢູ່ ເມືອງຂວາ ເປັນເມືອງທ່າທີ່ສຳຄັນ ຕາມລຳນ້ຳອູ, ເປັນຈຸດເລີ່ມຕົ້ນ ຫລື ຈຸດແວ່ພັກຂອງການເດີນທາງດ້ວຍ ເຮືອຊົມທຳມະຊາດສອງຝັ່ງນ້ຳອູ ທີ່ຕິດພັນກັບຜາຫີນຊັນ ແລະ ປ່າໄມ້ ຂຽວອຸ່ນທຸ່ມ. ຂະນະທີ່ເມືອງຍອດອູ ເປັນເມືອງດິນແດນເໜືອສຸດຂອງ ລາວ ທີ່ມີຊາຍແດນຕິດກັບປະເທດ ຈີນ, ເປັນເມືອງທີ່ມີຄວາມງຽບ ສະຫງົບ, ທຳມະຊາດສົດຊື່ນ ແລະ ມີວັດວາອາຮາມເກົ່າແກ່ທີ່ສະທ້ອນ ເຖິງສະຖາປັດຕະຍະກຳທ້ອງຖິ່ນ. ແນວໃດກໍຕາມນອກຈາກແຫລ່ງ ທ່ອງທ່ຽວທາງທຳມະຊາດແລ້ວ, ຜົ້ງສາລີຍັງມີຈຸດເດັ່ນດ້ານວິຖີຊີວິດ ແລະ ວັດທະນະທຳຂອງຫລາຍ ຊົນເຜົ່າ ເຊັ່ນ: ເຜົ່າຜູ້ໄທ, ອາຂ່າ, ໄທດຳ, ລື້ ແລະ ອື່ນໆ. ການເຂົ້າໄປ ຢ້ຽມຢາມຊຸມຊົນ ຈະເປີດໂອກາດ ໃຫ້ນັກທ່ອງທ່ຽວໄດ້ສຳຜັດກັບ ການແຕ່ງກາຍ, ພາສາ, ປະເພນີ, ອາຫານພື້ນເມືອງ ແລະ ເຮືອນ ໄມ້ຮູບຊົງດັ້ງເດີມຂອງແຕ່ລະ ຊົນເຜົ່າ. ດ້ວຍຈຸດເດັ່ນທີ່ຫລາກ ຫລາຍທັງດ້ານທຳມະຊາດ, ພູຜາ, ສາຍນ້ຳ, ທະເລໝອກ, ສວນຊາ ເກົ່າແກ່ ແລະ ວິຖີຊີວິດຊົນເຜົ່າ, ແຂວງຜົ້ງສາລີ ຈຶ່ງເປັນດິນແດນ ອີກແຫ່ງໜຶ່ງທີ່ຄວນສຳຜັດ. ການ ເດີນທາງມາຢ້ຽມຢາມຜົ້ງສາລີ ບໍ່ພຽງແຕ່ໄດ້ສຳຜັດຄວາມງາມ ຂອງທຳມະຊາດ ແຕ່ຍັງໄດ້ຮຽນຮູ້ ຄຸນຄ່າຂອງວັດທະນະທຳ, ປະເພນີ ແລະ ພູມປັນຍາທ້ອງຖິ່ນອີກດ້ວຍ. ຂປລ. ເສັ້ນເຝີ ເປັນອາຫານປະ ເພດເສັ້ນທີ່ໄດ້ຮັບຄວາມນິຍົມຈາກ ປະຊາຊົນ ແລະ ສາມາດນຳໄປປຸງ ແຕ່ງເປັນຫລາຍລາຍການອາຫານ. ດ້ວຍເຫດນີ້ ອາຊີບຜະລິດເສັ້ນເຝີ ຈຶ່ງມີການຂະຫຍາຍຕົວໃນຫລາຍ ທ້ອງຖິ່ນ ເຊິ່ງແຕ່ລະທ້ອງຖິ່ນຈະມີ ເອກະລັກສະເພາະທີ່ບໍ່ຄືໃຜ ເໝືອນ ດັ່ງ ເສັ້ນເຝີ ຈາກກຸ່ມຜະລິດເສັ້ນເຝີ ພັດທະນາຊຸມຊົນ ບ້ານດອນຂະ ເໝົາ ເມືອງໂຂງ ແຂວງຈຳປາສັກ ກໍເປັນອີກກຸ່ມໜຶ່ງທີ່ໄດ້ນຳເອົາພູມ ປັນຍາຈາກຄົນຮຸ່ນກ່ອນມາພັດທະ ນາ ຈົນເຮັດໃຫ້ກຸ່ມສາມາດ ສ້າງ ລາຍຮັບ ໄດ້ເຖິງ 43.000 ຕື້ກີບ ໃນໄລຍະເວລາ 6 ເດືອນຜ່ານມາ. ທ່ານ ໄພທອງ ແສງປະທຸມ ປະທານສະຫະກອນຜະລິດເສັ້ນເຝີ ພັດທະນາຊຸມຊົນ ດອນຂະເໝົາ ໃຫ້ ຮູ້ວ່າ: ເສັ້ນເຝີດອນຂະເໝົາ ມີຈຸດ ເລີ່ມຕົ້ນຈາກພູມປັນຍາຊາວບ້ານ ທີ່ສືບທອດກັນມາແຕ່ລຸ້ນປູ່ຍ່າຕາ ຍາຍ ຊຶ່ງໃນອະດີດແມ່ນເຮັດແບບ ຄອບຄົວກະແຈກກະຈາຍ ຕໍ່ມາໃນ ປີ2013ໄດ້ໂຮມໂຕກັນສ້າງຕັ້ງເປັນ ກຸ່ມຜະລິດ ໂດຍມີ 17 ຄອບຄົວ, ດ້ວຍລົດຊາດ ແລະ ຄຸນນະພາບທີ່ ເປັນເອກະລັກ, ໃນປີ 2015 ຈຶ່ງໄດ້ ຮັບນາມມະຍົດເປັນສິນຄ້າ ໂອດັອບ (ODOP) ແຫ່ງຊາດ. ຈາກຄວາມ ເຂັ້ມແຂງ ແລະ ການຂະຫຍາຍ ຕົວຢ່າງໄວວາ, ໃນປີ 2025 ໄດ້ຍົກ ລະດັບສ້າງຕັ້ງເປັນ “ສະຫະກອນ ຜະລິດເສັ້ນເຝີພັດທະນາຊຸມຊົນ ດອນຂະເໝົາ” ຢ່າງເປັນທາງການ ຊຶ່ງປັດຈຸບັນມີສະມາຊິກເພີ່ມຂຶ້ນ ເຖິງ 48 ຄອບຄົວ, ມີກຳລັງແຮງ ງານທັງໝົດ 144 ຄົນ ຍິງ 48 ຄົນ ແລະ ມີໂຮງງານຜະລິດເສັ້ນເຝີ ກວມເອົາ 4 ບ້ານ ຄື: ບ້ານຂະເໝົາ ໂພນຈໍາປາ, ຂະເໝົາພູແມວ, ຂະ ເໝົາປາກເຊ ແລະ ບ້ານລົບປາກດີ ກາງ ລວມທັງໝົດ 22 ແຫ່ງ. ໃນ ໄລຍະ 6 ເດືອນຕົ້ນປີ 2026 ຜ່ານ ມາ, ສະຫະກອນສາມາດຜະລິດເສັ້ນ ເຝີໄດ້ສະເລ່ຍ 288 ໂຕນຕໍ່ເດືອນ ລວມ 6 ເດືອນ ສາມາດຜະລິດໄດ້ ທັງໝົດ 1.728 ໂຕນ ສ້າງລາຍ ຮັບໄດ້ເຖິງ 43.000 ຕື້ກີບ, ປະ ຕິບັດໄດ້ 90% ຂອງແຜນການປີ ແລະ ເພີ່ມຂຶ້ນ 9% ຖ້າທຽບໃສ່ໄລ ຍະດຽວກັນຂອງປີກ່ອນ. ທ່ານ ໄພທອງ ເວົ້າເສີມວ່າ: ນອກຈາກຕົວເລກທາງເສດຖະກິດ ທີ່ໂດດເດັ່ນແລ້ວ, ເສັ້ນເຝີດອນຂະ ເໝົາຍັງໄດ້ເຂົ້າຮ່ວມງານວາງສະ ແດງທັງລະດັບເມືອງ ແລະ ແຂວງ ລວມ 7 ຄັ້ງ, ທີ່ສໍາຄັນແມ່ນສາມາດ ຍາດໄດ້ອັນດັບທີ 1 ໃນງານວັດ ພູຈໍາປາສັກ ຈາກ 9 ຕົວເມືອງ ແລະ 1 ນະຄອນ ທົ່ວແຂວງຈຳປາ ສັກ. ພ້ອມກັນນັ້ນ, ສະຫະກອນຍັງ ໄດ້ແບ່ງປັນຜົນກຳໄລຄືນສູ່ສັງຄົມ ໂດຍໄດ້ປະກອບສ່ວນຊ່ວຍເຫລືອ ວຽກງານສ່ວນລວມພາຍໃນຕາ ແສງ ແລະ ເມືອງ ເປັນມູນຄ່າຫລາຍ ກວ່າ 180 ລ້ານກີບ. ຄວາມສໍາ ເລັດອັນຍິ່ງໃຫຍ່ນີ້ ແມ່ນເກີດຈາກ ການຊີ້ນຳ-ນຳພາຂອງພັກ-ລັດ, ຜ່ານມາໄດ້ຮັບການສະໜັບສະໜູນ ອຸປະກອນການຜະລິດຈາກໂຄງ ການພັດທະນາເຂື່ອນໄຟຟ້າດອນ ສະໂຮງ ເຊັ່ນ: ຈັກຊອຍເສັ້ນເຝີ 5 ເຄື່ອງ, ຜ້າຢາງເຮືອນຕາກ 10 ມັດ ແລະ ເຄື່ອງອັດສູນຍາກາດ 1 ເຄື່ອງ ມູນຄ່າ 250 ລ້ານກີບ. ຄຽງ ຄູ່ກັບຜົນງານຕ່າງໆທີ່ກ່າວມານັ້ນ ສະຫະກອນກໍຍັງເຫັນເຖິງຂໍ້ຫຍຸ້ງ ຍາກ ເປັນຕົ້ນ: ແມ່ນການຂາດ ເຂີນເຂົ້າທີ່ເປັນວັດຖຸດິບ ເຂົ້າທີ່ ຊາວບ້ານຜະລິດເອງໃຊ້ໄດ້ພຽງ 3 ເດືອນ ຈຳເປັນຕ້ອງຊື້ເພີ່ມຈາກ ບ້ານໃກ້ຄຽງ ແລະ ສະພາບເສດຖະ ກິດສິນຄ້າລາຄາແພງ ເຮັດໃຫ້ສະ ມາຊິກບາງຄອບຄົວຕ້ອງຢຸດຕິ ການຜະລິດຊົ່ວຄາວ. ແຕ່ເຖິງຢ່າງ ໃດກໍຕາມ, ສະຫະກອນ ຜະລິດເສັ້ນ ເຝີພັດທະນາຊຸມຊົນ ດອນຂະເໝົາ ຍັງຄົງມຸ່ງໝັ້ນທີ່ຈະປັບປຸງ ແລະ ເດີນໜ້າສູ້ຕໍ່ເພື່ອຮັກສາຄຸນນະພາບ ເສັ້ນເຝີດອນຂະເໝົາ ໃຫ້ເປັນສິນຄ້າ ພູມປັນຍາທີ່ສ້າງລາຍໄດ້ ແລະ ສ້າງ ຊື່ສຽງໃຫ້ເມືອງໂຂງຢ່າງຍືນຍົງ.
RkJQdWJsaXNoZXIy MTc3MTYxMQ==