7338

xtgmf]k; 7 10/08/2026 gsfdko{dkora fa mtok xtdkflh k'8A '8kcl' ok8kd{ok,vo g,n v'w-pt[6 ]u ຂປລ. ແຫລ່ງຂ່າວຈາກແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ພິທີປະກາດ ສ້າງຕັ້ງຕາແສງນາຕາກ-ນາມອນ ເມືອງໄຊຍະບູລີ ແຂວງໄຊຍະບູລີ ຈັດຂຶ້ນເມື່ອມໍ່ໆມານີ້ ທີ່ໂຮງຮຽນ ປະຖົມສົມບູນນາຕາກໂດຍມີ ທ່ານ ເພັງນິລັນ ຄຳພັນເພັງ ເລຂາຄະນະ ບໍລິຫານງານພັກແຂວງໄຊຍະບູລີ, ທ່ານ ຄໍາຫລ້າ ຜີວວັນນາ ເລຂາ ຄະນະບໍລິຫານງານພັກເມືອງໄຊ ຍະບູລີ ພ້ອມດ້ວຍພະນັກງານ, ທະຫານ, ຕໍາຫລວດ ແລະ ພໍ່ແມ່ປະ ຊາຊົນເຂົ້າຮ່ວມ. ທ່ານຈັນເພັງອູ່ທອງຄໍາປະທານ ຄະນະກຳມະການປົກຄອງເມືອງ ໄດ້ລາຍງານວ່າ: ເຂດທີ່ຈະສ້າງ ຕັ້ງຕາແສງ ນາຕາກ-ນາມອນ ຕັ້ງ ຢູ່ທາງທິດເໜືອຂອງເມືອງໄຊຍະບູ ລີ ຫ່າງອອກຈາກເທສະບານເມືອງ ໄຊຍະບູລີ ປະມານ 6 ກິໂລແມັດ, ສະພາບພູມສັນຖານສ່ວນໃຫຍ່ ເປັນເຂດພູພຽງ ແລະ ມີທົ່ງພຽງ ລຽບຕາມແຄມນ້ຳ, ເໝາະສົມ ແກ່ການປູກຝັງ, ລ້ຽງສັດ ແລະ ການທ່ອງທ່ຽວທາງທຳມະຊາດວັດທະນະທຳ, ມີເສັ້ນທາງຫລວງ ແຫ່ງຊາດ4A ເຊື່ອມຈອດລະຫວ່າງ ເມືອງໄຊຍະບູລີ ແລະ ຫົງສາ,​ຕາ ແສງ ນາຕາກ-ນາມອນ ມີເນື້ອທີ່ 8.747 ເຮັກຕາ, ປະກອບມີ 14 ບ້ານ ໃນນັ້ນ, ກວມເອົາກຸ່ມ ປກສ ບໍລິການປະຊາຊົນມີ 2 ກຸ່ມຂຶ້ນກັບ ຕາແສງຄື: ກຸ່ມ ປກສ ບໍລິການ ປະຊາຊົນເຂດນາຕາກ ປະກອບມີ 9 ບ້ານ (ບ້ານນາຕາກ, ບ້ານຫາດ ຮ່ອມ, ບ້ານໂພນສະອາດ, ບ້ານ ໄຊສະຫວາດ, ບ້ານນາງີ້ວ, ບ້ານ ຫ້ວຍຊ່າວ, ບ້ານໜອງໜ່ອງ, ບ້ານ ຫ້ວຍລຸນ, ບ້ານວຽງໄຊ) ແລະ ກຸ່ມ ປກສ ບໍລິການປະຊາຊົນເຂດ ນາ ມອນ ປະກອບມີ 5 ບ້ານ (ບ້ານນາ ມອນ, ບ້ານໂພນໂຮມ, ບ້ານທ່າ, ບ້ານລ້ອງແຊງ, ບ້ານປາກທຽວ), ມີໜ່ວຍຄຸ້ມຄອງພົນລະເມືອງ 179 ໜ່ວຍ, ມີ 2.273 ຄອບຄົວ, ມີ ພົນລະເມືອງ 11.861 ຄົນ, ຍິງ 6.148 ຄົນ. ປະກອບມີ 8 ເຜົ່າ: ເຜົ່າລາວ 6.152 ຄົນ, ຍິງ 3.212 ຄົນ, ກວມເອົາ 51,86%, ເຜົ່າມົ້ງ 1.748 ຄົນ, ຍິງ 847 ຄົນ, ກວມ ເອົາ 14,73%, ເຜົ່າກຶມມຸ 2.862 ຄົນ, ຍິງ 1.380 ຄົນ, ກວມເອົາ 21,97%, ເຜົ່າອີວມຽນ 101 ຄົນ, ຍິງ 54 ຄົນ ກວມເອົາ 0,97%, ເຜົ່າໄປຣ່ 1.012 ຄົນ, ຍິງ 509 ຄົນ ກວມເອົາ 8,53%, ເຜົ່າໄທດຳ 31 ຄົນ, ຍິງ 19 ຄົນ ກວມເອົາ 0,26%, ເຜົ່າຍວນ 4 ຄົນ, ຍິງ 1 ຄົນ ກວມເອົາ 0,03%, ເຜົ່າລື້ 16 ຄົນ, ຍິງ 10 ຄົນ ກວມເອົາ 0,13%. ໃນພິທີໄດ້ຜ່ານຂໍ້ຕົກລົງຂອງ ຄະນະກຳມະການປົກຄອງເມືອງ ວ່າດ້ວຍການແຕ່ງຕັ້ງປະທານ ແລະ ຮອງປະທານຕາແສງນາຕາກ-ນາ ມອນ ໂດຍຕົກລົງເຫັນດີແຕ່ງຕັ້ງ ທ່ານ ສາຍພີນ ຈັນທະຜອງ ເປັນ ປະທານຄະນະກຳມະການປົກຄອງ ຕາແສງ, ທ່ານ ພອນປະດິດ ຈັນທະ ມາດ ແລະ ທ່ານ ສຸລິຍາ ພັນມະນີ ເປັນຮອງປະທານ. ຂ່າວ-ພາບ: ສົມພົງ ສີສະຫັວດ ຂປລ. ແຫລ່ງຂ່າວຈາກແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ໃນວັນທີ 7 ສິງຫາ 2026 ໄດ້ເກີດຝົນຕົກໜັກ ຕິດຕໍ່ກັນຫລາຍມື້ ເຮັດໃຫ້ນ້ຳງາ ມີປະລິມານນ້ຳເພີ່ມຂຶ້ນ ໄຫລຖ້ວມ ຫລາຍຈຸດໃນເຂດເມືອງງາ ແຂວງ ອຸດົມໄຊ ສົ່ງຜົນເສຍຫາຍຢ່າງໜັກ ຕໍ່ເສັ້ນທາງຄົມມະນາຄົມ, ເຮືອນ ຊານ ແລະ ຜົນລະປູກຂອງພໍ່ແມ່ ປະຊາຊົນ. ຄວາມເສຍຫາຍເບື້ອງຕົ້ນມີ ເສັ້ນທາງຄົມມະນາຄົມຢູ່ຈຸດ ບ້ານ ຫ້ວຍເລີມ ຖືກນໍ້າເຊາະຂາດ ບໍ່ ສາມາດສັນຈອນໄດ້, ສົ້ນຂົວຂ້າມ ນໍ້າງາຈຸດບ້ານນາຄົກ ຂາດບໍ່ສາ ມາດເດີ່ນທາງໄປ-ມາໄດ້, ຂົວຫ້ວຍ ຍາວ ຢູ່ບ້ານຫ້ວຍໄລ່ ຖືກນໍ້າພັດ ຂາດເຊັ່ນກັນ, ສ່ວນດ້ານຊັບສິນ ແລະ ຜົນລະປູກ, ເຮືອນຊານ, ສວນຄົວ, ເຮືອນຮົ່ມ, ເນື້ອທີ່ນາ ແລະ ສັດລ້ຽງຂອງປະຊາຊົນ ເຮັດໃຫ້ເກີດຄວາມເສຍຫາຍເປັນ ຈຳນວນຫລາຍ. ສຳລັບມູນຄ່າຄວາມເສຍຫາຍ ທັງໝົດ ແມ່ນຍັງບໍ່ທັນສາມາດ ສະຫລຸບຕົວເລກທີ່ແນ່ນອນໄດ້ ເນື່ອງຈາກຢູ່ລະຫວ່າງການເກັບກຳ ຂໍ້ມູນຂອງເຈົ້າໜ້າທີ່. ໃນປັດຈຸບັນ, ລະດັບນໍ້າງາ ໄດ້ເລີ່ມຫລຸດລົງແລ້ວ , ແຕ່ເຖິງຢ່າງໃດກໍຕາມ, ເພື່ອຄວາມ ບໍ່ປະໝາດ, ຈຶ່ງແຈ້ງເຕືອນ ແລະ ຮຽກຮ້ອງມາຫາພໍ່ແມ່ປະຊາຊົນທີ່ ອາໄສຢູ່ລຽບຕາມແຄມນໍ້າງາ ຈົ່ງ ເພີ່ມຄວາມລະມັດລະວັງ, ຕິດຕາມ ສະພາບອາກາດ ແລະ ລະດັບນໍ້າ ຢ່າງໃກ້ຊິດ ເພື່ອຮັບມືກັບສະພາບ ເຫດການທີ່ອາດຈະເກີດຂຶ້ນໄດ້ທຸກ ເວລາ. ຂປລ. ແຫລ່ງຂ່າວຈາກແຂວງ​ ຫລວງພະບາງ ໃຫ້ຮູ້ວ່າ: ທ່ານ ສຸ ລິໄຊ ຫົງສາຄອນ ຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງ ຫລວງພະບາງ, ສະມາຊິກສະພາ ແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 6 ແລະ ພາກສ່ວນທີ່ກ່ຽວຂ້ອງ ເຄື່ອນໄຫວຕິດຕາມລະດັບນ້ຳ ແລະ ການດຳເນີນການປ່ອຍນໍ້າອອກ ເຂື່ອນໄຟຟ້ານ້ຳຄານ 2-3 ຊຶ່ງຕັ້ງ ຢູ່ເຂດເມືອງຊຽງເງິນ ໃນວັນທີ 8 ສິງຫາ 2026 ເພື່ອແນໃສ່ເຮັດໃຫ້ ສະພາບລະດັບນ້ຳຂອງເຂື່ອນ ຢູ່ໃນ ລະດັບທີ່ສາມາດຮັບຮອງໄດ້ ແລະ ຮັບປະກັນບໍ່ໃຫ້ມີຜົນກະທົບຫລາຍ ຕໍ່ປະຊາຊົນທີ່ຢູ່ກ້ອງເຂື່ອນ, ທັງເປັນ ການກະກຽມ ຮັບມືກັບສະພາບນໍ້າ ທີ່ຈະມີປະລິມານເພີ່ມຂຶ້ນ ໃນໄລຍະ ລະດູຝົນ. ໂດຍໄດ້ຮັບຟັງການລາຍງານ ຈາກຜູ້ບໍລິຫານເຂື່ອນ ແລະ ພາກ ສ່ວນທີ່ກ່ຽວຂ້ອງ ກ່ຽວກັບການຕິດ ຕາມສະພາບລະດັບນ້ຳ, ການປ່ອຍ ນໍ້າອອກເຂື່ອນ, ລວມທັງການກຽມ ພ້ອມແຕ່ລະດ້ານ ໃນໄລຍະລະດູຝົນ. ໂອກາດນີ້, ທ່ານ ສຸລິໄຊ ຫົງ ສາຄອນ ໄດ້ເນັ້ນໃຫ້ພະນັກງານ ປະຈຳການຢູ່ເຂື່ອນໄຟຟ້າ ເພີ່ມທະ g-dv' lts]5 [37'dkolq j 'glu ,l5 0trk[9tg]u ora o c,j gfa dgdu f.\j gfa doh vp c]t w;|5 j , oE4h ;,-5 s]kp95 f16 j .og0fg,n v''k glpskp1j k'\a d ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ກອງປະຊຸມສະ ຫລຸບການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ ແລະ ວາງແຜນ 6 ເດືອນທ້າຍປີ 2026 ຂອງ ໂຄງການສົ່ງເສີມສຸຂະພາບຈະເລີນ ພັນແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ (ໄລຍະ2) ຈັດ ຂຶ້ນ ເ ມື່ອໆມານີ້ທີ່ຫ້ອງປະຊຸມ ພ ະ ແ ນ ກ ສ າ ທ າ ລ ະ ນ ະ ສຸ ກ ແຂວງເຊກອງ ໂດຍການເປັນ ປະທານຂອງ ທ່ານ ດຣ. ນາງ ລຳພັນ ໄຊຄຳມີ ຫົວໜ້າພະແນກ ສາທາລະນະສຸກແຂວງເຊກອງ, ມີ ການນໍາເມືອງດາກຈຶງ ແລະ ເມືອງ ກະລຶມ, ຕາງໜ້າຈາກກະຊວງສາ ທາລະນະສຸກ, ກະຊວງການຕ່າງ ປະເທດ, ອົງການແຄຣ, ຜູ້ປະສານ ງານໂຄງການ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ສົມຈິດ ອິນທິເດດ ຜູ້ ປະສານງານໂຄງການຂັ້ນແຂວງ ໄດ້ລາຍງານວ່າ: ໂຄງການສົ່ງເສີມ ສຸຂະພາບຈະເລີນພັນ ແມ່, ເດັກ rkdlj ;odj P;0h v'0v'c0;'s];'rt[k' 8y f8k,]tfa [oEg0n j vow22h koE7ko 2-3 ເກີດໃໝ່ ເດັກນ້ອຍ ແລະ ໄວໜຸ່ມ (ໄລຍະ2) ໄດ້ຈັດຕັ້ງປະຕິບັດຢູ່ ສອງເມືອງຄື: ເມືອງດາກຈຶງ ມີ 23 ບ້ານເປົ້າໝາຍ (ບ້ານເປົ້າໝາຍ ໃໝ່ ມີ 13 ບ້ານ) ແລະ ເມືອງກະ ລຶມ ມີ 22 ບ້ານເປົ້າໝາຍ(ເປົ້າ ໝາຍໃໝ່ ມີ 12 ບ້ານ) ຊຶ່ງໂຄງ ການນີ້ ມີຈຸດປະສົງ ເພື່ອປັບປຸງ ຄຸນນະພາບຂອງການບໍລິການສຸ ຂະພາບຈະເລີນພັນ ແມ່, ເດັກເກີດ ໃໝ່ ແລະ ເດັກນ້ອຍ, ປັບປຸງຄວາມ ຮູ້ຂອງຊຸມຊົນ ແລະ ການປ່ຽນແປງ ພຶດຕິກຳດ້ານສຸຂະພາບ ຈະເລີນ ພັນ, ແມ່, ເດັກເກີດໃໝ່ ແລະ ເດັກ ນ້ອຍ, ປັບປຸງຄວາມເຂັ້ມແຂງ ດ້ານເສດຖະກິດຂອງແມ່ຍິງ ແລະ ການພັດທະນາເສດຖະກິດ-ສັງຄົມ, ປັບປຸງເສີມສ້າງຄວາມເຂັ້ມແຂງ ດ້ານໂພຊະນາການ ແລະ ການນໍາ ພາດ້ານສາທາລະນະສຸກໃນທຸກ ຂັ້ນ, ສະເພາະໃນ 6 ເດືອນຜ່ານ ມາ ໄດ້ສະໜັບສະໜູນອຸປະກອນ, ການກໍ່ສ້າງແລະສິ່ງອຳນວຍຄວາມ ສະດວກນ້ຳສະອາດໃຫ້ແກ່ສະ ຖານທີ່ບໍລິການສຸຂະພາບ, ໄດ້ໃຫ້ ຄຳປຶກສາທີ່ເປັນມິດປິດລັບ ໃຫ້ແກ່ 5 ສຸກສາລາຂອງສອງເມືອງ, ເປີດ ການບໍລິການຫ້ອງໃຫ້ຄຳປຶກສາທີ່ ເປັນມິດຢູ່ 5 ສຸກສາລາເປົ້າໝາຍ ເມືອງດາກຈຶງ ແລະ ເມືອງກະ ລຶມ, ໄດ້ຝຶກອົບຮົມການນຳໃຊ້ ແອັບພິເຄຊັນ ແມ່ສຸຂະພາບດີ ໃຫ້ ແກ່ພະນັກງານສາທາລະນະສຸກ ຂັ້ນໂຮງໝໍນ້ອຍຂອງເມືອງ ແລະ ແຂວງ, ໄດ້ເຜີຍແຜ່ດຳລັດຂອງ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ວ່າດ້ວຍຜະລິດຕະພັນອາຫານ ແລະ ອຸປະກອນກ່ຽວກັບອາຫານສຳລັບ ເດັກອ່ອນ ແລະ ເດັກນ້ອຍ, ຈັດ ຝຶກອົບຮົມກ່ຽວກັບການຕອບໂຕ້ ການຕ້ານການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ ເພື່ອຊ່ວຍໃນການເພີ່ມ ຈຳນວນຜູ້ເຂົ້າເຖິງຂອດບໍລິການ, ໄດ້ຝຶກອົບຮົມຄູ່ມືແຫ່ງຊາດການ ໃຊ້ບໍລິການສຸຂະພາບທີ່ເປັນມິດ ຕໍ່ເຍົາວະຊົນ ແລະ ໄວໜຸ່ມໃຫ້ຜູ້ ບໍລິການສຸຂະພາບ, ຝຶກອົບຮົມເປັນ ຄູຝຶກການໃຫ້ຄຳປຶກສາດ້ານໂພຊະ ນາການແມ່, ເດັກອ່ອນ, ເດັກນ້ອຍ, ຝຶກອົບຮົມການເປັນຄູຝຶກ ກ່ຽວກັບ ການໃຫ້ຄຳປຶກສາໂພຊະນາການ ຂອງແມ່, ເດັກອ່ອນ ແລະ ເດັກນ້ອຍ ໃຫ້ເມືອງກະລຶມ ແລະ ເມືອງດາກ ຈຶງ, ໄດ້ລົງຕິດຕາມການສະແດງ ລະຄອນ, ລົງຕິດຕາມຢ້ຽມຢາມ ຄອບຄົວ 1.000 ວັນ, ໄດ້ແຈກຢາຍ ແນວພັນຜັກໃຫ້ຄອບຄົວ 1.000 ວັນ, ຕິດຕາມການຈັດຕັ້ງປະຕິບັດ ກຸ່ມທ້ອນເງິນຂັ້ນບ້ານ ຂອງເມືອງ ກະລຶມ ແລະ ເມືອງດາກຈຶງ. ພ້ອມນີ້, ໄດ້ມີການນຳສະເໜີຜົນ ການປະເມີນໂຄງການໄລຍະກາງ, ນຳສະເໜີການໃຊ້ຈ່າຍງົບປະມານ ປະຈຳ 6 ເດືອນຂອງໂຄງການ ແລະ ນຳສະເໜີແຜນການຈັດຕັ້ງປະຕິບັດ ກິດຈະກຳ 6 ເດືອນທ້າຍປີ 2026 ພ້ອມທັງໄດ້ມີການປະກອບຄຳຄິດ ເຫັນ ເພື່ອເປັນແນວທາງ ສືບຕໍ່ ປະຕິບັດກິດຈະກຳໃນຕໍ່ໜ້າໃຫ້ໄດ້ ຮັບຜົນຫລາຍຂຶ້ນກວ່າເກົ່າ.ຂ່າວ: ອັດສະວິນ ວີການເຝົ້າລະວັງ, ຕິດຕາມລະດັບ ນ້ຳຢ່າງສະໝ່ຳສະເໝີແລະ ປະສານ ງານກັບພາກສ່ວນກ່ຽວຂ້ອງຢ່າງ ທັນການ ກໍລະນີເກີດສະພາບການ ນໍ້າເພີ່ມຂຶ້ນ ທີ່ອາດຈະສົ່ງຜົນກະທົບ ຕໍ່ປະຊາຊົນ ຕ້ອງຮີບຮ້ອນລາຍງານ ຕໍ່ຄະນະຮັບຜິດຊອບຂັ້ນແຂວງ ແລະ ແຈ້ງໃຫ້ປະຊາຊົນກະກຽມຄວາມ ພ້ອມໃຫ້ທັນການ ເພື່ອບໍ່ໃຫ້ເກີດ ຄວາມເສຍຫາຍທາງດ້ານຊີວິດ ແລະ ຊັບສີນ. ປັດຈຸບັນຄະນະຮັບຜິດ ຊອບ ໄດ້ມີການຕິດຕາມສະພາບ ນ້ໍາ ທັງໜ້າເຂື່ອນ ແລະ ຫລັງເຂື່ອນ ຢ່າງໃກ້ຊິດໂດຍລວມຍັງຢູ່ໃນລະດັບ ປົກກະຕິ, ຕາມລະດັບນ້ຳທີ່ໄຫລເຂົ້າ ໜ້າເຂື່ອນ ແລະທັງສອງເຂື່ອນ (ນ້ຳ ຄານ 3 ແລະ ນ້ຳຄານ 2) ຍັງ ສາມາດຮອງຮັບລະດັບນ້ຳທີ່ຈະ ເພີ່ມຂຶ້ນ. ຂ່າວ-ພາບ : ທະນູສິນ ອິດທິພົນ

RkJQdWJsaXNoZXIy MTc3MTYxMQ==