10/08/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d dq f\kp;j kfh ;plnj ,;o-q o ltg|j 7;k,'q f'k, 8kfd;k'-u muj me,t-kf,v[.sh zn oczj ofy o]k; ຂປລ. ມົດເປັນແມງໄມ້ທີ່ພົບ ເຫັນໄດ້ທົ່ວໄປຕາມເດີ່ນບ້ານ ແລະ ພາຍໃນເຮືອນ, ຫ້ອງຄົວ ຫລື ສະ ຖານທີ່ເກັບມ້ຽນອາຫານ. ເຖິງວ່າ ມົດຈະມີບົດບາດໃນດ້ານລະບົບນິ ເວດ ແຕ່ເມື່ອເຂົ້າມາອາໃສຢູ່ພາຍໃນ ຫລື ບໍລິເວນເກັບມ້ຽນອາຫານ ອາດ ເຮັດໃຫ້ອາຫານປົນເປື້ອນ, ສ້າງ ຄວາມລຳຄານແລະມົດບາງຊະນິດ ກໍກັດເຈັບ. ດັ່ງນັ້ນ ການກຳຈັດມົດ ຢ່າງຖືກວິທີຄຽງຄູ່ກັບການປ້ອງ ກັນຈຶ່ງເປັນປັດໄຈສຳຄັນໃນການ ຮັກສາສຸຂະອະນາໄມພາຍໃນເຮືອນ. ການກຳຈັດມົດຄວນເລີ່ມຈາກ ການກຳຈັດແຫລ່ງອາຫານທີ່ດຶງ ດູດມົດ ໂດຍໝັ່ນກວາດພື້ນໃຫ້ສະ ອາດ ແລະ ໂຕະອາຫານ ບໍ່ປະເສດ ອາຫານ ຫລື ນ້ຳຫວານໄວ້ຄ້າງຄືນ ພ້ອມທັງເກັບມ້ຽນອາຫານໃນພາ ຊະນະທີ່ມີຝາປິດແໜ້ນ ແລະ ນຳ ຂີ້ເຫຍື້ອອອກໄປຖິ້ມເປັນປະຈຳ. ສຳລັບວິທີກຳຈັດ: ການໃຊ້ເຫຍື່ອ ລໍ້ມົດຖືວ່າເປັນວິທີທີ່ມີປະສິດທິຜົນ ສູງ ເພາະມົດຈະນຳສານອາຫານ ກັບໄປຮັງ ເຮັດໃຫ້ສາມາດກຳຈັດ g8a doy ddkode9a f,q f ມົດໄດ້ເປັນຈຳນວນຫລາຍ. ນອກ ຈາກນັ້ນ, ຍັງສາມາດນຳໃຊ້ສູດນ້ຳ ສົ້ມສາຍຊູ ປະສົມກັບນ້ຳໃນອັດຕາ ສ່ວນ 1/1 ແລ້ວສິດ ຫລື ເຊັດຕາມ ບໍລິເວນທີ່ີມົດຜ່ານ ເພາະກ່ິນຂອງ ນ້ຳສົ້ມຊາຍຊູຈະຊ່ວຍລືບຮ່ອງຮອຍ ສານທີ່ມົດໃຊ້ນຳທາງ ເຮັດໃຫ້ມົດບໍ່ ສາມາດກັບມາຫາອາຫານໄດ້ອີກ. ອີກວິທີໜຶ່ງ ຄືການໃຊ້ນ້ຳໝາກ ນາວ ຫລື ເປືອກໝາກນາວວາງໄວ້ ຕາມຈຸດທີ່ມົດມັກຜ່ານ ເນື່ອງຈາກ ກິນຂອງໝາກນາວຈະລົບກວນ ການຮັບຮູ້ກິ່ນຂອງມົດ. ນອກນັ້ນ ຍັງສາມາດນຳໃຊ້ພິດໄທບົດ ຫລື ກາກກາເຟ ໂດຍການນຳໄປໂຮຍ ຕາມທາງຜ່ານຂອງມົດ ເພື່ອຊ່ວຍ ໄລ່ມົດໄດ້. ຄວນກວດສອບຮອຍແຕກ ຫລື ຊ່ອງຫວ່າງຕາມຝາ, ປະຕູ ແລະ ປ່ອງຢ້ຽມ ເພື່ອຕັນບໍ່ໃຫ້ມົດເຂົ້າມາ ພາຍໃນເຮືອນ. ສ່ວນໃນກໍລະນີທີ່ ມີມົດລະບາດຮຸນແຮງ ຄວນເລືອກ ໃຊ້ຜະລິດຕະພັນກຳຈັດມົດທີ່ໄດ້ ມາດຕະຖານ ແລະ ປະຕິບັດຕາມ ວິທີໃຊ້ຢ່າງເຄັ່ງຄັດ ໂດຍຄຳນຶງ ເຖິງຄວາມປອດໄພຂອງເດັກນ້ອຍ ແລະ ສັດລ້ຽງ. ການປ້ອງກັນມົດບໍ່ ໃຫ້ກັບມາລົບກວນ ຈະຕ້ອງອາໄສ ການຮ່ວມມືກັບທຸກຄົນໃນຄອບຄົວ ໃນການຮັກສາຄວາມສະອາດ ແລະ ຈັດສະພາບແວດລ້ອມໃຫ້ເປັນລະ ບຽບຢູ່ສະເໝີ. ຂປລ. ອີງຕາມກົດໝາຍວ່າ ດ້ວຍສື່ມວນຊົນ ສະບັບປັບປຸງ ເລກ ທີ 01/ສພຊ ນະຄອນຫລວງວຽງ ຈັນ, ວັນທີ 4 ພະຈິກ 2016 ໃນ ກົດໝາຍສະບັບນີ້ໄດ້ກຳນົດຫລັກ ການ, ລະບຽບການ ແລະ ມາດຕະ ການ ກ່ຽວກັບການຈັດຕັ້ງ, ການ ເຄື່ອນໄຫວ, ການພັດທະນາ, ການ ຄຸ້ມຄອງ, ການກວດກາສື່ມວນຊົນ ເພື່ອເສີມຂະຫຍາຍບົດບາດ, ຍົກ ສູງຄຸນນະພາບຂອງສື່ມວນຊົນໃຫ້ ກ້າວໜ້າ ແລະ ທັນສະໄໝ, ເສີມ ຂະຫຍາຍປະຊາທິປະໄຕ ແລະ ສິດ ເປັນເຈົ້າປະເທດຊາດ ຂອງປະຊາ ຊົນລາວບັນດາເຜົ່າ ແນໃສ່ຮັບປະ ກັບການປະຕິບັດເສລີພາບດ້ານສື່ ມວນຊົນຂອງພົນລະເມືອງລາວ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ປະກອບສ່ວນເຂົ້າໃນ ການປົກປັກຮັກສາ ແລະ ພັດທະນາ ປະເທດຊາດ. ສື່ມວນຊົນ ແມ່ນເວທີຖະແຫລງ ຂ່າວທີ່ປະກອບດ້ວຍສື່ສິ່ງພິມ, ສື່ເອ ເລັກໂຕຣນິກ ແລະ ຜະລິດຕະພັນ ສື່ມວນຊົນ, ມີພາລະບົດບາດເປັນ ກະບອກສຽງຂອງອົງການຈັດຕັ້ງ ພັກ, ລັດ ແລະ ສັງຄົມ ໃນການໂຄ ສະນາ, ສຶກສາອົບຮົມແນວທາງ ຂອງພັກ, ກົດໝາຍ ແລະ ລະບຽບ ການຂອງລັດ, ປຸກລະດົມນ້ຳໃຈຮັກ ຊາດ, ເຜີຍແຜ່ຂໍ້ມູນຂ່າວສານທາງ ດ້ານການເມືອງ, ເສດຖະກິດ-ສັງ ຄົມ, ວິທະຍາສາດ, ເຕັກໂນໂລຊີ, ສາ ລະຄວາມຮູ້, ສາລະບັນເທີງໃຫ້ແກ່ ສັງຄົມ, ປະກອບສ່ວນຕ້ານປາກົດ ການຫຍໍ້ທໍ້ໃນສັງຄົມ ແລະ ຖ້ອຍ ທຳນອງທີ່ບິດເບືອນຄວາມຈິງ. ລັດສົ່ງເສີມ ແລະ ພັດທະນາ ວຽກງານສື່ມວນຊົນຂອງລັດ ໃຫ້ມີ ການຂະຫຍາຍຕົວຢ່າງກວ້າງ ຂວາງ, ມີຄວາມເຂັ້ມແຂງ ແລະ ມີ ຄຸນນະພາບ ດ້ວຍການປະກອບບຸກ ຄະລາກອນ, ສະໜອງງົບປະມານ, ພາຫະນະ, ອຸປະກອນເຕັກນິກ, ເຕັກໂນໂລຊີ ທີ່ທັນສະໄໝ. ລັດສົ່ງ ເສີມ, ຊຸກຍູ້ ໃຫ້ອົງການສື່ມວນຊົນ ທຸກພາກສ່ວນເປັນເຈົ້າການ ສ້າງ ຄວາມເຂັ້ມແຂງດ້ານວິຊການ, ກຸ້ມ ຕົນເອງດ້ານການເງິນ ແລະ ອຳ ນວຍຄວາມສະດວກໃຫ້ແກ່ການ ຜະລິດ, ການກະຈາຍແລະຈຳໜ່າຍ ຜະລິດຕະພັນສື່ມວນຊົນ ທີ່ຖືກຕ້ອງ ຕາມກົດໝາຍ. ລັດຊຸກຍູ້ ແລະ ເປີດ ກວ້າງໃຫ້ບຸກຄົນ,ນິຕິບຸກຄົນ ແລະ ການຈັດຕັ້ງທັງພາຍໃນ ແລະ ຕ່າງ ປະເທດມີສ່ວນຮ່ວມ ແລະ ລົງທຶນ ເຂົ້າໃນການພັດທະນາວຽກງານ ສື່ມວນຊົນ ຕາມກົດໝາຍ ແລະ ລະບຽບການ. ການເຄື່ອນໄຫວຂອງວຽກງານ ສື່ມວນຊົນ ໃຫ້ປະຕິບັດຕາມຫລັກ ການດັ່ງນີ້: ຮັບປະກັນການເປັນ ກະບອກສຽງຂອງການຈັດຕັ້ງ ພັກ, ລັດ ແລະ ສັງຄົມ ໂດຍສອດຄ່ອງ ກັບແນວທາງນະໂຍບາຍ, ກົດໝາຍ ແລະ ລະບຽບການ; ຮັບປະກັນລັກ ສະນະຂອງສື່ມວນຊົນ ແລະ ຮັບປະ ກັນໃຫ້ພົນລະເມືອງລາວ ໄດ້ປະຕິ ບັດສິດເສລີພາບ ແລະ ພັນທະ ຂອງ ຕົນດ້ານສື່ມວນຊົນ, ປົກປ້ອງຜູ້ສະ ໜອງຂໍ້ມູນຂ່າວສານ, ປະກອບ ຄຳເຫັນ, ສະແດງທັດສະນະຕຳນິ ຕິຊົມ ທີ່ບໍ່ຂັດກັບກົດໝາຍ ແລະ ລະບຽບການ. ບຸກຄົນ, ນິຕິບຸກຄົນ ແລະ ການ ຈັດຕັ້ງ ລວມທັງບຸກຄະລາກອນສື່ ມວນຊົນ, ຜູ້ລາຍງານ, ຜູ້ໃຫ້ຂໍ້ມູນ, ຜູ້ຊ່ຽວຊານ ແລະ ຜູ້ເຂົ້າຮ່ວມອືື່ນ ທີ່ເຄື່ອນໄຫວກ່ຽວກັບວຽກງານ ສື່ມວນຊົນ ໄດ້ຮັບການປົກປ້ອງ ຕາມກົດໝາຍຈາກການແກ້ແຄ້ນ, ຂົ່ມຂູ່ຕໍ່ຊີວິດ, ສຸຂະພາບ, ອິດສະລະ ພາບ, ກຽດສັກສີ, ຊື່ສຽງ, ຊັບສິນ ຂອງຕົນ. ຂອບເຂດການນຳໃຊ້ກົດໝາຍ, ກົດໝາຍສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດ ຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ເຄື່ອນໄຫວວຽກງານສື່ມວນຊົນຢູ່ ດິນແດນຂອງ ສປປ ລາວ. ການຮ່ວມມືສາກົນ ລັດສົ່ງ ເສີມການພົວພັນຮ່ວມມືດ້ານສື່ ມວນຊົນກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ດ້ວຍການຊຸກຍູ້ການ ເຄື່ອນໄຫວດ້ານວິຊາການ, ການ ແລກປ່ຽນບົດຮຽນ, ຂ້ໍມູນຂ່າວ ສານ, ວິທະຍາສາດ, ເຕັກໂນໂລຊີ, ການຝຶກອົບຮົມ, ສຳມະນາ, ການ ຍົກລະດັບຄວາມຮູ້ດ້ານວິຊາການ ເພື່ອເຮັດໃຫ້ວຽກງານສື່ມວນຊົນ ມີຄຸນນະພາບ ແລະ ທັນສະໄໝ ບົນ ພື້ນຖານການເຄົາລົບ ເອກະລາດ, ອຳນາດອະທິປະໄຕ ເຊິ່ງກັນ ແລະ ກັນ, ຕ່າງຝ່າຍຕ່າງໄດ້ຮັບປະ ໂຫຍດ, ປະຕິບັດສັນຍາສາກົນ ແລະ ສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ. ຂປລ. ເມື່ອເວົ້າເຖິງສະຖານທີ່ ທ່ອງທ່ຽວທາງທໍາມະຊາດ ທີ່ມີ ຊື່ສຽງໂດ່ງດັງ ແລະ ເປັນດັ່ງອັນຍະ ມະນີທີ່ງົດງາມ ຂອງແຂວງຫລວງ ພະບາງນັ້ນ ຕາດກວາງຊີ ຄືອີກໜຶ່ງ ສະຖານທີ່ໃນຝັນທີ່ນັກທ່ອງທ່ຽວ ວັງນ້ຳ ອັນປະກອບໄປດ້ວຍທິວທັດ ທໍາມະຊາດທີ່ສວຍສົດງົດງາມທ່ີ ສຸດ, ຕາດກວາງຊີມີຄວາມສູງ 71 ແມັດ, ກວ້າງສຸດ 35 ແມັດ, ປະ ກອບດ້ວຍ 6 ຊັ້ນ ແລະ ສູງຈາກ ລະດັບໜ້ານ້ຳທະເລ ປະມານ 460- 560 ແມັດ, ໃນໄລຍະທີ່ຜ່ານມາ ຕາດນີ້ເຄີຍຫັກ ແລະ ຍຸບຕົວລົງ 2 ຄັ້ງຄື: ກ່ອນນີ້ 70 ປີ ແລະ ຄັ້ງວັນ ທີ 04/12/2011 ຜ່ານມາ. ສະ ເພາະລະດູຝົນຕາດກວາງຊີ ຈະມີ ນ້ຳໂຕນຫລາຍທີ່ສຸດ, ແຕ່ລະດູແລ້ງ ຄືລະຫວ່າງເດືອນມັງກອນ ຫາ ເດືອນພຶດສະພາ ປະລິມານນ້ຳຝົນ ຈະໜ້ອຍລົງ. ອຸທິຍານປ່າໄມ້ແຫ່ງ ນີ້ ລັດຖະບານໄດ້ປະກາດໃຫ້ເປັນ ນັ້ນ ແມ່ນໄຫລອອກມາຈາກຫ້ວຍ ຕີນພູທີ່ມີຄວາມໃສເຢັນສະອາດ ໄກ ຈາກຫົວຕາດປະມານ 4 ກິໂລແມັດ ມີນ້ຳຫລາຍສາຍ ແລະ ຫລາຍແງ່ ໄຫລໂຮມເຂົ້າກັນ ແລະ ມີຫລາຍ ທັງພາຍໃນ ແລະ ຕ່າງປະເທດ ຕ່າງກໍໄຝ່ຝັນຢາກມາສໍາຜັດ. ຕາດ ແຫ່ງນີ້ ຕັ້ງຢູ່ຫ່າງຈາກຕົວເມືອງ ຫລວງພະບາງ ໄປປະມານ 25 ກິໂລແມັດ ໂດຍໃຊ້ເວລາເດີນ ທາງຈາກຕົວເມືອງໄປຫາຕາດປະ ມານ 1 ຊົ່ວໂມງ ດ້ວຍລົດທີ່ມີເສ້ັນ ທາງເຂົ້າເຖິງສະດວກສະບາຍ. ຕາດນີ້ເປັນນໍ້າຕົກຕາດຫີນປູນ ຊຶ່ງ ມີຄວາມສູງປະມານ 80 ແມັດ ຫລຸດລົງມາເປັນຊັ້ນໆທີ່ອ້ອມຮອບ ໄປດ້ວຍຕົ້ນປ່າໄມ້ທີ່ອຸດົມສົມບູນ ຂຽວງາມອຸ່ນທຸ່ມບວກກັບນ້ຳທີ່ມີີ ສີຂຽວມໍລະກົດໄດ້ສ້າງຄວາມປະ ທັບໃຈໃຫ້ແກ່ນັກທ່ອງທ່ຽວ, ສ່ວນ ຢູ່ຕາມທາງຍ່າງເຂົ້າໄປເບື້ອງຂວາ ກ່ອນຈະຮອດນ້ຳຕົກຕາດທ່ານຈະ ພົບກັບວັງນ້ຳສີຂຽວງົດງາມຫລາຍ ວັງ ແລະ ມີບາງວັງທີ່ທ່ານສາມາດ ລົງຫລິ້ນໄດ້ ຊຶ່ງຈະສ້າງຄວາມ ສົດຊື່ນເຢັນສະບາຍ ແລະ ສຳພັດ ໄດ້ເຖິງທຳມະຊາດແທ້ໆ. ກ່ອນຈະເຖິງນ້ໍາຕົກຕາດໃຫຍ່, ສຽງນ້ໍາຕົກກະທົບໃສ່ໂງ່ນຫີນດັງ ມາແຕ່ໄກ ຄືກັບສຽງດົນຕີທໍາມະ ຊາດທີ່ຄອຍຕ້ອນຮັບຜູ້ມາຢ້ຽມ ຢາມ. ເມື່ອຍ່າງຕາມເສັ້ນທາງເລາະ ປ່າໄມ້ເຂົ້າໄປ, ພາບທີ່ປະກົດຕໍ່ໜ້າ ແມ່ນສາຍນ້ໍາສີຟ້າອົມຂຽວມໍລະ ກົດ ອັນໃສສະອາດ ທີ່ໄຫລຫລັ່ງ ລົງມາຈາກຜາຫີນປູນເປັນຊັ້ນໆ ຫລຸດໄລ່ກັນຢ່າງງົດງາມ. ແສງ ແດດທີ່ສ່ອງຜ່ານລອດກິ່ງໄມ້ລົງ ມາກະທົບໃສ່ນ້ໍາ ເຮັດໃຫ້ເກີດເປັນ ປະກາຍລະຍິບລະຍັບ. ນ້ໍາໃນແຕ່ ລະແອ່ງໃສສະອາດຈົນແນມເຫັນ ພື້ນຫີນປູນຢູ່ເບື້ອງລຸ່ມ ແລະ ເຢັນສະ ເຢືອກ, ສົ່ງກິ່ນອາຍຄວາມສົດຊື່ນ ທີ່ຊ່ວຍຜ່ອນຄາຍຄວາມອິດເມື່ອຍ ໄດ້ໃນທັນທີ. ຈຸດເດັ່ນທີ່ໜ້າຕະລຶງ ທີ່ສຸດຂອງຕາດກວາງຊີ ແມ່ນຊັ້ນ ນ້ໍາຕົກໃຫຍ່ທີ່ຢູ່ເທິງສຸດຊຶ່ງສາຍ ນ້ໍາສີຂາວຈຸ່ນພູນຕົກ ລົງມາຈາກ ໜ້າຜາສູງຊັນຫລາຍສິບແມັດ, ແຕກຟົ້ງເປັນລະອອງນ້ໍາບາງໆກະ ຈາຍໄປທົ່ວບໍລິເວນເຮັດໃຫ້ເກີດ ຄວາມເຢັນ ແລະ ມີໝອກນ້ໍາຈາງໆ ປົກຄຸມຢູ່ສະເໝີ. ຕາດກວາງຊີ ແມ່ນມາຈາກ “ຕາດ” ແມ່ນນ້ຳຕົກ, “ກວາງ” ແມ່ນກວາງຄໍາ ແລະ “ຊີ” ແມ່ນພະ ລືສີໃຊ້ໄມ້ເທົ້າຊີດິນ ເພື່ອໃຫ້ເກີດ ນ້ຳໄຫລອອກມາດັ່ງທີ່ພວກເຮົາ ເຫັນຄວາມສວຍງາມໃນປັດຈຸບັນ ນີ້. ສາຍນ້ຳຊີທີ່ໄຫລລົງມາຫາຕາດ ແຫລ່ງທ່ອງທ່ຽວໃນປີ 1987 ເປັນ ຕົ້ນມາ ຊຶ່ງໃນເມື່ອກ່ອນມີຫລາຍ ບ້ານທີ່ອາໄສຢູ່ເທິງສາຍນ້ຳຊີ ແຫ່ງນີ້, ເນື່ອງຈາກວ່າລັດຖະບານ ເຫັນໄດ້ຄວາມຈໍາເປັນ ເພື່ອການ ອະນຸລັກຫ້ວຍນ້ຳແຫ່ງນີ້ ໃຫ້ມີ ຄວາມອຸດົມສົມບູນ ຈຶ່ງມີຄວາມຈໍາ ເປັນຕ້ອງໄດ້ຍ້າຍຖິ່ນຖານປະຊາ ຊົນລົງໄປຢູ່ເຂດໃຕ້ບ້ານ ໂດຍສະ ເພາະແມ່ນບ້ານທ່າແປ້ນ, ໂນນສະ ຫວາດ, ບ້ານນາອວນ ແລະ ບັນດາ ບ້ານຕ່າງໆຢູ່ໃກ້ຄຽງ. ເຖິງຢ່າງໃດ ກໍຕາມ, ນອກຈາກຄວາມງາມທີ່ທໍາ ມະຊາດສ້າງມາແລ້ວ, ສິ່ງທີ່ເຮັດ ໃຫ້ຕາດກວາງຊີ ຍັງຄົງຄວາມງົດ ງາມໄດ້ຢ່າງຍືນຍົງ ແມ່ນການຄຸ້ມ ຄອງ ແລະ ຮັກສາສິ່ງແວດລ້ອມ ຢ່າງເຂັ້ມງວດ. ເຈົ້າໜ້າທີ່ ແລະ ຊຸມ ຊົນທ້ອງຖິ່ນໄດ້ຮ່ວມມືກັນ ຈັດລະ ບົບການທ່ອງທ່ຽວແບບອະນຸລັກ ໂດຍມີການຫ້າມຖິ້ມຂີ້ເຫຍື້ອຊະ ຊາຍ, ມີການແຍກຂີ້ເຫຍື້ອ ແລະ ຈັດ ສັນເຂດຫລິ້ນນ້ໍາຢ່າງເປັນລະບຽບ ເພື່ອບໍ່ໃຫ້ກະທົບຕໍ່ລະບົບນິເວດ. ຕາດກວາງຊີ ບໍ່ພຽງແຕ່ເປັນສິ່ງ ມະຫັດສະຈັນທີ່ທໍາມະຊາດໄດ້ມອບ ໃຫ້ແກ່ແຜ່ນດິນລາວເທົ່ານັ້ນ, ແຕ່ຍັງ ເປັນຄວາມພາກພູມໃຈຂອງປະຊາ ຊົນລາວທຸກຄົນ. ຄວາມງົດງາມອັນ ມີສະເໜ່, ສຽງນ້ໍາໄຫລ ແລະ ບັນຍາ ກາດອັນບໍລິສຸດຂອງຕາດກວາງ ຊີ ຈະຍັງຕິດພັນຢູ່ໃນຄວາມຊົງຈໍາ ແລະ ສ້າງຄວາມປະທັບໃຈ ໃຫ້ແກ່ ຜູ້ທີ່ໄດ້ມາສຳຜັດຢ່າງບໍ່ມີວັນລືມ.
RkJQdWJsaXNoZXIy MTc3MTYxMQ==