gsfdko{dkora fmtok a xtgmf]k; ( 05/08/2026 lh k'7;k,vkflk,kf.sh la f8t;tcrf[h ko 16 j g,n v'g-3xo ຂປລ. ແຫລ່ງຂ່າວຈາກແຂວງ ຈຳປາສັກ ໃຫ້ຮູ້ວ່າ: ເນື່ອງໃນ ໂອກາດ ວັນລັດຖະທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 35 ປີ (15 ສິງຫາ 1991-15 ສິງຫາ 2026) ທີ່ຈະມາເຖິງນີ້, ສະພາປະຊາຊົນ ແຂວງຈຳປາສັກ ຮ່ວມກັບຄະນະ ກຳມະການປົກຄອງແຂວງ, ສະ ຫະພັນກິລາບານເຕະແຂວງ, ທະນາ ຄານພັດທະນາລາວ, ບໍລິສັດ ເບຍ ລາວ, ບໍລິສັດ ດາວເຮືອງ, ບໍລິສັດ ຮ່ວມຈະເລີນ ການຄ້າ ຮ່ວມກັບ ບັນດາພາກສ່ວນທຸລະກິດ ແລະ ສະມາຄົມນັກທຸລະກິດ ຫວຽດນາມ ພາກໃຕ້ ສປປ ລາວ ໄດ້ພ້ອມກັນ ສ້າງຂະບວນການໃຫ້ມີບັນຍາກາດ ຟົດຟື້ນ ແລະ ມີຄວາມໝາຍຄວາມ ສຳຄັນທົ່ວແຂວງຈຳປາສັກ. ເພື່ອເຮັດໃຫ້ການສະເຫລີມ ສະຫລອງ ເປັນຂະບວນກວ້າງ ຂວາງ ຊຶ່ງທົ່ວແຂວງຈະໄດ້ຈັດ 6 ກິດຈະກຳສຳຄັນ ເປັນຕົ້ນ ຂະ ບວນການອອກແຮງງານລວມທົ່ວ ແຂວງ ຕາມເສັ້ນທາງເລກທີ 13 ໃຕ້, ເສັ້ນທາງສາຍກາງຕ່າງໆ, ສະຖານທີ່ສຳຄັນຂອງແຂວງ ແລະ ຊປລ. ແຫລ່ງຂ່າວຈາກແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ທ່ານ ບຸນຄົງ ຫລ້າຈຽມພອນ ເລຂາພັກແຂວງ ອຸດົມໄຊ ໄດ້ພົບປະກັບ ທ່ານ ລູ້ຮ່າຍ ໂຈ ອຳນວຍການ ບໍລິສັດ ທາງ ລົດໄຟ ລາວ-ຈີນ, ທ່ານ ດາວຈີນ ດາ ສີຫາລາດ ຜູ້ອຳນວຍການລັດ ວິສາຫະກິດລົດໄຟແຫ່ງຊາດລາວ, ຮອງອຳນວຍການບໍລິສັດທາງ ລົດໄຟ ລາວ-ຈີນ ພ້ອມດ້ວຍຄະນະ ໃນວັນທີ 3 ສິງຫາ 2026 ທີ່ຫ້ອງ ວ່າການ ແຂວງອຸດົມໄຊ, ເພື່ອແລກ ປ່ຽນບັນຫາການຄຸ້ມຄອງ, ການນຳ ໃຊ້ ແລະ ການພັດທະນາທາງລົດໄຟ ລາວ-ຈີນ ຢູ່ ແຂວງອຸດົມໄຊ. ໃນໂອກາດນີ້, ທ່ານບຸນຄົງຫລ້າ ຈຽມພອນ ໄດ້ກ່າວຕ້ອນຮັບ ຄະນະ ຈາກ ບໍລິສັດ ທາງລົດໄຟ ລາວ-ຈີນ ຢ່າງອົບອຸ່ນ ພ້ອມທັງສະແດງຄວາມ ຂອບໃຈຕໍ່ລັດຖະບານ ສປປ ລາວ ແລະ ສປ ຈີນ ທີ່ໄດ້ຮ່ວມມືກໍ່ສ້າງ ເສັ້ນທາງລົດໄຟ ລາວ-ຈີນ ອັນເປັນ ໂຄງການຍຸດທະສາດ ທີ່ສ້າງຜົນ ປະໂຫຍດຢ່າງຫລວງຫລາຍຕໍ່ການ ພັດທະນາເສດຖະກິດ-ສັງຄົມ ຂອງ ແຂວງອຸດົມໄຊ ແລະ ບັນດາແຂວງ ພາກເໜືອ. ແຂວງອຸດົມໄຊ ຕັ້ງຢູ່ ຈຸດໃຈກາງຂອງພາກເໜືອ ແລະ ເປັນຈຸດເຊື່ອມຕໍ່ສຳຄັນ ລະຫວ່າງ ລາວ, ຈີນ, ຫວຽດນາມ ແລະ ໄທ. ນອກຈາກນັ້ນ, ຍັງມີທ່າແຮງໃນ ການພັດທະນາ ດ້ານໂລຈິສຕິກ, ກະສິກຳ, ການທ່ອງທ່ຽວ ແລະ ອຸດສາຫະກຳ. ພ້ອມກັນນີ້ ແຂວງ ກໍພວມສຸມໃສ່ດຶງດູດການລົງທຶນ ແລະ ນຳໃຊ້ທ່າແຮງ ຈາກເສັ້ນທາງ ລົດໄຟ ລາວ-ຈີນ ເພື່ອຂັບເຄື່ອນ ການເຕີບໂຕທາງເສດຖະກິດຂອງ ແຂວງ. ແຂວງອຸດົມໄຊ ມີ 3 ສະຖານີ sk]n -5 dp6 h dkooe.-h mj kcI'mk']q fw2 grn j vdkora fmtok c0;'v5 fq ,wຂປລ. ແຫລ່ງຂ່າວຈາກແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ກົມ ຊັບພະຍາກອນນໍ້າ ຮ່ວມກັບພະແນກ ກະສິກໍາ ແລະ ສິ່ງແວດລ້ອມແຂວງ ສະຫວັນນະເຂດ ແລະ ຫ້ອງການ ກະສິກໍາ ແລະ ສິ່ງແວດລ້ອມເມືອງ ເຊໂປນ ຈັດຝຶກອົບຮົມວຽກງານ ສັດຕະວະແພດບ້ານ ໃຫ້ແກ່ບ້ານ ທ່າເມະ ແລະ ບ້ານແກ້ງຫົວປາ ເມືອງເຊໂປນ ແຂວງສະຫວັນນະ ເຂດ ໃນທ້າຍອາທິດຜ່ານມາ ເພື່ອ ສຸມໃສ່ປ້ອງກັນພະຍາດລະບາດ ສັດລ້ຽງ, ພາຍໃຕ້ການສົ່ງເສີມຂອງ ໂຄງການຄຸ້ມຄອງຊັບພະຍາກອນ g]0kra dc0;'7e,j ;o goA o.sh lt,k7q ,oa dm5 ]tdy fpy y ' lh k'zt]y f8tra ogfa j o 0a [g7n j voglf4tdy fc0;' ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງຄຳ ມ່ວນ ໄດ້ໃຫ້ທິດຊີ້ນໍາແກ່ຄະນະບໍ ລິຫານງານສະມາຄົມນັກທຸລະກິດ ຍິງ ແຂວງຄຳມ່ວນ ໃນໂອກາດ ເຂົ້າຢ້ຽມຂໍ່ານັບ ໃນວັນທີ 3 ສິງຫາ 2026 ພາຍຫລັງສໍາເລັດກອງປະ ຊຸມສະມາຄົມນັກທຸລະກິດຍິງ ຄັ້ງທີ 3 ຂອງແຂວງຄໍາມ່ວນ. ທ່ານ ນາງ ສະຫລັກຈິດ ໄຊ ຍະກຸມມານ ປະທານສະມາຄົມນັກ ທຸລະກິດຍິງ ໄດ້ລາຍງານກ່ຽວກັບ ຜົນການເຄື່ອນໄຫວຂອງສະມາຄົມ, ບົດບາດໃນການຂັບເຄື່ອນທຸລະກິດ ແລະ ການປະກອບສ່ວນບັນດາ ນັກທຸລະກິດຍິງ ຕໍ່ການພັດທະນາ ເສດຖະກິດ-ສັງຄົມຂອງແຂວງ ພ້ອມທັງແນະນຳຄະນະບໍລິຫານ ງານຊຸດໃໝ່ ແລະ ຂໍທິດຊີ້ນຳຈາກ ການນຳແຂວງ ເພື່ອເປັນທິດທາງ 9exkla d dP,9a fdy f9tde.spj grn j v0j eoa [Ia [8h vo ;a o]a f4tme,to6 o 7q [Iv[ 35 xu ໃນການດຳເນີນວຽກງານໄລຍະ ຕໍ່ໄປ. ໃນໂອກາດນີ້, ທ່ານ ໄຊຊະນະ ໂຄດພູທອນ ໄດ້ກ່າວຕ້ອນຮັບ ທັງສະແດງຄວາມຊົມເຊີຍ ຕໍ່ຜົນ ສຳເລັດຂອງກອງປະຊຸມ ແລະ ເນັ້ນໃຫ້ຄະນະສະມາຄົມ ສືບຕໍ່ຍົກ ລະດັບຂີດຄວາມສາມາດຂອງນັກ ທຸລະກິດຍິງ, ນຳໃຊ້ເຕັກໂນໂລຊີ ດີຈິຕອນ, ພັດທະນາການຜະລິດ ແລະ ຂະຫຍາຍຕະຫລາດ ເພື່ອ ຍົກຄຸນນະພາບສິນຄ້າໃຫ້ແຂ່ງຂັນ ໄດ້. ພ້ອມກັນນັ້ນ, ຍັງໄດ້ຊີ້ນຳໃຫ້ ສະມາຄົມສຸມໃສ່ສ້າງຜະລິດຕະພັນ ເອກະລັກຂອງແຂວງ ໃຫ້ເປັນສິນ ຄ້າຂອງຝາກທີ່ມີຊື່ສຽງ, ສ້າງວຽກ ເຮັດງານທຳ, ຊ່ວຍເຫລືອວຽກງານ ສັງຄົມ ແລະ ປະກອບສ່ວນແກ້ໄຂ ບັນຫາເສດຖະກິດຂອງແຂວງ. ຄຽງຄູ່ກັນນັ້ນ ໃຫ້ປັບປຸງອົງການ ຈັດຕັ້ງ, ແບບແຜນວິທີເຮັດວຽກ, ເສີມສ້າງຄວາມສາມັກຄີພາຍໃນ, ຍົກສູງບົດບາດແມ່ຍິງ ແລະ ສ້າງ ກິດຈະກຳທີ່ມີຜົນງານໂດດເດັ່ນ. ໃນມື້ດຽວກັນ, ຄະນະສະມາຄົມ ນັກທຸລະກິດຍິງ ຍັງໄດ້ເຂົ້າຢ້ຽມ ຂໍ່ານັບ ທ່ານ ສົມສະອາດ ອຸ່ນສີດາ ປະທານຄະນະກຳມະການປົກຄອງ ແຂວງ ເພື່ອລາຍງານຜົນການ ຈັດຕັ້ງ, ແນະນຳຄະນະຊຸດໃໝ່ ແລະ ຂໍທິດຊີ້ນຳເພີ່ມຕື່ມ ເພື່ອໃຫ້ສະມາຄົມ ດຳເນີນວຽກຢ່າງມີປະສິດທິຜົນ ແລະ ປະກອບສ່ວນຂັບເຄື່ອນການ ພັດທະນາແຂວງຄຳມ່ວນ ໃຫ້ຍືນ ຍົງ. ຂ່າວ: ມະນີວັນ ນໍ້າ ແລະ ການປັບຕົວບົນພື້ນຖານ ລະບົບນິເວດ ໃນອ່າງຮັບນໍ້າເຊບັ້ງ ຫຽງ ແລະ ຕົວເມືອງຫລວງພະ ບາງ (IWRM-EbA) ໂດຍມີ ຄະນະຮັບຜິດຊອບ, ວິທະຍາກອນ, ຫ້ອງການແມ່ຍິງເມືອງ, ອໍານາດ ການປົກຄອງ, ສັດຕະວະແພດບ້ານ ແລະ ພໍ່ແມ່ປະຊາຊົນ ເຂົ້າຮ່ວມ. ການຝຶກອົບຮົມຄັ້ງນີ້, ເນັ້ນໃສ່ ການຍົກສູງຂີດຄວາມສາມາດ ແລະ ພັດທະນາທັກສະດ້ານເຕັກນິກ ວິຊາການ ໃຫ້ສັດຕະວະແພດບ້ານ ເພື່ອຕິດຕາມ, ເຝົ້າລະວັງ ແລະ ລາຍ ງານການເກີດພະຍາດລະບາດສັດ ສຸກເສີນ, ເຕັກນິກການປ້ອງກັນ, ການອະນາໄມຂ້າເຊື້ອຄອກສັດ, ການສັກຢາວັກຊິນປ້ອງກັນພະຍາດ ຕາມລະດູການ ເຊັ່ນ: ພະຍາດປາກ ເປື່ອຍລົງເລັບ, ພະຍາດອະຫິວາ ໝູ ຕະຫລອດຮອດວິທີການປິ່ນປົວ ແລະ ການນຳໃຊ້ຢາສັດຕະວະແພດ ເບື້ອງຕົ້ນຢ່າງຖືກຕ້ອງ ແລະ ປອດ ໄພ. ໃນໄລຍະ 4 ວັນຂອງການຝຶກ ອົບຮົມ, ຜູ້ເຂົ້າຮ່ວມໄດ້ຮຽນຮູ້ທັງ ພາກທິດສະດີ ແລະ ລົງປະຕິບັດ ຕົວຈິງຢູ່ພາກສະໜາມ ເປັນຕົ້ນ ວິທີການຈັບມັດສັດ, ການປະສົມຢາ ແລະ ການທົດລອງສັກວັກຊິນໃຫ້ ສັດ ຊຶ່ງບ້ານທ່າເມະ ສາມາດສັກຢາ ໃຫ້ສັດຕົວຈິງໄດ້ 14 ໂຕ (ງົວ 11 ໂຕ, ແບ້ 3 ໂຕ) ແລະ ບ້ານແກ້ງ ຫົວປາ ສັກຢາໄດ້ 17 ໂຕ (ງົວ 7 ໂຕ, ແບ້ 10 ໂຕ). ຜ່ານການຮຽນ ຮູ້ເຫັນວ່າ ທັງສັດຕະວະແພດບ້ານ ແລະ ອຳນາດການປົກຄອງ ແມ່ນ ໃຫ້ຄວາມສົນໃຈ ແລະ ເອົາໃຈໃສ່ ເປັນຢ່າງດີ. ໃນໂອກາດດັ່ງກ່າວ, ຄະນະຄູ ຝຶກໄດ້ເນັ້ນໜັກໃຫ້ປະຊາຊົນທັງ 2 ບ້ານ ຕິດຕາມສຸຂະພາບສັດ ຢ່າງໃກ້ຊິດ, ຖ້າພົບສັດເຈັບປ່ວຍ ຜິດປົກກະຕິ ຫລື ຕາຍກະທັນຫັນ ເປັນຈຳນວນຫລາຍ ຕ້ອງຮີບຮ້ອນ ລາຍງານໃຫ້ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ ຊາບທັນ ທີ, ຫ້າມປິດບັງຂໍ້ມູນ ຫລື ຊື້-ຂາຍ ຊີ້ນສັດຕາຍໂດຍເດັດຂາດ ເພື່ອປ້ອງ ກັນບໍ່ໃຫ້ພະຍາດແຜ່ລະບາດເປັນ ວົງກວ້າງ. ພ້ອມທັງຮຽກຮ້ອງໃຫ້ ສັດຕະວະແພດບ້ານ ປະຕິບັດໜ້າທີ່ ດ້ວຍຄວາມຊື່ສັດ, ມີຈັນຍາບັນ, ບໍ່ ສວຍໂອກາດຂຶ້ນລາຄາຢາ ຫລື ຄ່າບໍລິການ ເພື່ອເປັນກຳລັງແນວ ໜ້າໃນການປົກປ້ອງຊັບສິນ ແລະ ພັດທະນາເສດຖະກິດຂອງບ້ານ. ພ້ອມນີ້, ຍັງໄດ້ມອບຖົງຢາ ປະຈຳບ້ານ, ເຂັມສັກຢາ ແລະ ອຸປະ ກອນຈຳເປັນ ໃຫ້ບ້ານດັ່ງກ່າວ ເພື່ອນຳໃຊ້ເຂົ້າໃນການປະຕິບັດ ວຽກງານຕົວຈິງຕື່ມອີກ. ຄື: ສະຖານີ ເມືອງໄຊ, ນາໝໍ້ ແລະ ສະຖານີ ເມືຶອງງາ, ໃນນັ້ນ ສະຖານີ ເມືອງໄຊ ໄດ້ກາຍເປັນສູນກາງການ ເດີນທາງ ແລະ ຂົນສົ່ງສິນຄ້າຂອງ 5 ແຂວງພາກເໜືອ. ຜ່ານມາແຂວງ ໄດ້ຊຸກຍູ້ການລົງທຶນສ້າງສາງຄ່ຽນ ຖ່າຍສິນຄ້າ, ຄຸ້ມຄອງຄວາມປອດ ໄພຕາມແນວທາງລົດໄຟ ແລະ ຈັດ ສັນພື້ນທີ່ກວ່າ 300 ເຮັກຕາ ເພື່ອ ຮອງຮັບການພັດທະນາປິ່ນອ້ອມ ສະຖານີ. ໃນການພົບປະຄັ້ງນີ້, ທ່ານ ບຸນ ຄົງ ຫລ້າຈຽມພອນ ໄດ້ສະເໜີບາງ ບັນຫາທີ່ຄວນໄດ້ຮັບການປັບປຸງ ໂດຍສະເພາະ ວຽກງານຂົນສົ່ງຜູ້ ໂດຍສານ ເຊັ່ນ: ການຈອງປີ້ລົດໄຟ ທີ່ຍັງບໍ່ພຽງພໍ, ການບໍລິການສຳລັບ ຄົນເຈັບ, ການຈັດລະບຽບລານ ຈອດລົດ ແລະ ການກໍ່ສ້າງຫລັງຄາ ບໍລິເວນລໍຖ້າຜູ້ໂດຍສານ. ພ້ອມກັນ ນັ້ນ, ຍັງໄດ້ສະເໜີໃຫ້ ບໍລິສັດ ພິຈາ ລະນາເພີ່ມຖ້ຽວລົດໄຟ ຫລື ເພີ່ມ ໂກຕ້າການຈຳໜ່າຍປີ້ໃຫ້ສະຖານີ ເມືອງໄຊຕື່ມອີກ. ສຳລັບວຽກງານ ຂົນສົ່ງສິນຄ້າ, ໄດ້ສະເໜີໃຫ້ປັບປຸງ ຂັ້ນຕອນການຈອງຕູ້ສິນຄ້າໃຫ້ ວ່ອງໄວ, ປັບປຸງເສັ້ນທາງເຂົ້າສູ່ສະ ຖານີຂົນສົ່ງສິນຄ້າ ແລະ ສ້າງ ກົນໄກປະສານງານ ລະຫວ່າງ ບໍລິ ສັດລົດໄຟ, ພາກລັດ ແລະ ຜູ້ປະກອບ ການໃຫ້ມີປະສິດທິພາບຫລາຍ ຂຶ້ນ. ນອກຈາກນີ້, ຍັງໄດ້ສະເໜີ ໃຫ້ບໍລິສັດທາງລົດໄຟ ລາວ-ຈີນ ສືບຕໍ່ປະສານງານຢ່າງໃກ້ຊິດກັບ ອົງການປົກຄອງແຂວງ ເພື່ອ ຮ່ວມກັນພັດທະນາພື້ນທີ່ປິ່ນອ້ອມ ສະຖານີ, ຍົກລະດັບການບໍລິຫານ ແລະ ນຳໃຊ້ທາງລົດໄຟ ລາວ-ຈີນ ໃຫ້ເກີດຜົນປະໂຫຍດສູງສຸດ ເພື່ອ ໃຫ້ເສັ້ນທາງລົດໄຟ ເປັນແຮງຂັບ ເຄື່ອນສຳຄັນໃນການພັດທະນາ ເສດຖະກິດ-ສັງຄົມ ຂອງແຂວງອຸ ດົມໄຊ ແລະ ພາກເໜືອ ໃນໄລຍະ ຍາວ. ຂ່າວ: ຄຳພັນ ແກ້ວມະນີ ອະນາໄມສຳນັກງານ-ອົງການ ຂອງຕົນ; ຂະບວນການປະດັບ ປະດາ ແລະ ຕິດປ້າຍຄຳຂວັນຢູ່ ຕາມສຳນັກງານ-ອົງການຕ່າງໆ ເພື່ອໃຫ້ມີຄວາມສວຍງາມ ແລະ ສ້າງບັນຍາກາດຄຶກຄື້ນ, ຕ້ອນຮັບ ວັນດັ່ງກ່າວທົ່ວສັງຄົມ; ກອງປະຊຸມ ສຳມະນາ ວິຊາການ ໂດຍມີ 3 ຫົວຂໍ້ ສຳຄັນ ຄື: ຍົກສູງພາລະບົດບາດ ຂອງສະພາປະຊາຊົນແຂວງ ໃນ ໄລຍະໃໝ່, ການຈັດຕັ້ງປະຕິບັດ ລັດຖະທຳມະນູນ ແລະ ກົດໝາຍ ຢູ່ແຂວງຈຳປາສັກ ໃນໄລຍະ ໃໝ່, ທິດທາງການປະຕິບັດພາລະ ບົດບາດ, ສິດ ແລະ ໜ້າທີ່ ຂອງ ຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 15 ແຂວງ ຈຳປາສັກ. ນອກນີ້, ຍັງມີກິດຈະກຳການ ແຂ່ງຂັນກິລາບານເຕະ; ກິດຈະກຳ ຍ່າງເພື່ອສຸຂະພາບ ແລະ ພິທີ ປາຖະກະຖາຫວນຄືນມູນເຊື້ອ ວັນ ລັດຖະທຳມະນູນ ແຫ່ງ ສປປ ລາວ ແລະ ວັນສ້າງຕັ້ງກຳລັງປະຊາຊົນ.
RkJQdWJsaXNoZXIy MTc3MTYxMQ==