7335

05/08/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ຢ່າຕົ່ງ່ າົ່ ງ ຂໍ້ມູນຈາກ ໜັງສືພິມວຽງຈັນໃໝ່ໍູ້ັືິັ່ 9exkla d g]aj '2N o26 cs]j 'mj v'mj P; dP,gxu f 7voxklh vp{8kfzklh ;, 7n o.\j 7;k,le7a odkog0Q kgxa olt,k-y dxt-k7q ,vk-Po ຂປລ. ການເຂົ້າເປັນສະມາຊິກ ແລະ ການສ້າງປະຊາຄົມອາຊຽນ (ASEAN Community) ຖື ເປັນບາດກ້າວຍຸດທະສາດທີ່ສຳຄັນ ຍິ່ງສຳລັບ ສປປ ລາວ ກໍຄືບັນດາປະ ເທດສະມາຊິກໃນພູມິພາກ. ຄວາມ ສຳຄັນຂອງການເຂົ້າເປັນປະຊາ ຄົມອາຊຽນ ຖືກແບ່ງອອກເປັນ 3 ເສົາຄ້ຳຫລັກ ຄື: ດ້ານເສດຖະກິດ (ປະຊາຄົມເສດຖະກິດອາຊຽນ- AEC), ດ້ານການເມືອງ ແລະ ຄວາມໝັ້ນຄົງ (ປະຊາຄົມການ ເມືອງ-ຄວາມໝັ້ນຄົງອາຊຽນ - APSC) ແລະ ດ້ານວັດທະນະທຳ- ສັງຄົມ (ປະຊາຄົມວັດທະນະທຳສັງຄົມອາຊຽນ - ASCC). ນັບວ່າ ເປັນເວລາດົນເຕີບ ທີ່ຄໍ ລຳ“ເອອີຊີ”(AEC)ໜັງສືພິມປະ ເທດລາວບໍ່ໄດ້ມາສະເໜີບົດກ່ຽວ ກັບການສ້າງປະຊາຄົມອາຊຽນ. ດັ່ງນັ້ນ, ມື້ຂໍມານຳສະເໜີ 3 ເສົາຄ້ຳ ຫລັກ ແລະ ສິ່ງທ້າທາຍຂອງ ສປປ ລາວ ໃຫ້ພວກເຮົາໄດ້ຮັບຮູ້ນຳກັນ ຕື່ມ. ສຳລັບເສົາຄ້ຳອັນທີໜຶ່ງ ແມ່ນ ດ້ານເສດຖະກິດ(ປະຊາຄົມເສດຖະ ກິດອາຊຽນ - AEC) ແມ່ນການ ເປີດກວ້າງຕະຫລາດ ແລະ ການ ຄ້າ ເຮັດໃຫ້ລາວທີ່ມີປະຊາກອນ ປະມານ 7 ກວ່າລ້ານຄົນ ສາມາດ ເຂົ້າເຖິງຕະຫລາດອາຊຽນ ທີ່ມີປະ ຊາກອນຮວມກັນເພີ່ມຄວາມເຊື່ອ ໝັ້ນໃຫ້ແກ່ນັກລົງທຶນຕ່າງຊາດ ເຮັດໃຫ້ມີທຶນ, ເຕັກໂນໂລຊີ ແລະ ນະວັດຕະກຳໃໝ່ໆ ໄຫລເຂົ້າມາພັດ ທະນາປະເທດ; ການເຊື່ອມໂຍງ ແລະ ໂລຈິສຕິກ ຊຸກຍູ້ການປ່ຽນ ແປງຈາກປະເທດທີ່ບໍ່ມີທາງອອກ ສູ່ທະເລໃຫ້ກາຍເປັນປະເທດເຊື່ອມ ຈອດ ຜ່ານການພັດທະນາເສັ້ນ ທາງ, ລົດໄຟ ແລະ ການບໍລິການ ທາງຜ່ານ; ສ້າງໂອກາດໃຫ້ຜູ້ປະ ກອບການ ໄດ້ຫລຸດຜ່ອນອັດຕາພາ ສີການນຳເຂົ້າ-ສົ່ງອອກ ແລະ ອຳ ນວຍຄວາມສະດວກໃນການເຄື່ອນ ຍ້າຍສິນຄ້າ ແລະ ການບໍລິການ. ດ້ານການເມືອງ ແລະ ຄວາມ ໝັ້ນຄົງ (ປະຊາຄົມການເມືອງຄວາມໝັ້ນຄົງອາຊຽນ - APSC) ແມ່ນຮັກສາສັນຕິພາບ ແລະ ສະ ຖຽນລະພາບ ອາຊຽນ ຢຶດຖືຫລັກ ການບໍ່ແຊກແຊງກິດຈະການພາຍ ໃນຂອງກັນ ແລະ ກັນ ແລະ ການ ແກ້ໄຂຂໍ້ຂັດແຍ່ງໂດຍຮູບແບບສັນ ຕິວິທີ; ເພີ່ມອຳນາດການຕໍ່ລອງໃນ ເວທີໂລກ, ການຮວມໂຕກັນເປັນ ກຸ່ມເຮັດໃຫ້ອາຊຽນມີສຽງທີ່ດັງ ຂຶ້ນ ແລະ ມີອຳນາດຕໍ່ລອງກັບບັນ ດາມະຫາອຳນາດ ຫລື ອົງການຈັດ ຕັ້ງສາກົນ (ເຊັ່ນ: ຈີນ, ອາເມລິກາ, EU); ການຮ່ວມມືຕ້ານອາຊະຍາ ກຳຂ້າມຊາດ ຊ່ວຍກັນແກ້ໄຂບັນ ຫາຢາເສບຕິດ, ການຄ້າມະນຸດ, ການກໍ່ການຮ້າຍ, ແລະ ອາຊະຍາ ກຳທາງໄຊເບີ. ດ້ານວັດທະນະທຳ-ສັງຄົມ(ປະ ຊາຄົມວັດທະນະທຳ-ສັງຄົມອາ ຊຽນ - ASCC) ແມ່ນການພັດທະ ນາຊັບພະຍາກອນມະນຸດ: ເປີດ ໂອກາດໃຫ້ມີການແລກປ່ຽນດ້ານ ການສຶກສາ, ທຶນການສຶກສາ, ແລະ ການພັດທະນາທັກສະແຮງງານ ໃຫ້ໄດ້ມາດຕະຖານ; ການເຄື່ອນ ຍ້າຍແຮງງານມີຝີມື ເຮັດໃຫ້ແຮງ ງານວິຊາຊີບ (ເຊັ່ນ: ແພດ, ວິສະ ວະກອນ, ນັກບັນຊີ, ການທ່ອງ ທ່ຽວ) ສາມາດໄປເຮັດວຽກໃນ ປະເທດສະມາຊິກອາຊຽນໄດ້ງ່າຍ ຂຶ້ນ; ການສົ່ງເສີມການທ່ອງທ່ຽວ ແລະວັດທະນະທຳແມ່ນສ້າງຄວາມ ເຂົ້າມາອົບອຸ່ນ ແລະ ເຂົ້າໃຈກັນ ລະຫວ່າງປະຊາຊົນໃນພູມິພາກ ແລະ ຊຸກຍູ້ການທ່ອງທ່ຽວຂ້າມ ແດນ; ການຮັບມືກັບວິກິດການ ແລະ ໄພພິບັດ ມີກົນໄກຮ່ວມມືກັນ ໃນການຊ່ວຍເຫລືອເມື່ອເກີດໄພ ທຳມະຊາດ ແລະ ພະຍາດລະບາດ. ແນວໃດກໍຕາມ, ຄວາມສຳຄັນຂອງ ການເຂົ້າປະຊາຄົມອາຊຽນ ບໍ່ພຽງ ແຕ່ຊ່ວຍໃຫ້ ສປປ ລາວ ຫລຸດຜ່ອນ ຄວາມໂດດດ່ຽວທາງດ້ານພູມສາດ ເທົ່ານັ້ນ, ແຕ່ຍັງເປັນ “ໂອກາດ ແລະ ເຄື່ອງມື” ທີ່ສຳຄັນໃນການ ຍົກລະດັບເສດຖະກິດ-ສັງຄົມ, ພັດ ທະນາຊີວິດການເປັນຢູ່ຂອງປະຊາ ຊົນ ແລະ ເຮັດໃຫ້ປະເທດຊາດ ສາ ມາດເຕີບໂຕໄປຄຽງຄູ່ກັບພູມິພາກ ແລະ ສາກົນຢ່າງຍືນຍົງ. ເຖິງວ່າການເຂົ້າຮ່ວມປະຊາ ຄົມອາຊຽນ ຈະນຳເອົາໂອກາດມະ ຫາສານມາໃຫ້, ແຕ່ ສປປ ລາວ ກໍ ຕ້ອງຜະເຊີນກັບສິ່ງທ້າທາຍ ແລະ ຂໍ້ເສຍປຽບ ທີ່ສຳຄັນໃນຫລາຍ ດ້ານຍ້ອນລະດັບການພັດທະນາ ແລະ ຕົ້ນທຶນທາງເສດຖະກິດ-ສັງ ຄົມທີ່ຍັງມີຄວາມແຕກຕ່າງຈາກ ຫລາຍປະເທດສະມາຊິກ. ໜຶ່ງໃນ ນັ້ນ, ຄວາມສາມາດໃນການແຂ່ງ ຂັນທາງດ້ານເສດຖະກິດທີ່ຍັງ ຕ່ຳ; ການນຳສິນຄ້ານຳເຂົ້າ ເມື່ອມີ ການຫລຸດຜ່ອນ ຫລື ຍົກເວັ້ນພາສີ (AFTA/AEC), ສິນຄ້າຈາກ ປະເທດທີ່ມີຖານການຜະລິດໃຫຍ່ ແລະ ຕົ້ນທຶນຕ່ຳກວ່າ ເຂົ້າມາຕີຕະ ຫລາດລາວ ເຮັດໃຫ້ຜູ້ປະກອບການ ແລະ ວິສາຫະກິດຂະໜາດນ້ອຍກາງ (SMEs)ຂອງລາວແຂ່ງຂັນ ໄດ້ຍາກ; ຖານການຜະລິດ ແລະ ຫັດຖະກຳພາຍໃນຍັງອ່ອນແອການ ຜະລິດສ່ວນໃຫຍ່ຍັງເປັນການສົ່ງ ອອກວັດຖຸດິບ ຫລື ຜະລິດຕະພັນກະ ສິກຳດິບ ທີ່ບໍ່ທັນໄດ້ແປຮູບ ເຮັດໃຫ້ ມີມູນຄ່າເພີ່ມຕ່ຳ. ເຖິງວ່າຈະມີການພັດທະນາ ເສັ້ນທາງ ແລະ ລົດໄຟ, ແຕ່ການ ເປັນປະເທດທີ່ບໍ່ມີທາງອອກສູ່ທະ ເລ (Land-locked) ເຮັດໃຫ້ຕົ້ນ ທຶນການຂົນສົ່ງສິນຄ້າຂ້າມແດນ ແລະ ການສົ່ງອອກຍັງສູງກວ່າປະ ເທດທີ່ມີທາງອອກສູ່ທະເລ. ລະບົບ ສາທາລະນຸປະໂພກ: ລະບົບພື້ນ ຖານໂຄງລ່າງ, ພະລັງງານ, ແລະ ການເຊື່ອມຕໍ່ດີຈິຕອນ ໃນເຂດ ຊົນນະບົດຍັງບໍ່ທັນທົ່ວເຖິງ; ທັກ ສະ ແລະ ຝີມືແຮງງານ: ແຮງງານ ລາວສ່ວນໃຫຍ່ຍັງເປັນແຮງງານທີ່ ໃຊ້ແຮງງານກາຍ, ແຮງງານມີຝີມື ເຊັ່ນ: ວິສະວະກອນ, ແພດໝໍ, ນັກ ການເງິນ ຫລື ນັກເຕັກໂນໂລຊີ ຍັງ ມີຈຳນວນຈຳກັດ. ກຳແພງດ້ານ ພາສາ ແລະ ເຕັກໂນໂລຊີ ການນຳ ໃຊ້ພາສາອັງກິດ (ພາສາທາງການ ຂອງອາຊຽນ) ແລະ ທັກສະດ້ານດີ ຈິຕອນ ຂອງກຳລັງແຮງງານ ແລະ ພະນັກງານພາຍໃນຍັງຕ່ຳກວ່າ ສະ ເລ່ຍຂອງພູມິພາກ; ການສູນເສຍ ແຮງງານ ການເປີດເສລີການເຄື່ອນ ຍ້າຍແຮງງານມີຝີມື ອາດເຮັດໃຫ້ ຄົນເກັ່ງໆ ຫລື ແຮງງານຝີມືດີຂອງ ລາວຍ້າຍໄປເຮັດວຽກຢູ່ປະເທດທີ່ ມີຄ່າຈ້າງສູງກວ່າ. ງົບປະມານແລະຊັບພະຍາກອນ ຈຳກັດ ການເຂົ້າຮ່ວມກອງປະຊຸມ, ໂຄງການຮ່ວມມື, ແລະ ການເປັນ ປະທານອາຊຽນ ຕ້ອງນຳໃຊ້ງົບ ປະມານ ແລະ ບຸກຄະລາກອນມະ ຫາສານ ທີ່ເປັນພາລະທາງດ້ານ ການເງິນຂອງປະເທດ; ລະບົບກົດ ໝາຍ, ລະບຽບການດ້ານການຄ້າ- ການລົງທຶນ, ແລະ ກົນໄກການບໍລິ ຫານຂອງລາວ ບາງຢ່າງຍັງປັບໂຕ ບໍ່ທັນກັບມາດຕະຖານອາຊຽນ ຫລື ມີຄວາມຊັກຊ້າໃນການປະຕິບັດ. ແນວໃດກໍຕາມ,ຂໍ້ເສຍປຽບແລະ ສິ່ງທ້າທາຍເຫລົ່ານີ້ ເປັນສິ່ງທີ່ຕ້ອງ ໄດ້ສຸມໃສ່ປັບປຸງ ໂດຍສະເພາະການ ຢຸດການສົ່ງອອກວັດຖຸດິບ, ການຍົກ ລະດັບທັກສະແຮງງານ ແລະ ການ ສຶກສາ ແລະ ການປັບປຸງສະພາບ ແວດລ້ອມການດຳເນີນທຸລະກິດ ເພື່ອໃຫ້ສາມາດເກັບກ່ຽວຜົນປະ ໂຫຍດຈາກການເຂົ້າຮ່ວມປະຊາ ຄົມອາຊຽນໄດ້ຢ່າງເຕັມທີ່. ຂປລ. ແຂວງຈຳປາສັກ ສຸມ ໃສ່ຜັນຂະຫຍາຍ ວາລະການທ່ອງ ທ່ຽວຂອງແຂວງໃຫ້ເປັນຮູບປະ ທຳ ຜ່ານການພົບປະແລກປ່ຽນ ບົດຮຽນກັບພາກເອກະຊົນ ໂດຍມີ ເປົ້າໝາຍຟື້ນຟູ ແລະ ຍົກລະດັບ ແຫລ່ງທ່ອງທ່ຽວ ຊຶ່ງກຽມເປີດ ແຫລ່ງທ່ອງທ່ຽວ ທາງທຳມະຊາດ ຊື່ດັງຄືນໃໝ່ ເປັນຕົ້ນແມ່ນ”ຄອນ ປາສ້ອຍ” ແລະ “ຕາດຜາສ້ວມ” ພ້ອມທັງຍົກລະດັບງານແລ່ນມາລາ ທອນ ສູ່ເວທີສາກົນ ເພື່ອຟື້ນຟູ ເສດຖະກິດ ແລະ ສ້າງລາຍໄດ້ໃຫ້ ປະຊາຊົນທ້ອງຖິ່ນຢ່າງຍືນຍົງ ທ່ານ ອາລຸນໄຊ ສູນນະລາດ ເລຂາພັກແຂວງຈຳປາສັກ ພ້ອມ ດ້ວຍຄະນະ ໄດ້ພົບປະ ທ່ານ ອິນທີ ເດືອນສະຫວັນ ປະທານສະມາ ຄົມທຸລະກິດທ່ອງທ່ຽວລາວ ເພື່ອ ຮ່ວມກັນປຶກສາຫາລື ແລະ ທົບ ທວນ 25 ຕົວຊີ້ບອກ ການແກ້ໄຂ ບັນຫາຄົງຄ້າງດ້ານການທ່ອງທ່ຽວ ຊຶ່ງສະພາປະຊາຊົນແຂວງ ໄດ້ຮັບ ຮອງໃຫ້ເປັນ“ວາລະຂອງແຂວງ”. ຈຸດປະສົງຫລັກ ກໍເພື່ອຊຸກຍູ້ບັນດາ ໂຄງການພັດທະນາແຫລ່ງທ່ອງ ທ່ຽວທີ່ຍັງຄົງຄ້າງ ໃຫ້ສາມາດກັບ ມາເປີດບໍລິການໄດ້ໄວທີ່ສຸດ ຕາມ ທິດທາງການທ່ອງທ່ຽວສີຂຽວຍືນ ຍົງ. ການຮ່ວມມືລະຫວ່າງ ພາກ ລັດ ແລະ ພາກເອກະຊົນ ໃນຄັ້ງນີ້ ຖືເປັນບາດກ້າວສຳຄັນໃນການ ຍົກລະດັບມາດຕະຖານການທ່ອງ ທ່ຽວ ຂອງແຂວງຈຳປາສັກ ເພື່ອ ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ພ້ອມທັງເປັນ ການແກ້ໄຂຄວາມທຸກຍາກ ຂອງ ປະຊາຊົນທ້ອງຖິ່ນຢ່າງແທ້ຈິງ. ຜ່ານການປຶກສາຫາລື, ທ່ານ ອິນທີ ເດືອນສະຫວັນ ໄດ້ຢືນຢັນທີ່ ຈະປະກອບສ່ວນເປັນກຳລັງແຮງ ເພື່ອໂຄສະນາ ແລະ ພັດທະນາແຜນ ເປີດແຫລ່ງທ່ອງທ່ຽວ-ກິດຈະກຳ ເດັ່ນໆ ເປັນຕົ້ນ ກຽມເປີດ “ແຫລ່ງ ທ່ອງທ່ຽວຄອນປາສ້ອຍ”ຄາດ ວ່າຈະເປີດຕ້ອນຮັບນັກທ່ອງທ່ຽວ ຢ່າງເປັນທາງການ ໃນເດືອນຕຸລາ 2026 ທີ່ຈະມາເຖິງນີ້ ຫລັງຈາກ ການປະເມີນ ແລະ ເອກະສານດ້ານ ສິ່ງແວດລ້ອມ ສຳເລັດຕາມແຜນ. ການຍົກລະດັບແລ່ນມາລາທອນ ສູ່ເວທີສາກົນ “Pakse Interna- tional Half Marathon 2026” ຊຶ່ງງານແລ່ນປີນີ້ຈະຖືກຍົກລະດັບ ເປັນລາຍການສາກົນ ໂດຍມີເອ ກະລັກໂດດເດັ່ນໜຶ່ງດຽວ ດ້ວຍ ເສັ້ນທາງແລ່ນຂ້າມຂົວ ເຫັນທິວ ທັດ 2 ຝັ່ງແມ່ນ້ຳຂອງ. ຫລ້າສຸດ ໃນເດືອນກໍລະກົດຜ່ານມາ ມີນັກ ແລ່ນທັງພາຍໃນ ແລະ ຕ່າງປະເທດ ລົງທະບຽນແລ້ວ 500 ກວ່າຄົນ ຊຶ່ງຄາດວ່າຈະບັນລຸເປົ້າໝາຍ ແລະ ຫລາຍກວ່າປີ 2025 ຜ່ານມາ (ທີ່ ສະຖິຕິເກີນເປົ້າ 1.500 ຄົນ) ຄາດວ່າຈະຈັດຂຶ້ນໃນເດືອນພະຈິກ ທີ່ຈະມາເຖິງນີ້. ສ່ວນແຫລ່ງທ່ອງທ່ຽວຕາດຜາ ສ້ວມ ເມືອງບາຈຽງຈະເລີນສຸກ ຈະກັບມາເປີດບໍລິການຄືນໃໝ່ຢ່າງ ຍິ່ງໃຫຍ່ ໃນເດືອນຕຸລາ 2027 ໂດຍຈະເນັ້ນການປັບປຸງໂສມໜ້າ ໃໝ່ ໃຫ້ເປັນແຫລ່ງທ່ອງທ່ຽວທຳ ມະຊາດທີ່ສວຍສົດງົດງາມ ແລະ ສົ່ງເສີມການມີສ່ວນຮ່ວມຂອງປະ ຊາຊົນບັນດາເຜົ່າໃນທ້ອງຖິ່ນ.

RkJQdWJsaXNoZXIy MTc3MTYxMQ==