7335

05/08/2026 xtgmf]k; 4 *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ນວ ເພີ່ມທະວີ...ີ່ີ ຮວຜທ... ນຳສະເໜີເຄື່ອງມື...ີື່ື ສສກ ຈັດກອງປະຊຸມຈັດສັນ...ັຸັັ ຂປລ. ການຄຸ້ມຄອງ ແລະ ກຳ ຈັດຂີ້ເຫຍື້ອເປັນວຽກງານສຳຄັນທີ່ ຕ້ອງໄດ້ຮັບການຊຸກຍູ້ ແລະ ດຳເນີນ ຢ່າງເປັນລະບົບ ເພື່ອຮັກສາຄວາມ ສະອາດ, ປົກປ້ອງສິ່ງແວດລ້ອມ ແລະ ສ້າງນະຄອນຫລວງວຽງຈັນ ໃຫ້ມີຄວາມສະອາດ, ສວຍງາມ ແລະ ໜ້າຢູ່. ດັ່ງນັ້ນ, ນະຄອນຫລວງ ວຽງຈັນ (ນວ) ຈຶ່ງໄດ້ອອກຂໍ້ຕົກ ລົງວ່າດ້ວຍການຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອໃນນະຄອນຫລວງ ວຽງຈັນ ໂດຍໄດ້ກຳນົດຫລັກການ, ມາດຕະການ ແລະ ໜ້າທີ່ຮັບຜິດ ຊອບຂອງພາກສ່ວນກ່ຽວຂ້ອງໃນ ການບໍລິຫານ, ເກັບກຳ, ຂົນສົ່ງ, ບຳບັດ ແລະ ກຳຈັດຂີ້ເຫຍື້ອໃຫ້ຖືກ ຫລັກວິຊາການ. ອີງຕາມຂໍ້ຕົກລົງວ່າດ້ວຍການ ຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອໃນນະ ຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ການ ຄຸ້ມຄອງຂີ້ເຫຍື້ອແມ່ນຫລັກການ ໃນການດໍາເນີນວຽກງານ ເພື່ອ ປະຕິບັດມາດຕະການກ່ຽວກັບການ ຄຸ້ມຄອງ, ຕິດຕາມ, ກວດກາທີ່ກ່ຽວ ຂ້ອງກັບການຄວບຄຸມ ແລະ ຈັດ ການຂີ້ເຫຍື້ອ ໂດຍເລີ່ມຈາກການ ຄັດແຍກ, ການເກັບມ້ຽນ, ຄ່ຽນຖ່າຍ ແລະ ການຂົນສົ່ງ, ລວມເຖິງການ ແປຮູບ ເພື່ອການໃຊ້ປະໂຫຍດຈາກ ຂີ້ເຫຍື້ອ ແລະ ການກຳຈັດຂີ້ເຫຍື້ອ ດ້ວຍວິທີການຕ່າງໆ ໂດຍຄໍານຶງ ເຖິງປະໂຫຍດສູງສຸດໃນທາງເສດ ຖະກິດທັດສະນີຍະພາບ, ສຸຂະພາບ ແລະ ການປົກປັກຮັກສາສິ່ງແວດ ລ້ອມ. ພ້ອມນີ້, ການກຳຈັດຂີ້ເຫຍື້ອ ແມ່ນວິທີການ, ຂະບວນການໃນ ການກຳຈັດ ຫລື ທໍາລາຍຂີ້ເຫຍື້ອ ພາຍໃຕ້ການຄວບຄຸມທີ່ຖືກຕ້ອງ ສອດຄ່ອງຕາມມາດຕະຖານເຕັກ ນິກຖືກຫລັກສຸຂະອານາໄມຮັບປະ ກັນຕໍ່ສິ່ງແວດລ້ອມ-ທຳມະຊາດ ແລະ ສັງຄົມ. ຂໍ້ຕົກລົງສະບັບດັ່ງກ່າວ, ໄດ້ເນັ້ນ ໃຫ້ບຸກຄົນ, ຄອບຄົວ, ຜູ້ປະກອບ ການ, ອົງການ ແລະ ພາກສ່ວນ ຕ່າງໆມີສ່ວນຮ່ວມໃນການຮັກສາ ອະນາໄມ, ຫລຸດຜ່ອນປະລິມານ ຂີ້ເຫຍື້ອ, ຄັດແຍກຂີ້ເຫຍື້ອຕາມປະ ເພດ ແລະ ນຳໄປຖິ້ມໃນບ່ອນ ຫລື ເວລາທີ່ກຳນົດ, ພ້ອມທັງສົ່ງເສີມ ການນຳໃຊ້ຂີ້ເຫຍື້ອຄືນໃໝ່, ການ ຫລຸດຜ່ອນການນຳໃຊ້ວັດສະດຸທີ່ ຍ່ອຍສະຫລາຍຍາກ ແລະ ການນຳ ໃຊ້ວິທີການກຳຈັດຂີ້ເຫຍື້ອທີ່ເໝາະ ສົມ ເພື່ອຫລຸດຜ່ອນຜົນກະທົບຕໍ່ ສຸຂະພາບ ແລະ ສິ່ງແວດລ້ອມ, ທັງໄດ້ກຳນົດຫລັກການ, ລະບຽບ ການ ແລະ ມາດຕະການກ່ຽວກັບ ການເຄື່ອນໄຫວວຽກງານການ ຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອ ໃນນະຄອນຫລວງວຽງຈັນ ເພື່ອ ສົ່ງເສີມການບໍລິການເກັບມ້ຽນ ຂີ້ເຫຍື້ອ ແລະ ເຮັດໃຫ້ຂີ້ເຫຍື້ອ ເຖິງການປະຕິບັດຂອງເຂົາເຈົ້າ ເພື່ອເສີມສ້າງທັກສະ ແລະ ຕອບ ສະໜອງຄວາມຕ້ອງການຂອງ ນັກຮຽນໄດ້ດີຂຶ້ນ ໂດຍການເຊື່ອມ ໂຍງເຄື່ອງມືປະເມີນຕົນເອງສຳລັບ ຄູ ກັບມາດຕະຖານການສອນຊັ້ນ ປະຖົມສຶກສາ, ພວກເຮົາກຳລັງ ສ້າງລະບົບທີ່ເຂັ້ມແຂງຂຶ້ນ ເພື່ອ ສະໜັບສະໜູນຄຸນນະພາບການ ສອນ ແລະ ປະກອບສ່ວນເຂົ້າໃນ ການປັບປຸງຜົນການຮຽນຂອງນັກ ຮຽນທຸກຄົນໃຫ້ດີຂຶ້ນ. ເຄື່ອງມື ປະເມີນຕົນເອງສຳລັບຄູ ໄດ້ຮັບ ການພັດທະນາຂຶ້ນຄັ້ງທຳອິດໃນ ປີ 2023 ພ້ອມກັບມາດຕະຖານ ການສອນຊັ້ນປະຖົມສຶກສາໂດຍກົມ ສ້າງຄູ, ປັດຈຸບັນເປັນກົມພັດທະນາ ຄູ ແລະ ການບໍລິຫານການສຶກສາ ໂດຍໄດ້ຮັບການສະໜັບສະໜູນຈາກ ລັດຖະບານອົດສະຕຣາລີ ຜ່ານແຜນ ງານບີຄວາ. ເຄື່ອງມືໄດ້ທົດລອງ ນຳໃຊ້ໃນ 3 ເມືອງເປົ້າໝາຍ ໂດຍມີ ຄູ 30 ທ່ານເຂົ້າຮ່ວມການທົດລອງ ນຳໃຊ້ ຫລັງຈາກການທົດລອງຄັ້ງ ທຳອິດ, ໄດ້ມີການປັບປຸງເຄື່ອງມື ດັ່ງກ່າວ. ຫລັງຈາກນັ້ນ, ເຄື່ອງມື ໄດ້ຂະຫຍາຍການທົດລອງອອກ ໄປກວ້າງຂຶ້ນໃນລະຫວ່າງສົກຮຽນ 2025-2026 ກັບຜູ້ເຮັດວຽກສຶກ ສານິເທດພາຍໃນຢູ່ໃນ 1.124 ໂຮງຮຽນ ແລະ ໄດ້ຮັບຄຳເເນະນຳ ທີ່ສຳຄັນຈາກການນຳໃຊ້ຕົວຈິງ ໃນໂຮງຮຽນ. ໂດຍອີງໃສ່ການທົດ ລອງຄັ້ງທີສອງນີ້, ກົມພັດທະນາ ຄູ ແລະ ການບໍລິຫານການສຶກສາ ແລະ ແຜນງານບີຄວາ ໄດ້ດຳເນີນ ສູນ, ພະນັກງານອາວຸໂສບຳນານ, ພ້ອມດ້ວຍຜູ້ຕາງໜ້າຈາກກົມຄຸ້ມ ຄອງຊັບສິນແຫ່ງລັດ ກົມພາສີ ກະຊວງການເງິນ, ກົມພິທີການບໍລິຫານ ແລະ ການເງິນ ຫ້ອງວ່າ ການສຳນັກງານນາຍົກລັດຖະມົນຕີ ແລະ ກົມຂົນສົ່ງ ກະຊວງໂຍທາທິ ການ ແລະ ຂົນສົ່ງ ເຂົ້າຮ່ວມ. ການຈັດກອງປະຊຸມໃນຄັ້ງນີ້, ເພື່ອເປັນບ່ອນອີງໃຫ້ແກ່ຫ້ອງການ, ບັນດາກົມ, ສະຖາບັນ, ສຳນັກພິມ ສຶກສາ ແລະ ສູນພາຍໃນສຳນັກກະ ຊວງສຶກສາທິການ ແລະ ກິລາ ໃນ ການກຳນົດຫລັກການ, ເປົ້າໝາຍ, ເງື່ອນໄຂ ແລະ ຂັ້ນຕອນການສະ ສາງ-ຖອນຄືນລົດຂອງລັດ. ທັງນີ້, ກໍເພື່ອໃຫ້ສອດຄ່ອງ ແລະ ເປັນການ ຈັດຕັ້ງປະຕິບັດຕາມແຈ້ງການຂອງ ກະຊວງການເງິນ ສະບັບເລກທີ 0589/ກງ, ລົງວັນທີ 15 ກຸມພາ 2024 ກ່ຽວກັບການຈັດຕັ້ງປະຕິບັດ ຂໍ້ຕົກລົງຂອງນາຍົກລັດຖະມົນຕີ ວ່າດ້ວຍການສະສາງລົດຂອງລັດ ສະບັບເລກທີ 169/ນຍ, ລົງວັນທີ 28 ທັນວາ 2023 ໃຫ້ປະກົດຜົນ ເປັນຮູບປະທໍາ. ໂອກາດນີ້, ທ່ານ ເຈັດຊິ້ງ ອິນທະວົງ ໄດ້ສະແດງຄວາມຂອບ ໃຈ ແລະ ຍ້ອງຍໍຊົມເຊີຍຕໍ່ຄະນະ ຮັບຜິດຊອບທີ່ໄດ້ຫ້າງຫາກະກຽມ ຄວາມພ້ອມ ແລະ ປະສານງານກັບ ທຸກພາກສ່ວນທີ່ກ່ຽວຂ້ອງຢ່າງມີ ຄວາມຮັບຜິດຊອບສູງ. ພ້ອມນັ້ນ, ຍັງໄດ້ຮຽກຮ້ອງໃຫ້ບັນດາຜູ້ແທນ ທີ່ເຂົ້າຮ່ວມຈົ່ງພ້ອມກັນປະກອບ ຄຳຄິດຄຳເຫັນຢ່າງກົງໄປກົງມາ, ມີຄຳເຫັນຢ່າງເລິກເຊິ່ງ ເພື່ອໃຫ້ ກອງປະຊຸມມີເນື້ອໃນອຸດົມສົມບູນ, ຄົບຖ້ວນ ແລະ ສາມາດນຳເອົາເນື້ອ ໃນຜົນໄດ້ຮັບໄປຈັດຕັ້ງປະຕິບັດໃນ ວຽກງານຕົວຈິງໃຫ້ສອດຄ່ອງກັບ ນະໂຍບາຍ, ກົດໝາຍ ແລະ ລະບຽບ ກອງທັບ, ມີສະຫາຍ ພັນເອກ ຄຳສິງ ບຸດຈັນແພງ ຮັກສາການຫົວໜ້າ ການເມືອງໂຮງຮຽນ, ມີຄະນະພັກ- ຄະນະອຳນວຍການ, ຄະນະຫ້ອງ, ຄະນະກອງພັນ, ຄູ-ອາຈານ ຕະ ຫລອດຮອດພະນັກງານ-ນັກຮົບ ທົ່ວໂຮງຮຽນເຂົ້າຮ່ວມ. ສະຫາຍ ພັນໂທ ສຸກິນດາ ເຮືອງວິສິດ ຮອງຫົວໜ້າຫ້ອງການ ແລະ ບໍລິຫານໂຮງຮຽນໄດ້ຜ່ານບົດ ສະຫລຸບການເຄື່ອນໄຫວວຽກງານ ຮອບດ້ານໃນໄລຍະ 6 ເດືອນຕົ້ນ ປີທີ່ຜ່ານມາ ຊຶ່ງຄະນະພັກ-ຄະນະ ບັນຊາໄດ້ເອົາໃຈໃສ່ສຶກສາອົບຮົມ ການເມືອງ-ນໍາພາແນວຄິດໃຫ້ພະ ນັກງານ-ນັກຮົບ, ນັກຮຽນຮັບຮູ້ ເຊື່ອມຊຶມກຳແໜ້ນຕໍ່ແນວທາງນະ ໂຍບາຍຂອງພັກ, ກົດໝາຍຂອງ ລັດ, ກົດລະບຽບຂອງກອງທັບ, ຂໍ້ ກຳນົດຂອງໂຮງຮຽນຢ່າງເລິກ ເຊິ່ງເຮັດໃຫ້ພະນັກງານ-ນັກຮົບ, ນັກຮຽນມີແນວຄິດການເມືອງໜັກ ແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຫ້າວຫັນເຮັດສຳເລັດໜ້າທີ່ ວຽກງານຕາມການມອບໝາຍໄດ້ ເປັນຢ່າງດີ, ໄດ້ຈັດປາຖະກະຖາ ມູນເຊື້ອຂອງຊາດ, ຂອງພັກ, ຂອງ ກອງທັບ ແລະ ສ້າງຂະບວນການ ຂໍ່ານັບຮັບຕ້ອນວັນສຳຄັນຕ່າງໆ ຢ່າງເປັນຂະບວນການຟົດຟື້ນ, ກາຍເປັນຊັບພະຍາກອນທີ່ສ້າງມູນ ຄ່າ, ຫັນເຂົ້າສູ່ລະບົບທີ່ທັນສະໄໝ ແລະ ໄດ້ມາດຕະຖານເຕັກນິກ, ຖືກ ຫລັກສຸຂະອານາໄມແນໃສ່ປົກປັກ ຮັກສາສິ່ງແວດລ້ອມໃນຕົວເມືອງ ຕາມນະໂຍບາຍ 6 “ສ” ຮັບປະກັນ ໃຫ້ມີຄວາມສະອາດຈົບງາມ ແລະ ເປັນລະບຽບຮຽບຮ້ອຍ. ການຈັດຕັ້ງຜັນຂະຫຍາຍຂໍ້ຕົກ ລົງດັ່ງກ່າວ ຈະຊ່ວຍໃຫ້ວຽກງານ ຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອໃນ ນະຄອນຫລວງວຽງຈັນ ມີຄວາມ ເປັນລະບຽບ, ມີມາດຕະຖານ ແລະ ມີປະສິດທິຜົນຫລາຍຂຶ້ນ, ພ້ອມ ທັງຍົກສູງຈິດສຳນຶກ, ຄວາມຮັບ ຜິດຊອບ ແລະ ການມີສ່ວນຮ່ວມ ຂອງທຸກພາກສ່ວນເພື່ອຮ່ວມກັນ ສ້າງນະຄອນຫລວງວຽງຈັນ ໃຫ້ ສະອາດ, ຂຽວງາມ, ປອດໄພ ແລະ ໜ້າຢູ່ຢ່າງຍືນຍົງ. ຂ່າວ: ທະນູທອງ ການຂອງລັດຢ່າງເຂັ້ມງວດ ແລະ ຖືກຕ້ອງຕາມເປົ້າໝາຍ. ຈາກນັ້ນ, ທ່ານນາງສົມສະຫວັນ ຫລວງມະໄຊ ຕາງໜ້າຈາກກົມ ຄຸ້ມຄອງຊັບສິນແຫ່ງລັດ ກະຊວງ ການເງິນ ໄດ້ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງການເງິນ ສະ ບັບເລກທີ 1460/ກງ, ລົງວັນທີ 10 ພຶດສະພາ 2025 ວ່າດ້ວຍ ການສະສາງລົດຂອງລັດ ໃຫ້ພະ ນັກງານບໍານານ ແລະ ພະນັກງານ ປະຈຳການກະຊວງສຶກສາທິການ ແລະ ກິລາ (ຊຸດທີ 2) ຊຶ່ງຂໍ້ຕົກລົງ ດັ່ງກ່າວ ໄດ້ອະນຸມັດໃຫ້ສະສາງລົດ ຂອງລັດ ໃຫ້ແກ່ພະນັກງານບຳນານ ແລະ ພະນັກງານປະຈຳການຂອງ ກະຊວງສຶກສາທິການ ແລະ ກິລາ ທີ່ໄດ້ເອົາໄປໃຊ້ໃນໄລຍະຜ່ານມາ ດ້ວຍການຂາຍນະໂຍບາຍ ແລະ ໂອນກຳມະສິດໃຫ້ຢ່າງຂາດຕົວ ຈຳນວນ 35 ທ່ານ ຕາມການສະ ເໜີຂອງຫ້ອງການກະຊວງສຶກສາ ທິການ ແລະ ກິລາ. ຂ່າວ-ພາບ: ລູກນ້ຳເຊ ການປັບປຸງຕື່ມອີກ ເພື່ອຮັບປະກັນ ວ່າເຄື່ອງມືດັ່ງກ່າວ ສາມາດໃຊ້ໄດ້ ຈິງ, ສອດຄ່ອງ ແລະ ພ້ອມທີ່ຈະນຳ ໃຊ້ຢ່າງກວ້າງຂວາງຂຶ້ນ. ທ່ານ ລຳພູນ ຫລວງໄຊ ຍັງໃຫ້ ຮູ້ອີກວ່າ: ການນຳສະເໜີເຄື່ອງມື ຄັ້ງນີ້ ສະທ້ອນໃຫ້ເຫັນເຖິງການ ຮ່ວມມືທີ່ແໜ້ນແຟ້ນລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ, ພ້ອມ ທັງໄດ້ຮ່ວມມືກັບພະແນກສຶກສາ ທິການ ແລະ ກິລາແຂວງ ແລະ ວິທະຍາໄລຄູ ໂດຍມີຄວາມມຸ່ງໝັ້ນ ທີ່ຈະພັດທະນາພື້ນຖານຂອງການ ສຶກສາຂັ້ນພື້ນຖານ ໂດຍການຊ່ວຍ ເຫລືອຄູ ໃນການກຳນົດຄວາມ ຕ້ອງການໃນການຮຽນຮູ້ຂອງເຂົາ ເຈົ້າ ແລະ ປັບປຸງການສອນ. ເຄື່ອງ ມືປະເມີນຕົນເອງສຳລັບຄູ ຈະສະ ໜັບສະໜູນການສອນໃນຫ້ອງຮຽນ ທີ່ມີປະສິດທິພາບຫລາຍຂຶ້ນ. ໃນ ຂະນະດຽວກັນ, ການສອນທີ່ດີຂຶ້ນ ຈະນຳໄປສູ່ການມີສ່ວນຮ່ວມຂອງ ນັກຮຽນຫລາຍຂຶ້ນ, ການຮຽນທີ່ ເຂົ້າໃຈດີຂຶ້ນກວ່າເກົ່າ ແລະ ຜົນ ໄດ້ຮັບທາງດ້ານການຮຽນຮູ້ທີ່ດີ ຂຶ້ນ, ຊ່ວຍໃຫ້ໄວໜຸ່ມພັດທະນາທັກ ສະ ແລະ ມີຄວາມໝັ້ນໃຈທີ່ຕ້ອງ ການສຳລັບອະນາຄົດ, ທັງເປັນ ບາດກ້າວທີ່ສຳຄັນໃນການສົ່ງເສີມ ລະບົບການພັດທະນາຄູໃນ ສປປ ລາວ, ທັງຊ່ວຍຮັບປະກັນວ່າການ ພັດທະນາທັກສະຂອງຄູ ແມ່ນໄດ້ ຕາມເປົ້າໝາຍ, ປະຕິບັດໄດ້ຈິງ ແລະ ເຊື່ອມໂຍງກັບການສອນຕົວ ຈິງໃນຫ້ອງຮຽນ, ພ້ອມທັງສະໜັບ ສະໜູນເປົ້າໝາຍແຫ່ງຊາດ ໃນ ການປັບປຸງຄຸນນະພາບການສຶກສາ ສຳລັບນັກຮຽນທຸກຄົນ. ການນຳສະເໜີເຄື່ອງມືດັ່ງກ່າວ ນີ້, ເພື່ອສ້າງຄວາມເຂົ້າໃຈຮ່ວມກັນ ກ່ຽວກັບເຄື່ອງມືປະເມີນຕົນເອງ ຂອງຄູ, ກຳນົດເງື່ອນໄຂທີ່ຈຳເປັນ ສຳລັບການຈັດຕັ້ງປະຕິບັດຢ່າງມີ ປະສິດທິພາບ, ອະທິບາຍບົດບາດ ແລະ ຄວາມຮັບຜິດຊອບຂອງບັນດາ ພະແນກການຕ່າງໆຂອງກະຊວງ ສຶກສາທິການ ແລະ ກິລາ ແລະ ວາງແຜນເພື່ອເຊື່ອມໂຍງເຄື່ອງມືນີ້ ເຂົ້າໃນລະບົບທີ່ມີຢູ່ແລ້ວເຊັ່ນ: ການ ພັດທະນາວິຊາຊີບຄູແບບຕໍ່ເນື່ອງ, ການປະເມີນຜົນງານ ແລະ ລະບົບ ປະກັນຄຸນນະພາບມາດຕະຖານຄຸນ ນະພາບພື້ນຖານ (FQS). ທ່ານ ນາງ ເຄດ ກູດຟຣູດ ກ່າວ ວ່າ: ການສະໜັບສະໜູນຄູ ແມ່ນ ວິທີທີ່ມີສຳຄັນທີ່ສຸດວິທີໜຶ່ງໃນການ ສົ່ງເສີມການສຶກສາ ໂດຍຜ່ານແຜນ ງານບີຄວາ, ລັດຖະບານອົດສະ ຕຣາລີ ມີຄວາມພູມໃຈທີ່ໄດ້ຮ່ວມມື ກັບກະຊວງສຶກສາທິການ ແລະ ກິລາ ໃນຄວາມພະ ຍາຍາມຮ່ວມກັນ ເພື່ອສ້າງຄູໃຫ້ມີຄວາມໝັ້ນໃຈ ແລະ ມີຄວາມສາມາດ ເພື່ອປະຕິບັດການ ຮຽນ-ການສອນທີ່ມີຄຸນນະພາບໃຫ້ ແກ່ເດັກທຸກຄົນ. ນີ້ແມ່ນການລົງທຶນ ທີ່ບໍ່ພຽງແຕ່ໃນໂຮງຮຽນເທົ່ານັ້ນ, ແຕ່ຍັງເປັນການລົງທຶນໃນການສ້າງ ທັກສະ ແລະ ຄວາມສາມາດໃນອະ ນາຄົດຂອງ ສປປ ລາວ ອີກດ້ວຍ. ຈັດຕັ້ງຂະບວນການອະນາໄມ, ແຂ່ງຂັນສິລະປະ-ວັນນະຄະດີ, ແຂ່ງຂັນກິລາມວນຊົນພາຍໃນ ໂຮງຮຽນ, ນຳພາໜ່ວຍສິນລະປະ ສະໝັກຫລິ້ນຂອງໂຮງຮຽນ ແລະ ນັກກິລາເຂົ້າຮ່ວມແຂ່ງຂັນກິລາ ແຕ່ລະປະເພດທີ່ຂັ້ນເມືອງຈັດຂຶ້ນ ສາມາດຍາດໄດ້ລາງວັນຈຳນວນ ໜຶ່ງ, ໝາກຜົນດັ່ງກ່າວ ຍ້ອນໄດ້ ຮັບການນຳພາ-ຊີ້ນໍາຢ່າງໃກ້ຊິດ ຈາກຄະນະພັກກະຊວງປ້ອງກັນ ປະເທດ ກໍຄື ກົມໃຫຍ່ການເມືອງ ກອງທັບ ແລະ ຄວາມ ເ ປັນ ເອກະພາບຂອງຄະພັກ-ຄະນະບັນ ຊາ ຈຶ່ງເຮັດໃຫ້ພະນັກງານ-ນັກຮົບ ແຕ່ລະສະຫາຍມີຄວາມຫ້າວຫັນ, ມີຄວາມຮັບຜິດຊອບສູງ, ມີແບບ ແຜນວິທີການເຮັດວຽກ, ມີຄວາມ ເປັນແບບຢ່າງນຳໜ້າ ແລະ ປະຕິບັດ ທຸກຂົງເຂດວຽກງານຂອງກົມກອງ ຈົນມີຜົນສຳເລັດເປັນຢ່າງສູງ. ສໍາ ລັບທິດທາງແຜນການ 6 ເດືອນ ທ້າຍປີ 2026 ຈະສືບຕໍ່ປັບປຸງ ບູລະນະການຈັດຕັ້ງແຕ່ລະຂັ້ນໃຫ້ ມີຄວາມສະຫງົບ, ໜັກແໜ້ນ, ເຂັ້ມ ແຂງ, ປັບປຸງການຮຽນ-ການສອນ ເຮັດໃຫ້ນັກຮຽນຮຽນດີ-ຮຽນເກັ່ງ, ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດເຮັດ ໃຫ້ໂຮງຮຽນເປັນບ່ອນກໍ່ສ້າງພະ ນັກງານສືບທອດປ່ຽນແທນ ແລະ ເປັນພະນັກງານທີ່ມີຄຸນນະພາບໃຫ້ ແກ່ພັກ-ລັດ ກໍຄື ກອງທັບ, ພ້ອມ ທັງສ້າງໃຫ້ໂຮງຮຽນວັດທະນະທໍາ ຊົນເຜົ່າກອງທັບເປັນໂຮງຮຽນທີ່ມີ ແບບແຜນທັນສະໄໝ ແລະ ຂະ ຫຍາຍຕົວຂຶ້ນເລື້ອຍໆ. ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ປະກອບຄໍາຄິດເຫັນ ໃສ່ບົດສະຫລຸບ ແລະ ທິດທາງ ແຜນການ ເພື່ອເປັນການປັບປຸງແກ້ ໄຂໃນຕໍ່ໜ້າໃຫ້ມີໝາກຜົນສຳເລັດ ຍິ່ງຂື້ນກວ່າເກົ່າ. ໂອກາດນີ້, ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ໄດ້ມີຄຳ ເຫັນໂອ້ລົມ-ຊີ້ນຳພ້ອມທັງເນັ້ນໃຫ້ ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຕ້ອງຍົກສູງການປະຕິບັດພາລະບົດ ບາດ, ໜ້າທີ່, ຄວາມຮັບຜິດຊອບ ຂອງຕົນ, ເປັນເຈົ້າການສຶກສາອົບ ຮົມການເມືອງ-ນໍາພາແນວຄິດໃຫ້ ພະນັກງານ-ນັກຮົບ, ນ້ອງນັກຮຽນ, ສຸມໃສ່ປັບປຸງແບບແຜນວິທີເຮັດ ວຽກໃຫ້ລະອຽດ, ເອົາໃຈໃສ່ໃນການ ຄຸ້ມຄອງນັກຮຽນ, ການສິດສອນສົ່ງ ຄວາມຮູ້ການອົບຮົມ-ຫັດແອບໃຫ້ ນັກຮຽນ ໂດຍຖືເອົາຄຸນນະພາບເປັນ ກົກ ແລະ ພ້ອມກັນນໍາເອົາເນື້ອໃນ ກອງປະຊຸມໄປຈັດຕັ້ງຜັນຂະຫຍາຍ ໃຫ້ເກີດດອກອອກຜົນ ແລະ ເປັນຮູບ ປະທຳຕົວຈິງ. ໃນໂອກາດນີ້, ກອງປະຊຸມ ສະຫາຍພັນເອກຄຳສິງບຸດຈັນແພງ ຮັກສາການຫົວໜ້າການເມືອງ ຮວຜທ ໄດ້ມອບຫລຽນກຽດຕິຄຸນ ກອງທັບປະຊາຊົນລາວໃຫ້ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຫົວໜ້າການທະຫານ ແລະ ສະຫາຍ ພັນເອກ ສະແຫວງ ແດນນາມົນ ອະ ດີດຫົວໜ້າການເມືອງໂຮງຮຽນ ຮວຜທ ຕື່ມອີກ. ຂ່າວ: ໂອລິນ ມິ່ງມີໄຊ

RkJQdWJsaXNoZXIy MTc3MTYxMQ==