7335

05/08/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K *** ອ່ານຕໍ່ສະບັບໜ້າ *** ່ າໍ່ ສັ ບ້ າ ບົດສະເໜີົີ s;o7n o,6 og-N vlnj ,;o-q o c]t dkory ,9e|j kp ຂປລ. ມະຕິວ່າດ້ວຍການສ້າງ ເສດຖະກິດ ເອກະລາດ ເປັນເຈົ້າຕົນ ເອງ ໃນໄລຍະໃໝ່ (ສອຈ) ຖືເປັນ ຍຸດທະສາດແຫ່ງຊາດທີ່ສຳຄັນຂອງ ປະເທດລາວ ເພື່ອສ້າງຄວາມເຂັ້ມ ແຂງທາງດ້ານເສດຖະກິດ, ຫລຸດ ຜ່ອນການເພິ່ງພາຈາກພາຍນອກ ແລະ ຮັກສາ ອະທິປະໄຕທາງດ້ານ ເສດຖະກິດໃນທ່າມກາງຄວາມຜັນ ແປຂອງໂລກ. ຄວາມໝາຍ ແລະ ທັດສະນະ ຊີ້ນຳມະຕິວ່າດ້ວຍ ການສ້າງເສດ ຖະກິດເອກະລາດ ເປັນເຈົ້າຕົນເອງ ບໍ່ໄດ້ໝາຍເຖິງ ການອັດປະຕູຂັງໂຕ ເອງຫລືບໍ່ພົວພັນກັບພາຍນອກ, ແຕ່ ໝາຍເຖິງການພັດທະນາຈາກພື້ນ ຖານຄວາມສາມາດພາຍໃນ ດ້ວຍ ການເພິ່ງພາຕົນເອງ, ສ້າງກຳລັງ ແຮງພາຍໃນປະເທດໃຫ້ເຂັ້ມແຂງ. ການເຊື່ອມໂຍງຢ່າງມີຍຸດທະ ສາດ ແມ່ນເປີດກວ້າງ ການຮ່ວມມື ກັບສາກົນ ແຕ່ຕ້ອງຮັກສາໄມ້ຫລາ ແລະ ຄວາມເປັນເຈົ້າການໃນການ ຕັດສິນຊາຕາກຳທາງເສດຖະກິດ ຂອງຕົນເອງ. ນອກນີ້, ຕ້ອງສ້າງ ຄວາມຕ້ານທານເພື່ອໃຫ້ເສດຖະ ກິດຂອງຊາດ ສາມາດທົນທານຕໍ່ ວິກິດການ, ການເໜັງຕີງຂອງລາ ຄາສິນຄ້າ, ອັດຕາແລກປ່ຽນ ແລະ ສົງຄາມການຄ້າໂລກ. ຂປລ. ຕະຫລອດຂະບວນວິວັດ ແຫ່ງການກຳເນີດ ແລະ ຂະຫຍາຍ ຕົວຂອງສັງຄົມມະນຸດ, ການສື່ສານ ແມ່ນເລີ່ມມີພາສາປາກເວົ້າ ແລະ ຕົວໜັງສື, ຄົນເຮົາກໍເລີ່ມມີການຕິດ ຕໍ່ພົວພັນສົ່ງຂ່າວທາງຈົດໝາຍ, ກ້າວຂຶ້ນມີໃບຂ່າວ, ໃບປີວ ແລະ ມີໜັງສືພິມ, ວິທະຍຸ, ໂທລະພາບ ແລະ ສື່ແບບໃໝ່ຕາມລຳດັບ ນັ້ນ ແມ່ນທີ່ມາຂອງການກຳເນີດສື່ມວນ ຊົນຂອງແຕ່ລະປະເທດ. ສຳລັບປະເທດເຮົາ, ປະຫວັດ ຂອງສື່ມວນຊົນລາວ ຍາມໃດກໍຕິດ ພັນສະນິດແໜ້ນ ກັບປະຫວັດສາດ ຂອງພັກ, ຂອງຊາດ, ຂອງການ ປະຕິວັດ ແລະ ຂອງປະຊາຊົນລາວ ບັນດາເຜົ່າ ໂດຍສະແດງອອກໃນມື້ ສ້າງຕັ້ງແນວລາວອິດສະຫລະ, ພັກ ເຮົາກໍໄດ້ສ້າງຕັ້ງໜັງສືພິມປະຕິວັດ ສະບັບທຳອິດ ແລະ ສ້າງຕັ້ງໂຮງ ພິມປະຕິວັດຂຶ້ນໃນວັນດຽວກັນ ຄື ວັນທີ 13 ສິງຫາ 1950. ຕະຫລອດໄລຍະ ແຫ່ງການນຳ ພາຂະບວນການຕໍ່ສູ້ປົດປ່ອຍຊາດ, ຍາດເອົາເອກະລາດແຫ່ງຊາດ ແລະ ອິດສະຫລະພາບມາສູ່ປະຊາຊົນ ກໍຄືໄລຍະ 50 ກວ່າປີ ແຫ່ງພາລະ ກິດປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ ໃນລະບອບ ປະຊາທິປະໄຕ ປະຊາຊົນ, ພັກປະ ,t8y ;j kfh ;p lv9 [+ wfh va f8a o0a '38gv' c8j gxa odkolh k'de]a 'cI'rkp.o (ເນື່ອງໃນໂອກາດວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 76 ປີ, ວັນທີ 13 ສິງຫາ 1950-13 ສິງຫາ 2026)ື່ ອັ ນ້ າັ້ ງື່ ມົ ນິ ມ່ າົ ບີ ,ັ ນີິ ງິ ງ ຊາຊົນປະຕິວັດລາວ ຍາມໃດກໍຖື ວຽກງານໂຄສະນາສຶກສາອົບຮົມ, ຂົນຂວາຍ ແລະ ຈັດຕັ້ງປະຊາຊົນ ເປັນວິທີປະຕິວັດອັນໜຶ່ງ, ໃນນັ້ນ ວຽກງານສື່ມວນຊົນ ແລະ ການພິມ ຈຳໜ່າຍ ເວົ້າລວມ, ເວົ້າສະເພາະ ແມ່ນໜັງສືພິມຂອງພັກ, ສິ່ງພິມ ແລະ ສື່ຕ່າງໆ ໄດ້ກາຍເປັນອາວຸດ ອັນຄົມແຫລມ ແລະ ປະກອບສ່ວນ ຢ່າງຕັ້ງໜ້າເຂົ້າໃນໄຊຊະນະລວມ ຂອງການປະຕິວັດ. ເພື່ອປະຕິບັດຕາມແນວທາງແຜນນະໂຍບາຍ “ເປີດກວ້າງຂະ ຫຍາຍແນວໂຮມ, ຂະຫຍາຍສົງ ຄາມປະຊາຊົນຢ່າງແຂງແຮງ, ໜີບ ຮັດກຳລັງສັດຕູ” ພັກເຮົາໄດ້ຮຽກ ໂຮມຜູ້ແທນຫລາຍກວ່າ 150 ທ່ານ ທີ່ຕາງໜ້າໃຫ້ກຳລັງປະກອບອາ ວຸດ, ອົງການຈັດຕັ້ງມະຫາຊົນ, ສາສະໜາ, ປະຊາຊົນບັນດາເຜົ່າ ຈາກເຂດຕໍ່ຕ້ານ ແລະ ເຂດປົກຄອງ ຊົ່ວຄາວຂອງສັດຕູ ເຂົ້າຮ່ວມກອງ ປະຊຸມໃຫຍ່ຜູ້ແທນທົ່ວປະເທດ ໃນ ວັນທີ 13 ສິງຫາ 1950. ກອງປະ ຊຸມໄດ້ຕົກລົງສ້າງຕັ້ງ “ແນວລາວ ອິດສະຫລະ” ແລະ “ລັດຖະບານ ລາວຕໍ່ຕ້ານ”, ໂດຍມີ ສະເດັດເຈົ້າ ສຸພານຸວົງ ເປັນປະທານແນວລາວ ອິດສະຫລະ ແລະ ນາຍົກລັດຖະມົນ ຕີ ຂອງລັດຖະບານລາວຕໍ່ຕ້ານ; ໃນ ມື້ດຽວກັນນັ້ນ, ກອງປະຊຸມໄດ້ຕົກ ລົງສ້າງຕັ້ງໜັງສືພິມປະຕິວັດຂອງ ຕົນຂຶ້ນ ໂດຍໃສ່ຊື່ວ່າ: ໜັງສືພິມ “ລາວອິດສະຫລະ”. ໜັງສືພິມນີ້, ຮູບນອກແມ່ນເປັນສຽງຂອງແນວ ລາວອິດສະຫລະ ແລະ ລັດຖະບານ ລາວຕໍ່ຕ້ານ ໃນເວລານັ້ນ, ຊຶ່ງເນື້ອ ແທ້ ກໍແມ່ນໜັງສືພິມຂອງພັກ. ເພື່ອຮັບໃຊ້ໜ້າທີ່ການເມືອງ ຄື: ພິມເອກະສານຂອງກອງປະຊຸມ ໃຫຍ່, ພິມຄຳຮຽກຮ້ອງຂອງລັດ ຖະບານລາວຕໍ່ຕ້ານ ແລະ ອື່ນໆ; ໜັງສືພິມລາວອິດສະຫລະ ກໍໄດ້ ມີການສ້າງຕັ້ງໂຮງພິມ “ລາວອິດ ສະຫລະ” ຂຶ້ນ. ຫົວໜ້າ ແລະ ຄະນະ ໂຮງພິມຄະນະທຳອິດປະກອບມີ ທ່ານ ສີທາ ເພັງແພງເມືອງ, ທ່ານ ຄຳສິງ ຫອມສົມບັດ ແລະ ທ່ານ ຄຳພັນ ຈັນທະລາດ ໂດຍພາຍໃຕ້ ການຊີ້ນຳຂອງທ່ານ ສີຊະນະ ສີ ສານ ຫົວໜ້າບັນນາທິການ ທັງເປັນ ຮອງຫົວໜ້າໂຄສະນາ-ອົບຮົມວັດທະນະທຳ (ຄອວ). ເຄື່ອງພິມ ທີ່ໃຊ້ໃນເວລານັ້ນ ແມ່ນປະຖົມປະ ຖານຫລາຍ ການພິມແມ່ນນຳໃຊ້ ແຜ່ນຫີນລີໂຕ, ຂຽນຕົວໜັງສືລວງ ປີ້ນຈາກຊ້າຍຫາຂວາ, ຂຽນໃສ່ຫີນ ໜ້າພຽງ, ນ້ຳມຶກທີ່ຂຽນລົງໃສ່ຕ້ອງ ຕົ້ມປະສົມຂີ້ເຜິ້ງ, ສະບູຫອມ ແລະ ຂີ້ໝິ້ນໝໍ້; ເວລາພິມແມ່ນໃຊ້ອຸປະ ກອນທີ່ຫຸ້ມດ້ວຍຢາງຕີນລົດ ແລ່ນ ກິ້ງເທິງແຜ່ນຫີນ ແລະ ກ່ອນຈະພິມ ຕ້ອງລວາດດ້ວຍນ້ຳປະສົມນ້ຳສົ້ມ ເລັກນ້ອຍ ແລະ ນຳໃຊ້ແຮງງານຄົນ ພິມເອງ. ການພິມດ້ວຍຫີນລີໂຕ ຂອງໂຮງພິມລາວອິດສະຫລະໄດ້ ດຳເນີນມາຈົນຮອດທ້າຍປີ 1953 ຈຶ່ງໄດ້ຫັນໄປສູ່ການພິມດ້ວຍເຄື່ອງ ຈັກຕີໂປ ຊຶ່ງມີທັງໝົດ 2 ເຄື່ອງ (ເຄື່ອງຕີໂປນອນ ແລະ ເຄື່ອງຕີໂປ ຕັ້ງ) ແລະ ມີການເກັບລຽນຕົວໜັງ ສື. ໜ່ວຍເຄື່ອງຈັກພິມຕີໂປນອນ ແມ່ນທ່ານ ມິນ ແລະ ທ່ານ ສຸກ ຮັບ ຜິດຊອບ; ໜ່ວຍເຄື່ອງຈັກພິມຕີໂປ ຕັ້ງ ແມ່ນທ່ານ ສີທາ ເພັງແພງ ເມືອງ ຮັບຜິດຊອບ; ໜ່ວຍເກັບລຽນ ຕົວໜັງສື ແມ່ນທ່ານ ຄຳສິງ ຫອມ ສົມບັດ ແລະ ທ່ານ ບົວສີ ລໍວັນໄຊ ຮັບຜິດຊອບ; ໜ່ວຍເຈ້ຍ-ຈຳໜ່າຍ ແມ່ນທ່ານ ເຄນ ລໍວັນໄຊ ແລະ ທ່ານ ຄຳພັນ ຈັນທະລາດ ຮັບຜິດຊອບ; ນອກນັ້ນ, ຍັງມີໜ່ວຍຕົ້ມກາວ ແລະ ໜ່ວຍຫລໍ່ຕົວອັກສອນລາວ. ໃນບັ້ນຮົບປົດປ່ອຍຊຳເໜືອ, ແຂວງຫົວພັນ ປີ 1953, ໂຮງພິມ ລາວອິດສະຫລະ ໄດ້ຍົກຍ້າຍຈາກ ຖານທີ່ໝັ້ນ ຕັ້ງຢູ່ເຂດເມືອງເຫງ້ຍ ດານ (Nghai Dan), ແຂວງ ເຫງ້ ອານ(NgeAn)ສສຫວຽດນາມ, ເຄື່ອນຍ້າຍມາຕາມເສັ້ນທາງ ຕັ້ງ ແຕ່ແຂວງເຫງ້ອານ ຜ່ານເຂື່ອນກັ້ນ ນ້ຳບາຍເທືອງ ແຂວງແທັງຮວາ ຂຶ້ນໄປເມືອງລີ່-ເມືອງລາດ ຂ້າມ ຊາຍແດນຫວຽດນາມ-ລາວ ແລ້ວ ເຂົ້າມາຕັ້ງສຳນັກງານກະຊວງ ສຶກສາທິການ ແລະ ໂຮງພິມລາວ ອິດສະຫລະຢູ່ປ່າດົງ ຕິດກັບຝັ່ງແມ່ ນ້ຳມ່າ ເບື້ອງຂວາບ້ານສົບຮາວ, ເມືອງສົບເບົາ, ແຂວງຫົວພັນໃນ ປັດຈຸບັນ; ຕັ້ງສຳນັກງານບໍ່ເທົ່າໃດ ວັນ ກໍຍົກຍ້າຍສຳນັກງານໄປຢູ່ດົງ ປ່າແຂກ ທາງທິດໃຕ້ບ້ານຊຽງຊື້ ເມືອງວຽງໄຊ ປັດຈຸບັນ. ຢູ່ທີ່ນີ້ ພາກ ສ່ວນຂອງໂຮງພິມ ລີໂຕ ລາວອິດ ສະຫລະ ໄດ້ເຂົ້າຮັບໃຊ້ກອງປະຊຸມ ໃຫຍ່ ແນວລາວອິດສະຫລະທົ່ວປະ ເທດ ທີ່ໄຂຂຶ້ນຢູ່ທີ່ຖໍ້າຊ້າງລອດ, ເມືອງວຽງໄຊ ແຂວງຫົວພັນ; ຢູ່ທີ່ ດົງປ່າແຂກ (ບ້ານຊຽງຊື້) ບໍ່ດົນ ເທົ່າໃດ ກໍຍົກຍ້າຍໄປຢູ່ເມືອງປານ ແລະ ບ້ານນາໂພ ເມືອງວຽງໄຊ ແຂວງຫົວພັນ; ຢູ່ທີ່ບ້ານນາໂພ ທ່ານ ສີຊະນະ ສີສານ ຖືກະຈັບປີ່ (ມັງໂດລິນ) ໜ່ວຍໜຶ່ງ ແລະ ທ່ານ ອຸດຕະມະ ຈຸນລະມະນີ ເພິ່ນໄດ້ແຕ່ງ ເພງ “ປາບຝູງຜີມານ ແລະ ເພງປົກ ປັກຮັກສາສັນຕິພາບ” ຊຶ່ງເປັນເພງ ຕົ້ນກຳເນີດ ຂອງສະຖານີວິທະຍຸກະ ຈາຍສຽງຝ່າຍປະເທດລາວ ແລະ ຕໍ່ມາສະຖານີໂທລະພາບໄດ້ນຳເອົາ ສຽງເພງດັ່ງກ່າວ ອອກອາກາດ ຕະຫລອດມາຫລາຍທົດສະວັດ. ເມື່ອສັນຕິພາບກັບຕ່າວຄືນມາ ພາຍຫລັງມີສັນຍາເຊີແນວ ໃນ ວັນທີ 20/7/1954, ສຳນັກງານ ກະຊວງສຶກສາໄດ້ຍ້າຍກັບຄືນມາ ຕັ້ງສຳນັກງານຢູ່ບ້ານນາເມືອງຊຽງຊື້; ສ່ວນໂຮງພິມລາວອິດສະ ຫລະ ມາຕັ້ງຢູ່ບ້ານບໍ່ຜາໃຕ້, ຈາກ ນັ້ນກໍຍ້າຍໄປຢູ່ປ່າໜໍ່ໄລ່ ແຄມນ້ຳ ປູນ (ຢູ່ໃຕ້ບ້ານເລີຍ-ເມືອງປູນ) ແລະ ຢູ່ບ້ານນາແມວ ເມືອງວຽງ ໄຊ, ກ່ອນຈະຍົກຍ້າຍກັບຄືນມາຢູ່ ຫໍປະຊຸມໃຫຍ່ແນວລາວອິດສະຫລະ ໃນວັນທີ 6 ມັງກອນ 1956 ຈົນ ເຖິງມື້ເຂົ້າລວມລາວຄັ້ງທີ I. ນັບແຕ່ມື້ສ້າງຕັ້ງພັກ ປປ ລາວ (22 ມີນາ 1955) ເປັນຕົ້ນມາ, ພັກຍິ່ງເອົາໃຈໃສ່ຢ່າງໃກ້ຊິດຊີ້ນຳ ໜັງສືພິມປະຕິວັດ ເພື່ອເຮັດສຳເລັດ ໜ້າທີ່ຂອງຕົນ. ມາຮອດວັນທີ 6 ມັງກອນ 1956 ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຂອງ “ແນວ ລາວອິດສະຫລະ” ໄດ້ໄຂຂຶ້ນຢູ່ ແຂວງຫົວພັນ ແລະ ໄດ້ຕົກລົງປ່ຽນ ຊື່ມາເປັນ “ແນວລາວຮັກຊາດ” ເພື່ອໃຫ້ສອດຄ່ອງກັບໜ້າທີ່ການ ເມືອງໃນໄລຍະນັ້ນ, ສູນກາງພັກໄດ້ ຕົກລົງປ່ຽນຊື່ໜັງສືພິມ “ລາວອິດ ສະຫລະ” ມາເປັນໜັງສືພິມ “ລາວ ຮັກຊາດ” ໂດຍແມ່ນທ່ານ ຄຳຜາຍ ບຸບຜາ ເປັນຫົວໜ້າບັນນາທິການ; ສ່ວນໂຮງພິມ ກໍໄດ້ປ່ຽນຊື່ມາເປັນ ໂຮງພິມລາວຮັກຊາດ; ໃນເວລາ ນີ້ ການພິມແມ່ນສືບຕໍ່ນໍາໃຊ້ລະບົບ “ຕີໂປ” (ເຄື່ອງຈັກຕີໂປນອນ ແລະ ຕີໂປຕັ້ງ ລວມມີ 2 ເຄື່ອງ/ໜ່ວຍ) ໃຊ້ລະບົບເກັບລຽນໜັງສືເປັນ ແບບພິມ, ຄວັດດ້ວຍໄມ້ຕີນເປັດ; ການພິມໜັງສືພິມ ແລະ ສິ່ງພິມ ຕ່າງໆນັບມື້ຫລາຍຂຶ້ນ ຕາມຄວາມ ຮຽກຮ້ອງຕ້ອງການ ຂອງພື້ນຖານ ການປະຕິວັດ ເຮັດໃຫ້ຈຳນວນໜັງ ສືພິມເພີ່ມຂຶ້ນຈາກ 3.000 ສະບັບ ມາເປັນ 5.000 ສະບັບ; ຈາກພິມ ອາທິດລະເທື່ອ ມາເປັນອາທິດໜຶ່ງ ສອງເທື່ອ. ຄວາມສຳຄັນຂອງມະຕິ ໃນໄລ ຍະໃໝ່. ສຳລັບດ້ານການເມືອງ ແລະ ຄວາມໝັ້ນຄົງແຫ່ງຊາດ ປົກ ປັກຮັກສາອະທິປະໄຕ ຕ້ອງສ້າງ ເສດຖະກິດທີ່ເຂັ້ມແຂງ ແລະ ເປັນ ເຈົ້າຕົນເອງ ເປັນຮາກຖານອັນໜັກ ແໜ້ນໃຫ້ແກ່ຄວາມໝັ້ນຄົງທາງ ດ້ານການເມືອງ ແລະ ອະທິປະໄຕ ຂອງຊາດ. ຫລຸດຜ່ອນຄວາມສ່ຽງ ຈາກການຖືກກົດດັນ ຫລື ແຊກແຊງ ທາງດ້ານເສດຖະກິດ-ການເມືອງ. ດ້ານການແກ້ໄຂວິກິດການແລະ ສ້າງຄວາມເຂັ້ມແຂງທາງເສດຖະ ກິດ ຫລຸດຜ່ອນການນຳເຂົ້າທີ່ບໍ່ຈຳ ເປັນຕ້ອງໄດ້ສົ່ງເສີມການຜະລິດ ພາຍໃນ ເພື່ອທົດແທນການນຳເຂົ້າ, ຫລຸດຜ່ອນການຮົ່ວໄຫລຂອງເງິນ ຕາ. ແກ້ໄຂບັນຫາເງິນເຟີ້ ແລະ ອັດ ຕາແລກປ່ຽນ: ການສ້າງຖານຜະ ລິດ ແລະ ເງິນຕາທີ່ແຂງແຮງພາຍ ໃນເປັນກົນໄກຍຸດທະສາດໃນການ ແກ້ໄຂວິກິດເງິນກີບອ່ອນຄ່າ ແລະ ເງິນເຟີ້ຢ່າງຍືນຍົງ. ສ້າງຖານລາຍ ຮັບທີ່ໝັ້ນຄົງຊຸກຍູ້ການເກັບລາຍ ຮັບພາຍໃນ, ການຄຸ້ມຄອງຊັບພະ ຍາກອນທຳມະຊາດ ແລະ ການ ຄຸ້ມຄອງໜີ້ສິນສາທາລະນະ ໃຫ້ ຢູ່ໃນລະດັບທີ່ປອດໄພ. ດ້ານການ ຜະລິດ ແລະ ການບໍລິການພາຍໃນ ຊຸກຍູ້ຫົວໜ່ວຍທຸລະກິດພາຍໃນ ຕ້ອງສ້າງເງື່ອນໄຂໃຫ້ຜູ້ປະກອບ ການລາວສາມາດຜະລິດ, ແຂ່ງ ຂັນ ແລະ ເຕີບໃຫຍ່ຂຶ້ນໄດ້. ຫັນເປັນອຸດສາຫະກຳ ແລະ ເຕັກ ໂນໂລຊີ ຕ້ອງຍົກລະດັບການຜະ ລິດກະສິກຳ-ອຸດສາຫະກຳແລະບໍລິ ການເຊັ່ນ: ການທ່ອງທ່ຽວ,ທາງ ໂລຈິສຕິກ/ເສັ້ນທາງລົດໄຟໃຫ້ມີ ມູນຄ່າເພີ່ມສູງ. ສຳລັບຄວາມໝັ້ນ ຄົງທາງດ້ານອາຫານ ແລະ ພະລັງ ງານ ຕ້ອງເປັນເຈົ້າຕົນເອງໃນການ ຜະລິດອາຫານ ແລະ ການນຳໃຊ້ ພະລັງງານພາຍໃນ ເພື່ອຮັບປະກັນ ການດຳລົງຊີວິດຂອງປະຊາຊົນ. ຂະນະດຽວກັນ, ດ້ານການພັດທະ ນາຊັບພະຍາກອນມະນຸດ ຕ້ອງເອົາ ໃຈໃສ່ສົ່ງເສີມໃຫ້ຄົນລາວມີຄວາມ ຮູ້, ຄວາມສາມາດ, ມີສີມືແຮງງານ ແລະ ມີສະຕິປັນຍາເປັນຂອງຕົນ ເອງ ເພື່ອຫລຸດຜ່ອນການເພິ່ງພາຜູ້ ຊ່ຽວຊານ ຫລື ແຮງງານຕ່າງປະ ເທດ ໃນຂົງເຂດຍຸດທະສາດ. ແນວໃດກໍດີ, ທິດທາງການຈັດ ຕັ້ງປະຕິບັດທີ່ສຳຄັນເພື່ອໃຫ້ມະຕິ ວ່າດ້ວຍ ສອຈ ປະສົບຜົນສໍາເລັດ, ທຸກພາກສ່ວນຕ້ອງປັບປຸງກົນໄກ ແລະ ກົດໝາຍ ເພື່ອເອື້ອອຳນວຍ ໃຫ້ແກ່ການຮຽນຮູ້, ການລົງທຶນ ແລະ ການຜະລິດພາຍໃນມີຄວາມ ສະດວກ. ຄຸ້ມຄອງມະຫາພາກຢ່າງ ເຂັ້ມງວດ ຄຸ້ມຄອງເງິນຕາຕ່າງປະ ເທດ, ລະບົບທະນາຄານ ແລະ ການ ດຶງດູດການລົງທຶນ ທີ່ມີຄຸນນະພາບ. ສ້າງຈິດສຳນຶກໃຫ້ຄົນລາວນິຍົມ ໃຊ້ຂອງລາວ ຕ້ອງຊຸກຍູ້ຂະບວນ ການບໍລິໂພກສິນຄ້າທີ່ຜະລິດພາຍ ໃນປະເທດໃຫ້ຫລາຍຂຶ້ນ. ເຖິງຢ່າງ ໃດກໍຕາມ, ມະຕິວ່າດ້ວຍ ການສ້າງ ເສດຖະກິດເອກະລາດ ເປັນເຈົ້າຕົນ ເອງ (ສອຈ) ບໍ່ແມ່ນຍຸດທະສາດ ໄລຍະສັ້ນ, ແຕ່ແມ່ນທິດທາງຍຸດ ທະສາດໄລຍະຍາວ ທີ່ຈະນຳພາປະ ເທດລາວໃຫ້ຫລຸດພົ້ນອອກຈາກ ຄວາມທຸກຍາກ, ສ້າງພື້ນຖານເສດ ຖະກິດທີ່ເຂັ້ມແຂງ, ຍືນຍົງ ແລະ ມີ ກຽດສັກສີໃນເວທີສາກົນ. ພາບປະກອບ ພາບປະກອບ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==