gsfdko{dkora fmtok a xtgmf]k; ( 23/07/2026 ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ທ່ານ ບຸນເຖິງ ດວງສະຫວັນ ກຳມະການສູນກາງ ພັກ, ເລຂາຄະນະບໍລິຫານງານພັກ ແຂວງ, ປະທານສະພາປະຊາຊົນ ແຂວງອັດຕະປື ໄດ້ຕ້ອນຮັບການ ເຂົ້າຢ້ຽມຢາມ ແລະ ພົບປະຂອງ ທ່ານ ດາວ ບົດມຸນີ ກົງສຸນໃຫຍ່ ແຫ່ງລາຊະອານາຈັກ ກຳປູເຈຍ ປະຈຳພາກໃຕ້ລາວ(ທີ່ນະຄອນ ປາກເຊ) ພ້ອມດ້ວຍຄະນະ ເນື່ອງ ໃນໂອກາດທີ່ມາຮັບໜ້າທີ່ທາງການ ທູດຄົນໃໝ່ ຢູ່ ສປປ ລາວ ໃນວັນທີ 21 ກໍລະກົດ 2026 ທີ່ຫ້ອງວ່າການ ແຂວງອັດຕະປື. ໂອກາດນີ້, ທ່ານ ດາວ ບົດມຸນີ ໄດ້ສະແດງຄວາມຂອບໃຈຢ່າງ ຈິງໃຈຕໍ່ ເລຂາພັກແຂວງອັດຕະປື ທີ່ໄດ້ໃຫ້ການຕ້ອນຮັບຢ່າງສົມກຽດ ແລະ ອົບອຸ່ນ ພ້ອມທັງຢືນຢັນວ່າ: ໃນຕະຫລອດໄລຍະການປະຕິບັດ g]0kra dc0;'va f8txn 8h voIa [dq 'l5 o.spj csj ']k-tvkok9a d dex6 g9p xt9erkd.8h ]k; 6 gfn vo8Q oxu lj ;plkvkdvoc0;'g-dv' gda []kpIa [wfh 107,22 8N du [ ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ສ່ວຍສາອາກອນປະຈໍາແຂວງ ເຊກອງ ຈັດກອງປະຊຸມສະຫລຸບ ຕີລາຄາການຈັດຕັ້ງປະຕິບັດວຽກ ງານ 6 ເດືອນຕົ້ນປີ ແລະ ວາງ ທິດທາງແຜນການ, ວຽກຈຸດສຸມ 6 ເດືອນທ້າຍປີ 2026 ໂດຍການ ເປັນປະທານ ຂອງ ທ່ານ ສີໄຄ້ ລຽງ ສະຫວັດ ຮອງຫົວໜ້າພະແນກການ ເງິນແຂວງ, ທ່ານ ສົມບູນ ພັນຈັນ ວ່າການຫົວໜ້າສ່ວຍສາອາກອນປະ ຈໍາແຂວງ ພ້ອມດ້ວຍມພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ພູວັນ ເທບພະລັກສາ ຮອງ ຫົວໜ້າສ່ວຍສາອາກອນປະຈໍາ ແຂວງ ໄດ້ລາຍງານໃຫ້ຮູ້ວ່າ: ໃນ 6 ເດືອນຜ່ານມາ, ສ່ວຍສາອາກອນ ປະຈໍາແຂວງເຊກອງ ໄດ້ເອົາໃຈ ໃສ່ປະຕິບັດໜ້າທີ່ວິຊາສະເພາະ ຕາມພາລະບົດບາດຕິດພັນກັບການ ປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກທາງ ດ້ານເສດຖະກິດ-ການເງິນ ແລະ ວຽກຈຸດສຸມອື່ນໆ ໃນນີ້, ສາມາດ ເກັບລາຍຮັບເຂົ້າງົບປະມານໄດ້ ທັງໝົດ 107,22 ຕື້ກີບ ທຽບໃສ່ ແຜນປີເທົ່າກັບ 41,59%, ທຽບໃສ່ ໄລຍະດຽວຂອງປີຜ່ານມາ ເພີ່ມຂຶ້ນ 11,89% ເປັນເງິນ 12,17 ຕື້ກີບ. ພ້ອມນີ້, ໄດ້ເອົາໃຈໃສ່ເກັບກໍາຖານ ຂໍ້ມູນລາຍຮັບ, ຂຶ້ນແຜນຄາດຄະເນ ລາຍຮັບ, ການຄຸ້ມຄອງຫົວໜ່ວຍ ທຸລະກິດ, ປະສານສົມທົບກັບຂະ ແໜງກ່ຽວຂ້ອງ ເພື່ອຄຸ້ມຄອງ, ຕິດຕາມວຽກງານຄຸ້ມຄອງຊັບສິນ ແລະ ຊຸກຍູ້ໃຫ້ຫົວໜ່ວຍທຸລະກິດ ປະຕິບັດພັນທະເຂົ້າງົບປະມານແຫ່ງ ລັດທັນຕາມກໍານົດເວລາ. dkox6 dg0Q kokc-' 16 j c0;'7e,j ;o [a o]5 10.000 d;j kgIa d8k ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ໃນ 6 ເດືອນຕົ້ນ ປີ 2026 ເສດຖະກິດຂອງແຂວງ ຄຳມ່ວນ ຂະຫຍາຍຕົວ 4,7%ທຽບ ໃສ່ແຜນການ 6,4%, ລວມຍອດ ຜະລິດຕະພັນພາຍໃນ (GDP) ບັນລຸ 21.127 ຕື້ກີບ ຫລື 73% ຂອງແຜນ, ສະເລ່ຍລາຍຮັບປະ ຊາຊົນຢູ່ທີ່ 45 ລ້ານກີບ ຕໍ່ຄົນຕໍ່ປີ. ສຳລັບດ້ານກະສິກຳ ການປູກເຂົ້າ ນາແຊງບັນລຸ 10.656 ເຮັກຕາ ໄດ້ຜົນຜະລິດ 52.825 ໂຕນ. ສ່ວນ ແຜນຜະລິດເຂົ້ານາປີ ກໍານົດເນື້ອ ທີ່ 94.102 ເຮັກຕາ ຄາດຜົນຜະ ລິດ 344.650 ໂຕນ, ປັດຈຸບັນກະ ສິກອນໄດ້ປັກດຳ ແລະ ນາຫວ່ານ ຕາມແຜນທີ່ວາງໄວ້. ສະຫາຍ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ, ເລຂາ ຄະນະບໍລິຫານງານພັກແຂວງ ປະ ທານສະພາປະຊາຊົນແຂວງຄຳ ມ່ວນ ໄດ້ລາຍງານກອງປະຊຸມເປີດ ກວ້າງຄົບຄະນະບໍລິຫານງານພັກ ແຂວງຄຳມ່ວນ ຄັ້ງທີ 4 ສະໄໝທີ XI ໃນວັນທີ 22 ກໍລະກົດ 2026 ນີ້ວ່າ: ສ່ວນດ້ານການເງິນ ສາມາດ ເກັບລາຍຮັບເຂົ້າງົບປະມານໄດ້ 3.324,30ຕື້ກີບ ເທົ່າກັບ68,59% ຂອງແຜນປີ ໃນນັ້ນ, ລາຍຮັບ ສູນກາງບັນລຸ 81,43% ແລະ ລາຍ ຮັບທ້ອງຖິ່ນບັນລຸ 60,22%. ສ່ວນ ດ້ານລາຍຈ່າຍງົບປະມານປະຕິບັດ ໄດ້ 583,39 ຕື້ກີບ ຫລື 30,79% ຂອງແຜນ. ໃນກອງປະຊຸມໄດ້ຕີລາຄາຜົນ ການນຳພາ-ຊີ້ນຳຮອບດ້ານໃນ ໄລຍະ 6 ເດືອນຕົ້ນປີ 2026 ແລະ ຄົ້ນຄວ້າທິດທາງວຽກງານ 6 ເດືອນ ຍິ່ງໆຂຶ້ນ ໂດຍສະເພາະການຊຸກຍູ້ ການຮ່ວມມືດ້ານການຄ້າ, ການ ທ່ອງທ່ຽວ ແລະ ການຮັກສາຄວາມ ສະຫງົບຕາມບໍລິເວນຊາຍແດນ ລະຫວ່າງ ແຂວງອັດຕະປື ກັບ ບັນດາແຂວງທີ່ມີຊາຍແດນເຊື່ອມ ຈອດຂອງກຳປູເຈຍ ໃຫ້ມີຄວາມ ສະຫງົບ, ມີສະຖຽນລະພາບ ແລະ ຮ່ວມກັນພັດທະນາຢ່າງຍືນຍົງ. ທ່ານ ບຸນເຖິງ ດວງສະຫວັນ ກໍໄດ້ສະແດງຄວາມຕ້ອນຮັບຢ່າງ ອົບອຸ່ນ ແລະ ສະແດງຄວາມຍິນດີ ຊົມເຊີຍຕໍ່ ທ່ານ ກົງສຸນໃຫຍ່ ທີ່ໄດ້ ຮັບການແຕ່ງຕັ້ງໃຫ້ມາປະຈຳການ ຢູ່ ສປປ ລາວ ພ້ອມທັງໄດ້ຕີລາຄາ ສູງຕໍ່ສາຍພົວພັນມິດຕະພາບທີ່ມີມູນ ເຊື້ອອັນດີງາມ, ການເປັນຄູ່ຮ່ວມ ຍຸດທະສາດຮອບດ້ານ ແລະ ໝັ້ນ ຄົງຍາວນານ ລະຫວ່າງ ສອງຊາດ ລາວ-ກຳປູເຈຍ ໂດຍສະເພາະ ການ ພົວພັນຮ່ວມມື ລະຫວ່າງ ແຂວງ ອັດຕະປື ກັບບັນດາແຂວງຊາຍແດນ ຂອງກຳປູເຈຍ ທີ່ນັບມື້ນັບໄດ້ຮັບ ການເສີມຂະຫຍາຍ ແລະ ແຕກ ດອກອອກຜົນໃນຫລາຍໆດ້ານ ບໍ່ ວ່າຈະເປັນດ້ານການເມືອງ, ຄວາມ ໝັ້ນຄົງ, ເສດຖະກິດ-ການຄ້າ ແລະ ການໄປ-ມາຫາສູ່ຂອງປະຊາຊົນ ສອງຊາດ. ໃນມື້ດຽວກັນ, ທ່ານ ດາວ ບົດ ມຸນີ ພ້ອມຄະນະຍັງໄດ້ເຂົ້າຢ້ຽມ ຢາມ ແລະ ພົບປະກັບ ທ່ານ ທະນູ ໄຊ ບັນຊາລິດ ປະທານຄະນະກຳມະ ການປົກຄອງແຂວງອັດຕະປື ເພື່ອ ຢ້ຽມຢາມຖາມຂ່າວໃນໂອກາດທີ່ ມາຮັບໜ້າທີ່ທາງການທູດຄົນໃໝ່ ຢູ່ ສປປ ລາວຕື່ມອີກ. ຂ່າວ: ວິໄລສັກ ແກ້ວຫລວງໂຄດ ທ້າຍປີ ໂດຍເນັ້ນການລາຍງານ 4 ບັນຫາສໍາຄັນ ປະກອບມີ: ການ ປະຕິບັດແຜນພັດທະນາເສດຖະກິດສັງຄົມ ແລະ ງົບປະມານແຫ່ງລັດ, ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບຮອບດ້ານທົ່ວ ແຂວງ, ການຊຸກຍູ້ການສົ່ງເສີມ ຜະລິດເປັນສິນຄ້າ ແລະ ການກຽມ ພ້ອມຮັບມືໄພພິບັດໃນລະດູຝົນ. ພ້ອມນີ້, ຍັງໄດ້ຕີລາຄາການຜະລິດ ກະສິກຳໄດ້ຂະຫຍາຍເປັນສິນຄ້າ ຫລາຍຂຶ້ນ, ການລົງທຶນຂອງລັດ ແລະ ເອກະຊົນດຳເນີນໄປຕາມກົດ ໝາຍ, ໂຄງການພັດທະນາໂຄງ ສ້າງພື້ນຖານມີຄວາມຄືບໜ້າ, ດ້ານ ການສຶກສາ, ສາທາລະນະສຸກ ແລະ ວັດທະນະທຳຍັງສືບຕໍ່ໄດ້ຮັບການ ຍົກລະດັບແນໃສ່ການພັດທະນາ ຢ່າງຍືນຍົງ. ໂອກາດນີ້, ສະຫາຍ ໄຊຊະນະ ໂຄດພູທອນ ຍັງໄດ້ເນັ້ນວ່າບັນດາ ຫົວຂໍ້ທີ່ນຳມາຄົ້ນຄວ້າໃນກອງປະ ຊຸມຄັ້ງນີ້ ລ້ວນແຕ່ເປັນວຽກງານ ສຳຄັນທີ່ກ່ຽວພັນກັບການນຳພາຊີ້ນຳຂອງຄະນະບໍລິຫານງານ ພັກແຂວງ ແລະ ຮຽກຮ້ອງໃຫ້ ຜູ້ເຂົ້າຮ່ວມ ຮ່ວມກັນວິເຄາະຜົນ ສຳເລັດ, ຊີ້ແຈງຂໍ້ຄົງຄ້າງ ແລະ ສະ ເໜີມາດຕະການແກ້ໄຂຢ່າງກົງໄປ ກົງມາ ເພື່ອໃຫ້ການດຳເນີນວຽກ ງານໃນໄລຍະຕໍ່ໜ້າບັນລຸຕາມເປົ້າ ໝາຍ. ຂ່າວ : ມະນີວັນ ທ່ານ ພູວັນ ເທບພະລັກສາ ໃຫ້ຮູ້ ຕື່ມວ່າ: ໃນ6 ເດືອນທ້າຍປີ, ສ່ວຍສາ ອາກອນປະຈໍາແຂວງເຊກອງ ຈະ ສືບຕໍ່ປະຕິບັດພາລະບົດບາດ, ຜັນ ຂະຫຍາຍແນວທາງນະໂຍບາຍ ຂອງພັກ, ລະບຽບກົດໝາຍຂອງ ລັດ ກ່ຽວກັບວຽກງານສ່ວຍສາອາ ກອນ ແລະ ສູ້ຊົນເກັບລາຍຮັບໃຫ້ ໄດ້ຕາມແຜນງົບປະມານປະຈໍາປີ 2026, ເອົາໃຈໃສ່ໂຄສະນາ ແລະ ຝຶກອົບຮົມ ເພື່ອຊຸກຍູ້ໃຫ້ຫົວໜ່ວຍ ທຸລະກິດ ແຈ້ງ-ມອບອາກອນ ດ້ວຍ ຕົນເອງຜ່ານລະບົບ TaxRIS, ສືບ ຕໍ່ຕິດຕາມຫົວໜ່ວຍວິສາຫະກິດຂຶ້ນ ໃໝ່ ຈາກຂະແໜງອຸດສາຫະກໍາ ແລະ ການຄ້າ ໂດຍຜ່ານການອອກ ເລກປະຈຳຕົວໃນລະບົບ TaxRIS ໃຫ້ໄດ້ດີ, ສືບຕໍ່ປ້ອນຂໍ້ມູນຕອນດິນ ເຂົ້າໃນລະບົບ TaxRIS, ຂະຫຍາຍ ຖານອາກອນມູນຄ່າເພີ່ມ, ແນະນໍາ, ເຜີຍແຜ່ ແລະ ໂຄສະນາໃຫ້ຫົວໜ່ວຍ ທຸລະກິດ ແຈ້ງ-ມອບອາກອນດ້ວຍ ຕົວເອງ ຜ່ານລະບົບ TaxRIS. ຂ່າວ: ສັນຍາ ໜ້າທີ່ທາງການທູດຢູ່ ສປປ ລາວ ຂ້າພະເຈົ້າຈະສຸມທຸກສະຕິປັນຍາ ແລະ ຄວາມພະຍາຍາມ ເພື່ອເປັນ ຂົວຕໍ່ໃນການຊຸກຍູ້, ສົ່ງເສີມການ ພົວພັນຮ່ວມມື ລະຫວ່າງ ສອງ ປະເທດ ໃຫ້ມີຄວາມແໜ້ນແຟ້ນ dkora fmtokglf4tdy f{la '7q , c0;'s];'rt[k' pa 'ln [8= j rQ ogfa j o ຂປລ. ແຫລ່ງຂ່າວຈາກແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ໃນໄລຍະ 6 ເດືອນຕົ້ນປີ 2026 ນີ້, ເສດຖະກິດ ຂອງແຂວງຫລວງພະບາງ ຍັງສືບ ຕໍ່ຂະຫຍາຍຕົວເກືອບ 4%, ປັດ ໄຈຕົ້ນຕໍທີ່ຊຸກຍູ້ການເຕີບໂຕແມ່ນ ມາຈາກຂະແໜງການບໍລິການ ແລະ ການທ່ອງທ່ຽວ ຊຶ່ງຂະຫຍາຍ ຕົວເຖິງ 4,75%, ສາມາດດຶງດູດ ນັກທ່ອງທ່ຽວເຂົ້າມາທ່ອງທ່ຽວໄດ້ ຫລາຍກວ່າ 1 ລ້ານເທື່ອຄົນ, ສ້າງ ລາຍຮັບຕົວຈິງໃຫ້ແກ່ແຂວງ ແລະ ປະຊາຊົນຢ່າງຫລວງຫລາຍ, ສ່ວນ ດ້ານງົບປະມານສາມາດຈັດເກັບ ລາຍຮັບໄດ້ຫລາຍກວ່າ 857 ຕື້ກີບ, ເທົ່າກັບ 76,79% ຂອງແຜນການ ປີ, ອັນພົ້ນເດັ່ນແມ່ນລາຍຮັບພູດ ສູນກາງປະຕິບັດໄດ້ລື່ນແຜນການ ຫລາຍກວ່າ 2 ເທົ່າຕົວ, ຍ້ອນການ ນຳໃຊ້ລະບົບທັນສະໄໝເຂົ້າໃນການ ຄຸ້ມຄອງ ເຊັ່ນ: ລະບົບຂາຍປີ້ເຂົ້າຊົມ ແຫລ່ງທ່ອງທ່ຽວອອນລາຍ ແລະ ການເກັບຄ່າທໍານຽມທາງ, ພາສີ ທີ່ດິນຜ່ານລະບົບທັນສະໄໝ, ຄຽງ ຄູ່ກັນນັ້ນ ສາມາດແກ້ໄຂບັນຫາ ຄູອາສາສະໝັກໄດ້ຢ່າງເດັດຂາດ ໂດຍການບັນຈຸຄູອາສາເຂົ້າເປັນ ລັດຖະກອນໄດ້ 100% ຈຳນວນ 419 ຄົນ, ສາມາດມ້າງຄະດີຢາ ເສບຕິດໄດ້ 48 ລາຍ ແລະ ທຳລາຍ ກຸ່ມແກ້ງສະແກມເມີ (Scammer) ພ້ອມສົ່ງກັບຄືນປະເທດໄດ້ ເປັນຈຳນວນຫລາຍ. ທ່ານ ບຸນເລື່ອມ ມະນີວົງ ເລຂາ ບໍລິຫານງານພັກແຂວງຫລວງພະ ບາງ ໄດ້ລາຍງານ ໃນໂອກາດທີ່ ທ່ານ ທອງລຸນ ສີສຸລິດ ເລຂາທິການ ໃຫຍ່ ຄະນະບໍລິຫານງານສູນກາງ ພັກ, ປະທານປະເທດ ເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຫລວງພະບາງ ເມື່ອບໍ່ດົນມານີ້ ວ່າ: ປັດຈຸບັນທົ່ວແຂວງມີໄຟຟ້າ ໃນລະບົບຊົມໃຊ້ແລ້ວ 93% ຂອງ ຈຳນວນບ້ານທັງໝົດ ແລະ ລະບົບ ນ້ຳປະປາໄດ້ຂະຫຍາຍຕົວໄປ ສູ່ 136 ບ້ານ. ສຳລັບທິດທາງ ແຜນການ 6 ເ ດືອນທ້າຍປີ 2026, ໄດ້ວາງຄາດໝາຍສູ້ຊົນ ໃຫ້ເສດຖະກິດຂະຫຍາຍຕົວໃຫ້ໄດ້ ຫລາຍກວ່າ 6% ແລະ ດຶງດູດນັກ ທ່ອງທ່ຽວໃຫ້ບັນລຸ 3 ລ້ານກວ່າ ເທື່ອຄົນ ພ້ອມທັງສະເໜີໃຫ້ຊ່ວຍ ຊຸກຍູ້ໂຄງການຍຸດທະສາດທີ່ສຳຄັນ ເຊັ່ນ: ໂຄງການສ້າງຂົວຂ້າມນ້ຳ ຂອງ ລະຫວ່າງ ນະຄອນຫລວງ ພະບາງ ຫາ ເມືອງຈອມເພັດ, ໂຄງການປັບປຸງເສັ້ນທາງແຕ່ພູຕິດ ເຜິ້ງ ເຊື່ອມຈອດຊາຍແດນ ແຂວງ ດຽນບຽນ ສສ ຫວຽດນາມ ແລະ ການຍົກລະດັບດ່ານນາຊອນ-ຫ້ວຍ ປວກ ເມືອງໂພນທອງ ເປັນດ່ານ ສາກົນ ເພື່ອເປີດປະຕູການຄ້າ ແລະ ການທ່ອງທ່ຽວໃຫ້ກວ້າງຂວາງ ກວ່າເກົ່າ ຂ່າວ-ພາບ: ທະນູສິນ ອິດທິພົນ
RkJQdWJsaXNoZXIy MTc3MTYxMQ==