05 xtgmf]k; 37ltok c]t [= ]y = dy ko 23/07/2026 ຂປລ. ໃນວັນທີ 18 ກໍລະກົດ 2026 ຜ່ານມາ, ທ່ານ ບົວເງິນ ຫຸມໄຊຍະພົມ ປະທານຄະນະກຳມະການປົກ ຄອງ ແຂວງຊຽງຂວາງ ເດີນທາງຢ້ຽມຢາມ ແລະຊີ້ນຳ ວຽກງານຢູ່ ບໍລິສັດ ນໍາ ແລະ ໄຟຟ້າສາກົນແຫ່ງສປ ຈີນ (CWE) ຕາມຄຳເຊີນ, ຊຶ່ງມີ ທ່ານ ຄອນແກ້ວ ພູນ ທອງໃສ ຫົວໜ້າພະແນກອຸດສາຫະກຳ ແລະການຄ້າ ແຂວງຊຽງຂວາງ, ທ່ານ ອໍາໄພວັນ ຈັນທະລັງສີຫົວໝ້າ ຫ້ອງການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງ ແຂວງຊຽງຂວາງ ແລະ ຜູ້ທີ່ກ່ຽວຂ້ອງເຂົ້າຮ່ວມ. ລະຫວ່າງການຢ້ຽມຢາມ, ບໍລິສັດ CWE ສາຂາປະຈໍາ ລາວ ໄດ້ລາຍງານພາບລວມການພັດທະນາຂອງບໍລິສັດ ຕະຫລອດໄລຍະເກືອບ 30 ປີ ຂອງການດຳເນີນທຸລະກິດ ໃນສປປລາວ, ພ້ອມທັງນຳສະເໜີຜົນສຳເລັດດ້ານການ ວາງແຜນທຸລະກິດ, ການດຳເນີນງານ, ການປະຕິບັດ ຄວາມຮັບຜິດຊອບຕໍສັງຄົມ ແລະ ການສົ່ງເສີມການ ແລກປ່ຽນດ້ານມະນຸດສຳພັນລະຫວ່າງ ລາວ-ຈີນ. ໃນໂອກາດນີ້, ທ່ານ ບົວເງິນ ຫຸມໄຊຍະພົມ ໄດ້ ສະແດງຄວາມຊົມເຊີຍຕໍຜົນງານຂອງບໍລິສັດທີ່ໄດ້ຢືນ ຢັດດຳເນີນທຸລະກິດໃນ ສປປ ລາວ ມາເປັນເວລາຍາວ ນານ ແລະ ມີສ່ວນຮ່ວມຢ່າງຕັ້ງໜ້າໃນການຜັກດັນ ການຮ່ວມມື ລາວ-ຈີນ ໂດຍສະເພາະໂຄງການສຳຄັນ ທີ່ ບໍລິສັດລົງທຶນ ແລະ ກໍສ້າງໃນແຂວງຊຽງຂວາງເຊັ່ນ: ທ່ານ ບົວເງິນຫຸມໄຊຍະພົມ ປະທານຄະນະກຳມະການປົກຄອງແຂວງຊຽງຂວາງ ເດີນທາງຢ້ຽມຢາມ ແລະ ຊີ້ນຳວຽກງານຢູ່ ບໍລິສັດ CWE ສາຂາປະຈໍາລາວ ເຂື່ອນໄຟຟ້ານ້ຳງຽບ2ແລະ ໂຄງການສາຍ ສົ່ງ 500 kv (ໄລຍະຊຽງຂວາງ-ນາຊາຍ ທອງ) ໄດ້ປະກອບສ່ວນສຳຄັນໃນການຍົກ ລະດັບພື້ນຖານໂຄງລ່າງ ແລະ ເປັນແຮງ ຂັບເຄື່ອນອັນສຳຄັນຕໍການພັດທະນາ ເສດຖະກິດ-ສັງຄົມຂອງທ້ອງຖິ່ນໃຫ້ມີຄຸນ ນະພາບສູງ. ກຸ່ມບໍລິສັດ CCCG ເປັນວິສາຫະກິດ ຊັ້ນນຳ ແລະ ຕິດອັນດັບ 500 ບໍລິສັດແຂງ ຂອງໂລກ. ບໍລິສັດ CWE ເປັນບໍລິສັດໃນ ເຄືອຂອງກຸ່ມບໍລິສັດ CCCG ຊຶ່ງໄດ້ເຂົ້າ ສູ່ຕະຫລາດ ສປປ ລາວ ຕັ້ງແຕ່ປີ 1996 ແລະ ເປັນໜຶ່ງໃນວິສາຫະກິດຈີນທຳອິດ ທີ່ເຂົ້າຮ່ວມການກໍສ້າງພື້ນຖານໂຄງລ່າງ ແລະ ພະລັງງານຂອງ ສປປ ລາວ. ຕະ ຫລອດໄລຍະເກືອບ30ປີຜ່ານມາ, ບໍລິສັດ ໄດ້ຢືນຢັນດຳເນີນງານຢູ່ລາວ ດ້ວຍຄວາມ ມຸ່ງໝັ້ນໃນການສະໜັບສະໜູນການ ພັດທະນາຂອງປະເທດ ໂດຍສຸມໃສ່ການ ພັດທະນາໃນຂົງເຂດເຂື່ອນໄຟຟ້າ, ສາຍ ສົ່ງໄຟຟ້າ, ພະລັງງານສະອາດ ແລະ ພື້ນ ຖານໂຄງລ່າງ ພ້ອມທັງຍຶດໝັ້ນໃນການ ກໍສ້າງໂຄງການທີ່ມີຄຸນນະພາບສູງ ແລະ ເປັນແບບຢ່າງຈົນສ້າງປະຫວັດສາດ“ອັນ ດັບໜຶ່ງ”ຫລາຍຄັ້ງໃນສປປລາວ. ບໍລິສັດ ໄດ້ຮັບເໝົາກໍສ້າງເຂື່ອນໄຟຟ້ານໍາເລິກ ຊຶ່ງແມ່ນໂຄງການໄຟຟ້າແຫ່ງທຳອິດ ທີ່ ວິສາຫະກິດຈີນກໍສ້າງໃນ ສປປ ລາວ, ໄດ້ ວາງຮາກຖານອັນສຳຄັນໃຫ້ແກ່ການມີ ສ່ວນຮ່ວມຂອງວິສາຫະກິດຈີນໃນການ ພັດທະນາເຂື່ອນໄຟຟ້າຂອງລາວ. ເຂື່ອນ ໄຟຟ້ານ້ຳມັງ3 ເປັນໂຄງການເຂື່ອນໄຟຟ້າ ຮັບເໝົາຮູບແບບ EPC ແຫ່ງທຳອິດໃນ ລາວທີ່ກໍສ້າງໂດຍວິສາຫະກິດຈີນ, ສະ ທ້ອນໃຫ້ເຫັນບາດກ້າວສຳຄັນ ຂອງຮູບ ແບບການກໍສ້າງຂອງວິສາຫະກິດຈີນໃນ ລາວ. ເຂື່ອນໄຟຟ້ານ້ຳລີກ 1-2 ເປັນໂຄງ ການBOOTແຫ່ງທຳອິດທີ່ລາວ-ຈີນຮ່ວມ ມືພັດທະນາໃນຂະແໜງໄຟຟ້າ ແລະ ເປັນໂຄງການໄຟຟ້າແຫ່ງທຳອິດທີ່ວິສາ ຫະກິດຈີນລົງທຶນ ແລະ ກໍສ້າງໃນ ສປປ ລາວ, ຊຶ່ງໄດ້ເປີດສາກໃໝ່ໃຫ້ແກ່ການລົງ ທຶນຂອງວິສາ ຫະກິດຈີນໃນຂະແໜງພະ ລັງງານໄຟຟ້າຢູ່ລາວ. ປັດຈຸບັນ ທຸລະກິດ ຂອງບໍລິສັດຄວບຄຸມຫລາຍຂົງເຂດ ເປັນ ຕົ້ນ ເຂື່ອນໄຟຟ້າ, ພະລັງງານສະອາດ, ສາຍສົ່ງໄຟຟ້າ, ການຄົມມະນາຄົມສີຂຽວ, ຕະຫລອດຈົນເຖິງກໍສ້າງອາຄານແລະຜັງ ເມືອງ, ບໍລິສັດຍັງຈະສືບຕໍມຸ່ງໝັ້ນສ້າງຜົນ ງານໃໝ່ ເພື່ອປະກອບສ່ວນຢ່າງຕັ້ງໜ້າ ໃນການສ້າງຄູ່ຮ່ວມສະຕາກໍາລາວ-ຈີນ. ຖ່າຍທອດສົດ ທາງໂທລະພາບລາວແຫ່ງຊາດ (ຊ່ອງ1), ວິທະຍຸກະຈາຍສຽງແຫ່ງຊາດ FM103.7 Mhz Laolottery Live ຂອງທຸກ ວັນຈັນ ຫາ ວັນສຸກ ເລີ່ມແຕ່ເວລາ 20:00 ໂມງເປັນຕົ້ນໄປ zq odkovvd]k';a os;pra fmtok ';fmu 113 vvd7A ';a omu 21 d= ]tdq f 2026 ເລກ 1 ໂຕ, 2 ໂຕ, 3 ໂຕ, 4 ໂຕ, 5 ໂຕ, 6 ໂຕທ້້າຍ 0 9 6 5 9 2
RkJQdWJsaXNoZXIy MTc3MTYxMQ==