7331

gsfdko{dkora fmtok a xtgmf]k; ( 30/07/2026 -U c9'dq f]t[P[ dko[= ]y dko 16 j l;olkmk]totc7,0v'ot7voxkdgຂປລ. ແຫລ່ງຂ່າວຈາກແຂວງ ຈຳປາສັກ ໃຫ້ຮູ້ວ່າ: ຈາກກໍລະນີ ມີຜູ້ນໍາໃຊ້ສື່ສັງຄົມອອນລາຍ ໂດຍ ສະເພາະ ຖ່າຍຄຣິບລົງເຟສບຸກ ກ່ຽວກັບການບໍລິການຢູ່ສວນສາ ທາລະນະ​ແຄມຂອງ​ ນະຄອນປາກ ເຊ​ແຂວງຈໍາປາສັກ​ເຮັດໃຫ້​ສັງຄົມ ມີຄວາມສັບສົນ ແລະ​ ເຂົ້າໃຈໄປ ໃນທາງທີ່ບໍ່ສ້າງສັນ. ຕໍ່ບັນຫາດັ່ງ ກ່າວ, ທ່ານ​ ສີທົນ ແກ້ວພູວົງ​ ທີ່ ປຶກສາກຸ່ມບໍລິສັດ​ ຈໍາປາ​ຄໍາ​ ໃນ ຖານະຜູ້ຄຸ້ມຄອງ,​ ປົກປັກຮັກສາ ແລະ​ພັດທະນາ​ ໄດ້ຊີ້ແຈງໃນວັນທີ​ 28​ ກໍລະກົດ​ 2026​ ນີ້ວ່າ: ການ​ ບໍລິການ​ຢູ່ສວນ​ສາທາລະນະ​ແຄມ ຂອງ​ ແນ່ນອນຕ້ອງມີລະບຽບໃນ ການຄຸ້ມຄອງ​ ໂດຍສະເພາະ​ ຫ້າມ ບໍ່ໃຫ້​ຂັບລົດເຂົ້າມາໃນບໍລິເວນ ຕະຫລາດ,​ ຫ້າມບໍ່ໃຫ້​ຂັບລົດທຸກ ຊະນິດຂຶ້ນຄູກັນນໍ້າ​ແຄມຂອງ​ແລະ​ ຫ້າມເອົາລົດທຸກຊະນິດ​ເຂົ້າໃນສວນ ສາທາລະນະ​ ເນື່ອງຈາກວ່າ​ທາງ g]0kra dc0;'va f8txn 8h voIa [m6 f9u o xt9e]k; ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ທ່ານ ບຸນເຖິງ ດວງສະຫວັນ ເລຂາຄະນະບໍລິຫານ ງານພັກແຂວງອັດຕະປື ພ້ອມຄະ ນະໄດ້ຕ້ອນຮັບການເຂົ້າພົບປະ, ຢ້ຽມຢາມຂອງ ທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ໃນວັນທີ 28 ກໍລະກົດ 2026 ໃນ ໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັດຕະປື. ໃນການພົບປະຄັ້ງນີ້, ທ່ານ ບຸນ ເຖິງ ດວງສະຫວັນ ໄດ້ສະແດງ ຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ຂອງທ່ານທູດ ແລະ ຄະນະ ໃນ ຄັ້ງນີ້ ຊຶ່ງເປັນການປະກອບສ່ວນ ອັນສຳຄັນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນ ມິດຕະພາບອັນເປັນມູນເຊື້ອ, ການ ເປັນຄູ່ຮ່ວມມືຍຸດທະສາດຮອບ ດ້ານໝັ້ນຄົງຍາວນານ ແລະ ການ ເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ ໃຫ້ແຕກດອກອອກຜົນ ຍິ່ງໆຂຶ້ນ. ພ້ອມທັງໄດ້ລາຍງານ ກ່ຽວກັບສະພາບການພັດທະນາ ເສດຖະກິດ-ສັງຄົມ ຂອງແຂວງ ອັດຕະປື ແລະ ໄດ້ສະແດງຄວາມ ຂອບໃຈຕໍ່ລັດຖະບານ ກໍຄື ປະຊາຊົນ ຈີນ ທີ່ໄດ້ໃຫ້ການຊ່ວຍເຫລືອແກ່ ສປປ ລາວ ເວົ້າລວມ, ເວົ້າສະເພາະ ກໍຄືແຂວງອັດຕະປື ໃນໄລຍະຜ່ານ ມາ ໂດຍສະເພາະການລົງທຶນໃນ ຂະແໜງພະລັງງານ, ບໍ່ແຮ່ ແລະ ກະ ສິກຳ ຊຶ່ງເປັນທ່າແຮງອັນສຳຄັນ ໃນ vvx- c0;'g-dv' c]t 7h kp75 ,0a '{fa flh k'mq [m;o7n odkoIj ;,,n ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ກອງປະຊຸມທົບ ທວນຄືນການຮ່ວມມື ໃນກົນໄກ ປະສານງານ ລະຫວ່າງ ອົງການ ໄອຍະການປະຊາຊົນ (ອອປຊ) ແຂວງເຊກອງ ແລະ ຄ້າຍຄຸມຂັງດັດສ້າງ, ກອງບັນຊາການປ້ອງກັນ ຄວາມສະຫງົບ (ປກສ) ແຂວງເຊ ກອງ ຈັດຂຶ້ນໃນວັນທີ 28 ກໍລະກົດ 2026 ທີ່ອົງການໄອຍະການປະ ຊາຊົນແຂວງ ໂດຍມີ ທ່ານ ແຜ່ນ ວັນທອງ ຈະເລີນເພັດ ຮອງຫົວໜ້າ ອົງການໄອຍະການປະຊາຊົນ ແຂວງ, ທ່ານ ພັອ ຮຽມ ໄຊຍະລາດ ຮອງຫົວໜ້າກອງບັນຊາການ ປ້ອງກັນຄວາມສະຫງົບແຂວງ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ໄຊຊະນະ ໄຊຍະວົງ ຮັກສາ ການຫົວໜ້າຂະແໜງຕິດຕາມ ກວດກາຄ້າຍຄຸມຂັງ-ດັດສ້າງ ລາຍງານວ່າ: ເພື່ອເຮັດໃຫ້ກົນໄກ ການປະສານງານ ລະຫວ່າງ ອົງ dkooec0;'7e,j ;o ,v[g7n j v'-j ;pgs]n v .sh xt-k-q oz6 h xtlq [wroE4h ;,16 j g,n v'76 o7e ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ ຄຳ ມ່ວນ ພ້ອມດ້ວຍຄະນະ ມອບເຄື່ອງ ອຸປະໂພກ-ບໍລິໂພກ ໃຫ້ປະຊາຊົນ ຜູ້ປະສົບໄພນ້ຳຖ້ວມ ຢູ່ເມືອງຄູນ ຄຳ ໃນວັນທີ 28 ກໍລະກົດ 2026 ຕາງໜ້າຮັບໂດຍທ່ານຄໍາປ່ຽນມະນີ ຄໍາ ເລຂາພັກເມືອງຄູນຄຳ ພ້ອມ ດ້ວຍພະແນກການຂອງແຂວງ, ເມືອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ໃນການມອບເຄື່ອງຄັ້ງນີ້ ປະ ກອບມີ: ເງິນສົດ ແລະ ເຄື່ອງ ອຸປະໂພກ-ບໍລິໂພກ ລວມມູນຄ່າ 300 ລ້ານກີບ ເປັນການສະໜັບ ສະໜູນຈາກ ບໍລິສັດ ລາວຄາຍຢວນ ບໍ່ແຮ່ ຈຳກັດ ເພື່ອນຳໄປແຈກຢາຍ ໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບ ຈາກໄພນ້ຳຖ້ວມ ໃນໄລຍະຕົ້ນ ເດືອນກໍລະກົດຜ່ານມາ. ພ້ອມນີ້, ຄະນະດັ່ງກ່າວ ຍັງໄດ້ ລົງຕິດຕາມກວດກາສະພາບຄວາມ ເສຍຫາຍ ຂອງຄອງຊົນລະປະທານ ບ້ານນາກາງ ທີ່ໄດ້ຮັບຜົນກະທົບ ຈາກພາຍຸໄມ້ສັກ ຍາວປະມານ 85 ແມັດ ທັງນີ້ກໍເພື່ອເປັນການຊຸກຍູ້ໃຫ້ ພາກສ່ວນກ່ຽວຂ້ອງເລັ່ງສໍາຫລວດ, ຈັດສັນງົບປະມານ ແລະ ດຳເນີນ ການສ້ອມແປງໃຫ້ກັບຄືນສູ່ສະພາບ ປົກກະຕິໂດຍໄວ ເພື່ອຮອງຮັບການ ຜະລິດກະສິກຳຂອງປະຊາຊົນ. ໂອກາດດຽວກັນ, ຄະນະໄດ້ເດີນ ທາງໄປຢ້ຽມຢາມ ແລະ ຊຸກຍູ້ການ ດໍາເນີນທຸລະກິດ ຂອງ ບໍລິສັດ ລ້ານ ຊ້າງ ຊີມັງ ຈຳກັດ ຢູ່ບ້ານຄູນເງິນ ໂດຍຕາງໜ້າບໍລິສັດໄດ້ລາຍງານ ສະພາບໂດຍລວມການດໍາເນີນ ທຸລະກິດໃນໄລຍະຜ່ານມາ ລວມ ເຖິງການຈ້າງງານ ພ້ອມທັງສະເໜີ ບັນຫາ ແລະ ຂໍ້ຫຍຸ້ງຍາກບາງດ້ານ ທີ່ຕິດພັນກັບການດໍາເນີນທຸລະກິດ ເພື່ອໃຫ້ການນຳແຂວງພິຈາລະນາ ຊ່ວຍແກ້ໄຂ. ໂອກາດດັ່ງກ່າວ, ທ່ານ ໄຊ ຊະນະ ໂຄດພູທອນ ໄດ້ມີຄໍາເຫັນ ແລກປ່ຽນ ທັງຍິນດີຮັບເອົາການ ສະເໜີຂອງບໍລິສັດ ນຳໄປຄົ້ນ ຄວ້າ ເພື່ອສ້າງສິ່ງອໍານວຍຄວາມ ສະດວກຮອບດ້ານ ແກ່ການດຳເນີນ ທຸລະກິດ, ພ້ອມທັງຊີ້ນຳໃຫ້ບໍລິສັດ ສືບຕໍ່ສົ່ງເສີມສີມືແຮງງານລາວ ໃຫ້ຫລາຍຂຶ້ນ, ຍົກລະດັບທັກ ສະວິຊາຊີບໃຫ້ພະນັກງານລາວ ເພື່ອສ້າງກຳລັງແຮງງານທີ່ມີຄຸນ ນະພາບ. ພ້ອມກັນນັ້ນ, ໃຫ້ສືບຕໍ່ ປະກອບສ່ວນຮັບຜິດຊອບຕໍ່ສັງຄົມ ດ້ວຍການຊ່ວຍພັດທະນາຊຸມຊົນ, ສະໜັບສະໜູນໂຮງໝໍ, ສຸກສາລາ, ໂຮງຮຽນ ແລະ ວຽກງານສາທາ ລະນະປະໂຫຍດທີ່ຈຳເປັນ. ສິ່ງສໍາ ຄັນໃຫ້ເພີ່ມທະວີສົ່ງເສີມຖ່າຍທອດ ເຕັກນິກການຜະລິດ, ການປູກຝັງ ແລະ ການລ້ຽງສັດແບບທັນສະໄໝ ໃຫ້ແກ່ປະຊາຊົນ ເພື່ອປະກອບສ່ວນ ຍົກລະດັບຄຸນນະພາບຊີວິດ, ຂັບ ເຄື່ອນການພັດທະນາເສດຖະກິດສັງຄົມ ຂອງແຂວງຄຳມ່ວນ ໃຫ້ ເຕີບໂຕຢ່າງໝັ້ນຄົງ ແລະ ຍືນຍົງ. ຂ່າວ: ມະນີວັນ ຄະນະປະສານງານຂອງສອງ ພາກສ່ວນ ແລະ ວຽກງານທີ່ເຮັດ ຮ່ວມກັນ ມີ 11 ວຽກ ຄື: ການ ປະຕິບັດພາລະບົດບາດຂອງສອງ ພາກສ່ວນ, ລະບຽບກ່ຽວກັບການ ປ່ອຍຕົວ, ການໂຍກຍ້າຍ, ການ ເຈັບປ່ວຍ ແລະ ການອອກປິ່ນປົວ, ການເສຍຊີວິດ, ການຖືພາມານ ແລະ ການເກີດລູກ (ກໍລະນີພິເສດ), ການຢ້ຽມຢາມ, ການເກັບກຳ ແລະ ລາຍງານສະຖິຕິເຂົ້າ-ອອກ ຂອງ ນັກໂທດ, ຜູ້ຖືກຫາ, ຜູ້ຖືກກັກຕົວ ແລະ ຜູ້ຖືກດັດສ້າງ; ການໂຄສະນາ ແລະ ສຶກສາອົບຮົມ; ວຽກງານອະ ໄພຍະໂທດ ແລະ ວຽກງານການ ປ່ອຍຕົວນັກໂທດກ່ອນກຳນົດ ໂດຍ ມີເງື່ອນໄຂ; ການຍື່ນຄໍາຮ້ອງ ຫລື ຄໍາສະເໜີອອກປິ່ນປົວ, ປ່ອຍຕົວ ກ່ອນກໍານົດໂດຍມີເງື່ອນໄຂ ແລະ ອື່ນໆ. ທ່ານ ໄຊຊະນະ ໄຊຍະວົງ ໃຫ້ຮູ້ ຕື່ມວ່າ: ຜ່ານການຈັດຕັ້ງປະຕິບັດ ບົດບັນທຶກຮ່ວມ ກົນໄກປະສານ ງານ ໄລຍະຜ່ານມາເຫັນວ່າ: ມີ ຜົນສຳເລັດເປັນສ່ວນໃຫຍ່ ໂດຍ ສະເພາະ ສຳເລັດເປີດກອງປະຊຸມ ປຶກສາຫາລືຮ່ວມກັບຄ້າຍຄຸມຂັງດັດສ້າງ 11 ຄັ້ງ, ໄດ້ແກ້ໄຂບັນຫາ ການອອກປິ່ນປົວຂອງຜູ້ຖືກຫາ 6 ຄົນ, ໄດ້ນະໂຍບາຍປ່ອຍນັກໂທດ ກ່ອນກຳນົດໂດຍມີເງື່ອນໄຂ 11 ຄົນ, ໄດ້ຄົ້ນຄວ້າພິຈາລະນາການ ໃຫ້ອະໄພຍະໂທດ ປະຈຳປີ 2026 ແລະ ໄດ້ແກ້ໄຂບັນຫາການກັກຂັງ ເກີນກຳນົດໄດ້ຈຳນວນໜຶ່ງ. ໃນກອງປະຊຸມຜູ້ເຂົ້າຮ່ວມຍັງໄດ້ ປະກອບຄໍາຄິດຄໍາເຫັນ ເພື່ອຫາລື ແກ້ໄຂບັນຫາທີ່ຍັງຄົງຄ້າງ ແລະ ບາງວຽກທີ່ປະຕິບັດຍັງບໍ່ທັນຄ່ອງ ໂຕ ເພື່ອເປັນເອກະພາບກັນ ໃນການ ຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ໄດ້ດີຂຶ້ນ ກວ່າເກົ່າ. ການຂັບເຄື່ອນເສດຖະກິດ-ສັງຄົມ ໃຫ້ນັບມື້ນັບດີຂຶ້ນ. ໂອກາດດຽວກັນ, ທ່ານທູດ ກໍໄດ້ ສະແດງຄວາມຂອບໃຈຕໍ່ການຕ້ອນ ຮັບຢ່າງອົບອຸ່ນ ຂອງທ່ານເລຂາພັກ ແຂວງ ພ້ອມດ້ວຍການນຳແຂວງ ອັດຕະປື. ພ້ອມທັງໄດ້ຢືນຢັນວ່າ ຈະສືບຕໍ່ຊຸກຍູ້ ແລະ ສົ່ງເສີມການ ພົວພັນຮ່ວມມື ລະຫວ່າງ ຈີນ-ລາວ ໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ ໂດຍ ສະເພາະ ການຊຸກຍູ້ໃຫ້ນັກລົງທຶນທີ່ ມີຄຸນນະພາບ ຈາກ ສປ ຈີນ ເຂົ້າມາ ລົງທຶນຢູ່ແຂວງອັດຕະປື ໃຫ້ຫລາຍ ຂຶ້ນ ໃນຂົງເຂດທີ່ແຂວງມີທ່າແຮງ ເພື່ອຮ່ວມກັນພັດທະນາເສດຖະກິດ ແລະ ຍົກລະດັບຊີວິດການເປັນຢູ່ ຂອງປະຊາຊົນໃຫ້ດີຂຶ້ນເລື້ອຍໆ. ພ້ອມນີ້, ທ່ານ ນາງ ຟາງຫົງ ຍັງໄດ້ມອບເງິນເພື່ອສະໜັບສະໜູນ ການສຶກສາ 5.000 ໂດລາສະຫະ ລັດ ແລະ ຊ່ວຍເຫລືອງົບປະມານ 120 ລ້ານກີບ ເພື່ອຈັດຊື້ອຸປະກອນ ເຂົ້າໃສ່ວຽກງານສື່ມວນຊົນ ຄະນະ ໂຄສະນາອົບຮົມແຂວງ ແລະ 60 ລ້ານກີບ ເພື່ອຈັດຊື້ອຸປະກອນຕ່າງໆ ແລະ ກໍ່ສ້າງພື້ນຖານໂຄງລ່າງ ໃຫ້ ຕາແສງນ້ຳກົງ ຊຶ່ງຫາກໍ່ສ້າງຕັ້ງໃໝ່ ຕາງໜ້າກ່າວຮັບໂດຍ ທ່ານ ບຸນເຖິງ ດວງສະຫວັນ. ຂ່າວ: ວິໄລສັກ ແກ້ວຫລວງໂຄດ ບໍລິສັດ​ໄດ້ມີບ່ອນຈອດລົດຈັກ ແລະ​ ໃຫຍ່ຕ່າງຫາກ,​ໃນກໍລະນີທີ່ລູກຄ້າ ເອົາລົດໄຟຟ້າມາເອງ​ ທາງບໍລິສັດ ອະນຸຍາດໃຫ້ຂີ່ຢູ່ບໍລິເວນເບື້ອງໃຕ້ ຂອງສວນສາທາລະນະ.​ຈຸດປະສົງ​ ກໍເພື່ອຫລີກເວັ້ນບໍ່ໃຫ້ເກີດອຸບັດເຫດ ຕໍ່ປະຊາຊົນທີ່ມາໃຊ້ບໍລິການໃນ ສວນສາທາລະນະ. ຍ້ອນແນວນັ້ນ​ ຢູ່ບໍລິເວນນີ້ຈຶ່ງມີການກວດກາຢ່າງ ເຂັ້ມງວດ​. ນອກນັ້ນ,​ພາຍໃນຕະຫລາດ​ຍັງ ມີສ​ ວນສະໜຸກຂ​ ະໜາດນ້ອຍ​ແລະ​ມີ ບໍລິການລົດຊິ້ງໄຟຟ້າ​ເພື່ອບໍລິການ ລູກຄ້າຜູ້ມາທ່ອງທ່ຽວ,​ຜູ້ເຮັດໜ້າທີ່ ໃນການບໍລິການ​ ກໍຄືລູກຈ້າງຂອງ ບໍລິສັດ ເປັນຄົນຫວຽດນາມ ຊຶ່ງຖື ພັດສະປອດຕ່າງດ້າວ ທີ່ສາມາດ ປະກອບອາຊີບຢູ່ລາວຢ່າງຖືກຕ້ອງ ຕາມລະບຽບກົດໝາຍ.​ກໍລະນີທີ່ນັກ ທ່ອງທ່ຽວຜູ້ມາທ່ຽວຊົມ ຫລື ລູກຄ້າ ທີ່ມາຫລິ້ນ,​ ມາໃຊ້ບໍລິການ ຖ້າມີ ອັນໃດບໍ່ເຂົ້າໃຈ​ ກໍສາມາດຕິດຕໍ່ ສອບຖາມນໍາພະນັກງານຜູ້ເຮັດໜ້າ ທີ່ບໍລິການ ແລະ​ ຮ້ານຂາຍເຄື່ອງ ພາຍໃນຕະຫລາດໄດ້. ທ່ານ​ ສີທົນ​ ແກ້ວພູວົງ​ ກ​່າວ ຕື່ມວ່າ: ໂຄງການພັດທະນາຈັດ ສັນ, ຄຸ້ມຄອງ​ ແລະ ບູລະນະສວນ ສາທາລະນະແຄມຂອງ ຢູ່​ນະຄອນ ປາກເຊ ແລະ​ ເມືອງໂພນທອງ ໄດ້ສຶກສາສຳຫລວດຄວາມເປັນ ໄປໄດ້ຂອງໂຄງການ ໃນເດືອນ ທັນວາ 2018 ແລະ​ ໄດ້ເຊັນສັນ ຍາສໍາປະທານ​ໂຄງການ ໃນຕົ້ນ ເດືອນກັນຍາ 2023; ກິດຈະກໍາ ຕົ້ນຕໍຂອງໂຄງການ​ປະກອບມີ ຕະຫລາດກາງຄືນ, ຕະຫລາດຫ້ອງ ແຖວຖາວອນ,​ ຮ້ານກາເຟ,​ ຮ້ານ ອາຫານ, ຮ້ານຂາຍເຄື່ອງທີ່ລະນຶກ ໃນນັ້ນ​, ຕະຫລາດກາງຄືນ​ ແລະ​ ສວນສະໜຸກ ຊຶ່ງການອອກແບບ ໃຫ້ມີຄວາມທັນສະໄໝ,​ ສາມາດ ຮອງຮັບຜູ້ປະກອບການ​ ຊື້​-ຂາຍ, ສາມາດຈັດຂາຍຍ່ອຍ ຂະໜາດ ນ້ອຍຕ່າງໆໄດ້ຕາມເໝາະສົມ, ໃຫ້ ບໍລິການຊື້​-ຂາຍ ແຕ່ເວລາ 17 ໂມງ ຫາ 22 ໂມງ.​ ພ້ອມນີ້, ກໍ ໄດ້ມີການເກັບມ້ຽນໃຫ້ມີຄວາມ ສະອາດ ເພື່ອໃຫ້ສາມາດບໍລິການຜູ້ ຊື້, ນັກທ່ອງທ່ຽວ ໂດຍເນັ້ນສິນຄ້າທີ່ ຜະລິດພາຍໃນແຂວງ​ເພື່ອເປັນການ ສົ່ງເສີມການຜະລິດຂອງປະຊາຊົນ.​ ສຳລັບໃນຕໍ່ໜ້າ​ນີ້​, ທາງບໍລິສັດ​ ຈະເອົາໃຈໃສ່ສ້າງປ້າຍຫ້າມ​ ແລະ​ ປ້າຍເຕືອນຕ່າງໆຕາມແຕ່ລະຈຸດ ໃຫ້ ລະອຽດຈະແຈ້ງ ເພື່ອສ້າງຄວາມ ຮັບຮູ້ເຂົ້າໃຈໃຫ້ແກ່ຜູ້ຄົນທີ່ມາທ່ຽວ ຊົມ.​ນອກນີ້,​ກໍຈະໄດ້ຝຶກອົບຮົມທັ​ ກ ສະ,​ວິທີການ​ແລະ​ເຕັກນິກ ໃນການ ບໍລິການ​ ໃຫ້ແກ່ພະນັກງານ ແລະ​ ກໍາມະກອນ ທີ່ເຮັດໜ້າທີ່ບໍລິການຢູ່ ສວນສາທາລະນະແຄມຂອງ​ ​ເພື່ອ ບໍລິການແຂກຄົນ ໃຫ້ນັບມື້ດີຂຶ້ນ ເລື້ອຍໆ. ຂ່າວ-​ ພາບ​: ທູນທອງໃຈ ການໄອຍະການປະຊາຊົນ ແລະ ຄ້າຍຄຸມຂັງ-ດັດສ້າງ ປະຕິບັດໜ້າທີ່ ວຽກງານໃຫ້ມີຄວາມວ່ອງໄວ ແລະ ທັນກັບສະພາບການປັດຈຸບັນ ຊຶ່ງ ທັງສອງພາກສ່ວນ ໄດ້ສ້າງບົດບັນ ທຶກຮ່ວມກົນໄກປະສານງານຂຶ້ນ ແຕ່ວັນທີ 20 ພຶດສະພາ 2025 ເປັນ ຕົ້ນມາ ໂດຍໄດ້ກຳນົດຈຸດປະສົງ, ພາລະບົດບາດ, ສິດ ແລະ ໜ້າທີ່,

RkJQdWJsaXNoZXIy MTc3MTYxMQ==