29/07/2026 xtgmf]k; 4 *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ]a f4t,q o8u dt-;'dko8j k'xtgmf ]k;{xkok,k rq [xtlv'/j kpglu ,0tspkplkprq ;ra oIj ;,,n ຂປລ. ໃນອາທິດຜ່ານມາ, ທ່ານ ທອງສະຫວັນ ພົມວິຫານ ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍ ກັບທ່ານ ຮາເວຍ ເອດົວໂດ ມາດ ຕິເນສ-ອາຊາ ບາສເກດ (Javier Eduardo Martinez-Acha Vasquez), ລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງ ສາທາລະ ນະລັດ ປານາມາ, ໃນໂອກາດເຂົ້າ ຮ່ວມກອງປະຊຸມປິ່ນອ້ອມກອງປະ ຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 59 ທີ່ນະຄອນຫລວງມານິ ລາ, ສາທາລະນະລັດຟິລິບປິນ. ການພົບປະໄດ້ດຳເນີນໄປໃນ ບັນຍາກາດອັນອົບອຸ່ນ, ເປັນກັນ ເອງ ແລະ ເຕັມໄປດ້ວຍຄວາມໄວ້ ເນື້ອເຊື່ອໃຈ ຊຶ່ງສະທ້ອນໃຫ້ເຫັນ ເຖິງເຈດຈໍານົງອັນດີງາມໃນການ ສົ່ງເສີມສາຍພົວພັນຮ່ວມມືລະ ຫວ່າງສອງພູມີພາກ. ທັງສອງຝ່າຍ ໄດ້ຕີລາຄາສູງຕໍ່ການຮ່ວມມືສອງ ຝ່າຍນັບຕັ້ງແຕ່ໄດ້ສ້າງຕັ້ງສາຍພົວ ພັນການທູດຮ່ວມກັນໃນວັນທີ 9 ກັນຍາ 2021 ເປັນຕົ້ນມາ, ພິເສດ ໃນປີ 2026 ນີ້ ແມ່ນຄົບຮອບ 5 ປີ ແຫ່ງການສ້າງຕັ້ງສາຍພົວພັນ ການທູດ. ໃນການພົບປະ, ທັງສອງຝ່າຍ ໄດ້ແລກປ່ຽນຄໍາຄິດຄໍາເຫັນກ່ຽວ ກັບແຜນການຮ່ວມມືໃນຕໍ່ໜ້າ ໂດຍ ໄດ້ຕົກລົງທີ່ຈະຂະຫຍາຍການຮ່ວມ ມືທາງດ້ານເສດຖະກິດ-ການຄ້າ ໃຫ້ ແໜ້ນແຟ້ນຍິ່ງຂຶ້ນ ໂດຍການສ້າງ ກົນໄກການຕິດຕໍ່ປະສານງານໂດຍ ກົງ ເພື່ອໃຫ້ການດໍາເນີນງານມີປະ ສິດທິພາບ. ພ້ອມກັນນີ້, ທັງສອງ ຝ່າຍ ຍັງໄດ້ຕົກລົງທີ່ຈະສືບຕໍ່ປຶກສາ ຫາລືກັນຢ່າງປະຈຳ ເພື່ອຊຸກຍູ້ການ ຮ່ວມມືໃນໄລຍະຍາວໃຫ້ມີຜົນເປັນ ຮູບປະທໍາ. ຂປລ. ເມື່ອບໍ່ດົນມານີ້, ທ່ານ ນາງ ວິທະຍາ ໄຊຍະວົງ ໄດ້ເຂົ້າ ຍື່ນສານຕາຕັ້ງຕໍ່ທ່ານ ໂມຮາ ເມັດ ມູອິສຊູ ປະທານາທິບໍດີ ແຫ່ງ ສາທາລະນະລັດມານດີບ ທີ່ສໍາ ນັກງານປະທານາທິບໍດີ, ນະຄອນ ຫລວງມາເລ, ສາທາລະນະລັດ ມານດີບ ເພື່ອດຳລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີ ອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະ ຈຳ ສາທາລະນະລັດມານດີບ ຊຶ່ງ ມີສຳນັກງານສະຖານທູດຕັ້ງຢູ່ນະ ຄອນຫລວງນິວແດນລີ ສ ອິນເດຍ. ໂອກາດນີ້, ທ່ານ ໂມຮາເມັດ ມູອິສຊູ ປະທານາທິບໍດີມານດີບ ໄດ້ ສະແດງຄວາມຊົມເຊີຍ ແລະ ຍິນ ດີຕ້ອນຮັບຕໍ່ທ່ານນາງ ວິທະຍາ ໄຊຍະວົງ ທີ່ໄດ້ຖືກແຕ່ງຕັ້ງໃຫ້ມາ ດຳລົງຕຳແໜ່ງເປັນເອກອັກຄະ ລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ ຄົນໃໝ່ ປະຈໍາ ສາທາລະນະລັດມານດີບ ເພື່ອປະ ຕິບັດໜ້າທີ່ອັນຊົງກຽດ ແລະ ສູງ ສົ່ງໃນຄັ້ງນີ້ ແລະ ເຊື່ອໝັ້ນວ່າ ດ້ວຍຄວາມຮູ້ຄວາມສາມາດ ແລະ ປະສົບການຂອງທ່ານຈະປະສົບ ຜົນສຳເລັດໃນການປະຕິບັດໜ້າທີ່ ອັນສຳຄັນໃນຄັ້ງນີ້. ພ້ອມນີ້, ທ່ານ ຍັງໄດ້ຝາກຄວາມຢື້ຢາມຖາມຂ່າວ ມາຍັງທ່ານ ທອງລຸນ ສີສຸລິດ ປະ ທານປະເທດ, ລັດຖະບານ ແລະ ປະຊາຊົນລາວ. ພ້ອມກັນນີ້, ທ່ານ ປະທານາທິບໍດີ ຍັງໄດ້ຕີລາຄາສູງຕໍ່ ສາຍພົວພັນມິດຕະພາບ ລາວ-ມານ ດີບ ຕະຫລອດໄລຍະເວລາ 14 ປີ. ສອງຝ່າຍໄດ້ມີການຊ່ວຍເຫລືອ ແລະ ສະໜັບສະໜູນຊຶ່ງກັນ ແລະ ກັນໃນຫລາຍຂອບການຮ່ວມມື ສອງຝ່າຍ-ຫລາຍຝ່າຍ ລວມເຖິງ ຂອບອົງການສະຫະປະຊາຊາດ (ສປຊ). ໂອກາດດັ່ງກ່າວ, ທ່ານ ນາງ ວິທະຍາ ໄຊຍະວົງ ເອກອັກຄະລັດ ຖະທູດລາວຄົນໃໝ່ ປະຈໍາມານດີບ ໄດ້ສະແດງຄວາມຂອບໃຈເປັນຢ່າງ ສູງຕໍ່ປະທານາທິບໍດີ ແລະ ນຳເອົາ ຄວາມຢື້ຢາມຖາມຂ່າວອັັນອົບອຸ່ນ ແລະ ພອນໄຊອັນປະເສີດຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິ ໂຮງໝໍມິດຕະພາບ...ໍິ ຢູ່ພາຍໃນປະເທດ. ທ່ານ ສອນໄຊ ລາດຊະວົງ ຜູ້ອຳນວຍການຂອງໂຮງໝໍມິດຕະ ພາບ ລາຍງານໃຫ້ຮູ້ໃນອາທິດຜ່ານ ມາວ່າ: ໂຮງໝໍມິດຕະພາບເປັນແຫ່ງ ທຳອິດໃນ ສປປ ລາວ ທີ່ເຮັດພາລະ ບົດບາດການປິ່ນປົວຄົນເຈັບທີ່ເປັນ ພະຍາດໄຂ່ຫລັງຊຸດໂຊມ ແບບ ກະທັນຫັນ ແລະ ຊໍ່າເຮື້ອ ຊຶ່ງເລີ່ມ ການປິ່ນປົວຟອກໄຂ່ຫລັງ (ການ ຟອກເລືອດ) ແຕ່ປີ 1994 ເປັນ ຕົ້້ນມາ ແລະ ມີແຜນການປິ່ນປົວ ດ້ວຍການປູກຖ່າຍໄຂ່ຫລັງ ຊຶ່ງເປັນ ການພັດທະນາຍົກສູງການບໍລິການ ປິ່ນປົວໃຫ້ສູງຂຶ້ນ ເພື່ອໃຫ້ຄົນເຈັບທີ່ ມີຄວາມຈຳເປັນ ແລະ ມີເງື່ອນໄຂ ສາມາດປ່ຽນຖ່າຍໄຂ່ຫລັງໄດ້ຢູ່ ໃນໂຮງໝໍລັດຂອງປະເທດເຮົາ ຊຶ່ງ ກະຊວງສາທາລະນະສຸກ ໄດ້ຮັບ ຮອງ ແລະ ອະນຸຍາດໃຫ້ສອງໂຮງ ໝໍລັດ ເຮັດການຜ່າຕັດປູກຖ່າຍໄຂ່ ຫລັງໃນ ສປປ ລາວ ຄື: ໂຮງໝໍ ມິດຕະພາບ ແລະ ໂຮງໝໍສູນກາງ 103 ກອງທັບ. ການດໍາເນີນການ ປູກຖ່າຍໄຂ່ຫລັງແມ່ນເຕັກນິກ ສູງສຸດຂອງການປິ່ນປົວພະຍາດ ໄຂ່ຫລັງຊຸດໂຊມຊໍ່າເຮື້ອໄດ້ຈັດຕັ້ງ ປະຕິບັດທີ່ໂຮງໝໍມິດຕະພາບ ໂດຍ ພາຍໃຕ້ແຜນພັດທະນາ ແລະ ຍົກ ສູງຄຸນນະພາບການບໍລິການປິ່ນປົວ ຮັກສາສຸຂະພາບຂອງກະຊວງສາ ທາລະນະສຸກ ກໍຄື ແຜນດໍາເນີນ ງານຂອງໂຮງໝໍມິດຕະພາບພາຍ ໃຕ້ໂຄງການຮ່ວມມືທາງດ້ານວິຊາ ການທີ່ບໍ່ຫວັງຜົນກຳໄລ ຫລື ມີ ທຸລະກິດແອບແຝງ, ໂຄງການດັ່ງ ກ່າວ ເພື່ອຍົກສູງຄຸນນະພາບການ ບໍລິການປິ່ນປົວຮ່ວມກັນກັບໂຮງໝໍ ລາມາທິບໍດີ ປະເທດໄທ ພາຍໃຕ້ ການເຊັນ MOU ຮ່ວມກັນໃນປີ 2023 ຊຶ່ງໄດ້ຈັດການຝຶກອົບຮົມ ຢ່າງເປັນລະບົບ ພ້ອມທັງໄປອົບຮົມ ໄລຍະສັ້ນທີ່ສູນປູກຖ່າຍອະໄວຍະວະ ທີ່ໂຮງໝໍລາມາທິບໍດີ ປະເທດໄທ ແລະ ຢູ່ໃນພະແນກໄຂ່ຫລັງໂຮງໝໍ ມິດຕະພາບ. ປະໄຕ ປະຊາຊົນລາວ, ລັດຖະບານ ແລະ ປະຊາຊົນລາວ ຝາກເຖິງທ່ານ ໂມຮາເມັດ ມູອິສຊູ ປະທານາທິບໍດີ ແຫ່ງ ສາທາລະນະລັດ ມານດີບ ແລະ ປະຊາຊົນມານດິບທຸກຖ້ວນ ໜ້າ. ພ້ອມກັນນີ້, ທ່ານເອກອັກຄະ ລັດຖະທູດລາວ ໄດ້ສະແດງຄວາມ ຂອບໃຈຢ່າງສູງຕໍ່ສາຍພົວພັນ ແລະ ມິດຕະພາບອັນດີ, ການຮ່ວມມືທີ່ ແໜ້ນແຟ້ນຂອງສອງຝ່າຍລວມ ເຖິງການສະໜັບສະໜູນເຊິ່ງກັນ ແລະ ກັນໃນເວທີພາກພື້ນ ແລະ ສາກົນຕະຫລອດໄລຍະຜ່ານມາ. ພ້ອມໄດ້ກ່າວວ່າໃນໄລຍະປະຕິບັດ ໜ້າທີ່ໆສໍາຄັນໃນຄັ້ງນີ້ ຈະສົ່ງເສີມ ການພົວພັນຮ່ວມມືສອງຝ່າຍໃຫ້ ກວ້າງຂວາງຂຶ້ນເພື່ອເສີມຂະຫຍາຍ ສາຍພົວພັນມິດຕະພາບຂອງສອງ ປະເທດໃຫ້ນັບມື້ນັບແໜ້ນແຟ້ນດີ ຍິ່ງໆຂຶ້ນ. ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະ ລັດ ມານດີບ ໄດ້ສ້າງຕັ້ງສາຍພົວພັນ ການທູດຮ່ວມກັນໃນວັນທີ 10 ກຸມພາ 2012. m6 f]k; pnj olko8k8A '8 xtmkokmy [= fu csj ' lkmk]tot]a f,kofu [ + ວາລະສານອະລຸນໃໝ່...ຸ່ ຄະນະຜູ້ແທນ ສປປ ລາວ...ູ້ ການສະພາທິດສະດີສູນກາງພັກ ແລະ ຝ່າຍຫວຽດນາມ ນຳໂດຍ ສະຫາຍ ຫງວຽນ ຫງັອກ ຮາ ຮອງ ຫົວໜ້າບັນນາທິການໃຫຍ່ ວາລະ ສານກົງສ້ານ ພັກກອມມູນິດຫວຽດ ນາມ, ມີສະຫາຍ ຫີນເພັດ ໄຊຍະ ສີພັນດອນ ຮັກສາການຫົວໜ້າ ບັນນາທິການໃຫຍ່ວາລະສານອະ ລຸນໃໝ່, ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງສອງຝ່າຍເຂົ້າຮ່ວມ. ສະຫາຍ ຄຳມອນ ຈັນທະຈິດ ໄດ້ກ່າວວ່າ: ວາລະສານອະລຸນໃໝ່ ແລະ ວາລະສານກົງສ້ານ ເປັນອົງ ການທິດສະດີການເມືອງຂອງສອງ ພັກທີ່ຮັບຜິດຊອບໜ້າທີ່ສຳຄັນໃນ ການຄົ້ນຄວ້າ, ເຜີຍແຜ່ແນວທາງ ແລະ ນະໂຍບາຍຂອງພັກ, ພ້ອມທັງ ປົກປ້ອງອຸດົມການຂອງພັກໃນສະ ພາບການໃໝ່ ຊຶ່ງຕະຫລອດໄລຍະ ຜ່ານມາ, ສອງວາລະສານໄດ້ຮັກສາ ການພົວພັນຮ່ວມມືອັນດີງາມ ໂດຍ ຜ່ານການແລກປ່ຽນຄະນະຜູ້ແທນ, ການແລກປ່ຽນບົດຄວາມ, ການຝຶກ ອົບຮົມບຸກຄະລາກອນ ແລະ ການ ແລກປ່ຽນປະສົບການວິຊາການ ອັນໄດ້ສ້າງຜົນສຳເລັດທີ່ເປັນຮູບ ປະທຳ. ໄລຍະຜ່ານມາ, ສອງວາລະ ສານໄດ້ຮັກສາ ແລະ ເສີມຂະຫຍາຍ ການຮ່ວມມືອັນໃກ້ຊິດ ແລະ ສະໜິດ ສະໜົມ ຊຶ່ງວາລະສານອະລຸນໃໝ່ ແລະ ວາລະສານກົງສ້ານ ໄດ້ລົງ ນາມໃນບົດບັນທຶກການຮ່ວມມື ເພື່ອການພັດທະນາພາກພື້ນທີ່ເຂັ້ມ ແຂງຍິ່ງຂຶ້ນ ແລະ ນໍາເອົາໝາກຜົນ ໃນປີ 2022. ໃນນັ້ນ, ໄດ້ກຳນົດ ຂອບເວລາໃນການຮ່ວມມື 20232027 ໂດຍຜ່ານການແລກປ່ຽນ ຄະນະຜູ້ແທນຂອງສອງຝ່າຍ, ການ ແລກປ່ຽນບົດຄວາມ, ບົດຂຽນ ດ້ານວິຊາການ, ການຍົກລະສູງ ຄຸນນະພາບວຽກງານວາລະສານ ຊຶ່ງສາມາດນຳບົດຂຽນຂອງວາລະ ສານກົງສ້ານຕີພິມເຜີຍແຜ່ລົງໃນວາ ລະສານອະລຸນໃໝ່ ໄດ້ຫລາຍກວ່າ 30 ບົດຄວາມ; ການຈັດຕັ້ງຝຶກອົບ ຮົມ ແລະ ແລກປ່ຽນບົດຮຽນ-ວິຊາ ສະເພາະໃຫ້ແກ່ພະນັກງານວາລະ ສານອະລຸນໃໝ່, ອັນທີ່ພົ້ນເດັ່ນ ແມ່ນການໃຫ້ການຊ່ວຍເຫລືອໃນ ການຝຶກອົບຮົມເວັບໄຊ, ການສ້າງ ເວັບໄຊ (ວາລະສານເອເລັກໂຕຣ ນິກ), ພ້ອມນັ້ນກໍໄດ້ໃຫ້ການສະໜັບ ສະໜູນອຸປະກອນຮັບໃຊ້ວຽກງານ ວາລະສານອະລຸນໃໝ່ຈຳນວນໜຶ່ງ. ສຳລັບຄະນະຜູ້ແທນວາລະສານອະ ລຸນໃໝ່ ກໍໄດ້ໄປແລກປ່ຽນບົດຮຽນ ແລະ ເຮັດວຽກຢູ່ ສສ ຫວຽດນາມ ໃນໄລຍະຜ່ານມາ, ສົ່ງພະນັກງານ ວາລະສານອະລຸນໃໝ່ຂັ້ນກົມ, ພະແນກ ແລະ ວິຊາການເຂົ້າຮ່ວມ ການຝຶກອົບຮົມໃນຫົວຂໍ້ຕ່າງໆ. ພ້ອມກັນນັ້ນ, ກໍໄດ້ຕ້ອນຮັບຄະນະ ຜູ້ແທນວາລະສານກົງສ້ານມາແລກ ປ່ຽນບົດຮຽນ ແລະ ເຮັດວຽກຢູ່ ສປປ ລາວ. ການພົບປະຄັ້ງນີ້, ສະຫາຍ ຄຳມອນຈັນທະຈິດຍັງມີບາງຄຳເຫັນ ແລກປ່ຽນ ເພື່ອສືບຕໍ່ຜັນຂະຫຍາຍ ບົດບັນທຶກການຮ່ວມມືເປັນຕົ້ນສືບ ຕໍ່ເພີ່ມທະວີສາຍພົວພັນການຮ່ວມມື ລະຫວ່າງສອງວາລະສານ ຊຶ່ງຈະ ໄດ້ສືບຕໍ່ລົງນາມບົດບັນທຶກການ ຮ່ວມມືໃນປີ 2027, ຈະໄດ້ກຳນົດ ແລະ ວາງຂອບການຮ່ວມມືຢ່າງມີ ຈຸດສຸມແນໃສ່ແກ້ໄຂບັນຫາຈຳເປັນ ແລະ ຮີບດ່ວນຂອງສອງຝ່າຍ; ສືບ ຕໍ່ການປະຊຸມພົບປະ, ແລກປ່ຽນ ຄະນະຜູ້ແທນຫລາຍລະດັບ ຂອງ ສອງວາລະສານຢ່າງຕໍ່ເນື່ອງ ເພື່ອ ຮັດແໜ້ນຄວາມສາມັກຄີ, ເສີມຂະ ຫຍາຍມູນເຊື້ອອັນດີງາມ, ຄວາມ ສະມັກຄີພິເສດ, ການຮ່ວມມືຮອບ ດ້ານ ແລະ ເປັນຫຸ້ນສ່ວນຍຸດທະສາດ ທີ່ສອງພັກໄດ້ລົງນາມໃຫ້ມີປະສິດທິ ຜົນສູງສຸດ; ສືບຕໍ່ຈັດຝຶກອົບຮົມຫົວຂໍ້ ສະເພາະໃຫ້ພະນັກງານວາລະສານ ອະລຸນໃໝ່ ໄດ້ຍົກລະດັບທາງດ້ານ ວິຊາການຢ່າງຕໍ່ເນື່ອງ ແລະ ມີ ລັກສະນະລົງເລິກ ເປັນຕົ້ນ ບົດຮຽນ ໃນການຂຽນບົດຄວາມ, ບົດຂ່າວ ແລະ ບັນນາທິການໃນແຕ່ລະຂົງ ເຂດໃຫ້ຫັນເປັນມືອາຊີບ; ສະເໜີ ໃຫ້ສອງວາລະສານມີຫົວຂໍ້ຄົ້ນຄວ້າ ດ້ານທິດສະດີ-ພຶດຕິກຳຮ່ວມກັນ ເພື່ອມີເງື່ອນໄຂຮຽນຮູ້ເຊິ່ງກັນ ແລະ ກັນ, ແລກປ່ຽນຂໍ້ມູນກັນ ແລະ ນຳ ເອົາບົດຮຽນໃນການສຳມະນາ ແລກປ່ຽນນັ້ນມາລົງວາລະສານ ໃຫ້ມີເນື້ອໃນອຸດົມສົມບູນ; ສະເໜີ ໃຫ້ສ້າງກົນໄກປະສານງານໂດຍ ກົງທາງດ້ານວິຊາການ, ວິຊາສະ ເພາະເພື່ອແລກປ່ຽນບັນຫາຕ່າງໃຫ້ ມີຄວາມສະດວກ, ວ່ອງໄວ ໂດຍສະ ເພາະການປະສານງານຂອງສອງ ວາລະສານ. ຂ່າວ: ກິດຕາ; ພາບ: ເກດສະໜາ ຕົວຈິງມາສູ່ປະຊາຊົນ. ເວທີປຶກສາ ຫາລືແມ່ນໍ້າຂອງແມ່ນຖືກຈັດຂຶ້ນ ທຸກໆປີ ຊຶ່ງເປັນຄັ້ງທີ 12 ແລ້ວ. ພິເສດປີນີ້ ແມ່ນໜຶ່ງໃນກິດຈະກໍາ ເພື່ອສະເຫລີມສະຫລອງ ຄົບຮອບ 30 ປີ ແຫ່ງການສ້າງຕັ້ງສະຖາບັນ ແມ່ນໍ້າຂອງ ແລະ ພາຍໃຕ້ການ ເປັນປະທານສະພາບໍລິຫານງານ ສະຖາບັນແມ່ນໍ້າຂອງ ສປປ ລາວ ອີກດ້ວຍ. ໃນວັນດຽວກັນ, ທ່ານ ສົມບູນ ສີຫານາດ ໄດ້ເປັນປະທານກອງ ປະຊຸມປຶກສາຫາລືລະຫວ່າງສະ ພາບໍລິຫານງານສະຖາບັນແມ່ນໍ້າ ຂອງ ແລະ ຄູ່ຮ່ວມພັດທະນາ ( M e k o n g I n s t i t u t e Council Consultation with Development Partners) ເພື່ອ ປຶກສາຫາລື ແລະ ແລກປ່ຽນຄວາມ ຄິດເຫັນກ່ຽວກັບກາລະໂອກາດ ແລະ ຂົງເຂດການພັດທະນາພາກ ພື້ນແມ່ນໍ້າຂອງທີ່ເປັນບຸລິມະສິດ ແລະ ມີຄວາມສົມໃຈຮ່ວມກັນແນ ໃສ່ເພີ່ມທະວີການຮ່ວມມືລະຫວ່າງ ສະຖາບັນແມ່ນໍ້າຂອງ ແລະ ຄູ່ຮ່ວມ ພັດທະນາໃນປັດຈຸບັນ ກໍຄື ໃນຕໍ່ ໜ້າ ໂດຍສະເພາະການຊຸກຍູ້ການ ຈັດຕັ້ງປະຕິບັດແຜນຍຸດທະສາດ ຂອງສະຖາບັນແມ່ນໍ້າຂອງ 20262030 ໃຫ້ເປັນຮູບປະທໍາ ແລະ ປະ ກອບສ່ວນເຂົ້າໃນການເຊື່ອມໂຍງ ພາກພື້ນໃຫ້ມີໝາກຜົນຍິ່ງໆຂຶ້ນ. ພ້ອມກັນນີ້, ທ່ານ ສົມບູນ ສີຫານາດ ໄດ້ສືບຕໍ່ເປັນປະທານ ກອງປະຊຸມສະພາບໍລິຫານງານ ສະຖາບັນແມ່ນໍ້າຂອງ (Mekong Institute Council Meeting) ຄັ້ງທີ 1 ປະຈຳປີ 2026 ຊຶ່ງໄດ້ ທົບທວນຄືນການຈັດຕັ້ງປະຕິບັດ ວຽກງານຂອງສະຖາບັນແມ່ນໍ້າ ຂອງ ໃນໄລຍະ 6 ເດືອນຕົ້ນປີ 2026ແລະວາງແຜນທິດທາງການ ຮ່ວມມືໃນຕໍ່ໜ້າ ໂດຍສະເພາະໄດ້ ຮັບຮອງເອົາບັນດາເອກະສານສຳ ຄັນຫລາຍສະບັບສຳລັບການບໍລິ ຫານງານພາຍໃນສະຖາບັນດັ່ງ ກ່າວ. ອັນພົ້ນເດັ່ນແມ່ນໄດ້ຮັບຮອງ ເອົາການແຕ່ງຕັ້ງທ່ານ ອານຸລັກ ກິດຕິຄຸນ ເປັນຜູ້ອຳນວຍການສະ ຖາບັນແມ່ນໍ້າຂອງຜູ້ໃໝ່ຢ່າງເປັນ ທາງການ ຊຶ່ງຖືເປັນພົນລະເມືອງ ລາວຄົນທຳອິດ ແລະ ຈະເລີ່ມປະ ຕິບັດໜ້າທີ່ດັ່ງກ່າວ ນັບແຕ່ວັນທີ 1 ກັນຍາ 2026 ເປັນຕົ້ນໄປ, ລວມ ທັງໄດ້ຮັບຮອງເອົາການແຕ່ງຕັ້ງ ສ ເກົາຫລີ ເປັນທີ່ປຶກສາຂອງສະ ພາບໍລິຫານງານສະຖາບັນແມ່ ນໍ້າຂອງ. ກອງປະຊຸມສະພາບໍລິຫານງານ ສະຖາບັນແມ່ນໍ້າຂອງຄັ້ງຕໍ່ໄປຈະ ຈັດຂຶ້ນພາຍໃຕ້ການເປັນເຈົ້າພາບ ແລະ ເປັນປະທານຂອງ ສປປ ລາວ ໃນທ້າຍປີ 2026 ນີ້. ໂຮງໝໍມິດຕະພາບໄດ້ສ້າງຕັ້ງ ທີມປູກຖ່າຍໄຂ່ຫລັງ ໂດຍມີຂໍ້ຕົກລົງ ຂອງຜູ້ອຳນວຍການ ແລະ ພາຍໃຕ້ ການຊີ້ນໍາໂດຍກົງຈາກຄະນະອໍາ ນວຍການໂຮງໝໍ ແລະ ທີມວິຊາ ການ ຊຶ່ງປະກອບດ້ວຍທີມໝໍໄຂ່ ຫລັງ, ໝໍຜ່າຕັດ, ໝໍວາງຢາສະ ຫລົບ, ໝໍຫົວໃຈ, ໝໍເບົາຫວານ, ໝໍຊຶມເຊື້ອ, ການຢາ, ໝໍສຸຂະພາບ ຈິດ, ທີມພະຍາບານໄຂ່ຫລັງ, ພະ ຍາບານສົ່ງເຄື່ອງມື ແລະ ນັກໂພ ຊະນາການ ຊຶ່ງແມ່ນທີມງານທີ່ ເຮັດວຽກເປັນທີມທີ່ເຂົ້າໃຈກັນແບບ ເປັນຕ່ອງໂສ້. ການກະກຽມຄົນ ເຈັບເຂົ້າສູ່ຂະບວນການປູກຖ່າຍ ໄຂ່ຫລັງແມ່ນໄດ້ປະຕິບັດຕາມກົດ ໝາຍການປິ່ນປົວຂອງກະຊວງ ສາທາລະນະສຸກ, ທາງໂຮງໝໍໄດ້ ເຮັດໜັງສືສະເໜີຂໍອະນຸມັດຜ່ານ ທາງກົມປິ່ນປົວ ແລະ ຫ້ອງການ ກະຊວງສາທາລະນະສຸກ ໃນການ ດຳເນີນການປູກຖ່າຍໄຂ່ຫລັງທີ່ ໂຮງໝໍມິດຕະພາບແຕ່ເດືອນພະຈິກ ປີ 2024 ຊຶ່ງໄດ້ເຮັດກໍລະນີທຳ ອິດ. ນອກນັ້ນ, ຍັງໄດ້ປະຕິບັດຕາມ ກົດໝາຍບ້ານເມືອງ (ມີໃບຢັ້ງຢືນ ຈາກບ້ານ ແລະ ອຳນາດການປົກ ຄອງເມືອງ) ເພື່ອປ້ອງກັນ ແລະ ຫລີກລ່ຽງການຊື້-ຂາຍອະໄວຍະ ວະ. ການປູກຖ່າຍໄຂ່ຫລັງໂດຍສະ ມັກໃຈ ແລະ ຜູ້ບໍລິຈາກໄຂ່ຫລັງເປັນ ສາຍຍາດໂດຍຕົງ ຊຶ່ງສາມາດພິສູດ ໄດ້ທາງກົດໝາຍບ້ານເມືອງ ແລະ ການພິສູດທາງວິທະຍາສາດDNA. ການກະກຽມຄົນເຈັບກ່ອນເຂົ້າສູ່ ການປູກຖ່າຍໄຂ່ຫລັງແມ່ນໄດ້ຜ່ານ ທີ່ປະຊຸມກະກຽມຮ່ວມກັນສອງ ຝ່າຍ (ທີມປູກຖ່າຍຂອງໂຮງໝໍມິດ ຕະພາບ ແລະ ໂຮງໝໍລາມາທິບໍດີ) ຢ່າງນ້ອຍ 4 ຄັ້ງກ່ອນການດຳເນີນ ການຜ່າຕັດ. ພາຍຫລັງສຳເລັດ ການຜ່າຕັດໄດ້ຕິດຕາມຄົນເຈັບທັງ ຜູ້ບໍລິຈາກໄຂ່ຫລັງ ແລະ ຜູ້ຮັບໄຂ່ ຫລັງຕາມຫລັກວິຊາການຢ່າງເປັນ ລະບົບ. ຢ່າງໃດກໍຕາມ, ໂຮງໝໍມິດຕະ ພາບໄດ້ສໍາເລັດການຜ່າຕັດປູກຖ່າຍ ໄຂ່ຫລັງກໍລະນີທໍາອິດໃນວັນທີ 18 ພະຈິກ 2024 ແລະ ກໍລະນີ ທີ 2 ໃນວັນທີ 8 ຕຸລາ 2025 ພາຍຫລັງ ການປູກຖ່າຍໄຂ່ຫລັງສຳເລັດໄດ້ ຕິດຕາມສຸຂະພາບ, ຕາມໝໍນັດຢ່າງ ເປັນປົກກະຕິຢູ່ໂຮງໝໍມິດຕະພາບ ຊຶ່ງບໍ່ຫຍຸ້ງຍາກ ແລະ ບໍ່ຈໍາເປັນເດີນ ທາງໄປຕ່າງປະເທດ. ປັດຈຸບັນ, ທັງສອງກໍລະນີມີສຸຂະພາບດີ, ມີ ຊີວິດໃໝ່ກັບຄືນມາໃຊ້ຊີວິດຢ່າງ ເປັນປົກກະຕິ. ຜົນສໍາເລັດດັ່ງກ່າວ, ສະທ້ອນໃຫ້ເຫັນເຖິງສັກກະຍາພາບ ຄວາມພ້ອມທາງດ້ານວິຊາການ ແລະ ສິ່ງອຳນວຍຄວາມສະດວກ ຕ່າງໆຂອງໂຮງໝໍມິດຕະພາບ. ຂ່າວ-ພາບ: ທະນູທອງ
RkJQdWJsaXNoZXIy MTc3MTYxMQ==