7330

ຫັນເປັນດີຈິຕອນ ແລະ ທັນສະໄໝ, ການປະຕິບັດຄຳຕັດສິນຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດ, ການ ເຄື່ອນໄຫວວຽກງານການຕ່າງ ປະເທດ, ການປັບປຸງການຈັດຕັ້ງ ແຕ່ລະຂັ້ນ, ການປະກາດສ້າງຕັ້ງ ຕາແສງ ແລະ ອື່ນໆ ລ້ວນແຕ່ສືບ ຕໍ່ມີຄວາມຄືບໜ້າເປັນກ້າວໆ. ຄຽງຄູ່ກັບຜົນສຳເລັດດັ່ງກ່າວ ກໍຍັງມີວຽກງານຈຳນວນໜຶ່ງທີ່ ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂໃຫ້ ມີການຫັນປ່ຽນດີຂຶ້ນກວ່າເກົ່າ ເປັນ ຕົ້ນບັນຫາສະແກມເມີ, ບັນຫາຢາ ເສບຕິດ, ອຸບັດເຫດຕາມທ້ອງຖະໜົນ, ອັກຄີໄພ, ຂີ້ລັກງັດແງະ ແລະ ການ ສ້າງຄວາມບໍ່ສະຫງົບຢູ່ພາຍໃນ ສັງຄົມ; ບັນຫາໄຟຟ້າຕົກ, ການ ສະໜອງນໍ້າປະປາບໍ່ທັນພຽງພໍ; ການລັກລອບຂຸດຄົ້ນຊັບພະຍາກອນ ທຳມະຊາດ, ການລັກລອບຄົນ ເຂົ້າ-ອອກເມືອງ, ບັນຫາຂີ້ລັກປຸ້ນຈີ້ຊີງຊັບ, ການພັດທະນາຊົນ ນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ; ການຄຸ້ມຄອງລາ ຄາສິນຄ້າ; ຄວາມຕື່ນຕົວເປັນເຈົ້າ ໃນການຈັດຕັ້ງປະຕິບັດທິດຊີ້ນໍາ ຂອງລັດຖະບານ; ການພັດທະ ນາ-ປັບປຸງພື້ນຖານໂຄງລ່າງເສັ້ນ ທາງ ແລະ ອື່ນໆ. ສໍາລັບວາລະທີ 2:ໍັີ ກອງປະຊຸມ ເຫັນດີດ້ານຫລັກການຮັບຮອງ ເອົາຜົນການຄົ້ນຄວ້າປັບປຸງບັນ ຊີກິດຈະການຄວບຄຸມຕາມກົດ ໝາຍວ່າດ້ວຍການສົ່ງເສີມການ ລົງທຶນ ໂດຍຫລຸດລົງຈາກ 44 ລາຍການເປັນ 20 ລາຍການ ເພື່ອ ໃຫ້ສອດຄ່ອງກັບທ່າອ່ຽງການ ພັດທະນາເສດຖະກິດ-ສັງຄົມ ກໍຄື ກົດໝາຍທີ່ກ່ຽວຂ້ອງ. ວາລະທີ 3:ີ ກອງປະຊຸມເຫັນດີ ດ້ານຫລັກການຮັບຮອງເອົາບັນດາ ຮ່າງກົດໝາຍທີ່ຈະນຳເຂົ້າຜ່ານ ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ຈຳນວນ 16 ສະບັບ. ໃນນັ້ນ, ມີ ກົດໝາຍສ້າງໃໝ່ 2 ສະບັບ ແລະ ປັບປຸງ 14 ສະບັບ. ກອງປະຊຸມ ໄດ້ຊີ້ນໍາກະຊວງ-ອົງການ ແລະ ພາກສ່ວນກ່ຽວຂ້ອງສືບຕໍ່ນຳເອົາ ຮ່າງກົດໝາຍທີ່ຢູ່ໃນຄວາມຮັບ ຜິດຊອບຂອງຂະແໜງການຕົນໄປ ປັບປຸງຕື່ມບາງຈຸດໃຫ້ມີເນື້ອໃນຄົບ ຖ້ວນສົມບູນຂຶ້ນກວ່າເກົ່າ. ວາລະທີ 4:ີ ກອງປະຊຸມເຫັນດີ ດ້ານຫລັກການຮັບຮອງເອົາຮ່າງ ນິຕິກໍາ ຈໍານວນ 4 ສະບັບຄື: ຮ່າງ ມະຕິວ່າດ້ວຍການພັດທະນາຊັບ ພະຍາກອນມະນຸດທີ່ມີຄຸນນະພາບ ຕອບສະໜອງການພັດທະນາໃນ ເງື່ອນໄຂໃໝ່, ຮ່າງກົດໝາຍວ່າ ດ້ວຍການປົກປ້ອງເງິນຝາກ, ຮ່າງ ກົດໝາຍວ່າດ້ວຍການຈະລາຈອນ ທາງບົກແລະຮ່າງກົດໝາຍວ່າດ້ວຍ ນາຍທະຫານກອງທັບປະຊາຊົນ ລາວ. ກອງປະຊຸມໄດ້ຊີ້ນໍາໃຫ້ພາກ ສ່ວນກ່ຽວຂ້ອງນໍາເອົາບັນດາຮ່າງ ນິຕິກໍາດັ່ງກ່າວ ໄປປັບປຸງໃຫ້ມີເນື້ອ ໃນຄົບຖ້ວນສົມບູນ, ລະອຽດ-ຈະ ແຈ້ງ, ຮັດກຸມ ແລະ ສອດຄ່ອງກັບ ທິດທາງການພັດທະນາເສດຖະ ກິດ-ສັງຄົມໃນຕໍ່ໜ້າ ເພື່ອນຳສະ ເໜີຕໍ່ກອງປະຊຸມສະພາແຫ່ງຊາດ ພິຈາລະນາຮັບຮອງ. ສໍາລັບແຜນວຽກຈຸດສຸມໃນ ເດືອນສິງຫາ 2026 ລັດຖະບານ ຈະໄດ້ສືບຕໍ່ເອົາໃຈໃສ່ປະຕິບັດວຽກ ຈຸດສຸມທີ່ສໍາຄັນຈໍານວນໜຶ່ງດັ່ງນີ້: ສືບຕໍ່ສຸມໃສ່ຮັບປະກັນສະຖຽນ ລະພາບທາງດ້ານການເມືອງໃຫ້ ໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໃນ ຂອບເຂດທົ່ວປະເທດ, ແກ້ໄຂປະ ກົດການຫຍໍ້ທໍ້ຕ່າງໆໃນສັງຄົມໃຫ້ ເຂັ້ມງວດ ແລະ ເດັດຂາດກວ່າເກົ່າ; ຕິດຕາມ ແລະ ຕອບໂຕ້ ບັນດາຂ່າວ ບິດເບືອນ ແລະ ໃສ່ຮ້າຍປ້າຍສີ ຕ່າງໆ; ກະກຽມຄວາມພ້ອມຮອບ ດ້ານໃນການຮັບມືກັບໄພນໍ້າຖ້ວມ ເພື່ອຊ່ວຍເຫລືອປະຊາຊົນເຂດນ້ຳ ຖ້ວມໃຫ້ທັນການ ແລະ ປອດໄພ. ສຸມໃສ່ການເກັບລາຍຮັບງົບ ປະມານຈາກແຫລ່ງລາຍຮັບທີ່ມີ ແລ້ວໃຫ້ຄົບຖ້ວນ, ເລັ່ງທວງໜີ້ ຕ້ອງຮັບທີ່ຍັງຄ້າງຊຳລະ, ໜີ້ສິນ ຄ່າບິນຜ່ານນ່ານຟ້າ ແລະ ອື່ນໆ, ລວມເຖິງການເກັບຄ່າທຳນຽມ ແລະ ຄ່າບໍລິການຕ່າງໆຢູ່ບັນດາ ຂະແໜງການ ແລະ ດ່ານສາກົນ; ຮີບຮ້ອນຄົ້ນຄວ້ານະໂຍບາຍ, ກົນໄກການຄຸ້ມຄອງຮ້ານຄ້າ-ປອດ ພາສີໃນຕົວເມືອງ ເພື່ອກະຕຸ້ນກຳ ລັງຊື້ຂອງນັກທ່ອງທ່ຽວ; ສືບຕໍ່ ຄົ້ນຄວ້ານະໂຍບາຍພິເສດສຳລັບ ການພັດທະນາແຂວງຫົວພັນ ແລະ ແຂວງຜົ້ງສາລີ ໃຫ້ສຳເລັດພາຍໃນ ເດືອນສິງຫາ 2026. ຕິດຕາມລາຄານໍ້າມັນໃນຕະ ຫລາດໂລກຢ່າງໃກ້ຊິດ ແລະ ກຽມ ພ້ອມຮັບມືຕໍ່ຄວາມສ່ຽງໃນການ ຂາດແຄນ ແລະ ເພີ່ມຂຶ້ນຂອງລາຄາ ນໍ້າມັນເຊື້ອໄຟ ເພື່ອຮັບປະກັນການ ສະໜອງນໍ້າມັນໃຫ້ພຽງພໍ, ປ້ອງກັນ ແລະ ແກ້ໄຂການກັກຕຸນ ແລະ ປັບ ໂຄງສ້າງລາຄາໃຫ້ແທດເໝາະ ກັບສະພາບຕົວຈິງ; ຮີບຮ້ອນຄົ້ນ ຄວ້າກໍານົດທາງເລືອກໃນການ ລົງທຶນກໍ່ສ້າງທໍ່ສົ່ງນໍ້າມັນຈາກ ສສ ຫວຽດນາມ ມາ ສປປ ລາວ ແລ້ວ ລາຍງານລັດຖະບານໃນເດືອນ ສິງຫາ 2026; ສືບຕໍ່ຊຸກຍູ້ການ ປະຕິບັດນະໂຍບາຍສົ່ງເສີມການນໍາ ໃຊ້ລົດໄຟຟ້າ ແລະ ພະລັງງານທົດ ແທນໃຫ້ແຂງແຮງ ເພື່ອຫລຸດຜ່ອນ ການນຳໃຊ້ນໍ້າມັນເຊື້ອໄຟ; ເອົາໃຈ ໃສ່ຕິດຕາມກວດກາຄວາມປອດໄພ ຂອງເຂື່ອນ ແລະ ບໍລິຫານຈັດການ ນໍ້າໃນເຂື່ອນ, ສ້າງແຜນຮັບມືຕໍ່ ກັບບັນຫາໄຟຟ້າຕົກ-ໄຟຟ້າດັບທີ່ ອາດຈະເກີດຂຶ້ນ; ປັບປຸງແກ້ໄຂບັນ ຫາສາຍໄຟຟ້າ, ໝໍ້ແປງ, ສາຍເຄ ເບິນທີ່ມີອາຍຸການໃຊ້ງານຫລາຍ ປີ ເພື່ອປ້ອງກັນການເກີດອັກຄີໄພ. ສືບຕໍ່ສຸມໃສ່ສ້ອມແປງບັນດາ ເສັ້ນທາງຫລວງແຫ່ງຊາດ ແລະ ເສັ້ນທາງຫລວງທ້ອງຖິ່ນທີ່ອາດ ໄດ້ຮັບຜົນກະທົບຈາກໄພພິບັດທາງ ທຳມະຊາດ ເດັດຂາດບໍ່ໃຫ້ການ ສັນຈອນຖືກຕັດຂາດ ແລະ ກໍ່ສ້າງ ບັນດາເສັ້ນທາງທີ່ກຳນົດໃນແຜນ ແລ້ວໃຫ້ມີຄວາມຄືບໜ້າໄວ; ສືບຕໍ່ ສຸມໃສ່ຊຸກຍູ້ການຜະລິດລະດູຝົນ, ຕິດຕາມເຝົ້າລະວັງ ແລະ ແຈ້ງ ໃຫ້ຊາວກະສິກອນກະກຽມຮັບມື ກ່ຽວກັບສະພາບການປ່ຽນແປງ ດິນຟ້າອາກາດ, ພະຍາດພືດ-ສັດ ທີ່ ອາດຈະກະທົບຕໍ່ການຜະລິດຂອງ ປະຊາຊົນ; ສືບຕໍ່ກະກຽມຈັດການ ສອບເສັງຄັດເລືອກເອົານັກສຶກສາ ເຂົ້າຮຽນໃນສົກສຶກສາ 20262027 ແລະ ປຸກລະດົມ, ສ້າງ ເງື່ອນໄຂທີ່ເອື້ອອໍານວຍໃຫ້ລູກ ຫລານສາມາດເຂົ້າເຖິງການສຶກສາ ທີ່ມີຄຸນນະພາບ, ກະກຽມເປີດສົກ ຮຽນໃໝ່ໃນທຸກຊັ້ນຮຽນ, ພ້ອມທັງ ແກ້ໄຂບັນຫາການປະລະການຮຽນ ແລະ ສົ່ງເສີມວຽກງານກິລາ ໃຫ້ມີ ຄວາມເຂັ້ມແຂງ ເພື່ອກຽມຄວາມ ພ້ອມການເຂົ້າຮ່ວມການແຂ່ງຂັນ ລະດັບຕ່າງໆ; ສືບຕໍ່ພັດທະນາ ສີມືແຮງງານໃຫ້ມີຄຸນນະພາບ, ສະໜອງແຮງງານໃຫ້ພຽງພໍກັບ ຄວາມຕ້ອງການ, ຄຸ້ມຄອງການ ເຄື່ອນຍ້າຍແຮງງານເຂົ້າ-ອອກ ຕາມດ່ານຕ່າງໆໃນຂອບເຂດທົ່ວ ປະເທດ; ສືບຕໍ່ໍຊຸກຍູ້ສົ່ງເສີມ ແລະ ດຶງດູດການລົງທຶນພາຍໃນ ແລະ ຕ່າງປະເທດ, ຕິດຕາມກວດກາການ ຈັດຕັ້ງປະຕິບັດບັນດາໂຄງການ ລົງທຶນຂະໜາດໃຫຍ່ທີ່ໄດ້ຮັບອະ ນຸຍາດສໍາປະທານໃຫ້ດຳເນີນໄປ ຕາມກົດໝາຍ, ລະບຽບການ ແລະ ສັນຍາກຳນົດໄວ້; ສືບຕໍ່ຕິດຕາມ ເຝົ້າລະວັງ, ປ້ອງກັນ ແລະ ແກ້ໄຂ ການລະບາດຂອງພະຍາດຕາມ ລະດູການທີ່ຈະກະທົບຕໍ່ສຸຂະພາບ, ຊີວິດການເປັນຢູ່ຂອງປະຊາຊົນ, ສືບ ຕໍ່ປັບປຸງຍົກລະດັບຄຸນນະພາບການ ບໍລິການ, ການຫັນເປັນທັນສະໄໝ ແລະ ການຄຸ້ມຄອງການບໍລິການ ຂອງໂຮງໝໍເອກະຊົນໃຫ້ຮັດກຸມ; ສືບຕໍ່ສຸມໃສ່ແກ້ໄຂບັນຫາທີ່ຕິດພັນ ກັບຂົງເຂດວັດທະນະທໍາ ແລະ ການທ່ອງທ່ຽວໃຫ້ເຂັ້ມງວດກວ່າ ເກົ່າເປັນຕົ້ນບັນຫາປ້າຍໂຄສະນາ, ບັນຫາສຽງເນືອງນັນເກີນຂອບເຂດ ແລະ ປະກົດການຫຍໍ້ທໍ້ຕ່າງໆທີ່ ມັກເກີດຂຶ້ນ; ໃຫ້ແຕ່ລະກະຊວງອົງການທຽບເທົ່າເປັນເຈົ້າການລົງ ຮາກຖານຊ່ວຍແຂວງຕາມຂໍ້ຕົກລົງ ເລກທີ 27/ນຍ, ລົງວັນທີ 20 ເມສາ 2026; ສຸມໃສ່ຈັດຕັ້ງຜັນຂະຫຍາຍ ຜົນບັນດາກອງປະຊຸມ, ຜົນການ ເຄື່ອນໄຫວວຽກງານຕ່າງປະເທດ ຂອງການນຳພັກ-ລັດ, ຂອບການ ຮ່ວມມືສອງຝ່າຍ ແລະ ຫລາຍ ຝ່າຍໃຫ້ເປັນຮູບປະທຳຫລາຍຂຶ້ນ; ກະກຽມຮອບດ້ານໃຫ້ແກ່ການ ເຄື່ອນໄຫວຕ່າງປະເທດຂອງການ ນຳຂັ້ນສູງ ແລະ ການຕ້ອນຮັບ ຄະນະຜູ້ແທນຕ່າງປະເທດຕ່າງໆ ທີ່ຈະມາຢ້ຽມຢາມ ສປປ ລາວ; ໃຫ້ບັນດາກະຊວງ-ອົງການລັດ ທຽບເທົ່າກະຊວງ ແລະ ອົງການ ປົກຄອງທ້ອງຖິ່ນສັງລວມກ່ຽວກັບ ການຈັດຕັ້ງປະຕິບັດທິດຊີ້ນຳຂອງ ລັດຖະບານຕາມມະຕິ, ຄຳສັ່ງ, ແຈ້ງການຕ່າງໆໃນໄລຍະເດືອນ ມິຖຸນາ ຫາເດືອນກໍລະກົດ 2026 ແລ້ວລາຍງານໃຫ້ຫ້ອງວ່າການສໍາ ນັກງານນາຍົກລັດຖະມົນຕີ ເພື່ອ ສັງຮວມລາຍງານທ່ານນາຍົກ ລັດຖະມົນຕີ, ບັນດາທ່ານຮອງ ນາຍົກລັດຖະມົນຕີ ຜູ້ຊີ້ນຳໄດ້ຮັບ ຊາບ ແລະ ມີທິດຊີ້ນຳ; ສຸມໃສ່ກະ ກຽມຮ່າງກົດໝາຍຕ່າງໆທີ່ຈະ ນຳເຂົ້າພິຈາລະນາໃນກອງປະຊຸມ ສະໄໝສາມັນເທື່ອທີ 2 ຂອງສະພາ ແຫ່ງຊາດ ຊຸດທີ X ໃຫ້ຮັບປະກັນ ທາງດ້ານເນື້ອໃນ ແລະ ທ່ວງທັນ ເວລາ; ໃຫ້ກະຊວງກ່ຽວຂ້ອງສືບ ຕໍ່ກະກຽມ ແລະ ປັບປຸງເອກະສານ ທີ່ຈະລາຍງານຕໍ່ກອງປະຊຸມກົມ ການເມືອງສູນກາງພັກ ໃນຕົ້ນ ເດືອນສິງຫາ 2026 ນີ້. ໃນຕອນທ້າຍ, ທ່ານນາຍົກ ລັດຖະມົນຕີ ໄດ້ຮຽກຮ້ອງມາຍັງ ບັນດາທ່ານສະມາຊິກລັດຖະບານ ຈົ່ງນໍາເອົາແຜນວຽກຈຸດສຸມປະຈຳ ເດືອນສິງຫາ 2026 ທີ່ກອງປະຊຸມ ໄດ້ເອກະພາບກັນໄປປັບປຸງເຂົ້າໃນ ແຜນວຽກຂອງຂະແໜງການຕົນ ໃຫ້ລະອຽດ, ມີການແບ່ງຄວາມ ຮັບຜິດຊອບໃຫ້ການຈັດຕັ້ງ, ບຸກ ຄະລາກອນແຕ່ລະຂັ້ນ ແລະ ມີ ຄາດໝາຍເວລາສຳເລັດຊັດເຈນ, ສອດຄ່ອງກັບສະພາບຄວາມເປັນ ຈິງຂອງແຕ່ລະຂະແໜງການ. ຂ່າວ-ພາບ: ກົມປະຊາສໍາພັນ ຫສນຍ gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 29/07/2026 xtgmf]k; ຜົນກອງປະຊຸມ...ົຸ ເປີດກອງປະຊຸມໂຕະມົນ...ີຸົ ຮອງປະທານປະເທດ... ສະຫລອງ ຄົບຮອບ 50 ປີ...ົີ ໃຫ້ໄດ້ຮັບການພັດທະນາ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ. ພ້ອມນີ້, ທ່ານ ນາງ ວຽງທອງ ສີພັນດອນ ຍັງໄດ້ອວຍພອນໃຫ້ທ່ານທູດຈົ່ງ ກັບຄືນປະເທດດ້ວຍຄວາມສະຫວັດ ດີພາບ ແລະ ປະສົບຜົນສຳເລັດໃນ ການປະຕິບັດໜ້າທີ່ໃໝ່ອັນມີກຽດ ຂອງທ່ານ. ທ່ານ ນາງ ເມລານີ ລຸຍສ໌ ບາໂລ ກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານ ນາງ ວຽງທອງ ສີພັນດອນ ທີ່ໄດ້ໃຫ້ ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງສະແດງຄວາມຂອບໃຈຕໍ່ ລັດຖະບານ ກໍຄື ບັນດາການນຳພັກ, ລັດຂອງ ສປປ ລາວ, ຕະຫລອດ ຮອດປະຊາຊົນລາວບັນດາເຜົ່າທີ່ໄດ້ ໃຫ້ການຊ່ວຍເຫລືອ, ສະໜັບສະໜູນ ແລະ ອຳນວຍຄວາມສະດວກທຸກ ຢ່າງຕະຫລອດໄລຍະການປະຕິບັດ ໜ້າທີ່ການທູດຂອງຕົນຈົນໄດ້ຮັບ ຜົນສຳເລັດຢ່າງຈົບງາມ. ສປປ ລາວ ແລະ ສະຫະຣາ ຊະອານາຈັກອັງກິດ ສ້າງຕັ້ງສາຍ ພົວພັນການທູດຮ່ວມກັນແຕ່ວັນທີ 5 ກັນຍາ 1955. ຂ່າວ-ພາບ: ທະນູທອງ ]a f4t,q o8u dt-;'dko8j k'xtgmf ]k;{ovdc; glu ,0tspkplkprq ;ra oIj ;,,n ຂປລ. ໃນວັນທີ 23 ກໍລະກົດ 2026ຜ່ານມາ, ທ່ານທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ ໄດ້ພົບປະ ຫາລືສອງຝ່າຍກັບທ່ານ ເອບເພນ ບາດ ໄອເດ (Espen Barth Eide) ລັດຖະມົນຕີກະຊວງການ ຕ່າງປະເທດ ແຫ່ງ ລາຊະອານາຈັກ ນອກແວ ໃນໂອກາດເຂົ້າຮ່ວມ ກອງປະຊຸມປິ່ນອ້ອມກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 59 ທີ່ນະຄອນຫລວງມານິ ລາ, ສາທາລະນະລັດຟິລິບປິນ. ໃນບັນຍາກາດທີ່ເຕັມໄປດ້ວຍ ໄມຕີຈິດ, ທັງສອງຝ່າຍໄດ້ສະແດງ ຄວາມປິຕິຍິນດີເປັນຢ່າງຍິ່ງທີ່ໄດ້ ພົບປະກັນໃນຄັ້ງນີ້ ຖືເປັນນິມິດໝາຍ ອັນສໍາຄັນໃນການຊຸກຍູ້ ແລະ ເສີມ ຂະຫຍາຍການພົວພັນຮ່ວມມືສອງ ຝ່າຍໃຫ້ແຕກດອກອອກຜົນຍິ່ງຂຶ້ນ. ພ້ອມນີ້, ສອງຝ່າຍໄດ້ຕີລາຄາສູງ ຕໍ່ສາຍພົວພັນ ແລະ ການຮ່ວມມືທີ່ ດີງາມລະຫວ່າງ ສປປ ລາວ ແລະ ນອກແວ ຊຶ່ງໄດ້ເຕີບໃຫຍ່ຂະຫຍາຍ ຕົວຢ່າງຕໍ່ເນື່ອງຕະຫລອດໄລຍະ 35 ປີ ນັບແຕ່ໄດ້ສ້າງຕັ້ງສາຍພົວພັນ ທາງການທູດຮ່ວມກັນ ໃນວັນທີ 12 ພະຈິກ 1991. ນອກຈາກນັ້ນ, ທັງສອງຝ່າຍ ຍັງໄດ້ຮ່ວມກັນກໍານົດທິດທາງ ການຮ່ວມມືໃນຕໍ່ໜ້າ ເພື່ອເສີມຂະ ຫຍາຍສາຍພົວພັນໃຫ້ມີຄວາມແໜ້ນ ແຟ້ນ ແລະ ມີປະສິດທິຜົນຍິ່ງໆຂຶ້ນ ໂດຍສະເພາະການເລັ່ງຊຸກຍູ້ການ ຮ່ວມມືດ້ານເສດຖະກິດ, ເຕັກໂນໂລ ຊີ ແລະ ນະວັດຕະກໍາໃຫ້ເກີດດອກ ອອກຜົນ. ໃນຕອນທ້າຍ, ສອງຝ່າຍ ຍັງໄດ້ແລກປ່ຽນທັດສະນະ ແລະ ຄວາມຄິດເຫັນຢ່າງກົງໄປກົງມາ ຕໍ່ສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ທີ່ສອງຝ່າຍໃຫ້ຄວາມ ສົນໃຈຮ່ວມກັນ. ຕັ້ງສາກົນ ແລະ ອົງການຈັດຕັ້ງ ທາງສັງຄົມເຂົ້າຮ່ວມ. ພິທີສະເຫລີມສະຫລອງດັ່ງກ່າວ, ຈັດຂຶ້ນເພື່ອຫວນຄືນການຮ່ວມມື ອັນຍາວນານລະຫວ່າງລັດຖະບານ ແຫ່ງ ສປປ ລາວ ແລະ ອົງການ UNFPA ຕະຫລອດໄລຍະ 5 ທົດ ສະວັດແຫ່ງການເປັນຄູ່ຮ່ວມມື ແລະ ສົ່ງເສີມການພັດທະນາໃນຂົງເຂດ ດ້ານສຸຂະພາບທາງເພດ, ສຸຂະພາບ ຈະເລີນພັນ, ສຸຂະພາບແມ່ ແລະ ເດັກ, ການເສີມສ້າງຄວາມເຂັ້ມ ແຂງໃຫ້ໄວໜຸ່ມ, ຄວາມສະເໝີ ພາບ ຍິງ-ຊາຍ ແລະ ການພັດທະ ໂດຍມີທ່ານ ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ນາງ ຮັນ ຈອງແອ ສະມາຊິກສະພາແຫ່ງຊາດ ແຫ່ງ ສ ເກົາຫລີ, ປະທານ AAWC, ມີ ສະມາຊິກລັດຖະສະພາ AAWC, ຕາງໜ້າກະຊວງທີ່ກ່ຽວຂອງ ສປປ ລາວ ແລະ ສ ເກົາຫລີ, ບັນດາທູ ຕານຸທູດຕ່າງປະເທດປະຈຳ ສປປ ລາວ, ທ່ານເລຂາທິການໃຫຍ່ AAWC ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ. ລັດຖະບານ ແລະ ຜູ້ຕາງໜ້າເຂົ້າ ຮ່ວມແບບເຊິ່ງໜ້າ; ບັນດາປະທານ, ຮອງປະທານຄະນະກຳມະການ ປົກຄອງນະຄອນຫລວງວຽງຈັນ ແລະ ບັນດາແຂວງ ເຂົ້າຮ່ວມຜ່ານ ລະບົບກອງປະຊຸມທາງໄກ ເພື່ອ ຮັບຟັງ ແລະ ປະກອບຄຳເຫັນຕໍ່ ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນກໍລະກົດ ແລະ ທິດທາງ ແຜນວຽກຈຸດສຸມ ປະຈຳເດືອນ ສິງຫາ 2026. ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນ ຄົ້ນຄວ້າ, ປຶກສາຫາລື, ປະກອບຄຳ ເຫັນ ແລະ ພິຈາລະນາຕໍ່ບັນດາຫົວຂໍ້ ໃນ 4 ວາລະສໍາຄັນ ຄື: ວາລະທີ 1:ີ ການປະຕິບັດ ວຽກຈຸດສຸມພົ້ນເດັ່ນປະຈໍາເດືອນ ກໍລະກົດ ແລະ ທິດທາງແຜນການ ປະຈຳເດືອນສິງຫາ 2026 ຂອງ ລັດຖະບານ. ໃນນັ້ນ, ວຽກງານພົ້ນ ເດັ່ນປະຈໍາເດືອນກໍລະກົດ 2026 ເຫັນວ່າ: ທົ່ວປະເທດສືບຕໍ່ຮັກສາ ໄດ້ສະຖຽນລະພາບທາງດ້ານການ ເມືອງຢ່າງໜັກແໜ້ນ, ສັງຄົມມີ ຄວາມສະຫງົບ ແລະ ເປັນລະບຽບ ຮຽບຮ້ອຍໂດຍພື້ນຖານ; ໄດ້ເອົາໃຈ ໃສ່ເກັບກູ້ອາວຸດ, ວັດຖຸລະເບີດ, ສະກັດກັ້ນ ແລະ ແກ້ໄຂບັນຫາຢາ ເສບຕິດ, ແກ້ງສະແກມເມີ, ການລັກ ລອບຂຸດຄົ້ນແຮ່ທາດ, ການລັກລອບ ຄົນເຂົ້າ-ອອກເມືອງ, ການນໍາເຂົ້າ ແລະ ນໍາໃຊ້ພາຫະນະບໍ່ຖືກຕ້ອງ ຕາມກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ; ສາມາດເກັບລາຍ ຮັບເຂົ້າງົບປະມານໄດ້ 64% ຂອງແຜນການປີ, ປະຕິບັດແຜນ ລາຍຈ່າຍງົບປະມານໄດ້ 42% ຂອງແຜນການປີ, ສະສົມຄັງສໍາ ຮອງເງິນຕາຕ່າງປະເທດກຸ້ມການ ນໍາເຂົ້າບໍ່ຫລຸດ 5 ເດືອນ, ຄວບຄຸມ ອັດຕາເງິນເຟີ້ ສະເລ່ຍຢູ່ໃນລະດັບ 7 , 6%. ພ້ອມກັນນັ້ນ , ການ ກໍ່ສ້າງ-ປັບປຸງພື້ນຖານໂຄງລ່າງ ເສັ້ນທາງ-ຂົວ, ການຜະລິດສິນຄ້າ ຮັບໃຊ້ພາຍໃນ ແລະ ສົ່ງອອກ, ການ ພັດທະນາວຽກງານການສຶກສາ, ສາທາລະນະສຸກ, ພະລັງງານ ໄຟຟ້າ, ການສົ່ງເສີມ ແລະ ຄຸ້ມຄອງ ການລົງທຶນ, ການອອກໃບຕາ ດິນ, ການຄຸ້ມຄອງ-ພັດທະນາສີມື ແຮງງານ, ການພັດທະນາພື້ນຖານ ໂຄງລ່າງການທ່ອງທ່ຽວ, ການ ສ້າງ ແລະ ປັບປຸງກົດໝາຍ, ການ ແກ້ໄຂບັນຫານໍ້າມັນເຊື້ອໄຟ, ການ ນາລະບົບຂໍ້ມູນດ້ານປະຊາກອນ ແລະ ການພັດທະນາແບບຍືນຍົງ ແຫ່ງຊາດ. ໃນໂອກາດດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ ໄດ້ໃຫ້ ກຽດກ່າວເປີດພິທີ ໂດຍຍົກໃຫ້ເຫັນ ຜົນສໍາເລັດອັນພົ້ນເດັ່ນໃນໄລຍະ ຜ່ານມາ ໂດຍສະເພາະຜົນສຳເລັດ ດ້ານວຽກງານປະຊາກອນ, ສົ່ງ ເສີມການສຶກສາ ແລະ ປັບປຸງດ້ານ ສາທາລະນະສຸກ ຊຶ່ງລ້ວນແຕ່ເປັນ ການປະກອບສ່ວນຈັດຕັ້ງປະຕິບັດ ຕາມແຜນບຸລິມະສິດແຫ່ງຊາດ ເພື່ອ ການພັດທະນາຄູ່ຂະໜານກັບການ ຈັດຕັ້ງປະຕິບັດຕາມແຜນປະຕິບັດ ງານຂອງກອງປະຊຸມສາກົນວ່າ ດ້ວຍປະຊາກອນ ແລະ ການພັດທະ ນາ (ICPD) ແລະ ເປົ້າໝາຍການ ພັດທະນາທີ່ຍືນຍົງ (SDGs) ໃນ ສປປ ລາວ. ພ້ອມກັນນີ້, ທ່ານຮອງ ນາຍົກລັດຖະມົນຕີ ຍັງໄດ້ໃຫ້ຄຳ ໝາຍໝັ້ນໃນການບັນລຸຄາດໝາຍ ຮ່ວມກັນ ໂດຍສະເພາະສູ້ຊົນໃຫ້ ສາມາດບັນລຸໄດ້ອັດຕາການເສຍ ຊີວິດຂອງແມ່ຫລຸດລົງຕໍ່າກວ່າ 70 ກໍລະນີ ຕໍ່ການເກີດເດັກມີຊີວິດ 100.000 ຄົນ ພາຍໃນປີ 2030. ຄຽງຄູ່ກັນນີ້, ໃນໄລຍະທີ່ສປປ ລາວ ພວມກ້າວເຂົ້າສູ່ບັ້ນສຳຄັນຂອງ ການຫັນປ່ຽນດ້ານປະຊາກອນຈຶ່ງ ຮຽກຮ້ອງໃຫ້ເອົາໃຈໃສ່ການພັດທະ ນາດ້ານການສຶກສາ, ສາທາລະນະ ສຸກ, ການພັດທະນາສີມືແຮງງານ ເພື່ອໂອກາດໃນການຈ້າງງານທີ່ມີ ຄຸນນະພາບ ແລະ ການເສີມສ້າງທັກ ສະໃຫ້ແກ່ໄວໜຸ່ມ ພ້ອມທັງໝູນໃຊ້ ທ່າແຮງທາງດ້ານປະຊາກອນໃນ ການກ້າວໄປສູ່ເປົ້າໝາຍການພັດ ທະນາ ແລະ ການຫລຸດພົ້ນອອກ ຈາກສະຖານະພາບປະເທດດ້ອຍພັດ ທະນາໃນປີ 2026. ພ້ອມກັນນີ້, ທ່ານ ບັກໂຮເດຍ ເບີຄະນ໋ອຟ ຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ ໄດ້ມີຄໍາ ເຫັນ ໂດຍເນັ້ນເຖິງຄວາມສໍາຄັນ ຂອງການພັດທະນາທີ່ຖືເອົາປະ ຊາຊົນເປັນໃຈກາງ ຊຶ່ງອົງການ UNFPA ໄດ້ປະກອບສ່ວນຊ່ວຍ ເຫລືອ ສປປ ລາວ ເປັນຕົ້ນການ ປັບປຸງນະໂຍບາຍ ແລະ ກົນໄກການ ປະສານງານ, ການເຊື່ອມສານການ ປ່ຽນແປງທາງດ້ານປະຊາກອນ ກໍຄື ການຮວບຮວມຂໍ້ມູນສໍາມະ ໂນຄົວ ແລະ ທີ່ຢູ່ອາໄສແບບດີຈິ ຕອນເຕັມຮູບແບບ ຊຶ່ງເປັນຂໍ້ມູນ ສໍາຄັນໃນການກໍານົດນະໂຍບາຍ, ການຈັດສັນຊັບພະຍາກອນ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ 10 ເພື່ອຮັບປະ ກັນວ່າທຸກຄົນສາມາດກ້າວໄປ ພ້ອມກັນ. ພິທີສະເຫລີມສະຫລອງວັນສໍາ ຄັນນີ້, ບໍ່ແມ່ນພຽງແຕ່ການຫວນຄືນ ຜົນສໍາເລັດໃນອະດີດເທົ່ານັ້ນ ແຕ່ຍັງ ແມ່ນການກຳນົດເປົ້າໝາຍຮ່ວມກັນ ເພື່ອສຸມໃສ່ແຜນງານທີ່ຍັງບໍ່ທັນບັນ ລຸໄດ້ ແລະ ສືບຕໍ່ຮັດແໜ້ນສາຍ ພົວພັນ ແລະ ທັງເປັນຄູ່ຮ່ວມງານ ເພື່ອອະນາຄົດຢ່າງຮອບດ້ານ ແລະ ຍືນຍົງໃນຊຸມປີຕໍ່ໄປ. ທ່ານ ວິໄລວົງ ບຸດດາຄໍາ ໄດ້ ມີຄໍາເຫັນວ່າ: ປັດຈຸບັນໃນພາກ ພື້ນຂອງພວກເຮົາ ກໍຄື ທົ່ວໂລກ ກຳລັງຜະເຊີນໜ້າກັບສິ່ງທ້າທາຍ ຫລາຍຢ່າງ ໂດຍສະເພາະແມ່ນ ຜົນກະທົບຢ່າງໃຫຍ່ຫລວງຈາກ ບັນຫາສົງຄາມ, ການປ່ຽນແປງ ດິນຟ້າອາກາດ, ໄພພິບັດທາງທໍາ ມະຊາດ, ບັນຫາຂາດແຄນດ້ານພະ ລັງງານ ແລະ ອື່ນໆ ອັນໄດ້ສ້າງ ຄວາມເສຍຫາຍ ແລະ ສ້າງຄວາມ ຍຸ້ງຍາກໃຫ້ແກ່ການດຳລົງຊີວິດ ຂອງປະຊາຊົນພວກເຮົາຢ່າງໜັກ ໜ່ວງ. ໃນສະພາບການດັ່ງກ່າວ, ຂ້າພະເຈົ້າຂໍສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ການເຄື່ອນໄຫວ ແລະ ຄວາມພະຍາຍາມຂອງສະພາທີ່ ປຶກສາກ່ຽວກັບບັນຫານ້ຳຂອງ ລັດຖະສະພາອາຊີ (AAWC) ໃນໄລຍະຜ່ານມາ ຊຶ່ງນັບຕັ້ງແຕ່ AAWC ຈັດກອງປະຊຸມຄັ້ງທຳອິດ ຂຶ້ນໃນປີ 2019 ຈົນມາຮອດກອງ ປະຊຸມຄັ້ງນີ້ ເປັນຄັ້ງທີ 9, ພ້ອມ ທັງມີກອງປະຊຸມໂຕະມົນກ່ຽວກັບ ບັນຫາອາກາດ ແລະ ນ້ຳ ຄັ້ງທີ 3 ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ຈອງ ແອ ຮານ ເຫັນວ່າ AAWC ພາຍໃຕ້ການຂັບເຄື່ອນ ແລະ ການສະໜັບສະໜູນຂອງ ສ ເກົາຫລີ ແລະ ການປະກອບ ສ່ວນອັນສຳຄັນຂອງປະເທດສະ ມາຊິກໄດ້ມີບົດບາດສຳຄັນ ແລະ ມີການເຕີບໃຫຍ່ຂະຫຍາຍຕົວເປັນ ກ້າວໆມາ, ພ້ອມທັງໄດ້ສົ່ງເສີມ ການຮ່ວມມືລະຫວ່າງບັນດາສະ ມາຊິກລັດຖະສະພາຈາກພາກພື້ນ ອາຊີ, ພາກສ່ວນລັດຖະບານ, ນັກ ຊ່ຽວຊານຈາກສະຖາບັນຕ່າງໆ ລວມເຖິງພາກສ່ວນທຸລະກິດເອກະ ຊົນໃນການແລກປ່ຽນບົດຮຽນ ດ້ານການກຳນົດນິຕິກຳ, ການອອກ ກົດໝາຍ, ການວາງນະໂຍບາຍ ແລະ ການຈັດຕັ້ງປະຕິບັດທີ່ດີກ່ຽວ ກັບການຄຸ້ມຄອງ, ບໍລິຫານຈັດການ ນ້ຳໃຫ້ມີຄວາມຍືນຍົງ ແລະ ການ ຮັບມືກັບການປ່ຽນແປງດິນຟ້າອາ ກາດໃນພາກພື້ນຂອງພວກເຮົາໃຫ້ ມີປະສິດທິຜົນສູງກວ່າເກົ່າ. ທ່ານ ວິໄລວົງ ບຸດດາຄໍາ ຍັງໄດ້ ກ່າວອີກວ່າ: ສຳລັບ ສປປ ລາວ, 90% ຂອງເນື້ອທີ່ດິນຂອງປະເທດ ຕັ້ງຢູ່ໃນອ່າງແມ່ນ້ຳຂອງ. ໃນແຕ່ລະ ປີ, ມີນ້ຳຈາກທຳມະຊາດປະມານ 334 km3 ເກີດຂຶ້ນໃນ ສປປ ລາວ ໂດຍລວມແລ້ວ, ສປປ ລາວ ມີ ຊັບພະຍາກອນນ້ຳທີ່ອຸດົມສົມບູນ, ແຕ່ການນຳໃຊ້ນ້ຳຕົວຈິງເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມ ພັດນຳໃຊ້ພຽງປະມານ 11% ເທົ່າ ນັ້ນ. ຕໍ່ສະພາບການດັ່ງກ່າວ, ສະ ພາແຫ່ງຊາດລາວ ເຫັນໄດ້ເຖິງ ຄວາມສຳຄັນ ໂດຍການຮັບຮອງ ເອົາວິໄສທັດຮອດປີ 2040 ແລະ ຍຸດທະສາດການຄຸ້ມຄອງ, ການ ນຳໃຊ້ນ້ຳ ແລະ ຊັບພະຍາກອນນ້ຳ ແຫ່ງຊາດຮອດປີ 2030 ທີ່ກຳນົດ ກ່ຽວກັບການບໍລິຫານ ແລະ ນຳ ໃຊ້ນ້ຳແບບຍືນຍົງ, ການສົ່ງເສີມ ການນໍາໃຊ້ພະລັງງານສະອາດ ແລະ ສົ່ງເສີມການນໍາໃຊ້ພະລັງງານ ນໍ້າ. ພ້ອມກັນນັ້ນ, ສະພາແຫ່ງຊາດ ລາວ ຍັງໄດ້ເອົາໃຈໃສ່ຕິດຕາມ ກວດກາການຈັດຕັ້ງປະຕິບັດບັນ ດາກົດໝາຍ ແລະ ນະໂຍບາຍແຫ່ງ ຊາດ ເຊັ່ນ: ກົດໝາຍວ່າດ້ວຍນ້ຳ ແລະ ຊັບພະຍາກອນນ້ຳ ແລະ ກົດ ໝາຍອື່ນໆທີ່ກ່ຽວຂ້ອງ ເພື່ອຮັບ ປະກັນການນໍາໃຊ້ນ້ຳເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມໃຫ້ ມີປະສິດທິພາບ, ປະສິດທິຜົນ, ທົ່ວ ເຖິງ, ເທົ່າທຽມ ແລະ ຍືນຍົງ. ນອກຈາກນັ້ນ, ເພື່ອຮ່ວມກັບ ປະຊາຄົມໂລກ ໃນການແກ້ໄຂ ແລະ ຮັບມືກັບການປ່ຽນແປງດິນຟ້າອາ ກາດ, ລັດຖະບານ ແຫ່ງ ສປປ ລາວ ໄດ້ກຳນົດຄາດໝາຍສູ້ຊົນຫລຸດຜ່ອນ ການປ່ອຍອາຍພິດໃຫ້ໄດ້ 60% ພາຍໃນປີ 2030 ແລະ ໃຫ້ເປັນ 0% ພາຍໃນປີ 2050. ຂ່າວ: ສົມຫວັງ; ພາບ: ເກດສະໜາ

RkJQdWJsaXNoZXIy MTc3MTYxMQ==