7329

gsfdko{dkora fmtok a xtgmf]k; ( 28/07/2026 lkmk]totl5 dc0;'7e,j ;o{ot7vortoq , mq [m;odkoIj ;,,n lv'/j kp ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ກອງປະຊຸມທົບ ທວນການຮ່ວມມືດ້ານສາທາລະນະ ສຸກ ແລະ ການດໍາເນີນງານການ ແກ້ໄຂບັນຫາສາທາລະນະສຸກ ຊາຍແດນ ແລະ ຝຶກຊ້ອມແຜນ ກຽມຄວາມພ້ອມຕອບໂຕ້ພາວະ ສຸກເສີນດ້ານສາທາລະນະສຸກຂອງ ສອງແຂວງ, ສອງປະເທດ ລະ ຫວ່າງແຂວງຄໍາມ່ວນ ສປປ ລາວ ແລະ ສາທາລະນະສຸກຈັງຫວັດ ນະຄອນພະນົມ ລາຊະອານາຈັກ ໄທ ຈັດຂຶ້ນໃນລະຫວ່າງວັນທີ 2324 ກໍລະກົດ 2026 ທີ່ແຂວງຄໍາ ມ່ວນ ໂດຍມີ ທ່ານ ດຣ. ແສງທອງ ເສີມລໍາວັນ ຮອງຫົວໜ້າພະແນກ ສາທາລະນະສຸກແຂວງຄໍາມ່ວນ, ທ່ານ ດຣ ປຣີດາ ວອນຫານ ຕາງ ໜ້າຈາກສາທາລະນະສຸກຈັງຫວັດ ນະຄອນພະນົມ ພ້ອມດ້ວຍພະນັກ ງານສາທາລະນະສຸກທັງແຂວງ ເຂົ້າຮ່ວມ. ທັງສອງຝ່າຍໄດ້ທົບທວນບົດ ບັນທຶກຂໍ້ຕົກລົງຄວາມຮ່ວມມື ສາທາລະນະສຸກຊາຍແດນໄທລາວ ລະຫວ່າງແຂວງຄໍາມ່ວນ ແລະ ຈັງຫວັດນະຄອນພະນົມ ຄັ້ງ ທີ 6 ໃນລະຫວ່າງວັນທີ 16 ສິງຫາ 2025 ທີ່ຈັດຂຶ້ນທີ່ຈັງຫວັດນະຄອນ ພະນົມ ຊຶ່ງໃນກອງປະຊຸມໄດ້ປຶກສາ ຫາລືດ້ານການຮ່ວມມືໃນ 4 ຫົວຂໍ້ ຄື: ຄວາມຮ່ວມມືໃນການເຝົ້າ ລະວັງປ້ອງກັນພະຍາດ ແລະ ໄພ ສຸຂະພາບ; ຄວາມຮ່ວມມືດ້ານ ສົ່ງເສີມສຸຂະພາບ, ການຮັກສາ ພະຍາບານ ແລະ ການຮັບສົ່ງຕໍ່ຄົນ ເຈັບ; ຄວາມຮ່ວມມືດ້ານການຄຸ້ມ ຄອງຜູ້ບໍລິໂພກ ດ້ານສາທາລະນະ ສຸກ; ຄວາມຮ່ວມມືດ້ານການພັດ ທະນາບຸກຄະລາກອນຮ່ວມກັນ. ພ້ອມນີ້, ສອງຝ່າຍຍັງໄດ້ສືບ ຕໍ່ປຶກສາຫາລື ແລະ ແລກປ່ຽນ ບົດຮຽນດ້ານວິຊາການເປັນຕົ້ນ ບັນລະຍາຍເລື່ອງແນວທາງການ mj kc8' xj vpla fxtgrfs;'sh k,7n ol6 j me,t-kf 8h v'pq dl6 '75 ootrk[ dkozt]y f0j k;{ ]kpdko.sh 4n d8h v' ;j v'w; c]t -a fg9o ຂປລ. ແຫລ່ງຂ່າວຈາກແຂວງ ຈຳປາສັກ ໃຫ້ຮູ້ວ່າ: ໃນໂອກາດ ທີ່ ທ່ານ ປະດິດ ວັນນະລັດສະໝີ ຫົວໜ້າຄະນະໂຄສະນາອົບຮົມ ແຂວງຈຳປາສັກ ລົງເຄື່ອນໄຫວ ຢ້ຽມຢາມ ແລະ ຊຸກຍູ້ວຽກງານ ຮອບດ້ານ ຢູ່ສະຖານີວິທະຍຸ ແລະ ໂທລະພາບ ເມືອງໂຂງ ເມື່ອບໍ່ດົນ ມານີ້, ໂດຍເນັ້ນໜັກໃຫ້ພະນັກງານວິຊາການທຸກຄົນເອົາໃຈໃສ່ບາງ ວຽກງານສຳຄັນ ເປັນຕົ້ນ ໃຫ້ສືບ ຕໍ່ສຶກສາອົບຮົມການເມືອງ-ແນວ ຄິດ ໃຫ້ພະນັກງານຢ່າງເປັນຮູບປະ ທຳ, ມີຄວາມຈົງຮັກພັກດີຕໍ່ໜ້າທີ່ ວຽກງານ, ເປັນກະບອກສຽງອັນ ແຫລມຄົມຂອງພັກ-ລັດ ໃນການ ເຜີຍແຜ່ຂໍ້ມູນຂ່າວສານທີ່ຖືກຕ້ອງ ພ້ອມທັງຍົກສູງຄຸນນະພາບຂອງ ການຜະລິດຂ່າວ ແລະ ລາຍການ, ເນັ້ນຄວາມວ່ອງໄວ, ຖືກຕ້ອງ, ຊັດເຈນ ແລະ ມີເນື້ອໃນອຸດົມ ສົມບູນ. ນັກຈັດລາຍການ ແລະ ນັກຂ່າວຕ້ອງໄດ້ພັດທະນາສີມື, ຈິນຕະນາການ ແລະ ຄວາມຮູ້ ຄວາມສາມາດຢ່າງຕໍ່ເນື່ອງ ເພື່ອໃຫ້ ສອດຄ່ອງກັບຍຸກປັດຈຸບັນ. ພ້ອມນີ້, ການຫັນເປັນດີຈິຕອນ ກໍຕ້ອງສົ່ງເສີມການນຳໃຊ້ສື່ສັງ ຄົມອອນລາຍ (Social Media) ຢ່າງມີສະຕິ ແລະ ເກີດປະໂຫຍດ ສູງສຸດ ເພື່ອຂະຫຍາຍຖານຜູ້ຊົມຜູ້ຟັງ ແລະ ຕອບໂຕ້ຫາງສຽງທີ່ບໍ່ ດີໃນສັງຄົມໃຫ້ທັນທ່ວງທີ. ຄຽງຄູ່ ກັນນັ້ນ, ກໍເພີ່ມພູນຄູນສ້າງຄວາມ ສາມັກຄີພາຍໃນໃຫ້ໜັກແໜ້ນ, ປັບປຸງແບບແຜນວິທີເຮັດວຽກໃຫ້ ມີຮູບແບບທັນສະໄໝ, ພ້ອມທັງ ຄຸ້ມຄອງ ແລະ ນຳໃຊ້ພາຫະນະອຸປະກອນເຕັກນິກໃຫ້ມີປະສິດທິ ພາບ ແລະ ຍາວນານ. ໃນໄລຍະ 6 ເດືອນຜ່ານມາ, ສະຖານີສາມາດປະຕິບັດຊົ່ວໂມງ ອອກອາກາດໄດ້ທັງໝົດ 2.700 ຊົ່ວໂມງ (ໃນນັ້ນ ຖ່າຍທອດຈາກ ວິທະຍຸແຫ່ງຊາດ ແລະ ວິທະຍຸ ແຂວງຈຳປາສັກ 1.980 ຊົ່ວໂມງ, ລາຍການທ້ອງຖິ່ນ 720 ຊົ່ວໂມງ), ໄດ້ເຄື່ອນໄຫວເກັບກຳຂ່າວພາຍໃນ ເມືອງ 61 ຄັ້ງ, ອ່ານຂ່າວອອກ ອາກາດ 61 ເທື່ອຄັ້ງ, ອ່ານສາລະ ໜ້າຮູ້ 35 ເທື່ອຄັ້ງ, ຜະລິດຂ່າວ ວິທະຍຸ 61 ຂ່າວ ແລະ ຮັບຂ່າວ ຈາກຫ້ອງການ-ຮາກຖານກຸ່ມບ້ານ 11 ຂ່າວ. ນອກຈາກນີ້, ຍັງໄດ້ສົ່ງ ຂ່າວໃຫ້ສື່ມວນຊົນຂັ້ນເທິງ ເຊັ່ນ: ວິທະຍຸແຂວງ, ວິທະຍຸກອງທັບ, ວິທະຍຸແຫ່ງຊາດ, ໜັງສືພິມຈຳ ປາໃໝ່, ໜັງສືພິມປະຊາຊົນ ແລະ ໜັງສືພິມປະເທດລາວ ໄດ້ສື່ລະ 61 ຂ່າວ, ການພັດທະນາເຕັກນິກ ແລະ ການນຳໃຊ້ສື່ໃໝ່/ອອນລາຍ: ໜ່ວຍ ງານເຕັກນິກໄດ້ບຳລຸງຮັກສາເຄື່ອງ ສົ່ງສັນຍານຢູ່ເທິງພູຂຽວ (ໄລຍະ ທາງ 1.300 ແມັດ ຈາກຫ້ອງ ສົ່ງ) ໃຫ້ສາມາດອອກອາກາດ ຜ່ານລະບົບ FM 97.5 MHz ໄດ້ ຢ່າງເປັນປົກກະຕິ ສາມາດກວມ ພື້ນທີ່ 70 ກິໂລແມັດ. ພ້ອມດຽວກັນ ນັ້ນ, ສະຖານີຍັງໄດ້ຫັນເປັນສະໄໝ ໂດຍການຈັດລາຍການ ແລະ ຖ່າຍ ທອດສົດ (Live Stream) ຄວບ ຄູ່ກັນໄປຜ່ານ Facebook Page ຂອງສະຖານີ ຊຶ່ງປະຕິບັດໄດ້ 720 ຊົ່ວໂມງ. ເຖິງຢ່າງໃດກໍດີ, ຍັງມີ ຂໍ້ຫຍຸ້ງຍາກ ເປັນຕົ້ນ ການລົງເກັບ ກຳຂ່າວຢູ່ຂັ້ນບ້ານ ແລະ ຄອບຄົວ ຕົວແບບຍັງບໍ່ທັນໄດ້ຕາມເປົ້າໝາຍ, ເນື້ອໃນຂ່າວດ້ານເສດຖະກິດ-ສັງ ຄົມຍັງມີນ້ອຍ, ອຸປະກອນເຕັກນິກ ຜະລິດຂ່າວຍັງບໍ່ທັນຕອບສະໜອງ ໄດ້ເຕັມທີ່ ແລະ ບຸກຄະລາກອນຍັງ ຈຳກັດ. ຂ່າວ-ພາບ: ພຸດທະສິນ ວົງວິໄລທອງ ເຝົ້າລະວັງ ແລະ ສອບສວນພະຍາດ ທີ່ຕິດເຊື້ອໄວຣັສອີໂບລາ ແລະ ແນວ ທາງການຕອບໂຕ້ພາວະສຸກເສີນ ທາງດ້ານການແພດ, ສາທາລະນະ ສຸກ ແລະ ຂະບວນການຝຶກຊ້ອມ ແຜນ ໂດຍວິທະຍາກອນສໍານັກງານ ປ້ອງກັນຄວບຄຸມພະຍາດທີ 8 ຈັງ ຫວັດອຸດອນທານີ, ຝຶກປະຕິບັດຊ້ອມ ແຜນຕອບໂຕ້ພາວະສຸກເສີນທາງ ດ້ານການແພດ ແລະ ສາທາລະນະ ສຸກຕາມສະຖານະການສົມມຸດ ກໍລະ ນີ ທີ່ມີພະຍາດເກີດຂຶ້ນໃໝ່, ພະຍາດ ເກີດຂຶ້ນຊໍ້າ, ພະຍາດຕິດຕໍ່ທີ່ເປັນບັນ ຫາສໍາຄັນ (ພະຍາດຕິດເຊື້ອໄວຣັສ ອີໂບລາ). ນອກຈາກນີ້, ຍັງໄດ້ຈັດ ກຸ່ມຝຶກຊ້ອມແຜນກຽມຄວາມພ້ອມ ເພື່ອຕອບໂຕ້ພາວະສຸກເສີນທາງ ສາທາລະນະສຸກ ພ້ອມທັງທົບທວນ ຄືນຫລັງການປະຕິບັດການຝຶກຊ້ອມ ແຜນ ເພື່ອກຽມຄວາມພ້ອມຕອບໂຕ້ ພາວະສຸກເສີນທາງດ້ານການແພດ ແລະ ສາທາລະນະສຸກ. ການທົບທວນການຮ່ວມມື ດ້ານສາທາລະນະສຸກ ແລະ ການ ດໍາເນີນງານການແກ້ໄຂບັນຫາ ສາທາລະນະສຸກຊາຍແດນ ແລະ ຝຶກ ຊ້ອມແຜນກຽມຄວາມພ້ອມຕອບໂຕ້ ພາວະສຸກເສີນດ້ານສາທາລະນະ ສຸກຂອງສອງແຂວງ, ສອງປະເທດ ລະຫວ່າງແຂວງຄໍາມ່ວນ ແລະ ສາທາລະນະສຸກຈັງຫວັດນະຄອນ ພະນົມ ໃນຄັ້ງນີ້, ແມ່ນໄດ້ປະສົບ ຜົນສໍາເລັດຕາມຄາດໝາຍທີ່ວາງ ໄວ້ ຢ່າງມີປະສິດທິພາບ ແລະ ປະ ສິດທິຜົນ. ຂ່າວ-ພາບ: ແດງສະຫວັດ ແສນພານິດ ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ເຊກອງ ຮ່ວມກັບເມືອງທ່າແຕງ ປ່ອຍສັດປ່າ ປະເພດຫວງຫ້າມ ບັນຊີ 1, ເປັນ ສັດປ່າປະເພດ ລີງກັງ 13 ໂຕ ຄືນ ສູ່ທຳມະຊາດ ທີ່ເຂດປ່າປ້ອງກັນ ແຫ່ງຊາດ ພູຈວມ ບ້ານຫ້ວຍຊາຍ ເມືອງທ່າແຕງ ໃນທ້າຍອາທິດຜ່ານ ມາ ໂດຍມີ ທ່ານ ໄພສະໝອນ ໄອ ແກ້ວ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງເຊກອງ, ທ່ານ ນາງ ໜູກອນ ໄຊສະຫງ່າ ປະ ທານແນວລາວສ້າງຊາດເມືອງທ່າ ແຕງ ພ້ອມດ້ວຍເຈົ້າໜ້າທີ່, ອົງການ ປົກຄອງບ້ານ ແລະ ຂະແໜງການ ກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ໄພສີ ອາຍະວົງ ຮອງຫົວ ໜ້າກອງກວດກາຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ, ພະແນກກະສິກຳແລະສິ່ງແວດລ້ອມ ແຂວງເຊກອງ ໃຫ້ຮູ້ວ່າ: ໂດຍປະ ຕິບັດຕາມຄຳສັ່ງເລກທີ 25/ນຍ, ລົງ ວັນທີ 17 ກັນຍາ 2025 ວ່າດ້ວຍ ການເພີ່ມທະວີຄວາມເຂັ້ມງວດ ໃນ ການຄຸ້ມຄອງ ແລະ ກວດກາ ສັດນໍ້າ, ສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນ ລະຫວ່າງຊາດ ແລະ ການຈັດຕັ້ງ ປະຕິບັດວຽກງານຄຸ້ມຄອງ, ສະກັດ ກັ້ນ, ຕ້ານ ແລະ ແກ້ໄຂປະກົດການ ຫຍໍ້ທໍ້ກ່ຽວກັບການລ່າ, ລ້ຽງ, ຂະຫຍາຍພັນ, ມີໄວ້ໃນຄອບຄອງ, ຄ້າຂາຍ, ນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດນໍ້າ, ສັດປ່າ ແລະ ພືດ ປ່າ ທີ່ໃກ້ຈະສູນພັນ ໃຫ້ສອດຄ່ອງ ຕາມກົດໝາຍ, ລະບຽບການທີ່ ລັດຖະບານໄດ້ວາງອອກ ແລະ ສົນ ທິສັນຍາສາກົນ ຊຶ່ງໃນວັນທີ 15 ກໍລະກົດ 2026 ເຈົ້າໜ້າທີ່ກອງ ກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ພະແນກກະສິ ກໍາ ແລະ ສິ່ງແວດລ້ອມແຂວງ ໄດ້ ຮັບແຈ້ງຈາກພົນລະເມືອງດີມີຄົນ ຕ່າງປະເທດ ສັນຊາດຈີນ ທີ່ມາເຊົ່າ ເຮືອນຕົນ ມີສັດປ່າຫວງຫ້າມ ໄວ້ ໃນຄອບຄອງ, ລ້ຽງໄວ້ຢູ່ບ້ານເພຍ ໃໝ່ ເມືອງລະມາມ ແຂວງເຊກອງ. ສະນັ້ນ, ເຈົ້າໜ້າທີ່ກອງກວດກາ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຈຶ່ງໄດ້ເຄື່ອນໄຫວ ກວດກາ ແລະ ໄດ້ພົບເຫັນແທ້ ຕາມ ການລາຍງານຂອງພົນລະເມືອງ ດີ ຊຶ່ງພົບເຫັນສັດປ່າປະເພດ ລີງ ກັງ 13 ໂຕ, ເພດຜູ້ 6 ໂຕ, ເພດ ແມ່ 7 ໂຕ, ສັດດັ່ງກ່າວ ແມ່ນນອນ ໃນສັດປ່າຫວງຫ້າມ ບັນຊີ I, ຈາກ ນັ້ນເຈົ້າຂອງເຮືອນຜູ້ໃຫ້ຄົນຕ່າງ ປະເທດເຊົ່າເຮືອນ ໄດ້ປະສານຫາ ເຈົ້າຂອງສັດ ຈຶ່ງເຫັນດີຕົກລົງມອບ ສັດໃຫ້ເຈົ້າຂອງເຮືອນ ຫລັງຈາກ ນັ້ນ ເຈົ້າຂອງເຮືອນຈຶ່ງໄດ້ມອບຕໍ່ ສັດດັ່ງກ່າວໃຫ້ກອງກວດກາມາ ຮັກສາໄວ້ເພື່ອເບິ່ງແຍງ, ຟື້ນຟູ, ບຳບັດ, ຮັກສາຕາມຫລັກການວິທະ ຍາສາດ ເພື່ອປ່ອຍຄືນສູ່ທຳມະຊາດ ທີ່ເໝາະສົມຕາມລະບົບນິເວດ. ໂອກາດນີ້, ທ່ານ ໄພສະໝອນ ໄອແກ້ວ ໄດ້ກ່າວວ່າ: ການປ່ອຍ ສັດປ່າຄືນສູ່ທຳມະຊາດຄັ້ງນີ້ ມີ ຄວາມສຳຄັນຢ່າງຍິ່ງ, ເປັນການ ຄືນຄວາມສົມດຸນໃຫ້ກັບປ່າ ແລະ ປົກປັກຮັກສາສັດປ່າທີ່ໃກ້ຈະສູນພັນ ໄວ້ຢູ່ໃນການຄຸ້ມຄອງ, ອະນຸລັກ ເພື່ອໃຫ້ມີການຂະຫຍາຍພັນຫລາຍ ຂຶ້ນ, ພ້ອມທັງເນັ້ນໃຫ້ອົງການປົກ ຄອງບ້ານຫ້ວຍຊາຍ ເອົາໃຈໃສ່ຕິດ ຕາມກວດກາ ການລັກລອບລ່າສັດ ປ່າຫວງຫ້າມ, ຖ້າພົບເຫັນໃຫ້ຮີບ ຮ້ອນແຈ້ງເຈົ້າໜ້າທີ່ກ່ຽວຂ້ອງ ເພື່ອ ປະຕິບັດຕາມລະບຽບກົດໝາຍຢ່າງ ເຂັ້ມງວດ. ຂ່າວ-ພາບ: ອິນປອນ ອ່ອນພະຈັນ v7 c0;'v5 fq ,w- 8y f8k,-5 dp6 h ;Pd'ko v5 flkstde{dko7h k 16 j g,n v'xkdc[' ຂປລ. ແຫລ່ງຂ່າວຈາກແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ເມື່ອບໍ່ດົນມາ ນີ້, ຂະແໜງການອຸດສາຫະກຳ ແລະ ການຄ້າ (ອຄ) ແຂວງອຸດົມ ໄຊ ເຄື່ອນຕິດຕາມຊຸກຍູ້ວຽກງານ ອຸດສາຫະກຳ-ການຄ້າຢູ່ເມືອງປາກ ແບງ ຊຶ່ງນຳໂດຍ ທ່ານ ອາລຸນ ບຸນ ວິໄລ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງອຸດົມໄຊ. ທ່ານ ອ່ອນຕາ ສາລິກາທອງ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງປາກແບງ ໄດ້ ຍົກໃຫ້ເຫັນສະພາບທີ່ພົ້ນເດັ່ນຄື: ການຈັດຕັ້ງປະຕິບັດຄຸ້ມຄອງແຮ່ ທາດ ແມ່ນໄດ້ສ້າງແຜນວຽກໂດຍ ສົມທົບກັບພາກສ່ວນ, ຂະແໜງ ການຕ່າງໆ, ການສະກັດກັ້ນການ ລັກລອບຂຸດຄົ້ນແຮ່ທາດ ໂດຍບໍ່ໄດ້ ຮັບອະນຸຍາດຈາກລັດຖະບານ ແມ່ນ ມີມາດຕະການຕໍ່ຜູ້ລະເມີດສ້າງບົດ ບັນທຶກກ່າວເຕືອນ, ສຶກສາອົບຮົມ ແລະ ປັບໃໝຕາມລະບຽບການ, ວຽກງານຄຸ້ມຄອງລາຄາສິນຄ້າ ໄດ້ປະຕິບັດຕາມພາວະທາງດ້ານ ເສດຖະກິດ ໃນການຂະຫຍາຍຕົວ ໃນແຕ່ລະໄລຍະ, ປະຕິບັດຕາມນິຕິ ກຳທີ່ຂັ້ນເທິງວາງອອກໃນແຕ່ລະ ລາຍການຂອງສິນຄ້າ ແລະ ການ ສົມທຽບປະລິມານຂອງສິນຄ້າທີ່ມີຢູ່ ພາຍໃນເມືອງ ໂດຍປະສານງານກັບ ບັນດາເມືອງ, ແຂວງທີ່ໃກ້ຄຽງ ເພື່ອ ບໍ່ໃຫ້ສູງເກີນໄປ ແລະ ຫລຸດລົງເກີນ ໄປ ໃຫ້ຢູ່ໃນລາຄາສົມດູນ. ສຳລັບ ການຈັດຕັ້ງປະຕິບັດວຽກງານ ທະບຽນວິສາຫະກິດ, ວຽກງານ ທໍລະນີສາດ ແລະ ບໍ່ແຮ່, ວຽກງານ ສົ່ງເສີມການພັດທະນາສິນຄ້າ ແລະ ການບໍລິການ, ວຽກງານອຸດສາຫະ ກຳປຸງແຕ່ງ, ວຽກງານຊັບສິນທາງ ປັນຍາ, ວຽກງານການຄ້າພາຍ ໃນ, ວຽກງານກວດກາການຄ້າຂັ້ນ ເມືອງ ແລະ ວຽກງານດ້ານພະລັງ ງານ ພ້ອມທັງໄດ້ຍົກໃຫ້ເຫັນດ້ານ ອ່ອນຂໍ້ຄົງຄ້າງ, ບັນຫາສິ່ງທ້າທາຍ ທີ່ຈະຕ້ອງສືບຕໍ່ແກ້ໄຂໃນຕໍ່ໜ້າ. ບັນດາຜູ້ແທນກອງປະຊຸມ ກໍຄື ຂະແໜງການທີ່ກ່ຽວຂ້ອງຂັ້ນ ແຂວງ, ຂັ້ນເມືອງ ຍັງໄດ້ປະກອບ ຄຳຄິດຄຳເຫັນສະຫລຸບຖອດຖອນ ບົດຮຽນຮ່ວມກັນ ກ່ຽວກັບບັນດາ ໜ້າວຽກຕ່າງໆ ເປັນຕົ້ນ ການຮັບ ໜ້າທີ່ວຽກງານໃໝ່ໃນແຕ່ລະດ້ານ ເພື່ອໃຫ້ມີຄວາມຊຳນິຊຳນານ ແລະ ປະຕິບັດໃຫ້ຖືກຕ້ອງສອດຄ່ອງຕາມ ພາລະບົດບາດສິດ ແລະ ໜ້າທີ່ ຄວາມຮັບຜິດຊອບ ເພື່ອຮັບປະກັນ ການຈັດຕັ້ງປະຕິບັດວຽກງານ ໃນ ແຕ່ລະດ້ານໃຫ້ໄດ້ຮັບປະສິດທິພາບ ແລະ ປະສິດທິຜົນເປັນຢ່າງດີ. ໂອກາດດັ່ງກ່າວ, ທ່ານ ອາລຸນ ບຸນວິໄລ ໄດ້ຍົກໃຫ້ເຫັນຄວາມ ໝາຍຄວາມສຳຄັນ ຂອງວຽກງານ ອຸດສາຫະກຳ-ການຄ້າ, ຍົກໃຫ້ ເຫັນສະພາບຄວາມຫຍຸ້ງຍາກສິ່ງ ທ້າທາຍ ເປັນຕົ້ນ ຄວາມບໍ່ສະຫງົບ ຢູ່ໃນພາກພື້ນສາກົນ ຊຶ່ງເຮັດໃຫ້ມີ ຜົນກະທົບຕໍ່ພາຍໃນປະເທດ ໂດຍ ສະເພາະບັນຫາຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ, ອັດຕາເງິນເຟີ້ສູງ ລາຄານ້ຳມັນ ແພງ ພ້ອມທັງຮຽກຮ້ອງໃຫ້ຄະນະ ນຳ ແລະ ພະນັກງານທີ່ກ່ຽວຂ້ອງ ເອົາໃຈໃສ່ຄົ້ນຄວ້າຄືນ ບັນຫາຈຸດ ອ່ອນຂໍ້ຄົງຄ້າງ, ພາລະບົດບາດ ສິດ ໜ້າທີ່ ເປັນຕົ້ນ ແຜນພັດທະນາ ເສດຖະກິດ-ສັງຄົມຂອງເມືອງ, ບັນດາແຜນຈຸດສຸມຕ່າງໆ ທີ່ນອນ ຢູ່ໃນວຽກງານອຸດສາຫະກຳ-ການ ຄ້າ ການສ້າງແຜນພັດທະນາຕາມ ທ່າແຮງບົ່ມຊ້ອນຂອງເມືອງ, ປຸກ ລະດົມຂົນຂວຍຊຸກຍູ້ສົ່ງເສີມ ບັນດາ ຜູ້ປະກອບການ ໃຫ້ມີລາຍຮັບຕາມ ທ່າແຮງທີ່ມີ, ເອົາໃຈໃສ່ດ້ານວຽກ ງານການເມືອງແນວຄິດ, ມີຄວາມ ສາມັກຄີພາຍໃນໃຫ້ເປັນອັນດຽວ ກັນ, ແລກປ່ຽນບົດຮຽນຮ່ວມກັນ ແລະ ເອົາໃຈໃສ່ວຽກງານວິຊາ ສະເພາະ, ສືບຕໍ່ຕິດຕາມຊຸກຍູ້ໂຄງ ການດ້ານອຸດສາຫະກຳແລະ ດ້ານ ພະລັງງານຕ່າງໆ ຢູ່ພາຍໃນເມືອງ ໃຫ້ສອດຄ່ອງຕາມແຜນທີ່ວາງໄວ້, ເປັນເຈົ້າການໃນການສະກັດກັ້ນ ແລະ ແກ້ໄຂບັນຫາການລັກລອບ ຂຸດຄົ້ນຄຳຕົກຂ້ອນຢູ່ພາຍໃນເມືອງ ໂອກາດດຽວກັນ, ຄະນະດັ່ງ ກ່າວ ຍັງໄດ້ລົງຕິດຕາມກວດກາ ສິນຄ້າ ພາຍໃນຕະຫລາດ, ບັນດາ ໂຄງການລົງທຶນ, ຫົວໜ່ວຍອຸດ ສາຫະກຳທັງພາກລັດ ແລະ ເອ ກະຊົນ ພາຍໃນເມືອງ ເພື່ອໃຫ້ດຳ ເນີນຖືກຕ້ອງສອດຄ່ອງຕາມລະ ບຽບການ.

RkJQdWJsaXNoZXIy MTc3MTYxMQ==