28/07/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ມາລີດາີດ ໂດຍ: ເຂົ້າຈານນ້ຳົ້້ g8a doy ddkox6 dza d .ogIn voIqj ,.sh wfh Ia [zq o 7;k,gxa o,k c]t 7;k,le7a o0v'[5 og0Q kra olk lh k'glf4tdy ffh ;pr6 ,xa opk0v'c,j py ']k; -u ;y f{;a fmtotme u y a ຂປລ. ການປູກຜັກໃນເຮືອນ ຮົ່ມ ເປັນວິທີທີ່ໄດ້ຮັບຄວາມນິຍົມ ຢ່າງຫລວງຫລາຍໃນປັດຈຸບັນ ເພາະສາມາດຄວບຄຸມສະພາບ ແວດລ້ອມ, ປ້ອງກັນແມງໄມ້ ແລະ ຫລຸດຜ່ອນການໃຊ້ສານເຄມີໄດ້ ເປັນຢ່າງດີ. ເພື່ອໃຫ້ໄດ້ຜົນຜະລິດ ສູງສຸດ, ການປູກດັ່ງກ່າວຄວນປະ ຕິບັດຕາມເຕັກນິກຂັ້ນຕອນດັ່ງນີ້. 1. ການເລືອກຮູບແບບ ແລະ ເຮັດເຮືອນຮົ່ມ ໂຄງສ້າງ: ຄວນໃຊ້ ອຸປະກອນທີ່ທົນທານເຊັ່ນ: ເຫລັກກາ ວານາຍ (Galvanized steel) ຫລື ໄມ້ໄຜ່ ທີ່ຜ່ານການທານ້ຳຢາ ກັນປວກ; ຜ້າຢາງ ແລະ ຕາໜ່າງ: ຫລັງຄາຄວນມຸງດ້ວຍຜ້າຢາງຢູວີ (UV PE sheet) ເພື່ອປ້ອງກັນ ຝົນ ແລະ ກັ່ນຕອງແສງ; ດ້ານຂ້າງ ອ້ອມດ້ວຍຕາໜ່າງກັນແມງໄມ້ (ມຸ້ງຂາວ) ຂະໜາດ 32 ຕາ ຫລື 40 ຕາ ເພື່ອບໍ່ໃຫ້ແມງໄມ້ໂຕນ້ອຍ ໆ ລອດເຂົ້າໄປໄດ້. ຄວນຕັ້ງເຮືອນ ຮົ່ມຕາມແນວຕາເວັນອອກ-ຕາເວັນ ຕົກ ເພື່ອໃຫ້ຜັກໄດ້ຮັບແສງແດດທົ່ວ ເຖິງຕະຫລອດ. 2. ການກຽມດິນ ແລະ ໜານ ປູກດິນໃນເຮືອນຮົ່ມຈະຖືກນຳໃຊ້ ຢ່າງຕໍ່ເນື່ອງ, ດັ່ງນັ້ນ ການບຳລຸງ ດິນຈຶ່ງສຳຄັນທີ່ສຸດ. ການຂ້າເຊື້ອ ໃນດິນ: ໄຖພິກດິນ ຕາກແດດໄວ້ 7-14 ວັນ ເພື່ອຂ້າເຊື້ອພະຍາດ ແລະ ໄຂ່ແມງໄມ້; ການປັບປຸງດິນ: ປະສົມຝຸ່ນຄອກ (ທີ່ໝັກແລ້ວ), ປູນຂາວ (ເພື່ອປັບສະພາບກົດຂປລ. ບຸນເຂົ້າພັນສາ ເປັນບຸນ ປາງໃຫຍ່ ແລະ ເປັນວັນສຳຄັນ ທາງພຸດທະສາສະໜາ ທີ່ພຸດທະ ສາສະນິກະຊົນຊາວລາວໄດ້ສືບ ທອດກັນມາແຕ່ບູຮານຈົນເຖິງ ປັດຈຸບັນ ຊຶ່ງປີນີ້ແມ່ນກົງກັບວັນທີ 29 ກໍລະກົດ 2026 ຂຶ້ນ 15 ຄ່ຳ ເດືອນ 8 ຊຶ່ງເປັນມື້ທີ່ຊາວພຸດທະ ສາສະໜາຈະໄດໃສ່ບາດຢາດນ້ຳ ຟັງເທດສະໜາຖວາຍສັງຄະທານ ແລະ ອື່ນໆ. ບຸນເຂົ້າພັນສາ ເປັນວັນ ທີ່ພະພິກຂຸສົງເລີ່ມເຂົ້າຢູ່ຈຳພັນສາ ເປັນເວລາ 3 ເດືອນໃນລະດູຝົນ ນັບ ແຕ່ແຮມ 1 ຄ່ຳ ເດືອນ 8 ໄປຈົນເຖິງ ແຮມ 1 ຄ່ຳ ເດືອນ 11 ຕາມຈັນທະ ຄະຕິລາວ. ໃນພາສາບາລີ ການເຂົ້າພັນສາ ເອີ້ນວ່າ: “ວັດສູປະນາຍິກາ” ຫລື “ວັດສາວາສະ” ມີຄວາມໝາຍວ່າ ການເຂົ້າຢູ່ຈຳພັນສາ ຫລື ການ ພັກປະຈຳຢູ່ວັດຕະຫລອດລະດູ ຝົນ ໂດຍບໍ່ອອກໄປຄ້າງແຮມບ່ອນ ອື່ນ ຍົກເວັ້ນມີເຫດຈຳເປັນຕາມພະ ວິໄນ. ສາເຫດທີ່ພະພຸດທະເຈົ້າຊົງ ບັນຍັດໃຫ້ພະສົງຈຳພັນສາ ເພາະໃນ ອະດີດມີພະພິກຂຸບາງອົງເດີນທາງ ໃນລະດູຝົນ ເຮັດໃຫ້ຢຽບຢ່ຳເຂົ້າ ກ້າ ແລະ ສັດນ້ອຍຈຳນວນຫລາຍ ຈົນປະຊາຊົນພາກັນຕິຕຽນ. ເມື່ອ ພະພຸດທະເຈົ້າຊົງຮູ້ເຫດການ ຈຶ່ງ ບັນຍັດ ໃຫ້ພະສົງຢູ່ປະຈຳວັດ ຕະຫລອດ 3 ເດືອນໃນລະດູຝົນ ເພື່ອ ຫລີກເວັ້ນການບຽດບຽນພືດຜົນ ແລະ ສັດນ້ອຍ ພ້ອມທັງເປັນໂອກາດ ໃຫ້ພະສົງໄດ້ສຶກສາພະທຳ ປະຕິບັດ ສະມາທິ ແລະ ຝຶກຝົນພະວິໄນໄດ້ ຢ່າງເຕັມທີ່. ແນວໃດກໍຕາມ, ພະ ວິໄນກໍໄດ້ອະນຸຍາດໃຫ້ພະພິກຂຸ ອອກຈາກວັດໄດ້ເປັນກໍລະນີພິເສດ ບໍ່ເກີນ 7 ຄືນ ເຊັ່ນ: ໄປເບິ່ງແຍງ ດູແລພະພິກຂຸ ຫລື ບິດາມານດາທີ່ ເຈັບປ່ວຍ, ໄປຫ້າມພະພິກຂຸ ຫລື ສາມະເນນທີ່ຈະສຶກ, ໄປດຳເນີນ ວຽກງານຂອງຄະນະສົງ ຫລື ໄປ ຮັບນິມົນຈາກພຸດທະສາສະນິກະຊົນ ເພື່ອບຳເພັນກຸສົນ. ສຳລັບພຸດທະ ສາສະນິກະຊົນ ບຸນເຂົ້າພັນສາເປັນ ໂອກາດສຳຄັນໃນການເຮັດບຸນ ຖວາຍທຽນພັນສາ, ຖວາຍຜ້າອາບ ນ້ຳຝົນ, ຮັກສາສິນ-ຟັງທຳ ແລະ ຕັ້ງໃຈລະເວັ້ນອະບາຍມຸກ ຫລື ສິ່ງບໍ່ ດີຕ່າງໆ ຕະຫລອດໄລຍະ 3 ເດືອນ ເພື່ອສະສົມບຸນກຸສົນ ແລະ ພັດທະນາ ຈິດໃຈໃຫ້ສະອາດຜ່ອງໃສ. ອີກປະເພນີໜຶ່ງທີ່ຄູ່ກັບວັນເຂົ້າ ພັນສາ ຄື ປະເພນີຫລ່ໍທຽນເຂົ້າ ພັນສາ ຊຶ່ງມີມາແຕ່ບູຮານ. ພຸດທະ ສາສະນິກະຊົນຈະພ້ອມໃຈກັນຫລໍ່ ທຽນ ແລະ ແຫ່ທຽນໄປຖວາຍວັດ ເພື່ອໃຫ້ພະສົງໄດ້ນຳໄປໃຊ້ໃນການ ປະກອບສາສະນະກິດຕະຫລອດ ໄລຍະຈຳພັນສາ. ຄົນບູຮານເຊື່ອ ວ່າ ການຖວາຍແສງສະຫວ່າງເປັນ ທານ ຈະນຳມາຊຶ່ງປັນຍາ ຄວາມ ຮຸ່ງເຮືອງ ແລະ ຄວາມຈະເລີນ ໃນຊີວິດ. ໃນໄລຍະເຂົ້າພັນສາ ຫລາຍຄອບຄົວຍັງນຳລູກຫລານ ເຂົ້າອຸປະສົມບົດ ເພື່ອໃຫ້ໄດ້ສຶກສາ ພະທຳວິໄນ, ຝຶກຝົນຄວາມອົດທົນ ແລະ ປູກຝັງຄຸນຄ່າທາງສິນທຳ ອັນ ເປັນການສືບທອດພຸດທະສາສະໜາ ໃຫ້ຢູ່ຄູ່ສັງຄົມລາວ. ເຖິງແນວໃດກໍຕາມ, ບຸນເຂົ້າ ພັນສາ ຈຶ່ງບໍ່ພຽງແຕ່ເປັນການ ເລີ່ມຕົ້ນໄລຍະຈຳພັນສາຂອງພະສົງ ເທົ່ານັ້ນ, ແຕ່ຍັງເປັນປະເພນີອັນດີ ງາມທີ່ສະທ້ອນເຖິງຄວາມສັດທາ ຂອງຊາວພຸດ ແລະ ເປັນການສືບ ທອດວັດທະນະທຳ ແລະ ຄຸນຄ່າ ທາງພຸດທະສາສະໜາໃຫ້ຢູ່ຄູ່ສັງຄົມ ລາວຕະສືບໄປ. ພາບປະກອບ ພາບປະກອບ ດ່າງ), ແລະ ແກບດຳ ເພື່ອໃຫ້ດິນ ຜຸ່ຍດີ ແລະ ລະບາຍນ້ຳໄດ້ດີ. ການ ເຮັດໜານ: ຍົກໜານໃຫ້ສູງປະມານ 20-30 ຊັງຕີແມັດ ເພື່ອປ້ອງກັນນ້ຳ ຂັງ ແລະ ໃສ່ຜ້າຢາງຄຸມໜານ ເພື່ອ ປ້ອງກັນຫຍ້າ. 3. ການເລືອກແນວພັນຜັກ ທີ່ເໝາະສົມ: ຜັກທີ່ເໝາະສົມກັບ ການປູກໃນເຮືອນຮົ່ມ ໄດ້ແກ່ ຜັກ ສະຫລັດ, ຜັກກາດກວາງຕຸ້ງ, ຜັກ ຫອມປ້ອມ, ຜັກກາດຂາວ, ໝາກ ເລັ່ນ, ໝາກເຜັດໃຫຍ່, ໝາກແຕງກີ ວີ (Melon), ໝາກຖົ່ວຝັກຍາວ. 4. ເຕັກນິກການໃຫ້ນ້ຳ ແລະ ປຸ໋ຍ ຂໍ້ຄວນລະວັງ: ການໃຫ້ນ້ຳຫລາຍ ເກີນໄປອາດເຮັດໃຫ້ເກີດຄວາມຊຸ່ມ ຊື່ນສູງ ແລະ ກາຍເປັນແຫລ່ງສະສົມ ຂອງເຊື້ອຣາ. ລະບົບນ້ຳ: ຄວນໃຊ້ ລະບົບນ້ຳຢົດ ຫລື ລະບົບພົ່ນໝອກ ເພາະຊ່ວຍປະຢັດນ້ຳ, ບໍ່ເຮັດໃຫ້ໜ້າ ດິນແໜ້ນ ແລະ ຫລຸດຄວາມສ່ຽງ ການເກີດພະຍາດພືດ. ການໃຫ້ປຸ໋ຍ: ເນັ້ນໃສ່ຝຸ່ນອິນຊີເປັນຫລັກ ແລະ ເສີມດ້ວຍປຸ໋ຍຊີວະພາບນ້ຳໝັກ ຫລື ປຸ໋ຍເຄມີຕາມຄວາມເໝາະສົມຂອງ ໄລຍະການເຕີບໃຫຍ່ຂອງຜັກ. 5.ການປ້ອງກັນສັດຕູພືດ ແລະ ພະຍາດພືດ ເຖິງວ່າຈະມີຕາໜ່າງ ປ້ອງກັນ ແຕ່ກໍຍັງມີໂອກາດທີ່ ແມງໄມ້ຈະຫລຸດເຂົ້າໄປໄດ້. ສະນັ້ນ ຄວນຕິດກັບດັກແມງໄມ້ດ້ວຍການ ແຂວນແຜ່ນກາວໄວ້ທົ່ວເຮືອນ ຮົ່ມ ຫລື ໃຊ້ສະໝຸນໄພ ໄລ່ແມງໄມ້ (ເຊັ່ນ: ນ້ຳສົ້ມຄວັນໄມ້, ສານສະ ກັດຈາກຂົມກະເດົາ) ສີດພົ່ນເປັນ ປະຈຳ; ກ່ອນເຂົ້າເຮືອນຮົ່ມຄວນ ກວດເບິ່ງເສື້ອຜ້າ ແລະ ມີ ປະຕູສອງ ຊັ້ນ ເພື່ອປ້ອງກັນແມງໄມ້ບິນຕາມ ຫລັງເຂົ້າໄປ. ແນວໃດກໍດີ, ຄວາມສຳຄັນ ຂອງການປູກຜັກໃນເຮືອນຮົ່ມຄື “ການຄວບຄຸມຄວາມຊຸ່ມຊື່ນ ແລະ ຄວາມສະອາດ”. ຫາກສາມາດ ບໍລິຫານຈັດການລະບົບນ້ຳ ແລະ ປ້ອງກັນແມງໄມ້ໄດ້ຢ່າງມີປະສິດ ທິພາບ, ທ່ານຈະສາມາດປູກຜັກໄດ້ ຕະຫລອດປີ ແລະ ສ້າງລາຍຮັບໄດ້ ຢ່າງໝັ້ນຄົງ. ພາບປະກອບ ຂປລ. ຫັດຖະກຳຕໍ່າແຜ່ນ ເປັນ ມໍລະດົກທາງພູມປັນຍາອັນລ້ຳຄ່າ ຂອງເອື້ອຍນ້ອງແມ່ຍິງລາວ ທີ່ ໄດ້ຮັບການສືບທອດຈາກຮຸ່ນສູ່ ຮຸ່ນ ຕັ້ງແຕ່ບັນພະບູລຸດຈົນຮອດ ປັດຈຸບັນ. ຈາກອາຊີບທີ່ເຄີຍຜະລິດ ເພື່ອນຳໃຊ້ພາຍໃນຄອບຄົວເທົ່າ ນັ້ນ, ແຕ່ທຸກມື້ນີ້ ໄດ້ກາຍເປັນອາຊີບ ທີ່ມີຄຸນຄ່າ ແລະ ສາມາດສ້າງລາຍ ຮັບ, ສ້າງວຽກເຮັດງານທຳ ແລະ ຊ່ວຍຂັບເຄື່ອນເສດຖະກິດຊຸມຊົນ ໂດຍອາໄສພູມປັນຍາ ແລະ ຄວາມ ສາມາດຂອງແມ່ຍິງລາວ. ເໝືອນ ດັ່ງທ່ານ ນາງ ວັນຄໍາ ສີລາວົງ ເຈົ້າ ຂອງຮ້ານຕົ້ນມອນຜ້າໄໝລາວ. ທ່ານ ນາງ ວັນຄໍາ ສີລາວົງ ເຈົ້າ ຂອງຮ້ານຕົ້ນມອນຜ້າໄໝລາວ ຕັ້ງ ຢູ່ບ້ານໝອງທາໃຕ້ ເມືອງຈັນທະ ບູລີ ນະຄອນຫລວງວຽງຈັນ ນໍາ ເອົາຜະລິດຕະພັນຂອງຕົນມາວາງ ສະແດງ ໃນໂອກາດກອງປະຊຸມ ວຽກງານສື່ມວນຊົນ ຄັ້ງທີ I ໄດ້ ໃຫ້ສໍາພາດຕໍ່ສື່ມວນຊົນ ໃນວັນທີ 13 ກໍລະກົດຜ່ານມານີ້ວ່າ: ຕົນເອງ ໄດ້ເລີ່ມຕົ້ນທຸລະກິດນີ້ມາຕັ້ງແຕ່ປີ 1990 ເອກະລັກທີ່ໂດດເດັ່ນຂອງ ຮ້ານແມ່ນການນໍາໃຊ້ໄໝມ້ອນລາວ ແທ້ທີ່ເປັນໄໝຊາວມື ແລະ ເນັ້ນການ ນໍາເອົາລວດລາຍບູຮານດັ້ງເດີມມາ ປະຍຸກເຂົ້າກັບຍຸກສະໄໝໃໝ່ ເພື່ອ ໃຫ້ສາມາດນໍາໄປຕັດຫຍິບໄດ້ຫລາ ກຫລາຍຮູບແບບ ເປັນຕົ້ນແມ່ນເສື້ອ ແວັດ, ຊຸດແຊັກ ແລະ ເຄື່ອງຕົກແຕ່ງ ເຮືອນ-ໂຮງແຮມ. ນອກຈາກນີ້, ຜະລິດຕະພັນຂອງຮ້ານຍັງມີຈຸດ ເດັ່ນທີ່ສາມາດຊັກນໍ້າໄດ້ ແລະ ຮັບປະກັນສີບໍ່ຕົກ ຊຶ່ງຖືເປັນການ ພັດທະນາທີ່ໜ້າພາກພູມໃຈຂອງ ຜ້າໄໝລາວ. ປັດຈຸບັນ, ຮ້ານ ຕົ້ນມອນຜ້າໄໝລາວ ໄດ້ມີການ ສົ່ງເສີມ ແລະ ຈັດສັນວຽກງານໃຫ້ ກຸ່ມຜູ້ຕໍ່າຫູກໃນຊຸມຊົນອ້ອມຂ້າງ ຫລາຍກວ່າ 45 ຄອບຄົວ, ມີທັງ ການຕໍ່າສິ້ນ, ຕໍ່າຜ້າແພບ່ຽງ, ຜ້າ ປູໂຕະ ແລະ ຜະລິດຕະພັນສັ່ງຕາມ ອໍເດີ້ຂອງລູກຄ້າ ເຮັດໃຫ້ແມ່ຍິງທີ່ຢູ່ ເຮືອນລ້ຽງລູກ ຫລື ບໍ່ໄດ້ເຮັດວຽກ ປະຈຳມີອາຊີບເສີມທີ່ໝັ້ນຄົງ. ສ່ວນ ດ້ານການຕະຫລາດ ນອກຈາກຈະ ໄດ້ຮັບຄວາມນິຍົມພາຍໃນປະເທດ ແລ້ວ, ຍັງສາມາດຂະຫຍາຍຕົວໄປ ສູ່ຕະຫລາດປະເທດເພື່ອນບ້ານ ເປັນ ຕົ້ນແມ່ນປະເທດໄທ ທີ່ໃຫ້ຄວາມ ສົນໃຈ ແລະ ສັ່ງຊື້ຢ່າງຕໍ່ເນື່ອງ. ທ່ານ ນາງ ວັນຄໍາ ສີລາວົງ ກ່າວຕື່ມວ່າ: ເຖິງຢ່າງໃດກໍຕາມ, ເພື່ອໃຫ້ທຸລະກິດຫັດຖະກໍາພື້ນເມືອງ ລາວນີ້ສາມາດເຕີບໃຫຍ່ ແລະ ຂະຫຍາຍຕົວຢ່າງແຂງແຮງ, ຝາກ ເຖິງພາກລັດ ແລະ ພາກສ່ວນ ກ່ຽວຂ້ອງໃຫ້ຊ່ວຍຊຸກຍູ້ໃນການ ຊ ອ ກ ຫ າ ຕ ະ ຫ ລ າ ດ ຮ ອ ງ ຮັ ບ ໃຫ້ກວ້າງຂວາງຕື່ມອີກ. ພ້ອມ ດຽວກັນນັ້ນ, ຍັງໄດ້ກ່າວສະແດງ ຄວາມຂອບໃຈ ແລະ ເປີດຮັບຄໍາ ຕໍານິຕິຊົມຈາກລູກຄ້າທຸກທ່ານ ເພື່ອນໍາມາປັບປຸງ ແລະ ພັດທະນາ ຄຸນນະພາບຜະລິດຕະພັນຜ້າໄໝ ລາວ ໃຫ້ມີຄວາມສະຫງ່າງາມ ແລະ ຍືນຍົງຄູ່ກັບສັງຄົມລາວ ຕະຫລອດໄປ. ສໍາລັບຜູ້ທີ່ສົນໃຈ ຜະລິດຕະພັນສາມາດແວ່ຊົມໄດ້ທີ່ ໜ້າຮ້ານ ຕັ້ງຢູ່ບ້ານໜອງທາໃຕ້ ເມືອງຈັນທະບູລີ ນະຄອນຫລວງ ວຽງຈັນ ຫລື ຕິດຕໍ່ຜ່ານທາງເພດ ຮ້ານຕົ້ນມອນຜ້າໄໝລາວໄດ້ໂດຍ ກົງ.
RkJQdWJsaXNoZXIy MTc3MTYxMQ==