7328

gsfdko{dkora fmtok a xtgmf]k; ( 27/07/2026 dkoxj vpp5 '3;[a dg7p 9toewxl6 j dko da o{ 7;[75 ,rtpkfw0h p5 ']kp c[[pn opq ' g,n v'7egdu f l5 ,.lj cdh w00= 7q '7h k' c]t ;k'my fmk'.o8= j |h k ຂປລ. ແຫລ່ງຂ່າວຈາກແຂວງ ບໍລິຄຳໄຊ ໃຫ້ຮູ້ວ່າ: ເມືອງຄຳ ເກີດ ແຂວງບໍລິຄຳໄຊ ໄດ້ສຸມໃສ່ ແກ້ໄຂບັນຫາຂໍ້ຄົງຄ້າງທີ່ເກີດຂຶ້ນ ພາຍໃນສັງຄົມຢ່າງເຂັ້ມງວດ ເປັນຕົ້ນ ບັນຫາຢາເສບຕິດ, ການ ບຸກລຸກ, ທໍາລາຍ, ຖາງ ແລະ ຈູດ ປ່າ, ການຂຸດຄົ້ນເຄື່ອງປ່າຂອງ ດົງ, ທັງການລ່າສັດ-ຫາປາ ແບບ ດັບສູນ ພ້ອມທັງບັນຫາການສວຍ ໃຊ້ສາສະໜາ ເຄື່ອນໄຫວຂັດກັບ ລະບຽບ-ກົດໝາຍ, ການລັກລອບ ຂຸດຄົ້ນແຮ່ທາດ (ຄໍາ) ເຖື່ອນ, ຂໍ້ ຂັດແຍ່ງກ່ຽວກັບທີ່ດິນ, ບັນຫາຂີ້ ລັກ-ງັດແງະ ແລະ ອຸບັດເຫດຕາມ ທ້ອງຖະໜົນ. ເພື່ອປະຕິບັດງານໃຫ້ ມີປະສິດທິພາບ ແລະ ແກ້ໄຂບັນຫາ ຢ່າງຖືກຈຸດ ໂດຍໄດ້ກໍານົດທິດທາງ ແຜນການຈຸດສຸມ ໂດຍສະເພາະ ແກ້ໄຂປະກົດການຫຍໍ້ທໍ້ ໂດຍຕັ້ງໜ້າ ສືບຕໍ່ແກ້ໄຂບັນຫາປະກົດການຫຍໍ້ ທໍ້ ແລະ ຂໍ້ຄົງຄ້າງຕ່າງໆ ໃຫ້ຫລຸດ ໜ້ອຍຖອຍລົງ ເປັນຕົ້ນ ບັນຫາຢາ ເສບຕິດ ໂດຍຈັດຕັ້ງປະຕິບັດວາລະ ແຫ່ງຊາດຢ່າງແຂງແຮງ, ສະກັດ ກັ້ນຄວາມບໍ່ສະຫງົບ: ສະກັດກັ້ນ ແລະ ຕ້ານສະພາບປະກົດການຫຍໍ້ ທໍ້ຕ່າງໆ ໃຫ້ທັນກັບສະພາບການ. ທ່ານ ກີ່ ຊົງລາຫວ່າງ ເລຂາ ຄະນະບໍລິຫານງານພັກເມືອງ ຄຳ ຂປລ. ແຫລ່ງຂ່າວຈາກແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ໂອກາດ ທີ່ມີຄຳເຫັນຕໍ່ພິທີປ່ອຍຍຸງໂວບັກ ເຄຍ ຂອງໂຄງການຫລຸດຜ່ອນ ການສົ່ງເຊື້ອພະຍາດໄຂ້ຍຸງລາຍ ຢູ່ນະຄອນ ຫລວງພະບາງ ເມື່ອ ບໍ່ດົນມານີ້, ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດ ອົດ ສະຕຣາລີ ປະຈຳ ສປປ ລາວ ໄດ້ ກ່າວວ່າ: ລັດຖະບານອົດສະຕາລີ ມີຄວາມຍິນດີທີ່ໄດ້ສະໜັບສະໜູນ ສປປ ລາວ ໃນການນໍາໃຊ້ວິທີ ການໂວບັກເຄຍ ຂອງໂຄງການ ຍຸງໂລກ ຊຶ່ງເປັນນະວັດຕະກຳໃໝ່ ແລະ ອີງໃສ່ຫລັກຖານທາງດ້ານ ວິຊາການ ເພື່ອຫລຸດຜ່ອນການ ແຜ່ລະບາດ ຂອງພະຍາດໄຂ້ຍຸງ ລາຍ ຊຶ່ງການລິເລີ່ມນີ້ ສະແດງໃຫ້ ເຫັນເຖິງຄວາມເຂັ້ມແຂງ ໃນການ ຮ່ວມມືຂອງລັດຖະບານລາວ ແລະ ອົດສະຕຣາລີ ພ້ອມທັງມີຄວາມ ມຸ່ງໝັ້ນຮ່ວມກັນໃນການປົກປ້ອງ ຄອບຄົວ, ເດັກນ້ອຍ ແລະ ສ້າງ ຊຸມຊົນໃຫ້ເຂັ້ມແຂງທາງດ້ານສຸ ຂະພາບ ໃນ ສປປ ລາວ. ເສັ້ນທາງບາດກ້າວສຳຄັນ ໃນການປົກປ້ອງປະຊາກອນໃນ ປະເທດ ການຂະຫຍາຍການຈັດຕັ້ງ ປະຕິບັດກິດຈະກຳໃນລະດັບປະ ເທດໃນຄັ້ງນີ້ ໄດ້ສືບຕໍ່ມາຈາກແຜນ ຍຸດທະສາດຂອງໂຄງການ ທີ່ໄດ້ ເລີ່ມຕົ້ນຢູ່ນະຄອນຫລວງວຽງຈັນ ໃນປີ 2022, ຫລັງຈາກການທົດ ລອງນໍາໃຊ້ໃນທ້ອງຖິ່ນປະສົບຜົນ ສໍາເລັດຕະຫລອດ 4 ປີຜ່ານມາ, ໂຄງການພວມຈັດຕັ້ງປະຕິບັດ ກິດຈະກຳນີ້ ພາຍໃນ 9 ຕົວເມືອງ ໃນນະຄອນຫລວງວຽງຈັນ ແລະ ອີກ 4 ແຂວງ (ຫລວງພະບາງ, ອຸດົມໄຊ, ສະຫວັນນະເຂດ ແລະ ຈໍາປາສັກ) ຊຶ່ງຈະນໍາໄປສູ່ການກັນ ແລະ ຄວບຄຸມພະຍາດໄຂ້ຍຸງລາຍ ໃນໄລຍະຍາວ ແລະ ແບບຍືນຍົງ ໃຫ້ ແກ່ປະຊາຊົນຫລາຍກວ່າ 1,2 ລ້ານ ຄົນ ໃນ ສປປ ລາວ. ໃນປີ 2022, ອົງການຊ່ວຍ ເຫລືອເດັກສາກົນ ປະຈຳ ສປປ ລາວ ແລະ ໂຄງການຍຸງໂລກ ໄດ້ ເປີດຕົວໂຄງການຕົວແບບຢູ່ນະ ຄອນຫລວງວຽງຈັນ ເພື່ອຮັບມື ກັບໄພຂົ່ມຂູ່ທີ່ເພີ່ມຂຶ້ນຈາກພະຍາດ ທີ່ມີຍຸງເປັນພາຫະນະນໍາເຊື້ອ ຊຶ່ງ ໄລຍະທີ 1 ຂອງໂຄງການ ປະກອບ ມີ: ເມືອງໄຊເສດຖາ ແລະ ຈັນທະ ບູລີ ໄດ້ສໍາເລັດໃນເດືອນສິງຫາ 2023, ຈາກຜົນສໍາເລັດໄລຍະທີ 1 ໂຄງການໄລຍະ 2A ໄດ້ຂະຫຍາຍ ໄປເມືອງສີສັດຕະນາກ, ສີໂຄດ ຕະບອງ, ຫາດຊາຍຟອງ, ນາຊາຍ ທອງ ແລະ ໄຊທານີ ໂດຍໄດ້ສໍາ ເລັດໃນເດືອນມັງກອນ 2026 ໃນ ປັດຈຸບັນ, ໂຄງການພວມກ້າວເຂົ້າ ສູ່ໄລຍະ 2B ໂດຍມີການຂະຫຍາຍ ຂອບເຂດການຈັດຕັ້ງປະຕິບັດ ກິດຈະກຳຢ່າງຫລວງຫລາຍ ກວມ ເອົາພື້ນທີ່ປະມານ 37 ກິໂລ ຕາແມັດ ພາຍໃນ 9 ຕົວເມືອງ ໃນ ນະຄອນຫລວງວຽງຈັນ, ພ້ອມທັງ ກວມເອົາ 25 ກິໂລຕາແມັດ ໃນ ແຂວງຫລວງພະບາງ, ອຸດົມໄຊ, ສະຫວັນນະເຂດ ແລະ ຈໍາປາສັກ. ການຂະຫຍາຍກິດຈະກຳໃນຄັ້ງ ນີ້ ຈະນໍາເອົາວິທີການ ໂວບັກເຄຍ ຂອງໂຄງການຍຸງໂລກ ເພື່ອໃຫ້ ສາມາດປົກປ້ອງຊຸມຊົນໄດ້ໃນໄລຍະ ຍາວ ແລະ ສາມາດນຳຜົນປະໂຫຍດ ໄປສູ່ປະຊາຊົນຫລາຍກວ່າ 1,2 ລ້ານຄົນໃນທົ່ວ ສປປ ລາວ. ຂ່າວ-ພາບ: ອາພຸດເດດ ບຸບຜາ 7e,j ;o vto5 ,a f.sh gvdt-q olextmkomu j fy o grn j vpq d]tfa [dkomj v'mj P;g,n v'mj kc0d ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ພິທີລົງນາມວ່າ ດ້ວຍການສໍາປະທານເນື້ອທີ່ດິນ 5.600 ຕາແມັດ ເພື່ອພັດທະນາ ໂຄງການກໍ່ສ້າງໂຮງແຮມ ແລະ ໂຄງການບໍລິການດ້ານການທ່ອງ ທ່ຽວລະຫວ່າງ ຄະນະກໍາມະການ ປົກຄອງແຂວງຄໍາມ່ວນ ແລະ ບໍລິສັດ ສຸກສົມບູນກໍ່ສ້າງ ຈຳກັດຜູ້ ດຽວ ຈັດຂຶ້ນໃນທ້າຍອາທິດຜ່ານ ມາ ທີ່ຫ້ອງການຄະ ນະກຳມະການ ຄຸ້ມຄອງ ແລະ ສົ່ງ ເສີມການລົງທືນ ແຂວງຄຳມ່ວນ ຕາງໜ້າລົງນາມ ໂດຍ ທ່ານ ພາກອນ ແກ້ວມະນີ ຫົວໜ້າຫ້ອງການຄະນະກຳມະການ ຄຸ້ມຄອງ ແລະ ສົ່ງເສີມການລົງທຶນ ແຂວງຄຳມ່ວນ ແລະ ທ່ານ ນາງ ລັດດາວັນ ສຸກສົມບູນ ປະທານ ບໍລິສັດ ສຸກສົມບູນ ກໍ່ສ້າງຈຳກັດຜູ້ ດຽວ, ມີທ່ານ ໜັ້ນຍືນ ຄີນສະໜອນ ຮອງປະທານຄະນະກຳມະການ ປົກຄອງແຂວງ ພ້ອມດ້ວຍພະແນກ xtdkf8kcl'cdh 'dtg[q k g,n v'w-[6 ]u ຂປລ . ແຫລ່ງ ຂ່າ ວຈ າ ກ ແຂວງສະຫວັນນະເຂດ ໃຫ້ຮູ້ ວ່າ: ພິທີປະກາດຕາແສງ ແກ້ງ ກະເບົາ ບ້ານແກ້ງກະເບົາ ເມືອງ ໄຊບູລີ ແຂວງສະຫວັນນະເຂດ ຈັດຂຶ້ນເມື່ອມໍ່ໆມານີ້ ໂດຍມີທ່ານ ທອງໃສ ໄຊຍະວົງຄໍາດີ ຮອງ ປະທານຄະນະກໍາມະການປົກ ຄອງແຂວງສະຫວັນນະເຂດ, ທ່ານ ສາລີ ວິນລາວັນ ປະທານແນວ ລາວສ້າງຊາດແຂວງ ພ້ອມດ້ວຍ ພະນັກງານ-ລັດຖະກອນ, ປກຊປກສ, ປະຊາຊົນພາຍໃນບ້ານ ແກ້ງ ກະເບົາ ແລະ ບ້ານອ້ອມຂ້າງເຂົ້າ ຮ່ວມ. ທ່ານ ຄາລາໂຊ ຫລຸຍບົວທອງ ເລຂາຄະນະບໍລິຫານງານພັກເມືອງ ໄຊບູລີ ໄດ້ກ່າວວ່າ: ການສ້າງຕັ້ງຕາ ແສງ ແມ່ນການບູລະນະລະບົບການ ເມືອງຢູ່ຂັ້ນທ້ອງຖິ່ນຮາກຖານ ໃຫ້ ໜັກແໜ້ນເຂັ້ມແຂງ, ເປັນເຈົ້າການ ປະຕິບັດແນວທາງນະໂຍບາຍຂອງ ພັກແລະແຜນພັດທະນາເສດຖະກິດ- ສັງຄົມໃນແຕ່ລະໄລຍະ ແນໃສ່ເພື່ອ ນຳພາການຈັດຕັ້ງຂັ້ນບ້ານໃຫ້ມີ ຄວາມເຂັ້ມແຂງໜັກແໜ້ນໃນການ ຄຸ້ມຄອງ-ບໍລິຫານ, ປົກປັກຮັກສາ ແລະ ສ້າງສາພັດທະນາແຕ່ລະ ບ້ານຕາມທ່າແຮງບົ່ມຊ້ອນຕົວ ຈິງ ຫັນເອົາການບໍລິການຕ່າງໆ ຂອງລັດມາຮັບໃຊ້ປະຊາຊົນໃຫ້ ວ່ອງໄວ ແລະ ສະດວກສະບາຍ ກວ່າເກົ່າ ໂດຍສະເພາະກຸ່ມບ້ານ ແກ້ງກະເບົາ ທີ່ມີຈຸດພິເສດທີ່ຕັ້ງ ແລະ ທ່າແຮງບົ່ມຊ້ອນທີ່ເປັນທ່າ ແຮງຫລາຍດ້ານ, ພາຍຫລັງທີ່ໄດ້ ຮັບການສ້າງຕັ້ງຕາແສງແລ້ວ ຈະ ເຮັດໃຫ້ສາມາດໝູນໃຊ້ທ່າແຮງ ເຫລົ່ານັ້ນ ມາປະກອບສ່ວນສ້າງສາ ພັດທະນາບັນດາບ້ານ ແລະ ສ້າງ ຄວາມຢູ່ດີກິນດີໃຫ້ພໍ່ແມ່ປະຊາຊົນ ໃຫ້ດີຂຶ້ນກວ່າ. ທ່ານ ພູເງິນ ຈັນທະສອນ ປະ ທານຄະນະກໍາມະການປົກຄອງ ເມືອງ ໄດ້ລາຍງານວ່າ: ຕາແສງ ແກ້ງກະເບົາ ເປັນຕາແສງໜຶ່ງ ທີ່ນອນຢູ່ໃນ 4 ຕາແສງ ຂອງເມືອງ ໄຊບູລີ, ມີສໍານັກງານຕັ້ງຢູ່ບ້ານ ແກ້ງກະເບົາ (ຫ້ອງການປົກຄອງ ເມືອງຫລັງເກົ່າ) ຫ່າງຈາກສໍານັກ ງານປົກຄອງເມືອງໄຊບູລີ ປະມານ 48 ກິໂລແມັດ ຕັ້ງຢູ່ທາງທິດຕາເວັນ ຕົກຂອງເມືອງ, ມີເສັ້ນທາງເລກ 09 ແລະ ເລກທີ 11 A ຜ່ານ ມີ ຊາຍແດນຕິດຈອດກັບບັນດາບ້ານ ແລະ ຊາຍແດນຕ່າງໆ, ມີເນື້ອທີ່ ປະມານ 31.876 ກິໂລຕາແມັດ, ທົ່ວຕາແສງ ແກ້ງກະເບົາ ປະກອບ ມີ 13 ບ້ານຂຶ້ນກັບ ຄື: ບ້ານແກ້ງ ກະເບົາ, ບ້ານສີວິໄລ, ບ້ານທ່າຄໍ້, ບ້ານນາສັງ, ບ້ານບົວໄຂ, ບ້ານ ປາກເຊບັ້ງໄຟ, ບ້ານທ່າຂາມ, ບ້ານ ຄຳໂນນສູງ, ບ້ານດົງພຸງ, ບ້ານ ໜອງສະພັງ, ບ້ານຜັກຂະຍ່າ, ບ້ານ ນາເທິງ ແລະ ບ້ານສະຫວ່າງ, ມີ ພົນລະເມືອງ 18.457 ຄົນ, ຍິງ 9.384 ຄົນ, ມີ 3.477ຄອບຄົວ, ມີ 3.530 ຫລັງຄາເຮືອນ, ມີ 196 ໜ່ວຍ, ພົນລະເມືອງແບ່ງຕາມເຜົ່າ: ເຜົ່າລາວ 18.100 ຄົນ, ຍິງ 9.200 ຄົນ, ກວມເອົາ 98,06%, ເຜົ່າຜູ້ ໄທ 357 ຄົນ, ຍິງ 184 ຄົນ, ກວມ ເອົາ 1,9%, ອາຊີບສ່ວນໃຫຍ່ແມ່ນ ກະສິກອນ ເຮັດສວນ, ປູກຝັງ ແລະ ລ້ຽງສັດ ກວມເອົາ 95%. ໃນພິທີ ຍັງໄດ້ຜ່ານມະຕິຕົກລົງ ຂອງຄະນະປະຈໍາພັກເມືອງວ່າດ້ວຍ ການບົ່ງຕົວແຕ່ງຕັ້ງຄະນະບໍລິຫານ ງານພັກຮາກຖານແກ້ງກະເບົາ ແລະ ຜ່ານຂໍ້ຕົກລົງຂອງຄະນະກໍາມະ ການປົກຄອງເມືອງ ວ່າດ້ວຍການ ແຕ່ງຕັ້ງປະທານ ແລະ ຮອງປະທານ ຄະນະກໍາມະການປົກຄອງຕາແສງ ແກ້ງກະເບົາ ໂດຍຕົກລົງແຕ່ງຕັ້ງ ທ່ານ ສອນລະສິນ ຄົມທິລາດ ເປັນ ປະທານ, ທ່ານ ວົງພະຈັນ ຊາມຸນຕີ ແລະ ທ່ານ ວັນນະສິນ ອິນທາ ນຸວົງ ເປັນຮອງປະທານ. ພ້ອມນີ້, ທ່ານ ທອງໃສ ໄຊຍະ ວົງຄໍາດີ ໄດ້ມອບງົບປະມານ ແລະ ອຸປະກອນຮັບໃຊ້ຈໍານວນໜຶ່ງໃຫ້ ກັບຕາແສງແກ້ງກະເບົາ 91 ລ້ານ ກີບຕື່ມອີກ. ລ່າງພາຍໃນເມືອງໃນນັ້ນ, ມີຜູ້ເສຍ ຊີວິດ 3 ຄົນ ຢູ່ບ້ານທ່າບັກ (ຍ້ອນ ດິນເຈື່ອນທັບເຮືອນ) ແລະ ສູນຫາຍ 1 ຄົນ ຢູ່ບ້ານໂພນສະອາດ (ອອກ ໄປຫາກິນ); ດ້ານຊັບສິນ ແລະ ເນື້ອທີ່ທໍາການຜະລິດໄດ້ຮັບຄວາມ ເສຍຫາຍເປັນຈໍານວນຫລາຍ ເປັນ ຕົ້ນ ເນື້ອທີ່ນາ 211 ເຮັກຕາ, ສວນ ມັນຕົ້ນ 30 ເຮັກຕາ, ສວນຢາງ ພາລາ 1 ເຮັກຕາ, ຊົນລະປະທານ ຝາຍລາດ 2 ແຫ່ງ ແລະ ໜອງ ປາ 14 ໜອງ; ເຮືອນປະຊາຊົນ 4 ຫລັງ, ວັດ 1 ແຫ່ງ, ວິດຖ່າຍ 28 ຫລັງ, ນໍ້າສ້າງ 2 ບໍ່ ແລະ ນໍ້າ ລິນ 1 ແຫ່ງ (ສ່ວນມູນຄ່າຄວາມ ເສຍຫາຍລວມ ແມ່ນຢູ່ໃນຂັ້ນຕອນ ການປະເມີນ). ພ້ອມນີ້ຍັງມີດິນ ເຈື່ອນຖົມທາງ, ໄມ້ລົ້ມຕັນທາງ ແລະ ນໍ້າເຊາະເສັ້ນທາງຕ່າງໆ ພາຍໃນເມືອງ ຈໍານວນ 13 ເສັ້ນ ລວມມູນຄ່າເສຍຫາຍ 7 ຕື້ກວ່າກີບ. ສຳລັບການຊ່ວຍເຫລືອເບື້ອງຕົ້ນ ທາງຄະນະກຳມະການຄຸ້ມຄອງ ໄພພິບັດຂັ້ນເມືອງ ແລະ ພາກສ່ວນ ຕ່າງໆ ໄດ້ນໍາເອົາເຄື່ອງນຸ່ງຫົ່ມ, ເຂົ້າສານ, ອາຫານແຫ້ງ, ເຄື່ອງໃຊ້ ຄົວເຮືອນ ແລະ ເງິນສົດ ຈຳນວນ ໜຶ່ງໄປມອບໃຫ້ຄອບຄົວຜູ້ເສຍຊີວິດ ພ້ອມທັງປະສານສົມທົບກັບກຳລັງ ປກຊ-ປກສ ແລະ ອົງການປົກຄອງ ຕາແສງ ເຂົ້າຊ່ວຍຂົນເຄື່ອງທີ່ ຈຳເປັນ ແລະ ເຄື່ອງໃຊ້ຕ່າງໆ ຂອງປະຊາຊົນຜູ້ຖືກຜົນກະທົບໄປ ໄວ້ບ່ອນທີ່ປອດໄພ. ທ່ານ ກີ່ ຊົງລາຫວ່າງ ໃຫ້ຮູ້ ຕື່ມວ່າ: ສຳລັບການເຝົ້າລະວັງ ໄພພິບັດ ແມ່ນໄດ້ຕິດຕາມເຝົ້າລະວັງ ໄພພິບັດຕ່າງໆ ທີ່ອາດເກີດຂຶ້ນ ຈາກທຳມະຊາດຢ່າງໃກ້ຊິດ ໃນ ໄລຍະລະດູຝົນ ພ້ອມທັງເລັ່ງຟື້ນຟູ ເສັ້ນທາງ ໂດຍໄດ້ຕິດຕາມ, ກວດ ກາ, ກໍ່ສ້າງ ແລະ ສ້ອມແປງເສັ້ນ ທາງຕ່າງໆພາຍໃນເມືອງ ເພື່ອ ແກ້ໄຂການສັນຈອນໃຫ້ທັນກັບ ສະພາບການ, ເພີ່ມທະວີວຽກງານ ສຶກສາອົບຮົມການເມືອງ-ແນວຄິດ, ນໍາເອົາແນວທາງແຜນນະໂຍບາຍ ຂອງພັກ-ລັດ ລົງຈັດຕັ້ງເຜີຍແຜ່ໃຫ້ ພະນັກງານ, ສະມາຊິກພັກ, ກຳລັງ ປະກອບອາວຸດ ແລະ ປະຊາຊົນ ບັນດາເຜົ່າຢ່າງທົ່ວເຖິງ-ຕໍ່ເນື່ອງ ເພື່ອຍົກສູງຄວາມເປັນເອກະພາບ ຕໍ່ການນໍາພາຂອງພັກໃຫ້ເຂັ້ມແຂງ ແລະ ໜັກແໜ້ນ.ຂ່າວ-ພາບ: ສາຍສະໝອນ ການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ຕາມສັນຍາໂຄງການປະກອບ ມີການສໍາປະທານ ເ ນື້ອທີ່ດິນ 3.000 ຕາແມັດ ຢູ່ເຂດບ້ານນາໂບ ເພື່ອພັດທະນາໂຄງການກໍ່ສ້າງ ໂຮງແຮມ ແລະ ອີກ 2.600 ຕາ ແມັດ ຢູ່ເຂດບ້ານເລົ່າ ເມືອງທ່າ ແຂກ ເພື່ອພັດທະນາສິ່ງອໍານວຍ ຄວາມສະດວກ ດ້ານການບໍລິການ ແລະ ສ້າງຈຸດຜັກຜ່ອນເຊັ່ນ: ການ ບໍລິການຮ້ານກາເຟເຮືອນຊົງຝຣັ່ງ, ບໍລິການຫໍສະໝຸດ ແລະ ຮ້ານບິງຊູ ແນໃສ່ຮອງຮັບນັກທ່ອງທ່ຽວທັງ ພາຍໃນ ແລະ ຕ່າງປະເທດ. ສັນຍາສຳປະທານມີອາຍຸ 50 ປີ ແລະ ຄາດວ່າໂຄງການດັ່ງກ່າວ ຈະ ຊ່ວຍຍົກລະດັບພູມສັນຖານການ ທ່ອງທ່ຽວຂອງເມືອງທ່າແຂກ, ເພີ່ມ ທາງເລືອກດ້ານການບໍລິການ ພ້ອມ ທັງສ້າງວຽກເຮັດງານທຳ ແລະ ສ້າງລາຍຮັບໃຫ້ແກ່ປະຊາຊົນໃນ ທ້ອງຖິ່ນ. ຂ່າວ: ມະນີວັນ ເກີດ ໄດ້ລາຍງານຂໍ້ຄົງຄ້າງທີ່ຕ້ອງ ໄດ້ຮີບຮ້ອນແກ້ໄຂ ແລະ ກໍານົດ ທິດທາງແຜນການເຄື່ອນໄຫວໃນ ຕໍ່ໜ້າ ເພື່ອຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຟື້ນຟູຊີວິດການເປັນຢູ່ຂອງ ປະຊາຊົນ ຕໍ່ກອງປະຊຸມເປີດກວ້າງ ຄົບຄະນະບໍລິຫານງານພັກແຂວງ ບໍລິຄຳໄຊ ຄັ້ງທີ 5 ສະໄໝທີ 8 ເມື່ອບໍ່ດົນມານີ້ວ່າ: ໃນຕົ້ນເດືອນ ກໍລະກົດ 2026 ຜ່ານມາ, ໄດ້ເກີດ ມີຝົນຕົກໜັກຢ່າງຕໍ່ເນື່ອງ ກໍໃຫ້ ເກີດຜົນກະທົບຢ່າງໜັກໜ່ວງຕໍ່ ຊີວິດ, ຊັບສິນ ແລະ ພື້ນຖານໂຄງ h

RkJQdWJsaXNoZXIy MTc3MTYxMQ==