gsfdko{dkora fmtok a xtgmf]k; ( 24/07/2026 pq d]tfa [7;k,I6 h dkowdj gdj p0= 0a fcpj ' 0A o[h ko.sh 2 8kcl'0v'g,n v'mj kc8' pq d]tfa [;Pd'koxh v'da o7;k,lts'[ dkog,n v'rkp.oc0;'-P'0;k' ຂປລ. ແຫລ່ງຂ່າວຈາກແຂວງ ຊຽງຂວາງ ໃຫ້ຮູ້ວ່າ: ການຝຶກ ອົບຮົມວຽກງານປ້ອງກັນຄວາມ ສະຫງົບ ການເມືອງພາຍໃນທົ່ວ ແຂວງຊຽງຂວາງ ຈັດຂຶ້ນໃນວັນທີ 23 ກໍລະກົດ 2026 ທີ່ຫ້ອງວ່າການ ແຂວງ ໂດຍການເປັນປະທານຂອງ ທ່ານ ພູວົງ ອຸ່ນຄຳແສນ ກຳມະການ ສູນກາງພັກ, ເລຂາພັກແຂວງປະ ທານສະພາປະຊາຊົນແຂວງຊຽງ ຂວາງ, ມີການນຳແຂວງ ແລະ ພະນັກງານຫລັກແຫລ່ງທົ່ວແຂວງ ເຂົ້າຮ່ວມ. ທ່ານ ພັນເອກ ສຸວັນ ທອງຈະ ເລີນ ຫົວໜ້າກົມ 200 ກະຊວງ ປ້ອງກັນຄວາມສະຫງົບ ໄດ້ຜ່ານ ບັນດານິຕິກຳ ແລະ ໃຫ້ຄວາມຮູ້ ແກ່ສຳມະນາກອນ ເພື່ອໃຫ້ຮັບຮູ້ ເຂົ້າໃຈ ນຳໄປໝູນໃຊ້ໃນໜ້າທີ່ ວຽກງານ ໂດຍສະເພາະບາງບັນ ຫາພື້ນຖານກ່ຽວກັບວຽກງານ ປ້ອງກັນພາຍໃນ, ຂໍ້ຕົກລົງສະບັບ ເລກທີ 1723/ປກສ ລົງວັນທີ 8 ກໍລະກົດ 2025 ວ່າດ້ວຍລະບຽບ ການປ້ອງກັນພາຍໃນ ລວມມີ 5 ໝວດ 27 ມາດຕາ, ຂໍ້ຕົກລົງສະບັບ ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ກອງປະຊຸມເຊື່ອມ ຊຶມດຳລັດ ວ່າດ້ວຍການໄກ່ເກ່ຍ ຂໍ້ຂັດແຍ່ງຂັ້ນບ້ານ ເພື່ອແນໃສ່ຍົກ ລະດັບຄວາມຮູ້ວຽກງານດັ່ງກ່າວ ໃຫ້ 10 ບ້ານໃນ 2 ຕາແສງຂອງ ເມືອງທ່າແຕງ ແຂວງເຊກອງ ໃນ ວັນທີ22 ກໍລະກົດ 2026 ໂດຍການ ເປັນປະທານຂອງ ທ່ານ ສີສົມພາ ໄຊແກ້ວຍະວົງ ຮອງປະທານຄະນະ ກໍາມະການປົກຄອງເມືອງທ່າແຕງ, ມີທ່ານ ກິແກ້ວ ໄຊຍະສິດ ຫົວໜ້າ ຫ້ອງການຍຸຕິທໍາເມືອງ ພ້ອມດ້ວຍ ອົງການປົກຄອງ 10 ບ້ານໃນ 2 ຕາ ແສງຂອງເມືອງທ່າແຕງເຂົ້າຮ່ວມ. ທ່ານ ອະນຸຊາ ຈັນທະວິໄລ ຮອງ ຫົວໜ້າຫ້ອງການຍຸຕິທໍາເມືອງ ທ່າ ແຕງ ກ່າວວ່າ: ທົ່ວເມືອງປະກອບ ມີ 4 ຕາແສງ ໃນນີ້, ໄດ້ຄັດເລືອກ ເອົາອົງການປົກຄອງ 10 ບ້ານ ໃນ 2 ຕາແສງຄື: ຕາແສງ ທ່າແຕງ ມີ ບ້ານ ກົກພຸງໃຕ້, ບ້ານ ປົ່ງໃໝ່, ບ້ານ ປະແຫລງເໜືອ, ບ້ານ ປະແຫລງໃຕ້, ບ້ານ ຕຸ້ມຍໍ, ບ້ານ ໝື່ນໃໝ່. ສ່ວນ ຕາແສງ ດອນຊາ ມີບ້ານ ດອນຊາ, ບ້ານ ຫ້ວຍດໍາໃໝ່, ບ້ານ ໜອງກັນ ແລະ ບ້ານ ທົ່ງຫວາຍ. ດໍາລັດ ວ່າດ້ວຍການໄກ່ເກ່ຍຂໍ້ ຂັດແຍ່ງຂັ້ນບ້ານ ປະກອບມີ 12 ໝວດ, 60 ມາດຕາ ທີ່ຈະກາຍເປັນ ເຄື່ອງມື ແລະ ພື້ນຖານທີ່ດີໃນການ ແກ້ໄຂຂໍ້ຂັດແຍ່ງຂັ້ນພື້ນຖານໄດ້ ສຳມະນາກອນ ໄດ້ແລກປ່ຽນຄຳ ຄິດເຫັນນຳບັນດາຄູຝຶກ ເພື່ອໃຫ້ ເຂົ້າໃຈຢ່າງຈະແຈ້ງ ແລະ ການ ຈັດຕັ້ງປະຕິບັດວຽກງານປ້ອງກັນ ພາຍໃນໃຫ້ເຂັ້ມແຂງມີຜົນສຳເລັດ ຢ່າງແຂງແຮງ. ໂອກາດນີ້, ທ່ານ ພູວົງ ອຸ່ນຄຳ ແສນ ໄດ້ກ່າວສະແດງຄວາມຊົມ ເຊີຍຕໍ່ຜົນສຳເລັດໃນໄລຍະຜ່ານ ມາ ພ້ອມທັງໄດ້ເນັ້ນໜັກໃຫ້ສືບ ຕໍ່ໃຫ້ທຸກພາກສ່ວນຕ້ອງເອົາໃຈ ໃສ່ຍົກສູງຄວາມຮັບຜິດຊອບໃນ ການຝຶກອົບຮົມວຽກງານການ ເມືອງ-ນຳພາແນວຄິດໃຫ້ສະມາຊິກ ພັກ ພະນັກງານ-ລັດຖະກອນ ເປັນ ປົກກະຕິ ກວ້າງຂວາງ ແລະ ເລິກ ເຊິ່ງ ກຳແໜ້ນກົນອຸບາຍເລ່ຫລ່ຽມ ກຸ່ມຄົນບໍ່ດີ ທີ່ຫວັງມ້າງເພທຳລາຍ ພາຍໃນຂອງພັກເຮົາ, ຮັບປະກັນ ບໍ່ໃຫ້ຄົນບໍ່ດີແຊກຊຶມ ເລັດລອດ ເຂົ້າໃນກົງຈັກການຈັດຕັ້ງຂອງ ພັກ-ລັດຢ່າງເດັດຂາດ ແຕ່ສູນກາງ ຮອດທ້ອງຖິ່ນ, ປັບປຸງຕາໜ່າງ ກຳລັງປ້ອງກັນພາຍໃນ ຢູ່ບັນດາ ສຳນັກງານອົງການອ້ອມຂ້າງ ແຂວງ ແລະ ເມືອງ, ຄະນະປ້ອງກັນ ພາຍໃນສຳນັກງານ-ອົງການອ້ອມ ຂ້າງແຂວງ ແລະ ເມືອງ ຕ້ອງຍົກ ສູງຄວາມຮັບຜິດຊອບ ເຄື່ອນໄຫວ ຕາມພາລະບົດບາດ ຂອບເຂດ ສິດ ໜ້າທີ່ຂອງຕົນ ຕິດພັນກັບການ ສຶກສາອົບຮົມການເມືອງແນວຄິດ ໃຫ້ພະນັກງານ-ລັດຖະກອນ, ກຳ ໃຫ້ໄດ້ປະຫວັດການເຄື່ອນໄຫວ ຂອງພະນັກງານ-ລັດຖະກອນ ທີ່ ປະຈຳຢູ່ຕາມສຳນັກງານ-ອົງການ ແຕ່ຂັ້ນແຂວງລົງຮອດຂັ້ນບ້ານ, ກອງບັນຊາການປ້ອງກັນຄວາມ ສະຫງົບ ແຂວງ, ເມືອງ ຕ້ອງເປັນ ໃຈກາງ ແລະ ເປັນເສນາທິການໃຫ້ ຄະນະພັກຂັ້ນເທິງ, ຕ້ອງສະຫລຸບ ລາຍງານສະພາບການເຄື່ອນໄຫວ ວຽກງານ ແລະ ທິດທາງແຜນການ ສົ່ງໃຫ້ກອງບັນຊາການ ປກສ ແຂວງ (ພະແນກປ້ອງກັນພາຍໃນ) ເປັນປົກກະຕິຕາມໄຕມາດ ເພື່ອ ສັງເກດຕີລາຄາໄດ້ດ້ານດີ-ດ້ານ ອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້ ແນໃສ່ປັບປຸງ ແລະ ວາງທິດທາງ ແຜນການໃນຕໍ່ໜ້າໃຫ້ດີຂຶ້ນເທື່ອລະ ກ້າວ. ຂ່າວ: ບຸນມີ ແສງທຸມມີ va f8txn xj vp]6 dxk 100.000 d;j k38 ]q 'vj k'gda [oEg0n j vow22h koEdq ' 1 ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ແຂວງອັດຕະປື ຈັດກິດຈະກຳປ່ອຍລູກປາ ແລະ ສັດນ້ຳຄືນສູ່ທຳມະຊາດທີ່ອ່າງເກັບ ນໍ້າ ບໍລິສັດ ເຂື່ອນໄຟຟ້ານ້ຳກົງ 1 ຈຳກັດ ໃນວັນທີ 22 ກໍລະກົດ 2026 ເນື່ອງໃນໂອກາດສະເຫລີມ ສະຫລອງ ວັນປ່ອຍປາ ແລະ ອະ ນຸລັກສັດນ້ຳແຫ່ງຊາດ ຄົບຮອບ 29 ປີ ໂດຍມີ ທ່ານ ບຸນເຖິງ ດວງ ສະຫວັນ ເລຂາຄະນະບໍລິຫານ ງານພັກແຂວງອັດຕະປື ພ້ອມດ້ວຍ ພະແນກການຂອງແຂວງ, ເມືອງພູ ວົງ, ພະນັກງານ ແລະ ກຳມະກອນ ຂອງບໍລິສັດ ເຂື່ອນໄຟຟ້ານ້ຳກົງ 1 ເຂົ້າຮ່ວມ. ກິດຈະກຳປ່ອຍປາໃນຄັ້ງນີ້ ຈັດ ຂຶ້ນເພື່ອເປັນການປູກຈິດສຳນຶກ ໃຫ້ແກ່ທຸກພາກສ່ວນໃນສັງຄົມ ກໍຄືປະຊາຊົນບັນດາເຜົ່າ ໃຫ້ເຫັນ ໄດ້ເຖິງຄວາມສຳຄັນຂອງການ ອະນຸລັກຮັກສາພັນສັດນ້ຳ ແລະ ຄວາມອຸດົມສົມບູນຂອງລະບົບນິ ເວດວິທະຍາ ຢູ່ບໍລິເວນອ່າງເກັບນ້ຳ ຂອງເຂື່ອນໄຟຟ້າ ທັງນີ້ ກໍເພື່ອແນ ໃສ່ການເພີ່ມປະລິມານສັດນ້ຳ, ສ້າງ ຄວາມສົມດຸນໃຫ້ແກ່ທຳມະຊາດ ແລະ ຮັບປະກັນການສະໜອງ ແຫລ່ງອາຫານ ທີ່ຍືນຍົງໃຫ້ແກ່ ພໍ່ແມ່ປະຊາຊົນ ໃນເຂດທ້ອງຖິ່ນ. ສຳລັບປາ ທີ່ນຳມາປ່ອຍໃນຄັ້ງ ນີ້ ປະກອບມີ: ປາປາກ, ປາໃນ, ປານວນຈັນ, ປາສະຫວາຍ, ປາ ນີນ ແລະ ປາກົດ ລວມ 120.000 ໂຕ ໂດຍໄດ້ຮັບການສະໜັບສະໜູນ ຈາກບໍລິສັດ ເຂື່ອນໄຟຟ້ານ້ຳກົງ 1. ໃນໂອກາດດັ່ງກ່າວ, ທ່ານ ບຸນ ເຖິງ ດວງສະຫວັນ ໄດ້ເນັ້ນໜັກ ໃຫ້ ອຳນາດການປົກຄອງທຸກຂັ້ນ ພ້ອມ ດ້ວຍປະຊາຊົນ ແລະ ບໍລິສັດ ຜູ້ ພັດທະນາໂຄງການ ຈົ່ງເອົາໃຈໃສ່ ຮ່ວມກັນຕິດຕາມ, ຄຸ້ມຄອງ ແລະ ປົກປັກຮັກສາ ສັດນ້ຳທີ່ປ່ອຍໄປນັ້ນ ບໍ່ໃຫ້ມີການຫາປາແບບດັບສູນ ຫລື ນຳໃຊ້ເຄື່ອງມືທີ່ຜິດກົດໝາຍ ເພື່ອ ໃຫ້ພວກມັນໄດ້ຂະຫຍາຍພັນ ແລະ ສ້າງຄວາມອຸດົມສົມບູນ ໃຫ້ແກ່ອ່າງ ເກັບນ້ຳແຫ່ງນີ້ ຕະຫລອດໄປ. ຂ່າວ: ວິໄລສັກ ແກ້ວຫລວງໂຄດ ເນື່ອງຈາກວ່າ ດຳລັດສະບັບດັ່ງ ກ່າວ ໄດ້ກຳນົດຫລັກການ, ລະບຽບ ການ, ມາດຕະການ ກ່ຽວກັບການ ຄຸ້ມຄອງ, ຕິດຕາມ, ກວດກາ ປະ ເພດຂໍ້ຂັດແຍ່ງທີ່ຈະນຳມາໄກ່ເກ່ຍ, ຜູ້ເຂົ້າຮ່ວມ, ຂັ້ນຕອນ, ຜົນ ແລະ ການຈັດຕັ້ງປະຕິບັດຜົນຂອງການ ໄກ່ເກ່ຍ ລວມທັງລາຍລະອຽດ ກ່ຽວກັບຄ່າໃຊ້ຈ່າຍ ແລະ ທີ່ຕັ້ງ, ພາລະບົດບາດຂອງໜ່ວຍໄກ່ເກ່ຍ ຂັ້ນບ້ານ ທີ່ຖືວ່າລະອຽດ, ຄົບຖ້ວນ ແລະ ທັນສະໄໝ ຕາມຄຳເຫັນຂອງ ຜູ້ຂຽນ. ການເຊື່ອມຊຶມຄັ້ງນີ້, ໄດ້ຍົກ ບາງມາດຕາທີ່ສຳຄັນ ເພື່ອເຍືອງ ໃຫ້ຂະແໜງການຂັ້ນບ້ານ ເປັນ ຕົ້ນ ໜ່ວຍໄກ່ເກ່ຍ ແລະ ຜູ້ໄກ່ເກ່ຍຂໍ້ ຂັດແຍ່ງຂັ້ນບ້ານ, ຂໍ້ຂັດແຍ່ງທີ່ນໍາ ມາໄກ່ເກ່ຍ, ຫລັກການ ແລະ ຂັ້ນ ຕອນການໄກ່ເກ່ຍ, ການໄກ່ເກ່ຍ ການກະທໍາຜິດຂອງເດັກ ແລະ ການ ສິ້ນສຸດການໄກ່ເກ່ຍ, ການຈັດຕັ້ງ ປະຕິບັດຜົນຂອງການໄກ່ເກ່ຍ ແລະ ຄ່າໃຊ້ຈ່າຍ. ໂອກາດນີ້,ທ່ານສີສົມພາໄຊແກ້ວ ຍະວົງ ໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍ ພ້ອມເນັ້ນໃຫ້ອົງການຈັດ ຕັ້ງ ແລະ ຂະແໜງການທີ່ຂຶ້ນກັບ ຄວາມຮັບຜິດຊອບຂອງບ້ານ ຈົ່ງກໍາ ແໜ້ນບັນດາເນື້ອໃນດໍາລັດສະບັບ ນີ້ ເພື່ອນໍາໄປໄກ່ເກ່ຍຂໍ້ຂັດແຍ່ງຂັ້ນ ບ້ານ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງມີປະສິດທິຜົນແນໃສ່ເພີ່ມທະວີ ຄວາມສາມັກຄີປອງດອງ ລະຫວ່າງ ປະຊາຊົນບັນດາເຜົ່າຢູ່ພາຍໃນບ້ານ ປະກອບສ່ວນເຂົ້າໃນການປົກປັກ ຮັກສາຄວາມສະຫງົບ, ຄວາມເປັນ ລະບຽບຮຽບຮ້ອຍ ແລະ ຄວາມຍຸ ຕິທໍາໃນສັງຄົມ. ຂ່າວ-ພາບ: ພອນ ບຸນອຸທິດ q ເລກທີ 1722/ປກສ ລົງວັນທີ 8 ກໍລະກົດ 2025 ວ່າດ້ວຍການ ຈັດຕັ້ງ ແລະ ການເຄື່ອນໄຫວຂອງ ຄະນະປ້ອງກັນພາຍໃນ ສຳນັກງານ ອົງການ ແລະ ອົງການຈັດຕັ້ງການ ເມືອງ ຊຶ່ງລວມມີ 6 ໝວດ 17 ມາດຕາ, ບັນດານິຕິກຳທີ່ກ່ຽວຂ້ອງ ວຽກງານປ້ອງກັນພາຍໃນ, ມະຕິ 111/ກມສພ, ດຳລັດ 93/ນຍ, ຕ້ານ ຍຸດທະສາດຫັນປ່ຽນໂດຍສັນຕິຢູ່ ພາຍໃນ ແລະ ບັນດາພຶດຕິກຳຕົວ ຈິງ. ການຝຶກອົບຮົມໃນຄັ້ງນີ້, ບັນດາ pq d]tfa [7;k,lk,kf.odkoxh v'da o rtpkf]t[kfla f .sh la f8t;tcrf[h kog,n v'3I' ຂປລ. ແຫລ່ງຂ່າວຈາກແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ໃນ ລະຫວ່າງວັນທີ 20-21 ກໍລະກົດ 2026 ນີ້, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ຮ່ວມກັບພະແນກ ກະສິກໍາ ແລະ ສິ່ງແວດລ້ອມແຂວງ ສະຫວັນນະເຂດ ເຄື່ອນໄຫວຈັດກິດ ຈະກໍາຝຶກອົບຮົມໃຫ້ສັດຕະວະແພດ ບ້ານ ພາຍໃຕ້ການສົ່ງເສີມຂອງ ໂຄງການຄຸ້ມຄອງຊັບພະຍາກອນ ນໍ້າ ແລະ ການປັບຕົວບົນພື້ນຖານ ລະບົບນິເວດ ໃນອ່າງຮັບນໍ້າເຊບັ້ງ ຫຽງ ແລະ ຕົວເມືອງຫລວງພະ ບາງ (IWRM-EbA) ທັງນີ້ກໍ ເພື່ອຍົກສູງຂີດຄວາມສາມາດ ໃນ ການປ້ອງກັນພະຍາດລະບາດສັດ ໃຫ້ສັດຕະວະແພດບ້ານເມືອງໂຮງ ເມືອງຊົນນະບູລີ ແຂວງສະຫວັນ ນະເຂດ ໂດຍການເປັນປະທານ ຂອງ ທ່ານ ສີງທອງ ພັນທະມາລາ ຜູ້ອຳນວຍການໂຄງການ IWRMEbA ພ້ອມດ້ວຍສັດຕະວະແພດ ບ້ານ, ອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ. ການຝຶກອົບຮົມຄັ້ງນີ້ ເພື່ອຍົກສູງ ຂີດຄວາມສາມາດ ແລະ ພັດທະນາ ທັກສະທາງດ້ານເຕັກນິກວິຊາການ ໃຫ້ແກ່ສັດຕະວະແພດບ້ານ ເປັນ ຕົ້ນການຕິດຕາມ, ເຝົ້າລະວັງ ແລະ ການລາຍງານການເກີດພະຍາດ ລະບາດສັດສຸກເສີນ; ເຕັກນິກການ ປ້ອງກັນ, ການອະນາໄມຂ້າເຊື້ອ ຄອກສັດ ແລະ ການສັກຢາວັກຊິນ ປ້ອງກັນພະຍາດສັດຕາມລະດູການ ເຊັ່ນ: ພະຍາດປາກເປື່ອຍລົງເລັບ, ພະຍາດອະຫິວາໝູ ແລະ ພະຍາດ ອື່ນໆ ພ້ອມທັງວິທີການປິ່ນປົວ ແລະ ການນຳໃຊ້ຢາສັດຕະວະແພດ ເບື້ອງຕົ້ນຢ່າງຖືກຕ້ອງ ແລະ ປອດ ໄພ. ຕະຫລອດໄລຍະການຝຶກອົບຮົມ ຜູ້ເຂົ້າຮ່ວມໄດ້ຮຽນຮູ້ທັງພາກທິດ ສະດີ ແລະ ໄດ້ລົງປະຕິບັດຕົວຈິງຢູ່ ພາກສະໜາມ ເປັນຕົ້ນ ວິທີຈັບມັດ ສັດ, ການປະສົມຢາ ແລະ ການ ທົດລອງສັກຢາວັກຊິນໃສ່ສັດຕົວ ຈິງໄດ້ 17 ໂຕ ໂດຍການຊີ້ນຳຢ່າງ ໃກ້ຊິດຈາກວິທະຍາກອນ. ໂອກາດນີ້, ທ່ານສີງທອງພັນທະ ມາລາ ໄດ້ເນັ້ນໜັກໃຫ້ສັດຕະວະ ແພດບ້ານທຸກທ່ານທີ່ສຳເລັດການ ຝຶ ກ ອົ ບ ຮົ ມ ໃ ນ ຄັ້ ງ ນີ້ ຈົ່ ງ ນ ຳ ເອົາຄວາມຮູ້, ບົດຮຽນ ແລະ ປະສົບການທີ່ໄດ້ຮັບໄປຈັດຕັ້ງຜັນ ຂະຫຍາຍ ແລະ ປະຕິບັດໜ້າທີ່ຕົວ ຈິງຢູ່ພາຍໃນບ້ານຂອງຕົນໃຫ້ມີ ປະສິດທິຜົນສູງ, ເພື່ອຫລຸດຜ່ອນ ຄວາມສ່ຽງຈາກການລະບາດ ຂອງພະຍາດສັດ ແລະ ຊຸກຍູ້ການ ລ້ຽງສັດຂອງປະຊາຊົນໃຫ້ກາຍເປັນ ສິນຄ້າ, ປະກອບສ່ວນເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມຂອງ ທ້ອງຖິ່ນ. ພ້ອມນີ້, ໃຫ້ເອົາໃຈໃສ່ ເປັນຫົວຈັກຫລັກແຫລ່ງໃນການ ປຸກລະດົມປະຊາຊົນນຳສັດລ້ຽງ ມາສັກຢາວັກຊິນໃຫ້ຄົບຖ້ວນ ທັນຕາມລະດູການ ເນື່ອງຈາກການ ປ້ອງກັນມີຕົ້ນທຶນຕ່ຳກວ່າ ແລະ ຮັບປະກັນຄວາມປອດໄພໄດ້ດີກວ່າ ການປິ່ນປົວ. ຫາກພົບເຫັນສັດເຈັບ ປ່ວຍຜິດປົກກະຕິ ຫລື ຕາຍແບບ ກະທັນຫັນເປັນຈຳນວນຫລາຍ ຕ້ອງ ຮີບຮ້ອນລາຍງານໃຫ້ຫ້ອງການກະ ສິກຳ ແລະ ປ່າໄມ້ເມືອງ (ໜ່ວຍ ງານລ້ຽງສັດ ແລະ ສັດຕະວະແພດ) ຊາບທັນທີ, ຫ້າມປິດບັງຂໍ້ມູນ ຫລື ປ່ອຍໃຫ້ປະຊາຊົນຂາຍສັດທີ່ປ່ວຍ ຕາຍໂດຍເດັດຂາດ. ໃນພິທີ ຍັງໄດ້ມອບອຸປະກອນ ຖົງຢາປະຈຳບ້ານ, ເຂັມ, ຫລອດ ສັກຢາ ແລະ ອຸປະກອນອື່ນໆ ໃຫ້ ແກ່ສັດຕະວະແພດບ້ານ ເພື່ອນຳ ໄປໃຊ້ເຂົ້າໃນການປະຕິບັດງານຕົວ ຈິງຕື່ມອີກ. h
RkJQdWJsaXNoZXIy MTc3MTYxMQ==