24/07/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ແສງສະຫວັນັ lkmy f7;k,I6h dj P;da [7;k,xvfwr 8k,c];mk']q fw2 ]k;{9u o 8kfltcoo cs]j 'mj v'mj P; me,t-kfmuj rh v,8h voIa [oa dmj v'mj P; ໂດຍ: ເຂົ້າາ້ຈານນ້ຳົ້ຳ lu la ocsj 'IvppY , c]t gvdt]a d7;k,[a ogmu '0v'gzqj k,Q ' ຂປລ. ຄວາມບັນເທີງຂອງເຜົ່າ ມົ້ງ ບໍ່ໄດ້ເປັນພຽງແຕ່ການຜ່ອນ ຄາຍຄວາມອິດເມື່ອຍຈາກການ ເຮັດໄຮ່ເຮັດສວນເທົ່ານັ້ນ, ແຕ່ມັນ ຄືສິລະປະ, ວັດທະນະທຳ ແລະ ເຄື່ອງມືໃນການເຊື່ອມຄວາມສຳ ພັນຂອງຄົນໃນຊຸມຊົນ. ຄວາມບັນ ເທີງຂອງເຜົ່າມົ້ງມີຄວາມຜູກພັນ ຢ່າງເລິກເຊິ່ງກັບທຳມະຊາດ, ສຽງ ເພງ ແລະ ງານບຸນປະເພນີທີ່ມີສະ ເໜ່ສະເພາະຕົວ. ເຄື່ອງດົນຕີພື້ນເມືອງສຽງເພງ ແທນສາຍໃຈ, ເຄື່ອງດົນຕີຂອງ ເຜົ່າມົ້ງ ຖືເປັນຫົວໃຈຫລັກຂອງ ຄວາມບັນເທີງ ໂດຍມີເຄື່ອງດົນຕີ ເອກະລັກດັ່ງນີ້: ແຄນມົ້ງ ແມ່ນ ເຄື່ອງດົນຕີທີ່ມີຊື່ສຽງທີ່ສຸດ. ການ ເປົ່າແຄນມົ້ງມັກຈະມາພ້ອມກັບ ການເຕັ້ນ ແລະ ການກາຍະກຳທີ່ ຕ້ອງໃຊ້ຄວາມຊຳນານສູງ. ສຽງ ແຄນສາມາດສື່ສານເປັນພາສາ ເວົ້າ, ໃຊ້ທັງໃນງານມ່ວນຊື່ນ ແລະ ງານພິທີກຳ; ສີຊໍ ແລະ ປີ່ໃບໄມ້: ໃນຍາມຄ່ຳຄືນ ຫລື ຍາມພັກຜ່ອນ, ຄົນມົ້ງມັກຈະເປົ່າປີ່ ຫລື ໃຊ້ໃບ ໄມ້ມາເປົ່າເປັນທຳນອງເພງ ເພື່ອ ລະບາຍຄວາມໃນໃຈ ຫລື ກ້ຽວ ພານສາວ. ກິດຈະກຳບັນເທີງໃນງານບຸນ ກິນຈຽງ, ງານບຸນປີໃໝ່ ຫລື ບຸນ ກິນຈຽງ ແມ່ນຊ່ວງເວລາທີ່ຄວາມ ບັນເທີງຂອງເຜົ່າມົ້ງຖືກສະແດງ ອອກມາຢ່າງເຕັມຮູບແບບທີ່ສຸດ ເຊັ່ນວ່າ: ການໂຍນໝາກຄອນ ນີ້ຄື ກິດຈະກຳບັນເທີງຍອດຮິດ ຂອງໄວໜຸ່ມ, ບ່າວ-ສາວ ຈະຢືນ ເປັນແຖວຊື່ຕຳກັນ ແລ້ວໂຍນໝາກ ຄອນ (ໝາກບານຜ້າ) ໃຫ້ກັນ ແລະ ກັນ. ໃນລະຫວ່າງການໂຍນ ກໍຈະມີການລົມກັນ, ຮ້ອງເພງ ໂຕ້ຕອບ (ຮ້ອງກ້ຽວ) ເພື່ອສ້າງ ຄວາມສະໜິດສະໜົມ ແລະ ຊອກ ຫາຄູ່ຄອງ; ກິລາງົວຊົນງົວ ກໍ ເປັນກິດຈະກຳທີ່ສ້າງຄວາມຕື່ນ ເຕັ້ນ ແລະ ເອີ້ນສຽງເຊຍຈາກຊາວ ບ້ານໄດ້ເປັນຢ່າງດີ ໂດຍຈະຄັດ ເລືອກງົວຜູ້ທີ່ແຂງແຮງມາຕໍ່ສູ້ກັນ ເພື່ອຄວາມມ່ວນຊື່ນ; ການຫລິ້ນ ໝາກຂ່າງໄມ້ເປັນການຫລິ້ນທີ່ທົດ ສອບຄວາມແໝ້ມຍຳ ແລະ ຄວາມ ວ່ອງໄວ ຊຶ່ງເປັນທີ່ນິຍົມທັງເດັກ ນ້ອຍ ແລະ ຜູ້ໃຫຍ່. ສຳລັບການຮ້ອງເພງແລະການ ເລົ່ານິທານ, ການຮ້ອງເພງພື້ນ ເມືອງເປັນການຮ້ອງເພງສົດ ໂດຍ ໃຊ້ໄຫວພິບໃນການຄິດຄຳກອນ, ເນື້ອຫາສ່ວນຫລາຍແມ່ນເວົ້າ ເຖິງຄວາມຮັກ, ຄວາມງາມຂອງ ທຳມະຊາດ, ຄວາມທຸກຍາກລຳ ບາກ ຫລື ປະຫວັດສາດຂອງບັນ ພະບຸລຸດ; ການເລົ່ານິທານຂ້າງ ກອງໄຟໃນຍາມລະດູໜາວ, ຄວາມ ບັນເທີງໃນຄອບຄົວຄື ການທີ່ຜູ້ເຖົ້າ ຜູ້ແກ່ມາເລົ່ານິທານພື້ນບ້ານ ຫລື ເລື່ອງເລົ່າຂານຕ່າງໆໃຫ້ລູກຫລານ ຟັງອ້ອມກອງໄຟຖືເປັນການສ້າງ ຄວາມອົບອຸ່ນ ແລະ ສັ່ງສອນຄົນ ລຸ້ນຫລັງໄປໃນຕົວ. ແນວໃດກໍດີ, ຄວາມບັນເທີງ ຂອງເຜົ່າມົ້ງ ບໍ່ແມ່ນພຽງແຕ່ເລື່ອງ ຂອງຄວາມສະໜຸກສະໜານສະ ເພາະໜ້າ, ແຕ່ມັນຄື “ສາຍໃຍ” ທີ່ ຮ້ອຍຮັດຄວາມຮັກ, ຄວາມສາມັກ ຄີ ແລະ ການສືບທອດມໍລະດົກທາງ ປັນຍາຈາກຮຸ່ນສູ່ຮຸ່ນໃຫ້ຄົງຢູ່ຢ່າງ ມີຊີວິດຊີວາ. ຂປລ. ທ່າມກາງຜືນປ່າອັນ ຂຽວງາມ ແລະ ທຳມະຊາດທີ່ຍັງ ຄົງຄວາມອຸດົມສົມບູນຂອງເມືອງ ບໍ່ແຕນ ແຂວງໄຊຍະບູລີ ມີແຫລ່ງ ທ່ອງທ່ຽວແຫ່ງໜຶ່ງທີ່ກຳລັງເປັນ ທີ່ຮູ້ຈັກຂອງນັກທ່ອງທ່ຽວ ນັ້ນ ຄື “ນ້ຳຕົກຕາດສະແນນ” ຕັ້ງຢູ່ ທາງທິດຕາເວັນຕົກຂອງເມືອງບໍ່ ແຕນ ແຂວງໄຊຍະບູລີ ຫ່າງຈາກ ເທສະບານເມືອງ ປະມານ 17 ກິໂລ ແມັດ ເປັນນ້ຳຕົກຕາດຂະໜາດໃຫຍ່ ແລະ ເປັນເຂດປ່າຕົ້ນນ້ຳທີ່ຍັງຮັກ ສາຄວາມອຸດົມສົມບູນຂອງລະບົບ ນິເວດໄວ້ໄດ້ເປັນຢ່າງດີ. ຈຸດເດັ່ນ ຂອງຕາດສະແນນ ແມ່ນມີນ້ຳຕົກ ຕາດ 7 ຊັ້ນ, ມີສາຍນ້ຳໃສສະອາດ ໄຫລຜ່ານໂງ່ນຫີນທ່າມກາງຮົ່ມ ເງົາຂອງຕົ້ນໄມ້ນາໆຊະນິດສ້າງ ຄວາມຮູ້ສຶກສົດຊື່ນ ແລະ ຜ່ອນຄາຍ ໃຫ້ແກ່ຜູ້ມາຢ້ຽມຢາມ. ນ້ຳຕົກຕາດສະແນນ ມີຄວາມ ໂດດເດັ່ນດ້ວຍສາຍນ້ຳທີ່ໄຫລລົງ ຈາກໜ້າຜາ ແລະ ໂງ່ນຫີນເປັນ ຊັ້ນໆ ກ່ອນຈະລວມເປັນອ່າງນ້ຳ ທຳມະຊາດທີ່ໃສເຢັນເໝາະສຳລັບ ການຫລິ້ນນ້ຳ, ພັກຜ່ອນ ແລະ ຖ່າຍ ຮູບເປັນທີ່ລະນຶກ. ໃນລະດູຝົນສາຍ ນ້ຳຈະໄຫລແຮງ ແລະ ງົດງາມ ເປັນພິເສດ, ຂະນະທີ່ລະດູໜາວ ແລະ ລະດູຮ້ອນອາກາດຈະເຢັນ ສະບາຍເໝາະກັບການພັກຜ່ອນ ທ່າມກາງທຳມະຊາດ. ນອກຈາກ ຄວາມງາມຂອງສາຍນ້ຳແລ້ວ, ບໍລິເວນອ້ອມຂ້າງຍັງມີປ່າໄມ້ທີ່ ອຸດົມສົມບູນອາກາດບໍລິສຸດ ແລະ ສຽງນົກນາໆຊະນິດ. ສິ່ງເຫລົ່ານີ້ ລ້ວນເປັນສະເໜ່ທີ່ດຶງດູດໃຫ້ນັກ ຂປລ. ເມື່ອບໍ່ດົນມານີ້, ກຸ່ມ ບໍລິສັດທາງລົດໄຟຈີນ ເລກທີ15 ຮ່ວມກັບທີມງານອາສາສະໝັກ ຂອງ Shanghai Institute of Technology ຈັດກິດຈະກຳສາ ທິດ ແລະ ໃຫ້ຄວາມຮູ້ກ່ຽວກັບ ຄວາມປອດໄພທາງລົດໄຟຢູ່ໂຮງ ຮຽນປະຖົມຈໍານວນໜຶ່ງໃນເຂດ ຊົນນະບົດຂອງລາວ ເພື່ອປະຕິບັດ ໜ້າທີ່ຮັບຜິດຊອບຕໍ່ສັງຄົມຂອງ ບໍລິສັດຈີນຢ່າງຕັ້ງໜ້າ ແລະ ຊ່ວຍ ຍົກລະດັບຄວາມຮູ້, ຄວາມເຂົ້າໃຈ ກ່ຽວກັບຄວາມປອດໄພຂອງປະຊາ ຊົນຕາມແລວທາງລົດໄຟຢ່າງມີ ປະສິດທິພາບ. ທາງລົດໄຟ ລາວ-ຈີນ ແມ່ນ ໂຄງການສັນຍະລັກຂອງການຮ່ວມ ສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ແລະ ເປັນເສັ້ນທາງຂ້າມຊາດທີ່ ສຳຄັນທີ່ເຊື່ອມຕໍ່ລະຫວ່າງ ລາວຈີນ ແລະ ສ້າງປະໂຫຍດໃຫ້ປະຊາ ຊົນຕາມແລວທາງລົດໄຟ ຊຶ່ງມີ ບ້ານເຮືອນປະຊາຊົນຢ່າງໜາແໜ້ນ ຢູ່ລຽບຕາມເສັ້ນທາງ. ດັ່ງນັ້ນ, ກິດຈະກໍາການສາທິດກ່ຽວກັບ ຄວາມປອດໄພທາງລົດໄຟເປັນ ຕົ້ນຂໍ້ຫ້າມ ແລະ ກົດລະບຽບໃນ ການຂ້າມທາງລົດໄຟ, ຫລິ້ນ ຫລື ພັກຜ່ອນຕາມແລວທາງລົດໄຟ, ແຕະອຸປະກອນໄຟຟ້າແຮງສູງ ແລະ ໂຍນສິ່ງເສດເຫລືອໃສ່ທາງລົດໄຟ, ພ້ອມທັງອະທິບາຍຄວາມສ່ຽງທີ່ ອາດຈະເກີດຂຶ້ນຈາກການລະເມີດ ກົດລະບຽບຢ່າງຊັດເຈນ. ການຈັດກິດຈະກໍາຄັ້ງນີ້, ແນ ໃສ່ເພີ່ມຄວາມຮູ້ໃຫ້ແກ່ນັກຮຽນ ໃນການຮັກສາທາງລົດໄຟ ແລະ ສ້າງໃຫ້ນັກຮຽນເປັນຜູ້ສົ່ງຕໍ່ຄວາມ ຮັບຮູ້ດັ່ງກ່າວ ໃຫ້ແກ່ຄອບຄົວ ແລະ ຊຸມຊົນ ເພື່ອຂະຫຍາຍຂອບເຂດ ການຮັກສາຄວາມປອດໄພ ແລະ ສ້າງເຄືອຂ່າຍປົກປ້ອງຄວາມປອດ ໄພຕາມແລວທາງໃຫ້ໜາແໜ້ນຂຶ້ນ. ໃນອະນາຄົດໂຄງການຈະສືບຕໍ່ຈັດ ກິດຈະກຳຄວາມປອດໄພ, ກິດຈະ ກຳຊ່ວຍເຫລືອຊຸມຊົນ ແລະ ການ ຮ່ວມສ້າງວັດທະນະທຳຢ່າງເປັນ ປົກກະຕິ ເພື່ອເພີ່ມຄວາມສຳພັນ ລະຫວ່າງບໍລິສັດ ແລະ ປະຊາຊົນ ໃນທ້ອງຖິ່ນປູກຝັງມິດຕະພາບ ລາວ-ຈີນ ໃຫ້ເລິກເຊິ່ງຂຶ້ນ ແລະ ຮັບ ປະກັນການດຳເນີນງານທີ່ປອດໄພ ແລະ ມີປະສິດທິພາບຂອງທາງລົດ ໄຟ ລາວ-ຈີນ ຢ່າງເຕັມທີ່. ໂຄງການປັບປຸງລະບົບຂົນສົ່ງ ທາງລົດໄຟໂມງຮ່ວນເປັນໂຄງ ການສຳຄັນທີ່ຊ່ວຍປັບປຸງລະບົບ ຂົນສົ່ງສິນຄ້າຂ້າມແດນ ແລະ ຍົກ ລະດັບຄວາມສາມາດຂົນສົ່ງຂອງ ທາງລົດໄຟຊ່ວຍຫລຸດຕົ້ນທຶນການ ຂົນສົ່ງສິນຄ້າຂ້າມແດນ ແລະ ສົ່ງ ເສີມການພັດທະນາຫລາຍຮູບ ແບບຂອງອຸດສາຫະກຳຕາມແລວ ທາງ. ໂຄງການຍຶດໝັ້ນການສ້າງ ໂຄງການທີ່ມີຄຸນນະພາບ ເພື່ອເປີດ ເສັ້ນທາງການພັດທະນາຂ້າມຊາດ ແລະ ໃຫ້ບໍລິການທີ່ດີເພື່ອເພີ່ມທະ ວີການເສີມຂະຫຍາຍສາຍພົວພັນ ມິດຕະພາບລະຫວ່າງປະຊາຊົນ ສອງຊາດ, ສ້າງພື້ນຖານທີ່ໝັ້ນ ຄົງໃຫ້ແກ່ການເຊື່ອມຕໍ່ລະຫວ່າງ ລາວ-ຈີນ ແລະ ການສ້າງຊຸມຊົນ ຊາຕາກຳຮ່ວມກັນ. ທ່ອງທ່ຽວຈາກຫລາຍພື້ນທີ່ເດີນ ທາງມາສຳຜັດຄວາມງາມຂອງທຳ ມະຊາດດ້ວຍຕົນເອງ. ປັດຈຸບັນນ້ຳຕົກຕາດສະແນນ ກຳລັງໄດ້ຮັບຄວາມສົນໃຈຫລາຍ ຂຶ້ນຈາກນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ. ການພັດທະນາ ແຫລ່ງທ່ອງທ່ຽວແຫ່ງນີ້ ຄວບຄູ່ ກັບການອະນຸລັກຊັບພະຍາກອນ ທຳມະຊາດ ຈະກາຍເປັນປັດໄຈສຳ ຄັນໃນການສ້າງລາຍຮັບໃຫ້ຊຸມ ຊົນ, ກະຕຸ້ນເສດຖະກິດທ້ອງຖິ່ນ ແລະ ຍົກລະດັບການທ່ອງທ່ຽວ ຂອງແຂວງໄຊຍະບູລີ ໃຫ້ເປັນທີ່ຮູ້ ຈັກຫລາຍຍິ່ງຂຶ້ນ. ກ່ອນໄດ້ຮັບການພັດທະນາ ຕາດສະແນນ ເປັນພື້ນທີ່ຫ່າງໄກ ການເຂົ້າເຖິງຍາກ, ເສັ້ນທາງເປັນ ທາງດິນ, ບໍ່ມີໄຟຟ້າ, ບໍ່ມີນ້ຳປະ ປາ, ບໍ່ມີສັນຍານອິນເຕີເນັດ ແລະ ຂາດສິ່ງອຳນວຍຄວາມສະດວກ ພື້ນຖານ. ແຕ່ພາຍຫລັງສະຖານທີ່ ແຫ່ງນີ້ໄດ້ຮັບການພັດທະນາ ແລະ ເປີດໃຫ້ບໍລິການໃນປີ 2024 ເປັນ ຕົ້ນມາ, ໄດ້ປ່ຽນໂສມໜ້າເປັນ ແຫລ່ງທ່ອງທ່ຽວທຳມະຊາດທີ່ ສວຍສົດງົດງາມ, ທັນສະໄໝ ແລະ ພ້ອມຮອງຮັບນັກທ່ອງທ່ຽວຈາກ ທຸກສາລະທິດ. ພ້ອມນັ້ນ, ການພັດ ທະນາທີ່ສຳຄັນປະກອບມີການ ກໍ່ສ້າງເສັ້ນທາງຈາກບ້ານນ້ຳດັ້ນ ເຂົ້າຫາຕາດສະແນນ ຄວາມຍາວ 8 ກິໂລແມັດ, ຂະຫຍາຍລະບົບ ໄຟຟ້າແຮງດັນ 22 KV ເປັນໄລຍະ ທາງ 8 ກິໂລແມັດ ພ້ອມຕິດຕັ້ງ ໝໍ້ແປງ 100 KVA, ຂະຫຍາຍ ລະບົບສາຍອິນເຕີເນັດເຂົ້າພື້ນທີ່ ຄວາມຍາວ 9,5 ກິໂລແມັດ ເພື່ອ ໃຫ້ສາມາດຕິດຕໍ່ສື່ສານໄດ້ຢ່າງ ສະດວກ. ນອກຈາກນັ້ນ, ຍັງໄດ້ ກໍ່ສ້າງຮ້ານອາຫານ, ຮ້ານກາເຟ, ສາລາພັກຜ່ອນ (ຕູບ) ສຳລັບ ການສັງສັນແບບສ່ວນຕົວ, ຣີສອດ ແລະ ອື່ນໆ. ພ້ອມທັງກໍ່ສ້າງຂົວອູ່ 5 ແຫ່ງ ທີ່ມີຄວາມຍາວແຕ່ 60-88 ແມັດ, ຈຸດຊົມທິວທັດເທິງຕົ້ນໄມ້ 3 ຈຸດ, ຂົວເຫລັກຂ້າມນ້ຳ ແລະ ຂົວ ເຫລັກເຊື່ອມເສັ້ນທາງພ້ອມຂັ້ນໄດ ຂຶ້ນໜ້າຜາ ເພື່ອອຳນວຍຄວາມ ສະດວກໃນການເດີນທ່ຽວຊົມນ້ຳ ຕົກຕະຫລອດເສັ້ນທາງເກືອບ 1 ກິໂລແມັດ. ພ້ອມກັນນີ້, ພາຍໃນ ເຂດແຫລ່ງທ່ອງທ່ຽວຍັງມີປ່າຫີນ ທຳມະຊາດເປັນອີກໜຶ່ງຈຸດເດັ່ນ ສຳລັບການຖ່າຍຮູບ ແລະ ສຳຜັດ ຄວາມງາມຂອງທຳມະຊາດອັນ ແທ້ຈິງ. ນອກນັ້ນ, ຍັງມີຈຸດກາງ ເຕັ້ນພັກແຮມທີ່ເປັນເດີ່ນ ແລະ ເປັນ ອາຄານ (ຕູບ) ເພື່ອຮອງຮັບ ນັກທ່ອງທ່ຽວທີ່ຕ້ອງການສຳຜັດ ບັນຍາກາດທ່າມກາງປ່າທຳມະ ຊາດ ລວມທັງໃນລະດູຝົນກໍສາມາດ ເຂົ້າພັກໄດ້ຢ່າງສະດວກ, ດ້ວຍ ການລົງທຶນພັດທະນາໂຄງສ້າງ ພື້ນຖານຄຽງຄູ່ກັບການອະນຸລັກ ທຳມະຊາດ ນ້ຳຕົກຕາດສະແນນ ກຳລັງກ້າວຂຶ້ນເປັນໜຶ່ງໃນແຫລ່ງ ທ່ອງທ່ຽວທາງທຳມະຊາດທີ່ໂດດ ເດັ່ນຂອງເມືອງບໍ່ແຕນ ແລະ ເປັນ ຈຸດໝາຍປາຍທາງໃໝ່ທີ່ດຶງດູດ ນັກທ່ອງທ່ຽວໃຫ້ເຂົ້າມາສຳຜັດ ຄວາມງາມຂອງທຳມະຊາດ ແລະ ພັກຜ່ອນທ່າມກາງບັນຍາກາດອັນ ສົດຊື່ນ.
RkJQdWJsaXNoZXIy MTc3MTYxMQ==