7324

22/07/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d gruj ,mt;u dkovto5 ]a d c]t lqj 'glu ,75 o7j k ,= ]tfq d3]dmk'me,t-kf g0fv5 my pkocsj '-kf su o|k,|+ lkplera ocsj 'dkora fmtok[q orN o4ko8j k'/j kp8j k'wfh Ia [zq oxt3spf c]t 8j k'/j kp8j k'wfh Ia [w--tot ຂປລ. ການຮ່ວມມືດ້ານການ ພັດທະນາລະຫວ່າງ ລາວ-ຈີນ ໄດ້ ຖືເອົາການເຊື່ອມໂຍງພື້ນຖານໂຄງ ລ່າງເປັນແນວທາງຫລັກ, ຖືເອົາ ການຍົກລະດັບໂຄງສ້າງການຄ້າ ເປັນແນວທາງສໍາຄັນ ແລະ ຖືເອົາ ການຂະຫຍາຍໄປສູ່ຂົງເຂດໃໝ່ເປັນ ທິດທາງ, ກໍ່ໃຫ້ເກີດເປັນແບບແຜນ ການຮ່ວມມືທີ່ເກື້ອກູນ ແລະ ຕ່າງ ຝ່າຍຕ່າງໄດ້ຮັບໄຊຊະນະ. ການເຊື່ອມໂຍງທາງລົດໄຟໄດ້ ປັບປ່ຽນຮູບແບບການພັດທະນາ ໃໝ່. ທາງລົດໄຟ ລາວ-ຈີນ ແມ່ນ ຕົວຢ່າງທີ່ດີທີ່ສຸດໃນການສັງເກດ ເຫັນໂລຊິກການຮ່ວມມືລະຫວ່າງ ສອງປະເທດ. ທາງລົດໄຟ ລາວຈີນ ໄດ້ເຊື່ອມປະສານຢ່າງເປັນ ລະບົບລະຫວ່າງຍຸດທະສາດການ ພັດທະນາຂອງລາວໃນການ “ຫັນ ຈາກປະເທດທີ່ບໍ່ມີຊາຍແດນຕິດ ກັບທະເລເປັນປະເທດເຊື່ອມໂຍງເຊື່ອມຈອດໃນພາກພື້ນ” ກັບຂໍ້ ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ”. ມາຮອດເດືອນພຶດສະພາ 2026, ທາງລົດໄຟ ລາວ-ຈີນ ທັງສາຍມີ ປະລິມານຜູ້ ໂດຍສານສະສົມຫລາຍ ກວ່າ 73 ລ້ານເທື່ອຄົນ, ຂົນສົ່ງ ສິນຄ້າຫລາຍກວ່າ 83 ລ້ານໂຕນ, ໃນນັ້ນ ສິນຄ້າຂ້າມແດນມີຫລາຍ ກວ່າ 19 ລ້ານໂຕນ. ປະເພດສິນຄ້າ ທີ່ຂົນສົ່ງໄດ້ຂະຫຍາຍຈາກຫລາຍ ກວ່າ 10 ປະເພດ ໃນໄລຍະເລີ່ມ ເປີດນໍາໃຊ້ ເພີ່ມຂຶ້ນເປັນຫລາຍກວ່າ ຂປລ. ກອງປະຊຸມຄະນະຊີ້ນໍາ ຂັ້ນແຂວງວ່າດ້ວຍການເພີ່ມທະວີໃນ ການອະນຸລັກ ແລະ ສົ່ງເສີມຄຸນ ຄ່າ ມໍລະດົກໂລກທາງທໍາມະຊາດ ເຂດ ອຸທິຍານແຫ່ງຊາດ ຫີນໜາມໜໍ່ ຈັດ ຂຶ້ນໃນວັນທີ 17 ກໍລະກົດ 2026 ທີ່ພະແນກກະສິກໍາ ແລະ ສິ່ງແວດ ລ້ອມແຂວງຄໍາມ່ວນ ໂດຍການເປັນ ປະທານຂອງທ່ານ ເດດສັກດາ ມະນີຄໍາ ຮອງປະທານ ຄະນະກໍາ ມະການປົກຄອງແຂວງຄຳມ່ວນ, ທ່ານ ຄູນໄຊ ໄພປັນຍາ ປະທານຄະ ນະກໍາມະການປົກຄອງເມືອງບົວ ລະພາ, ທ່ານ ຄໍາແກ້ວ ລັດທະຍອດ ຫົວໜ້າກອງຄຸ້ມຄອງອຸທິຍານແຫ່ງ ຊາດຫີນໜາມໜໍ່ ພ້ອມດ້ວຍພະ ນັກງານວິຊາການທີ່ກ່ຽວຂ້ອງທັງ ສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ. ທ່ານ ຄໍາແກ້ວ ລັດທະຍອດ ໄດ້ ຜ່ານຮ່າງຄໍາສັ່ງຂອງປະທານຄະ ນະກໍາມະການປົກຄອງແຂວງວ່າ ດ້ວຍການເພີ່ມທະວີໃນການອະນຸ ລັກ ແລະ ສົ່ງເສີມຄຸນຄ່າມໍລະດົກ ໂລກທາງທໍາມະຊາດ ເຂດອຸທິຍານ ແຫ່ງຊາດຫີນໜາມໜໍ່. ພ້ອມນີ້, ບັນດາຜູ້ຕາງໜ້າຈາກພາກສ່ວນ ທີ່ກ່ຽວຂ້ອງໄດ້ນໍາສະເໜີຄວາມ ຄືບໜ້າການຈັດຕັ້ງປະຕິບັດກິດ ຈະກໍາໃນໄລຍະ 6 ເດືອນຕົ້ນປີ ແລະ ແຜນຈັດຕັ້ງປະຕິບັດໃນອະນາ ຄົດຂອງອຸທິຍານແຫ່ງຊາດ ຫີນ ການເຊື່ອມໂຍງອຸດສາຫະກຳ. ເປັນ ເວລາຫລາຍປີຕິດຕໍ່ກັນ, ຈີນ ຍັງຄົງ ເປັນແຫລ່ງລົງທຶນຕ່າງປະເທດທີ່ ໃຫຍ່ທີ່ສຸດຂອງລາວ ແລະ ເປັນຄູ່ຄ້າ ການຄ້າທີ່ສໍາຄັນ. ຮອດປີ 2025, ການຄ້າສອງຝ່າຍລະຫວ່າງ ລາວ ແລະ ຈີນ ຈະບັນລຸ 9,82 ຕື້ໂດລາ ສະຫະລັດ, ເພີ່ມຂຶ້ນ 125% ເມື່ອ ທຽບກັບປີ 2021, ໂດຍມີອັດຕາ ການເຕີບໂຕສະເລ່ຍຕໍ່ປີເກືອບ 30%. ໃນດ້ານໂຄງສ້າງການຄ້າ, ການສົ່ງອອກຂອງລາວໄປຈີນ ໄດ້ຂະຫຍາຍຕົວຈາກໄລຍະຕົ້ນທີ່ ເນັ້ນວັດຖຸດິບເປັນຫລັກໄປສູ່ຜະ ລິດຕະພັນທີ່ຫລາກຫລາຍຂຶ້ນ ເຊັ່ນ: ເກືອໂພແທດຊຽມ, ຢາງ ພາລາທຳມະຊາດ, ແປ້ງມັນຕົ້ນ, ແລະ ໝາກໄມ້ເຂດຮ້ອນ, ໂດຍມີ ຜະລິດຕະພັນກະສິກຳຫລາຍກວ່າ 80% ສົ່ງອອກໄປຍັງຕະຫລາດ ຈີນ. ການສົ່ງອອກຂອງຈີນໄປຍັງ ລາວປະກອບດ້ວຍເຄື່ອງຈັກ ແລະ ອຸປະກອນ, ຜະລິດຕະພັນເຄມີ, ເຫລັກກ້າ, ເຄື່ອງໃຊ້ໄຟຟ້າ ແລະ ສິນຄ້າບາງປະເພດ ຈີນ ກຳລັງ ສະໜອງເຄື່ອງມືການຜະລິດໃຫ້ ແກ່ການອຸດສາຫະກຳຂອງລາວ, ໃນຂະນະທີ່ລາວກຳລັງພັດທະນາ ຄວາມສາມາດໃນການປຸງແຕ່ງ ແລະ ການຜະລິດຂອງຕົນໃນຂະ ບວນການເຊື່ອມໂຍງເຂົ້າກັບລະ ບົບຕ່ອງໂສ້ອຸດສາຫະກຳພາກພື້ນ. ຖະແຫລງການຮ່ວມຄັ້ງນີ້ໄດ້ລະບຸ ຢ່າງຊັດເຈນວ່າຈະສະໜັບສະໜູນ ການກໍ່ສ້າງຖານຜະລິດປຸ໋ຍໂປຕາສ ຂອງລາວ, ຊຸກຍູ້ການເຊື່ອມໂຍງ ທາງລົດໄຟ ລາວ-ຈີນ-ໄທ, ແລະ ລົງເລິກການຮ່ວມມືດ້ານປັນຍາ ປະດິດ ແລະ ການຄ້າອອນລາຍ ຂ້າມແດນ. ໃນເດືອນພຶດສະພາ 2026, ລັດຖະມົນຕີການຄ້າຂອງ ລາວ ແລະ ຈີນ ໄດ້ພົບປະກັນທີ່ນະ ຄອນຊູໂຈວ ແລະ ເຫັນດີໃຫ້ເລັ່ງ ຍົກລະດັບຂໍ້ຕົກລົງທາງການຄ້າ ປີ 1998. ສິ່ງນີ້ສະທ້ອນວ່າ ການ ຮ່ວມມືກໍາລັງກ້າວຈາກຮູບແບບ “ຂັບເຄື່ອນໂດຍໂຄງການຂະໜາດ ໃຫຍ່” ໄປສູ່ “ການປະສານຮ່ວມມື ຕາມຕ່ອງໂສ້ອຸດສາຫະກຳ”. ການເສີມສ້າງດ້ານພະລັງງານ ເຊິ່ງກັນ ແລະ ກັນ ໄດ້ຂະຫຍາຍການ ຮ່ວມມືໃຫ້ເລິກເຊິ່ງຍິ່ງຂຶ້ນ. ນັບແຕ່ປີ 2022 ເປັນຕົ້ນມາ, ສອງປະເທດໄດ້ ສ້າງກົນໄກການຮ່ວມມືດ້ານໄຟຟ້າ ແບບ “ຊ່ວຍເຫລືອເກື້ອກູນກັນເມື່ອ ມີສ່ວນເກີນ ຫລື ຂາດແຄນ” ໃນລະດູຝົນລາວສົ່ງອອກໄຟຟ້າ ພະລັງນໍ້າສ່ວນເກີນໄປຍັງຈີນ, ສ່ວນໃນລະດູແລ້ງ ຈີນຈະຊ່ວຍ ເສີມການສະໜອງໄຟຟ້າໃຫ້ແກ່ ພາກເໜືອຂອງລາວ. ໂຄງການ ເຊື່ອມຕໍ່ຕາຂ່າຍໄຟຟ້າ 500 ກິໂລ ໂວນ ລາວ-ຈີນ ທີ່ໄດ້ເລີ່ມດຳເນີນ ການຜະລິດໃນເດືອນເມສາ 2026 ໄດ້ຜັກດັນໃຫ້ການຮ່ວມມືນີ້ກ້າວ ໄປສູ່ການດໍາເນີນງານແບບເປັນ ລະບົບ. ໂຄງການດັ່ງກ່າວ ມີຄວາມ ຍາວລວມ 177,5 ກິໂລແມັດ, ເຮັດໃຫ້ຂີດຄວາມສາມາດໃນການ ເກື້ອກູນດ້ານໄຟຟ້າເພີ່ມຂຶ້ນເຖິງ 1,5 ລ້ານກິໂລວັດ ແລະ ສາມາດ ສົ່ງພະລັງງານໄຟຟ້າສະອາດໄດ້ ໂດຍສະເລ່ຍ 3 ຕື້ກິໂລວັດ-ຊົ່ວໂມງ ຕໍ່ປີ. ການຮ່ວມມືກໍາລັງຂະຫຍາຍ ໄປສູ່ຂົງເຂດໃໝ່ທີ່ພົ້ນເດັ່ນ ເຊັ່ນ: ພະລັງງານໃໝ່, ເສດຖະກິດດີຈິ ຕອນ ແລະ ປັນຍາປະດິດ, ໂດຍກຳ ລັງພັດທະນາໄປຢ່າງເປັນລໍາດັບ ຕາມຕ່ອງໂສ້ “ການເຊື່ອມຕໍ່-ການ ຄ້າ-ອຸດສາຫະກຳ-ນະວັດຕະກຳ”. ໂດຍ: ແດງສະຫວັດ ແສນພານິດ ໜາມໜໍ່ ລວມທັງລາຍງານຄວາມ ຄືບໜ້າການຮັບຮອງແຜນຄຸ້ມ ຄອງຮ່ວມ 5 ປີ, ນໍາສະເໜີແນວ ຄວາມຄິດໃນການສ້າງແຜນແມ່ບົດ ການປົກປັກຮັກສາສາຍພູຫີນປູນ ແຂວງຄໍາມ່ວນ ໃນກອບຍຸດທະສາດ ການພັດທະນາສີຂຽວ ແລະ ເພື່ອ ໃຫ້ສອດຄ່ອງກັບແຜນພັດທະນາ ເສດຖະກິດ-ສັງຄົມຂອງແຂວງ ແລະ ເມືອງ ພ້ອມທັງປຶກສາຫາລື ໃຫ້ຄໍາຄິດເຫັນໃນການຂະຫຍາຍ ເຂດກັນຊົນມໍລະດົກໂລກ (ສະເໜີ ປ່າສະຫງວນແຫ່ງຊາດ ຂຸນເຊໜອງ ມ້າເປັນເຂດກັນຊົນ), ສັງລວມ ຄືນຜົນການປຶກສາຫາລືແຜນດໍາ ເນີນງານການຮ່ວມມືຊາຍແດນ (TAP) ລະຫວ່າງອຸທິຍານແຫ່ງ ຊາດຫີນໜາມໜໍ່ ສປປ ລາວ ແລະ ອຸທິຍານແຫ່ງຊາດ ຟອງຍ່າ-ແກ ບາງ ສສ ຫວຽດນາມ ໃນເດືອນ ພຶດສະພາ 2026 ລວມທັງບົດບັນ ທຶກກອງປະຊຸມຮັບຮອງແຜນດໍາ ເນີນງານຮ່ວມຊາຍແດນລະຫວ່າງ 2 ເຂດ, ນໍາສະເໜີໂຄງຮ່າງການ ປະສານງານໃນການຄຸ້ມຄອງຮ່ວມ ຊາຍແດນອຸທິຍານແຫ່ງຊາດຫີນ ໜາມໜໍ່ ແລະ ອຸທິຍານແຫ່ງຊາດ ຟອງຍາ-ແກບາງ, ຜ່ານຮ່າງບົດ ບັນທຶກຄວາມເຂົ້າໃຈ, ຮ່າງສິດ ແລະ ໜ້າທີ່ຄະນະກໍາມະການຄຸ້ມ ຄອງມໍລະດົກ ແລະ ກອງເລຂາ ຂັ້ນແຂວງ, ນໍາສະເໜີແຜນກິດຈະ ກໍາຂອງແຜນດຳເນີນງານການ ຮ່ວມມືຊາຍແດນ (TAP) ທີ່ເປັນ ບຸລິມະສິດສຳລັບ 2026-2027 ພ້ອມກັນນັ້ນ, ຍັງມີການປຶກສາຫາ ລື, ສົນທະນາແລກປ່ຽນຄໍາຄິດເຫັນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ວຽກງານບັນລຸຕາມວັດຖຸປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້. ກອງປະຊຸມຄັ້ງນີ້ ຖືເປັນບາດ ກ້າວສຳຄັນໃນການເສີມສ້າງການ ປະສານງານລະຫວ່າງພາກສ່ວນ ທີ່ກ່ຽວຂ້ອງ ເພື່ອປົກປັກຮັກສາ ຄຸນຄ່າດ້ານທຳມະຊາດ, ຄວາມ ຫລາກຫລາຍທາງຊີວະນາໆພັນ ແລະ ສ້າງພື້ນຖານໃຫ້ແກ່ການພັດ ທະນາສີຂຽວຢ່າງຍືນຍົງຄວບຄູ່ ໂດຍ: ນ.ລຸຍຈອງເມີຍ ອາຈານສອນ ໂຮງຮຽນພັກແຂວງຢູນານ. ສາສະດາຈານ ສຸຢວນ ໂຮງຮຽນພັກ ແຂວງຢຸນນານ. ກັບການຮັກສາຄຸນຄ່າມໍລະດົກໂລກ ໃຫ້ຢູ່ຄູ່ຄົນລາວຕະຫລອດໄປ. ອຸທິຍານແຫ່ງຊາດ ຫີນໜາມ ໜໍ່ ຕັ້ງຢູ່ທິດຕາເວັນອອກສ່ຽງໃຕ້ ຂອງປະເທດລາວ, ມີເນື້ອທີ່ປະມານ 82.000 ເຮັກຕາ, ຢູ່ພາກກາງຂອງ ສາຍພູຫລວງໃນເຂດພື້ນທີ່ມີພູຫີນ ປູນສູງຊັນຈໍານວນຫລາຍ ແລະ ເປັນ ເຂດຊາຍແດນລະຫວ່າງ ສປປ ລາວ ກັບ ສສ ຫວຽດນາມ ໂດຍມີ ຂອບເຂດຊາຍແດນທາງທິດຕາເວັນ ອອກຕິດກັບອຸທິຍານແຫ່ງຊາດ ຟອງຍາ-ແກບາງ ພື້ນທີ່ມໍລະດົກ ໂລກທາງດ້ານທໍາມະຊາດໃນ ປະເທດຫວຽດນາມ ແລະ ເມື່ອ ເຂດພື້ນທີ່ອະນຸລັກທັງສອງແຫ່ງນີ້ ລວມເຂົ້າກັນຈະກາຍເປັນພູມິທັດ ພູຫີນປູນຂະໜາດໃຫຍ່ທີ່ສຸດໃນ ໂລກ. ອຸທິຍານແຫ່ງນີ້ ບໍ່ພຽງແຕ່ ເປັນສະຖານທີ່ມະຫັດສະຈັນທາງ ທໍາມະຊາດເທົ່ານັ້ນ ມັນຍັງເປັນ ສະຖານທີ່ ທີ່ມີຄຸນຄ່າຄວາມສໍາ ຄັນທາງດ້ານວັດທະນະທໍາ ແລະ ປະຫວັດສາດອີກດ້ວຍ ພ້ອມກັບເປັນ ທີ່ຢູ່ອາໄສຂອງປະຊາຊົນຫລາຍ ຊົນເຜົ່າ ຊຶ່ງແຕ່ລະຊົນເຜົ່າກໍມີຮີດ ຄອງປະເພນີ ແລະ ວິຖີຊີວິດທີ່ເປັນ ເອກະລັກສະເພາະທີ່ແຕກຕ່າງກັນ, ອຸທິຍານແຫ່ງຊາດ ຫີນໜາມໜໍ່ ເປັນ ທີ່ຕັ້ງຂອງຖໍ້າຈໍານວນຫລາຍແຫ່ງ ຊຶ່ງໃນນັ້ນມີຖໍ້ານໍ້າລອດເຊບັ້ງໄຟ ເປັນຖໍ້າທີ່ມີລັກສະນະໂດດເດັ່ນທີ່ສຸດ ແຫ່ງໜຶ່ງໃນພື້ນທີ່ອຸທິຍານ, ຖໍ້າ ແຫ່ງນີ້ເປັນສິ່ງມະຫັດສະຈັນທາງ ທໍາມະຊາດທີ່ເກີດຂຶ້ນຈາກການ ໄຫລຂອງສາຍນໍ້າເຊບັ້ງໄຟ 6,4 ກິໂລແມັດ ລອດຜ່ານພື້ນພູຫີນປູນ ເປັນເວລາຫລາຍລ້ານປີ ຈົນເຮັດ ໃຫ້ກາຍເປັນຖໍ້າຂະໜາດໃຫຍ່ທີ່ສຸດ ແຫ່ງໜຶ່ງຂອງໂລກ ທີ່ມີສາຍນໍ້າ ໄຫລຜ່ານໂດຍຄວາມກວ້າງສະເລ່ຍ 76 ແມັດ, ສູງ 53 ແມັດ ພ້ອມກັບ ກວ້າງສຸດເຖິງ 200 ແມັດ ແລະ ສູງສຸດເຖິງ 120 ແມັດ, ເປັນຖໍ້າທີ່ມີ ຊື່ສຽງໂດ່ງດັງທາງດ້ານໂຄງສ້າງທີ່ ສວຍສົດງົດງາມ ແລະ ລະບົບນິເວດ ທໍາມະຊາດທີ່ອຸດົມສົມບູນ. ອຸທິຍານແຫ່ງຊາດ ຫີນໜາມໜໍ່ ບໍ່ພຽງແຕ່ເປັນມໍລະດົກໂລກແຫ່ງ ໃໝ່ຂອງ ສປປ ລາວ ເທົ່ານັ້ນ ແຕ່ ຍັງເປັນສັນຍະລັກແຫ່ງຄວາມພາກ ພູມໃຈ ແລະ ເປັນສະຖານທີ່ ທີ່ລໍ ຄ່ອຍນັກທ່ອງທ່ຽວຈາກທົ່ວໂລກ ເຂົ້າມາສຳພັດກັບຄວາມງາມ ແລະ ຄວາມມະຫັດສະຈັນທີ່ທາງທຳມະ ຊາດເຊື່ອງຊ້ອນຢູ່ໃນໃຈກາງຂອງ ອາຊີຕາເວັນອອກສ່ຽງໃຕ້. 3.800 ປະເພດ, ກວມເອົາ 31 ແຂວງ, ເຂດ ແລະ ນະຄອນ ພ້ອມ ທັງ 19 ປະເທດ ແລະ ພູມມີພາກ. “ຂະບວນລົດໄຟດ່ວນລ້ານຊ້າງແມ່ຂອງ” ສາມາດຫລຸດເວລາທີ່ ໃຊ້ເດີນທາງຈາກນະຄອນຄຸນໝິງ ໄປຍັງນະຄອນຫລວງວຽງຈັນ ໄດ້ ພາຍໃນ 26 ຊົ່ວໂມງ. ພ້ອມທັງ ສາມາດຫລຸດໄລຍະເວລາການດໍາ ເນີນຂັ້ນຕອນຜ່ານດ່ານຢູ່ດ່ານບໍ່ ຫານໄດ້ຈາກ 40 ຊົ່ວໂມງ ເຫລືອບໍ່ ເກີນ 5 ຊົ່ວໂມງ. ຂໍ້ຕົກລົງລະຫວ່າງ ລັດຖະບານວ່າດ້ວຍ “ການກວດ ກາປະຕູດຽວ, ຄັ້ງດຽວ” ທີ່ໄດ້ ລົງນາມໃນເດືອນກັນຍາ 2025 ແລະ “ແຜນປະຕິບັດງານ 3 ປີ ວ່າດ້ວຍການພັດທະນາກວມລວມ ຕາມແລວທາງລົດໄຟ ລາວ-ຈີນ (2025-2027)” ໄດ້ວາງ ແຜນການພັດທະນາໄວ້ຮອດປີ 2027 ປະລິມານຂົນສົ່ງສິນຄ້າ ສະສົມຈະບັນລຸ 120 ລ້ານໂຕນ. ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີຂອງລາວ ກ່າວວ່າ ທາງລົດໄຟ ລາວ-ຈີນ ໄດ້ສ້າງ ຕຳແໜ່ງງານໃຫ້ແກ່ລາວຫລາຍ ກວ່າ 110.000 ຕໍາແໜ່ງ. ການຍົກລະດັບການຄ້າຊຸກຍູ້

RkJQdWJsaXNoZXIy MTc3MTYxMQ==