7320

gsfdko{dkora fmtok a xtgmf]k; ( 16/07/2026 fj korklu lkdq o0q ;,y f8trk[ 2 c]t mj k[q dlts;a ootg0f gda []kpIa [wfh gdu oczodko ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ມາດຖານການ ຄຸ້ມຄອງ ແລະ ການນໍາໃຊ້ຊົນລະ ປະທານ ໂດຍທົ່ວໄປປະຕິບັດອີງ ຕາມກົດໝາຍວ່າດ້ວຍຊົນລະປະ ທານ ແລະ ນິຕິກຳທີ່ກ່ຽວຂ້ອງໃຕ້ ກົດໝາຍ ພ້ອມທັງຖືກກຳນົດຂຶ້ນ ເພື່ອຮັບປະກັນໃຫ້ລະບົບຊົນລະ ປະທານມີຄວາມຍືນຍົງ, ມີປະສິດ ທິພາບສູງແລະສາມາດສະໜອງນໍ້າ ໃຫ້ແກ່ການຜະລິດກະສິກຳໄດ້ຢ່າງ ທົ່ວເຖິງ ຊຶ່ງເມືອງລະມາມ ແຂວງ ເຊກອງ ມີໂຄງການຊົນລະປະທານ 19 ແຫ່ງ (ຂະໜາດໃຫຍ່ 1 ແຫ່ງ ແລະ ຂະໜາດກາງ 18 ແຫ່ງ) ເປັນ ໂຄງການທີ່ໃຊ້ລະບົບປະຕູ ປິດ-ເປີດ ແລະ ຄວນມີການຄຸ້ມຄອງແຫລ່ງ ນໍ້າໃຫ້ມີຄວາມຍືນຍົງ (ນໍາໃຊ້ນໍ້າ ໃຫ້ປະຢັດ ແລະ ຄຸ້ມຄ່າ, ຫ້າມຖິ້ມ ຂີ້ເຫຍື້ອ ຫລື ປ່ອຍນໍ້າເປື້ອນລົງ ຄອງ ເພື່ອປ້ອງກັນການສູນເສຍ ນໍ້າ ແລະ ການປົນເປື້ອນ), ການ ແບ່ງປັນນໍ້າ ຕ້ອງເປັນທໍາ (ຈັດສັນ ນໍ້າໃຫ້ຜູ້ໃຊ້ທຸກຝ່າຍ ຢ່າງເໝາະສົມ ແລະ ກໍານົດຕາຕະລາງການສົ່ງນໍ້າ ໃຫ້ຊັດເຈນ). ທ່ານ ວົງສັກ ສະແຫວງຖາມ ຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງລະມາມ ໃຫ້ ຮູ້ເມື່ອບໍ່ດົນມານີ້ວ່າ: ນອກຈາກ ນີ້, ຕ້ອງມີການບຳລຸງຮັກສາລະ ບົບຊົນລະປະທານ (ກຳນົດເຂດ ສະຫງວນ: ຕ້ອງສະຫງວນອ້ອມ ຮອບຫົວງານ ແລະ ແຄມຄອງ ຊົນລະປະທານຢ່າງຈະແຈ້ງ ເພື່ອ ປ້ອງກັນການບຸກລຸກ, ການປຸກ ສ້າງ), ກວດສອບ ແລະ ສ້ອມແປງ ຄອງ, ປະຕູນໍ້າ ແລະ ສິ່ງກໍ່ສ້າງ ຢ່າງສະໝໍ່າສະເໝີ; ກຳຈັດວັດສະ ພືດ ແລະ ຕະກອນທີ່ອຸດຕັນທາງ g,n v']t,k, ;k',kf4ko.odko75 h ,7v' c]t dkooe.-h -q o]txtmko ຂປລ. ໃນໄລຍະ 6 ເດືອນຕົ້ນ ປີ 2026 ນີ້, ດ່ານພາສີສາກົນຂົວ ມິດຕະພາບ 2 ແລະ ທ່າບົກສະຫວັນ ນະເຂດ ສາມາດປະຕິບັດວຽກງານ ວິຊາສະເພາະໃນການຈັດເກັບ ລາຍຮັບເຂົ້າງົບປະມານແຫ່ງລັດ ໄດ້ 1.597,674 ຕື້ກີບ ເທົ່າກັບ 76,82% ຂອງແຜນການປີ ເຖິງ ວ່າຈະມີສິ່ງທ້າທາຍຈາກສະພາບ ເສດຖະກິດ ແລະ ຄວາມຜັນຜວນ ຂອງອັດຕາແລກປ່ຽນເງິນຕາ. ທ່ານ ພຸດທະມີໄຊ ພັນທະນາ ໄລ ຫົວໜ້າດ່ານພາສີສາກົນຂົວ ມິດຕະພາບ 2 ແລະ ທ່າບົກສະຫວັນ ນະເຂດ ໄດ້ໃຫ້ຮູ້ວ່າ: ໃນປີ 2026 ດ່ານໄດ້ຮັບແຜນໂຕເລກທັງໝົດຈໍາ ນວນ 2.079,727 ຕື້ກີບ, ຜ່ານ ການຈັດຕັ້ງປະຕິບັດໃນໄລຍະ 6 ເດືອນຕົ້ນປີ, ສາມາດຈັດເກັບລາຍ ຮັບໄດ້ທັງໝົດ 1.597,674 ຕື້ກີບ ເທົ່າກັບ 76,82% ຂອງແຜນການ ປີ. ຖ້າທຽບໃສ່ໄລຍະດຽວກັນຂອງ ປີ 2025 ຜ່ານມາ 936,525 ຕື້ກີບ ປະຕິບັດໄດ້ເພີ່ມຂຶ້ນເຖິງ 70,60% ຫລືຄິດເປັນເງິນປະມານ 661,149 ຕື້ກີບ. ລາຍຮັບຈາກສິນຄ້າຕົ້ນຕໍ ທີ່ ພົ້ນເດັ່ນທີ່ສຸດແມ່ນປະເພດນ້ຳມັນ ເຊື້ອໄຟ, ຈັດເກັບລາຍຮັບໄດ້ເຖິງ 933,200 ຕື້ກີບ ຫລື ກວມເອົາ 58,41% ຂອງການເກັບລາຍຮັບ ທັງໝົດ. ນອກນັ້ນ, ຍັງມີປະເພດ ສ່ວນປະກອບພາຫະນະ, ພາຫະນະ ເປັນຄັນ, ສິນຄ້ານໍາເຂົ້າມາເພື່ອ ສົ່ງອອກຕໍ່, ເຄື່ອງໃຊ້ໄຟຟ້າ, ເຄື່ອງ ອຸປະໂພກ-ບໍລິໂພກ, ຄ່າທຳນຽມ ແລະ ອື່ນໆ. ປັດໄຈທີ່ພາໃຫ້ປະສົບ ຜົນສໍາເລັດ ແມ່ນຍ້ອນການນໍາພາຊີ້ນໍາຢ່າງໃກ້ຊິດຂອງຄະນະພັກ-ຄະ ນະນໍາພາສີທຸກຂັ້ນ, ພະນັກງານລັດຖະກອນທັງໝົດ, ລ້ວນແຕ່ມີ ຄວາມຮັບຜິດຊອບສູງ, ມີຈັນຍາ ບັນ ແລະ ປະຕິບັດວຽກງານວິຊາ ສະເພາະຢ່າງເຂັ້ມງວດ. ນອກຈາກ ນີ້, ດ່ານຍັງມີພື້ນຖານໂຄງລ່າງທີ່ ສົມບູນ ແລະ ເຄື່ອງມືທີ່ທັນສະໄໝ ໃນການບໍລິການ. ສໍາລັບ ທິດທາງແຜນການ ແລະ ມາດຕະການໃນ 6 ເດືອນທ້າຍ ປີ ຈະສູ້ຊົນເກັບລາຍຮັບໃຫ້ບັນລຸ ຕາມແຜນ ແລະ ລື່ນແຜນການປີ, ພ້ອມທັງສ້າງຄວາມເຂັ້ມແຂງໃຫ້ ເຈົ້າໜ້າທີ່ພາສີປະຈໍາດ່ານດ້ວຍການ ຫັນເປັນທັນສະໄໝ ໃຫ້ກາຍເປັນ ພະນັກງານຊຳນານງານ, ນໍາໃຊ້ ເຄື່ອງມືທີ່ທັນສະໄໝ, ກໍານົດແຜນ ວຽກແຜນງານປະຈຳອາທິດ, ເດືອນ, ງວດ, ປີ ໃຫ້ຈະແຈ້ງ, ຈະສືບ ຕໍ່ສຸມໃສ່ການຕ້ານການຮົ່ວໄຫລ ຂອງລາຍຮັບ, ຄຸ້ມຄອງການນໍາ ເຂົ້າ-ສົ່ງອອກສິນຄ້າໃຫ້ຖືກຕ້ອງ ຕາມກົດໝາຍ. ພ້ອມກັນນັ້ນ, ກໍ ຈະປັບປຸງຂັ້ນຕອນການບໍລິການ ໃຫ້ກະທັດຮັດ ແລະ ວ່ອງໄວ ເພື່ອ ອໍານວຍຄວາມສະດວກໃຫ້ແກ່ຜູ້ປະ ກອບການ ແລະ ຊຸກຍູ້ເສດຖະກິດ ຂອງແຂວງໃຫ້ຂະຫຍາຍຕົວ ເພື່ອ ຮັບປະກັນໃນການຈັດຕັ້ງປະຕິບັດ ເກັບລາຍຮັບໃຫ້ຄົບຖ້ວນ ແລະ ຖືກຕ້ອງ. g]0kra a dc0;'lts;a ootg0f goA odtly dvo [h ko3ro,j ;' oe.-h g8a doy d;y -kdkoc[[.\j g0Q k.odkozt]y f ຂປລ. ແຫລ່ງຂ່າວຈາກແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ໃນໂອ ກາດທີ່ ທ່ານ ບຸນໂຈມ ອຸບົນປະ ເສີດ ເລຂາພັກແຂວງສະຫວັນນະ ເຂດ ຢ້ຽມຢາມ ແລະ ຕິດຕາມເບິ່ງ ການສາທິດການນຳໃຊ້ກົນຈັກ ດຳນາເຂົ້າໃນການຜະລິດນາປີ ໃນ ເຂດພື້ນທີ່ນາໃຮ່ໃຫຍ່ ບ້ານໂພນ ມ່ວງ ເມືອງຈຳພອນ ເມື່ອບໍ່ດົນມາ ນີ້ ຊຶ່ງໄດ້ເນັ້ນໃຫ້ກຸ່ມກະສິກອນເຂດ ພື້ນທີ່ນາໃຮ່ໃຫຍ່ບ້ານໂພນມ່ວງ ເອົາໃຈໃສ່ ແລະ ຖືສຳຄັນຕໍ່ການນຳ ໃຊ້ເຕັກນິກວິທະຍາສາດທັນສະໄໝ ເຂົ້າສູ່ຂະບວນການຜະລິດໃຫ້ຫລາຍ ຂຶ້ນ ເພື່ອເພີ່ມສະມັດຖະພາບການ ຜະລິດໃຫ້ສູງຂຶ້ນກວ່າເກົ່າ ແລະ ໃຫ້ ທົດລອງທຳການຜະລິດໃນຫລາຍ ຮູບແບບ ເປັນຕົ້ນ ການຜະລິດເຂົ້າ ກິນ, ຜະລິດແນວພັນເຂົ້າ, ລວມເຖິງ ການຜະລິດພືດອື່ນໆ ທີ່ໃຫ້ຜົນຮັບ ທີ່ດີກວ່າ, ອັນສຳຄັນແມ່ນເພື່ອເຮັດ ໃຫ້ກະສິກອນມີລາຍຮັບສູງຂຶ້ນຈາກ ການຂາຍຜົນຜະລິດ. ພ້ອມນີ້, ບັນດາຂະແໜງການ ທີ່ກ່ຽວຂ້ອງພາກລັດ ກໍຕ້ອງໄດ້ ເອົາໃຈໃສ່ຕິດຕາມ-ຊຸກຍູ້ ແລະ ສົ່ງ ເສີມດ້ານເຕັກນິກວິຊາການແກ່ ກະສິກອນ ເພື່ອຮັບປະກັນໃຫ້ການ g]0kra dc0;'7e,j ;o 8y f8k,ltrk[oE4h ;,16 j g,n v'76 o7e ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ທ່ານ ໄຊຊະນະ ໂຄດພູທອນ ເລຂາຄະນະບໍລິຫານ ງານພັກແຂວງຄຳມ່ວນ ພ້ອມດ້ວຍ ຄະນະນຳຂອງແຂວງ ລົງຕິດຕາມ ສະພາບນໍ້າຖ້ວມຢູ່ເມືອງຄູນຄໍາ ໂດຍສະເພາະ ຈຸດນໍ້າຖ້ວມຕາມເສັ້ນ ທາງ ບ້ານນາເມືອງຫາບ້ານກອງລໍ, ຕິດຕາມຄວາມເສຍຫາຍຂອງເນື້ອ ທີ່ກະສິກຳ, ພ້ອມຢ້ຽມຢາມຖາມ ໄຖ່ສະພາບຊີວິດ ແລະ ໃຫ້ກຳລັງ ໃຈແກ່ປະຊາຊົນທີ່ພວມປະສົບໄພ ນໍ້າຖ້ວມ ໃນວັນທີ 14 ກໍລະກົດ 2026 ໂດຍມີ ທ່ານ ຄຳປ່ຽນ ມະນີ ຄຳ ເລຂາຄະນະບໍລິຫານງານພັກ ເມືອງຄູນຄໍາ ແລະ ຄະນະນຳຂອງ ເມືອງ ຮ່ວມລົງພື້ນທີ່. ສະພາບນໍ້າຖ້ວມຢູ່ເມືອງຄູນຄໍາ ເກີດຂຶ້ນຈາກອິດທິພົນຂອງພາຍຸໄມ ສັກ ແລະ ພາຍຸບ່າວີ ທີ່ເຮັດໃຫ້ຝົນ ຕົກຕິດຕໍ່ກັນຫລາຍມື້ນັບແຕ່ວັນທີ 7 ກໍລະກົດ 2026 ເປັນຕົ້ນມາ ເຮັດ ໃຫ້ສາຍນ້ຳຕ່າງໆ ມີນ້ຳຍຶ່ງຂຶ້ນຢ່າງ ໄວວາ ແລະ ເຮັດມວນນໍ້າໄຫລເຂົ້າ ຖ້ວມ 9 ບ້ານຕາມລໍານໍ້າຫີນບູນ. ເສັ້ນທາງຈາກບ້ານໂພນທອງຫາ ບ້ານກອງລໍຖືກນໍ້າຖ້ວມສູງກວ່າ 1,5 ແມັດ ເຮັດໃຫ້ລົດບໍ່ສາມາດ ສັນຈອນໄດ້ ປະຊາຊົນຕ້ອງນໍາໃຊ້ ເຮືອເປັນພາຫະນະໃນການເດີນທາງ ແລະ ຂົນສົ່ງສິ່ງຂອງທີ່ຈຳເປັນ. ຕາມການໃຫ້ຂໍ້ມູນຂອງກອງ ເລຂາໄພພິບັດຂັ້ນເມືອງ ລະບຸ ເບື້ອງຕົ້ນວ່າ: ມີ 1.365 ຄອບຄົວ ໄດ້ຮັບຜົນກະທົບ, ເນື້ອທີ່ນາເຂົ້າ ຖືກນໍ້າຖ້ວມ 3.251 ເຮັກຕາ, ສວນ 147 ເຮັກຕາ ແລະ ເສັ້ນທາງ 7 ເສັ້ນ ຖືກນໍ້າຖ້ວມ. ສ່ວນມູນຄ່າຄວາມ ເສຍຫາຍຍັງຢູ່ໃນໄລຍະການສໍາ ຫລວດ ແລະ ປະເມີນ. ພ້ອມນີ້, ຄະນະນຳຂອງແຂວງໄດ້ນຳເອົາ ນໍ້າດື່ມ ແລະ ເຄື່ອງອຸປະໂພກບໍລິໂພກ ໄປຊ່ວຍເຫລືອຜູ້ປະສົບໄພ ພ້ອມທັງມອບເງິນ 100 ລ້ານກີບ ໃຫ້ເມືອງຄູນຄໍາ ເພື່ອນໍາໄປແກ້ໄຂ ສະພາບສຸກເສີນ ແລະ ຊ່ວຍເຫລືອ ປະຊາຊົນຜູ້ປະສົບໄພດັ່ງກ່າວ. ໂອກາດນີ້, ທ່ານ ໄຊຊະນະ ໂຄດ ພູທອນ ໄດ້ເນັ້ນໃຫ້ການນຳຂອງ ເມືອງ ແລະ ພາກສ່ວນກ່ຽວຂ້ອງ ເລັ່ງສຳຫລວດຄວາມເສຍຫາຍ ໃຫ້ຄົບຖ້ວນທັງດ້ານປະຊາຊົນ, ທີ່ ຢູ່ອາໄສ, ເສັ້ນທາງ, ໂຮງຮຽນ ແລະ ພືດຜົນການຜະລິດ ພ້ອມ ທັງຈັດສັນສິ່ງຂອງຈຳເປັນ ແລະ ຊ່ວຍເຫລືອໃຫ້ເຖິງປະຊາຊົນຢ່າງ ທັນເວລາ ເຝົ້າລະວັງລະດັບນໍ້າ ແລະ ແຈ້ງເຕືອນລ່ວງໜ້າ ພ້ອມກຽມກຳ ລັງ ແລະ ຍານພາຫະນະສຳລັບ ການອົບພະຍົບຖ້າຈຳເປັນ. ນອກ ນັ້ນ, ຍັງໄດ້ມອບໝາຍໃຫ້ຂະແໜງ ສາທາລະນະສຸກ ລົງຕິດຕາມດ້ານ ສຸຂະອະນາໄມ, ແຈກຢາ ແລະ ປ້ອງກັນພະຍາດທີ່ອາດເກີດຂຶ້ນ ຫລັງນໍ້າຖ້ວມ ພ້ອມທັງວາງແຜນ ຟື້ນຟູເສັ້ນທາງ, ໂຮງຮຽນ ແລະ ລະບົບນໍ້າປະປາ ໃຫ້ກັບມາໃຊ້ງານ ໄດ້ໄວທີ່ສຸດ ພ້ອມທັງຮຽກຮ້ອງໃຫ້ ອົງການຈັດຕັ້ງ ແລະ ປະຊາຊົນ ຈົ່ງ ຍົກສູງຄວາມລະມັດລະວັງ, ກຽມ ຄວາມພ້ອມຮັບມືກັບສະພາບການ ທີ່ອາດຈະເກີດຂຶ້ນ ແລະ ຕິດຕາມ ສະຖານະການຢ່າງໃກ້ຊິດ ເພື່ອໃຫ້ ການຊ່ວຍເຫລືອ ແລະ ຮັບມືກັບເຫດ ສຸກເສີນຢ່າງທັນການ. ຂ່າວ: ມະນີວັນ ຜະລິດຂອງເຂົາເຈົ້າໄດ້ຮັບຜົນທັງ ປະລິມານ ແລະ ມີຄຸນະພາບສູງຂຶ້ນ ຢ່າງຕໍ່ເນື່ອງ. ການນຳໃຊ້ກົນຈັກດຳນາເຂົ້າ ໃນການຜະລິດເຂົ້ານາປີ ໃນພື້ນ ທີ່ນາໃຮ່ໃຫຍ່ບ້ານໂພນມ່ວງໃນ ຄັ້ງນີ້ ບໍ່ພຽງແຕ່ເປັນການສາທິດ ເພື່ອທົດລອງແນວພັນເຂົ້າຮຸ່ນ 3 (ເຂົ້າທ່າສະໂນ 3 ແລະ ເຂົ້າຈ້າວ ຫອມ) ໃນເນື້ອທີ່ 2.25 ເຮັກຕາ ເທົ່ານັ້ນ, ແຕ່ຍັງເປັນການລິເລີ່ມ ຫັນປ່ຽນວິທີການຜະລິດຈາກການ ໃຊ້ແຮງງານຄົນແບບດັ້ງເດີມມາສູ່ ການນຳໃຊ້ເຄື່ອງຈັກທີ່ທັນສະໄໝ ຊຶ່ງຈະສ້າງຜົນປະໂຫຍດໃຫ້ແກ່ ກະສິກອນ ໄດ້ຫລາຍພໍສົມຄວນ ເປັນຕົ້ນ ການຫລຸດຜ່ອນຕົ້ນທຶນ ແລະ ເພີ່ມປະສິດທິພາບການຜະລິດ, ການນຳໃຊ້ເຄື່ອງດຳນາຈະຊ່ວຍ ຫລຸດຜ່ອນຄ່າໃຊ້ຈ່າຍໃນການຈ້າງ ແຮງງານຄົນ ທີ່ມີທ່າອ່ຽງນັບມື້ນັບ ສູງ ແລະ ຫາຍາກ, ພ້ອມທັງຍັງ ເຮັດໃຫ້ການດຳນາມີຄວາມເປັນ ລະບຽບຮຽບຮ້ອຍ, ໄລຍະຫ່າງ ຂອງຕົ້ນເຂົ້າໄດ້ມາດຕະຖານ, ຊ່ວຍ ໃຫ້ເຂົ້າແຕກກໍໄດ້ດີ, ເພີ່ມປະລິມານ ຜົນຜະລິດໃຫ້ສູງຂຶ້ນ ແລະ ຍັງຊ່ວຍ ຫລຸດຜ່ອນການໃຊ້ເມັດພັນ ແລະ ປຸ໋ຍ ຢ່າງບໍ່ຈຳເປັນອີກດ້ວຍ, ພ້ອມນີ້ ກໍ ຍັງເປັນການຫລຸດຜ່ອນຄວາມອິດ ເມື່ອຍ ແລະ ເພີ່ມຄຸນນະພາບຊີວິດ, ການຫັນມາໃຊ້ກົນຈັກທັນສະໄໝ ຊ່ວຍຫລຸດຜ່ອນຄວາມອິດເມື່ອຍ ຈາກການໃຊ້ແຮງງານຄົນແບບໜັກ ໜ່ວງ, ຊ່ວຍໃຫ້ກະສິກອນສາມາດ ເຮັດວຽກໄດ້ວ່ອງໄວ, ທັນລະດູການ ແລະ ມີເວລາພັກຜ່ອນ ຫລື ຈັດສັນ ເວລາໄປເຮັດວຽກງານອື່ນໆໃນ ຄອບຄົວໄດ້ຫລາຍຂຶ້ນ. ສຳລັບການນຳໃຊ້ກົນຈັກດຳນາ ດັ່ງກ່າວ ແມ່ນສາມາດປັກດຳເຂົ້າ ນາໄດ້ໃນເນື້ອທີ່ 2,5 ເຮັກຕາຕໍ່ມື້ຕໍ່ ລົດ 1 ຄັນ. ນໍ້າ, ຂຸດລອກດິນຕົມ ຕ້ອງເຮັດເປັນ ປະຈຳ (ກ່ອນ ແລະ ຫລັງລະດູການ ຜະລິດ), ຕ້ອງມີສ່ວນຮ່ວມຂອງ ຊຸມຊົນ ໂດຍສະເພາະ ຜູ້ນໍາໃຊ້ນໍ້າ ຕ້ອງມີພັນທະ: ເສຍຄ່າບໍລິການ ນໍ້າຊົນລະປະທານ (ຄບນ); ຕ້ອງ ເຂົ້າຮ່ວມເປັນສະມາຊິກກຸ່ມຜູ້ໃຊ້ ນໍ້າຊົນລະປະທານ; ຮ່ວມກັນກໍາ ນົດລະບຽບ ໃນການປົກປັກຮັກ ສາ ແລະ ແກ້ໄຂບັນຫາຕ່າງໆທີ່ ເກີດຂຶ້ນ, ການນໍາໃຊ້ນໍ້າຕ້ອງຖືກ ຕາມຈຸດປະສົງ (ຕ້ອງມີການວາງ ແຜນໃນການໃຊ້ນໍ້າ ແລະ ສະໜອງ ນໍ້າ ພ້ອມທັງສ້າງຕາຕະລາງ ການ ແຈກຢາຍນໍ້າໃຫ້ສອດຄ່ອງກັບລະ ດູການປູກຝັງ ໂດຍສະເພາະ ການ ຜະລິດລະດູແລ້ງ. ສະນັ້ນ, ເພື່ອ ຫລີກເວັ້ນຂໍ້ຂັດແຍ່ງ ການຍາດແຍ່ງ ນໍ້າ ແລະ ຫລີກລ້ຽງການນໍາໃຊ້ນໍ້າ ເກີນຄວາມຈໍາເປັນ; ຫລີກເວັ້ນການ ປ່ອຍໃຫ້ນໍ້າລົ້ນ ຫລື ເສຍຖິ້ມໂດຍບໍ່ ເກີດປະໂຫຍດ, ທຸກພາກສ່ວນຕ້ອງ ມີການປະຕິບັດຕາມກົດໝາຍ ແລະ ລະບຽບການ ເປັນຕົ້ນ ກົດໝາຍ ວ່າດ້ວຍຊົນລະປະທານ (ສະບັບ ປັບປຸງ) ເລກທີ 86/ສພຊ, ລົງ ວັນທີ 25 ມີຖຸນາ 2025; ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງກຸ່ມຜູ້ຊົມໃຊ້ ນໍ້າຊົນລະປະທານ ເລກທີ 197/ ຊກ, ລົງວັນທີ 1 ກັນຍາ 2025; ບໍ່ທໍາລາຍ ຫລື ດັດແປງສິ່ງກໍ່ສ້າງ ຊົນລະປະທານໂດຍບໍ່ໄດ້ຮັບອະ ນຸຍາດ, ນອກຈາກການປູກຝັງ ແລ້ວ, ຫາກມີເງື່ອນໄຂສາມາດ ນໍາໃຊ້ເຂົ້າໃນການລ້ຽງສັດ, ການ ປະມົງ ຫລື ການຊົມໃຊ້ນ້ຳໃນຊີວິດ ປະຈຳວັນຂອງຊຸມຊົນ ສໍາຄັນບໍ່ໃຫ້ ສົ່ງຜົນກະທົບຕໍ່ເປົ້າໝາຍຫລັກ ໂດຍ ສະເພາະການປູກຝັງ. ທ່ານ ວົງສັກ ສະແຫວງຖາມ ໃຫ້ຮູ້ຕື່ມວ່າ: ສໍາລັບອ່າງຫ້ວຍຂຽວ ປະລິມານນໍ້າໃນອ່າງມີບໍລິມາດ ບັນຈຸບໍ່ຫລາຍ, ບໍ່ພຽງພໍກັບຄວາມ ຮຽກຮ້ອງຕ້ອງການຂອງພໍ່ແມ່ ປະຊາຊົນ ໂດຍສະເພາະ ບ້ານ ທີ່ນອນໃນເຂດປາຍຄອງ ເຊັ່ນ: ບ້ານ ໂນນໜອງຫວ້າ , ບ້ານ ຮ່ອງໄລ່. ສະນັ້ນ, ຂະແໜງການ ກ່ຽວຂ້ອງ ກໍຄືຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ ຈະລົງສໍາ ຫລວດ ແລະ ເກັບກຳຂໍ້ມູນຄືນ ເພື່ອ ກຳນົດເຮັດໜອງ ເປັນຈຸດກັກເກັບ ນໍ້າ ເພື່ອສະໜອງນໍ້າໃຫ້ພຽງພໍໃນ ການປູກ-ການລ້ຽງ ຫລື ກະກຽມ ຮັບມືເພື່ອຕ້ານແລ້ງ. ທີ່ສໍາຄັນ ແມ່ນ ລັດ ແລະ ປະຊາຊົນຕ້ອງຮ່ວມມືກັນ ຊຶ່ງລັດຈະຊ່ວຍເຫລືອດ້ານເຕັກນິກງົບປະມານ, ສ່ວນປະຊາຊົນ (ກຸ່ມຜູ້ ໃຊ້ນໍ້າ) ເປັນເຈົ້າການໃນການນໍາ ໃຊ້ ກໍຄືການນໍາໃຊ້ນໍ້າຢ່າງປະຢັດ, ມີປະສິດທິຜົນ, ເປັນທໍາ, ບຳລຸງ ຮັກສາລະບົບໃຫ້ດີ ແລະ ດຳເນີນ ການຕາມກົດໝາຍ ແລະ ບໍລິຫານ ຈັດການ ເພື່ອໃຫ້ມີນໍ້າໃຊ້ຢ່າງຍືນ ຍົງ. ຂ່າວ: ພຸດທະສອນ

RkJQdWJsaXNoZXIy MTc3MTYxMQ==