7320

16/07/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ມາລີດດາີ ;y 4u -u ;y f c]t ;a fmtotme0v'-q ogzqj k,h vp lh k',6 o7j kgruj ,.sh ;a f45 fy [me,t-kf dh k;l6j 8ts]kfrkp.o c]t 8j k'xtgmf ຂປລ. ຊົນເຜົ່າມ້ອຍ ເປັນໜຶ່ງ ໃນຊົນເຜົ່າທີ່ມີປະຫວັດຄວາມເປັນ ມາຍາວນານ ແລະ ມີເອກະລັກ ທາງດ້ານວັດທະນະທຳທີ່ຍັງຮັກ ສາໄວ້ຈົນເຖິງປັດຈຸບັນ. ຕາມຄຳ ບອກເລົ່າຂອງຜູ້ເຖົ້າຜູ້ແກ່ບັນ ພະ ບຸລຸດຂອງຊາວມ້ອຍ ເຂົາເຈົ້າ ໄດ້ອົບພະຍົບຈາກເຂດຫົວເມືອງ ແຂວງແທງຮວາ ສສ ຫວຽດນາມ ໃນຊ່ວງປີ 1707-1708 ໂດຍ ເດີນທາງຕາມສາຍນ້ຳ ແລະ ພັກ ອາໄສຢູ່ຫລາຍແຫ່ງກ່ອນຈະເຂົ້າ ມາຕັ້ງຖິ່ນຖານຢູ່ໃນ ສປປ ລາວ ຊຶ່ງປັດຈຸບັນດຳລົງຊີວິດຢູ່ເມືອງ ຂປລ. ການນຳເອົາວັດຖຸດິບ ທາງກະສິກຳມາແປຮູບ ເພື່ອສ້າງ ມູນຄ່າເພີ່ມກຳລັງເປັນທິດທາງ ສຳຄັນໃນການພັດທະນາສິນຄ້າ ຂອງລາວ. ໜຶ່ງໃນຕົວຢ່າງທີ່ໂດດ ເດັ່ນ ຄື: ຜະລິດຕະພັນກ້ວຍທັນຍາ ພືດຂອງນາງ ບົວສະນິດ ມະນີວົງ -u ;y f{;a fmtotme u y a ແຂວງຫລວງພະບາງ ທີ່ໄດ້ນຳ ໝາກກ້ວຍນ້ຳວ້າຈາກກະສິກອນ ລາວມາແປຮູບເປັນອາຫານວ່າງທີ່ ມີຄຸນຄ່າ ແລະ ສາມາດສ້າງລາຍ ຮັບໃຫ້ກະສິກອນ ຊຶ່ງນັບເປັນອີກ ຕົວຢ່າງໜຶ່ງຂອງການນຳພູມປັນ ຍາ ແລະ ຄວາມຄິດສ້າງສັນມາ ຕໍ່ຍອດວັດຖຸດິບການກະສິກຳຈົນ ກາຍເປັນສິນຄ້າທີ່ຕະຫລາດໃຫ້ການ ຍອມຮັບ, ພ້ອມທັງວາງເປົ້າໝາຍ ຂະຫຍາຍຕະຫລາດສູ່ຕ່າງປະເທດ. ນາງ ບົວສະນິດ ມະນີວົງ ໄດ້ ໃຫ້ສໍາພາດໃນງານວາງສະແດງ ສິນຄ້າສະຫະກອນ ເພື່ອສະເຫລີມ ສະຫລອງວັນສະຫະກອນ ຄົບຮອບ 48 ປີວ່າ: ຈຸດເລີ່ມຕົ້ນຂອງອາຊີບນີ້ ຍ້ອນຕົນເອງມັກກິນກ້ວຍຕາກແຫ້ງ ແຕ່ພົບວ່າບາງຜະລິດຕະພັນຍັງມີ ຄຸນນະພາບບໍ່ໄດ້ຕາມທີ່ຕ້ອງການ ຈຶ່ງເກີດແນວຄິດທີ່ຈະພັດທະນາ ຜະລິດຕະພັນໃຫ້ມີຄຸນນະພາບດີ ຂຶ້ນ. ພ້ອມກັນນັ້ນ, ດ້ວຍຄວາມທີ່ ຕົນເອງບໍ່ສາມາດດື່ມນົມງົວໄດ້ ຈຶ່ງໄດ້ນຳແນວຄິດການນຳທັນ ຍາພືດມາປະສົມກັບໝາກກ້ວຍ ເພື່ອສ້າງອາຫານຫວ່າງທີ່ມີຄຸນຄ່າ ທາງໂພຊະນາການ ແລະ ສະດວກ ຕໍ່ການບໍລິໂພກ. ຫລັງຈາກສຶກສາ ຂໍ້ມູນ ແລະ ແລກປ່ຽນປະສົບການ ກັບຜູ້ຊ່ຽວຊານ ຈຶ່ງພັດທະນາສູດ ຜະລິດຕະພັນຈາກໝາກກ້ວຍນ້ຳວ້າ ສຳເລັດ. ປັດຈຸບັນທຸລະກິດດັ່ງກ່າວ ມີຜະລິດຕະພັນທັງໝົດ 7 ຊະນິດ ປະກອບດ້ວຍ ກ້ວຍແຜ່ນ, ກ້ວຍ ທັນຍາພືດ, ກ້ວຍສະຕິກ, ກ້ວຍ ປັອບ, ກ້ວຍເຄືອບຊັອກໂກແລັດ, ຄຸກກີ້ກ້ວຍ ແລະ ກ້ວຍຜົງ ເພື່ອຕອບ ສະໜອງຄວາມຕ້ອງການຂອງຜູ້ ບໍລິໂພກທີ່ຫລາກຫລາຍ. ສຳລັບ ວັດຖຸດິບສ່ວນໃຫຍ່ແມ່ນຊື້ຈາກສວນ ປະຊາຊົນໃນແຂວງຜົ້ງສາລີ ແລະ ແຂວງບໍ່ແກ້ວ ໃນລາຄາທີ່ເໝາະສົມ ເພື່ອຊ່ວຍຫລຸດບັນຫາການຖືກກົດ ລາຄາຈາກພໍ່ຄ້າຄົນກາງ ພ້ອມທັງ ສ້າງຕະຫລາດຮອງຮັບຜົນຜະລິດ ຂອງກະສິກອນລາວ. ປັດຈຸບັນຜະລິດຕະພັນກ້ວຍແປ ຮູບໄດ້ວາງຈຳໜ່າຍຫລາຍຊ່ອງ ທາງເຊັ່ນ: ຮ້ານອາເມຊອນ, ສະ ກາຍມາກ, ເຈມາກ ແລະ ຮ້ານອື່ນໆ. ສຳລັບລາຄາຈຳໜ່າຍແມ່ນມີຫລາຍ ລາຄາຕ່າງກັນ ຈາກແຜນຜະລິດ ເບື້ອງຕົ້ນພຽງ 450 ກ່ອງຕໍ່ເດືອນ ປັດຈຸບັນສາມາດຜະລິດ ແລະ ຈຳ ໜ່າຍໄດ້ຫລາຍກວ່າ 1.0001.500 ກ່ອງຕໍ່ເດືອນ. ເພື່ອຕອບ ສະໜອງກັບຄວາມຕ້ອງການຂອງ ລູກຄ້າໃນຕໍ່ໜ້າຈະເພີ່ມກຳລັງການ ຜະລິດ ແລະ ພັດທະນາຄຸນນະພາບ ສິນຄ້າ ແລະ ຍົກມາດຕະຖານສາກົນ ເພື່ອຮອງຮັບການສົ່ງອອກ ພ້ອມທັງ ຂະຫຍາຍຊ່ອງທາງການຈຳໜ່າຍ ເຂົ້າສູ່ຮ້ານຄ້າສະດວກຊື້ລະດັບພາກ ພື້ນ. ນອກຈາກຈະຊ່ວຍຍົກລະດັບ ມູນຄ່າຜະລິດຕະພັນການກະສິກຳ ແລ້ວຍັງເປັນການສ້າງລາຍຮັບໃຫ້ ກັບກະສິກອນ ແລະ ສົ່ງເສີມການນຳ ສິນຄ້າລາວກ້າວສູ່ຕະຫລາດສາກົນ ຢ່າງຍືນຍົງ. ຊຳເໜືອ ແຂວງຫົວພັນ. ຊົນເຜົ່າ ນີ້ເອີ້ນຕົນເອງວ່າ “ມ້ອຍ” ແລະ ຊົນເຜົ່າອື່ນກໍເອີ້ນວ່າ: “ມ້ອຍ” ເຊັ່ນ ດຽວກັນ. ສ່ວນຊື່ “ມ້ອຍ” ແມ່ນຊື່ ທີ່ໃຊ້ໃນທາງລັດຖະການ. ຂະນະທີ່ ຢູ່ ສສ ຫວຽດນາມ ຊົນເຜົ່າດັ່ງກ່າວ ເອີ້ນວ່າ: ຊົນເຜົ່າ “ເມືອງ”. ການດຳລົງຊີວິດຂອງຊາວມ້ອຍ ໃນອະດີດ ແລະ ປັດຈຸບັນຍັງອີງ ໃສ່ການກະສິກຳເປັນຫລັກເປັນຕົ້ນ ແມ່ນການເຮັດໄຮ່, ເຮັດນາ ແລະ ປູກພືດຜັກຕາມລະດູການຄວບຄູ່ ກັບການລ້ຽງຄວາຍ, ງົວ, ໝູ, ເປັດ ແລະ ໄກ່. ນອກຈາກນັ້ນ, ຍັງປູກ ຕົ້ນໄມ້ກິນໝາກ, ໄມ້ອຸດສາຫະກຳ (ໄມ້ໂລ່ງເລັ່ງ), ໄມ້ປ່ອງ, ຕົ້ນຊາ ເພື່ອສ້າງລາຍຮັບເຂົ້າຄອບຄົວ. ພ້ອມນີ້ ໃນດ້ານຫັດຖະກຳກໍມີຊື່ສຽງ ໃນການຜະລິດເຄື່ອງໃຊ້ຈາກໄມ້ ປ່ອງ ເຊັ່ນ: ຊຸດໂຊຟາ, ໂຕະ, ຕັ່ງ ແລະ ສິ່ງຂອງເຄື່ອງໃຊ້ອື່ນໆ. ສ່ວນ ແມ່ຍິງ ມີຄວາມຊຳນານໃນການ ຕ່ຳຫູກທໍໄໝເພື່ອຜະລິດເຄື່ອງນຸ່ງ ຫົ່ມປະຈຳຊົນເຜົ່າທັງເພື່ອນຳໃຊ້ ເອງ ແລະ ຈຳໜ່າຍເພື່ອສ້າງລາຍ ຮັບໃຫ້ແກ່ຄອບຄົວຕື່ມອີກ. ອີກໜຶ່ງ ເອກະລັກທີ່ໂດດເດັ່ນ ຄື: ການເລືອກ ສະຖານທີ່ຕັ້ງບ້ານ ແລະ ການປຸກ ເຮືອນທີ່ຜູກພັນກັບຄວາມເຊື່ອແບບ ດັ້ງເດີມ. ກ່ອນສ້າງບ້ານຈະມີການ ເລືອກມື້ເລືອກຍາມ ຊຶ່ງສ່ວນຫລາຍ ແມ່ນເອົາເດືອນຂຶ້ນ, ເດືອນເພັງ ແລະ ສ່ຽງທາຍຄວາມເໝາະສົມ ຂອງສະຖານທີ່ດ້ວຍການເອົາເຂົ້າ ສານ 7 ເມັດລົງໃນຂຸມນັ້ນເອົາໄມ້ ມາວາເບິ່ງເມັດເຂົ້າຈະຢູ່ຈຸດເກົ່າ, ຫຍັບເຂົ້າ ຫລື ຍ້າຍໄປຈາກບ່ອນທີ່ ໝາຍໄວ້ (ຮູບການສ່ຽງນັ້ນແມ່ນ ຈະໄດ້ເບິ່ງເຖິງຊີວິດຂອງຄົນ, ການ ລ້ຽງສັດຈະເກີດແມ່ແພ່ລູກ, ການ ຄ້າຂາຍ ແລະ ການຜະລິດຈະໄດ້ ຮັບ ຜົນດີ ຫລື ບໍ່). ລັກສະນະການ ປຸກເຮືອນຂອງເຂົາເຈົ້າແມ່ນປຸກ ເຮືອນຮ້ານ, ເສົາເຮືອນເຮັດດ້ວຍ ໄມ້ແກ່ນມີ 9 ເສົາ, 12 ເສົາ ຂຶ້ນ ກັບຄວາມຕ້ອງການຂອງແຕ່ລະ ຄອບຄົວ, ມຸງດ້ວຍຫຍ້າຄາ, ແອ້ມ ດ້ວຍຝາໄມ້ເຮ້ຍ, ໄມ້ຫົກ, ປູດ້ວຍໄມ້ ຟາກເອົາໄມ້ປ່ອງມາສັບເຮັດຟາກ ຫລື ເອົາໄມ້ລຽນລຳ, ມີ 3 ຫ້ອງ ແລະ ມີຫ້ອງບູຊາຜີບັນພະບູລຸດ, ຫ້ອງນອນບັນດາລູກຊາຍ ແລະ ລູກສາວ ມີການເກາະອອກໄປ ແລະ ອີກສ່ວນໜຶ່ງເຮັດເປັນເຮືອນຄົວ, ເຮືອນນ້ອຍ, ສ່ວນຂັ້ນໄດຈະເຮັດ ເປັນລູກຄີກ 3, 5, 7, 9 ຂັ້ນ ຂຶ້ນກັບ ເຮືອນສູງ ຫລື ຕໍ່າ. ມາໃນປັດຈຸບັນ ເຖິງວ່າອຸປະກອນກໍ່ສ້າງຈະປ່ຽນ ໄປຕາມຍຸກສະໄໝ ແຕ່ຍັງຄົງ ຮັກສາຮູບແບບເຮືອນຮ້ານໄວ້ເປັນ ເອກະລັກ. ນັບແຕ່ປີ 1957-1958 ເປັນຕົ້ນມາການເຮັດເຮືອນຂອງຊົນ ເຜົ່າມ້ອຍ ໄດ້ມີການພັດທະນາຂຶ້ນ ເຊັ່ນ: ມີການມຸ້ງດ້ວຍສັງກະສີ, ແອ້ມ ດ້ວຍແປ້ນ, ປູແປ້ນ ແລະ ມາຮອດ ປັດຈຸບັນກໍຍິ່ງມີການປ່ຽນແປງໄປ ເລື້ອຍໆເປັນຕົ້ນມຸງດ້ວຍກະເບື້ອງ ແລະ ອື່ນໆ ແຕ່ຍັງຮັກສາແບບເດີມ ກ່ຽວກັບເຮືອນຮ້ານ, ມີຊານ, ມີເຊຍ ທີ່ເປັນເອກະລັກຂອງເຂົາເຈົ້າ. ສຳລັບເຄື່ອງນຸ່ງຫົ່ມ ຊາວມ້ອຍ ຍັງຮັກສາເອກະລັກວັດທະນະທຳ ທາງດ້ານເຄື່ອງນຸ່ງຫົ່ມຂອງເຂົາ ເຈົ້າໄວ້ເຊັ່ນ: ເຄື່ອງນຸ່ງປະເພດສີ ດໍາຍອມນິນ, ຍອມຄາບ, ຜູ້ຊາຍນຸ່ງ ເສື້ອສີດຳມີແຂບ, ຄໍມົນ, ຄໍແຫລມ, ແຂນສັ້ນ, ແຂນຍາວຕາມຄວາມ ຕ້ອງການ, ນຸ່ງໂສ້ງຫົວຮູດສີດຳ, ຂາ ສັ້ນ, ຂາຍາວ ແລະ ຂາສາມສ່ວນ, ບໍ່ບ່ອງຫູ, ບໍ່ສັກລາຍ, ສ່ວນແມ່ ຍິງແມ່ນນຸ່ງເສື້ອສີດຳມີແຂບ, ຈັບ ເງິນໃສ່, ນຸ່ງສິ້ນມີຕີນສ່ວນຫລາຍ ແມ່ນຜະລິດດ້ວຍຕົນເອງ. ມີເຄື່ອງ ເອ້ຢ້ອງຄື: ປອກແຂນ, ປອກຂາ, ບອກຄໍ, ໃສ່ຕ້າງຫູ ທີ່ເຮັດດ້ວຍເງິນ, ທອງເຫລືອງ, ທອງແດງ ແລະ ໃນ ປັດຈຸບັນແມ່ນໄດ້ປະຍຸກຫັນມານິຍົມ ໃສ່ເງິນ, ຄໍາ ແລະ ເຄື່ອງປະດັບຕາມ ທ້ອງຕະຫລາດຫລາຍຂຶ້ນແຕ່ຍັງ ຮັກສາເອກະລັກດັ້ງເດີມໄວ້. ດ້ານປະເພນີ ແລະ ຄວາມເຊື່ອ ຊາວມ້ອຍຍັງປະຕິບັດພິທີສູ່ຂວັນໃນ ໂອກາດສຳຄັນຕ່າງໆ ເຊັ່ນ: ງານ ແຕ່ງດອງ, ຂຶ້ນເຮືອນໃໝ່, ເດັກ ເກີດໃໝ່ ແລະ ພາຍຫລັງເຊົາຈາກ ການເຈັບປ່ວຍ. ແນວໃດກໍດີ, ງານ ບຸນທີ່ສຳຄັນທີ່ສຸດ ຄື “ບຸນກິນເຕດ” ຈັດຂຶ້ນໃນເດືອນສອງຂອງທຸກປີ ເປັນເວລາ 3 ມື້ ເພື່ອສະຫລອງ ປີໃໝ່, ອວຍພອນໃຫ້ຊີວິດຢູ່ເຢັນ ເປັນສຸກ ແລະ ສ້າງຄວາມສາມັກຄີ ພາຍໃນບ້ານ. ນອກຈາກນັ້ນ, ຊົນ ເຜົ່າມ້ອຍ ຍັງມີມໍລະດົກທາງດ້ານ ສິລະປະ ແລະ ວັນນະຄະດີທີ່ອຸດົມ ສົມບູນ ໂດຍມີບົດຮ້ອງ, ກອນຂັບ, ກອນລຳ, ສຸພາສິດ ແລະ ຄຳຜະ ຫຍາທີ່ສະທ້ອນເຖິງວິຖີຊີວິດ ແລະ ຄວາມຜູກພັນກັບທຳມະຊາດ. ພ້ອມກັນນັ້ນ, ຍັງມີເຄື່ອງດົນຕີພື້ນ ເມືອງ ເຊັ່ນ: ກອງ, ຄ້ອງ, ເປົ່າປີ່, ສີຊໍ ແລະ ອື່ນໆ ທີ່ຖືກນຳໃຊ້ໃນ ງານບຸນ ແລະ ພິທີກຳຕ່າງໆໄດ້ສືບ ທອດຈາກລຸ້ນສູ່ລຸ້ນ. ສຳລັບພາສາ ຂອງຊົນເຜົ່າມ້ອຍ ຈັດເຂົ້າໃນໝວດ ພາສາມອນ-ຂະແມ, ສາຂາຫວຽດ ເມືອງ ແລະ ເຂົາເຈົ້າຍັງສາມາດເວົ້າ ພາສາຂອງຊົນເຜົ່າໄຕ, ໄຕຂາວ,ໄຕ ແດງ ແລະ ພາສາລາວ ໄດ້ດີ. ຊົນເຜົ່າມ້ອຍ ເປັນອີກໜຶ່ງຊົນ ເຜົ່າທີ່ສະທ້ອນໃຫ້ເຫັນເຖິງຄວາມ ຫລາກຫລາຍທາງຊົນເຜົ່າ ແລະ ວັດທະນະທຳ. ການອະນຸລັກ ແລະ ສືບສານມໍລະດົກອັນລ້ຳຄ່າເຫລົ່າ ນີ້ ບໍ່ພຽງແຕ່ຊ່ວຍຮັກສາເອກະລັກ ຂອງຊົນເຜົ່າເທົ່ານັ້ນ, ແຕ່ຍັງເປັນ ການສືບຕໍ່ຄຸນຄ່າທາງວັດທະນະທຳ ຂອງຊາດໄວ້ຕະຫລອດໄປ. ພາບປະກອບ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==