ປະເທດໃນລັດຖະບານຊຸດນັ້ນ ແລະ ນັບຕັ້ງແຕ່ວັນທີ 30/10/1945 ເປັນຕົ້ນມາໄດ້ດຳລົງຕຳແໜ່ງຜູ້ ບັນຊາການສູງສຸດຂອງບັນດາ ກຳລັງປະກອບອາວຸດອິດສະຫລະ ແລະ ໄດ້ກັບຄືນມາເຄື່ອນໄຫວທີ່ທ່າ ແຂກ. ກອງທະຫານປະສົມ ລາວ- ຫວຽດນາມ ໃນຂະນະນັ້ນ ມີກຳລັງ ປະມານ 600 ຄົນ. ພາຍໃຕ້ການ ບັນຊາການຂອງປະທານ ສຸພານຸວົງ ໂດຍກົງ. ວັນທີ 13 ສິງຫາ 1950 ກອງ ປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວ ປະເທດໄດ້ເປີດຂຶ້ນ ຊຶ່ງໄດ້ຕົກລົງ ສ້າງຕັ້ງແນວໂຮມເອກະພາບແຫ່ງ ຊາດຂຶ້ນຢ່າງເປັນທາງການ ໂດຍ ໃສ່ຊື່ວ່າ “ແນວລາວ ທິດສະຫລະ” ແລະ ໄດ້ສ້າງຕັ້ງລັດຖະບານລາວ ຕໍ່ຕ້ານປະກອບດ້ວຍ 5 ທ່ານ ໂດຍ ແມ່ນປະທານ ສຸພານວົງ ເປັນປະ ທານແນວລາວອິດສະຫລະທັງ ເປັນລັດຖະມະຫາເສນາ (ນາຍົກ ລັດຖະມົນຕີ) ຂອງລັດຖະບານ ລາວຕໍ່ຕ້ານ . ກອງປະຊຸມໄດ້ ກຳນົດ ແລະ ວາງໂຄງການການ ເມືອງ 12 ຂໍ້ ຊຶ່ງເປັນແນວທາງ ນະໂຍບາຍ ເພື່ອເຕົ້າໂຮມປະຊາຊົນ ທຸກເຜົ່າ, ທຸກຊັ້ນຄົນໃນລາວລຸກຂຶ້ນ ຕໍ່ສູ້ປົດປ່ອຍຊາດ. ເດືອນ 9/1950 ປະທານ ສຸພານຸວົງ ໄດ້ນໍາພາຄະນະ ຜູ້ແທນລາວອິດສະຫລະຢ້ຽມຢາມ ຫວຽດນາມ. ວັນທີ 22 ມີນາ 1955 ພັກປະຊາຊົນປະຕິວັດລາວ ໄດ້ຮັບ ການສ້າງຕັ້ງຂຶ້ນຢ່າງເປັນທາງ ການ ແລະ ໃນວັນທີ 14/5/1955 ປະທານ ສຸພານຸວົງ ຖືກຄັດເລືອກ ເພີ່ມເຕີມເຂົ້າເປັນກຳມະການສູນ ກາງພັກ. ວັນທີ6ມັງກອນ1956ປະທານ ສຸພານຸວົງ ໄດ້ຮັບເລືອກຕັ້ງເປັນປະ ທານຄະນະກຳມະການສູນກາງ ແນວລາວຮັກຊາດ ອີກເທື່ອໜຶ່ງ. ປະທານ ສຸພານຸວົງ ໄດ້ອອກຖະ ແຫລງການກ່ຽວກັບນະໂຍບາຍສັນ ຕິພາບເປັນກາງຂອງລາວ, ຮຽກ ຮ້ອງໃຫ້ພີ່ນ້ອງຮ່ວມຊາດໃນທົ່ວ ປະເທດ ລຸກຂຶ້ນຕໍ່ສູ້ຕ້ານຈັກກະພັດ ອາເມລິກາ, ຕ້ານຝ່າຍພວກລ່າ ເມືອງຂຶ້ນຝຣັ່ງ ແລະ ພວກລູກມືທີ່ ທຳລາຍສັນຍາເຊີແນວປີ 1954, ທວງໃຫ້ລັດຖະບານລາຊະອານາ ຈັກ ຕ້ອງຮ່ວມມືກັບຝ່າຍປະເທດ ລາວຢ່າງຈິງຈັງໃນການປະຕິບັດ ສັນຍາເຊີແນວ, ຮຽກຮ້ອງໃຫ້ກຳ ລັງປະຕິວັດເດັດດ່ຽວສູ້ຮົບປົກປັກ ຮັກສາສອງແຂວງເຕົ້າໂຮມ ແລະ ຂະຫຍາຍຂະບວນການຕໍ່ສູ້ຂອງ ປະຊາຊົນໃນ 10 ແຂວງ. 15/07/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K *** ອ່ານຕໍ່ສະບັບໜ້າ *** ່ າໍ່ ສັ ບ້ າ ບົດສະເໜີົີ -u ;y f c]t dkog7n j vows;xt8y ;a f0v'xtmko l5 rko5 ;q ' ly j 'mu j rQ ogfa j o.ow]ptzj ko,k c]t ly j 'mh kmkp0v';Pd'koln j ,;o-q o.op5 d AI ຂປລ. ປະທານ ສຸພານຸວົງ ເກີດ ວັນທີ 13/7/1909 ທີ່ຫລວງພະ ບາງ ໃນຄອບຄົວເຊື້ອເຈົ້າ, ເປັນໂອ ຣົດຂອງເຈົ້າມະຫາອຸປະຣາດບຸນ ຄົງ ແລະ ໝ່ອມຄໍາອ້ວນ ມີເອື້ອຍ 2 ຄົນ ຄື: ເຈົ້າຍິງທະວີວັນ ແລະ ເຈົ້າ ຍິງ ຈິນດາຣັດສະໝີ, ມີອ້າຍຕ່າງ ມານດາ 2 ຄົນ ຄື: ເຈົ້າເພັດຊະຣາດ ແລະ ເຈົ້າສຸວັນນະພູມ. ອາຍຸໄດ້ 7 ປີ ທ່ານໄດ້ເຂົ້າຮຽນຢູ່ໂຮງຮຽນປະ ຖົມສຶກສາທີ່ຫລວງພະບາງ, ເພິ່ນ ເປັນນັກຮຽນທີ່ຂະຫຍັນໝັ່ນພຽນ ແລະ ມີພອນສະຫວັນໃນຫລາຍ ດ້ານ, ຮຽນເກັ່ງ ແລະ ສອບເສັງໄດ້ ຄະແນນດີເລີດມາຕະຫລອດຈົນຈົບ ຊັ້ນປະຖົມສົມບູນ. ກາງປີ 1920 ທ່ານໄດ້ເດີນທາງ ໄປຮຽນຕໍ່ມັດທະຍົນ “ອານແບກ ຊາໂຣ” (Albert Sarraut) ທີ່ຮ່າໂນ້ຍ ປະເທດຫວຽດນາມ. ຢູ່ທີ່ນັ້ນເພິ່ນໄດ້ຕັ້ງໃຈຮຽນທັງວິ ຊາທຳມະຊາດ ແລະ ສັງຄົມ, ຮຽນ ພາສາຕ່າງປະເທດຫລາຍພາສາ, ຮຽນທາງດ້ານສີລະປະ ແລະ ວັນ ນະຄະດີ, ທັງຫລິ້ນກິລາ ແລະ ດົນຕີ; ເພິ່ນມີພອນສະຫວັນໃນດ້ານການ ແຕ້ມຮູບ ແລະ ຂຽນບົດກະວີ. ເພິ່ນ ໄດ້ຮຽນຈົບຂະແໜງວິຊາວິທະ ຍາສາດ ແລະ ອັກສອນສາດດ້ວຍ ຄະແນນດີເລີດ ແລະ ຖືກຄັດເລືອກ ເປັນນັກຮຽນດີເດັ່ນຂອງໂຮງຮຽນ ໂປຣເຕັກໂຕຣາ (Protec torat) ແຫ່ງແຄ້ວນອິນດູຈີນ. ປີ 1931 ທ່ານ ໄດ້ໄປສຶກສາຕໍ່ ທີ່ປະເທດຝຣັ່ງ, ຮຽນຢູ່ມະຫາວິທະ ຍາໄລຂົວທາງແຫ່ງຊາດ, ສາຂາ ວິຊາວິສະວະກອນພົນລະເຮືອນຢູ່ ນະຄອນປາຣີ ເວລາຮຽນຢູ່ປະເທດ (ເນື່ອງໃນໂອກາດວັນເກີດປະທານ ສຸພານຸວົງ ຄົບຮອບ 117 ປີ ວັນທີ 13 ກໍລະກົດ 1909-13 ກໍລະກົດ 2026)ື່ັີຸຸົົີັີໍົໍົ ຝຣັ່ງ, ປະທານ ສຸພານຸວົງ ບໍ່ພຽງ ແຕ່ມີຄວາມມຸ່ງໝັ້ນໃນການຮຽນ ເທົ່ານັ້ນ, ເພິ່ນຍັງດຸໝັ່ນໃນການລົງ ຝຶກຫັດ-ປະຕິບັດຕົວຈິງ, ເພິ່ນໄປ ຫລາຍປະເທດໃນທະວີບເອີຣົບທັງ ເບື້ອງຕາເວັນອອກ ແລະ ຕາເວັນ ຕົກ ແລະ ໄດ້ໄປຫລາຍປະເທດ ໃນທະວີບອາຟຣິກກາ ເພື່ອສຳຜັດ ກັບຄວາມເປັນຈິງ ແລະ ຊອກຮູ້ ປະສົບການໃນດ້ານຕ່າງໆ, ເພິ່ນ ມີຄວາມບາກບັ່ນໃນການຄົ້ນຄວ້າ ຮໍ່າຮຽນ, ທັງມີຄວາມເປັນເຈົ້າການ ປະດິດສ້າງຮຽນຮູ້ດ້ວຍຕົນເອງ, ເພິ່ນດໍາລົງຊີວິດແບບງ່າຍ, ບໍ່ຟູມ ເຟືອຍ, ທ່ານມີພອນສະຫວັນໃນ ການຮຽນຮູ້ພາສາຂອງຊາດຕ່າງໆ, ເພິ່ນສາມາດເວົ້າໄດ້ດີເຖິງ 10 ພາ ສາທີ່ໃຊ້ຫລາຍໃນສາກົນ. ປີ1937 ທ່ານ ສຸພານຸວົງ ໄດ້ຮັບ ປະກາດສະນີຍະບັດວິສາວະກອນ ຂົວທາງທີ່ຝຣັ່ງ ເປັນຄົນທຳອິດ ຂອງປະເທດລາວ. ເພິ່ນໄດ້ກັບຄືນ ອິນດູຈີນ ໂດຍໄດ້ຮັບລາຊະການ ໃນຂະແໜງໂຍທາທິການປະຈຳຢູ່ ຍາຈາງ (ປະເທດຫວຽດນາມ). ໃນໄລຍະ 3 ປີ ປະທານ ສຸພານຸວົງ ໄດ້ສຳເລັດການສ້າງຂົວທາງເລກທີ 14 ແລະ ໂຄງການເຂື່ອນໄຟຟ້ານໍ້າ ຕົກຢູ່ເມືອງວິນ; ໄດ້ໄປຊ່ວຍສ້າງຂົວ ແລະ ສ້ອມແປງທາງເລກທີ 13 ຢູ່ ແຂວງຊຽງແຕງ ປະເທດກຳປູເຈຍ. ຕໍ່ມາປະທານໄດ້ຖືກແຕ່ງຕັ້ງໄປ ຮັບລາຊະການຢູ່ເມືອງສິນ ແຂວງ ສະຫວັນນະເຂດ ເພື່ອສ້າງທາງ ເລກທີ 23 ແລະ ຂົວເຊບັງຫຽງ. ໃນເວລາຮັບໜ້າທີ່ລາຊະການຢູ່ ຫວຽດນາມ, ກຳປູເຈຍ ແລະ ລາວ, ປະທານ ສຸພານຸວົງ ໄດ້ສ້າງຜົນ ງານຫລາຍຢ່າງອັນເປັນທີ່ຍອມຮັບ ໃນຖານະວິສະວະກອນທີ່ມີຄວາມ ຮູ້, ຄວາມສາມາດ ແລະ ເຮັດແທ້ ທຳຈິງ. ສິ່ງສໍາຄັນທີ່ສຸດເພິ່ນໄດ້ສຳ ຜັດ, ໄດ້ຮູ້, ໄດ້ເຫັນພຶດຕິກຳ ແລະ ການກະທໍາຂອງພວກຈັກກະພັດ ລ່າເມືອງຂຶ້ນຝຣັ່ງທີ່ມີຕໍ່ຄົນຂອງ ຊາດຫົວເມືອງຂຶ້ນ ຊຶ່ງມັນໄດ້ສົ່ງ ຜົນກະທົບໂດຍກົງຕໍ່ສະພາບແນວ ຄິດຈິດໃຈຂອງເພິ່ນ ແລະ ຈໍາໃຫ້ ເພິ່ນຕ້ອງເລືອກເອົາເສັ້ນທາງເດີນ ແຫ່ງຊີວິດຄື: ກ້າວສູ່ເສັ້ນທາງແຫ່ງ ຂປລ.ໃນໄລຍະຜ່ານມາ, ວຽກ ງານສື່ມວນຊົນລາວ ໄດ້ມີການຂະ ຫຍາຍຕົວ ແລະ ປ່ຽນແປງຢ່າງ ຕັ້ງໜ້າ ເພື່ອໃຫ້ທັນກັບຍຸກສະໄໝ. ແນວໃດກໍຕາມ, ໃນທ່າມກາງການ ເຕີບໂຕຂອງເຕັກໂນໂລຊີປັນຍາ ປະດິດ (AI) ແລະ ກະແສສັງຄົມ ອອນລາຍ, ສື່ມວນຊົນລາວກໍພວມ ຜະເຊີນໜ້າກັບສິ່ງທ້າທາຍຄັ້ງໃຫຍ່ ທີ່ຮຽກຮ້ອງໃຫ້ມີການປັບຕົວຢ່າງ ຮີບດ່ວນ. ປະເດັນດັ່ງກ່າວ ໄດ້ຖືກ ຍົກຂຶ້ນສົນທະນາໃນເວທີ “ການປັບ ຕົວຂອງສື່ມວນຊົນໃນຍຸກ AI” ທີ່ ຈັດຂຶ້ນໃນຂະບວນການຂ່ຳນັບຮັບ ຕ້ອນກອງປະຊຸມວຽກງານສື່ມວນ ຊົນທົ່ວປະເທດ ຄັ້ງທີ I ແລະ ວາງ ສະແດງສິນຄ້າກະສຳທີ່ຈັດຂຶ້ນຢູ່ສູນ ການຄ້າລາວ-ໄອເຕັກ ເມື່ອມໍ່ໆນີ້, ຈັດໂດຍສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ທີ່ໄດ້ເຊີນເອົາທ່ານ ບົວໄລ ພານຸວົງ ຫົວໜ້າກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ), ທ່ານ ສົມກ້ຽວ ກິ່ງສະດາ ທີ່ປຶກສາໂຄງການສົ່ງເສີມສະຕາດ ອັບຂອງຊາວໜຸ່ມ, ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ, ທ່ານ ບຸນເຮັງ ສູດທິຈັກ ອຳນວຍການວິທະ ຍຸຊາວໜຸ່ມລາວສິນໄຊຍຸກໃໝ່ FM 90.0 ເຂົ້າມາສົນທະນາກ່ຽວກັບ ການປັບຕົວຂອງສື່ມວນຊົນຍຸກ AI. ເວທີສົນທະນາຄັ້ງນີ້, ໄດ້ສະແດງ ເຖິງຜົນງານພົ້ນເດັ່ນຂອງສື່ມວນ ຊົນໃນໄລຍະຜ່ານມາ ແລະ ສິ່ງທ້າ ທາຍໃນຍຸກ AI. ໃນນັ້ນ, ສຳລັບ ຜົນງານທີ່ພົ້ນເດັ່ນຂອງວຽກງານ ສື່ມວນຊົນລາວ ໃນໄລຍະຜ່ານມາ ການຫັນປ່ຽນສູ່ລະບົບດີຈິຕອນ (Digital Transformation): ສື່ ຍັກໃຫຍ່ຂອງລັດ ແລະ ເອກະຊົນ ບໍ່ວ່າຈະເປັນໂທລະພາບ, ວິທະຍຸ, ແລະ ໜັງສືພິມ ໄດ້ຫັນມາສ້າງຊ່ອງ ທາງອອນລາຍຂອງຕົນເອງເຊັ່ນ: ເຟດບຸກ (Facebook),ຢູທູບ (YouTube),ຕິກຕ໋ອກ(TikTok) ແລະ ເວັບໄຊ ເຮັດໃຫ້ການກະຈາຍ ຂໍ້ມູນຂ່າວສານເຂົ້າເຖິງປະຊາຊົນ ໄດ້ໄວ ແລະ ກວ້າງຂວາງຂຶ້ນກວ່າ ເກົ່າ. ການຍົກລະດັບຄຸນນະພາບ ເນື້ອຫາ ແລະ ເຕັກນິກມີການນຳ ໃຊ້ເຄື່ອງມືທີ່ທັນສະໄໝເຂົ້າໃນການ ຜະລິດ, ເຮັດໃຫ້ພາບ ແລະ ສຽງ ມີ ຄວາມຄົມຊັດ, ການອອກແບບອິນ ໂຟກຣາບຟິກ (Infographics) ແລະ ວິດີໂອສັ້ນ ມີຄວາມໜ້າສົນໃຈ ແລະ ເຂົ້າໃຈງ່າຍ. ສື່ມວນຊົນລາວ ໄດ້ເຮັດໜ້າທີ່ຢ່າງໂດດເດັ່ນໃນການ ເປັນກະບອກສຽງຂອງພັກ-ລັດ ໃນ ການເຜີຍແຜ່ແນວທາງນະໂຍບາຍ, ເສດຖະກິດ-ສັງຄົມ, ວັດທະນະທຳ, ສິ່ງສາລະໜ້າຮູ້ອື່ນໆໃຫ້ແກ່ປະຊາ ຊົນໄດ້ຮັບຮູ້ຢ່າງທົ່ວເຖິງ. ນອກຈາກ ນີ້, ຍັງເຮັດສຳເລັດໜ້າທີ່ຂອງຕົນ ໃນກອງປະຊຸມລະດັບຊາດ ແລະ ງານສຳຄັນລະດັບຊາດພາຍໃນປະ ເທດມາໂດຍຕະຫລອດ ໂດຍສະ ເພາະແມ່ນການເປັນປະທານອາ ຊຽນຂອງ ສປປ ລາວ ທີ່ຜ່ານມາ ຊຶ່ງຊ່ວຍສ້າງພາບລັກສະນະທີ່ດີ ໃຫ້ແກ່ປະເທດຊາດໃນເວທີສາກົນ. ແນວໃດກໍດີ, ໃນຍຸກທີ່ມີຂ່າວປອມ ຫລວງຫລາຍ, ສື່ມວນຊົນລາວໃນ ຖານະສື່ຫລັກຕ້ອງເຮັດໜ້າທີ່ກວດ ສອບ ແລະ ນຳສະເໜີຄວາມຈິງ ເພື່ອ ສ້າງຄວາມສະຫງົບ ແລະ ຄວາມ ເຂົ້າໃຈທີ່ຖືກຕ້ອງໃຫ້ແກ່ສັງຄົມ. ສິ່ງທ້າທາຍຂອງສື່ມວນຊົນລາວ ໃນຍຸກ AI ແລະ ສັງຄົມອອນລາຍ, ການແຂ່ງຂັນກັບ “ສື່ພົນລະເມືອງ” ປັດຈຸບັນ ໃຜໆກໍສາມາດເປັນຜູ້ ສື່ຂ່າວໄດ້ ໂດຍການໄລສົດ ຫລື ໂພດ ລົງສື່ສັງຄົມອອນລາຍ. ສື່ຫລັກ ຈຶ່ງຕ້ອງຜະເຊີນກັບຄວາມກົດດັນ ໃນການແຂ່ງຂັນດ້ານ “ຄວາມໄວ” ແຕ່ໃນຂະນະດຽວກັນກໍຕ້ອງຮັກສາ “ຄວາມຖືກຕ້ອງ” ແລະ ຈັນຍາ ບັນໄວ້. ຜົນກະທົບຈາກປັນຍາປະດິດ (AI): ເຕັກໂນໂລຊີ AI ເຊັ່ນ: Chat GPT ຫລື ລະບົບຕັດຕໍ່ວິດີ ໂອອັດຕະໂນມັດ ສາມາດຂຽນຂ່າວ ແລະ ສ້າງເນື້ອຫາໄດ້ຢ່າງວ່ອງໄວ. ສິ່ງນີ້ທ້າທາຍຕໍ່ນັກຂ່າວທີ່ຈະຕ້ອງ ພັດທະນາທັກສະໃຫ້ເໜືອກວ່າ AI ໂດຍເນັ້ນໃສ່ການວິເຄາະເຈາະ ເລິກ, ການລົງພື້ນທີ່ຈິງ ແລະ ການ ເລົ່າເລື່ອງທີ່ມີອາລົມຄວາມຮູ້ສຶກ. ບັນຫາຂ່າວປອມນັ້ນ, ການເຂົ້າມາ ຂອງ AI ເຮັດໃຫ້ການປອມແປງ ຂໍ້ມູນ, ພາບ ແລະ ສຽງ ມີຄວາມ ນຽບນຽນຂຶ້ນ. ສື່ມວນຊົນລາວຕ້ອງ ເພີ່ມມາດຕະການ ແລະ ເຄື່ອງມືໃນ ການກວດສອບຄວາມຖືກຕ້ອງຢ່າງ ເຂັ້ມງວດ ເພື່ອບໍ່ໃຫ້ຕົກເປັນເຄື່ອງມື ຂອງກຸ່ມຄົນບໍ່ດີ. ການສ້າງລາຍຮັບ ແລະ ຄວາມຍືນຍົງ: ເນື່ອງຈາກ ງົບປະມານໂຄສະນາສ່ວນໃຫຍ່ໄດ້ ຍ້າຍໄປຢູ່ກັບແພລດຟອມອອນລາຍ ໃຫຍ່ໆ ແລະ ເຫລົ່າອິນຟລູເອນ ເຊີ (Influencers), ສື່ມວນຊົນ ລາວ ຈຶ່ງຕ້ອງຊອກຫາຮູບແບບທຸ ລະກິດໃໝ່ໆ ເພື່ອໃຫ້ສາມາດຢູ່ ລອດ ແລະ ພັດທະນາຕໍ່ໄປໄດ້. ທັງ ໝົດທີ່ກ່າວມານັ້ນ, ສະແດງໃຫ້ເຫັນ ວ່າສື່ມວນຊົນລາວ ບໍ່ສາມາດຢຸດ ນິ້ງໄດ້. ການກ້າວໄປຂ້າງໜ້າໃນ ຍຸກ AI ບໍ່ແມ່ນການປະຕິເສດເຕັກ ໂນໂລຊີ, ແຕ່ແມ່ນ “ການຮຽນຮູ້ທີ່ ຈະນຳໃຊ້ AI ເປັນເຄື່ອງມື” ເພື່ອ ເພີ່ມປະສິດທິພາບ, ຄວບຄູ່ໄປກັບ ການຮັກສາຈັນຍາບັນ ແລະ ຄຸນຄ່າ ຂອງຄວາມເປັນສື່ມືອາຊີບໄວ້ຢ່າງ ໝັ້ນຄົງ. ໂດຍ: ຢ່າຕົ່ງ ການຕໍ່ສູ້ເພື່ອກອບກູ້ເອົາຄວາມເປັນ ເອກະລາດມາໃຫ້ປະເທດ, ນໍາເອົາ ອິດສະລະພາບ ແລະ ສິດເປັນເຈົ້າ ມາໃຫ້ປະຊາຊົນລາວບັນດາເຜົ່າ. ປະທານສຸພານຸວົງ ໄດ້ພົບປະກັບ ປະທານ ໂຮ່ຈີ່ມິງ, ເພິ່ນໄດ້ຮັບການ ຊີ້ນໍາ ແລະ ການຊ່ວຍເຫລືອຈາກ ປະທານ ໂຮ່ຈີ່ມິງ ໃຫ້ຈັດຕັ້ງກອງ ທະຫານປະສົມ ລາວ-ຫວຽດນາມ ຂຶ້ນຢູ່ລາວເພື່ອດໍາເນີນການຕໍ່ສູ້ຕ້ານ ພວກຈັກກະພັດລ່າເມືອງຂຶ້ນຝຣັ່ງ ຍາດເອົາຄວາມເປັນເອກະລາດມາ ໃຫ້ລາວ. ການພົບປະໃນຄັ້ງນັ້ນໄດ້ ສ້າງຄວາມປະທັບໃຈອັນເລິກເຊິ່ງ ທີ່ສຸດຂອງປະທານ ສຸພານຸວົງ. ເດືອນຕຸລາ ປີ 1945 ປະທານ ສຸພານຸວົງ ໄດ້ກັບຄືນລາວຕາມເສັ້ນ ທາງເລກ 9, ທ່ານໄດ້ຮັບການຕ້ອນ ຮັບຢ່າງອົບອຸ່ນຈາກຊາວເຊໂປນ ທຸກຊັ້ນຄົນ ແລະ ໄດ້ກ່າວຄຳປາໄສ ຕໍ່ໜ້າປະຊາຊົນທີ່ມາໂຮມຊຸມນຸມ ຢ່າງຫລວງຫລາຍ, ເພິ່ນໄດ້ເວົ້າ ວ່າ: “ແຜ່ນດິນລາວຕ້ອງແມ່ນຄົນ ລາວເປັນເຈົ້າຂອງ, ສະນັ້ນ ພວກ ເຮົາທຸກຄົນຕ້ອງສາມັກຄີກັນໂຮມ ແຮງກັນຕໍ່ສູ້ກູ້ຊາດອັນແສນຮັກຂອງ ພວກເຮົາຄືນມາໃຫ້ໄດ້” ນີ້ແມ່ນຈຸດ ເລີ່ມຕົ້ນແຫ່ງພາລະກິດປະຕິວັດອັນ ຍິ່ງໃຫຍ່ຂອງປະທານ ສຸພານຸວົງ. ວັນທີ 12/10/1945 ປະຊາຊົນ ລາວເຮົາພາຍໃຕ້ການນຳພາຂອງ ພັກໄດ້ລຸກຂຶ້ນໂຄ່ນລົ້ມອໍານາດການ ປົກຄອງເກົ່າ, ສ້າງຕັ້ງອໍານາດ ການປົກຄອງປະຕິວັດຂຶ້ນປະທານ ສຸພານຸວົງ ໄດ້ຮັບການແຕ່ງຕັ້ງໃຫ້ ເປັນລັດຖະມົນຕີກະຊວງການຕ່າງ
RkJQdWJsaXNoZXIy MTc3MTYxMQ==