15/07/2026 gsfdko c]t dkora fa mtok xtgmf]k; 4 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ສສກ... *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຍົກລະດັບ...ົັ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ເມືອງໄຊທານີ...ື ອີ . *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ສູ່ຄຸນນະພາບໃໝ່ ຢ່າງແຂງແຮງ” ໃນວັນທີ 14 ກໍລະກົດ 2026 ນີ້ ໂດຍທ່ານໄດ້ຍົກໃຫ້ເຫັນ ຄວາມສຳ ຄັນຂອງການວິເຄາະຂ່າວ ຊຶ່ງ ການ ຍົກລະດັບຄຸນນະພາບການວິເຄາະວິຈານຂ່າວ ບໍ່ແມ່ນພຽງການປັບ ປຸງຮູບແບບການນຳສະເໜີເທົ່ານັ້ນ ແຕ່ເປັນການຍົກສູງຄຸນນະພາບ ທາງດ້ານແນວຄິດ, ຄວາມຮູ້, ຈັນ ຍາບັນ ແລະ ຄວາມສາມາດທາງວິ ຊາຊີບຂອງນັກຂ່າວ, ເພາະການວິ ເຄາະວິຈານຂ່າວແມ່ນຂະບວນການ ກັ່ນຕອງ, ປະເມີນ ແລະ ຕີລາຄາຂໍ້ ມູນຂ່າວສານຢ່າງມີເຫດມີຜົນເພື່ອ ຊ່ວຍໃຫ້ສັງຄົມຮັບຮູ້ ແລະ ເຂົ້າໃຈ ບັນຫາທີ່ເກີດຂຶ້ນໄດ້ຢ່າງຖືກຕ້ອງ ແລະ ເລິກເຊິ່ງ. ການວິເຄາະຂ່າວ ຊ່ວຍກັ່ນຕອງຄວາມຖືກຕ້ອງ, ຊ່ວຍ ຈຳແນກລະຫວ່າງ “ຂ່າວແທ້” ແລະ“ຂ່າວປອມ” ເພື່ອບໍ່ໃຫ້ສັງຄົມ ຫລົງເຊື່ອຂໍ້ມູນທີ່ຜິດພາດ; ປ້ອງກັນ ການຖືກຊັກຈູງ: ຊ່ວຍໃຫ້ພວກເຮົາ ຮູ້ທັນເຈຕະນາຂອງຜູ້ຂຽນຂ່າວ ວ່າ ກຳລັງພະຍາຍາມຊີ້ນຳຄວາມຄິດ, ບິດເບືອນຄວາມຈິງ ຫລື ໂຄສະນາ ຊວນເຊື່ອຫລືບໍ່; ສ້າງຄວາມເຂົ້າໃຈ ທີ່ເລິກເຊິ່ງ: ການອ່ານຂ່າວແບບ ຜິວເຜີນ ອາດຈະເຮັດໃຫ້ໄດ້ຮັບຂໍ້ ມູນບໍ່ຄົບຖ້ວນ ແຕ່ການວິເຄາະຈະ ຊ່ວຍໃຫ້ເຫັນເຖິງ “ສາເຫດ”, “ຜົນ ກະທົບ” ແລະ “ທ່າອ່ຽງ” ທີ່ຈະ ເກີດຂຶ້ນໃນອະນາຄົດ, ທັງຍົກລະ ດັບສະຕິປັນຍາ ແລະ ການຄິດວິ ເຄາະ: ຝຶກໃຫ້ເປັນຄົນບໍ່ຫລົງເຊື່ອ ອັນໃດງ່າຍໆ, ຮູ້ຈັກຕັ້ງຄຳຖາມ ແລະ ຊອກຫາຫລັກຖານມາຮອງ ຮັບກ່ອນສະຫລຸບ. ການຍົກລະດັບການວິເຄາະວິຈານຂ່າວໃຫ້ມີຄຸນນະພາບໃໝ່ ແມ່ນພາລະກິດທີ່ຈຳເປັນໃນສະ ພາບການພັດທະນາຂອງສື່ມວນ ຊົນສະໄໝໃໝ່, ການວິເຄາະທີ່ມີຄຸນ ນະພາບຕ້ອງອາໄສຄວາມຮູ້, ຂໍ້ມູນ, ວິທີຄິດແບບວິທະຍາສາດ, ການ ນຳໃຊ້ເຕັກໂນໂລຊີ ແລະ ຈັນຍາບັນ ວິຊາຊີບ, ຖ້າສື່ມວນຊົນສາມາດພັດ ທະນາວຽກງານດ້ານນີ້ໄດ້ຢ່າງຕໍ່ ເນື່ອງ ການວິເຄາະ-ວິຈານຂ່າວຈະ ບໍ່ພຽງແຕ່ເປັນຜະລິດຕະພັນຂ່າວ ຊະນິດໜຶ່ງ ແຕ່ຈະກາຍເປັນ“ພະລັງ ປັນຍາ” ທີ່ຊ່ວຍຊີ້ນຳສັງຄົມ, ສ້າງ ຄວາມເຂົ້າໃຈຮ່ວມ ແລະ ສົ່ງເສີມ ການພັດທະນາປະເທດຊາດໃນຍຸກ ດິຈິຕອນຢ່າງຍືນຍົງ. ພ້ອມກັນນັ້ນ, ການວິເຄາະ-ວິຈານຂ່າວ ຕ້ອງສະ ທ້ອນເອກະລັກ ແລະ ຄຸນຄ່າວັດທະ ນະທຳລາວ ໂດຍໃຫ້ຄວາມສຳຄັນ ກັບຄວາມສາມັກຄີ, ຈາລິຍະທຳ, ການເຄົາລົບຜູ້ອື່ນ ແລະ ການຫາ ທາງອອກດ້ວຍສັນຕິວິທີ. ຢ່າງໃດກໍ ຕາມ ເພື່ອເຮັດໃຫ້ວຽກງານວິເຄາະວິຈານຂ່າວ ພັດທະນາໄປໃນທິດ ທາງທີ່ມີຄຸນນະພາບ ແລະ ທັນສະ ໄໝ ຈຳເປັນຕ້ອງມີການຊີ້ນຳຢ່າງ ໃກ້ຊິດ ຈາກພັກ-ລັດ, ການລົງທຶນ ພັດທະນາບຸກຄະລາກອນ, ການສະ ໜອງງົບປະມານ ແລະ ອຸປະກອນ ທາງເຕັກໂນໂລຊີທີ່ຈຳເປັນ ຄວບຄູ່ ກັບການສ້າງກົນໄກປະສານງານ ລະຫວ່າງອົງການສື່ມວນຊົນ, ພາກ ລັດ ແລະ ສະຖາບັນວິຊາການ ເພື່ອ ສາມາດຮ່ວມກັນຜະລິດບົດວິເຄາະວິຈານຂ່າວ ທີ່ມີມາດຕະຖານ, ມີ ຄວາມໜ້າເຊື່ອຖື. ພ້ອມນີ້“ການຍົກ ລະດັບການວິເຄາະ-ວິຈານຂ່າວ ບໍ່ ສສກ ໄດ້ເນັ້ນໜັກ 4 ເປົ້າໝາຍ ສຳຄັນ ເພື່ອເຮັດໃຫ້ວຽກງານກິລາກາຍຍະກຳ ເປັນກຳລັງຂັບເຄື່ອນ ໃນການສ້າງຄົນລາວຮຸ່ນໃໝ່ໃຫ້ມີ ຄຸນນະພາບຕອບສະໜອງການ ສ້າງສາ ແລະ ພັດທະນາປະເທດ ຊາດ ໃນໄລຍະໃໝ່ ຊຶ່ງປະກອບມີ: ເພີ່ມທະວີວຽກງານການເມືອງແນວຄິດ: ຕ້ອງປູກຈິດສຳນຶກໃຫ້ນັກ ກິລາ ແລະ ຜູ້ບໍລິຫານມີນ້ຳໃຈຮັກ ຊາດ, ມີລະບຽບວິໄນ ແລະ ຖືເອົາ ກິລາເປັນເຄື່ອງມືສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ໂດຍສະເພາະການຕ້ານໄພຢາເສບ ຕິດໃນຖັນແຖວຊາວໜຸ່ມ; ພັດທະນາ ກິລາ-ກາຍຍະກຳເຂົ້າສູ່ຄຸນນະພາບ ໃໝ່: ສ້າງນັກກິລາພອນສະຫວັນແຕ່ ເຍົາໄວ, ສົ່ງເສີມພະລະສຶກສາໃນ ໂຮງຮຽນທຸກຊັ້ນຮຽນ, ກະກຽມ ຄວາມພ້ອມແຕ່ຫົວທີໃນການເປັນ ເຈົ້າພາບຈັດງານມະຫະກຳກິລາຊີ ເກມ ຄັ້ງທີ 36 ແລະ ອາຊຽນພາຣາ ເກມ ຄັ້ງທີ 16 ໃນປີ 2031, ພ້ອມ ທັງປັບປຸງນິຕິກຳ ແລະ ການຄຸ້ມ ຄອງບໍລິຫານກິລາໃຫ້ເປັນລະບົບມື ອາຊີບຫລາຍຂຶ້ນ;ຄຸ້ມຄອງແລະນຳ ໃຊ້ງົບປະມານ, ພື້ນຖານໂຄງລ່າງ ໃຫ້ເກີດປະໂຫຍດສູງສຸດ: ຄົ້ນຄວ້າ ແຫລ່ງທຶນເຂົ້າກອງທຶນກິລາໃຫ້ ໂປ່ງໃສ, ເອົາໃຈໃສ່ປົກປັກຮັກສາ ສະໜາມກິລາ ໂດຍສະເພາະສະ ໜາມກິລາເຈົ້າອານຸວົງ ທີ່ໄດ້ຮັບ ການຊ່ວຍເຫລືອຈາກຍີ່ປຸ່ນ ຄາດວ່າ ຈະມອບຮັບໃນເດືອນຕຸລາ 2026 ນີ້ ບໍ່ໃຫ້ຊຸດໂຊມ, ພ້ອມທັງຊຸກຍູ້ພາກ ເອກະຊົນໃຫ້ເຂົ້າມາມີສ່ວນຮ່ວມ ໃນການພັດທະນາກິລາ; ຍົກສູງຂີດ ຄວາມສາມາດບຸກຄະລາກອນ ແລະ ການຮ່ວມມືສາກົນ: ຍົກລະດັບສະ ຖາບັນກິລາ-ກາຍຍະກຳ ຂຶ້ນເປັນ “ສະຖາບັນກິລາ-ກາຍຍະກຳແຫ່ງ ຊາດ”, ສ້າງຄູຝຶກ ແລະ ກຳມະການ ໃຫ້ໄດ້ມາດຕະຖານສາກົນ, ພ້ອມ ທັງແລກປ່ຽນບົດຮຽນ ແລະ ຍາດ ແຍ່ງການຊ່ວຍເຫລືອດ້ານວິທະຍາ ສາດການກິລາ ຈາກປະເທດເພື່ອນ ມິດຍຸດທະສາດ. ພາຍໃນງານມີຫລາຍກິດຈະກຳ ເຊັ່ນ: ການຍ່າງເພື່ອສຸຂະພາບ, ເຕັ້ນແອໂຣບິກ ແລະ ການວາງສະ ແດງຜົນງານຂອງບັນດາສະຫະພັນ ກິລາແຫ່ງຊາດ ທັງກິລາຄົນປົກ ກະຕິ ແລະ ຄົນພິການ ຊຶ່ງໄດ້ຮັບ ຄວາມສົນໃຈຈາກຜູ້ເຂົ້າຮ່ວມຢ່າງ ຫລວງຫລາຍ. ໂອກາດນີ້, ທ່ານຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີ ກະຊວງ ສສກ ຍັງໄດ້ຮຽກຮ້ອງໃຫ້ທົ່ວ ປວງຊົນ ແລະ ທຸກພາກສ່ວນໃນ ສັງຄົມ ຮ່ວມແຮງຮ່ວມໃຈກັນສ້າງ ບາດກ້າວບຸກທະລຸໃໝ່ໃຫ້ກິລາລາວ ພາຍໃຕ້ຄຳຂວັນທີ່ວ່າ: “ກິລາກາຍຍະກຳລາວ ຄົບຮອບ 60 ປີ ໝັ້ນຍືນ!” “ພັກປະຊາຊົນ ປະຕິວັດ ລາວຜູ້ຈັດຕັ້ງແລະນຳພາທຸກໄຊຊະ ນະຂອງປະຕິວັດລາວ ໝັ້ນຍືນ!”. ພາບ: ສົງການ ພັນແພງດີ ການສ້າງຕັ້ງຕາແສງຫົວຊຽງ ວ່າ: ໂດຍປະຕິບັດຕາມຂໍ້ຕົກລົງວ່າ ດ້ວຍການຮັບຮອງເອົາຈຳນວນ ຕາແສງ ໃນທົ່ວປະເທດ ສະບັບ ເລກທີ 147/ນຍ ລົງວັນທີ 17 ພະ ຈິກ 2025, ໂດຍອີງໃສ່ສະພາບ ຈຸດພິເສດຂອງເມືອງໄຊທານີ ເປັນ ເມືອງກວ້າງໃຫຍ່, ບັນດາບ້ານຢູ່ ຫ່າງໄກກັນ ເພື່ອເປັນການອຳນວຍ ຄວາມສະດວກໃຫ້ແກ່ປະຊາຊົນໄດ້ ເຂົ້າເຖິງການບໍລິການທີ່ວ່ອງໄວ ຂຶ້ນຕື່ມ ເມືອງໄຊທານີ ຈຶ່ງໄດ້ກຳ ນົດມີ 5 ຕາແສງຄື: ຕາແສງຊ້າງ ມີໄຊ, ຕາແສງທ່າງ່ອນ, ຕາແສງ ສີວິໄລຕາ, ແສງດົງບັງ ແລະ ຕາ ແສງຫົວຊຽງ ຊຶ່ງຕາແສງຫົວຊຽງ ປະກອບມີ 2 ກຸ່ມບ້ານທີ່ໂຮມເຂົ້າ ກັນ ຄື: ກຸ່ມຫົວຊຽງ ແລະ ກຸ່ມໂຄກ ສີວິໄລ ລວມມີທັງໝົດ 23 ບ້ານ, ມີພົນລະເມືອງທັງໝົດ 44.521 ຄົນ, ຍິງ 22.304 ຄົນ, ມີ 9.541 ຄອບຄົວ, ມີ 11.015 ຫລັງຄາ ເຮືອນ, ມີ 839ໜ່ວຍ, ພົນລະເມືອງ ແບ່ງຕາມເຜົ່າ: ເຜົ່າລາວ 43.159 ຄົນ, ຍິງ 21.606 ຄົນ, ກວມເອົາ 96,94% ເຜົ່າມົ້ງ 817 ຄົນ, ຍິງ 419 ຄົນ, ກວມເອົາ 1,83% ເຜົ່າ ກຶມມຸ 545 ຄົນ, ຍິງ 279 ຄົນ ກວມເອົາ 1,22%. ນອກນັ້ນ, ຕາແສງຫົວຊຽງ ຍັງ ມີເສັ້ນທາງເລກທີ 13 ໃຕ້ຜ່ານ ມີ ຄວາມຍາວ 20 ກິໂລແມັດ ມີເສັ້ນ ທາງເຊື່ອມຕໍ່ແຕ່ຫລັກ 21 ຫາ ເສັ້ນ ທາງ 450 ປີ ມີເຂດນິຄົມອຸດສາຫະ ກຳແລະການຄ້າວຽງຈັນໂນນທອງ ເຂດນິຄົມກວມລວມໄຊເສດຖາ, ນິຄົມອຸດສາຫະກຳນະຄອນຫລວງ ວຽງຈັນ, ມີໂຮງຈັກ-ໂຮງງານ, ສະ ຖາບັນການສຶກສາແລະສຳນັກງານ ອົງການຕ່າງໆຫລາຍແຫ່ງ. ນອກ ຈາກນີ້, ຍັງມີດິນປູກຝັ່ງທີ່ອຸດົມສົມ ບູນ, ມີທົ່ງນາເໝາະແກ່ການຜະລິດ ເຂົ້ານາປີ ແລະ ນາແຊງ, ມີຫ້ວຍນ້ຳ ທຳມະຊາດທີ່ເໝາະສົມແກ່ການປູກ ຝັງລ້ຽງສັດ ແລະ ການຊອກຢູ່ຫາ ກິນຂອງປະຊາຊົນໃນເຂດໃກ້ຄຽງ. ໃນພິທີ ຍັງໄດ້ຜ່ານມະຕິຕົກລົງ ຂອງຄະນະປະຈຳພັກ ນະຄອນ ຫລວງວຽງຈັນ ວ່າດ້ວຍການສ້າງ ຕັ້ງຄະນະພັກຮາກຖານຕາແສງ ຫົວຊຽງ, ຜ່ານຂໍ້ຕົກລົງແຕ່ງຕັ້ງ ບຸກຄະລາກອນຂອງຕາແສງຫົວ ຊຽງ, ພ້ອມທັງຜ່ານຂໍ້ຕົກລົງວ່າ ດ້ວຍການຍ້ອງຍໍໃຫ້ຜູ້ທີ່ມີຜົນງານ ດີເດັ່ນໃນການປະກອບສ່ວນສ້າງ ຕັ້ງຕາແສງຫົວຊຽງ ຕື່ມອີກ. ຂ່າວ: ລັດເວລາ ສື່ມວນຊົນ...ື່ ມົ ນ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຄຳເຫັນ ໃນຫົວຂໍ້: “ສື່ມວນຊົນ ເປັນກະບອກສຽງໃນການສຶກສາ ອົບຮົມຊາວໜຸ່ມ-ໄວໜຸ່ມ ໃນເງື່ອນ ໄຂໃໝ່” ໃນກອງປະຊຸມວຽກງານ ສື່ມວນຊົນທົ່ວປະເທດ ຄັ້ງທີ 1 ໃນ ວັນທີ 14 ກໍລະກົດ 2026 ນີ້ວ່າ: ຄະນະຊາວໜຸ່ມ ຍາມໃດກໍຖືວຽກ ງານໂຄສະນາສຶກສາອົບຮົມການ ເມືອງ, ແນວຄິດເປັນໜ້າທີ່ສໍາຄັນ ຕົ້ນຕໍ ອັນດັບທໍາອິດ ໃນການນໍາພາ ວຽກງານຊາວໜຸ່ມ, ເຍົາວະຊົນ. ໃນ ນັ້ນ, ວຽກງານສື່ມວນຊົນ ກໍແມ່ນ ພາຫະນະໜຶ່ງ ທີ່ມີບົດບາດສໍາຄັນ ໃນການໂຄສະນາເຜີຍແຜ່ແນວ ທາງນະໂຍບາຍຂອງພັກ ນັບແຕ່ມື້ ປະກາດສ້າງຕັ້ງໜັງສືພິມໜຸ່ມລາວ ໃນວັນທີ1ມັງກອນ1979 ເປັນຕົ້ນ ມາ ໜັງສືພິມໜຸ່ມລາວ ໄດ້ກາຍເປັນ ພາຫະນະອັນແຫລມຄົມ ໃນການ ເຄື່ອນໄຫວ, ໂຄສະນາຊຸກຍູ້ສົ່ງເສີມ ກຳລັງຊາວໜຸ່ມ ເຂົ້າໃນພາລະກິດ ປົກປັກຮັກສາອະທິປະໄຕ, ເຂດນ້ຳ ແດນດິນ ແລະ ຄວາມສະຫງົບສຸກ ຂອງຊາດ, ປຸກລະດົມກຳລັງຊາວ ໜຸ່ມປະກອບສ່ວນເຂົ້າໃນການອອກ ແຮງງານເພີ່ມພູນຜະລິດຜົນ, ສ້າງ ເໝືອງຝາຍ, ຊົນລະປະທານ, ຊຸກຍູ້ ສົ່ງເສີມການຜະລິດທາງດ້ານກະສິ ກຳ, ເພິ່ງຕົນເອງກຸ້ມຕົນເອງເທື່ອລະ ກ້າວ, ສຶກສາອົບຮົມຊາວໜຸ່ມ, ເຍົາ ວະຊົນລາວ ໃຫ້ມີສະຕິຊາດ, ຮູ້ໄດ້ ມູນເຊື້ອຂອງຄົນຮຸ່ນກ່ອນ, ຮູ້ອະນຸ ລັກຮັກສາສິລະປະວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງ ຊາດ. ພ້ອມນັ້ນ, ກໍໄດ້ມີການປັບປຸງ ແລະ ພັດທະນາຕົນ ເອງທາງດ້ານ ເນື້ອໃນ, ຮູບແບບ, ສີສັນຕ່າງໆ ໃຫ້ ສອດຕຄ່ອງກັບສະພາບການໃນແຕ່ ລະໄລຍະ, ມີໜັງສືພິມ, ວາລະສານ, ລາຍການວິທະຍຸ-ໂທລະພາບ, ມີຖາ ນີວິທະຍຸກະຈາຍສຽງຊາວໜຸ່ມລາວ ສິນໄຊຍຸກໃໝ່ FM 90.0 MHz ສົມທົບກັບສື່ອອນລາຍຕ່າງໆ ໃນ ການໂຄສະນາ ແນວທາງຂອງພັກ, ກົດໝາຍຂອງລັດ ແລະ ຂະບວນ ການພົ້ນເດັ່ນຕ່າງໆຂອງຊາວໜຸ່ມເຍົາວະຊົນອອກສູ່ສັງຄົມ. ເພື່ອເຮັດໃຫ້ວຽກງານສື່ມວນ ຊົນກາຍເປັນກະບອກສຽງ ທີ່ມີ ຄວາມສັກສິດ ແລະ ມີປະສິດທິຜົນ ສູງ ໃນການສຶກສາອົບຮົມຊາວ ໜຸ່ມ-ໄວໜຸ່ມ ແລະ ເຍົາວະຊົນໃນ ເງື່ອນໄຂໃໝ່ ຕ້ອງຮັກສາຄວາມ ເປັນແນວໜ້າທາງແນວຄິດຂອງສື່ ມວນຊົນ: ສື່ມວນຊົນຕ້ອງບໍ່ເປັນ ພຽງຜູ້ລາຍງານຂ່າວ, ແຕ່ຕ້ອງເປັນ ຜູ້ນຳພາຄວາມຄິດ, ສ້າງຄວາມເຫັນ ພ້ອມໃນສັງຄົມ, ປົກປ້ອງພື້ນຖານ ແນວຄິດຂອງພັກ ແລະ ຕໍ່ສູ້ຕ້ານ ຂ່າວປອມ ແລະ ຂໍ້ມູນບິດເບືອນ; ຕ້ອງສ້າງການປ່ຽນແປງດ້ານດີຈິ ຕອນຢ່າງແທ້ຈິງ: ບໍ່ແມ່ນພຽງນໍາ ເອົາການນໍາສະເໜີຂ່າວແບບເກົ່າ ໄປລົງໃນແພລດຟອມໃໝ່, ແຕ່ຕ້ອງ ປ່ຽນວິທີຄິດ, ວິທີຜະລິດ ແລະ ວິທີ ສື່ສານ ໃຫ້ສອດຄ່ອງກັບພຶດຕິກຳ ຂອງຜູ້ຮັບຂໍ້ມູນຂ່າວສານໃນຍຸກ ໃໝ່ ແລະ ຕ້ອງສ້າງຄົນໃຫ້ທັນຍຸກ: ການແຂ່ງຂັນຂອງສື່ມວນຊົນໃນ ທີ່ສຸດແລ້ວ ແມ່ນການແຂ່ງຂັນດ້ານ ຄຸນນະພາບຄົນ. ສະນັ້ນ, ຈຳເປັນ ຕ້ອງສ້າງນັກຂ່າວຮຸ່ນໃໝ່ທີ່ມີຄວາມ ໜັກແໜ້ນທາງການເມືອງ, ມີຈັນ ຍາບັນໃນວິຊາຊີບ, ຊຳນານເຕັກໂນ ໂລຊີ ແລະ ສາມາດແຂ່ງຂັນໄດ້ໃນ ສະພາບການໃໝ່. ປັດຈຸບັນ, ສື່ມວນຊົນພວມປະ ເຊີນກັບການປ່ຽນແປງທີ່ໄວທີ່ສຸດ ໃນປະຫວັດສາດ ໂດຍສະເພາະ ແມ່ນຄວາມໄວຂອງຂ່າວສານ, ການເກີດຂຶ້ນຂອງ AI, ການແຂ່ງ ຂັນຂອງສື່ດີຈິຕອນ ແລະ ການແຜ່ ຂະຫຍາຍຂອງຂ່າວປອມ ກຳລັງ ທ້າທາຍບົດບາດດັ້ງເດີມ. ສະນັ້ນ, ວຽກງານສື່ມວນຊົນບໍ່ໄດ້ຈຳກັດຢູ່ ພຽງແຕ່ວິທະຍຸ, ໂທລະພາບ ຫລື ໜັງສືພິມແບບດັ້ງເດີມອີກຕໍ່ໄປ, ແຕ່ຕ້ອງໄດ້ຫັນປ່ຽນມາສູ່ສື່ສັງຄົມ ອອນລາຍ (Social Media) ເຊັ່ນ: ເຟສບຸກ (Facebook), ຕິກຕັອກ (TikTok), ຢູທູບ (YouTube) ແລະ ແພລດຟອມອື່ນໆ. ສື່ເຫລົ່ານີ້ ມີອິດທິພົນຢ່າງມະຫາສານ ຕໍ່ກັບ ແນວຄິດ, ຄ່ານິຍົມ ແລະ ພຶດຕິກຳ ຂອງຊາວໜຸ່ມ, ເຍົາວະຊົນ ທັງໃນ ແງ່ບວກ ແລະ ແງ່ລົບ. ຄຽງຄູ່ກັນ ນັ້ນ, ວຽກງານສື່ມວນຊົນໃນຍຸກ ໃໝ່ຍັງມີທັງກາລະໂອກາດໃນການ ເຂົ້າເຖິງຂໍ້ມູນຂ່າວສານ, ຄວາມຮູ້, ວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ ຢ່າງສະດວກ, ວ່ອງໄວ ແລະ ພວກ ເຮົາກໍມີຊ່ອງທາງທີ່ຫລາກຫລາຍ ໃນການເຜີຍແຜ່ແນວທາງນະໂຍ ບາຍ, ມູນເຊື້ອອັນດີງາມຂອງຊາດ ແລະ ຜົນງານທີ່ໂດດເດັ່ນອອກສູ່ສັງ ຄົມ. ສະນັ້ນ, ການພັດທະນາວຽກ ງານສື່ມວນຊົນໄປສູ່ຄຸນນະພາບໃໝ່ ບໍ່ແມ່ນພຽງແຕ່ການປັບປ່ຽນຮູບ ແບບ ຫລື ເຕັກໂນໂລຊີເທົ່ານັ້ນ, ແຕ່ ເປັນການຍົກສູງຄຸນນະພາບດ້ານ ແນວຄິດ, ຄຸນນະພາບດ້ານເນື້ອໃນ ແລະ ຄຸນນະພາບດ້ານບຸກຄະລາ ກອນທີ່ເຮັດວຽກງານສື່ມວນຊົນ. ສະຫາຍ ທອງລີ ສີສຸລິດ ຍັງ ໃຫ້ຮູ້ອີກວ່າ: ຄຸນນະພາບໃໝ່ຂອງ ວຽກງານສື່ມວນຊົນ ບໍ່ແມ່ນການ ນຳສະເໜີຂ່າວຫລາຍກວ່າຄົນອື່ນ, ບໍ່ແມ່ນການມີເຕັກໂນໂລຊີທັນສະ ໄໝກວ່າຄົນອື່ນ, ແຕ່ແມ່ນການມີ ຄວາມໜ້າເຊື່ອຖືຫລາຍກວ່າຄົນ ອື່ນ, ມີອິດທິພົນຊີ້ນຳສັງຄົມໄດ້ດີ ກວ່າຄົນອື່ນ ແລະ ຮັບໃຊ້ຜົນປະ ໂຫຍດຂອງຊາດ ແລະ ປະຊາຊົນໄດ້ ດີກວ່າຄົນອື່ນ. ຖ້າເຮົາເຮັດໄດ້ດັ່ງ ນີ້, ສື່ມວນຊົນລາວຈະບໍ່ພຽງແຕ່ ຕາມທັນການປ່ຽນແປງຂອງໂລກ, ແຕ່ຈະກາຍເປັນກຳລັງສຳຄັນໃນ ການສ້າງອະນາຄົດຂອງຊາດ, ພ້ອມທັງສະແດງຄວາມເຊື່ອໝັ້ນ ວ່າ ພາຍໃຕ້ການນຳພາຂອງພັກ ແລະ ການຮ່ວມແຮງຮ່ວມໃຈຂອງ ທຸກພາກສ່ວນ, ສື່ມວນຊົນລາວ ຈະສາມາດເຮັດລຸລ່ວງໜ້າທີ່ເປັນ ກະບອກສຽງອັນແຫລມຄົມ ໃນ ການປະຕິບັດລະບຽບການຂອງ ອົງການແຮງງານສາກົນ ໂດຍ ໄດ້ໃຫ້ການສະໜັບສະໜູນຈາກ ລັດຖະບານປະເທດການາດາ. ໃນໂອກາດນີ້, ທ່ານ ອຸດອນ ມະນີບຸນ ຮອງຫົວໜ້າກົມຄຸ້ມຄອງ ແຮງງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ກ່າວວ່າ: ການຈັດຝຶກອົບຮົມຄັ້ງນີ້, ແນໃສ່ ເພື່ອສ້າງຄູຝຶກໃຫ້ສາມາດເຂົ້າໃຈ, ນຳໃຊ້ຂອບເຂດກົດໝາຍ, ນິຕິກຳ ແລະ ນະໂຍບາຍກ່ຽວກັບການຈຳ ແນກ, ຄວາມຮຸນແຮງ ແລະ ການ ລ່ວງລະເມີດ ເພື່ອເປັນຜູ້ສົ່ງຕໍ່, ເຜີຍ ແຜ່ບົດຮຽນ ແລະ ນຳພາການປ່ຽນ ແປງ ໃນຂົງເຂດໜ້າທີ່ຄວາມຮັບຜິດ ຊອບ, ໃຫ້ສັງຄົມ ແລະ ອົງການ ຈັດຕັ້ງຂອງຕົນ. ປັດຈຸບັນ, ກະຊວງ ແຮງງານ ແລະ ສະຫວັດດີການສັງ ຄົມ ກຳລັງຢູ່ໃນໄລຍະການຄົ້ນຄວ້າ ປັບປຸງກົດໝາຍວ່າດ້ວຍແຮງງານ ຊຶ່ງມີແຜນຈະສະເໜີໃຫ້ສະພາຮັບ ຮອງພາຍໃນປີ 2027. ໃນກົດໝາຍ ສະບັບປັບປຸງດັ່ງກ່າວ, ແມ່ນຈະໄດ້ ມີການກໍານົດໝວດໜຶ່ງສະເພາະ ກ່ຽວກັບການລຶບລ້າງການຈຳ ແນກໃນການຈ້າງງານແລະ ອາຊີບ ເພື່ອສົ່ງເສີມຄວາມສະເໝີພາບ, ຄວາມເປັນທຳ ແລະ ການຄຸ້ມຄອງ ສິດຂອງຜູ້ອອກແຮງງານທຸກກຸ່ມ ຢ່າງຮອບດ້ານ. ສະນັ້ນ, ການຝຶກ ອົບຮົມຄູຝຶກໃນຄັ້ງນີ້, ຈະເປັນບາດ ກ້າວໜຶ່ງເຮັດໃຫ້ສຳມະນາກອນ ຮຽນຮູ້ວຽກງານການສື່ສານເຜີຍ ແຜ່, ສ້າງຄວາມຮັບຮູ້ ແລະ ເພີ່ມ ພູນຄວາມເຂົ້າໃຈໃຫ້ແກ່ບັນດາຜູ້ ອອກແຮງງານ, ຜູ້ໃຊ້ແຮງງານ ແລະ ສັງຄົມ ກ່ຽວກັບຫລັກການ, ສິດ ແລະ ໜ້າທີ່ ໃນການປ້ອງກັນ ແລະ ລຶບລ້າງການຈຳແນກທຸກຮູບ ແບບໃນສະຖານທີ່ເຮັດວຽກ. ພ້ອມ ກັນນັ້ນ, ຍັງຈະຊ່ວຍເຮັດໃຫ້ວຽກ ງານການສົ່ງເສີມການນຳໃຊ້ກົດ ໝາຍ ໃນທາງປະຕິບັດໃຫ້ມີປະສິດ ທິຜົນ, ສ້າງສະພາບແວດລ້ອມການ ເຮັດວຽກໃຫ້ມີຄວາມເປັນທຳ ແລະ ປາສະຈາກການຈຳແນກອັນຈະ ເປັນພື້ນຖານສຳຄັນຕໍ່ການພັດທະ ນາສັງຄົມຢ່າງຍືນຍົງ. ຊຸດຝຶກອົບຮົມດັ່ງກ່າວ, ຈະດຳ ເນີນເປັນເວລາ 3 ວັນ ໂດຍມີສຳ ມະນາກອນຈາກ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກຳມະ ບານ, ສະພາການຄ້າ ແລະ ອຸດສາ ຫະກຳແຫ່ງຊາດລາວ ແລະ ຂັ້ນ ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ໃນນີ້, ສຳມະນາກອນຈະ ໄດ້ຮຽນຮູ້ກ່ຽວກັບການຈຳແນກ ແລະ ຄວາມສະເໝີພາບໃນບ່ອນ ເຮັດວຽກ, ການສົ່ງເສີມໂອກາດທີ່ ເທົ່າທຽມ, ຄວາມຮຸນແຮງ ແລະ ການລ່ວງລະເມີດໃນໂລກຂອງ ການເຮັດວຽກ, ຊຸດເຄື່ອງມືສຳລັບ ຜູ້ຈັດການຝ່າຍບຸກຄະລາກອນ, ການສ້າງວັດທະນະທຳແຫ່ງການ ໃຫ້ກຽດ,ທັກສະພື້ນຖານໃນການອຳ ນວຍຄວາມສະດວກ ແລະ ອື່ນໆ. ຂ່າວ-ພາບ: ກິດຕາ ສ້າງຄວາມເຂັ້ມແຂງ...້ າັ້ ມ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ການສຶກສາອົບຮົມປວງຊົນ, ຊາວ ໜຸ່ມ-ໄວໜຸ່ມ ໃຫ້ກາຍເປັນກຳລັງ ແຮງທີ່ເຂັ້ມແຂງຂອງຊາດໃນອະ ນາຄົດຕໍ່ໜ້າ. ຂ່າວ: ທະນູທອງ; ພາບ: ອ່າຍຄຳ ແມ່ນພາລະກິດຂອງອົງການສື່ ມວນຊົນໃດໜຶ່ງເທົ່ານັ້ນ ແຕ່ເປັນ ຄວາມຮັບຜິດຊອບຮ່ວມຂອງທຸກ ພາກສ່ວນ ເພື່ອສ້າງລະບົບນິເວດ ຂ່າວສານທີ່ມີຄຸນນະພາບ, ໂປ່ງໃສ, ໜ້າເຊື່ອຖື ແລະ ຮັບໃຊ້ການພັດທະ ນາປະເທດຊາດໃນໄລຍະຍາວ”. ສຳລັບທິດທາງໃນຕໍ່ໜ້າ ເພື່ອ ຍົກສູງຄວາມອາດສາມາດໃນການ ວິເຄາະ-ວິຈານຂ່າວ ຂອງບັນດາ ອົງການສື່ມວນຊົນ ໃນ ສປປ ລາວ ໃຫ້ມີຄວາມເຂັ້ມແຂງເຫັນວ່າຄວນ ມີການພັດທະນາໃນຫລາຍໆດ້ານ ຢ່າງເປັນລະບົບ ເປັນຕົ້ນ ຍົກລະດັບ ຄຸນນະພາບບຸກຄະລາກອນ, ປັບປຸງ ຮູບແບບ ແລະ ເຕັກນິກການນຳ ສະເໜີ, ຫັນສູ່ດີຈິຕອນ ແລະ ນໍາໃຊ້ AI ຢ່າງເໝາະສົມ, ສ້າງເຄືອຂ່າຍ ແລະ ການເຂົ້າເຖິງຂໍ້ມູນ, ສົ່ງເສີມ ຈັນຍາບັນ ແລະ ຄວາມຮັບຜິດຊອບ ຕໍ່ວິຊາຊີບ ແລະ ສ້າງສັງຄົມທີ່ຮູ້ ເທົ່າທັນສື່ ແລະ ຂໍ້ມູນ. ທ່ານ ວັນນະສິນ ສິມມະວົງ ຍັງ ໃຫ້ຮູ້ອີກວ່າ: ໃນໄລຍະຜ່ານມາ, ບົດ ວິເຄາະ-ວິຈານຂ່າວຢູ່ ສປປ ລາວ ມີບົດບາດສຳຄັນໃນການຊີ້ນຳທັດ ສະນະສັງຄົມ, ໂຄສະນານະໂຍບາຍ ຂອງພັກ-ລັດ ແລະ ສະທ້ອນບັນຫາ ການພັດທະນາປະເທດ. ແຕ່ຖ້າພິ ຈາລະນາໃນດ້ານວິຊາການ ກໍມີຈຸດ ແຂງຫລາຍດ້ານຄື: ຮັກສາທິດທາງ ທາງການເມືອງໄດ້ດີ, ບົດວິເຄາະ ສ່ວນໃຫຍ່ສອດຄ່ອງກັບແນວທາງ ແລະນະໂຍບາຍຂອງພັກ-ລັດ,ຊ່ວຍ ສ້າງຄວາມເຂົ້າໃຈຮ່ວມໃນສັງຄົມ ແລະ ສົ່ງເສີມການປະຕິບັດແນວ ທາງພັດທະນາປະເທດ; ມຸ່ງເນັ້ນ ການສຶກສາອົບຮົມ, ບົດວິເຄາະຈຳ ນວນຫລາຍມີລັກສະນະອະທິບາຍ, ຊີ້ແຈງ ແລະ ສ້າງຄວາມຮັບຮູ້ໃຫ້ ປະຊາຊົນກ່ຽວກັບນະໂຍບາຍ, ກົດ ໝາຍ ແລະ ບັນຫາສັງຄົມຕ່າງໆ; ມີບົດບາດໃນການຕໍ່ສູ້ຂ່າວປອມ ໂດຍສະເພາະໃນຍຸກສື່ສັງຄົມອອນ ລາຍ, ບົດວິເຄາະ-ວິຈານໄດ້ຊ່ວຍ ຊີ້ແຈງ ແລະ ແກ້ໄຂຄວາມເຂົ້າໃຈ ຜິດທີ່ເກີດຈາກຂ່າວບິດເບືອນ ຫລື ຂ່າວທີ່ຂາດການກວດສອບ. ສື່ມວນຊົນລາວ ມີຈຸດພິເສດທີ່ ແຕກຕ່າງຈາກສື່ໃນບາງປະເທດ ຄື ບໍ່ພຽງແຕ່ເປັນຜູ້ລາຍງານເຫດ ການ ແຕ່ຍັງເປັນຜູ້ຊີ້ນຳທາງດ້ານ ຄວາມຄິດ, ສ້າງຄວາມເຂົ້າໃຈທີ່ ຖືກຕ້ອງໃຫ້ແກ່ສັງຄົມ ແລະ ຮັບໃຊ້ ຜົນປະໂຫຍດຂອງປະເທດຊາດ. ດັ່ງນັ້ນ, ການວິເຄາະ-ວິຈານຂ່າວ ຈຶ່ງຕ້ອງອີງໃສ່ຂໍ້ເທັດຈິງ, ຫລັກວິ ຊາການ ແລະ ຜົນປະໂຫຍດສ່ວນ ລວມ ເພື່ອສ້າງທັດສະນະທີ່ຖືກຕ້ອງ ໃຫ້ແກ່ປະຊາຊົນ. ຂ່າວ: ທະນູທອງ; ພາບ: ອ່າຍຄຳ
RkJQdWJsaXNoZXIy MTc3MTYxMQ==