7318

gsfdko{dkora fmtok a xtgmf]k; ( 14/07/2026 pm0 w-lq ,[6 o dtdP,7;k,rh v,Iv[fh ko g/Q k]t;a '95 fmu j ,u 7;k,lj P'gdu fwrry [a fmk'me,t-kf ຂປລ. ແຫລ່ງຂ່າວຈາກແຂວງ ໄຊສົມບູນ ໃຫ້ຮູ້ວ່າ: ເມື່ອຮອດລະ ດູການທີ່ມີຝົນຕົກຕິດຕໍ່ກັນຫລາຍ ວັນ ກໍມັກຈະເກີດມີໄພພິບັດທາງ ທຳມະຊາດ ຊຶ່ງອາດສ້າງຄວາມ ເສຍຫາຍ ແລະ ສົ່ງຜົນກະທົບໂດຍ ກົງຕໍ່ລະບົບພື້ນຖານໂຄງລ່າງ ໂດຍສະເພາະ ບັນຫາດິນເຈື່ອນຖົມ ເສັ້ນທາງ, ຂົວຂາດ ຫລື ທາງຂາດ ຍ້ອນນ້ຳເຊາະເຈື່ອນ. ທ່ານ ເພັດສະຫວັນ ພັນສະດາ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງໄຊ ສົມບູນ ໄດ້ໃຫ້ສຳພາດ ໃນທ້າຍ ອາທິດຜ່ານມານີ້ວ່າ: ພະແນກໂຍທາ ທິການ ແລະ ຂົນສົ່ງແຂວງ ໃນນາມ ເປັນຜູ້ຄຸ້ມຄອງຕາ ໜ່າງເສັ້ນທາງ ໃນຂອບເຂດທົ່ວແຂວງ ໄດ້ເປັນ ເຈົ້າການເອົາໃຈໃສ່ກະກຽມຄວາມ ພ້ອມຢ່າງຮອບດ້ານ ໃນການເຝົ້າ ລະວັງ ແລະ ກະກຽມຮັບມືກັບໄພ ພິບັດຕ່າງໆ ທາງທຳມະຊາດ ທີ່ ອາດຈະເກີດຂຶ້ນ ເພື່ອຮັບປະກັນ ການສັນຈອນແຕ່ລະເສັ້ນທາງບໍ່ ໃຫ້ຖືກຕັດຂາດ ສາມາດສັນຈອນ ໄປ-ມາໄດ້ຢ່າງເປັນປົກ ກະຕິ ຈຶ່ງ xtdkf[h ko;q 'lera o g,n v'r6 ;q ' gxa o[h koxh v'da o7;k,lts'[fu ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ພິທີປະກາດຮັບ ຮອງບ້ານວົງສຳພັນ ເມືອງພູວົງ ແຂວງອັດຕະປື ເປັນບ້ານປ້ອງກັນ ຄວາມສະຫງົບດີ ຈັດຂຶ້ນໃນວັນທີ 10 ກໍລະກົດ 2026 ທີ່ບ້ານດັ່ງ ກ່າວ, ໂດຍມີ ທ່ານ ຄໍາກ້ອນ ດວງ ສົມປານ ປະທານຄະນະກຳມະການ ປົກຄອງເມືອງພູວົງ, ທ່ານ ພັທ ວົງ ສັກ ແກ້ວວົງພີມ ຮອງຫົວໜ້າກອງ ບັນຊາການ ປກສ ແຂວງ ພ້ອມ ດ້ວຍຂະແໜງການທີ່ກ່ຽວຂ້ອງ ຂອງແຂວງ, ເມືອງ, ບ້ານ ແລະ ປະຊາຊົນເຂົ້າຮ່ວມ. ທ່ານ ພັຕ ວຽງໄຊ ແກ້ວປະເສີດ ໄດ້ລາຍງານວ່າ: ບ້ານວົງສຳພັນ ເປັນບ້ານໜຶ່ງທີ່ຂຶ້ນກັບຕາແສງວົງ ໄຊ ເມືອງພູວົງ ແຂວງອັດຕະປື ອາຊີບສ່ວນໃຫຍ່ຂອງປະຊາຊົນ ແມ່ນເຮັດນາປູກເຂົ້າເປັນຕົ້ນຕໍ ແລະ ປູກຝັງ-ລ້ຽງສັດ, ຄ້າຂາຍຍ່ອຍ ເປັນສໍາຮອງ, ມີເນື້ອທີ່ 7.133,05 ເຮັກຕາ ເປັນດິນທີ່ເໝາະສົມກັບ ການປູກຝັງ ແລະ ລ້ຽງສັດ, ມີ 27 ໜ່ວຍ, ມີ 453 ຄອບຄົວ, ມີ 390 ຫລັງຄາເຮືອນ, ມີພົນລະເມືອງ 1.905 ຄົນ, ຍິງ 943 ຄົນ, ປະເມີນ ຄອບຄົວປ້ອງກັນຄວາມສະຫງົບດີ ຄອບຄົວໄດ້ມາດຖານ 410 ຄອບ ຄົວ, ມີພົນລະເມືອງ 1.705 ຄົນ, ຍິງ 844 ຄົນ, ອາຍຸ 15 ປີຂຶ້ນໄປ ມີ 1.269 ຄົນ, ຍິງ 648 ຄົນ, ເທົ່າກັບ 90,51%, ຄອບຄົວທີ່ບໍ່ ທັນໄດ້ມາດຖານ ມີ 43 ຄອບຄົວ, ມີພົນລະເມືອງລວມ 200 ຄົນ, ຍິງ 99 ຄົນ, ອາຍຸ 15 ປີຂຶ້ນໄປ 150 ຄົນ, ຍິງ 70 ຄົນ, ເທົ່າກັບ 9,49%, ຜ່ານການຕີລາຄາເຫັນວ່າ: ຄະນະ 3I'\= c0;'g-dv' lts]v'vkmy flkdq o dko]h P']6 dfh ;poq ,c,j c]t ;a o3r-tokdkocsj '-kf ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ພິທີສະເຫລີມ ສະຫລອງອາທິດສາກົນ ການລ້ຽງ ລູກດ້ວຍນໍ້ານົມແມ່ ແລະ ວັນໂພຊະ ນາການແຫ່ງຊາດ ປະຈຳປີ 2026 ຈັດຂຶ້ນໃນວັນທີ 9 ກໍລະກົດ 2026 ຜ່ານມາ ໂດຍມີ ທ່ານ ດຣ. ນາງ ລຳພັນ ໄຊຄຳມີ ຫົວໜ້າພະແນກ ສາທາລະນະສຸກແຂວງເຊກອງ, ທ່ານ ດຣ. ໃສ ຊັນລໍດີ ຮອງຜູ້ອຳ ນວນການໂຮງໝໍແຂວງ ພ້ອມດ້ວຍ ພະແນກການທີ່ກ່ຽວຂ້ອງຂັ້ນແຂວງ ແລະ ພະນັກງານແພດໝໍ ພ້ອມດ້ວຍ ແມ່ຖືພາເຂົ້າຮ່ວມ. ທ່ານ ດຣ. ນາງ ລຳພັນ ໄຊຄຳມີ ໄດ້ກ່າວວ່າ: ພິທີສະເຫລີມສະຫລອງ ອາທິດສາກົນ ການລ້ຽງລູກດ້ວຍ ນໍ້ານົມແມ່ ແລະ ວັນໂພຊະນາການ ເປັນງານທີ່ມີຄວາມໝາຍອັນຍິ່ງ ໃຫຍ່ ແລະ ເລິກເຊິ່ງ ໃນການສົ່ງ ເສີມສຸຂະພາບ ແລະ ໂພຊະນາການ ຂອງແມ່ ແລະ ເດັກ ຊຶ່ງໄດ້ຈັດຂຶ້ນ ໃນວັນທີ 31 ກໍລະກົດ ຂອງທຸກໆປີ ຊຶ່ງບັນດາປະເທດຕ່າງໆໃນທົ່ວໂລກ ໄດ້ພ້ອມກັນສະເຫລີມສະຫລອງ ອາທິດສາກົນການລ້ຽງລູກດ້ວຍ ນໍ້ານົມແມ່ ດ້ວຍການຈັດງານ ແລະ ສ້າງຂະບວນການຕ່າງໆໃນຫລາຍ ຮູບແບບ. ການລ້ຽງລູກດ້ວຍນົມ ແມ່ ເປັນພື້ນຖານສຳຄັນຂອງການ ເລີ່ມຕົ້ນຊີວິດທີ່ດີ, ນົມແມ່ເປັນ ອາຫານທີ່ດີທີ່ສຸດສຳລັບເດັກນ້ອຍ ຊ່ວຍສ້າງພູມຕ້ານທານ, ສົ່ງເສີມ ການເຕີບໂຕ ແລະ ພັດທະນາສະ ໝອງຢ່າງສົມບູນ. ອົງການອະນາ ໄມໂລກແນະນຳໃຫ້ເດັກກິນນົມ ໄດ້ມີການກະກຽມຄວາມພ້ອມຮອບ ດ້ານ ໃຫ້ແກ່ການເຝົ້າລະວັງ ຈຸດທີ່ ມີຄວາມສ່ຽງຈະເກີດໄພພິບັດຕ່າງ ໆ ເພື່ອແກ້ໄຂໃຫ້ທັນການ ຊຶ່ງໄດ້ ແຕ່ງຕັ້ງຄະນະຮັບຜິດ ຊອບສະເພາະ ກິດ ແລະ ແບ່ງຄວາມຮັບຜິດຊອບ ໃຫ້ພາກສ່ວນຕ່າງໆ ໂດຍສົມທົບ ກັບບັນດາເມືອງ ແລະ ພາກສ່ວນທີ່ ກ່ຽວຂ້ອງ ເພື່ອຕິດຕາມ ແລະ ເຝົ້າ ລະວັງສະພາບຢ່າງໃກ້ຊິດ ໂດຍ ສະເພາະ ໃນຈຸດທີ່ມີຄວາມສ່ຽງ ເກີດໄພພິບັດຈະຕ້ອງໄດ້ມີການເຝົ້າ ລະວັງເປັນພິເສດ ເປັນຕົ້ນ ເສັ້ນທາງ ຫລວງແຫ່ງຊາດ ເລກ 5A ແຕ່ ຂົວນໍ້າຍອນ ຫາ ບ້ານນໍ້າຊານ ຫາ ເມືອງລ້ອງແຈ້ງ ຫາ ບ້ານຊໍາທອງ ນໍ້າຕົກຕາດ ເຂດແດນແຂວງຊຽງ ຂວາງ, ເສັ້ນທາງຫລວງແຫ່ງຊາດ ເລກ 5B ແຕ່ 3 ແຍກຕະຫລາດ ບ້ານນໍ້າຍອນ ເມືອງອະນຸວົງ ຫາ ຂົວນໍ້າຍອນ ເມືອງລ້ອງແຈ້ງ, ສາມແຍກຂົວນໍ້າຍອນ ຫາ ບ້ານ ນາໄຊສະຫວ່າງ ເຂດແດນແຂວງ ວຽງຈັນ, ເສັ້ນທາງແຕ່ບ້ານນໍ້າໂມ້ ຫາ ເທສະບານ ແຂວງໄຊສົມບູນ, ເສັ້ນທາງແຕ່ບ້ານຜາສະຫງົບ ເມືອງ ອະນຸວົງ ຫາ ບ້ານວຽງທອງ ເມືອງ ທ່າໂທມ ແລະ ເສັ້ນທາງຫລວງ ແຫ່ງຊາດ ເລກ 1D ແຕ່ເຂດແດນ ແຂວງຊຽງຂວາງ ຫາ ເຂດແດນ ແຂວງບໍລິຄໍາໄຊ. ນອກຈາກນີ້, ຍັງມີເສັ້ນທາງຫລວງທ້ອງຖິ່ນ ລະຫວ່າງແຂວງ ຫາເມືອງ, ເມືອງ ຫາບ້ານ ແລະ ບ້ານ ຫາບ້ານ ໃນ ຂອບເຂດທົ່ວແຂວງຕື່ມອີກ. ໃນຂະນະດຽວກັນ, ກໍໄດ້ຄັດ ເລືອກເອົາບັນດາບໍລິສັດ ທີ່ມີເງື່ອນ ໄຂຄົບຖ້ວນ ແລະ ມີຄວາມພ້ອມ ໃນການແກ້ໄຂໄພພິບັດສຸກເສີນ ທີ່ອາດຈະເກີດຂຶ້ນ ເພື່ອກະກຽມ ຄວາມພ້ອມດ້ານບຸກຄະລາກອນ, ລົດຈົກ, ລົດດ້າມ ແລະ ອຸປະກອນ ອື່ນໆ ໄວ້ປະຈຳຕາມຈຸດທີ່ມີຄວາມ ສ່ຽງຕ່າງໆ ຖ້າຫາກເກີດມີດິນ ເຈື່ອນ ຫລື ທາງຂາດ ທີມງານວິ ຊາການຈະສາມາດເຂົ້າເຖິງພື້ນທີ່ ເພື່ອແກ້ໄຂທາງຜ່ານສຸກເສີນໃຫ້ໄດ້ ໄວທີ່ສຸດ ແລະ ຮັບປະກັນທາງດ້ານ ເຕັກນິກ ໃນການສ້ອມແປງໃຫ້ມີ ຄຸນນະພາບ. ທ່ານ ເພັດສະຫວັນ ພັນສະດາ ໃຫ້ຮູ້ຕື່ມວ່າ: ເນື່ອງຈາກວ່າວຽກ ສຸກເສີນ ຫລື ໄພພິບັດ ເປັນວຽກໜຶ່ງ ທີ່ບໍ່ສາມາດຄາດຄະເນການເກີດຂຶ້ນ ໄວ້ລ່ວງໜ້າໄດ້, ເປັນວຽກທີ່ບໍ່ມີງົບ ປະມານຮອງຮັບຢ່າງຊັດເຈນ ໃນ ໄລຍະຜ່ານມາ ຈຶ່ງເຮັດໃຫ້ພົບກັບ ຄວາມຫຍຸ້ງຍາກໃນການແກ້ໄຂ ບາງເສັ້ນທາງບໍ່ສາມາດແກ້ໄຂໄດ້ ທັນການ ພ້ອມນີ້ຍັງໄດ້ຮຽກຮ້ອງ ມາຍັງທຸກພາກສ່ວນໃນສັງຄົມ ກໍຄື ຜູ້ຂັບຂີ່ລົດເດີນທາງໄປ-ມາ ຈົ່ງ ລະມັດລະວັງເປັນພິເສດໃນການ ຂັບຂີ່ ໃນກໍລະນີຫາກພົບເຫັນເຫດ ສຸກເສີນຕາມເສັ້ນທາງ ແມ່ນໃຫ້ ຮີບຮ້ອນລາຍງານຕໍ່ການຈັດຕັ້ງ ບ້ານ, ຕາແສງ ຫລື ຂະແໜງໂຍທາ ທິການ ແລະ ຂົນສົ່ງ ເພື່ອຈະໄດ້ ຮີບຮ້ອນແກ້ໄຂໃຫ້ທັນເວລາ. ຂ່າວ: ພຸດທະສອນ ເວດສະວົງ ພັກ, ອົງການປົກຄອງບ້ານ ແລະ ປະຊາຊົນມີຄວາມສາມັກຄີເປັນ ຈິດໜຶ່ງໃຈດຽວ, ເອົາໃຈໃສ່ຈັດຕັ້ງ ປະຕິບັດແນວທາງປ້ອງກັນຊາດປ້ອງກັນຄວາມສະຫງົບ ທົ່ວປວງ ຊົນຮອບດ້ານຢ່າງຕັ້ງໜ້າ. ພາຍໃນ ບ້ານມີຄວາມສະຫງົບໂດຍພື້ນຖານ, ບໍ່ມີປະກົດການຫຍໍ້ທໍ້, ບໍ່ມີບັນຫາ ຢາເສບຕິດ, ການລັກຊັບ ຫລື ການ ອາລະວາດຮ້າຍແຮງ, ລະບົບການ ຈັດຕັ້ງກອງຫລອນ ແລະ ປກສ ບ້ານ ໄດ້ຮັບການປັບປຸງ ແລະ ເຄື່ອນ ໄຫວລາດຕະເວນຢ່າງເປັນປົກກະຕິ, ເຮັດໃຫ້ບ້ານມີຄວາມສະຫງົບສຸກ ແລະ ມີຄວາມເປັນລະບຽບຮຽບ ຮ້ອຍດີ. ໃນໂອກາດນີ້, ທ່ານ ຄໍາກ້ອນ ດວງສົມປານ ໄດ້ກ່າວສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ ຄະນະປົກຄອງບ້ານ ແລະ ປະຊາຊົນ ຍາດມາໄດ້ ພ້ອມທັງເນັ້ນໜັກໃຫ້ທຸກ ພາກສ່ວນ ຈົ່ງພ້ອມກັນຮັກສາມູນ ເຊື້ອ ແລະ ມາດຖານບ້ານປ້ອງກັນ ຄວາມສະຫງົບດີນີ້ໄວ້ໃຫ້ໝັ້ນຄົງ, ເພີ່ມທະວີການເຝົ້າລະວັງ, ຕ້ານແລະ ສະກັດກັ້ນທຸກປະກົດການຫຍໍ້ທໍ້ໃນ ສັງຄົມ ເພື່ອສ້າງເງື່ອນໄຂອັນດີງາມ ໃຫ້ແກ່ການພັດທະນາເສດຖະກິດສັງຄົມຂອງບ້ານໃຫ້ຂະຫຍາຍຕົວ ຂຶ້ນເລື້ອຍໆ. ຂ່າວ: ສາຍລຸ້ງ q ແມ່ຢ່າງດຽວໃນໄລຍະ 6 ເດືອນ ທຳອິດ ແລະ ສືບຕໍ່ກິນນົມແມ່ຄວບ ຄູ່ກັບອາຫານເສີມທີ່ເໝາະສົມຈົນ ຮອດອາຍຸ 2 ປີ ຫລື ຫລາຍກວ່າ ນັ້ນ, ພ້ອມທັງຮຽກຮ້ອງໃຫ້ຄອບຄົວ ແລະ ສັງຄົມ ຈົ່ງສືບຕໍ່ຮ່ວມມືກັນ ສ້າງສະພາບແວດລ້ອມທີ່ເອື້ອ ອຳນວຍໃຫ້ແມ່ສາມາດລ້ຽງລູກ ດ້ວຍນົມແມ່ໄດ້ຢ່າງຕໍ່ເນື່ອງ ແລະ ຮ່ວມກັນປັບປຸງສະພາບໂພຊະນາ ການຂອງປະຊາຊົນລາວໃຫ້ດີຂຶ້ນ. ໂອກາດດຽວກັນນີ້, ທ່ານ ນາງ ອາດສະພອນ ແສງສຸລິວົງ ຫົວໜ້າ ຂະແໜງອະນາໄມ ແລະ ສົ່ງເສີມ ສຸຂະພາບ ໃຫ້ຮູ້ວ່າ: ວັນໂພຊະນາ ການແຫ່ງຊາດ ເປັນອີກວັນໜຶ່ງທີ່ມີ ຄວາມໝາຍຢ່າງກວ້າງຂວາງ, ໃນ ແຜນການພັດທະນາເສດຖະກິດສັງຄົມແຫ່ງຊາດ ໂພຊະນາການ ແມ່ນມີບົດບາດສໍາຄັນຫລາຍ ເນື່ອງ ຈາກວ່າຕົວຊີ້ວັດດ້ານໂພຊະນາການ ເປັນສິ່ງທີ່ບົ່ງບອກສະຖານະພາບ ຂອງການພັດທະນາເສດຖະກິດສັງຄົມຂອງຊາດ. ໃນວັນທີ 31 ກໍລະກົດ 2013 ໄດ້ມີການແຕ່ງຕັ້ງ ຄະນະກຳມະການແຫ່ງຊາດ ດ້ານ ໂພຊະນາການຂຶ້ນ ເປັນຄັ້ງທໍາ ອິດທີ່ມີຫລາຍກະຊວງ ເຊັ່ນ: ກະ ຊວງສາທາລະນະສຸກ, ກະຊວງ ສຶກສາທິການ ແລະ ກິລາ, ກະຊວງ ກະສິກຳ ແລະ ສິ່ງແວດລ້ອມ, ກະຊວງການເງິນ ແລະ ກະຊວງ ອື່ນໆ ໂດຍມີເປົ້າໝາຍເພື່ອແກ້ໄຂ ບັນຫາໂພຊະນາການທີ່ຖືເອົາ 22 ມາດຕະການໂພຊະນາການ ເປັນ ບຸລິມະສິດທີ່ສໍາຄັນໃນການວາງ ແຜນ ແລະ ຈັດຕັ້ງປະຕິບັດໃນການ ຕອບໂຕ້ ກັບສະພາບການຂາດສານ ອາຫານໃນ ສປປ ລາວ. ສະນັ້ນ, ເພື່ອສືບຕໍ່ສົ່ງເສີມໃຫ້ເຫັນໄດ້ຄວາມ ສໍາຄັນອັນເປັນບຸລິມະສິດ ແກ່ວຽກ ງານໂພຊະນາການ ໃຫ້ເປັນຮູບ ປະທໍາຢ່າງແທ້ຈິງ ການນໍາຈຶ່ງໄດ້ ກຳນົດເອົາ ວັນທີ 31 ກໍລະກົດ ຂອງທຸກປີ ເປັນວັນໂພຊະນາການ ແຫ່ງຊາດ ແລະ ຈັດການສະເຫລີມ ສະຫລອງຢ່າງເປັນທາງການ ເພື່ອ ຍົກສູງຈິດສໍານຶກວຽກງານໂພຊະ ນາການໃຫ້ກວ້າງຂວາງຕໍ່ໆໄປ. ໃນພິທີ, ພະນັກງານແພດໜ່ວຍ ງານແມ່ ແລະ ເດັກ ໄດ້ນໍາສະເໜີ ຄວາມສໍາຄັນໃນການລ້ຽງລູກດ້ວຍ ນົມແມ່ ແລະ ຜົນເສຍຂອງການລ້ຽງ ລູກດ້ວຍນົມຝຸ່ນ, ພ້ອມດຽວກັນນີ້ ບັນດາແມ່ໆ ໄດ້ຂຶ້ນເລົ່າປະສົບການ ໃນການລ້ຽງລູກດ້ວຍນົມແມ່ຕື່ມ ອີກ. ຂ່າວ : ພຸດທະສອນ zQ 'lk]u 9txj vpxk 6 ]h kod;j k38 ]q 'l6 j cs]j 'oEme,t-kf ຂປລ. ແຫລ່ງຈາກແຂວງຜົ້ງ ສາລີ ໃຫ້ຮູ້ວ່າ: ອົງການປົກຄອງ ແຂວງຜົ້ງສາລີ ຮ່ວມກັບພະແນກ ກະສິກໍາ ແລະ ສິ່ງແວດລ້ອມ ແລະ ເມືອງບູນເໜືອ ຈັດພິທີປ່ອຍປາ ເນື່ອງໃນໂອກາດວັນປ່ອຍປາ ແລະ ອະນຸລັກສັດນ້ຳ-ສັດປ່າ ແຫ່ງຊາດ ລາວ ຄົບຮອບ 29 ປີ ແລະ ວັນເກີດ ປະທານ ສຸພານຸວົງ ຄົບຮອບ 117 ປີ ໃນວັນທີ 13 ກໍລະກົດ 2026 ທີ່ນ້ຳບູນ ເຂດວັງສະຫງວນ ບ້ານ ໂນນສະຫວ່າງ ເມືອງບູນເໜືອ ໂດຍ ມີ ທ່ານ ພົຕ ສົມພອນ ມິດຕະພອນ ເລຂາພັກແຂວງຜົ້ງສາລີ, ທ່ານ ສັນຕິ ແກ້ວຍະສານ ປະທານຄະນະ ກຳມະການປົກຄອງແຂວງ ພ້ອມ ດ້ວຍພະແນກການ, ກົມກອງອ້ອມ ຂ້າງແຂວງ, ອົງການປົກຄອງ ເມືອງ ແລະ ປະຊາຊົນ ແລະ ນ້ອງ ນ້ອຍເຍົາວະຊົນເຂົ້າຮ່ວມ. ທ່ານທອງອາລີຫົວໜ້າພະແນກ ກະສິກໍາ ແລະ ສິ່ງແວດລ້ອມແຂວງ ຜົ້ງສາລີ ໄດ້ກ່າວວ່າ: ຂະບວນ ການປ່ອຍປາ ໄດ້ຈັດຕັ້ງປະຕິບັດມາ ແຕ່ລະປີ ຍ້ອນເຫັນໄດ້ຄວາມໝາຍ ຄວາມສໍາຄັນຂອງການປ່ອຍປາ ຄືນສູ່ທໍາມະຊາດ ສປປ ລາວ ຈຶ່ງໄດ້ ກໍານົດເອົາວັນທີ 13 ກໍລະກົດ ຂອງ ທຸກໆປີເປັນວັນປ່ອຍປາແຫ່ງຊາດ ມາຮອດປີ 2026 ໄດ້ປ່ອຍປາ ແລະ ສັດນ້ຳຈໍານວນຫລາຍແສນ ໂຕ ເຮັດໃຫ້ສັດນ້ຳທີ່ຢູ່ຕາມທໍາມະ ຊາດ ມີການຂະຫຍາຍຕົວເພີ່ມຂຶ້ນ ຢ່າງຕໍ່ເນື່ອງ. ໃນປີ 2026 ນີ້, ພະແນກກະ ສິກໍາ ແລະ ສິ່ງແວດລ້ອມແຂວງ ຜົ້ງສາລີ ຈະສູ້ຊົນຊຸກຍູ້ສົ່ງເສີມ ການປ່ອຍປາທົ່ວແຂວງໃຫ້ໄດ້ 6.984.450 ໂຕ ໃນນີ້, ປ່ອຍລົງສູ່ ແຫລ່ງນໍ້າທຳມະຊາດ 147.950 ໂຕ, ປ່ອຍລົງໜອງລ້ຽງປາ ເພື່ອ ລ້ຽງບໍລິໂພກ 6.836.500 ໂຕ. ໂດຍ 6 ເດືອນຕົ້ນປີໄດ້ປ່ອຍປາໄປ ແລ້ວ 5.664.500ໂຕ ທຽບໃສ່ ແຜນການປະຕິບັດປີໄດ້ 97,88%. ປາທີ່ນຳມາປ່ອຍໃນມື້ນີ້ ມີ 4 ຊະນິດຄື: ປາເພ້ຍ, ປາປາກ, ປາ ແກງ, ປາອິນເດຍ ປະມານ 21 ພັນ ກວ່າໂຕ. ນອກນີ້, ຍັງຈະລະດົມໃຫ້ ປະຊາຊົນປ່ອຍປາຕື່ມອີກ. ການ ປ່ອຍປາໃນຄັ້ງນີ້ ເພື່ອເປັນການຂະ ຫຍາຍພັນປາຕາມທໍາມະຊາດ ສ້າງ ຄວາມສົມດູນທາງດ້ານລະບົບນິ ເວດວິທະຍາ ແລະ ເພີ່ມປະລິມານ ທາງດ້ານສະບຽງອາຫານ. ຂ່າວ-ພາບ: ສົມຄິດ ແກ້ວນວນລາ

RkJQdWJsaXNoZXIy MTc3MTYxMQ==