7318

14/07/2026 gsfdko c]t dkora fa mtok xtgmf]k; 4 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ປະທານປະເທດ... *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຕຳຫລວດຈະລາຈອນ... *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ lxx ]k; ]q 'ok,gxa o76j Ij ;,g9]t9k0v'vq 'dkoIj ;,,n -P'wIh ຂປລ. ໃນຕອນເຊົ້າວັນທີ 10 ກໍລະກົດ 2026, ທີ່ສໍານັກງານ ໃຫຍ່ ອົງການຮ່ວມມືຊຽງໄຮ້ (The Shanghai Cooperation Organization), ທ່ານ ທອງສະ ຫວັນ ພົມວິຫານ ຮອງນາຍົກລັດ ຖະມົນຕີ, ລັດຖະມົນຕີກະຊວງການ ຕ່າງປະເທດ ແຫ່ງ ສປປ ລາວ ໄດ້ ພົບປະ ແລະ ເຮັດວຽກກັບ ທ່ານ ນູຣ ລານ ເຢຍເມັກບາຢຽບ (Nurlan Yermekbayev) ເລຂາທິການ ໃຫຍ່ອົງການຮ່ວມມືຊຽງໄຮ້ (SCO) ແລະ ໄດ້ຮ່ວມລົງນາມໃນບົດບັນ ທຶກຄວາມເຂົ້າໃຈ (MOU) ວ່າ ດ້ວຍການໃຫ້ສະຖານະພາບເປັນຄູ່ ຮ່ວມເຈລະຈາ ແກ່ ສປປ ລາວ ໃນ ອົງການຮ່ວມມືຊຽງໄຮ້. ໃນໂອກາດດັ່ງກ່າວ, ທ່ານຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຂອບ ໃຈຕໍ່ທ່ານເລຂາທິການໃຫຍ່ ອົງ ການSCOສໍາລັບການຕ້ອນຮັບອັນ ອົບອຸ່ນໃນການເດີນທາງມາຢ້ຽມ ຢາມ, ເຮັດວຽກ ແລະ ຮ່ວມລົງນາມ ໃນບົດບັນທຶກຄວາມເຂົ້າໃຈດັ່ງ ກ່າວ ຊຶ່ງມີຄວາມໝາຍສໍາຄັນເປັນ ຢ່າງຍິ່ງ ໃນການເສີມຂະຫຍາຍ ຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການ SCO ໃນຕໍ່ໜ້າ. ໃນໂອ ກາດນີ້, ທ່ານຮອງນາຍົກລັດຖະມົນ ຕີຍັງໄດ້ປຶກສາຫາລື ກ່ຽວກັບທິດ ທາງເພື່ອຂະຫຍາຍການຮ່ວມມືລະ ຫວ່າງ ລັດຖະບານສປປລາວ ແລະ ອົງການ SCO ໃນບັນດາຂົງເຂດ ວຽກງານບຸລິມະສິດຕ່າງໆໃນຕໍ່ໜ້າ. ການໃຫ້ສະຖານະພາບເປັນຄູ່ ຮ່ວມເຈລະຈາຂອງ ອົງການ SCO ແກ່ ສປປ ລາວ ຢ່າງເປັນທາງການ ນີ້, ເປັນຂີດໝາຍສໍາຄັນ ເພື່ອການ ມີສ່ວນຮ່ວມທີ່ເລິກເຊິ່ງຂອງ ສປປ ລາວ ໃນວຽກງານຂອງອົງການ SCO ພ້ອມທັງໄດ້ຮັບການສະໜັບ ສະໜູນຢ່າງເຕັມສ່ວນ ຈາກບັນດາ ປະເທດສະມາຊິກຂອງອົງການ. ທ່ານຮອງນາຍົກລັດຖະມົນຕີ ໄດ້ ຕີລາຄາສູງຕໍ່ບົດບາດຂອງອົງການ SCO ຊຶ່ງເປັນອົງການທີ່ມີຄວາມ ເຂັ້ມແຂງປະກອບດ້ວຍສະມາຊິກ ຈາກພາກພື້ນອາຊີກາງ, ອາຊີໃຕ້ ແລະອາຊີຕາເວັນອອກສ່ຽງໃຕ້ແລະ ເປັນເວທີປຶກສາຫາລືດ້ານການຮ່ວມ ມືທີ່ສໍາຄັນ. ໂດຍພາຍໃຕ້ “ຫລັກ ການຊຽງໄຮ້”ແຫ່ງການສ້າງຄວາມ ໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ຄວາມສະເໝີພາບດ້ານອະທິປະໄຕ ແລະ ການບໍ່ແຊກແຊງກິດຈະການ ພາຍໃນຂອງກັນ ແລະ ກັນ ຊຶ່ງສອດ ຄ່ອງກັບນະໂຍບາຍການຕ່າງປະ ເທດຂອງ ສປປ ລາວ. ສປປ ລາວ ມີຄວາມມຸ່ງໝັ້ນໃນ ການເພີ່ມທະວີການພົວພັນຮ່ວມມື ກັບອົງການ SCOແລະ ກຽມພ້ອມ ທີ່ຈະເຮັດວຽກຢ່າງໃກ້ຊິດກັບກອງ ເລຂາ SCO ແລະ ບັນດາປະເທດ ສະມາຊິກ ເພື່ອກໍານົດຂົງເຂດການ ຮ່ວມມືທີ່ແທດເໝາະກັບສະພາບ ການພາກພື້ນ ແລະ ສາກົນໃໝ່ ແລະ ນໍາເອົາຜົນປະໂຫຍດສູງສຸດ ແລະ ເປັນຮູບປະທໍາມາສູ່ປະເທດສະມາ ຊິກ. ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ ອົງການSCOຈະສືບຕໍ່ໃຫ້ການສະ ໜັບສະໜູນ ສປປ ລາວ ໂດຍຜ່ານ ກົນໄກແລະ ໂຄງການຮ່ວມມືຕ່າງໆ ພາຍໃຕ້ອົງການ SCO ເພື່ອສົ່ງ ເສີມສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບ ຢູ່ໃນພາກພື້ນ ໂດຍ ສະເພາະການຮ່ວມມືທາງດ້ານເສດ ຖະກິດ, ການຄ້າ, ການລົງທຶນ, ການ ຂົນສົ່ງ, ການທ່ອງທ່ຽວ ແລະ ອື່ນໆ ຊຶ່ງທັງໝົດຈະປະກອບສ່ວນສໍາຄັນ ເຂົ້າໃນການພັດທະນາເສດຖະກິດສັງຄົມຂອງສປປລາວກໍຄືການສົ່ງ ເສີມການເຊື່ອມໂຍງ ແລະ ເຊື່ອມ ຈອດກັບພາກພື້ນ ແລະ ສາກົນ. ສປປ ລາວ ຍັງໄດ້ໃຫ້ຄວາມສຳ ຄັນຕໍ່ການຮ່ວມມືໃນການຫັນເປັນ ດີຈິຕອນ ເພື່ອຍົກສູງການພັດທະ ນາເສດຖະກິດ-ສັງຄົມ ຂຶ້ນສູ່ຄຸນນະ ພາບໃໝ່, ພ້ອມທັງຕີລາຄາສູງຕໍ່ ການຂະຫຍາຍການຮ່ວມມືກັບອົງ ການ SCO ເພື່ອເສີມຂະຫຍາຍ ການຮ່ວມມືໃນຂົງເຂດວຽກງານ ຕ່າງໆທີ່ເປັນບຸລິມະສິດສໍາລັບສປປ ລາວແລະອົງການSCOໃນຕໍ່ໜ້າ. ທ່ານເລຂາທິການໃຫຍ່ອົງການ SCO ໄດ້ຕີລາຄາສູງຕໍ່ການພົວພັນ ຮ່ວມມືທີ່ດີລະຫວ່າງ ອົງການ SCO ແລະ ສປປ ລາວ ໃນໄລຍະ ຜ່ານມາ, ພ້ອມທັງໃຫ້ຄວາມໝາຍ ໝັ້ນວ່າຈະສືບຕໍ່ໃຫ້ການສະໜັບສະ ໜູນ ສປປ ລາວ ໃນຂົງເຂດວຽກ ງານຕ່າງໆ ໂດຍຜ່ານກົນໄກຮ່ວມມື ຂອງອົງການ SCO. ອົງການ SCO ແມ່ນອົງການ ຈັດຕັ້ງລະຫວ່າງລັດຖະບານ ສ້າງ ຕັ້ງຂຶ້ນໃນວັນທີ 15 ມິຖຸນາ 2001, ມີສໍານັກງານໃຫຍ່ຕັ້ງຢູ່ນະຄອນ ຫລວງປັກກິ່ງ ສປ ຈີນ; ມີປະເທດ ສະມາຊິກ 10 ປະເທດ ຄື: ສປ ຈີນ, ອິນເດຍ, ອີຣານ, ກາຊັກສະຖານ, ກຽກກິດສະຖານ, ປາກິດສະຖານ, ຣັດເຊຍ, ຕັດຈິກິດສະຖານ, ອຸດສະ ເບກິດສະຖານ ແລະ ເບລາຣຸດຊີ. ສປປ ລາວ ໄດ້ລິເລີ່ມຂະບວນການ ສຶກສາຄວາມເປັນໄປໄດ້ໃນການ ເຂົ້າເປັນຄູ່ຮ່ວມເຈລະຈາ ເລີ່ມແຕ່ປີ 2023 ເປັນຕົ້ນມາ ແລະ ໃນເດືອນ ສິງຫາ 2025 ຄະນະຜູ້ແທນຂັ້ນສູງ ນໍາໂດຍທ່ານປະທານປະເທດ ແຫ່ງ ສປປລາວ ໄດ້ເຂົ້າຮ່ວມກອງປະຊຸມ ສຸດຍອດຂອງອົງການ SCO ຕາມ ການເຊື້ອເຊີນຂອງສປຈີນເຈົ້າພາບ ແລະ ຢູ່ໃນກອງປະຊຸມສຸດຍອດດັ່ງ ກ່າວ ໄດ້ມີມະຕິຮັບຮອງເອົາ ສປປ ລາວ ໃຫ້ເປັນຄູ່ຮ່ວມເຈລະຈາຂອງ ອົງການ SCO. ປັດຈຸບັນ, ອົງການ SCO ມີຄູ່ຮ່ວມທັງໝົດ 17 ປະ ເທດ, ມີ 2 ປະເທດສັງເກດການ ຄື: ອາຟະການິດສະຖານ ແລະ ມົງໂກ ລີ; ມີ 15 ປະເທດ ຄູ່ຮ່ວມເຈລະຈາ (DialoguePartner)ຄື:ອາແຊກ ໄບຊານ, ອາກເມນີ, ກໍາປູເຈຍ, ເນ ປານ, ຕວັກກີ, ສີລັງກາ, ອາຣັບບີ ຊາອູດິດ, ເອຢິບ, ກາຕາ, ບາເຣນ, ມານດີບ, ມຽນມາ, ອາຣັບເອມີເຣດ, ກູເວດ ແລະ ສປປ ລາວ. ທີ່ ສສ ຫວຽດນາມ; ນັກກິລາກະຕໍ້ ສາມາດຍາດ 4 ຫລຽນຄໍາ, 1 ຫລຽນເງິນ ແລະ 1 ຫລຽນທອງ ໃນລາຍການ 2026 Ch i na Separtakraw Open and China Separtakraw Open o f L a n x a n g - Me k o n g Cooperation ທີ່ ສປ ຈີນ; ນັກ ກິລາບານບ້ວງຍິງ ຮຸ່ນອາຍຸ 14 ປີ ສາມາດຍາດໄດ້ 2 ຫລຽນຄໍາ, 2 ຫລຽນເງິນ ແລະ 1 ຫລຽນ ທອງ ໃນການແຂ່ງຂັນບານບ້ວງ ຊີງຂັນລາຍການ TOA 3x3 Basketball Oudon Thailand ທີ່ປະເທດໄທ. ຜົນສຳເລັດ ແລະ ໄຊ ຊະນະຄັ້ງນີ້, ຍ້ອນຄວາມເສຍສະ ລະທາງດ້ານເຫື່ອແຮງ, ສະຕິປັນ ຍາ, ຄວາມມານະອົດທົນໃນການ ຝຶກຊ້ອມ ຂອງຄະນະນຳ, ຄູຝຶກ ແລະ ນັກກິລາ ທີ່ລວມເປັນຈິດໜຶ່ງ ໃຈດຽວກັນຂອງນັກກິລາທຸກໆຄົນ. ຕໍ່ກັບຜົນສຳເລັດດັ່ງກ່າວ, ບໍ່ພຽງ ແຕ່ເປັນຄວາມພາກພູມໃຈຂອງສະ ຫະພັນ ແລະ ສະໂມສອນເທົ່ານັ້ນ, ແຕ່ຍັງເປັນການສ້າງຊື່ສຽງ, ຍົກ ລະດັບວົງການກິລາລາວ ໃຫ້ຊາວ ໂລກຮັບຮູ້ ສປປ ລາວ ຫລາຍຂຶ້ນ ໃນເວທີສາກົນ ແລະ ນຳເອົາຮອຍ ຍິ້ມມາສູ່ແຟນກິລາ ກໍຄື ປວງຊົນ ລາວທັງຊາດ. ໃນໂອກາດດຽວກັນ, ທ່ານ ທອງລຸນ ສີສຸລິດ ກໍໄດ້ສະແດງ ຄວາມຊົມເຊີຍຕໍ່ບັນດານັກກິລາ ລາວ ທີ່ສາມາດສ້າງຜົນງານອັນ ໂດດເດັ່ນ ໂດຍຍາດໄດ້ໄຊຊະນະ ແລະ ຫລຽນລາງວັນຈາກການເຂົ້າ ຮ່ວມການແຂ່ງຂັນກິລາໃນລະດັບ ພາກພື້ນແລະສາກົນຊຶ່ງຜົນສຳເລັດ ດັ່ງກ່າວ, ບໍ່ພຽງແຕ່ສ້າງຄວາມ ພາກພູມໃຈໃຫ້ແກ່ປະຊາຊົນລາວ ທັງປະເທດເທົ່ານັ້ນແຕ່ຍັງເປັນການ ສ້າງຊື່ສຽງໃຫ້ແກ່ປະເທດຊາດ ເຮັດໃຫ້ປະເທດລາວເປັນທີ່ຮູ້ຈັກ ແລະ ໄດ້ຮັບການຍອມຮັບຈາກນາ ນາປະເທດຫລາຍຂຶ້ນ. ພ້ອມກັນນັ້ນ ທຸງຊາດລາວໄດ້ຖືກຊັກຂຶ້ນ ແລະ ສະບັດໂບກສະບັດຢູ່ໃນເວທີການ ແຂ່ງຂັນສາກົນ ສະທ້ອນເຖິງຄວາມ ສາມາດ ແລະ ສັກຍະພາບຂອງນັກ ກິລາລາວ. ພ້ອມນີ້, ທ່ານປະທານປະເທດ ຍັງໄດ້ເນັ້ນໃຫ້ບັນດານັກກິລາ ສືບຕໍ່ ພາກພຽນຝຶກຝົນ, ພັດທະນາຄວາມ ຮູ້ຄວາມສາມາດ ແລະ ຍົກລະດັບ ທັກສະຂອງຕົນເອງຢ່າງຕໍ່ເນື່ອງ ເພື່ອຍາດໄດ້ໄຊຊະນະໃນການແຂ່ງ ຂັນຄັ້ງຕໍ່ໄປ ແລະ ສືບຕໍ່ນຳຄວາມ ສຳເລັດມາສ້າງຊື່ສຽງໃຫ້ແກ່ປະ ເທດຊາດ ແລະ ປະຊາຊົນລາວ. ໃນໂອກາດຽວກັນ, ທ່ານ ທອງ ສະລິດ ມັງໜໍ່ເມກ ກໍໄດ້ປະດັບ ຫລຽນໄຊພັດທະນາ ຊັ້ນ I ໃຫ້ກັບ ປະທານສະໂມສອນກິລາບານເຕະ W.I.G NAGA ແລະ ປະທານ ສະໂມສອນ ເບສະຫວັນ ແລະ ປະ ດັບຫລຽນໄຊພັດທະນາ ຊັ້ນ III ໃຫ້ ກັບບັນດາຫົວໜ້າຄູຝຶກ, ຄູຝຶກ ແລະ ຜູ້ຊ່ວຍຄູຝຶກອີກຈຳນວນໜຶ່ງທີ່ມີຜົນ ງານດີເດັ່ນ ໃນການນຳພາບັນດາ ນັກກິລາເຍົາວະຊົນ ເຂົ້າຮ່ວມແຂ່ງ ຂັນລະດັບໂລກ ແລະ ພາກພື້ນ. ຂ່າວ: ກິດຕາ; ພາບ: ຂັນໄຊ ກຳທີ່ເປັນການສົ່ງເສີມວັດທະນະ ທຳສົ່ງເສີມຄວາມຮູ້, ການພັດທະ ນາແມ່ຍິງ, ການປົກປ້ອງແມ່ຍິງເດັກນ້ອຍ ແລະ ການຮັກສາສິ່ງ ແວດລ້ອມຕາມເງື່ອນໄຂຕົວຈິງ. ທັງໝົດນັ້ນ, ລ້ວນແຕ່ເປັນກິດຈະ ກຳທີ່ມີຄວາມໝາຍສໍາຄັນໃນການ ປະຕິບັດມະຕິການສ້າງເສດຖະກິດ ເອກະລາດເປັນເຈົ້າຕົນເອງ ກໍຄື ການປະກອບສ່ວນເຂົ້າໃນພາລະ ກິດປົກປັກຮັກສາ ແລະ ສ້າງສາປະ ເທດຊາດ ໃນໄລຍະໃໝ່. ພ້ອມນີ້, ສະຫະພັນແມ່ຍິງລາວ ຍັງໄດ້ສຸມ ໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX, ແຜນພັດທະນາແມ່ຍິງ ລາວ, ຂະບວນການຈັດຕັ້ງປະຕິບັດ ຄໍາຂວັນ ແລະ ຂໍ້ແຂ່ງຂັນ 3 ດີ ຕິດ ພັນກັບຂະບວນການແຂ່ງຂັນຮັກ ຊາດ ແລະ ພັດທະນາຢ່າງເປັນຂະ ບວນຟົດຟື້ນ. ເພື່ອປຸກລະດົມສະມາ ຊິກສະຫະພັນແມ່ຍິງ ແລະ ແມ່ຍິງ ລາວບັນດາເຜົ່າ ເປັນເຈົ້າການພັດ ທະນາຕົນເອງຢ່າງຮອບດ້ານ ໂດຍ ສະເພາະໃນໄລຍະໃໝ່ນີ້ ທົ່ວໂລກ ກໍຄື ສປປ ລາວ ປະສົບກັບຄວາມ ຫຍຸ້ງຍາກທາງດ້ານເສດຖະກິດ ຊຶ່ງມີຫລາຍສາເຫດທີ່ກະທົບໃສ່. ສະນັ້ນ, ການສົ່ງເສີມບົດບາດຂອງ ແມ່ຍິງເຂົ້າໃນການພັດທະນາເສດ ຖະກິດ-ສັງຄົມ ຈຶ່ງເປັນວຽກງານທີ່ ສໍາຄັນ ແລະ ຈໍາເປັນເພື່ອພັດທະນາ ຄອບຄົວ, ຊຸມຊົນ ແລະ ສັງຄົມ, ທັງ ເປັນການປະກອບສ່ວນໃນການຈັດ ຕັ້ງປະຕິບັດນະໂຍບາຍການສົ່ງ ເສີມເສດຖະກິດເອກະລາດ ເປັນ ເຈົ້າຕົນເອງ ຕາມແນວທາງຂອງ ພັກ-ລັດວາງອອກ. ໂອກາດນີ້, ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ກ່າວວ່າ: ກະຊວງ ສຶກສາທິການ ແລະ ກິລາ ຮູ້ສຶກສາ ເປັນກຽດ ແລະ ພາກພູມໃຈ ທີ່ໄດ້ ມີໂອກາດນໍາພາຄະນະຄູຝຶກ ແລະ ບັນດານັກກິລາລາວ ທີ່ມີຜົນງານ ອັນໂດດເດັ່ນໃນການເຂົ້າຮ່ວມການ ແຂ່ງຂັນລະດັບພາກພື້ນ ແລະ ສາ ກົນ ເພື່ອມາເຂົ້າຢ້ຽມຂໍ່ານັບ ແລະ ລາຍງານຜົນສໍາເລັດ ຕໍ່ທ່ານປະ ທານປະເທດ. ໃນປີ 2026 ນັກກິລາ ລາວປະເພດຕ່າງໆ ໄດ້ເຂົ້າຮ່ວມ ແຂ່ງຂັນໃນລາຍການຕ່າງໆ ທີ່ສາ ກົນໄດ້ຈັດຂຶ້ນຢ່າງເປັນປົກກະຕິ ອັນ ພົ້ນເດັ່ນແມ່ນກິລາບານເຕະເຍົາວະ ຊົນ, ກິລາກະຕໍ້, ກິລາບານບ້ວງ ໄດ້ສ້າງຜົນງານໃນການເຂົ້າຮ່ວມ ແຂ່ງຂັນລາຍການຕ່າງໆສ້າງກຽດ ຊື່ສຽງໃຫ້ແກ່ປະເທດຊາດ ໂດຍສະ ເພາະນັກກິລາບານເຕະ ສະໂມສອນ W.I.G NAGA ຮຸ່ນອາຍຸ 13 ປີ (U-13) ສາມາດປ້ອງກັນແຊັມ ໃນການແຂ່ງຂັນລາຍການບານ ເຕະ Iber Cup 2026 ທີ່ປະເທດ ປອກຕຸຍການ ເປັນສະໄໝທີສອງ ຕິດຕໍ່ກັນ ໂດຍເອົາຊະນະທີມສະໂມ ສອນຈາກປະເທດເຈົ້າພາບ. ນອກ ຈາກນີ້, ນັກກິລາຮຸ່ນອາຍຸບໍ່ເກີນ 10 ປີ ກໍໄດ້ແຊັມເຊັ່ນກັນ. ພ້ອມກັນນີ້, ນັກກິລາບານເຕະສະໂມສອນ ເບ ສະຫວັນ ຮຸ່ນອາຍຸ 10 ປີ (U10) ກໍໄດ້ຄວ້າແຊັມໃນການແຂ່ງຂັນ ລາຍການບານເຕະ VIETNAM I NTERNAT I ONAL ACF FOOTBALL TOURNAMENT ກົມຕຳຫລວດຈະລາຈອນ ໄດ້ນຳ ກຳລັງເຈົ້າໜ້າທີ່ລົງປະຕິບັດໜ້າທີ່ ຢ່າງເຕັມສ່ວນ ເລີ່ມແຕ່ວັນທີ 1215 ກໍລະກົດ 2026 ໂດຍເນັ້ນໃສ່ ວຽກງານການຈັດສັນຄວາມເປັນ ລະບຽບຮຽບຮ້ອຍ, ຈັດສັນບ່ອນ ຈອດລົດ ໃຫ້ແກ່ການນຳ, ພ້ອມ ທັງເປີດທາງ ເພື່ອອຳນວຍຄວາມ ສະດວກໃຫ້ແກ່ຂະບວນລົດຂອງ ການນຳພັກ-ລັດ ທີ່ເດີນທາງມາ ເຂົ້າຮ່ວມ ກອງປະຊຸມໃນຄັ້ງນີ້ ໃຫ້ ມີຄວາມສະດວກສະບາຍ, ຄ່ອງຕົວ ແລະ ປອດໄພສູງສຸດ. ພ້ອມນີ້, ທ່ານ ຮອ ແສງທອງ ລາດຊະບຸດ ຍັງໄດ້ຕາງໜ້າໃຫ້ເຈົ້າ ສສຍລ... *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ປະກອບການທຸລະກິດຂະໜາດ ນ້ອຍ-ຂະໜາດກາງ ຕາມທິດເສດ ຖະກິດເອກະລາດ ເປັນເຈົ້າຕົນເອງ. ດັ່ງນັ້ນໃນໄລຍະ 2 ວັນຂອງການ ສໍາມະນາ ແມ່ນຈະເນັ້ນໃສ່ການຍົກ ລະດັບຄວາມຮູ້ ແລະ ທັກສະຂອງ ສະມາຊິກສະຫະພັນແມ່ຍິງ, ພະນັກ ງານ ແລະ ຜູ້ປະກອບການກ່ຽວກັບ ການຂຽນໂຄງການພັດທະນາແມ່ ຍິງ, ການບໍລິຫານຈັດການທຸລະກິດ ແລະ ການເຂົ້າເຖິງແຫລ່ງທຶນຢ່າງ ມີປະສິດທິຜົນແລະ ສ້າງຄວາມເຂັ້ມ ແຂງໃຫ້ຜູ້ປະກອບເພດຍິງ, ເຜີຍແຜ່ ຄວາມຮູ້ກ່ຽວກັບການຈົດທະບຽນ ຊັບສິນທາງປັນຍາ, ການສ້າງອາ ຊີບ, ການພັດທະນາທຸລະກິດຄອບ ຄົວແລະການນໍາໃຊ້ພູມປັນຍາທ້ອງ ຖິ່ນເພື່ອສ້າງລາຍຮັບ; ພ້ອມກັນ ນີ້ກໍ່ເພື່ອເປັນເວທີໃຫ້ຜູ້ເຂົ້າຮ່ວມ ໄດ້ແລກປ່ຽນບົດຮຽນ, ສ້າງເຄືອ ຂ່າຍຄວາມຮ່ວມມືລະຫວ່າງພາກ ລັດ, ພາກທຸລະກິດ, ສະມາຄົມ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອສົ່ງເສີມ ການພັດທະນາທຸລະກິດຂອງແມ່ຍິງ ໃຫ້ຍືນຍົງ. ນອກຈາກນີ້, ພາຍໃນ ງານຍັງໄດ້ຈັດວາງສະແດງສິນຄ້າ ສົ່ງເສີມຜະລິດຕະພັນລາວ, ກິດຈະ ໜ້າທີ່ຕຳຫລວດຈະລາຈອນຮຽກ ຮ້ອງມາຍັງພໍ່-ແມ່ປະຊາຊົນ ກໍຄື ຜູ້ ໃຊ້ລົດໃຊ້ຖະໜົນທຸກທົ່ວໜ້າ ໃຫ້ ຮ່ວມແຮງຮ່ວມໃຈກັນ ເປັນເຈົ້າ ການໃນການເຄົາລົບກົດລະບຽບ ຈະລາຈອນ ແລະ ເອົາໃຈໃສ່ປະຕິ ບັດຕາມຄຳແນະນຳ ຂອງເຈົ້າໜ້າ ທີ່ຈະລາຈອນ ທີ່ປະຕິບັດໜ້າທີ່ຢູ່ ຕາມຈຸດຕ່າງໆ ຢ່າງເຂັ້ມງວດ ເພື່ອ ເຮັດໃຫ້ການສັນຈອນຕາມທ້ອງ ຖະໜົນ ໃນໄລຍະການດຳເນີນກອງ ປະຊຸມວຽກງານສື່ມວນຊົນ ທົ່ວປະ ເທດ ຄັ້ງທີ I ມີຄວາມເປັນລະບຽບ ຮຽບຮ້ອຍ, ຫລີກລ່ຽງບັນຫາການ ຈະລາຈອນແອອັດ ແລະ ຫລຸດຜ່ອນ ຄວາມສ່ຽງໃນການເກີດອຸບັດເຫດ ຕ່າງໆ ທີ່ອາດຈະເກີດຂຶ້ນໄດ້. ຂໍ້ມູນ-ພາບ: ວາລະສານປ້ອງກັນ ຄວາມສະຫງົບ

RkJQdWJsaXNoZXIy MTc3MTYxMQ==