14/07/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ບົດສະເໜີົີ dt-;'dtly de c]t ly j 'c;f]h v, wfh 8A 'gxQ kxj vpxk.sh [a o]5 8k,czodkomu j ;k'w;h 72 ]h ko38 ໂດຍ: ທະນູທອງ; ພາບ: ອ່າຍຄຳ dt-;'lkmk]totl5 d 9tpq d]tfa [[a ofk3I'\= l6 odk'{3I'\= c0;' .sh ,u 75 ootrk[Ia [.-h la '7q , ຂປລ. ເພື່ອຮັບປະກັນໃຫ້ປະຊາ ຊົນລາວບັນດາເຜົ່າສາມາດເຂົ້າ ເຖິງການບໍລິການສຸຂະພາບທີ່ມີ ຄຸນນະພາບຢ່າງທົ່ວເຖິງ ໂດຍສະ ເພາະຢູ່ເຂດຊົນນະບົດຫ່າງໄກສອກ ຫລີກ, ກະຊວງສາທາລະນະສຸກ ຈະ ສືບຕໍ່ຊຸກຍູ້ການພັດທະນາຍົກລະດັບ ບັນດາໂຮງໝໍສູນກາງ ແລະ ໂຮງໝໍ ແຂວງໃຫ້ມີຄຸນນະພາບ, ທັນສະໄໝ ແລະ ເປັນເຈົ້າຕົນເອງຕາມທິດ ສ້າງເສດຖະກິດເອກະລາດເປັນ ເຈົ້າຕົນເອງ(ສອຈ) ໄປພ້ອມກັບ ການສ້າງຄວາມເຂັ້ມແຂງຕາໜ່າງ ສາທາລະນະສຸກ ໄປສູ່ຊົນນະບົດ, ຊຸກຍູ້ພະນັກງານສາທາລະນະສຸກ ຢູ່ຂັ້ນເມືອງ, ສຸກສາລາສົມທົບກັບ ອາສາສະໝັກຂັ້ນບ້ານ (ອສບ) ໃນການເຮັດວຽກງານສຸຂະສຶກສາ, ໃຫ້ຄວາມຮູ້ກ່ຽວກັບການຮັກສາ ສຸຂະພາບ, ກວດພະຍາດ ແລະ ບໍ ລິການປິ່ນປົວອາການເຈັບຢູ່ເຂດ ຫ່າງໄກສອກຫລີກ, ພ້ອມທັງສຸມໃສ່ ສ້າງຄວາມເຂັ້ມແຂງການບໍລິການ ຢູ່ຂັ້ນພື້ນຖານໄປພ້ອມກັບການສ້າງ ຄວາມເຂັ້ມແຂງລະບົບສົ່ງຕໍ່ຄົນເຈັບ ໄປຫາສະຖານທີ່ບໍລິການບ່ອນທີ່ມີ ເງື່ອນໄຂດີກວ່າໃນກໍລະນີອາການ ເຈັບໜັກ ແລະ ສຸກເສີນໃຫ້ທັນເວລາ. ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະ ສຸກ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງ ສະມາຊິກສະພາແຫ່ງຊາດ ໃນ ຫລາຍບັນຫາຕິດພັນກັບການຈັດຕັ້ງ ຂປລ. ພະນັກງານລັດຖະກອນ, ທະຫານ-ຕຳຫລວດ ນອກຈາກ ການເອົາໃຈໃສ່ປະຕິບັດໜ້າທີ່ວິຊາ ສະເພາະທີ່ໄດ້ຮັບການມອບໝາຍ ໃຫ້ແລ້ວມີບາງຄົນຍັງຖືເອົາເວລາ ວ່າງມາຜະລິດກະສິກຳເປັນສິນຄ້າ ຕື່ມ ເພື່ອສ້າງລາຍຮັບເພີ່ມໃຫ້ແກ່ ຄອບຄົວຕາມແນວທາງເພິ່ງຕົນ ເອງ, ກຸ້ມຕົນເອງ ແລະ ສ້າງຄວາມ ເຂັ້ມແຂງດ້ວຍຕົນເອງ. ດັ່ງຄອບ ປະຕິບັດວຽກງານຂອງຂະແໜງ ສາທາລະນະສຸກ ໃນໄລຍະຜ່ານມາ ໃນກອງປະຊຸມສະໄໝວິສາມັນເທື່ອ ທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 8 ກໍລະກົດ 2026 ນີ້ ວ່າ: ຂະແໜງສາທາລະນະສຸກ ຖື ສໍາຄັນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງ ປະຊາຊົນ ໂດຍຖືທິດນໍາທີ່ວ່າ: “ຖື ເອົາວຽກງານອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບເປັນຕົ້ນຕໍ, ສະໜອງການບໍລິການປິ່ນປົວພະ ຍາດຢ່າງທົ່ວເຖິງ, ມີຄຸນນະພາບ, ສະເໝີພາບ ແລະ ຍຸດຕິທໍາເປັນສໍາ ຄັນ” ເພື່ອຮັບປະກັນໃຫ້ປະຊາຊົນ ບັນດາເຜົ່າໄດ້ເຂົ້າເຖິງການບໍລິ ການສຸຂະພາບຢ່າງສະເໝີພາບ, ຍຸຕິທຳ ແລະ ທົ່ວເຖິງລວມທັງຫລຸດ ຜ່ອນການຈົກຖົງຈ່າຍຂອງປະຊາ ຊົນເວລາໄປໃຊ້ບໍລິການ ໂດຍສະ ເພາະຄອບຄົວຜູ້ທຸກຍາກແມ່ນໄດ້ ມີການອອກບັດປະກັນສຸຂະພາບ ເພື່ອເຂົ້າເຖິງການບໍລິການປິ່ນປົວ ສຸຂະພາບໂດຍບໍ່ເສຍຄ່າ. ພ້ອມ ທັງສະເໜີລັດຖະບານສືບຕໍ່ສົມທົບ ຄ່າບໍລິການສໍາລັບປະຊາຊົນຜູ້ມີ ອາຊີບອິດສະລະ ເພື່ອຮັບປະກັນໃຫ້ ປະຊາຊົນລາວບັນດາເຜົ່າສາມາດ ເຂົ້າເຖິງການບໍລິການສຸຂະພາບ ໂດຍບໍ່ມີຄວາມຫຍຸ້ງຍາກທາງ ດ້ານການເງິນ. ພ້ອມກັນນີ້, ເພື່ອ ຮັບປະກັນໃຫ້ມີຢາ ແລະ ອຸປະກອນ ການແພດພຽງພໍແກ່ການສະໜອງ ການບໍລິການຂອງບັນດາໂຮງໝໍຂັ້ນ ຕ່າງໆທັງຢູ່ສູນກາງ ແລະ ທ້ອງຖິ່ນ ກະຊວງສາທາລະນະສຸກ ຈະສຸມ ໃສ່ຊຸກຍູ້ການຜະລິດພາຍໃນໃຫ້ ເຂັ້ມແຂງ ເພື່ອກຸ້ມຕົນເອງເທື່ອລະ ກ້າວ, ກຳນົດລາຍການຢາ ແລະ ອຸປະກອນການແພດທີ່ຈໍາເປັນຢູ່ ໂຮງໝໍແຕ່ລະຂັ້ນ, ປັບປຸງຂະບວນ ການຈັດຊື້ ແລະ ລະບົບຄຸ້ມຄອງຢາ, ອຸປະກອນການແພດພ້ອມທັງມອບ ສິດການຈັດຊື້ຢາ-ອຸປະກອນການ ແພດທີ່ຈຳເປັນໃຫ້ທ້ອງຖິ່ນເປັນຜູ້ ຈັດຕັ້ງປະຕິບັດ. ສຳລັບແຜນການໃນຕໍ່ໜ້ານີ້, ເພື່ອປະກອບສ່ວນເຂົ້າໃນການພັດ ທະນາຊົນນະບົດ ແລະ ແກ້ໄຂຄວາມ ທຸກຍາກໃຫ້ໄດ້ຮັບຜົນດີ, ກະຊວງ ສາທາລະນະສຸກ ຈະໄດ້ສຸມໃສ່ຍົກ ລະດັບໃຫ້ປະຊາຊົນລາວບັນດາ ເຜົ່າເຂົ້າເຖິງການບໍລິການດ້ານ ສາທາລະນະສຸກ ຢ່າງທົ່ວເຖິງ. ຢ່າງໃດກໍຕາມ, ການຈັດຕັ້ງປະຕິບັດ ວຽກງານຕົວຈິງໃນໄລຍະຜ່ານມາ ຂະແໜງສາທາລະນະສຸກ ຍັງພົບ ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍໃນ ຫລາຍດ້ານ ໂດຍສະເພາະແມ່ນການ ບັນຈຸໂກຕ້າພະນັກງານໃນແຕ່ລະປີບໍ່ ສົມຄູ່ກັບຈຳນວນພະນັກງານທີ່ອອກ ການໃນຮູບການຕ່າງໆເຮັດໃຫ້ຈໍາ ນວນບຸກຄະລາກອນຫລຸດລົງຢ່າງ ຕໍ່ເນື່ອງສ້າງຄວາມຫຍຸ້ງຍາກໃນ ການສະໜອງບໍລິການທີ່ມີຄຸນນະ ພາບ, ປັດຈຸບັນທົ່ວປະເທດມີອາ ສາສະໝັກທັງໝົດ 6.000 ກວ່າ ຄົນ ທີ່ປະຈຳການຢູ່ບັນດາສະຖານ ທີ່ບໍລິການສາທາລະນະສຸກແຫ່ງ ຕ່າງໆ. ສະນັ້ນ ສະເໜີໃຫ້ລັດຖະ ບານ ກໍຄື ສະມາຊິກສະພາແຫ່ງ ຊາດ ພິຈາລະນາອະນຸມັດໂກຕ້າໃຫ້ ຂະແໜງສາທາລະນະສຸກ ໃນແຕ່ລະ ປີຢ່າງເໝາະສົມຕື່ມ. ພ້ອມນີ້ ການ ຕອບສະໜອງງົບປະມານຂອງ ລັດຖະບານຕໍ່ວຽກງານປະກັນສຸຂະ ພາບຍັງບໍ່ພຽງພໍກັບການໃຊ້ຈ່າຍ ຕົວຈິງຂອງການເຂົ້າຊົມໃຊ້ບໍລິການ ຢູ່ໂຮງໝໍ. ດັ່ງນັ້ນ, ຈຶ່ງສະເໜີໃຫ້ ສະພາແຫ່ງຊາດ ພິຈາລະນາເພີ່ມງົບ ປະມານໃຫ້ປະກັນສຸຂະພາບເພື່ອປົກ ຄຸມລາຍການທີ່ຈໍາເປັນພື້ນຖານໃນ ການຮັບບໍລິການຮັກສາສຸຂະພາບ ຂອງປະຊາຊົນລາວຢູ່ສະຖານທີ່ບໍລິ ການຕ່າງໆ. ປັດຈຸບັນທົ່ວປະເທດມີໂຮງໝໍ ເມືອງ 135 ແຫ່ງ, ສຸກສາລາ 1.080 ແຫ່ງ, ມີບຸກຄະລາກອນຂັ້ນ ເມືອງ 6.892 ຄົນ, ຂັ້ນສຸກສາລາ ແລະ ຂັ້ນບ້ານ3.105ຄົນ, ນອກນັ້ນ ຍັງມີອາສາສະໝັກສາທາລະນະ ສຸກ ບ້ານ (ອສບ) ຫລາຍກວ່າ 20.000 ຄົນ ທີ່ກໍາລັງປະຕິບັດ ໜ້າທີ່ຊຸກຍູ້ໃຫ້ປະຊາຊົນຢູ່ຊຸມຊົນ ເປັນເຈົ້າການໃນວຽກງານຮັກສາ ສຸຂະພາບຂອງຕົນເອງ. ຂປລ. ປີນີ້ກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ຊຸກຍູ້ໃຫ້ບັນດາ ສູນ, ສະຖານີຜະລິດລູກປາຂອງລັດ ຈໍານວນ 53 ແຫ່ງ, ຟາມຜະລິດລູກ ປາຂອງເອກະຊົນຫລາຍກວ່າ 163 ແຫ່ງ ແລະ ແບບຄອບຄົວມີຫລາຍ ກວ່າ 111 ແຫ່ງ ເພື່ອສະໜອງລູກ ປາໃນໂອກາດວັນປ່ອຍປາ ແລະ ສັດ ນໍ້າແຫ່ງຊາດ 13 ກໍລະກົດ ໃຫ້ໄດ້ ບັນລຸຕາມແຜນການ 72 ລ້ານໂຕ. ທ່ານ ບົວຫົງ ຄຳຫາ ຫົວໜ້າ ກົມລ້ຽງສັດ ແລະ ການປະມົງໃຫ້ ສຳພາດວ່າ: ກົມລ້ຽງສັດ ແລະ ການປະມົງໄດ້ເປັນເຈົ້າການປະ ສານສົມທົບກັບຂະແໜງລ້ຽງສັດ ແລະ ການປະມົງ, ນະຄອນຫລວງ ວຽງຈັນ ແລະ ບັນດາແຂວງໃນ ຂອບເຂດທົ່ວປະເທດ, ອົງການ ຈັດຕັ້ງສາກົນຕ່າງໆທີ່ກ່ຽວຂ້ອງ ໃຫ້ສຸມໃສ່ກະກຽມປ່ອຍປາຢ່າງ ເປັນຂະບວນການຟົດຟື້ນ; ສະເພາະ ນະຄອນຫລວງວຽງຈັນ ຈະໄດ້ຈັດ ຕັ້ງພິທີປ່ອຍປາທີ່ໜອງໃຫຍ່ບຶງທາດ ຫລວງ ເຂດເສດຖະກິດພິເສດ, ເນື້ອ ທີ່ປະມານ 50 ເຮັກຕາ ຄາດວ່າຈະ ປ່ອຍປາປະມານ 350.000 ໂຕ. ສປປ ລາວ ເຮົາເປັນປະເທດທີ່ອຸດົມ ຮັ່ງມີເຕັມໄປດ້ວຍຊັບພະຍາກອນ ທໍາມະຊາດ, ແຫລ່ງນໍ້າ, ຊັບໃນດິນ, ສິນໃນນໍ້າ, ມີຊະນິດປາພື້ນເມືອງ ຫລາຍກວ່າ 500 ຊະນິດ.ໃນນີ້, ຊະນິດປາທີ່ຫາຍາກ ແລະ ໃກ້ຈະ ສູນພັນເຊັ່ນ: ປາບຶກ, ປາຝາໄລ, ປາກັງ ແລະ ສັດນໍ້າຊະນິດອື່ນໆ. ພັກ ແລະ ລັດຖະບານຖືເອົາວຽກ ງານການຄຸ້ມຄອງ, ການປົກປັກ ຮັກສາ, ການພັດທະນາ, ການນໍາ ໃຊ້ປາ ແລະ ສັດນໍ້າເປັນວຽກສຳ ຄັນ. ສະນັ້ນ, ເພື່ອຄຸ້ມຄອງ, ປົກ ປັກຮັກສາ ແລະ ພັດທະນາສັດນ້ຳ ໃຫ້ອຸດົມສົມບູນ ແລະ ມີຄວາມຍືນ ຍົງ. ນັບແຕ່ປີ 1997 ເປັນຕົ້ນມາ ລັດຖະບານຈຶ່ງໄດ້ກຳນົດເອົາ ວັນທີ 13 ກໍລະກົດຂອງທຸກໆປີເປັນວັນ ປ່ອຍປາ ແລະ ສັດນໍ້າແຫ່ງຊາດ ໂດຍຈັດກິດຈະກໍາຕ່າງໆ ເພື່ອປູກ ຈິດສໍານຶກໃຫ້ແກ່ເຍົາວະຊົນ ແລະ ອະນຸຊົນຮຸ່ນຫລັງ ກໍຄື ທົ່ວສັງຄົມໃຫ້ ເຫັນຄວາມສໍາຄັນຕໍ່ການອະນຸລັກ ປາ ແລະ ສັດນໍ້າ ແນໃສ່ເພີ່ມຄວາມ ອຸດົມສົມບູນໃຫ້ກັບທໍາມະຊາດ, ປົກ ປັກຮັກສາລະບົບນິເວດແຫລ່ງນໍ້າ ໃຫ້ມີຄວາມສົມດຸນ ແລະ ຍືນຍົງ. ທ່ານ ບົວຫົງ ຄຳຫາ ກ່າວ. ໃນໂອກາດວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ ວັນທີ 13 ກໍລະກົດ ທ່ານ ບົວຫົງ ຄຳຫາ ຮຽກຮ້ອງ ໃຫ້ທຸກພາກສ່ວນໃນສັງຄົມມີສ່ວນ ຮ່ວມໃນການປ່ອຍປາ, ອະນຸລັກ ສັດນໍ້າ-ສັດປ່າໃຫ້ຫລາຍຂຶ້ນ, ສ້າງ ຄວາມເຂົ້າໃຈການປ່ອຍປາ ແລະ ສັດນໍ້າຄືນສູ່ແຫລ່ງນໍ້າທໍາມະຊາດ ເພື່ອຮັບປະກັນການຜະລິດສະໜອງ ປາ ແລະ ສັດນໍ້າໃຫ້ພຽງພໍ, ຜະລິດ ເປັນສິນຄ້າປະກອບສ່ວນເຂົ້າໃນ ການພັດທະນາຊົນນະບົດ ແລະ ການສ້າງເສດຖະກິດແຫ່ງຊາດໃຫ້ ເຂັ້ມແຂງ, ນໍາໃຊ້ຊັບພະຍາກອນ ທໍາມະຊາດຢ່າງຍືນຍົງ. (ແຫລ່ງຂ່າວ: ຂ່າວສານກະສິກຳ ແລະ ສິ່ງແວດລ້ອມ) ພາບປະກອບ ພາບປະກອບ xtdv[vk-u [glu ,7v[7q ;,u ]kpIa [d;j k 400 ]h kodu [ ໂດຍ: ດາວົງ ບຸດຕະວົງ ຄົວສະຫາຍ ພັນໂທ ບົວລຽນ ດວງສະຫວັດ ຫົວໜ້າກອງຮ້ອຍ ປ້ອງກັນຄຸ້ມຂັງ-ດັດສ້າງ 158 ແມ່ນຄອບຄົວໜຶ່ງທີ່ມີຄວາມດຸໝັ່ນ ແລະ ໃຊ້ເວລາວ່າງມາປະກອບອາ ຊີບເສີມໃນການປູກກາເຟ ແລະ ລ້ຽງງົວເປັນສິນຄ້າ ຊຶ່ງປີໜຶ່ງສາ ມາດສ້າງລາຍຮັບເຂົ້າຄອບຄົວ ຫລາຍກວ່າ 400 ລ້ານກີບ. ຄວາມ ດຸໝັ່ນຂະຫຍັນພຽນດັ່ງກ່າວ ເຮັດ ໃຫ້ສະຫາຍກາຍເປັນຕົວແບບໃຫ້ ແກ່ນາຍ ແລະ ພົນທະຫານທົ່ວກົມ ກອງ ກໍຄື ກອງບັນຊາການທະຫານ ແຂວງຈໍາປາສັກ. ສະຫາຍ ພັນໂທ ບົວລຽນ ດວງສະຫວັດ ເລົ່າສູ່ຟັງວ່າ: ຕົນໄດ້ ເຂົ້າສະໝັກເປັນທະຫານຮັບໃຊ້ຊາດ ໃນປີ 1990. ໃນນັ້ນ, ໄດ້ສັງກັດຢູ່ ກອງຮ້ອຍປ້ອງກັນຄຸມຂັງ-ດັດສ້າງ 158 ຈົນເຖິງປັດຈຸບັນ. ນອກຈາກ ນີ້, ມາໃນປີ 1995 ໄດ້ສ້າງຄອບຄົວ ຊຶ່ງໃນໄລຍະນັ້ນ ແມ່ນອາໄສເງິນ ເດືອນພຽງແຕ່ຢ່າງດຽວອັນເຮັດ ໃຫ້ຄອບຄົວຂາດເຂີນເງິນໃນການ ໃຊ້ຈ່າຍຊີວິດປະຈຳວັນ. ໄລຍະ ຕໍ່ມາພັກ-ລັດຖະບານ ມີແນວທາງ ນະໂຍບາຍໃນໄລຍະໃໝ່ ບວກໃສ່ ພື້ນຖານເງື່ອນໄຂສະດວກສະບາຍ ໃນການປູກຝັງ-ລ້ຽງສັດ ຈຶ່ງໄດ້ໃຊ້ ເວລາວ່າງມາປະກອບອາຊີບເສີມ. ໃນນີ້, ໄດ້ສຸມໃສ່ປູກກາເຟ, ລ້ຽງສັດ, ປູກໄມ້ໃຫ້ໝາກ ແລະ ພືດຜັກຕ່າງໆ ນັບແຕ່ປີ 1999-2000 ເປັນຕົ້ນມາ ດ້ວຍທຶນສະສົມຂອງຄອບຄົວ ແລະ ເງິນກູ້ຢືມຈຳນວນໜຶ່ງມາຊື້ເບ້ຍ ກາເຟນ້ອຍ (ກາເຟກາຕີມໍ) ແລະ ກາເຟກາງປູກໃນເນື້ອທີ່ 3 ເຮັກຕາ. ກ່ອນລົງມືປູກກໍໄດ້ມີການໄປ ແລກປ່ຽນ ແລະ ຖອດຖອນບົດຮຽນ ວິທີການປູກ, ວິທີການບົວລະບັດຮັກ ສານໍາຜູ້ທີ່ມີປະສົບການປູກຊໍານິຊໍາ ນານໃນດ້ານນີ້ມາກ່ອນ. ຫລັງຈາກ ໄດ້ບົດຮຽນແລ້ວກໍບໍ່ລໍຊ້າ ແລະ ໄດ້ນຳເອົາຄວາມຮູ້ດັ່ງກ່າວ ມາ ຈັດຕັ້ງປະຕິບັດໃນການບົວລະບັດ ຮັກສາ, ໃສ່ຝຸ່ນ ແລະ ການຕັດແຕ່ງ ກິ່ງຫງ່າຕົ້ນກາເຟທີ່ປູກອັນເຮັດໃຫ້ ມີຄວາມເຕີບໂຕງາມຂຶ້ນ. ແນວໃດ ກໍດີ, ຜ່ານການປູກ ແລະ ບົວລະບັດ ຮັກສາດ້ວຍດີນັ້ນ, ບໍ່ພໍເທົ່າໃດປີຕໍ່ ມາຕົ້ນກາເຟກໍເລີ່ມເປັນໝາກ ແລະ ໄດ້ເກັບຂາຍເປັນສິນຄ້າຈົນເຖິງ ປັດຈຸບັນນີ້. ນອກຈາກປູກກາເຟ ແລ້ວຍັງໄດ້ປູກຕົ້ນໄມ້ກິນໝາກ, ພືດ ຜັກ ແລະ ລ້ຽງງົວ, ແບ້, ປາ ແລະ ເປັດ-ໄກ່ຕື່ມອີກ. ສຳລັບການຂາຍ ຜົນຜະລິດໝາກກາເຟ ສາມາດສ້າງ ລາຍຮັບເຂົ້າຄອບຄົວໄດ້ຫລາຍກວ່າ 300 ລ້ານກີບ, ລາຍໄດ້ຈາກການ ຂາຍສັດລ້ຽງກວ່າ 100 ລ້ານກີບ ແລະ ລາຍໄດ້ຈາກການຂາຍໝາກ ໄມ້, ພືດຜັກ 15 ລ້ານກວ່າກີບ ໂດຍສະເລ່ຍລາຍຮັບເສີມຈາກ ການຜະລິດກະສິກຳໄດ້ຫລາຍກວ່າ 400 ລ້ານກີບຕໍ່ປີ. ສະຫາຍພັນໂທ ບົວລຽນ ດວງສະຫວັດ ເລົ່າສູ່ຟັງ. ສະຫາຍ ພັນໂທ ບົວລຽນ ດວງສະຫວັດ ຍັງເລົ່າຕື່ມວ່າ: ເພື່ອ ເຮັດໃຫ້ຄອບຄົວມີລາຍຮັບເພີ່ມ ຫລາຍກວ່າເກົ່ານັ້ນ, ນອກຈາກການ ເອົາໃຈໃສ່ບົວລະບັດສວນກາເຟ, ຕົ້ນໄມ້ກິນໝາກ, ຜະລິດພືດຜັກໃນ ແຕ່ລະໆດູການ ແລະ ສັດລ້ຽງທີ່ມີ ແລ້ວກໍມີແຜນຂະຫຍາຍພັນຫລາຍ ຂຶ້ນກວ່າປີຜ່ານມາ ໂດຍສະເພາະ ແມ່ນການຂະຫຍາຍການປູກກາເຟ ຕື່ມອີກ ເພື່ອເຮັດໃຫ້ມີຜົນຜະລິດ ເພີ່ມຂຶ້ນ ແລະ ສາມາດສ້າງລາຍຮັບ ເພີ່ມໃຫ້ແກ່ຄອບຄົວ ແລະ ພັດທະນາ ຄອບຄົວໃຫ້ດີຂຶ້ນກ້າວໄປສູ່ການ ຫລຸດພົ້ນອອກຈາກຄວາມທຸກຍາກ ຢ່າງສິ້ນເຊີງ.
RkJQdWJsaXNoZXIy MTc3MTYxMQ==