gsfdko{dkora fmtok a xtgmf]k; ( 13/07/2026 9exkla dxj vpxkxkd 3 clo38 ]q 'l6 j oEg-3fo ຂປລ. ແຫລ່ງຂ່າວຈາກແຂວງ ຈຳປາສັກ ໃຫ້ຮູ້ວ່າ: ພະແນກກະ ສິກໍາ ແລະ ສິ່ງແວດລ້ອມແຂວງ ຈໍາປາສັກ ຮ່ວມກັບຄະນະພັກ-ອົງ ການປົກຄອງເມືອງຊະນະສົມບູນ ປ່ອຍປາ ລົງສູ່ນໍ້າເຊໂດນ ເຂດ ບ້ານນາຂາມ ເມືືອງຊະນະສົມບູນ ໃນວັນທີ 9 ກໍລະກົດ 2026 ເພື່ອ ສ້າງຂະບວນການປົກປັກຮັກສາ ແລະ ພັດທະນາ ປາ ແລະ ສັດນໍ້າ ເນື່ອງໃນວັນປ່ອຍປາ ແລະ ສັດນໍ້າ ແຫ່ງຊາດ (13 ກໍລະກົດ 2026) ໂດຍມີ ທ່ານ ພິມພອນພັນດານຸວົງ ຮອງປະທານຄະນະກຳມະການ ປົກຄອງແຂວງຈຳປາສັກ,ທ່ານຄໍາ ນີລາວົງ ຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ, ທ່ານ ຄໍາສີຫລິນສະຫວາດ ເລຂາຄະນະ ບໍລິຫານພັກເມືອງຊະນະສົມບູນ ພ້ອມດ້ວຍສະຖາບັນການສຶກສາ, ນາຍບ້ານ 47 ບ້ານ ພາຍໃນເມືອງ, ພໍ່ແມ່ປະຊາຊົນບ້ານນາຂາມ ແລະ ບ້ານໃກ້ຄຽງເຂົ້າຮ່ວມ. ໂອກາດນີ້,ທ່ານຄໍານີລາວົງໄດ້ ລາຍງານວ່າ: ການຈັດພິທີປ່ອຍປາ ຄັ້ງນີ້ກໍເພື່ອຈັດຕັ້ງຜັນຂະຫຍາຍເນື້ອ ໃນຄໍາສັ່ງ ແລະ ແຈ້ງການຕ່າງໆ ຂອງຂັ້ນເທິງ ໃຫ້ປະກົດຜົນເປັນຈິງ ເຮັດໃຫ້ວັນປ່ອຍປາ ແລະ ສັດນໍ້າ ແຫ່ງຊາດ ໃນປີນີ້ມີຄວາມໝາຍ ສໍາຄັນ ແລະ ເປັນຂະບວນຟົດຟື້ນ ທັງເປັນການປູກຈິດສໍານຶກ ໃຫ້ ພະນັກງານ, ທະຫານ, ຕໍາຫລວດ, ນັກຮຽນ-ນັກສຶກສາ, ນັກທຸລະກິດ ແລະ ປະຊາຊົນບັນດາເຜົ່າ ເຫັນ ໄດ້ເຖິງຄວາມສໍາຄັນໃນການສ້າງ ຂະບວນການຄຸ້ມຄອງປົກປັກ ຮັກສາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໂດຍສະເພາະ ວຽກງານຄຸ້ມຄອງ, ປົກປັກຮັກສາ, gxu f37'dkod= j lh k'glA omk'g0Q kl6 j cs]j ' mj v'mj P;;a fmtotme ;a frt[kf]h v'pk g,n v'wຂປລ. ແຫລ່ງຂ່າວຈາກແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ພິທີເປີດໂຄງການ ກໍ່ສ້າງເສັ້ນທາງເຂົ້າສູ່ແຫລ່ງທ່ອງ ທ່ຽວວັດທະນະທໍາ ວັດພະບາດ ລ້ອງຍາ ເມືອງໄຊ ແຂວງອຸດົມໄຊ ຈັດຂຶ້ນເມື່ອມໍ່ໆມານີ້ ທີ່ແຂວງອຸດົມ ໄຊ ໂດຍມີທ່ານ ສຸຫວັດ ມະຫາ ວົງສະນັ່ນ ຮອງປະທານຄະນະ ກຳມະການປົກຄອງແຂວງອຸດົມ ໄຊ, ທ່ານ ຄໍາພູ ເພັຍສັກຂາ ຫົວໜ້າ ກົມແຜນການ ແລະ ການຮ່ວມມື ສາກົນ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ພ້ອມດ້ວຍ ຜູ້ຕາງໜ້າຄະນະຮັບຜິດຊອບໂຄງ ການຂັ້ນແຂວງ ແລະ ຂະແໜງການ ກ່ຽວຂ້ອງເຂົ້າຮ່ວມ. ໂຄງການກໍ່ສ້າງເສັ້ນທາງດັ່ງ ກ່າວ, ເປັນທາງປູຢາງ 2 ຊັ້ນ ແຕ່ ສາມແຍກ ບ້ານຫ້ວຍຊ່າງ ຫາ ສາມແຍກບ້ານລ້ອງຍາ ວັດພະບາດ ລ້ອງຍາ, ມີຄວາມຍາວ 6.819,01 ແມັດ, ຄວາມກວ້າງຂອງໜ້າທາງ 7totln j ,;o-q o 6 c0;']q 'rN omu j gda [de 0= ,6 o8q ;9y ' 16 j v5 my pkocsj '-kfokdkp{oEgmu o ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ການລົງທັດສະ ນະສຶກສາ ແລະ ຝຶກອົບຮົມ ຂອງ ໂຄງການສ້າງຄວາມເຂັ້ມແຂງ ໃຫ້ສື່ມວນຊົນລາວ (CAMCIL), ຄະນະສື່ມວນຊົນຈາກ 6 ແຂວງ ພາກກາງ ແລະ ພາກໃຕ້ ໄດ້ເດີນທາງເຂົ້າຢ້ຽມຊົມ, ສຶກສາ ຮຽນຮູ້ ແລະ ເກັບກຳຂໍ້ມູນຕົວຈິງ ຢູ່ອຸທິຍານແຫ່ງຊາດ ນາກາຍ-ນ້ຳ ເທີນ ແລະ ບໍລິສັດເຂື່ອນໄຟຟ້ານ້ຳ ເທີນ 2 ຂອງເມືອງນາກາຍ ແຂວງ ຄຳມ່ວນ ໃນອາທິດຜ່ານມາ ເພື່ອຍົກ ລະດັບການຜະລິດຂ່າວສານດ້ານ ສິ່ງແວດລ້ອມ ແລະ ການພັດທະນາ ແບບຍືນຍົງ. ທ່ານ ເຕືອນໃຈ ພົງຄຳພັນ ຫົວ ໜ້າກອງຄຸ້ມຄອງອຸທິຍານແຫ່ງຊາດ ນາກາຍ-ນ້ຳເທີນ ໄດ້ລາຍງານໃຫ້ຮູ້ ເຖິງຄວາມສຳຄັນຂອງຜືນປ່າແຫ່ງ ນີ້ ຊຶ່ງເປັນໜຶ່ງໃນເຂດປ່າສະຫງວນ ທີ່ມີຄວາມອຸດົມສົມບູນທາງດ້ານ xtmkovq 'dkoxq d7v'c0;'7e,j ;o 8y f8k,ltrk[oE4h ;, 16 j g,n v'su o[6 o ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ທ່ານ ສົມສະ ອາດ ອຸ່ນສີດາ ປະທານຄະນະກໍາ ມະການປົກຄອງແຂວງຄໍາມ່ວນ ພ້ອມດ້ວຍຄະນະລົງພື້ນທີ່ຕິດຕາມ ສະພາບຜົນກະທົບຈາກໄພນໍ້າຖ້ວມ ຢູ່ບັນດາບ້ານຂອງເມືອງຫີນບູນ ທ້າຍອາທິດຜ່ານມາ ໂດຍມີປະທານ ຄະນະກໍາມະການປົກຄອງເມືອງ ແລະ ອໍານາດການປົກຄອງບ້ານ ຮ່ວມຕ້ອນຮັບ. ຄະນະດັ່ງກ່າວ, ໄດ້ລົງເບິ່ງສະ ພາບຕົວຈິງ ຢູ່ບ້ານໂພນເໝັ້ນ, ບ້ານ ໜອງດົງ ແລະ ບ້ານນາເຕີຍ ຊຶ່ງເປັນ ເຂດທີ່ໄດ້ຮັບຜົນກະທົບຈາກຝົນຕົກ ຕໍ່ເນື່ອງໃນລະຫວ່າງວັນທີ 4-7 ກໍລະກົດ 2026. ຕາມການລາຍ ງານຂອງການຈັດຕັ້ງບ້ານໃຫ້ຮູ້ ໃນເບື້ອງຕົ້ນວ່າ: ທັງ 3 ບ້ານ ເນື້ອ ທີ່ນາປີຖືກນໍ້າຖ້ວມຫລາຍກວ່າ 50 ເຮັກຕາ, ສວນຢາງພາລາ 46 ເຮັກຕາ ແລະ ສວນມັນຕົ້ນ 5 ເຮັກຕາ. ປັດຈຸບັນເສັ້ນທາງເຂົ້າ ຫາບ້ານນາເຕີຍ-ບ້ານໂພນເໝັ້ນ ຍັງຖືກນໍ້າຖ້ວມເປັນໄລຍະ 3-5 ກິໂລແມັດ, ລະດັບນໍ້າສູງປະມານ 1,20 ແມັດ ເຮັດໃຫ້ປະຊາຊົນບໍ່ ສາມາດເດີນທາງໄປ-ມາໄດ້. ໃນໂອກາດນີ້, ທ່ານ ສົມສະອາດ ອຸ່ນສີດາ ໄດ້ຊີ້ນໍາ ແລະ ສະແດງ ຄວາມຊົມເຊີຍຕໍ່ອໍານາດການປົກ ຄອງເມືອງ ແລະ ບ້ານ ທີ່ໄດ້ປະ ຈໍາການຕິດຕາມສະຖານະການ ຢ່າງໃກ້ຊິດ ພ້ອມຍິນດີຮັບເອົາຂໍ້ ສະເໜີຂອງປະຊາຊົນ ເພື່ອນໍາໄປ ພິຈາລະນາຫາແນວທາງແກ້ໄຂ ໂດຍສະເພາະການຍົກລະດັບຄູນ ທາງຈາກສາລາໄປຫາບ້ານໜອງ ດົງ ເພື່ອຫລຸດຜ່ອນຜົນກະທົບຈາກ ນໍ້າຖ້ວມໃນອະນາຄົດ. ພ້ອມທັງເນັ້ນ ໃຫ້ອໍານາດການປົກຄອງທຸກຂັ້ນ ສືບຕໍ່ເຝົ້າຕິດຕາມສະຖານະການ ພັດທະນາ, ອະນຸລັກ ແລະ ການນໍາ ໃຊ້ປາ-ສັດນໍ້າ ໃຫ້ມີຄຸນນະພາບ, ປອດໄພ, ຮັບປະກັນໄດ້ຄວາມໝັ້ນ ຄົງ ທາງດ້ານສະບຽງອາຫານ ແລະ ສ້າງຄວາມສົມດຸນທາງລະບົບນິ ເວດທໍາມະຊາດ ໃຫ້ມີຄວາມຍືນຍົງ. ນອກນີ້, ກໍເພື່ອໃຫ້ທຸກພາກສ່ວນ ເຂົ້າມາມີສ່ວນຮ່ວມ ແລະ ເປັນ ເຈົ້າການໃນການອະນຸລັກປົກປັກ ຮັກສາຊັບພະຍາກອນສັດນໍ້າ-ສັດ ປ່າ ທີ່ຫາຍາກ ແລະ ໃກ້ຈະສູນພັນ ໃຫ້ຢູ່ຄຽງຄູ່ຢູ່ກັບ ສປປ ລາວ ກໍຄືຢູ່ ຄຽງຄູ່ກັບປະຊາຊົນລາວ ແລະ ລູກ ຫລານລາວຕະຫລອດໄປ. ລູກປາ ທີ່ນໍາມາປ່ອຍຄັ້ງນີ້ ແມ່ນປາປາກ ຈໍານວນ 3 ແສນໂຕ ລົງສູ່ນໍ້າເຊ ໂດນເພື່ອເປັນການສົ່ງເສີມໃນການ ຂະຫຍາຍພັນສັດນໍ້າ ຄືນສູ່ທໍາມະ ຊາດ ເພີ່ມຄວາມອຸດົມສົມບູນໃຫ້ ກັບທຳມະຊາດ, ປະກອບສ່ວນໃນ ການແກ້ໄຂຊີວິດການເປັນຢູ່ຂອງ ປະຊາຊົນ ໃຫ້ນັບມື້ດີຂຶ້ນເລື້ອຍໆ. ທ່ານ ພິມພອນ ພັນດານຸວົງ ກ່າວວ່າ: ແຕ່ທ້າຍເດືອນກໍລະກົດ ຫາ ຕົ້ນເດືອນຕຸລາ ເປັນໄລຍະເຂົ້າ ພັນສາ ແລະ ເປັນໄລຍະທີ່ປາສັດນໍ້າມີການແພ່ພັນ, ຂະຫຍາຍ ພັນໃນແຫລ່ງນໍ້າທຳມະຊາດຢ່າງ ຫລວງຫລາຍ. ສະນັ້ນ, ໄລຍະນີ້ ທຸກໆຄົນຕ້ອງຢຸດບໍລິໂພກ, ຢຸດລ່າ ປາ ແລະ ສັດນໍ້າປະເພດຫວງຫ້າມ ທີ່ຫາຍາກ ແລະ ໃກ້ຈະສູນພັນ, ເຂດໃດມີປາທີ່ຫາຍາກ ແລະໃກ້ຈະ ສູນພັນອາໄສຢູ່ ຕ້ອງໄດ້ອະນຸລັກ, ບັນດາບ້ານທີ່ມີວັງນໍ້າເລິກທີ່ເປັນ ບ່ອນຢູ່ອາໄສຂອງປາໃນລະດູແລ້ງ ໃຫ້ພ້ອມກັນສ້າງເປັນວັງສະຫງວນ, ແລ້ວສ້າງລະບຽບ ເພື່ອຄຸ້ມຄອງ, ອະນຸລັກ, ປົກປັກຮັກສາພໍ່ແມ່ພັນ ປາໃຫ້ມີການຂະຫຍາຍພັນ; ສະ ກັດກັ້ນກຸ່ມຄົນທີ່ຫາປາແບບດັບສູນ ເຊັ່ນ: ການຕັນທາງຂຶ້ນ-ລົງຂອງປາ ຕາມຮູແມ່ນໍ້າຂອງ, ນໍ້າເຊ, ຫ້ວຍ, ຮ່ອງ ໃນແຫລ່ງນໍ້າທຳມະຊາດ ດ້ວຍວິທີການເຮັດ ຫລີ່, ຈິບ, ລວງ ຂັງ, ລອບ, ໂຕ່ງ, ມອງຕາຖີ່, ນໍາ ໃຊ້ອາວຸດ, ລະເບີດ, ທາດເບື່ອ, ສາ ເຄມີ, ໃຊ້ໄຟຟ້າຊ໊ອດ ແລະ ເຄື່ອງມືທີ່ ມີລັກສະນະດັບສູນ.ກໍລະນີພົບເຫັນ ຜູ້ລະເມີດຂໍ້ຫ້າມດັ່ງກ່າວ ໃຫ້ສົມທົບ ກັບພາກສ່ວນກ່ຽວຂ້ອງດໍາເນີນ ມາດຕາການກ່າວເຕືອນ, ສຶກສາ ອົບຮົມ, ປັບໃໝ ແລະ ດໍາເນີນຄະດີ ຢ່າງເຂັ້ມງວດ ຕາມແຕ່ກໍລະນີໜັກ ຫລື ເບົາທີ່ໄດ້ກຳນົດໄວ້ໃນກົດໝາຍ. ຂ່າວ: ທູນທອງໃຈ ຢ່າງໃກ້ຊິດ, ກະກຽມຄວາມພ້ອມ ດ້ານກໍາລັງຄົນ, ພາຫະນະເຂົ້າຊ່ວຍ ເຫລືອປະຊາຊົນໃຫ້ທັນເວລາ, ສືບ ຕໍ່ສາມັກຄີຊ່ວຍເຫລືອເຊິ່ງກັນ ແລະ ກັນ ເພື່ອຮ່ວມກັນຜ່ານຜ່າວິກິດນໍ້າ ຖ້ວມໃຫ້ໄດ້ດ້ວຍດີ. ໂອກາດດຽວກັນ, ທ່ານ ສົມສະ ອາດ ອຸ່ນສີດາ ຍັງໄດ້ມອບນໍ້າດື່ມ ແລະ ເງິນ 40 ລ້ານກີບ ໃຫ້ແກ່ ການນໍາເມືອງຫີນບູນ ເພື່ອນໍາໄປ ຊ່ວຍເຫລືອບັນເທົາຄວາມເດືອດ ຮ້ອນຂອງປະຊາຊົນທີ່ປະສົບໄພນໍ້າ ຖ້ວມຢ່າງຮີບດ່ວນ. ພ້ອມນີ້, ຄະນະ ຍັງໄດ້ສືບຕໍ່ລົງກວດກາສະພາບ ການເຊາະເຈື່ອນຂອງເສັ້ນທາງຢູ່ ເຂດບ້ານມ່ວງໄຂ ແລະ ທາງເຂົ້າ ບ້ານບວມລູ ແລະ ຕິດຕາມເບິ່ງການ ລະບາຍນໍ້າຢູ່ຫ້ວຍປາກຊີມັງ ເມືອງ ທ່າແຂກ ເພື່ອປະເມີນສະຖານະການ ແລະ ກໍານົດມາດຕະການປ້ອງກັນແກ້ໄຂຜົນກະທົບຈາກນໍ້າຖ້ວມ. ສໍາລັບເມືອງອື່ນໆ ໃນແຂວງຄໍາ ມ່ວນ ຄະນະນໍາຂອງແຂວງໄດ້ແບ່ງ ຄະນະລົງຕິດຕາມສະຖານະການ ຢ່າງໃກ້ຊິດ ຄວບຄູ່ກັບການນໍາ ສົ່ງສິ່ງຂອງອຸປະໂພກ-ບໍລິໂພກ ເຂົ້າຊ່ວຍເຫລືອຜູ້ປະສົບໄພ. ພ້ອມ ນັ້ນ, ຄະນະກຳມະການຮັບຜິດຊອບ ຄຸ້ມຄອງໄພພິບັດທຸກຂັ້ນ ໄດ້ປະ ຈຳການຕະຫລອດ 24 ຊົ່ວໂມງ ຮ່ວມກັບພາກສ່ວນກ່ຽວຂ້ອງ ເພື່ອ ກຽມພ້ອມເຂົ້າແກ້ໄຂສະຖານະການ ແລະ ໃຫ້ການຊ່ວຍເຫລືອປະຊາຊົນ. ຂ່າວ: ມະນີວັນ h ລະບົບນິເວດ ແລະ ຊີວະນາໆພັນໃນ ລະດັບພາກພື້ນ. ການລົງທັດສະນະຄັ້ງນີ້, ຄະນະ ນັກຂ່າວ ໄດ້ເຂົ້າເກັບກຳຂໍ້ມູນ ແລະ ຖ່າຍພາບຢູ່ສູນຂໍ້ມູນຂ່າວສານຂອງ ອຸທິຍານ ເພື່ອສຶກສາຮຽນຮູ້ ກ່ຽວ ກັບສັດປ່າຫາຍາກ ແລະ ພັນພືດ ຕ່າງໆ. ພ້ອມນີ້, ຄະນະດັ່ງກ່າວ ຍັງຢ້ຽມຊົມ ຫົວຜະລິດໄຟຟ້າ ຂອງ ບໍລິສັດ ນ້ຳເທີນ 2, ໂດຍໄດ້ຮັບຟັງ ການບັນຍາຍອະທິບາຍ ກ່ຽວກັບ ຂະບວນການຜະລິດໄຟຟ້າ ຈາກ ພະລັງງານນ້ຳ, ການຄຸ້ມຄອງ ແຫລ່ງນ້ຳ ແລະ ມາດຕະການຫລຸດ ຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ທີ່ເປັນແບບຢ່າງໃຫ້ ແກ່ການພັດທະນາພະລັງງານສີ ຂຽວ ໃນລາວ. ທ່ານ ນາງ ບົວຄຳ ດວງປັນຍາ ຫົວໜ້າໂຄງການ CAMCIL ໄດ້ ກ່າວວ່າ: ການລົງທັດສະນະສຶກສາ ໃນຄັ້ງນີ້ ແມ່ນແນໃສ່ສ້າງຄວາມ ເຂັ້ມແຂງ ແລະ ເປີດໂອກາດໃຫ້ ບັນດານັກສື່ມວນຊົນ ໄດ້ເຫັນການ ປະຕິບັດງານຕົວຈິງ ໂດຍສະເພາະ ການສົ່ງເສີມເລື່ອງການອະນຸລັກ ຮັກສາສິ່ງແວດລ້ອມ ໂດຍຊຸມຊົນມີ ສ່ວນຮ່ວມ ເພື່ອໃຫ້ສາມາດນຳເອົາ ຂໍ້ມູນທີ່ຖືກຕ້ອງ ເຜີຍແຜ່ສູ່ສັງຄົມ ໃຫ້ເກີດຄວາມຕື່ນຕົວ ໃນການປົກ ປັກຮັກສາທຳມະຊາດແບບຍືນຍົງ. ສຳລັບໂຄງການ CAMCIL ແມ່ນກິດຈະກຳທີ່ຈັດຕັ້ງປະຕິບັດ ໂດຍສະມາຄົມນັກຂ່າວແຫ່ງ ສປປ ລາວ ຮ່ວມກັບອົງການ ແຄຣ໌ ລາວ (CARE International in Laos) ໂດຍໄດ້ຮັບທຶນ ສະໜັບສະໜູນຈາກສະຫະພາບ ເອີຣົບ (European Union) ຊຶ່ງ ເປັນໂຄງການສະໜັບສະໜູນ ແລະ ເພີ່ມຂີດຄວາມສາມາດໃຫ້ແກ່ສື່ ມວນຊົນລາວ ໃນການເຂົ້າເຖິງ ຂໍ້ມູນຂ່າວສານ ແລະ ການລາຍ ງານຂ່າວຢ່າງມີຄຸນນະພາບ. ຂ່າວ: ຫັດສະດີ ສຸດດາວົງ, ພາບ: ແອນສະປິ໊ກ 5-6 ແມັດ; ປະກອບດ້ວຍຂົວດາໂລ (ຂົວນໍ້າລົ້ນ), ຮອງລະບາຍນໍ້າ, ມູນຄ່າໃນການກໍ່ສ້າງ 40,6 ຕື້ ກີບ ຊຶ່ງນໍາໃຊ້ງົບປະມານລົງທຶນ ຂອງລັດຖະບານ 100% ຮັບເໝົາ ກໍ່ສ້າງໂດຍ ບໍລິສັດ ຊານົນໄຊ ສໍາ ຫລວດ-ອອກແບບ ແລະ ກໍ່ສ້າງ ຄົບວົງຈອນ ຈຳກັດຜູ້ດຽວ, ໄລຍະ ເວລາຂອງການກໍ່ສ້າງ ຕາມສັນຍາ 2 ປີ 8 ເດືອນ. ຖ້າເສັ້ນທາງເຂົ້າສູ່ແຫລ່ງທ່ອງ ທ່ຽວທາງດ້ານວັດທະນະທໍາ ວັດ ພະບາດລ້ອງຍາ ໄດ້ຮັບການປັບປຸງ ເປັນຕົ້ນ ຈາກທາງດິນແດງເປັນ ທາງປູຢາງ 2 ຊັ້ນແລ້ວ ຈະອໍານວຍ ຄວາມສະດວກການເດີນທາງໄປມາໄດ້ສອງລະດູ, ມີຄວາມປອດ ໄພຫລາຍຂຶ້ນ ເຮັດໃຫ້ປະຊາຊົນ ຈຳນວນ 6 ບ້ານທີ່ລຽບຕາມເສັ້ນ ທາງ ແລະ ບ້ານໃກ້ຄຽງມີເສັ້ນທາງ ຄົມມະນາຄົມທີ່ສະດວກຂຶ້ນ ແລະ ເປັນການປະກອບສ່ວນເຂົ້າໃນ ວຽກງານປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ ຕາມທິດ ຍືນຍົງ ແລະ ສີຂຽວ. ຂ່າວ: ສຸວັນທອງ ປັນຍາຂັນ
RkJQdWJsaXNoZXIy MTc3MTYxMQ==