13/07/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d dko9a f8A ' c]t dkog7nj vows;;Pdlnj ,;o-q o xj vpp5 '3;[a dg7p .oot7vos];'rt[k' grnj vda o c]t 7;[75 ,rtpkfw0h p5 ']kp ຂປລ. ອົງການເຈົ້າຂອງສື່ມວນ ຊົນແມ່ນອົງການຈັດຕັ້ງພັກ, ລັດ, ແນວລາວສ້າງຊາດ, ອົງການຈັດ ຕັ້ງມະຫາຊົນ, ອົງການຈັດຕັ້ງ ສັງຄົມ, ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ໄດ້ຮັບອະນຸຍາດໃຫ້ ສ້າງຕັ້ງອົງການສື່ມວນຊົນ ແລະ ດຳເນີນວຽກງານດ້ານສື່ມວນຊົນ ຕາມກົດໝາຍ ແລະ ລະບຽບການ ໂດຍມີຫົວໜ້າ ແລະ ຮອງຫົວໜ້າ ຂອງອົງການເຈົ້າຂອງສື່ມວນຊົນ ຊຶ່ງແມ່ນຫົວໜ້າອົງການ ຫລື ຜູ້ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ຊີ້ນຳ ແລະ ຄຸ້ມຄອງອົງການສື່ມວນຊົນ ດັ່ງກ່າວ. ສິດ ແລະ ໜ້າທີ່ຂອງອົງການ ເຈົ້າຂອງສື່ມວນຊົນມີສິດຕົ້ນຕໍ ດັ່ງ ນີ້: 1. ສະເໜີສ້າງຕັ້ງ ແລະ ຍຸບເລີກ ອົງການສື່ມວນຊົນຂອງຕົນ; 2. ຕົກລົງທິດທາງ, ແຜນການ ແລະ ການເຄື່ອນໄຫວຂອງອົງການສື່ ມວນຊົນຂອງຕົນ; 3. ແຕ່ງຕັ້ງ ຫລື ປົດຕຳແໜ່ງຫົວໜ້າ ຫລື ຮອງ ຫົວໜ້າອົງການສື່ມວນຊົນຂອງຕົນ ຕາມລະບຽບການ;4. ຕິດຕາມ, ກວດກາການເຄື່ອນໄຫວຂອງ ອົງການສື່ມວນຊົນຂອງຕົນ; 5. ເຂົ້າຮ່ວມກອງປະຊຸມກ່ຽວກັບ ວຽກງານສື່ມວນຊົນຢູ່ພາຍໃນ ແລະ ຕ່າງປະເທດ ຕາມການມອບ ໝາຍ; 6. ພົວພັນ ແລະ ຮ່ວມມືສາ ກົນດ້ານສື່ມວນຊົນຕາມກົດໝາຍ ແລະ ລະບຽບການ. ອົງການເຈົ້າຂອງສື່ມວນຊົນມີ ໜ້າທີ່ຕົ້ນຕໍ ດັ່ງນີ້: 1. ກຳນົດທິດ ຂປລ. ຄວາມສະຫລາດ ແລະ ພັດທະນາການທີ່ດີຂອງລູກນ້ອຍ ບໍ່ໄດ້ຂຶ້ນຢູ່ກັບກຳມະພັນພຽງຢ່າງ ດຽວ, ແຕ່ສິ່ງສຳຄັນທີ່ສຸດແມ່ນ ການເບິ່ງແຍງລ້ຽງດູ ແລະ ສະພາບ ແວດລ້ອມທີ່ພໍ່ແມ່ສ້າງຂຶ້ນຕັ້ງແຕ່ມື້ ທຳອິດຂອງຊີວິດ, ພໍ່ແມ່ຄວນເນັ້ນ ໃສ່ການສ້າງສາຍສຳພັນທີ່ອົບອຸ່ນ ແລະ ການກະຕຸ້ນພັດທະນາການ ຜ່ານການຫລິ້ນເພາະສະໝອງຂອງ ເດັກຈະພັດທະນາໄດ້ດີທີ່ສຸດເມື່ອ ເຂົາເຈົ້າຮູ້ສຶກປອດໄພ ແລະ ມີ ຄວາມສຸກ. ຢາກໃຫ້ລູກເຕີບໃຫຍ່ ເປັນເດັກທີ່ມີສະຕິປັນຍາດີ, ມີໄຫວ ພິບ ແລະ ສະຫລາດຮອບດ້ານ, ມື້ນີ້ ຄໍລຳ “ສຶກສາຫາຄວາມຮູ້” ຈະມາ ແລກປ່ຽນວິທີການກັບບັນດາແມ່ໆ ແລະ ສາມາດນຳໄປປະຕິບັດໄດ້ໃນ ທຸກໆມື້ຊຶ່ງມີລາຍລະອຽດດັ່ງນີ້: 1. ກະຕຸ້ນສະໝອງຜ່ານການ ຫລີ້ນ ແລະ ການອ່ານເພາະການ ອ່ານປຶ້ມໃຫ້ລູກຟັງຕັ້ງແຕ່ຍັງນ້ອຍ (ແມ່ນແຕ່ໃນຊ່ວງທີ່ຍັງເວົ້າບໍ່ໄດ້) ຄືການປູພື້ນຖານຄຳສັບ ແລະ ກະ ຕຸ້ນຈິນຕະນາການທີ່ດີທີ່ສຸດ. ນອກ ຈາກນີ້, ຄວນເລືອກຂອງຫລິ້ນທີ່ ສົ່ງເສີມຄວາມຄິດສ້າງສັນ ແລະ ການແກ້ໄຂບັນຫາ ເຊັ່ນ: ການຕໍ່ ບລັອກໄມ້, ການປັ້ນດິນນ້ຳມັນ ຫລື ການແຕ້ມຮູບ ຊຶ່ງຈະຊ່ວຍໃຫ້ ສະໝອງໄດ້ຄິດ ແລະ ເຮັດວຽກ ຫລາຍກວ່າການນັ່ງເບິ່ງໜ້າຈໍໂທ ລະສັບ. 2. ເນັ້ນໂພຊະນາການທີ່ບຳລຸງ ສະໝອງ: “ນ້ຳນົມແມ່ ຄືສານອາ ຫານທີ່ດີທີ່ສຸດສຳລັບເດັກນ້ອຍເກີດ ໃໝ່ ເພາະມີໄຂມັນທີ່ຈຳເປັນຕໍ່ການ ສ້າງຈຸລັງສະໝອງ. ເມື່ອລູກໃຫຍ່ ຂຶ້ນ ແລະ ເລີ່ມກິນອາຫານເສີມ, ພໍ່ແມ່ ຄວນເອົາໃຈໃສ່ໃຫ້ລູກກິນອາຫານ ຄົບ 5 ໝູ່ ໂດຍເນັ້ນໃສ່ອາຫານທີ່ມີ ໂອເມກ້າ-3, ທາດເຫລັກ ແລະ ໄອ ໂອດິນ ເຊັ່ນ: ປາ, ໄຂ່, ຕັບ, ຜັກໃບ ຂຽວ ແລະ ໝາກໄມ້ສົດ. 3. ຊວນລູກເວົ້າ ແລະ ຕັ້ງຄຳ ຖາມ: ການສື່ສານໃນຄອບຄົວມີຜົນ ຕໍ່ລະດັບສະຕິປັນຍາຂອງເດັກຢ່າງ ຫລວງຫລາຍ. ພໍ່ແມ່ຄວນຊວນລູກ ເວົ້າເລື້ອຍໆ, ບອກຊື່ສິ່ງຂອງອ້ອມ ຕົວ ແລະ ເມື່ອລູກໃຫຍ່ຂຶ້ນຄວນ ປ່ຽນຈາກການອອກຄຳສັ່ງມາເປັນ ການຕັ້ງຄຳຖາມ ເຊັ່ນ: ລູກຄິດວ່າ ເປັນຫຍັງມັນຈຶ່ງເປັນແນວນັ້ນ? ເພື່ອຝຶກໃຫ້ລູກໄດ້ໃຊ້ເຫດຜົນ. 4. ໃຫ້ຄວາມສຳຄັນກັບການ ນອນຫລັບ ແລະ ການເຄື່ອນໄຫວ: ສະໝອງຂອງເດັກຈະເລີນເຕີບໃຫຍ່ ແລະ ຈັດລະບຽບຄວາມຈຳໄດ້ດີ ທີ່ສຸດໃນເວລານອນຫລັບ. ເດັກນ້ອຍ ຈຶ່ງຄວນໄດ້ຮັບການພັກຜ່ອນທີ່ ພຽງພໍ (ປະມານ 10-14 ຊົ່ວໂມງ ຕໍ່ມື້ຕາມເກນອາຍຸ). ນອກຈາກ ນີ້, ການພາລູກໄປແລ່ນຫລິ້ນ ຫລື ອອກກຳລັງກາຍກາງແຈ້ງຍັງຊ່ວຍ ກະຕຸ້ນການເຮັດວຽກຂອງສະໝອງ ສ່ວນຄວບຄຸມການເຄື່ອນໄຫວ ແລະ ເຮັດໃຫ້ອາລົມດີ. 5. ສ້າງສະພາບແວດລ້ອມທີ່ ອົບອຸ່ນ ແລະ ປອດໄພ: ເດັກນ້ອຍທີ່ ເຕີບໃຫຍ່ມາທ່າມກາງຄວາມຮັກ, ຄວາມອົບອຸ່ນ ແລະ ຄວາມເຂົ້າໃຈ ຈາກພໍ່ແມ່ ຈະມີຄວາມສະຫລາດ ທາງອາລົມອີຄິວ (EQ) ທີ່ດີ. ເມື່ອ ເດັກນ້ອຍຮູ້ສຶກປອດໄພ, ເຂົາເຈົ້າຈະ ມີຄວາມກ້າຫານທີ່ຈະຮຽນຮູ້, ກ້າ ທົດລອງສິ່ງໃໝ່ໆ ແລະ ມີສະມາທິ ໃນການເຮັດກິດຈະກຳຕ່າງໆໄດ້ ດົນຂຶ້ນ. ຄວາມສະຫລາດຂອງລູກບໍ່ໄດ້ ວັດແທກຈາກຄະແນນສອບເສັງ ພຽງຢ່າງດຽວ, ແຕ່ການສ້າງໃຫ້ ລູກເປັນຄົນ “ມັກຮຽນຮູ້”, “ກ້າ ຄິດ” ແລະ “ມີສຸຂະພາບຈິດທີ່ເຂັ້ມ ແຂງ” ຄືຮາກຖານທີ່ແທ້ຈິງທີ່ຈະ ນຳພາເຂົາເຈົ້າໄປສູ່ຄວາມສຳເລັດ ໃນອະນາຄົດ. ທາງ, ຈຸດປະສົງ, ເປົ້າໝາຍຮັບໃຊ້, ຂອບເຂດການພິມ ແລະ ຈຳໜ່າຍສື່ ສິ່ງພິມ ຫລື ຄວາມແຮງຂອງເຄື່ອງ ສົ່ງ, ຄື້ນຄວາມຖ່ີ, ເວລາກະຈາຍ, ຂອບເຂດການກະຈາຍພາບ, ສຽງ ແລະ ພາສາ; 2. ຈັດຕັ້ງກົງຈັກຊ່ວຍ ວຽກ, ສ້າງບຸກຄະລາກອນ ແລະ ຊີ້ນຳ, ຄຸ້ມຄອງ, ກວດກາການປະ ຕິບັດອຸດົມການ, ຈຸດປະສົງ, ພາລະ ບົດບາດ, ສິດໜ້າທີ່ທິດທາງ, ແຜນ ການ ແລະ ຂອງອົງການສື່ມວນຊົນ ຂອງຕົນ; 3.ສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກໃຫ້ແກ່ ການເຄື່ອນໄຫວຂອງອົງການສື່ ມວນຊົນຂອງຕົນ; 4. ຮັບຜິດຊອບ ຕໍ່ກົດໝາຍຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນໃນວຽກງານສື່ ມວນຊົນ, ຮັບຜິດຊອບແກ້ໄຂການ ຕຳນິຕິຊົມ, ກ່າວຟ້ອງຕໍ່ອົງການສື່ ມວນຊົນ ແລະ ບຸກຄະລາກອນສື່ ມວນຊົນທີ່ຢູ່ພາຍໃຕ້ການຄຸ້ມຄອງ ຂອງຕົນ. ອົງການສື່ມວນຊົນແມ່ນການ ຈັດຕັ້ງໜຶ່ງຂອງອົງການເຈົ້າຂອງ ສື່ມວນຊົນທີ່ເຄື່ອນໄຫວວຽກງານ ດ້ານສື່ມວນຊົນປະເພດໃດໜຶ່ງຕາມ ທີ່ໄດ້ກຳນົດໄວ້ໃນມາດຕາ13ຂອງ ກົດໝາຍສະບັບນີ້. ສິດ ແລະ ໜ້າທີ່ຂອງອົງການ ສື່ມວນຊົນ. ອົງການສື່ມວນຊົນ ມີ ສິດຕົ້ນຕໍ ດັ່ງນີ້: 1. ເຜີຍແຜ່ຂໍ້ມູນ ຂ່າວສານຢ່າງຖືກຕ້ອງກັບຄວາມ ເປັນຈິງກ່ຽວກັບສະພາບການພາຍ ໃນ ແລະ ຕ່າງປະເທດທີ່ມີປະໂຫຍດ ຕໍ່ຊາດ ແລະ ປະຊາຊົນ; 2. ຕຳນິ ຕິຊົມແບບສ້າງສັນຕໍ່ການກະທຳ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ, ປາກົດການຫຍໍ້ທໍ້ ໃນສັງຄົມ ເຊັ່ນ: ການສໍ້ລາດບັງ ຫລວງ, ຢາເສບຕິດ; 3. ຕອບໂຕ້ ທຸກຖ້ອຍທຳນອງໂຄສະນາໃສ່ ຮ້າຍປ້າຍສີ, ບິດເບືອນຄວາມຈິງ ທີ່ສ້າງຄວາມເສື່ອມເສຍໃຫ້ແກ່ ຜົນປະໂຫຍດຂອງຊາດ ແລະ ປະ ຊາຊົນ; 4. ພັດທະນາຕົນໃຫ້ມີ ຄວາມເຂັ້ມແຂງ, ກ້າວໜ້າ ແລະ ທັນສະໄໝ; 5. ພິຈາລະນາເນື້ອ ໃນ, ຮູບການຂອງຜະລິດຕະພັນ ສື່ມວນຊົນຂອງຕົນ; 6. ສະເໜີ, ປະກອບຄຳເຫັນຕໍ່ຂັ້ນເທິງກ່ຽວກັບ ການເຄື່ອນໄຫວວຽກງານສື່ມວນ ຊົນຂອງຕົນ; 7. ໄດ້ຮັບການປົກ ປ້ອງຈາກກົດໝາຍໃນການເຄື່ອນ ໄຫວວຽກງານທີ່ຖືກຕ້ອງຂອງຕົນ; 8. ສ້າງບັນຍາກາດ, ຄວາມເບີກ ບານມ່ວນຊື່ນໃຫ້ແກ່ສັງຄົມ; 9. ເຂົ້າຮ່ວມກອງປະຊຸມກ່ຽວກັບວຽກ ງານສື່ມວນຊົນຢູ່ພາຍໃນ ແລະ ຕ່າງປະເທດ ຕາມການມອບໝາຍ; 10. ພົວພັນ ແລະ ຮ່ວມມືກັບສາກົນ ຕາມການເຫັນດີຂອງອົງການເຈົ້າ ຂອງສື່ມວນຊົນ ແລະ ຕາມກົດ ໝາຍ ແລະ ລະບຽບການ. ອົງການສື່ມວນຊົນມີໜ້າທີ່ ຕົ້ນຕໍ ດັ່ງນີ້: 1. ໂຄສະນາ, ເຜີຍແຜ່, ປົກປ້ອງແນວທາງ, ແຜນນະໂຍ ບາຍ, ນະໂຍບາຍ, ກົດໝາຍ ແລະ ລະບຽບການ, ປະກອບສ່ວນຮັກສາ ສະຖຽນລະພາບທາງດ້ານການ ເມືອງ, ເສດຖະກິດ ແລະ ສັງຄົມ, ປົກປັກຮັກສາ ແລະ ເສີມຂະຫຍາຍ ມູນເຊື້ອຮັກຊາດ, ຄວາມສາມັກຄີ ເປັນປຶກແຜ່ນຂອງວົງຄະນະຍາດ ແຫ່ງຊາດ; 2. ຜະລິດ ແລະ ເຜີຍ ແຜ່ຂໍ້ມູນຂ່າວສານທາງດ້ານວິທະ ຍາສາດ, ເຕັກນິກ, ເຕັກໂນໂລຊີ, ໃຫ້ສາລະຄວາມຮູ້, ສາລະບັນເທີງ, ສົ່ງເສີມການສຶກສາ ເພ່ືອຍົກລະດັບ ຄວາມຮູ້ຂອງປະຊາຊົນ, ເສີມຂະ ຫຍາຍວັດທະນະທຳ, ຮີດຄອງ ປະເພນີອັນດີງາມຂອງປະຊາຊົນ ລາວບັນດາເຜົ່າ, ສົ່ງເສີມບົດບາດ ຍິງ-ຊາຍ, ປົກປ້ອງສິດ ແລະ ຜົນ ປະໂຫຍດຂອງແມ່ຍິງ ແລະ ເດັດ ນ້ອຍ; 3. ເຜີຍແຜ່ວຽກດີຄົນເດັ່ນ ແລະ ແນະນຳຫາງສຽງສັງຄົມ; 4. ຮັກສາຄວາມຖືກຕ້ອງຂອງພາສາ ລາວ ແລະ ພາສາຊົນເຜົ່າໃນ ສປປ ລາວ; 5. ສົ່ງເສີມການພົວພັນ, ການຮ່ວມມື, ຄວາມເຂົ້າໃຈ ຊຶ່ງກັນ ແລະ ກັນ ລະຫວ່າງປະເທດເພ່ືອນ ມິດ ແລະ ປະຊາຊາດ, ປະກອບ ສ່ວນເຂົ້າໃນພາລະກິດຕໍ່ສູ້ຂອງ ບັນດາປະຊາຊາດ ເພື່ອສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະ ໄຕ ແລະ ຄວາມກ້າວໜ້າທາງສັງ ຄົມ; 6. ດຳເນີນກິດຈະການ ການ ພິມ ແລະ ຈຳໜ່າຍສື່ສິ່ງພິມ, ການ ກະຈາຍພາບ, ສຽງ ແລະ ພາສາ ຕາມທີ່ໄດ້ກຳນົດໄວ້ໃນໃບອະນຸ ຍາດສ້າງຕັ້ງ; 7; ຄຸ້ມຄອງກົງຈັກ ຊ່ວຍວຽກ, ສ້າງບຸກຄະລາກອນ ແລະ ປະຕິບັດພາລະບົດບາດ, ສິດ, ໜ້າທີ່, ທິດທາງ, ແຜນການເຄື່ອນ ໄຫວຂອງຕົນ, ລາຍງານຜົນການ ເຄື່ອນໄຫວວຽກງານໃຫ້ອົງການ ເຈົ້າຂອງສື່ມວນຊົນ ແລະ ອົງການ ຄຸ້ມຄອງສື່ມວນຊົນຢ່າງເປັນປົກ ກະຕິ; 8. ຮັບປະກັນການປະຕິບັດ ເສລີພາບດ້ານສື່ມວນຊົນຂອງພົນ ລະເມືອງລາວ; 9. ຮັບຜິດຊອບຕໍ່ ກົດໝາຍ ແລະ ຕໍ່ອົງການເຈົ້າຂອງ ສື່ມວນຊົນກ່ຽວກັບການເຄື່ອນ ໄຫວວຽກງານຂອງຕົນ. ຂປລ. ພະຍາດໄຂ້ຍຸງລາຍຍັງ ເປັນບັນທີ່ສຳຄັນຂອງວຽກງານ ສາທາລະນະສຸກ ໂດຍສະເພາະ ໃນລະດູຝົນທີ່ມີການລະບາດຂອງ ພະຍາດເພີ່ມຂຶ້ນ. ເພື່ອຮັບມືກັບ ສະຖານະການດັ່ງກ່າວ ລັດຖະບານ ອົດສະຕຣາລີ ໄດ້ສະໜັບສະໜູນ ສປປ ລາວ ດຳເນີນໂຄງການນຳ ໃຊ້ຍຸງໂວບັກເຄຍ ໃນການຫລຸດ ຜ່ອນການແຜ່ເຊື້ອໄວຣັສທີ່ຍຸງລາຍ ເປັນພາຫະນະນຳເຊື້ອຈາກຄົນຕິດ ເຊື້ອໄປສູ່ຄົນອື່ນ ຊຶ່ງພະຍາດນີ້ພົບ ເຫັນຫລາຍໃນລະດູຝົນເນື່ອງຈາກ ມີແຫລ່ງນ້ຳຂັງທີ່ເປັນບ່ອນວາງ ໄຂ່ຂອງຍຸງ. ເມື່ອມໍ່ໆມານີ້, ທີ່ນະຄອນຫລວງ ພະບາງໄດ້ຈັດພິທີປ່ອຍຍຸງໂວບັກ ເຄຍ ຂອງໂຄງການຫລຸດຜ່ອນ ການສົ່ງເຊື້ອພະຍາດໄຂ້ຍຸງລາຍ ດ້ວຍການນຳໃຊ້ຍຸງໂວບັກເຄຍ (Wolbachia) ໂດຍມີທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະ ຊວງສາທາລະນະສຸກ, ທ່ານ ນາງ ເມເກນ ຈອນ (Megan Jones) ເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ, ທ່ານ ບຸນເຫລືອ ສີນໄຊວໍຣະວົງ ປະທານຄະນະ ກຳມະການປົກຄອງແຂວງຫລວງ ພະບາງ ພ້ອມດ້ວຍອົງການຈັດຕັ້ງ ສາກົນ, ຜູ້ຕາງໜ້າຈາກພະແນກ ການຂອງແຂວງ, ນະຄອນຫລວງ ພະບາງ ແລະ ອາສາສະໝັກບ້ານ ໃນເທສະບານແຂວງ ເຂົ້າຮ່ວມ. ປັດຈຸບັນພະຍາດໄຂ້ຍຸງລາຍສືບ ຕໍ່ສົ່ງຜົນກະທົບຕໍ່ຫລາຍຄອບຄົວ ໃນທົ່ວ ສປປ ລາວ ໂດຍສະເພາະ ໃນລະດູຝົນ. ລັດຖະບານອົດສະ ຕຣາລີ ໄດ້ສະໜັບສະໜູນ ສປປ ລາວ ໃນການຕ້ານພະຍາດໄຂ້ຍຸງ ລາຍພາຍໃຕ້ໂຄງການຫລຸດຜ່ອນ ການສົ່ງເຊື້ອໄຂ້ຍຸງລາຍ ໂດຍການ ນຳໃຊ້ຍຸງໂວບັກເຄຍຢູ່ ສປປ ລາວ ຊຶ່ງຍຸງໂວບັກເຄຍ ບໍ່ສາມາດແຜ່ເຊື້ອ ພະຍາດໄຂ້ຍຸງລາຍ, ຊິກ້າ, ຊິກຸກັນ ຢາ. ເມື່ອຍຸງໂວບັກເຄຍ ຖືກປ່ອຍ ໃນຊຸມຊົນຍຸງຈະສືບພັນກັບຍຸງລາຍ ບ້ານ ແລະ ຈະຫລຸດຜ່ອນການແຜ່ ເຊື້ອພະຍາດໄດ້, ການປະຕິບັດ ວຽກງານຄັ້ງນີ້ ເປັນການຮ່ວມມື ລະຫວ່າງກົມຄວບຄຸມພະຍາດຕິດ ຕໍ່, ກະຊວງສາທາລະນະສຸກ ແລະ ອົງການຊ່ວຍເຫລືອເດັກສາກົນ ປະຈຳ ສປປ ລາວ ໂດຍໄດ້ຮັບການ ສະໜັບສະໜູນຈາກລັດຖະບານອົດ ສະຕຣາລີ ແລະ ໂຄງການຄວບຄຸມ ປະຊາກອນຍຸງໂລກ. ໂອກາດນີ້, ທ່ານ ນາງ ໃບຄໍາ ຂັດທິຍະ ໄດ້ມີຄໍາເຫັນວ່າ: ພະຍາດ ໄຂ້ຍຸງລາຍເປັນບັນຫາທາງດ້ານ ສາທາລະນະສຸກ ແລະ ເປັນໄພ ຄຸກຄາມຕໍ່ຊີວິດການເປັນຢູ່ຂອງ ປະຊາຊົນໃນທົ່ວໂລກ ຊຶ່ງມີການ ລະບາດ ແລະ ເສຍຊີວິດໃນແຕ່ລະ ປີ. ການລິເລີ່ມໂຄງການປ່ອຍຍຸງ ໂວບັກເຄຍ ແມ່ນນະວັດຕະກໍາໃໝ່ ໃນການຄວບຄຸມໄຂ້ຍຸງລາຍ ທີ່ມີ ຜົນສໍາເລັດທີ່ດີໃນການຄວບຄຸມໄຂ້ ຍຸງລາຍໃນຫລາຍປະເທດ ແລະ ເປັນຄວາມຫວັງໃໝ່ ໃນການ ຄວບຄຸມພະຍາດໄຂ້ຍຸງລາຍຢ່າງມີ ປະສິດທິພາບຢູ່ ສປປ ລາວ. ໃນພິທີຜູ້ເຂົ້າຮ່ວມໄດ້ຮ່ວມກັນ ປ່ອຍຍຸງໂວບັກເຄຍ ສູ່ພື້ນທີ່ສາທາ ລະນະ ແລະ ຈະມີການປ່ອຍຢູ່ເຂດ ຊຸມຊົນຕື່ມອີກ. ໂດຍ: ອາພຸດເດດ ບຸບຜາ 1kd.sh ]6 doh vplts]kflq ,w; rc,j 7;og]uj ,8Q oco;.fL + ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==