gsfdko{dkora fmtok a xtgmf]k; ( 10/07/2026 dP,d= j lh k'3I'IPo,a fmtpq ,lq ,[6 o [h ko0h vo ຂປລ. ແຫລ່ງຂ່າວຈາກແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ພິທີເຊັນສັນຍາ ຮັບເໝົາໂຄງການກໍ່ສ້າງໂຮງຮຽນ ມັດທະຍົມສົມບູນ ບ້ານຂ້ອນ ເມືອງ ແບງ ແຂວງອຸດົມໄຊ ລະຫວ່າງ ພະແນກສຶກສາທິການ ແລະ ກິລາ ແຂວງອຸດົມໄຊ ແລະ ບໍລິສັດ ອິນ ດາລາ ກໍ່ສ້າງເຄຫາສະຖານ ຈໍາກັດ ຜູ້ດຽວ ຈັດຂຶ້ນໃນວັນທີ 8 ລະກົດ 2026 ຕາງໜ້າເຊັນໂດຍ ທ່ານ ສີ ວອນ ເພັງມີໄຊ ຮັກສາການ ຫົວໜ້າ ພະແນກສຶກສາທິການ ແລະ ກິລາ ແລະ ທ່ານ ບົວພັນ ພຸດທະວົງ ຜູ້ ອໍານວຍການ ບໍລິສັດ ອິນດາລາ ກໍ່ສ້າງເຄຫາສະຖານ ຈໍາກັດຜູ້ ດຽວ ໂດຍມີ ທ່ານ ສຸຫວັດ ມະຫາ ວົງສະນັ່ນ ຮອງປະທານຄະນະ ກຳມະການປົກຄອງແຂວງ ພ້ອມ ດ້ວຍຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນ ແຂວງ, ຂັ້ນເມືອງ ແລະ ຕາງໜ້າ ຈ າ ກ ພ າ ກ ສ່ ວ ນ ທີ່ກ່ ຽ ວ ຂ້ ອ ງ ເຂົ້າຮ່ວມ. ໂຄງການກໍ່ສ້າງ ໂຮງຮຽນມັດ ທະຍົມສົມບູນ ບ້ານຂ້ອນ ມີມູນ ຄ່າການກໍ່ສ້າງ 6,61 ຕື້ກີບ ຊຶ່ງ ໜ້າວຽກຫລັກທີ່ຈະຕ້ອງໄດ້ຈັດຕັ້ງ ປະຕິບັດປະກອບມີ: ວຽກກໍ່ສ້າງ ອາຄານຮຽນ 2 ຊັ້ນ 8 ຫ້ອງຮຽນ, ວຽກກໍ່ສ້າງຫ້ອງນໍ້າ 4 ຫ້ອງ, ວຽກ dkooeg,n v'xkddtfy ' 8y f8k,]tfa [oE c]t g/Q k]t;a 'oE4h ;,1j k'.dh ly f ຂປລ. ແຫລ່ງຂ່າວຈາກແຂວງ ບໍລິຄຳໄຊ ໃຫ້ຮູ້ວ່າ: ການນໍາເມືອງ ປາກກະດິງ ແຂວງບໍລິຄຳໄຊ ນຳ ໂດຍ ທ່ານ ບຸນຄົບ ຈັນທະວົງ ເລຂາ ຄະນະບໍລິຫານງານພັກເມືອງປາກ ກະດິງ ພ້ອມດ້ວຍຄະນະນໍາຂັ້ນ ເມືອງ-ຂັ້ນຕາແສງ ລົງຕິດຕາມເຝົ້າ ລະວັງສະພາບໄພນ້ຳຖ້ວມຢູ່ 6 ບ້ານ ຄື: ບ້ານນາເຄືອໃນ, ບ້ານນາຫີນ, ບ້ານນາສັງ, ບ້ານນໍ້າສາງ, ບ້ານ ໜອງບົວ ແລະ ບ້ານໂພນທອງ ໃນ ວັນທີ 7 ກໍລະກົດ 2026 ຜ່ານມາ. ຜ່ານການລົງຕິດຕາມເບິ່ງຕົວ ຈິງ ເຫັນວ່າໄດ້ເກີດມີນ້ຳຖ້ວມ ເສັ້ນທາງເຂົ້າບ້ານ ແລະ ຖືກນ້ຳ ເຊາະທາງຂາດບາງຈຸດບໍ່ສາມາດ ເຂົ້າເຖິງບ້ານໄດ້. ນອກນີ້, ຍັງມີ ເນື້ອທີ່ທຳການຜະລິດ ແລະ ເຮືອນ ຊານບ້ານຊ່ອງຂອງພໍ່ແມ່ປະຊາຊົນ s]kp[h ko16 j g,n v'76 o7e pa 'xtlq [[a oskwroE4h ;, ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ເມືອງຄູນຄຳ ແຂວງຄຳມ່ວນ ໄດ້ເກີດຝົນຕົກ ໜັກຕິດຕໍ່ກັນເປັນເປັນເວລາ 6 ວັນ ແລ້ວ ຈົນມາຮອດວັນທີ 8 ກໍລະກົດ 2026 ຝົນກໍຍັງບໍ່ທັນເຊົາຕົກ ເຮັດ ໃຫ້ລະດັບນ້ຳເພີ່ມຂຶ້ນຫລາຍ ເຮັດໃຫ້ ເຮືອນຊານ, ໄຮ່ນາຂອງປະຊາຊົນ ສ່ວນຫລາຍຖືກນ້ຳຖ້ວມ, ປັດຈຸບັນ ລະດັບນ້ຳແມ່ນຖ້ວມແຕ່ທ້າຍບ້ານ ພູຊາດ ຈົນຮອດບ້ານກອງລໍ ໂດຍ ບ້ານທີ່ໄດ້ຮັບຜົນກະທົບນ້ຳຖ້ວມ ມີ: ບ້ານໂພນທອງເກົ່າ, ບ້ານໜອງຮາງ ເກົ່າ, ບ້ານມ່ວງນ້ຳສາງ, ບ້ານນາ ຄຳ, ບ້ານນາກາງ, ບ້ານແກ້ງ, ບ້ານ ນ້ຳນອນ, ບ້ານໂພນແຍງ, ບ້ານກູບ, ບ້ານອໍ້ ແລະ ບ້ານກອງລໍ. ພ້ອມນີ້, ໄຮ່ນາຢູ່ບ້ານດັ່ງກ່າວ ທີ່ປັກດຳສຳເລັດ ກໍຖືກນ້ຳຖ້ວມ, ການສັນຈອນທາງບົກແມ່ນຖືກ ຕັດຂາດ, ການໄປ-ມາແມ່ນນຳໃຊ້ ເຮືອ. ສຳລັບໄຟຟ້າຢູ່ບັນດາບ້ານ ທີ່ຖືກນ້ຳຖ້ວມ ແມ່ນໄດ້ຖືກລະງັບ ໃຫ້ຢຸດໃຊ້ຊົ່ວຄາວ ເນື່ອງຈາກ ຢ້ານເປັນອັນຕະລາຍຕໍ່ປະຊາຊົນ, ປັດຈຸບັນປະຊາຊົນແມ່ນພວມເລັ່ງ ນຳສັດລ້ຽງ ແລະ ຊັບສິນມີຄ່າ ໄປ ໄວ້ບ່ອນທີ່ປອດໄພ, ບາງຄອບຄົວ ທີ່ເຮັດເຮືອນຊັ້ນດຽວ ຫລື ເຮືອນ ທີ່ມີລະດັບຕ່ຳ ກໍໄດ້ອອກມາອາໄສ ຢູ່ກັບພີ່ນ້ອງ ເຂດບ້ານທີ່ບໍ່ຖືກ ນ້ຳຖ້ວມ, ແຕ່ສ່ວນໃຫຍ່ແມ່ນຍັງ ອາໄສຢູ່ເຮືອນຂອງຕົນ ແລະ ບໍ່ຢາກ ອົບພະຍົບອອກມາ(ເຮືອນສອງ ຊັ້ນ) ນໍ້າຍັງບໍ່ຖ້ວມເຖິງຊັ້ນທີສອງ. ຕໍ່ກັບບັນຫາດັ່ງກ່າວ, ການນຳ lj ;plkvkdvos];'rt[k' 8h v'g0A ,';f8= j z6 h ]tg,u f]t[P[dq f\kp 10 c]t 0= sh k,0v'rtoa d'ko ຂປລ. ແຫລ່ງຂ່າວຈາກແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ໂອກາດ ເຂົ້າຮ່ວມກອງປະຊຸມສະຫລຸບຕີ ລາຄາການຈັດຕັ້ງປະຕິບັດວຽກ ງານປະຈໍາ 6 ເດືອນຕົ້ນປີ 2026 ແລະ ທິດທາງແຜນການ ມາດຕະ ການ ຈຸດສຸມຕົ້ນຕໍ 6 ເດືອນທ້າຍ ປີ 2026 ຂອງວຽກງານສ່ວຍສາ ອາກອນປະຈຳແຂວງຫລວງພະ ບາງ ໃນວັນທີ 7 ກໍລະກົດ 2026 ນີ້, ທ່ານ ບຸນເຫລືອ ສິນໄຊວໍຣະວົງ ປະທານຄະນະກໍາມະການປົກຄອງ ແຂວງຫລວງພະບາງ ໄດ້ເນັ້ນໜັກ ໃຫ້ພະນັກງານສ່ວຍສາອາກອນ ຍົກສູງຄວາມເປັນເຈົ້າການ ຈັດຕັ້ງ ຜັນຂະຫຍາຍບັນດາມາດຕະການ ທີ່ສະພາແຫ່ງຊາດໄດ້ກໍານົດ, ເປັນ ເຈົ້າການຈັດຕັ້ງຜັນຂະຫຍາຍມະຕິ ກົມການເມືອງສູນກາງພັກ ວ່າດ້ວຍ ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ ຢ່າງ ເຂັ້ມງວດ, ຮັບປະກັນເຮັດໃຫ້ການ ຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ຂອງແຂວງ ຫລວງພະບາງ ແລະ ແຜນງົບປະ ມານແຫ່ງລັດ ປະຈໍາປີ 2026 ໃຫ້ ສໍາເລັດຕາມແຜນກໍານົດໄວ້. ພ້ອມນີ້, ຄະນະນຳແຕ່ລະຂັ້ນ ຕ້ອງເພີ່ມທະວີວຽກສຶກສາອົບຮົມ ການເມືອງແນວຄິດໃຫ້ພະນັກງານລັດຖະກອນຢ່າງຕໍ່ເນື່ອງ, ກໍາແໜ້ນ ແລະ ນໍາພາແນວຄິດພະນັກງານ ໃຫ້ໂລ່ງລ່ຽນ, ມີຄວາມຫ້າວຫັນ, ມີຄວາມສັດຊື່-ບໍລິສຸດ, ມີຈັນຍາບັນ ໃນການປະຕິບັດໜ້າທີ່ວຽກງານ ດ້ວຍຄວາມຮັບຜິດຊອບສູງ ; h ປັບປຸງແບບແຜນວິທີເຮັດວຽກ ຂອງພະນັກງານ ແລະ ປະຕິບັດ ວິໄນຢ່າງເຂັ້ມງວດ ຕໍ່ຜູ້ທີ່ລະເມີດ ລະບຽບກົດໝາຍ ແລະ 10 ຂໍ້ຫ້າມ ຂອງພະນັກງານຂະແໜງການເງິນ ພ້ອມທັງເອົາໃຈໃສ່ພັດທະນາບຸກ ຄະລາກອນດ້ວຍການບຳລຸງສ້າງ ແລະ ຍົກລະດັບຄວາມຮູ້ດ້ານວິຊາ ສະເພາະ ໃຫ້ພະນັກງານຢູ່ແຕ່ລະຂັ້ນ ຢ່າງຮອບດ້ານ. ທ່ານ ບຸນເຫລືອ ສິນໄຊວໍຣະ ວົງ ຍັງໄດ້ສະເໜີໃຫ້ກົມສ່ວຍສາ ອາກອນ ກະຊວງການເງິນຊ່ວຍ ຊຸກຍູ້ວຽກງານອາກອນມູນຄ່າ ເພີ່ມ, ວຽກງານການຕິດຕັ້ງໃບ ເກັບເງິນເອເລັກໂຕຣນິກ (E-TaxInvoice), ການຍ້ອງຍໍຕໍ່ກັບຫົວ ໜ່ວຍທຸລະກິດທີ່ດີເດັ່ນ ໃນການ ມີພັນທະຕໍ່ກັບຂະແໜງສ່ວຍສາ ອາກອນ ແລະ ຊຸກຍູ້ກວດກາຄືນ ວຽກງານທີ່ຂະແໜງອາກອນ ປະ ຈໍາແຂວງຫລວງພະບາງ ໄດ້ມີຄໍາ ສະເໜີ ທັງນີ້ກໍເພື່ອເຮັດໃຫ້ການ ຈັດເກັບລາຍຮັບສ່ວຍສາອາກອນ ຢູ່ແຂວງຫລວງພະບາງໃນຕໍ່ໜ້າ ມີປະສິດທິພາບ ແລະ ປະສິດທິຜົນ ຫລາຍຂຶ້ນກວ່າເກົ່າ.ຂ່າວ-ພາບ: ທະນູສິນ ອິດທິພົນ ຈໍານວນໜຶ່ງຖືກນ້ຳຖ້ວມ. ປັດຈຸບັນ ຝົນໄດ້ເຊົາຕົກ ແລະ ຕົກໃນລະດັບ ຄ່ອຍເຮັດໃຫ້ສະພາບນໍ້າຖ້ວມ ແມ່ນ ໄດ້ຫລຸດລົງຫລາຍແລ້ວ, ແຕ່ຍັງບໍ່ ສາມາດສະຫລຸບຜົນເສຍຫາຍໄດ້ ເທື່ອ. ໃນໂອກາດນີ້, ທ່ານ ບຸນຄົບ ຈັນທະວົງ ໄດ້ເນັ້ນໃຫ້ຄະນະກໍາ ມະການຄຸ້ມຄອງໄພພິບັດຂັ້ນເມືອງ ປະສານກັບຂະແໜງການທີ່ກ່ຽວ ຂ້ອງ ແລະ ອົງການປົກຄອງບ້ານ ໃຫ້ກຽມພ້ອມຮັບມືກັບໄພພິບັດນໍ້າ ຖ້ວມທີ່ອາດຈະເກີດຂຶ້ນໄດ້ທຸກເວລາ ເນື່ອງຈາກວ່າຝົນອາດຈະຍັງສືບ ຕໍ່ຕົກຕໍ່ເນື່ອງ ເຮັດໃຫ້ປະລິມານ ນໍ້າຫລາຍເພີ່ມຂຶ້ນ ແລະ ເກີດມີນໍ້າ ໄຫລຊຸ. ພ້ອມນີ້, ຍັງໄດ້ຊີ້ນຳໃຫ້ ການຈັດຕັ້ງບ້ານຈົ່ງເປັນເຈົ້າການ ຕິດຕາມສະພາບການນ້ຳຖ້ວມ ໃນ ແຕ່ລະໄລຍະ ຫາກເກີດມີກໍລະນີ ເຫດການສຸກເສີນ ແມ່ນໃຫ້ປະສານ ຫາຄະນະສະເພາະກິດຂັ້ນເມືອງ ຕະຫລອດ 24 ຊົ່ວໂມງ ເພື່ອຈະ ໄດ້ລົງຊ່ວຍເຫລືອເບື້ອງຕົ້ນໃຫ້ທັນ ເວລາ. ຂ່າວ-ພາບ: ສົມພານ ແຂວງຄຳມ່ວນ ຊຶ່ງນຳໂດຍ ທ່ານ ເດດສັກດາ ມະນີຄຳ ຮອງປະທານ ຄະນະກຳມະການປົກຄອງ ແຂວງ ຄຳມ່ວນ ທັງເປັນປະທານຄະນະ ກຳມະການຄຸ້ມຄອງໄພພິບັດ ແຂວງ ຄຳມ່ວນ ພ້ອມດ້ວຍການນຳເມືອງ ຄູນຄຳ, ພະນັກງານ, ທະຫານຕຳຫລວດ ໄດ້ພ້ອມໃຈກັນນຳ ເຮືອໃຫຍ່, ເຮືອໄວຂອງເມືອງລົງ ຕິດຕາມສະຖານະການນ້ຳຖ້ວມ ຢ່າງໃກ້ຊິດ ພ້ອມທັງມອບເຄື່ອງ ບໍລິໂພກຊ່ວຍເຫລືອສຸກເສີນ ໃຫ້ ປະຊາຊົນທັງ 4 ບ້ານຄື: ບ້ານມ່ວງ ນ້ຳສາງ, ບ້ານນາກາງ, ບ້ານແກ້ງ ແລະ ບ້ານໂພນແຍງ. ໂອກາດດຽວກັນ,ຄະນະດັ່ງກ່າວ ຍັງໄດ້ມອບເງິນ ມູນຄ່າ 40 ລ້ານ ກີບ, ຈາກບໍລິສັດເທີນຫີນບູນພາວເວີ ຈໍາກັດ 60 ລ້ານກີບ ແລະ ພະແນກ ໂຍທາທິການ ແລະ ຂົນສົ່ງແຂວງ ຄໍາມ່ວນ ມອບຈັກປັ່ນໄຟ 1 ເຄື່ອງ ໃຫ້ເມືອງຄູນຄຳ ເພື່ອເປັນການ ຊ່ວຍເຫລືອໄພພິບັດນ້ຳຖ້ວມຢູ່ເມືອງ ຄູນຄຳໃນຄັ້ງນີ້ຕື່ມອີກ. ນອກອາຄານ, ວຽກສະໜອງເຄື່ອງ ເຟີນີເຈີ ແລະ ອຸປະກອນອໍານວຍ ຄວາມສະດວກພາຍໃນໂຮງຮຽນ. ສໍາລັບກຳນົດເວລາໃນການຈັດຕັ້ງ ປະຕິບັດການກໍ່ສ້າງ ແມ່ນໃຫ້ສຳ ເລັດພາຍໃນ 18 ເດືອນ ນັບແຕ່ມື້ ລົງລາຍເຊັນໃນສັນຍາສະບັບນີ້ເປັນ ຕົ້ນໄປ. ໂອກາດນີ້, ທ່ານ ສຸຫວັດ ມະ ຫາວົງສະນັ່ນ ໄດ້ໃຫ້ທິດຊີ້ນຳຕໍ່ ຄູ່ສັນຍາທັງສອງຝ່າຍ ໂດຍເນັ້ນ ໃຫ້ບໍລິສັດຜູ້ຮັບເໝົາ ຈົ່ງຍົກສູງ ຄວາມຮັບຜິດຊອບ ແລະ ເອົາໃຈ ໃສ່ໃນການຈັດຕັ້ງປະຕິບັດໜ້າວຽກ ຕົວຈິງໃຫ້ຖືກຕ້ອງຕາມແບບຜັງ ເຕັກນິກ ແລະ ມາດຕະຖານການ ກໍ່ສ້າງຢ່າງເຂັ້ມງວດ, ຮັບປະກັນ ດ້ານຄຸນນະພາບ, ຄວາມປອດ ໄພ ແລະ ໃຫ້ສຳເລັດຕາມກຳນົດ ເວລາທີ່ໄດ້ຕົກລົງກັນໄວ້ ພ້ອມທັງ ຮຽກຮ້ອງໃຫ້ພະແນກສຶກສາທິການ ແລະ ກິລາແຂວງ ໃນນາມເຈົ້າຂອງ ໂຄງການ ຮ່ວມກັບຄະນະກຳມະ ການຮັບຜິດຊອບໂຄງການ ຕ້ອງ ໄດ້ເອົາໃຈໃສ່ຕິດຕາມ, ກວດກາ ໜ້າ ວຽກແຕ່ລະໄລຍະ ແລະ ອຳນວຍ ຄວາມສະດວກໃຫ້ແກ່ຜູ້ຮັບເໝົາ ຢ່າງໃກ້ຊິດ ເພື່ອເຮັດໃຫ້ໂຄງການ ດັ່ງກ່າວດຳເນີນໄປດ້ວຍຄວາມໂປ່ງ ໃສ, ມີປະສິດທິຜົນ ແລະ ສາມາດ ເປີດນຳໃຊ້ ເພື່ອຮອງຮັບໃຫ້ແກ່ການ ຮຽນ-ການສອນ ຂອງ ຄູ-ອາ ຈານ ແລະ ລູກຫລານປະຊາຊົນບັນດາ ເຜົ່າໃນທ້ອງຖິ່ນ ໄດ້ຕາມແຜນການ ທີ່ວາງໄວ້. ຂ່າວ: ໄມພອນ
RkJQdWJsaXNoZXIy MTc3MTYxMQ==