7316

10/07/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ແສງສະຫວັນັ 8kf2ko ,tsa flt9a ooE8q d/kc/fmj k,dk'xj kfq 'sq ;lk; pq d]tfa [dko,u lj ;oIj ;,.ola '7q ,0v'37'dkos]5 fzj vodkolq j 'g-N vrtpkfw0h p5 ']kp ຂປລ. ເມືອງປາກຊ່ອງ ແຂວງ ຈຳປາສັກ ເປັນໜຶ່ງໃນເມືອງທ່ອງ ທ່ຽວສຳຄັນຂອງລາວ ປະກອບ ໄປດ້ວຍແຫລ່ງທ່ອງທ່ຽວທາງ ທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳ. ໃນນີ້, ບັນດາສະ ຖານທີ່ທ່ອງທ່ຽວທີ່ໂດດເດັ່ນມີ ຄື: ນ້ຳຕົກຕາດເຍືອງ, ຕາດຟານ, ຕາດຈຳປີ, ຕາດອີຕູ້, ຕາກເຊກະ ຕາມຕົກ, ຕາດມ່ວນ, ດ່ານສີນໄຊ, ດ່ານໜອງຫລວງປ່າແປກ ແລະ ພູ ໄຟເທວະດາ. ໃນນັ້ນ “ຕາດຟານ” ນັບເປັນໄຂ່ມຸກແຫ່ງພູພຽງບໍລະ ເວນທີ່ສາມາດດຶງດູດນັກທ່ອງທ່ຽວ ມາຈາກທົ່ວທຸກສາລະທິດ. ຕາດຟານ ຕັ້ງຢູ່ບ້ານຫລັກ 38 ຂປລ. ອົງການຊ່ວຍເຫລືອ ເດັກແຂວງຫລວງພະບາງ ຈັດ ຝຶກອົບຮົມໃຫ້ຄູ່ຮ່ວມມືຂັ້ນແຂວງ ກ່ຽວກັບການປ່ຽນແປງດິນຟ້າ ອາກາດ, ການເຮັດວຽກຮ່ວມກັບ ຊຸມຊົນ, ຄວາມສະເໝີພາບບົດບາດ ຍິງ-ຊາຍ ແລະ ຄວາມເປັນພິການ ໃນການມີສ່ວນຮ່ວມໃນສັງຄົມ ຂອງໂຄງການຫລຸດຜ່ອນການ ສົ່ງເຊື້ອພະຍາດໄຂ້ຍຸງລາຍ ໂດຍ ການນໍາໃຊ້ຍຸງໂວບັກເຄຍຢູ່ ສປປ ລາວ ໃນວັນທີ 7 ກໍລະກົດ 2026 ໂດຍເປັນປະທານຂອງທ່ານ ນາງ ສຸພາພອນ ພະນາວັນ ຮອງຫົວໜ້າ ພະແນກສາທາລະນະສຸກແຂວງ, ມີ ຜູ້ຕາງໜ້າຈາກພະແນກການ-ກົມ ກອງ ອ້ອມຂ້າງແຂວງຫລວງພະ ບາງ ແລະ ນະຄອນຫລວງພະບາງ ເຂົ້າຮ່ວມ. ທ່ານ ນາງ ສຸພາພອນ ພະນາວັນ ມີຄຳເຫັນວ່າ: ໃນໄລຍະນີ້ເປັນລະ ດູຝົນ ຊຶ່ງແຕ່ລະປີຫລາຍທ້ອງ ຖິ່ນຈະມີຄົນເປັນພະຍາດໄຂ້ຍຸງ ລາຍທັງມີຄວາມສ່ຽງຕໍ່ການ ລະບາດເປັນວົງກວ້າງ, ລັດຖະ ບານ ກໍຄື ທົ່ວຂະແໜງສາທາລະນະ ສຸກ, ຫລາຍພາກສ່ວນກ່ຽວຂ້ອງ ໄດ້ມີຄວາມເປັນຫ່ວງເປັນໃຍຕໍ່ສຸ ຂະພາບ ແລະ ຊີວິດຂອງປະຊາຊົນ, ຈຶ່ງໄດ້ຈັດຂະບວນການປຸກລະດົມ ຊຸມຊົນເປັນເຈົ້າການເຮັດອະນາ ໄມ, ທໍາລາຍແຫລ່ງແພ່ພັນໜອນ ນໍ້າຍຸງລາຍຢູ່ໃນຊຸມຊົນ, ແນໃສ່ ປ້ອງກັນການແຜ່ລະບາດຂອງພະ ຍາດໄຂ້ຍຸງລາຍໃຫ້ຫລຸດໜ້ອຍ ຖອຍລົງເທື່ອລະກ້າວ, ປັດຈຸບັນ ໄດ້ມີໂຄງການປ່ອຍຍຸງໂວບັກເຄຍ ເພື່ອຫລຸດການແຜ່ເຊື້ອພະບາດ ໄຂ້ຍຸງລາຍຢູ່ຫລາຍເຂດບ້ານ ແລະ ໄລຍະເລີ່ມຕົ້ນອາດຈະເຫັນຈຳ ນວນຍຸງຫລາຍຂຶ້ນແຕ່ເປັນເລື່ອງ ປົກກະຕິ. ໂວບັກເຄຍ ແມ່ນເຊື້ອຈຸລິນຊີທີ່ ສາມາດພົບເຫັນຕາມທໍາມະຊາດ ປະລິມານ 50-60% ຂອງແມງໄມ້ ແຕ່ລະຊະນິດ, ເມື່ອເຊື້ອໂວບັກເຄຍ ຖືກນໍາໄປໃສ່ໃນຍຸງລາຍບ້ານຈະ ສາມາດຫລຸດຜ່ອນຄວາມສາມາດ ຂອງຍຸງລາຍໃນການສົ່ງເຊື້ອໄວ ຣັດໄຂ້ຍຸງລາຍຈາກຄົນສູ່ຄົນໄດ້. ຈຶ່ງເວົ້າໄດ້ວ່າ: ການເຮັດໃຫ້ຊຸມຊົນ ມີສ່ວນຮ່ວມຕໍ່ໂຄງການຫລຸດຜ່ອນ ການສົ່ງເຊື້ອພະຍາດໄຂ້ຍຸງລາຍ ໂດຍການນໍາໃຊ້ຍຸງໂວບັກເຄຍ ຈຶ່ງ ມີຄວາມສຳຄັນຫລາຍ ເພື່ອເຮັດ ໃຫ້ທຸກພາກສ່ວນໃນສັງຄົມ ໄດ້ມີ ຄວາມເຂົ້າໃຈຢ່າງເລິກເຊິ່ງທັງໃຫ້ ການຮ່ວມມືຈັດຕັ້ງປະຕິບັດຢ່າງ ເປັນເຈົ້າການ. ການອົບຮົມຄັ້ງນີ້, ໄດ້ຮັບການ ສະໜັບສະໜູນຈາກອົງການຊ່ວຍ ເຫລືອເດັກແຂວງຫລວງພະບາງ ຊຶ່ງດຳເນີນເປັນເວລາ 2 ວັນ ເພື່ອ ໃຫ້ຜູ້ເຂົ້າຮ່ວມມີຄວາມເຂົ້າໃຈ ແລະ ສາມາດອະທິບາຍການເຮັດ ວຽກແບບມີສ່ວນຮ່ວມຂອງຊຸມ ຊົນໃຫ້ກັບຄົນອື່ນໄດ້ເປັນຢ່າງ ດີ, ປັບປຸງການເຮັດວຽກແບບມີ ສ່ວນຮ່ວມຂອງຊຸມຊົນເຂົ້າໃນ ວຽກງານການເປັນທີ່ປຶກສາຊຸມ ຊົນ, ເຂົ້າໃຈຄວາມແຕກຕ່າງລະ ຫວ່າງບົດບາດ ແລະ ເພດ ທີ່ສົ່ງຜົນ ກະທົບຕໍ່ກັບຮູບແບບທີ່ແຕກຕ່າງ ກັນ, ເຂົ້າໃຈເພີ່ມຕື່ມກ່ຽວກັບບົດ ບາດຍິງ-ຊາຍ, ອຳນາດ ແລະ ຄວາມດ້ອຍໂອກາດ, ເຂົ້າໃຈກ່ຽວ ກັບການເຊື່ອມສານບົດບາດຍິງຊາຍ ແລະ ຄວາມເປັນພິການໃນ ການເຮັດວຽກໃນຊຸມຊົນ ໂດຍ ສະເພາະວຽກງານການປ່ອຍຍຸງ ໂວບັກເຄຍ, ທັງມີແຜນໃນການ ຈັດຕັ້ງປະຕິບັດກິດຈະກຳ ໃນ ຊຸມຊົນ. ໂດຍ: ອາພຸດເດດ ບຸບຜາ ກຸ່ມ 3 ເມືອງປາກຊ່ອງ ຫ່າງຈາກ ເທສະບານເມືອງປະມານ 12 ກິໂລແມັດ, ຕາມເສັ້ນທາງເລກ 13 ໄປ ເມືອງປາກຊ່ອງ ເມື່ອເຖິງ ຫລັກກິໂລແມັດ 38 ຈະມີທາງ ແຍກເຂົ້າໄປຍັງບໍລິເວນນ້ຳຕົກ. ຕາດແຫ່ງນີ້ເປັນໜຶ່ງໃນແຫລ່ງ ທ່ອງທ່ຽວທຳມະຊາດທີ່ມີຊື່ສຽງ ທີ່ສຸດຂອງພາກໃຕ້ ແລະ ເປັນສັນ ຍະລັກຂອງພູພຽງບໍລະເວນທີ່ ເກີດຈາກສາຍນ້ຳຫ້ວຍບັ້ງລຽງ ແລະ ຫ້ວຍຈິບ ທີ່ໄຫລລົງສູ່ຫຸບ ເຫວດຽວກັນເກີດເປັນນ້ຳຕົກຄູ່ອັນ ສວຍງາມ ຊຶ່ງຕາດດັ່ງກ່າວນອນ ຢູ່ໃນເຂດປ່າປ້ອງກັນ ແລະ ແຫລ່ງ ຕົ້ນນ້ຳມີເນື້ອທີ່ປະມານ 2.415 ເຮັກຕາ ທີ່ອຸດົມສົມບູນດ້ວຍປ່າໄມ້ ທຳມະຊາດ. ຕາດຟານໄດ້ຮັບການຍົກຍ້ອງ ວ່າເປັນໜຶ່ງໃນນ້ຳຕົກທີ່ສູງທີ່ສຸດ ຂອງປະເທດລາວ ມີຄວາມສູງ ປະມານ 200 ແມັດ ແລະ ມີອາ ກາດເຢັນສະບາຍຕະຫລອດປີ. ໃນ ບໍລິເວນດັ່ງກ່າວອ້ອມຮອບດ້ວຍ ປ່າໄມ້ດົງດິບ ແລະ ສວນກາເຟ, ສວນໝາກແໜ່ງຂອງຊາວບ້ານ ຫລັກ 38 ແລະ ຫລັກ 40 ເຮັດໃຫ້ ພູມສັນຖານມີຄວາມງົດງາມ ແລະ ເປັນເອກະລັກສະເພາະ. ນອກຈາກ ການໄດ້ຊົມທິວທັດທຳມະຊາດທີ່ ສວຍສົດງົດງາມຢູ່ບ່ອນນ້ຳຕົກ ແລ້ວ, ພາຍໃນແຫລ່ງທ່ອງທ່ຽວ ຍັງມີກິດຈະກຳຫລາກຫລາຍໄວ້ ຄອຍບໍລິການນັກທ່ອງທ່ຽວ ໂດຍ ສະເພາະແມ່ນກິດຈະກຳແບບຜະ ຈົນໄພເປັນຕົ້ນແມ່ນການຍ່າງປ່າ ຊົມທຳມະຊາດ ແລະ ຄວາມອຸດົມ ສົມບູນຂອງອຸທິຍານດົງຫົວສາວ, ສຶກສາທຳມະຊາດທັງເສັ້ນທາງ ໄປຈຸດຍອດນ້ຳຕົກ ແລະ ລົງ ສູ່ຕີນຕາດ, ການຂີ່ສາຍສະລິງ (Zipline) ຂ້າມເຫວ ພ້ອມກັບ ສຳຜັດບັນຍາກາດການດື່ມກາເຟ ກາງສາຍສະລິງ ທີ່ເປັນກິດຈະກຳ ໂດດເດັ່ນ ແລະ ຫາໄດ້ຍາກໃນປະ ເທດລາວ, ຈຸດຖ່າຍຮູບ ແລະ ຊົມ ສວນກາເຟ ສຳລັບຜູ້ທີ່ມັກຄວາມ ທ້າທາຍ ແລະ ອື່ນໆ. ນອກຈາກນີ້, ຍັງມີສິ່ງອຳນວຍຄວາມສະດວກ ຕ່າງໆບໍ່ວ່າຈະເປັນຮ້ານອາຫານ ແຊບໆພ້ອມຈຸດຊົມທິວທັດເໝາະ ສໍາລັບນັກທ່ອງທ່ຽວທີ່ຕ້ອງການ ຖ່າຍຮູບຄວາມສວຍງາມຂອງ ນໍ້າຕົກຕາດ, ມີເຄື່ອງດື່ມທີ່ເປັນ ເອກະລັກຂອງທາງພາກໃຕ້, ມີຣີ ສອດ, ຮ້ານຂາຍເຄື່ອງທີ່ລະນຶກ, ສະຖານທີ່ຈອດລົດທີ່ກວ້າງຂວາງ, ຫ້ອງນ້ຳສະອາດ, ຈຸດຖິ້ມຂີ້ເຫຍື້ອ ແລະ ຕູບນັ່ງພັກຜ່ອນ ເພື່ອຮອງ ຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ. ດ້ວຍຄວາມງົດງາມຂອງນ້ຳ ຕົກຄູ່ອັນສູງສະຫງ່າ, ຄວາມອຸດົມ ສົມບູນຂອງຜືນປ່າ ແລະ ກິດຈະກຳ ທ່ອງທ່ຽວທີ່ຫລາກຫລາຍນີ້ ຕາດ ຟານຈຶ່ງເປັນສະຖານທີ່ທ່ອງທ່ຽວ ທີ່ໄດ້ຮັບຄວາມນິຍົມຈາກນັກທ່ອງ ທ່ຽວທັງຄົນລາວ ແລະ ຄົນຕ່າງ ປະເທດ. ສ່ວນບໍລິເວນຈຸດຊົມ ທິວທັດທ່ານສາມາດເຫັນນ້ຳຕົກ ທັງສອງສາຍໄດ້ຢ່າງຊັດເຈນ ໂດຍ ສະເພາະໃນລະດູຝົນທີ່ປະລິມານ ນ້ຳຫລາຍ ແລະ ງົດງາມເປັນ ພິເສດ. ດ້ວຍເຫດນີ້ຕາດຟານ ຈຶ່ງເປັນຈຸດໝາຍປາຍທາງທີ່ບໍ່ ຄວນພາດສຳລັບຜູ້ທີ່ເດີນທາງໄປ ຢ້ຽມຢາມພູພຽງບໍລະເວນເພາະ ນອກຈາກຈະໄດ້ສຳຜັດຄວາມ ງາມຂອງທຳມະຊາດແລ້ວຍັງໄດ້ ສຳຜັດອາກາດທີ່ເຢັນສະບາຍ ແລະ ວິຖີຊີວິດຂອງປະຊາຊົນໃນເຂດປູກ ກາເຟທີ່ມີຊື່ສຽງຂອງລາວຕື່ມອີກ. ຄຳວ່າ: “ຕາດຟານ” ມີທີ່ ມາຈາກຄຳວ່າ “ຟານ” ຊຶ່ງເປັນ ສັດປ່າຊະນິດໜຶ່ງ. ຕາມຄວາມ ເຊື່ອ ແລະ ນິທານຂອງຊາວບ້ານ ໃນອະດີດບໍລິເວນນີ້ມີຟານອາໄສ ຢູ່ຈຳນວນຫລາຍ. ມື້ໜຶ່ງໃນລະດູ ຝົນ ຟານໂຕໜຶ່ງຖືກກະແສນ້ຳພັດ ຕົກລົງຈາກໜ້າຜາ ແລະ ເສຍຊີວິດ. ນັບແຕ່ນັ້ນມາ ຊາວບ້ານຈຶ່ງເອີ້ນ ນ້ຳຕົກແຫ່ງນີ້ວ່າ: “ຕາດຟານ” ຈົນມາເຖິງປັດຈຸບັນ.

RkJQdWJsaXNoZXIy MTc3MTYxMQ==