08/07/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ແສງສະຫວັນັ 4Evj k's];' vu d|bj 'cs]j 'mj v'mj P; me,t-kfmuj de]a 'wfh Ia [7;k,oy pq , l-x] Ij ;,da [dt-;'dtly de{lyj 'c;f]h v, pq d]tfa [-u ;y dkogxa o16j 0v'-k;|5j , 3I'\= lkdq o{7e,j ;o [= ]y dkoxt-k-q ofh ;p7;k,9y '.9 *ຖ້ຳອ່າງຫລວງ ນັບເປັນອີກ ໜຶ່ງແຫລ່ງທ່ອງທ່ຽວທຳມະຊາດ ທີ່ກຳລັງໄດ້ຮັບຄວາມນິຍົມຈາກ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ. ສະຖານທີ່ແຫ່ງນີ້ຕັ້ງ ຢູ່ບ້ານນາມ່ວງ ຫ່າງຈາກຕົວເມືອງ ວັງວຽງ ປະມານ 13 ກິໂລແມັດ ທ່າມກາງພູຫີນປູນ ແລະ ປ່າໄມ້ ອັນຂຽວງາມທີ່ມີອາກາດເຢັນ ສະບາຍຕະຫລອດປີ ຊຶ່ງຈຸດເດັ່ນ ຂອງຖ້້ຳອ່າງຫລວງ ແມ່ນອ່າງນ້ຳ ທຳມະຊາດສີຟ້າໃສທີ່ສາມາດເບິ່ງ ເຫັນຝູງປານ້ອຍ-ໃຫຍ່ລອຍຢູ່ໃນ ນ້ຳຢ່າງຊັດເຈນ ແລະ ບັນຍາກາດ ອ້ອມຮອບງຽບສະຫງົບເໝາະ ສຳລັບການພັກຜ່ອນກັບຄອບຄົວ, ໝູ່ເພື່ອນ ແລະ ຖ່າຍຮູບເກັບໄວ້ເປັນ ທີ່ລະນຶກ. ນອກຈາກຄວາມສວຍ ສົດງົດງາມຂອງທຳມະຊາດແລ້ວ, ຍັງມີສິ່ງອຳນວຍຄວາມສະດວກ ຕ່າງໆ ແລະ ກິດຈະກຳທີ່ຫລາກ ຫລາຍຮູບແບບເຊັ່ນ: ໂດດນ້ຳ, ຂີ່ ສະລິງ (Zipline), ຍ່າງປ່າຊົມ ທຳມະຊາດ ແລະ ກິດຈະກຳອື່ນໆ. ໃນນັ້ນ, ສະລິງຂອງຖ້ຳອ່າງຫລວງ ມີຄວາມຍາວປະມານ 800 ແມັດ ຖືວ່າເປັນໜຶ່ງໃນສະລິງທີ່ຍາວທີ່ສຸດ ຂອງເມືອງວັງວຽງ ແລະ ກ່ອນຈະ ໄປຮອດຈຸດປ່ອຍໂຕ ນັກທ່ອງທ່ຽວ ຈະໄດ້ຍ່າງປ່າ, ຂຶ້ນພູ ເພື່ອສຳຜັດ ທຳມະຊາດຢ່າງໃກ້ຊິດ. ທ່ານ ມອກສະຫວັນ ຈິດຕະວົງ ຜູ້ປະກອບການທຸລະກິດສະຖານທີ່ ຂປລ. ທ້າຍອາທິດຜ່ານມາ, ໄດ້ມີພິທີລົງນາມບົດບັນທຶກຄວາມ ເຂົ້າໃຈ(MOU) ວ່າດ້ວຍການ ຮ່ວມມືລະຫວ່າງສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ (ສຊປລ) ກັບກະຊວງກະສິກຳ ແລະ ສິ່ງແວດ ລ້ອມ ໂດຍການຮ່ວມລົງນາມລະ ຫວ່າງທ່ານ ລິນຄຳ ດວງສະຫວັນ ກຳມະການສູນກາງພັກ, ລັດຖະ ມົນຕີກະຊວງກະສິກຳ ແລະ ສິ່ງ ແວດລ້ອມແລະທ່ານທອງລີສີສຸລິດ ກຳມະການສູນກາງພັກ, ເລຂາຄະ ນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ, ມີຫົວໜ້າ ກົມ-ຮອງກົມ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ. ການລົງນາມຄັ້ງນີ້, ເປັນການ ສ້າງຄູ່ຮ່ວມມືຍຸດທະສາດ ເພື່ອ ສຸມໃສ່ການແກ້ໄຂຄວາມທຸກຍາກ ແລະ ຍົກລະດັບຊີວິການເປັນຢູ່ ຂອງປະຊາຊົນ ໂດຍສະເພາະແມ່ນ ຊາວໜຸ່ມ, ເຍົາວະຊົນລາວບັນດາ ເຜົ່າໃຫ້ດີຂຶ້ນຢ່າງເປັນຮູບປະທຳ ແລະ ສ້າງການຫັນປ່ຽນຂະແໜງ ກະສິກຳຈາກຮູບແບບກຸ້ມຕົນເອງ ສູ່ລະບົບການຜະລິດເປັນສິນຄ້າ ທີ່ທັນສະໄໝ ແລະ ມີຄຸນນະພາບ ແມ່ນເປັນວຽກງານທີ່ຮີບດ່ວນ ໃນຍຸກປັດຈຸບັນ, ສ້າງກາລະໂອ ກາດທີ່ມີປັບປຸງສີມືແຮງງານທີ່ມີ ຄຸນນະພາບ, ສ້າງບຸກຄະລາກອນ ເປັນມືອາຊີບ, ສ້າງເຕັກນິກວິຊາ ການໃຫ້ເຂັ້ມແຂງໃນຂະແໜງກະ ສິກໍາທີ່ເປັນມິດກັບສິ່ງແວດລ້ອມ. ນອກນີ້, ເພື່ອສ້າງນັກທຸລະກິດກະສິ ກໍາໜຸ່ມໃຫ້ມີຄວາມເຂັ້ມແຂງ ແລະ ເປັນມືອາຊີບ. ຂປລ. ໂຮງໝໍສາກົນ-ຄຳມວ່ນ ໄດ້ເປີດຮັບໃຊ້ບໍລິການຢ່າງເປັນ ທາງການໃນກາງເດືອນພຶດສະພາ 2025 ຜ່ານມາ ໂດຍມຸ່ງເນັ້ນ ການປິ່ນປົວທີ່ມີຄຸນນະພາບຄຽງ ຄູ່ກັບການບໍລິການດ້ວຍຄວາມ ຈິງໃຈ. ປັດຈຸບັນໂຮງໝໍໄດ້ຮັບ ຄວາມໄວ້ວາງໃຈຈາກປະຊາຊົນທັງ ພາຍໃນແຂວງ, ຕ່າງແຂວງ ແລະ ຕ່າງປະເທດ ໂດຍມີຜູ້ເຂົ້າມາກວດ ພະຍາດເຂດນອກສະເລ່ຍ 25-30 ກໍລະນີຕໍ່ວັນ ແລະ ຄົນນອນຮັກສາ ສະເລ່ຍ 20-25 ຄົນຕໍ່ວັນ. ທ່ານ ແກ້ວອຸດົມ ລອດທຳມະວົງ ຜູ້ອຳນວຍການໂຮງໝໍສາກົນ-ຄຳ ມ່ວນ ໄດ້ໃຫ້ສຳພາດເມື່ອບໍ່ດົນມານີ້ ວ່າ: ໂຮງໝໍສາກົນ-ຄຳມ່ວນ ໄດ້ເລີ່ມ ກໍ່ສ້າງແຕ່ວັນທີ 1 ມັງກອນ 2024 ດ້ວຍເງິນລົງທຶນຈາກພາກເອກະຊົນ 100% ມູນຄ່າການລົງທຶນໃນ ທ່ອງທ່ຽວຖ້ຳອ່າງຫລວງ ໄດ້ກ່າວ ວ່າ: ຍ້ອນເຫັນໄດ້ຄວາມສຳຄັນ ຂອງທຳມະຊາດຕໍ່ການດຳລົງຊີວິດ ຕົນເອງຈິຶ່ງຢາກອະນຸລັກ ແລະ ປົກປັກຮັກສາສະພາບແວດລ້ອມ ນີ້ໄວ້ໃຫ້ຍືນຍົງຕະຫລອດໄປຈົນ ຮອດເຊັ່ນລູກເຊັ່ນຫລານ ໂດຍສະ ເພາະແມ່ນການຮັກສາຄວາມສະ ອາດຢູ່ໃນສະຖານທີ່ແຫ່ງນີ້ ຈຶ່ງ ໄດ້ແນະນຳນັກທ່ອງທ່ຽວທີ່ເຂົ້າ ມາທ່ຽວສະຖານທີ່ແຫ່ງນີ້ບໍ່ໃຫ້ ຖິ້ມຂີ້ເຫຍື້ອຊະຊາຍບໍ່ທຳລາຍສິ່ງ ແວດລ້ອມ, ພ້ອມນີ້ໃນຂອບເຂດ ສະຖານທີ່ທ່ອງທ່ຽວອ່າງຫລວງ ໄດ້ຈັດວາງຈຸດຖິ້ມ ແລະ ແຍກຂີ້ ເຫຍື້ອໄວ້ໃຫ້ແລ້ວ ທັງນີ້ກໍເພື່ອໃຫ້ ພື້ນທີ່ດັ່ງກ່າວ ມີຄວາມງົດງາມ ຢ່າງຍືນຍົງ. ນອກຈາກນີ້, ກໍຍັງ ໄດ້ຊຸກຍູ້ສົ່ງເສີມໃຫ້ປະຊາຊົນ ເຂົ້າມາມີສ່ວນຮ່ວມເປັນຕົ້ນແມ່ນ ຂາຍອາຫານພື້ນເມືອງ, ຂາຍ ເຄື່ອງທີ່ລະນຶກ, ຟ້ອນສິລະປະ ແລະ ມີກິດຈະກຳອື່ນໆເພື່ອສ້າງ ສີສັນ, ດຶງດູດນັກທ່ອງທ່ຽວທັງ ພາຍໃນ ແລະ ຕ່າງປະເທດ ໃຫ້ ເຂົ້າມາທ່ຽວໃຫ້ນັັບມື້ນັບຫລາຍ ຂຶ້ນກວ່າເກົ່າ. ສະຖານທີ່ທ່ອງທ່ຽວທຳມະ ຊາດຖ້ຳອ່າງຫລວງ ໄດ້ມີການ ພັດທະນາຕິດພັນກກັບານປົກປັກ ຮັກສາສິ່ງແວດລ້ອມໃຫ້ມີຄວາມ ສົມດູນ ແລະ ຍືນຍົງ ໂດຍເນັ້ນ ໃຫ້ນັກທ່ອງທ່ຽວທີ່ເຂົ້າມາທ່ຽວ ມີສ່ວນຮ່ວມໃນການເກັບມ້ຽນ ຂີ້ເຫຍື້ອ. ສະນັ້ນ, ຈຶ່ງເຮັດໃຫ້ ສະຖານທີ່ທ່ອງທ່ຽວອ່າງຫລວງ ໄດ້ຮັບລາງວັນການພັດທະນາ ທ່ອງທ່ຽວດີເດັ່ນ ແລະ ຍືນຍົງ ຂອງ ສປປ ລາວ. ສຳລັບລະດູການ ທ່ອງທ່ຽວທີ່ເໝາະສົມທີ່ສຸດແມ່ນ ໄລຍະເດືອນຕຸລາ ຫາ ເດືອນມີນາ ເພາະນ້ຳຈະຫລາຍ ແລະ ອາກາດ ເຢັນສະບາຍ. ເອົາເປັນວ່າ, ຫາກ ທ່ານມີໂອກາດເດີນທາງໄປເມືອງ ວັງ ຖ້ຳອ່າງຫລວງ ແມ່ນອີກໜຶ່ງ ຈຸດໝາຍປາຍທາງທີີ່ບໍ່ຄວນພາດ ເພາະຈະໄດ້ສຳຜັດທັງຄວາມ ງົດງາມຂອງທຳມະຊາດ ແລະ ກິດຈະກຳທີ່ເຕັມໄປດ້ວຍຄວາມ ຕື່ນເຕັ້ນ. ເພື່ອຮັບປະກັນໃຫ້ການຈັດຕັ້ງ ປະຕິບັດບົດບັນທຶກຮ່ວມມືໃຫ້ປະ ກົດຜົນເປັນຈິງທັງສອງຝ່າຍຈະ ຕ້ອງພ້ອມກັນເອົາໃຈໃສ່ ແລະ ຈັດຕັ້ງປະຕິບັດບາງໜ້າວຽກຈຸດ ສຸມທີ່ສຳຄັນຄື: ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ຈະເປັນ ເຈົ້າການໃນການລະດົມ ແລະ ຄັດ ເລືອກແຮງງານຊາວໜຸ່ມທີ່ມີຝືມື ເຂົ້າສູ່ລະບົບການຜະລິດພາຍໃນ, ຊຸກຍູ້ນັກທຸລະກິດໜຸ່ມລົງທຶນສ້າງ ໂຮງງານຫົວອາຫານສັດ, ຟາມພໍ່ ພັນ-ແມ່ພັນ ແລະ ບໍລິຫານຈັດການ ຕ່ອງໂສ້ການສະໜັບສະໜູນວັດຖຸ ດິບ ເພື່ອເພີ່ມຂີດຄວາມສາມາດ ໃນການຕໍ່ລອງລາຄາ ແລະ ການ ສົ່ງອອກ, ຄັດເລືອກຊາວໜຸ່ມເປົ້າ ໝາຍເຂົ້າຮັບການຍົກລະດັບວິຊາ ຊີບ ແລະ ເຕັກໂນໂລຊີກະສິກຳ ທີ່ທັນສະໄໝ ແລະ ເປັນມິດກັບ ສິ່ງແວດລ້ອມ. ນອກນີ້, ຍັງອຳນວຍ ຄວາມສະດວກ ແລະ ໃຫ້ຄຳປຶກ ສາ, ສະໜັບສະໜູນດ້ານການວາງ ແຜນການເງິນ, ການເຂົ້າເຖິງ ແຫລ່ງທຶນດອກເບ້ຍຕໍ່າໃຫ້ແກ່ຜູ້ ປະກອບການໜຸ່ມ, ລະດົມອາສາ ສະໝັກຊາວໜຸ່ມ ແລະ ເຍົາວະຊົນ ເຂົ້າຮ່ວມກິດຈະກຳປູກຕົ້ນໄມ້ຟື້ນ ຟູປ່າ ແລະ ການສ້າງແຫລ່ງນ້ຳ ຊຸມຊົນ ເພື່ອນຳພາຈັດກິດຈະກຳ ຫລຸດຜ່ອນບັນຫາຂີ້ເຫຍື້ອ ແລະ ການໂຄສະນາສຶກສາອົບຮົມປູກຈິດ ສຳນຶກໃນຮູບແບບຕ່າງໆ ຜ່ານສື່ສັງ ຄົມອອນລາຍ. ສຳລັບຝ່າຍກະຊວງ ກະສິກຳ ແລະ ສິ່ງແວດລ້ອມຕ້ອງ ເປັນເຈົ້າການດ້ານວິຊາການຕິດ ພັນກັບນະໂຍບາຍສຸມໃສ່ສະໜອງ ວິຊາການ, ຄູ່ມື, ນະໂນບາຍການ ສ້າງຕັ້ງກຸ່ມຜະລິດ, ສະຫະກອນ ການປູກ-ລ້ຽງ, ການກວດກາຢັ້ງ ຢືນຟາມປິດໃຫ້ໄດ້ມາດຕະຖານ, ຊຸກຍູ້ການພັດທະນາບຸກຄະລາກອນ ແລະ ເຕັກໂນໂລຊີ, ຊຸກຍູ້ການຕະ ຫລາດແລະງານວາງສະແດງ, ເປັນ ຜູ້ນຳໜ້າການອະນຸລັກສິ່ງແວດລ້ອມ ແລະ ຟື້ນຟູທຳມະຊາດ, ສົ່ງເສີມ ການທ່ອງທ່ຽວກະສິກຳ, ເຮັດໜ້າທີ່ ຕິດຕາມ ແລະ ຍ້ອງຍໍ. ຂ່າວ: ສື່ມວນຊົນໜຸ່ມລາວ ການກໍ່ສ້າງ ແລະ ອຸປະກອນຮັບ ໃຊ້ພາຍໃນໂຮງໝໍປະມານ 10 ລ້ານໂດລາສະຫະລັດ. ຫລັງຈາກ ເປີດບໍລິການຮັບໃຊ້ປະຊາຊົນບັນ ດາເຜົ່າທັງພາຍໃນແຂວງ ແລະ ຕ່າງແຂວງແລ້ວ ປະຊາຊົນສ່ວນ ຫລາຍກໍພາກັນຄິດວ່າເປັນໂຮງໝໍ ເອກະຊົນການບໍລິການ ແລະ ຄ່າ ໃຊ້ຈ່າຍຕ່າງໆອາດຈະມີມູນຄ່າ ສູງ, ແຕ່ມີປະຊາຊົນຈຳນວນໜຶ່ງໄດ້ ເຂົ້າມາຮັບບໍລິການປິ່ນປົວແລ້ວຄ່າ ປິ່ນປົວກໍບໍ່ໄດ້ແຕກຕ່າງກັບໂຮງໝໍ ທົ່ວໄປ. ດັ່ງນັ້ນ, ຈຶ່ງມີປະຊາຊົນ ຈຳນວນຫລາຍເຂົ້າມາຮັບບໍລິການ ປິ່ນປົ່ວຢ່າງທົ່ວເຖິງ. ໂຮງໝໍສາກົນ-ຄຳມ່ວນ ຫ່າງ ຈາກເທສະບານເມືອງທ່າແຂກ ປະມານ 6 ກິໂລແມັດ ຕິດກັບເສັ້ນ ທາງເລກທີ 13 ໂດຍຮັບຮອງ ອຸປະກອນການແພດທີ່ທັນສະໄໝ, ມີ 70 ຫ້ອງ, ມີ 100 ຕຽງນອນ ເພື່ອຈະໄດ້ໃຫ້ປະຊາຊົນເຂົ້າມາ ກວດສຸຂະພາບເປັນຕົ້ນມີເຄື່ອງ RMI, ເຄື່ອງ TC ສະແກ່ນ, ເຄື່ອງ ຮູບພາບລັງສີດີຈິຕອນ ແລະ ປັກ ເຂັມຢາພື້ນເມືອງແພດແຜນຈີນ, ມີ ຫ້ອງແພດແຜນຈີນ, ຫ້ອງປັກເຂັມ, ເຄາະກວດແກ້ວ ເພື່ອໃຫ້ປະຊາຊົນ ເຂົ້າມາຮັບໃຊ້ບໍລິການ. ພ້ອມນີ້, ຍັງມີຫ້ອງຊັກລີດ, ຫ້ອງຂ້າເຊື້ອ, ສາງເກັບມ້ຽນເຄື່ອງ, ຫ້ອງ PCR ເພື່ອກວດຫາເຊື້ອພະຍາດ ແລະ ມີ ອາຄານຫ້ອງນອນຜູ້ບໍລິຫານ, ຫ້ອງ ນອນແພດໝໍ, ຫ້ອງອາຫານ ແລະ ຫ້ອງຕິດຕາມຄົນເຈັບ. ນອກນີ້, ຍັງ ມີຫ້ອງກວດເຂດນອກ, ຫ້ອງກວດ ເຂດນອກຂອງພາຍໃນ, ຫ້ອງກວດ ເຂດນອກຂອງປະສູດພະຍາດຍິງ, ຫ້ອງກວດເຂດນອກຂອງເດັກນ້ອຍ, ຫ້ອງຜ່າຕັດນ້ອຍ, ຫ້ອງສຸກເສີນ ແລະ ຫ້ອງເອໂກ້, ຫ້ອງແທກຫົວໃຈ, ຫ້ອງຈ່າຍຢາ, ຫ້ອງວິເຄາະເລືອດ, ອາຈົມ, ຍ່ຽວຕ່າງໆ, ຫ້ອງຜ່າຕັດ 2 ຫ້ອງ, ມີຫ້ອງກະດູກ ແລະ ຫ້ອງ ຜ່າຕັດຜົ່ງທ້ອງ, ຫ້ອງ ICU, ຫ້ອງ ລໍຖ້າປະສູດ, ຫ້ອງປະສູດ. ສຳລັບຄ່າໃຊ້ຈ່າຍໃນການບໍລິ ການປິ່ນປົ່ວແມ່ນສາມາດໃຊ້ຈ່າຍ ເປັນເງິນສົດ, ເງິນໂອນ, ຕາມບິນ ຢາ ແລະ ຄ່າສັ່ງກວດຕ່າງໆ ຕາມ ເງື່ອນໄຂຂອງພະຍາດ. ສ່ວນການ ຜ່າຕັດໜິ້ວຖົງບີ, ໜິ້ວໄຂ້ຫລັງ, ໜິ້ວ ພົກຍ່ຽວ ແລະ ຜ່າຕັດອື່ນ ທັງເຮັດ ລະບົບມອບເໝົາ ກໍຄື ທາງໂຮງໝໍ ກັບຄົນເຈັບໄດ້ປຶກສາຮ່ວມກັນໃນ ການປິ່ນປົ່ວລວມທັງຄ່າຢາ, ຫ້ອງ ນອນ ແລະ ອື່ນໆ ຢູ່ໃນມູນຄ່າປະ ມານ 15-20 ລ້ານກີບ, ໜິ້ວຖົງບີ ຜ່າຕັດຜ່ານທໍ່ແມ່ນ 25-30 ລ້ານກີບ ລວມທັງຄ່າຫ້ອງນອນ, ຄ່າຢາ ແລະ ຄ່າໃຊ້ຈ່າຍຕ່າງໆຈົນຫາຍດີ. ທ່ານ ແກ້ວອຸດົມ ລອດທຳມະວົງ ກ່າວຕື່ມວ່າ: ສຳລັບທິດທາງໃນຕໍ່ ໜ້າແມ່ນຈະໄດ້ຖອດຖອນບົດຮຽນ ໄປພ້ອມໆກັນ ເພື່ອປັບປຸງພື້ນຖານ ໂຄງລ່າງທີ່ຍັງບໍ່ທັນແທດເໝາະ ແລະ ບໍ່ທັນສອດຄ່ອງ, ດ້ານຂອດ ບໍລິການແມ່ນຈະໄດ້ອົບຮົມພະນັກ ງານແພດໝໍທັງໝົດ ໂດຍເລັ່ງໃສ່ ຈັນຍາບັນ, ຈັນຍາທຳຂອງແພດໝໍ ໃຫ້ມີຄວາມຈິງໃຈຕໍ່ຄົນເຈັບ, ການ ຮັບຕ້ອນດີ, ເວົ້າດີ ແລະ ໃສ່ໃຈຄົນ ເຈັບຢ່າງໃກ້ຊິດ, ພ້ອມນຳເຂົ້າອຸ ປະກອນການແພດທີ່ຈຳເປັນຕື່ມ ໂດຍສະເພາະອຸປະກອນການແພດ ທີ່ທັນສະໄໝ ແລະ ພະນັກງານແພດ ໝໍທີ່ຊ່ຽວຊານ, ທີ່ຈຳເປັນ ພ້ອມທັງ ມີການປະເມີນຄືນໃນການບໍລິການ ໃນໄລຍະຜ່ານມາ ເພື່ອເຮັດໃຫ້ປະ ຊາຊົນມີຄວາມເພິ່ງພໍໃຈ ແລະ ມີ ຄວາມເຊື່ອໝັ້ນຕໍ່ການບໍລິການແພດ ໝໍຂອງພວກເຮົາ. ທຽບໃສ່ປັດຈຸບັນ ນີ້ ດ້ານອຸປະກອນການແພດທີ່ນໍາ ເຂົ້າມາແລ້ວ ແລະ ທ່ານໝໍ ກໍຄື ຊ່ຽວຊານຈໍານວນໜຶ່ງທັງຈີນ-ລາວ ທີ່ພໍ່ແມ່ປະຊາຊົນໄດ້ໄປປິ່ນປົວຢູ່ ບ່ອນອື່ນໆຜ່ານມາ ຊຶ່ງເຫັນວ່າ ພວກເຮົາຈະໄດ້ມີການປັບປຸງຄືນ ໃໝ່ບາງຈຸດ, ບາງອັນ ແລະ ບາງ ຂະແໜງການເພື່ອໃຫ້ຄົບວົງຈອນ ແລະ ເພື່ອຕອບສະໜອງກັບພໍ່ແມ່ ປະຊາຊົນທີ່ເຂົ້າມາໃຊ້ບໍລິການໃນ ໂຮງໝໍສາກົນ-ຄໍາມ່ວນ ໄດ້ຮັບ ການກວດທຸກຂະແໜງການ, ທຸກ ພາກສ່ວນ ຊຶ່ງຍັງມີບາງຂະແໜງ ການທີ່ຍັງບໍ່ທັນມີທ່ານໝໍ , ບໍ່ທັນມີ ອຸປະກອນການແພດ , ບາງຂະແໜງ ການມີອຸປະກອນການແພດແຕ່ຍັງ ບໍ່ທັນມີທ່ານໝໍທີ່ມາປະຈໍາເປັນຕົ້ນ ຊ່ຽວຊານດ້ານແຍ່ກະເພາະອາຫານ (Under scope), ນອກຈາກນັ້ນ ຍັງບໍ່ທັນມີທ່ານໝໍທີ່ກວດພາກສ່ວນ ຫູ-ຕາ-ດັງ-ຄໍ ຫລື ຊ່ຽວຊານ ສະເພາະທາງ. ພ້ອມນີ້, ທ່ານຍັງໄດ້ຝາກເຖິງ ພໍ່ແມ່ປະຊາຊົນພາຍໃນແຂວງ ແລະ ບັນດາແຂວງໃກ້ຄຽງໄດ້ເຂົ້າໃຈ ວ່າໂຮງໝໍແຫ່ງນີ້ ແມ່ນເປັນໂຮງໝໍ ເອກະຊົນພຽງແຫ່ງດຽວຢູ່ແຂວງ ຄໍາມ່ວນ ບໍ່ໃຫ້ຄິດວ່າຄ່າບໍລິການ ຈະແພງເກີນໄປທີ່ສໍາຄັນແມ່ນການ ຍົກສູງຄຸນນະພາບການປິ່ນປົວ ແລະ ການບໍລິການທີ່ດີ. ເມື່ອບໍ່ດົນມານີ້, ໂຮງໝໍສາກົນ-ຄໍາມ່ວນ ກໍໄດ້ມີ ການເຊັນບົດບັນທຶກຄວາມເຂົ້າ ໃຈກັບກົມຄຸ້ມຄອງແຮງງານ ກະ ຊວງແຮງງານ ແລະ ສະຫວັດດີ ການສັງຄົມ ກ່ຽວກັບການອະນຸ ຍາດໃຫ້ໂຮງໝໍສາກົນ-ຄໍາມ່ວນ ໄດ້ ກວດສຸຂະພາບໃຫ້ແກ່ພະນັກງານຢູ່ ບັນດາບໍລິສັດ, ຫ້າງຮ້ານຕ່າງໆທັງ ພາຍໃນ ແລະ ຕ່າງປະເທດທີ່ມາຕັ້ງ ບໍລິສັດ ຫລື ດໍາເນີນທຸລະກິດຢູ່ ສປປ ລາວ ໄດ້ເຂົ້າເຖິງການບໍລິການດ້ານ ສຸຂະພາບ. (ຂໍ້ມູນຈາກແຂວງຄຳມ່ວນ)
RkJQdWJsaXNoZXIy MTc3MTYxMQ==