gsfdko{dkora fmtok a xtgmf]k; ( 02/07/2026 c0;'s];'rt[k' ,u 8k|j k' la f8t;tggrf d;, 19 [h ko ຂປລ. ແຫລ່ງຂ່າວຈາກແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ກອງປະ ຊຸມສະຫລຸບການຈັດຕັ້ງປະຕິບັດ ກິດຈະກຳປະຈຳ 6 ເດືອນຕົ້ນປີແລະ ວາງແຜນການເຄື່ອນໄຫວໃນ 6 ເດືອນທ້າຍປີ 2026 ຂອງໂຄງການ ສົ່ງເສີມຕາໜ່າງສັດຕະວະແພດ ໃນຮູບແບບທຸລະກິດ ຈັດຂຶ້ນໃນ ວັນທີ 30 ມິຖຸນາ 2026 ທີ່ແຂວງ ຫລວງພະບາງ ໂດຍເປັນປະທານ ຂອງ ທ່ານ ໄຊຄໍາ ສຸກສະນິດ ຮອງ ຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງຫລວງພະ ບາງ, ມີບັນດາຄູ່ຮ່ວມງານຈາກ ກະຊວງການຕ່າງປະເທດ, ກະຊວງ ກະສິກຳ ແລະ ສິ່ງແວດລ້ອມ, va f8txn gzu pczj c9h 'dkosh k,-N {0kp -U o\6 ]k7k8j e{l6 'd;j k8Q omb odko]h P' ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ເມື່ອມໍ່ໆມານີ້ ພະແນກອຸດສາຫະກຳ ແລະ ການ ຄ້າແຂວງອັດຕະປື ຈັດກອງປະຊຸມ ເຜີຍແຜ່ ແຈ້ງການສະບັບເລກທີ 0786/ຫກ ແລະ ຄໍາແນະນໍາ ເລກທີ 0609/ກຄພນ ກ່ຽວກັບການຫ້າມ ຊື້-ຂາຍໝູຊີ້ນ (ໝູໜ້າຟາມ) ລາຄາ ຕໍ່າກວ່າ-ສູງກວ່າ ຕົ້ນທຶນການລ້ຽງ ແລະ ບັນດາເອກະສານທີ່ຕິດພັນ ກັບວຽກງານການສ້າງໂຄງປະ ກອບລາຄາ ເພື່ອປົກປ້ອງສິດຜົນ ປະໂຫຍດຂອງຜູ້ບໍລິໂພກ ໃຫ້ແກ່ ຕົວແທນນໍາເຂົ້າໝູ ແລະ ເຈົ້າຂອງ ຟາມໝູ ໂດຍການເປັນປະທານຂອງ ທ່ານ ພູໄຊ ວໍລະລາດ ຮອງຫົວໜ້າ ພະແນກອຸດສາຫະກຳ ແລະ ການ ຄ້າແຂວງອັດຕະປື, ມີຫ້ອງການ ອຸດສາຫະກຳ ແລະ ການຄ້າ 5 ເມືອງ ພ້ອມດ້ວຍຕົວແທນນໍາເຂົ້າ ໝູແລະ ເຈົ້າຂອງຟາມໝູ ເຂົ້າຮ່ວມ. ໃນກອງປະຊຸມ, ຜູ້ເຂົ້າຮ່ວມ ໄດ້ຮັບຟັງການເຜີຍແຜ່ແຈ້ງການ ສະບັບເລກທີ 0786/ຫກ ກ່ຽວກັບ ການຫ້າມຊື້-ຂາຍ ໝູຊີ້ນ (ໝູເປັນ ໜ້າຟາມ) ລາຄາຕໍ່າກວ່າ-ສູງ ກວ່າຕົ້ນທຶນການລ້ຽງ ໂດຍເນື້ອ ໃນໄດ້ລະບຸໄວ້ວ່າ: ເພື່ອເປັນການ ຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍ ເນື້ອໃນ ມາດຕາ 6 ຂອງດໍາລັດວ່າ ດ້ວຍການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການກ່ຽວກັບການ ປະຕິບັດບັນດາມາດຕະການຄວບ ຄຸມລາຄາ ແລະ ມາດຕະການ ກຳນົດລາຄາສູງສຸດ, ລາຄາຕໍ່າ ສຸດ ຫລື ຂອບເຂດລາຄາ ເພື່ອ ຮັກສາສະຖຽນລະພາບທາງ ດ້ານລາຄາຂອງຊີ້ນໝູໃນທ້ອງ ຕະຫລາດ ທັງເປັນການປົກປ້ອງ ແລະ ຊຸກຍູ້ສົ່ງເສີມຜູ້ປະກອບການ ຜະລິດ/ລ້ຽງໝູຊີ້ນ ໃຫ້ມີຄວາມ ໝັ້ນຄົງ, ຮັບປະກັນການສະໜອງ ຊີ້ນໝູໃຫ້ແກ່ຕະຫລາດ ກໍຄື ສັງຄົມ ຢ່າງພຽງພໍ ແລະ ລາຄາເໝາະສົມ ຕາມກົນໄກຕະຫລາດໃນແຕ່ລະ ໄລຍະ ແລະ ຮັບຟັງຄຳແນະນຳ ການຈັດຕັ້ງປະຕິບັດແຈ້ງການ ກ່ຽວກັບຫ້າມຊື້-ຂາຍ ໝູຊີ້ນ (ໝູ ເປັນໜ້າຟາມ) ຕໍ່າກວ່າຕົ້ນທຶນ ການລ້ຽງ ສະບັບເລກທີ 0786/ ຫກ, ໃນນັ້ນ ການກໍານົດລາຄາໜ້າ ຟາມ ຫ້າມຜູ້ປະກອບການລ້ຽງໝູ ແລະ ນາຍຮ້ອຍ ຊື້-ຂາຍ ໝູຊີ້ນ (ໝູ ເປັນໜ້າຟາມ) ໃນລາຄາທີ່ຕໍ່າກວ່າ ຫລື ສູງກວ່າ ໂຄງປະກອບລາຄາ ຕົ້ນທຶນທີ່ຂະແໜງກະສິກຳ ແລະ ສິ່ງແວດລ້ອມຄິດໄລ່ ແລະ ຢັ້ງຢືນ ອອກໃນແຕ່ລະເດືອນຢ່າງເດັດຂາດ ຊຶ່ງໝູຊີ້ນ (ໝູເປັນໜ້າຟາມ) ທີ່ນໍາ ມາຄິດໄລ່ ແລະ ຢັ້ງຢືນໂຄງປະກອບ ລາຄາຕົ້ນທຶນເພື່ອກຳນົດລາຄາຂາຍ ໜ້າຟາມ ແມ່ນໝູຊີ້ນທີ່ມີນໍ້າໜັກ ແຕ່ 100 ຫາ 120 ກິໂລກຣາມ, ສ່ວນ ໝູຊີ້ນທີ່ມີນໍ້າໜັກຫລຸດ ຫລື ເກີນທີ່ໄດ້ ກໍານົດໄວ້ນີ້ ແມ່ນໃຫ້ອີງຕາມການ ຕົກລົງລາຄາກັນເອງ ລະຫວ່າງ ຜູ້ຊື້ ແລະ ຜູ້ຂາຍ. ພ້ອມນີ້, ຍັງໄດ້ຮັບຟັງ ການເຜີຍແຜ່ ການຄຸ້ມຄອງ, ການ ຈັດຕັ້ງປະຕິບັດດ້ານວິຊາການໃນ ການຄິດໄລ່ໂຄງປະກອບລາຄາຕົ້ນ ທຶນ/ຕົ້ນທາງການຜະລິດ ແລະ ການ ນໍາເຂົ້າໝູ ແລະ ຊາກໝູທີ່ຂະແໜງ ກະສິກຳ ແລະ ສິ່ງແວດລ້ອມຈັດຕັ້ງ ປະຕິບັດ, ລາຍງານການຄຸ້ມຄອງ, ການຈັດຕັ້ງປະຕິບັດການຄິດໄລ່ ໂຄງສ້າງລາຄາຊີ້ນໝູໜ້າຂຽງ ໃນ ຂອດການຈໍາໜ່າຍ ຂາຍຍົກ-ຂາຍ ຍ່ອຍ. ນອກຈາກນີ້, ຜູ້ເຂົ້າຮ່ວມໄດ້ຄົ້ນ ຄວ້າປຶກສາຫາລືແລກປ່ຽນບົດຮຽນ ກ່ຽວກັບການຈັດຕັ້ງປະຕິບັດການ ນໍາເຂົ້າ-ການຈໍາໜ່າຍໝູ ເພື່ອບໍ່ ໃຫ້ມີການສວຍໂອກາດປັບລາຄາ ສູງເກີນສົມຄວນ ຫລື ຈໍາໜ່າຍໃນ ລາຄາທີ່ອາດສົ່ງຜົນກະທົບຕໍ່ລະບົບ ການຜະລິດ ແລະ ຕະຫລາດ ພ້ອມ ທັງປະຕິບັດຕາມກົດໝາຍ ແລະ ຂໍ້ ກຳນົດຂອງພາກລັດຢ່າງເຄັ່ງຄັດ. ປັດຈຸບັນ, ລາຄາຊີ້ນໝູສົດ ຢູ່ແຂວງອັດຕະປື ຢູ່ທີ່ກິໂລລະ 120.000 ກີບ, ຊີ້ນໝູປົນນ້ຳມັນ ຫລື ຊີ້ນສາມຊັ້ນ 90.000 ກີບ, ກະດູກຂ້າງ 90.000 ກີບ, ດູກ ທົ່ວໄປ 60.000 ກີບ, ຂາໝູ 90.000 ກີບ. ຂ່າວ: ສິດຕິພອນ rtoa d'kocrf{\= 9q j 'ln [8= j g0A ,';fxt8y [a fot3p[kp 5 fu 1 r= .9 ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ໃນໂອກາດທີ່ ທ່ານ ດຣ. ນາງ ລໍາພັນ ໄຊຄໍາມີ ຫົວ ໜ້າພະແນກສາທາລະນະສຸກ ແຂວງເຊກອງ ໄດ້ລົງຕິດຕາມການ ຈັດຕັ້ງປະຕິບັດວຽກງານ 6 ເດືອນ ຕົ້ນປີ ຢູ່ໂຮງໝໍແຂວງເຊກອງ ໃນ ອາທິດຜ່ານມານີ້, ໂດຍໄດ້ເນັ້ນໃຫ້ ພະນັກງານແພດ-ໝໍ ຈົ່ງສືບຕໍ່ ເຂັ້ມ ງວດປະຕິບັດນະໂຍບາຍ 5 ດີ 1 ພໍໃຈ ຄື: ຮັບຕ້ອນດີ, ສະດວກດີ, ສະອາດດີ, ບົ່ງມະຕິຖືກຕ້ອງຊັດເຈນ ດີ, ປິ່ນປົວດີໄວ ແລະ ຜູ້ມາຮັບ ບໍລິການເພິ່ງພໍໃຈ ພ້ອມນີ້, ແຕ່ລະ ທີມງານ, ຄະນະກຳມະການໃຫ້ສືບ ຕໍ່ເຄື່ອນໄຫວຢ່າງຕໍ່ເນື່ອງໃນໜ້າທີ່ ຂອງຕົນ ເປັນຕົ້ນ ນຳໃຊ້ຢາປີ່ນປົວ ພາກສ່ວນກ່ຽວຂ້ອງຂັ້ນແຂວງແລະ ເມືອງປາກແຊງ ພ້ອມດ້ວຍຜູ້ຕາງ ໜ້າອົງການແຄຣ໌ນານາຊາດ ປະຈຳ ສປປ ລາວ ແລະ ຜູ້ໃຫ້ທຶນເຂົ້າຮ່ວມ. ທ່ານ ແສງດາລາ ສຸລິນທອນ ຫົວໜ້າໂຄງການສົ່ງເສີມຕາໜ່າງ ສັດຕະວະແພດໃນຮູບແບບທຸລະ ກິດໄດ້ນຳສະເໜີລາຍງານລະອຽດ ກ່ຽວກັບຄວາມຄືບໜ້າ ແລະ ແຜນ ການໃນປີ 2026 ຊຶ່ງກິດຈະກຳ ຫລັກຂອງໂຄງການປະກອບມີ: ການສ້າງຕາໜ່າງສັດຕະວະແພດ; ສ້າງຄວາມອາດສາມາດໃຫ້ກັບ ສັດຕະວະແພດທີ່ຖືກຄັດເລືອກ; ອອກແບບ ແລະ ຈັດຕັ້ງປະຕິບັດ ແຜນງານການຝຶກອົບຮົມສັດຕະວະ ແພດ; ການຈັດຕັ້ງປະຕິບັດຕາໜ່າງ ສັດຕະວະແພດ, ສ້າງ ແລະ ທົດລອງ ເຄື່ອງມືສໍາຫລວດ; ເກັບກຳຂໍ້ມູນ ເພື່ອປັບປຸງແຜນການຝຶກອົບຮົມ ສັດຕະວະແພດ; ຕິດຕາມກ່ຽວກັບ ການນຳໃຊ້ກ້ອນແຮ່ທາດ ຄວບຄຸມ ການປ່ອຍອາຍພິດເຮືອນແກ້ວຂອງ ກະສິກອນຂະໜາດນ້ອຍ. ປັດຈຸບັນຕາໜ່າງສັດຕະວະແພດ ກວມເອົາ 19 ບ້ານ, ມີ 1.015 ຄອບຄົວ, ມີງົວ ແລະ ຄວາຍ 6.416 ໂຕ, ຈໍານວນຄອບຄົວເຂົ້່າ ຮ່ວມການສັກວັກຊິນໃຫ້ສັດ 556 ຄອບຄົວ ເທົ່າກັບ (55%) ຂອງ ຄອບຄົວທີ່ລ້ຽງສັດ, ງົວ-ຄວາຍໄດ້ ຮັບການສັກວັກຊິນທັງໝົດ 3.843 ໂຕ ກວມ 60%, ໝູ 1.189 ໂຕ ໄດ້ຮັບການສັກວັກຊິນ 279 ໂຕ ກວມ 27,4%, ແບ້ 1.034 ໄດ້ຮັບ ການສັກວັກຊິນ 113 ກວມ 11%, ສັດປີກທັງໝົດ 17.859 ໂຕ ໄດ້ຮັບ ການສັກວັກຊິນ 1.237 ໂຕ ກວມ 7% ແລະ ລາຍຮັບຂອງສັດຕະວະ ແພດ ຈາກການໃຫ້ການບໍລິການຮັກ ສາສຸຂະພາບສັດ ທັງໝົດ 61 ລ້ານ ກວ່າກີບ. ນອກນັ້ນ, ຍັງໄດ້ໃຫ້ການ ບໍລິການບ້ານທີ່ຢູ່ອ້ອມຂ້າງ ບ້ານ ເປົ້າໝາຍຂອງໂຄງການຕື່ມອີກ. ໂອກາດດຽວກັນ, ຜູ້ເຂົ້າຮ່ວມ ກອງປະຊຸມ ຍັງໄດ້ລົງຢ້ຽມຢາມ ພາກສະໜາມຢູ່ບ້ານຫົວແກ້ງ ເມືອງ ປາກແຊງ ເພື່ອຮັບຟັງການລາຍ ງານກ່ຽວກັບການຮັກສາສຸຂະພາບ ສັດ ພ້ອມທັງແລກປ່ຽນຄຳເຫັນ ເຮັດໃຫ້ກິດຈະກຳຂອງໂຄງການ ສອດຄ່ອງກັບຄວາມຕ້ອງການຂອງ ທ້ອງຖິ່ນຢ່າງແທ້ຈິງ. ຂ່າວ-ພາບ: ທະນູສິນ ອິດທິພົນ g,n v'-kow- x6 d8Q ow,h c,a d7kgfg,p 900 8Q o16 j g0fr6 cf' ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ເມືອງຊານໄຊ ແຂວງອັດຕະປື ຈັດຂະບວນການ ປູກຕົ້ນໄມ້ (ຕົ້ນແມັກຄາເດເມຍ) ຈໍານວນ 900 ຕົ້ນ ຢູ່ເຂດພູແດງ ໃນວັນທີ 30 ມິຖຸນາ 2026 ໂດຍມີ ໃຫ້ສົມເຫດສົມຜົນ, ຄວບຄຸມການ ຕິດເຊື້ອໃນໂຮງໝໍ ເພື່ອຄວາມປອດ ໄພຂອງຄົນເຈັບ ພ້ອມທັງຮັກສາ ສິ່ງແວດລ້ອມພາຍໃນ ແລະ ນອກ ອາຄານຂອງໂຮງໝໍໃຫ້ສະອາດ ແລະ ພ້ອມໃຫ້ບໍລິການຄົນເຈັບຕະ ຫລອດເວລາ. ນອກນີ້, ກໍໃຫ້ປຸກລະດົມແນວ ຄວາມຄິດປັບປຸງຫ້ອງນອນພິເສດ ສຳລັບຄົນເຈັບ ເພື່ອໃຫ້ມີຄວາມ ສະດວກ, ສະບາຍ, ສະອາດຂຶ້ນກວ່າ ເກົ່າ; ມອບໃຫ້ຄະນະພັກ-ຄະນະ ອຳນວຍການໂຮງໝໍ ນໍາພາ-ຊີ້ ນໍາພະນັກງານແພດ-ໝໍ ປະຕິບັດ ໜ້າທີ່ດ້ວຍຄວາມຮັບຜິດຊອບສູງ; ໃນສ່ວນບັນຫາຢາປິ່ນປົວບໍ່ພຽງພໍ ແມ່ນໃຫ້ມີການປະສານສົມທົບກັບ ຂະແໜງອາຫານ ແລະ ຢາ ໃຫ້ວ່ອງ ໄວ ພ້ອມລາຍງານຫາພະແນກໂດຍ ດ່ວນ ເພື່ອມີທິດຊີ້ນໍາແກ້ໄຂໃຫ້ທັນ ການທີ່ສໍາຄັນໃຫ້ຮັບຟັງຄຳຄິດເຫັນ ຈາກປະຊາຊົນ ພ້ອມນຳມາປັບ ປຸງແກ້ໄຂ ໃນຂໍ້ຂາດຕົກບົກຜ່ອງ ແລະ ໃຫ້ຊີ້ແຈງໃນຂໍ້ຂ້ອງໃຈຂອງ ຜູ້ມາຮັບບໍລິການ ເພື່ອສ້າງຄວາມ ເຂົ້າໃຈທີ່ຖືກຕ້ອງໃນລະບົບປະກັນ ສຸຂະພາບ ແລະ ນະໂຍບາຍດ້ານ ຕ່າງໆ. ໂອກາດນີ້, ທ່ານ ດຣ ລັດສະໝີ ສຸພັນທອງ ອໍານວຍການໂຮງໝໍ ແຂວງ ໄດ້ລາຍງານໃຫ້ຮູ້ວ່າ: ໃນ ໄລຍະຜ່ານມາ, ການຮັບໃຊ້ສັງຄົມ ຂອງໂຮງໝໍແຂວງເຊກອງ ເຫັນ ວ່າບັນດາພະນັກງານແພດໝໍ ມີ ຄວາມຫ້າວຫັນບຸກບືນສຸມທຸກສະຕິ ປັນຍາຄວາມຮູ້ຄວາມສາມາດຂອງ ຕົນໃນການປິ່ນປົວ ແລະ ເບິ່ງແຍງ ຄົນເຈັບທີ່ເຂົ້າມາຮັບການບໍລິການ ແລະ ມີຄົນເຈັບ ຈາກແຂວງໃກ້ຄຽງ ເຂົ້າມາໃຊ້ບໍລິການປິ່ນປົວນັບມື້ນັບ ເພີ່ມຂຶ້ນ ຊຶ່ງພາຍໃນໂຮງໝໍ ມີ 19 ໜ່ວຍງານທາງດ້ານວິຊາການ, ຄວາມອາດສາມາດທາງດ້ານ ວິຊາການ ແມ່ນໄດ້ກວດ ແລະ ປິ່ນປົວລະບົບເຂດນອກ, ກວດ ແລະ ຮັບເຂົ້ານອນປິ່ນປົວ, ຜ່າຕັດ ໃຫຍ່, ຜ່າຕັດກອງ, ຜ່າຕັດນ້ອຍ, ຊ່ວຍເກີດລູກທໍາມະດາ, ກວດວິ ເຄາະ, ສ່ອງກະເພາະ, ອຸນຕຣາ ຊາວ-ລັງສີ, ສອນພາກປະຕິບັດ ຕົວຈິງ ແລະ ທິດສະດີໃຫ້ກັບນັກ ສຶກສາທີ່ມາຝຶກງານ. ພ້ອມນີ້, ຍັງ ມີການບໍລິການພະຍາບານແບບ 24 ຊົ່ວໂມງ, ມີການໂຮມຕົວເປັນລະບົບ ກອງທຶນປະກັນສຸຂະພາບແຫ່ງຊາດ ປັດຈຸບັນກວມເອົາ 100% ໃນ ທົ່ວແຂວງ, ໄດ້ອອກໃບຢັ້ງຢືນສຸ ຂະພາບ 199 ເທື່ອຄົນ, ກວດເຂດ ນອກທັງໝົດ 5.374 ເທື່ອຄົນ, ບໍລິການປົວແຂ້ວ 94 ເທື່ອຄົນ, ເອ ໂກ 1.268 ເທື່ອຄົນ, ລັງສີ 485 ເທື່ອຄົນ, ການສີດສານກັນແສງ ກ່ອນກວດລັງສີ (UIV) 3 ເທື່ອ ຄົນ, ແທກຫົວໃຈ 153 ເທື່ອຄົນ; ຄົນເຈັບນອນໂຮງໝໍ 1.812 ເທື່ອ ຄົນ, ປິ່ນປົວດີ 1.624 ເທື່ອຄົນ, ຂໍ ກັບບ້ານ 111 ເທື່ອຄົນ, ສົ່ງຕໍ່ໄປ ປິ່ນປົວຕ່າງແຂວງ 68 ເທື່ອຄົນ, ຄົນ ເຈັບເສຍຊີວິດ 9 ຄົນ. ພ້ອມນີ້, ແຕ່ລະໜ່ວຍງານ ຍັງ ໄດ້ແລກປ່ຽນຄຳຄິດເຫັນ ແລະ ມີ ຂໍ້ສະເໜີ ເພື່ອປັບປຸງຄຸນນະພາບ ການບໍລິການດ້ານສຸຂະພາບໃນ ໂຮງໝໍແຂວງ ໂດຍສະເພາະຂອດ ການປັບປຸງຕາມນະໂຍບາຍ 5 ດີ 1 ພໍໃຈ ໃຫ້ດີຂຶ້ນເທື່ອລະກ້າວ ເພື່ອ ສ້າງຄວາມປະທັບໃຈ ແລະ ຄວາມ ເພິ່ງພໍໃຈຂອງຜູ້ມາໃຊ້ບໍລິການໃນ ໂຮງໝໍ ແລະ ເພື່ອແນໃສ່ປັບປຸງຄຸນ ນະພາບການບໍລິການໃຫ້ດີຂຶ້ນເທື່ອ ລະກ້າວ. ຂ່າວ : ພຸດທະສອນ ທ່ານ ບົວຄຳ ຮຽງລະເຢ ປະທານ ຄະນະກຳມະການປົກຄອງເມືອງ ຊານໄຊ ພ້ອມດ້ວຍຂະແໜງການທີ່ ກ່ຽວຂ້ອງຂອງແຂວງ ແລະ ເມືອງ ເຂົ້າຮ່ວມ. ທ່ານ ບົວຄຳ ຮຽງລະເຢ ໄດ້ຍົກ ໃຫ້ເຫັນຄວາມສຳຄັນ ຂອງການປູກ ຕົ້ນໄມ້ ເພື່ອປູກຈິດສຳນຶກໃຫ້ແກ່ ພະນັກງານການນຳຂອງແຂວງ ແລະ ການນໍາຂອງເມືອງ ຮູ້ຈັກ ຮັກສາທຳມະຊາດ, ສິ່ງແວດລ້ອມ ເພື່ອເຮັດໃຫ້ບໍລິເວນດັ່ງກ່າວປົກ ຫຸ້ມເຕັມໄປດ້ວຍສີຂຽວ, ພ້ອມທັງ ຍັງເປັນການສ້າງຄວາມຮົ່ມເຢັນຊຸ່ມ ຊື່ນ ແລະ ຍັງສະແດງໃຫ້ເຫັນເຖິງ ຄວາມເອົາໃຈໃສ່ຂອງຄະນະພັກທຸກ ຂັ້ນຕໍ່ວຽກງານຟື້ນຟູປ່າໄມ້, ພ້ອມ ນ້ີ, ຍັງໄດ້ເນັ້ນໜັກໃຫ້ພະນັກງານ ທຸກພາກສ່ວນເອົາໃຈໃສ່ບົວລະບັດ ຮັກສາຕົ້ນໄມ້ໃຫ້ຈະເລີນເຕີບໂຕໄວ. ເພື່ອສ້າງໃຫ້ເມືງຊານໄຊປົກຫຸ້ມ ໄປດ້ວຍຕົ້ນໄມ້ສີຂຽວໃນອະນາຄົດ. ຂ່າວ: ສຸວັນນະວົງ
RkJQdWJsaXNoZXIy MTc3MTYxMQ==