02/07/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ມາລີດດາີ ;y mu -u ;y f c]t 7;k,g-nj v4n 0v'-q ogzqj kIj kpuj 9kdrN omu j mu j ,u 7;k,lj P'dkpgxa o[j vox6 ddkg275 ootrk[lq j 'vvd8ts]kf16 3i[ -u ;y f{;a fmtotme u y a ຂປລ. ຊົນເຜົ່າຮ່າຍ່ີ ແມ່ນຊົນ ເຜົ່າໜຶ່ງທີ່ນອນຢູ່ໃນວົງຄະນາຍາດ ແຫ່ງຊາດລາວ ທີ່ມີວັດທະນະທຳ ແລະ ຂະນົບທຳນຽມປະເພນີອັນ ເປັນເອກະລັກ. ປັດຈຸບັນຊາວຮ່າຍີ່ ໃນ ສປປ ລາວ ອາໄສຢູ່ໃນ 5 ບ້ານ ຂອງເມືອງຍອດອູ ແຂວງຜົ້ງສາລີ ປະກອບມີ ບ້ານຊີເປີຈ້າຍ, ບ້ານຊີ ເກົ່າໂຮ, ບ້ານຊີທົ່ງປ່າເກົ່າ, ບ້ານ ສີວິໄລ ແລະ ບ້ານຊີທົ່ງປ່າໃໝ່ (ບ້ານຕຳໂຮແປນ). ນອກຈາກນັ້ນ, ຍັງມີບາງຄອບຄົວໄດ້ຍົກຍ້າຍໄປ ອາໄສຢູ່ບ້ານໂນນສະຫວ່າງ ເມືອງ ບຸນເໜືອ. ຊົນເຜົ່າຮ່າຍ່ີ ຕັ້ງບ້ານເຮືອນຢູ່ ຕາມພູດອຍ ແລະ ເປັນເຂດຫ່າງໄກ ຈາກຊຸມຊົນ, ເປັນຊົນເຜົ່າທີ່ຈັດເຂົ້າ ໃນໝວດພາສາຈີນ-ຕີເບດ. ຕາມ ປະຫວັດຄວາມເປັນມາໃຫ້ຮູ້ວ່າ: ເຂົາເຈົ້າໄດ້ເຄື່ອນຍ້າຍຈາກແຂວງ ຢູນນານ ສປ ຈີນ ຍ້າຍໄປຢູ່ແຂວງ ໄລເຈົາ ສສ ຫວຽດນາມ ແລະ ກ່ອນ ໜ້ານີ້ປະມານ 200 ກວ່າປີພວກເຂົາ ຈຶ່ງອອກຈາກແຂວງໄລເຈົາ ສສ ຫວຽດນາມ ແລະ ອີກຈໍານວນໜຶ່ງ ມາຈາກເມືອງຈ່ຽງເຊີນ ນະຄອນພູ ເອີ ແຂວງຢູນນານ ສປ ຈີນ ເຂົ້າມາ ຕັ້ງຖິ່ນຖານພູມລໍາເນົາຢູ່ເມືອງຍອດ ອູ ໃນເຂດສາມຫລ່ຽມຊາຍແດນ ລາວ-ຈີນ-ຫວຽດນາມ. ຊົນເຜົ່າຮ່າຍ່ີ ມີຫລາຍຊື່ເອີ້ນ ເຊັ່ນ: “ອູນິ, ຊາອູນີ ແລະ ຮ່າຍ່ີ” ແຕ່ ຂປລ. ແຂວງຫົວພັນ ເປັນອີກ ແຂວງໜຶ່ງທີ່ມີມູນເຊື້ອຄວາມດຸໝັ່ນ, ອົດທົນພາກພຽນໃນການອອກ ແຮງງານຫາລ້ຽງຄອບຄົວດ້ວຍ ການສ້າງເສດຖະກິດຄອບຄົວໃຫ້ ເຂັ້ມແຂງ, ກຸ້ມຕົນເອງ, ເພິ່ງຕົນເອງ ເຫລືອກິນແລ້ວສົ່ງອອກຂາຍທັງ ພາຍໃນ ແລະ ຕ່າງປະເທດ ຕາມ ນະໂຍບາຍຂອງພັກ-ລັດວາງອອກ. ປັດຈຸບັນ, ໜຶ່ງໃນຜົນສຳເລັດອັນພົ້ນ ເດັ່ນທີ່ພວມໄດ້ຮັບຄວາມສົນໃຈຢ່າງ ຫລວງຫລາຍຄືການຫັນປ່ຽນພື້ນທີ່ ທີ່ມີຄວາມສ່ຽງຈາກການປູກຝິ່ນ ໃນອະດີດມາເປັນບ່ອນປູກກາເຟທີ່ ຊື່ທີ່ໃຊ້ໃນທາງລັດຖະການປັດຈຸບັນ ແມ່ນ: “ຮ່າຍ່ີ” ຊຶ່ງປະກອບມີຫລາຍ ຊິງເຊັ່ນ: “ລາວຊົງ, ລາວລີ, ລາວ ຢາງ, ລາວວາງ, ລາວເຊີນ, ລາວ ເຕົ່າ, ລາວຈ່າງ, ລາວໂລ” ຄ້າຍຄື ກັນກັບເຜົ່າຫໍ້, ເຜົ່າອາຄາ. ແຕ່ສະໄໝບູຮານຊົນເຜົ່າຮ່າຍ່ີ ຢືດຖືອາຊີບຖາງປ່າເຮັດໄຮ່ປູກເຂົ້າ ແລະ ເຮັດສວນປູກພືດຜັກຫລາຍ ຊະນິດເຊັ່ນ: ປູກອ້ອຍ, ສາລີ, ຖົ່ວ ຂຽວ, ປູກຝິ່ນ, ຖົ່ວເຫລືອງ, ຖົ່ວດິນ ແລະ ພືດລົ້ມລຸກອື່ນໆ. ພ້ອມກັນ ນັ້ນ, ເຂົາເຈົ້າຍັງມີມູນເຊື້ອໃນການ ລ້ຽງສັດປະເພດຕ່າງໆເຊັ່ນ: ລ້ຽງ ຄວາຍ, ງົວ, ໝູ, ໝາ ແລະ ສັດປີກ, ພ້ອມນັ້ນຜູ້ຊາຍຍັງມີມູນເຊື້ອໃນວິຊາ ຫັດຖະກຳຈັກສານ ແລະ ຕີເຫລັກ ເພື່ອເຮັດເຄື່ອງໃຊ້ໃນຄອບຄົວ ແລະ ເຄື່ອງມືການຜະລິດ, ສ່ວນແມ່ຍິງ ມີຄວາມລະອຽດອ່ອນໃນວິຊາຕໍ່າ ຫູກ ເພື່ອເຮັດເຄື່ອງນຸ່ງຫົ່ມ ຊຶ່ງມີ ລັກສະນະກຸ້ມຕົນເອງ. ຊົນເຜົ່ານີ້ ຈະຕັ້ງຖິ່ນຖານຕາມພູດອຍ ແລະ ດຳລົງຊີວິດໃກ້ຊິດກັບທຳມະຊາດ. ກ່ອນຈະສ້າງບ້ານເຮືອນຈະມີພິທີ ເລືອກພື້ນທີ່ຕາມຄວາມເຊື່ອທີ່ ສືບທອດມາແຕ່ບູຮານ. ຮູບແບບ ຄອບຄົວເປັນລະບົບບິດາເປັນໃຫຍ່ ໂດຍຜູ້ອາວຸໂສໃນວົງຕະກຸນເປັນ ຜູ້ຖ່າຍທອດປະຫວັດຄວາມເປັນ ມາ ແລະ ລຳດັບເຊື້ອສາຍໃຫ້ລູກ ຫລານຮັບຮູ້. ນັບແຕ່ອະດີດຈົນຮອດ ປັດຈຸບັນຊົນເຜົ່າຮ່າຍ່ີ ໄດ້ມີປະເພນີ ໃນການຕັ້ງບ້ານ ແລະ ເຮືອນຄື: ກ່ອນຈະປຸກເຮືອນເຂົາເຈົ້າໄດ້ຂຸດ ຂຸມເລິກປະມານ 30-50 ເຊັນ ແລ້ວ ເອົາເຂົ້າສານ 3 ເມັດ ໃສ່ຂຸມເອົາ ຖ້ວຍອັດໄວ້ປະມານ 20-30 ນາທີ ຈຶ່ງໄຂເບິ່ງ, ຖ້າເຂົ້າສານຍັງຢູ່ສະ ພາບເດີມແມ່ນຕັ້ງເຮືອນໄດ້. ສຳລັບ ມື້ຕັ້ງເຮືອນແມ່ນມື້ຄູ່ ແລະ ເປັນມື້ ສັນວັນດີຂອງຄອບຄົວນັ້ນເອງ, ຄົນຮ່າຍ່ີ ມີຄວາມນິຍົມປຸກເຮືອນ ຕິດດິນຍາວປະມານ 5-6 ແມັດ, ກວ້າງ 4-8 ແມັດ, ຫລັງຄາບໍ່ຊັນ ແລະ ບໍ່ເນີນເກີນໄປ, ມຸງດ້ວຍຫຍ້າ ຄາ, ແອ້ມດ້ວຍການເອົາດິນຕຳ ໃສ່. ສ່ວນການຈັດແບ່ງຫ້ອງນອນ ແມ່ນອີງຕາມຈຳນວນສະມາຊິກ ໃນຄອບຄົວ. ພ້ອມນັ້ນ ກໍມີຂໍ້ຫ້າມ ແລະ ການຄະລຳພາຍໃນຫ້ອງ ນອນເປັນຕົ້ນ ລູກໄພ້ບໍ່ໄດ້ເຂົ້າຫ້ອງ ນອນປູ່, ຍ່າ, ຍົກເວັ້ນມີການເຈັບ ປ່ວຍ. ກໍລະນີເຂົ້າຫ້ອງນອນບໍ່ໄດ້ ຮັບອະນຸຍາດຈະຖືກປັບໄໝດ້ວຍ ເຄື່ອງ 3 ເຊັ່ນ: ໝູ 3 ກຳ 1 ໂຕ, ເຫລົ້າ 3 ລິດ, ເງິນ 3 ໝັນ ຫລື ຄົນ ນອກເຂົ້າຈະຖືກປັບໄໝເຊັ່ນກັນ ແລະ ເງິນຈະຄູນ 2 ເປັນ 6 ໝັນ ເພື່ອ ແປງຜີເຮືອນ ແລະ ກໍລະນີເຄື່ອງເສຍ ຈະຕ້ອງທົດແທນຄືນເທົ່າກັບລາຄາ ເຄື່ອງທີ່ເສຍໄປນັ້ນ. ແນວໃດກໍຕາມ, ການນຸ່ງຖືຂອງ ຊົນເຜົ່ານີ້ ໄດ້ມີເຄື່ອງນຸ່ງຫົ່ມ, ເອ້ ຢ້ອງທີ່ເປັນເອກະລັກອັນສະເພາະ ຂອງຕົນຄື: ຜູ້ຊາຍນຸ່ງໂສ້ຂາກວ້າງ, ຂາທຳມະດາ ສາມາດພັບໄດ້ ສີດຳ ຍ້ອມດ້ວຍນ້ຳນິນ, ໃສ່ເສື້ອແຂນ ຍາວສີດຳມີຖົງຢູ່ໜ້າເອິກ, ມີຜ້າສີ ດຳຍາວປະມານ 2-3 ວາ ໄວ້ຄຽນ ຫົວ, ໃສ່ສາຍແອວທີ່ມີຄວາມຍາວ 2-3 ວາ, ໃສ່ປອກແຂນທີ່ເຮັດດ້ວຍ ເງິນ. ສ່ວນແມ່ຍິງນຸ່ງສິ້ນສີດຳແຄບ ດ້ວຍຫລາຍສີ, ມີຜ້າພັນແຄ່ງ, ຫົ່ມ ເສື້ອແຂນສັ້ນ, ແຂນຍາວສີດຳຄໍ ມົນ, ແຂນເສື້ອກ່ານດ້ວຍຫລາຍສີ, ມີຜ້າແພຄຽນຫົວປະດັບດ້ວຍເງິນ ບີ້, ມີສາຍແອວທີ່ເຮັດເປັນລວດ ລາຍຕ່າງໆ, ສຳລັບເຄື່ອງເອ້ຢ້ອງ ນັ້ນມີປອກແຂນ, ປອກຄໍ, ບ່ອງຫູໃສ່ ຕ້າງ, ຈົ່ງຜົມຍາວແລ້ວຝັ້ນ (ເປຍ) ເອົາຄຽນຫົວໄວ້ ເພື່ອຈະໄດ້ເອົາ ຜ້າປົກຫົວໃຫ້ສະບາຍ ແລະ ແໜ້ນ ດີ. ນອກຈາກນີ້, ຍັງມີຄວາມເຊືື່ອ ຖືເຄົາລົບບູຊາ ໃນເລື່ອງສິ່ງສັກສິດ ທັງປວງເຊັ່ນ: ຜີບັນພະບູລຸດ, ຜີ ພໍ່ແມ່, ຜີບ້ານ, ດັ່ງນັ້ນ ໃນຮອບ ວຽນຂອງປີໜຶ່ງໆ ເຂົາເຈົ້າຈຶ່ງໄດ້ ຈັດງານບຸນ ແລະ ພິທີກຳທາງດ້ານ ຕ່າງໆເຊັ່ນ: ພິທີກຳໃນການຊອກ ສະຖານທີ່ຕັ້ງບ້ານ, ເຮືອນ, ຂຶ້ນ ເຮືອນໃໝ່, ຮຽກຂວັນເຂົ້າ, ກ່ອນ ຈະກ່ຽວເຂົ້າ. ນອກນັ້ນ, ຍັງມີພິທີ ກຳບະຜີບ້ານ ຊຶ່ງເຂົາເຈົ້າຈະຈັດ ຂຶ້ນໃນເດືອນ 6 ຂອງທຸກໆປີ ດ້ວຍ ການຂ້າໝູ, ເຂົ້າສຸກ, ເຫລົ້າ ຖວາຍ ຜີຢູ່ເໜືອບ້ານບ່ອນທີ່ໄດ້ກຳນົດໄວ້. ສ່ວນບຸນໃຫຍ່ທີ່ສຳຄັນນັ້ນຄື: ບຸນ ກິນຈຽງ, ກິນຊີ້ນໝູ, ດື່ມເຫລົ້າ ຊຸນແຊວຕະຫລອດ 3-5 ວັນ/ຄືນ ແລະ ເປັນອັນຈົບພິທີ. ຄຽງຄູ່ກັນ ນັ້ນ, ເຂົາເຈົ້າຍັງມີປະເພນີໃນການ ແຕ່ງດອງ, ຊາຍໜຸ່ມຍິງສາວນັບ ແຕ່ອາຍຸ 18 ຂຶ້ນໄປແມ່ນມີສິດໃນ ການຊອກຫາຄູ່ຄອງຂອງຕົນ ຫລື ພໍ່ແມ່ ເປັນຜູ້ຫາໃຫ້, ສິ່ງທີ່ສຳຄັນ ແມ່ນເກີດປີດຽວກັນເອົາກັນບໍ່ໄດ້ ເຊັ່ນ: ປີເສືອກັບປີເສືອ ແລະ ປີອື່ນໆ. ສ່ວນຄ່າດອງ ແມ່ນມີໝູ 50-80 ກິໂລ, ເຫລົ້າ 30-80 ລິດ, ຄ່າດອງ (ເງິນຄ່າຫົວ) 30-50 ຫລຽນ, ຄ່ານ້ຳນົມແພ 2 ວາ, ເຂົ້າຈີ່ ແລະ ໄກ່ ໃຫ້ຍາດຕິພີ່ນ້ອງຊັ້ນຈຳ, ເຂົ້າຈີ່ ຄົນລະຄູ່, ໄກ່ຄົນລະໂຕໃຫ້ຝ່າຍຍິງ. ກ່ອນການແຕ່ງດອງທັງສອງຝ່າຍ ຕົກລົງກັນຈະຢູ່ເຮືອນນຳພໍ່ແມ່ເມຍ ຫລື ຢູ່ເຮືອນນຳພໍ່ແມ່ຂອງຕົນແລ້ວ ແຕ່ເງ່ືອນໄຂຂອງສອງຝ່າຍຕົກລົງ ເປັນເອກະພາບກັນ. ນອກຈາກນີ້, ດ້ານສິລະປະວັນ ນະຄະດີໄດ້ມີກອນຂັບ, ກອນລຳ, ຂັບລຳໂປມາ, ບົດກາວີ, ບົດຟ້ອນ, ບົດເພງທີ່ໃຊ້ໄວ້ຮ້ອງໃນເວລາ ແຕ່ງດອງ, ເວລາມີການໄຫວບຸນ ແລະ ປະເພດເຄື່ອງດົນຕີປະກອບ ມີ ຂຸ່ຍ, ປີ່, ມູຕູ, ຕີຮີເຕີນ ແລະ ນິທານພື້ນເມືອງທີ່ສ່ອງແສງເຖິງ ການດຳລົງຊີວິດຂອງຕະກຸນ ແລະ ເຊື້ອສາຍລາຍລ່ອງຂອງແຕ່ລະເຊັ່ນ ຄົນໃນອະດີດຕະການ. ສຳລັບພາສາ ປາກເວົ້າແມ່ນມີພາສາປາກເວົ້າເປັນ ອັນສະເພາະຂອງຊົນເຜົ່າຕົນ, ຄ້າຍ ຄືກັນກັບພາສາຂອງຊົນເຜົ່າ ສີລາ, ອາຄາ ແລະ ໂລໂລ, ຈັດເຂົ້າໃນ ໝວດພາສາ ຈີນ-ຕີເບດ, ສາຂາ ຕີເບດ-ມຽນມາ ແລະ ຍັງສາມາດ ເວົ້າພາສາຊົນເຜົ່າ ລື້, ໄທເໜືອ, ສີລາ, ອາຄາ ຊຶ່ງມີຄວາມສະດວກ ໃນການສື່ສານແລກປ່ຽນສິນຄ້າ ແລະ ວັດທະນະທຳລະຫວ່າງຊົນ ເຜົ່າດ້ວຍກັນ, ແຕ່ບໍ່ມີຕົວໜັງສືຂຽນ. ປັດຈຸບັນເຖິງວ່າສັງຄົມຈະປ່ຽນ ແປງໄປຫລາຍ ແຕ່ຊົນເຜົ່າຮ່າຍ່ີ ຍັງສືບທອດພາສາ, ວັດທະນະທຳ, ຮີດຄອງປະເພນີ ແລະ ພິທີກຳດັ້ງ ເດີມຂອງຕົນໄວ້. ສິ່ງເຫລົ່ານີ້ບໍ່ ພຽງແຕ່ສະທ້ອນເຖິງເອກະລັກ ຂອງຊົນເຜົ່າຮ່າຍ່ີເທົ່ານັ້ນ, ແຕ່ຍັງ ເປັນສ່ວນສຳຄັນຂອງຄວາມຫລາກ ຫລາຍທາງວັດທະນະທຳ ແລະ ເປັນທຶນຮອນດ້ານການທ່ອງທ່ຽວ ວັດທະນະທຳຂອງແຂວງຜົ້ງສາລີ ໃຫ້ໄດ້ຮັບການອະນຸລັກ ແລະ ສືບ ສານສູ່ຄົນຮຸ່ນຫລັງຕໍ່ໄປ. ມີຄຸນນະພາບສູງສາມາດສົ່ງອອກ ໄປຕ່າງປະເທດສ້າງລາຍຮັບໃຫ້ ປະຊາຊົນ ແລະ ຍົກລະດັບຊີວິດການ ເປັນຢູ່ຂອງສະມາຊິກສະຫະກອນໄດ້ ເປັນຢ່າງດີ. ທ່ານນາງ ພວງວິສາ ທະວີວັນ ພະນັກງານບັນຊີ-ການເງິນ ພັດທະ ນາຊຸມຊົນຂອງສະຫະກອນກະເສດ ວັນໃໝ່ ໄດ້ໃຫ້ສໍາພາດໃນໂອກາດ ເຂົ້າຮ່ວມງານວາງສະແດງສິນຄ້າ ສະຫະກອນກຸ່ມ ແລະ ຜູ້ປະກອບ ການ ເພື່ອສະເຫລີມສະຫລອງວັນ ສະຫະກອນທີ່ສູນການຄ້າ ລາວໄອເຕັກ ວ່າ: ກ່ອນຈະກາຍມາ ເປັນສະຫະກອນກະເສດວັນໃໝ່ ແຕ່ກ່ອນພື້ນທີ່ດັ່ງກ່າວ ແມ່ນມີ ຄວາມສ່ຽງຍ້ອນວ່າ ເຄີຍປູກຝິ່ນ ມາກ່ອນ, ແຕ່ຫລັງຈາກໄດ້ຮັບ ການສະໜັບສະໜູນຈາກໂຄງການ ພັດທະນາຈຶ່ງໄດ້ຫັນມາປູກກາເຟ ແບບຍືນຍົງທົດແທນການປູກຝິ່ນ ເພື່ອສ້າງລາຍຮັບສ້າງອາຊີບທີ່ໝັ້ນ ຄົງໃຫ້ກັບປະຊາຊົນໃນຂົງເຂດດັ່ງ ກ່າວ ແລະ ເພື່ອເປັນການຫລຸດພົ້ນ ອອກຈາກການປູກຝິ່ນ. ໂຄງການ ເລີ່ມຈັດຕັ້ງປະຕິບັດໃນປີ 2016 ມາເຖິງປັດຈຸບັນເກືອບ 10 ປີ, ຜົນເກັບກ່ຽວເລີ່ມທໍາອິດແມ່ນຍັງ ບໍ່ທັນມີການຕະຫລາດ, ມາເຖິງ ປີ 2019 ເລີ່ມຈັດຕັ້ງສະຫະກອນ ກະເສດວັນໃໝ່ ເພື່ອຮວບຮວມ ເອົາຜະລິດຕະພັນ ແລະ ພັດທະນາ ຕະຫລາດ ໂດຍການສົ່ງອອກໄປ ຕ່າງປະເທດ ຊຶ່ງຕະຫລາດຫລັກໆ ແມ່ນຢູໂຣບ. ປີ 2020 ສະຫະກອນ ສາມາດສົ່ງອອກກາເຟໄປປະເທດ ຝຣັ່ງ ເປັນຄັ້ງທຳອິດ ແລະ ມາເຖິງປີ 2026 ນີ້ມີແຜນກຽມສົ່ງອອກອີກ 4 ຕູ້ຄອນເທັນເນີ ໄປຕະຫລາດຢູ່ໂຣບ. ເມື່ອເບິ່ງດ້ານການຕະຫລາດແລ້ວ ກໍຄິດຢາກຂະຫຍາຍຜະລິດຕະພັນ ຕື່ມ ເພື່ອສ້າງລາຍຮັບໃຫ້ສູງຂຶ້ນ. ສະນັ້ນ, ຈຶ່ງໄດ້ຜະລິດອອກຂາຍ ພາຍໃນປະເທດມີຊື່ວ່າ: “ກາເຟ ວັນໃໝ່”. ປັດຈຸບັນສະຫະກອນມີສະມາ ຊິກ 650 ຄອບຄົວ ຈາກ 4 ເມືອງ ຂອງແຂວງຫົວພັນ ປະກອບມີ ລາວລຸ່ມ, ລາວສູງ ແລະ ກຶມມຸ; ສະຫະກອນຮັບຊື້ຜົນຜະລິດຈາກ ສະມາຊິກນຳໄປຈຳໜ່າຍ ແລະ ແບ່ງປັນຜົນກຳໄລກັບສະມາຊິກ ປີລະ 1 ເທື່ອ. ສະມາຊິກ ມີລາຍ ຮັບສູງສຸດເຖິງ 253 ລ້ານກີບຕໍ່ປີ ແລະ ລາຍຮັບຕໍ່າສຸດແມ່ນ 30 ລ້ານ ກີບຕໍ່ປີ. ນອກຈາກການສົ່ງອອກ ກາເຟແລ້ວ, ສະຫະກອນຍັງໄດ້ ພັດທະນາຜະລິດຕະພັນພາຍໃນ ປະເທດພາຍໃຕ້ຍີ່ຫໍ້ “ກາເຟວັນ ໃໝ່” ເພື່ອຕອບສະໜອງຄວາມ ຕ້ອງການຂອງຜູ້ບໍລິໂພກ. ກາເຟຂົ້ວ ຂາຍຍ່ອຍ 1 ກິໂລ 600.000 ກີບ, ກາເຟຖົງຂະໜາດບັນຈຸ 250 ກຣາມ ລາຄາ 100.000 ກີບ ແລະ ກາ ເຟແບບກ່ອງລາຄາ 200.000 ກີບ. ປັດຈຸບັນກາເຟວັນ ໃໝ່ມີຈຳໜ່າຍຢູ່ແຂວງຫົວພັນ ແລະ ຝາກຂາຍຢູ່ຮ້ານເດິເຟີດໃກ້ທາດດຳ ນະຄອນຫລວງວຽງຈັນ ລວມທັງ ຈຸດຈຳໜ່າຍໃນຫ້ອງການ UNDP. ທ່ານນາງ ພວງວິສາ ທະວີວັນ ກ່າວຕື່ມອີກວ່າ: ຈຸດເດັ່ນຂອງ ກາເຟວັນໃໝ່ ຄືເປັນກາເຟທີ່ປູກຢູ່ ເຂດພູສູງພາກເໜືອອາກາດໜາວ ເຮັດໃຫ້ໝາກກາເຟສຸກຊ້າ ຈຶ່ງມີ ລົດຊາດຫອມຄ້າຍໝາກໄມ້ອົບ ແຫ້ງ, ມີຄວາມຫວານອ່ອນໆ, ນຸ່ມ ນວນແຕກຕ່າງຈາກກາເຟເຂດ ອື່ນ. ພິເສດກາເຟຂອງສະຫະກອນ ຜະລິດແບບປອດສານເຄມີ 100% ສາມາດຕອບສະໜອງແນວໂນ້ນ ການບໍລິໂພກກາເຟຄຸນນະພາບຂອງ ຕະຫລາດໂລກ. ຄວາມສຳເລັດຂອງສະຫະກອນ ກະເສດວັນໃໝ່ ບໍ່ພຽງແຕ່ສະທ້ອນ ໃຫ້ເຫັນການຫັນປ່ຽນພື້ນທີ່ສ່ຽງ ໃຫ້ກາຍເປັນແຫລ່ງຜະລິດກາເຟ ຄຸນນະພາບ, ແຕ່ຍັງເປັນຕົວຢ່າງ ຂອງການພັດທະນາກະສິກຳຢ່າງ ຍືນຍົງທີ່ຊ່ວຍຍົກລະດັບຊີວິດປະຊາ ຊົນ ແລະ ສ້າງຊື່ສຽງໃຫ້ຜະລິດຕະ ພັນກາເຟຂອງລາວໃນຕະຫລາດ ສາກົນ ອີກດ້ວຍ. ເອົາເປັນວ່າຖ້າຫາກທ່ານຜູ້ອ່ານ ມີຄວາມສົນໃຈ ຫລື ຕ້ອງການ ກາເຟວັນໃໝ່ ເປັນຈໍານວນຫລາຍ ເພື່ອໄປຈໍາໜ່າຍກໍສາມາດຕິດຕໍ່ ໄດ້ທີ່ Facebook: @Vanmai Coffee, Email: vanmaicoffee @gmail.com.
RkJQdWJsaXNoZXIy MTc3MTYxMQ==