7309

gsfdko{dkora fmtok a xtgmf]k; ( 01/07/2026 6 gfn vo8Q oxu glf4tdy fc0;';P'9a o 0tspkp8q ; 3,4% ຂປລ. ແຫລ່ງຂ່າວຈາກແຂວງ ວຽງຈັນ ໃຫ້ຮູ້ວ່າ: ໃນໄລຍະ 6 ເດືອນຕົ້ນປີ 2026 ເສດຖະກິດ ຂອງແຂວງວຽງຈັນ ຂະຫຍາຍຕົວ 3,4%, ເທົ່າກັບ 58,62% ຂອງ ແຜນການ (ແຜນ 5,8%), ຄິດ ເປັນມູນຄ່າລາຄາໃນປີ 12.430 ຕື້ ກີບ, ເທົ່າກັບ 69%ຂອງແຜນການ, ສະເລ່ຍຕໍ່ຫົວຄົນໄດ້ 1.154 ໂດລາ ສະຫະລັດ ໃນນີ້, ຂະແໜງກະສິກຳ ຂະຫຍາຍຕົວ 3,2%, ກວມເອົາ 33,88%, ຂະແໜງອຸດສາຫະກຳ ຂະຫຍາຍຕົວ 2,8%, ກວມເອົາ 26,93%, ຂະແໜງບໍລິການ ຂະຫຍາຍຕົວ 3,8%, ກວມເອົາ 33,76% ແລະ ພາສີ-ອາກອນ c0;'-P'0;k' fegou odv'xt-5 ,7q [7tot [= ]y sko'kora dc0;' ltw\mu IX ຂປລ. ແຫລ່ງຂ່າວຈາກແຂວງ ຊຽງຂວາງ ໃຫ້ຮູ້ວ່າ: ກອງປະຊຸມ ຄົບຄະນະບໍລິຫານງານພັກແຂວງ ຊຽງຂວາງ ເປີດກວ້າງ ຄັ້ງທີ 3 ສະໄໝທີ IX ໄຂຂຶ້ນໃນວັນທີ 29 ມິຖຸນາ 2026 ທີ່ຫ້ອງວ່າການ ແຂວງ ໂດຍການເປັນປະທານຂອງ ສະຫາຍ ພູວົງ ອຸ່ນຄຳແສນ ກຳມະ ການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ຊຽງຂວາງ, ມີຄະນະປະຈຳພັກ ແຂວງ, ກຳມະການພັກແຂວງ, ຄະນະພັກຮາກຖານ ແລະ 2 ກອງ ບັນຊາການ ປກສ-ປກຊ ເຂົ້າຮ່ວມ. ທ່ານ ບຸນເຮືອງ ສຸລິໄຊ ຮອງ ເລຂາພັກແຂວງ ຜູ້ຊີ້ນຳວຽກງານ ການເມືອງແນວຄິດ ໄດ້ສະຫລຸບ ຕີລາຄາການນຳພາ-ຊີ້ນຳຮອບ ດ້ານ ຂອງຄະນະບໍລິຫານງານພັກ ແຂວງ ໄລຍະ 6 ເດືອນຕົ້ນປີ ແລະ ວາງຄາດໝາຍສູ້ຊົນ 6 ເດືອນ ທ້າຍປີ 2026 ໂດຍໄດ້ຍົກໃຫ້ເຫັນ ທົ່ວແຂວງມີຄວາມສະຫງົບໂດຍ ພື້ນຖານ, ມີຄວາມສາມັກຄີແໜ້ນ ແຟ້ນ, ມີຄວາມເປັນເອກະພາບ ສູງ, ສາມາດເກັບລາຍຮັບເຂົ້າງົບ ປະມານໄດ້ 239,01 ຕື້ກີບ ເທົ່າກັບ 44,72% ຂອງແຜນການປີ, ເນື້ອ ທີ່ປູກເຂົ້ານາປີ 20.518 ເຮັກຕາ, ກຽມດິນ 95%, ຕົກກ້າ 100%, ປັກດໍາແລ້ວ 75%, ປູກເຂົ້າເນີນ ສູງ 7.368 ເຮັກຕາ, ປູກສຳເລັດ ແລ້ວ 100%, ສົ່ງອອກຊາ 4.850 ກິໂລກຣາມ, ຂີງ 14 ໂຕນ, ແປ້ງ ມັນສາຄູ 77 ໂຕນ, ນົມງົວດິບ 1,71 ລ້ານກວ່າກິໂລກຣາມ, ສັດ ໃຫຍ່ ແລະ ສັດປີກຈຳນວນໜຶ່ງ, ທົ່ວ ແຂວງມີສາງນໍ້າມັນເຊື້ອໄຟ 5 ສາງ, ມີ 4 ບໍລິສັດນຳເຂົ້າ, ມີ 153 ປໍ້າ, ເປີດບໍລິການປົກກະຕິ 129 ປໍ້າ, ປິດ ບໍລິການ 24 ປໍ້າ, ໄດ້ຊົມໃຊ້ໄຟຟ້າ ທັງໝົດ 455 ບ້ານ, ກວມ 96% ຂອງບ້ານໃນທົ່ວແຂວງ, ຄົວເຮືອນ ນໍາໃຊ້ໄຟຟ້າທັງ ໝົດ 51.887 ຄົວເຮືອນ, ກວມ 98,88%, ຂຶ້ນ ທະບຽນຜູ້ຕ້ອງການໄປເຮັດວຽກ ຢູ່ພາຍໃນ ແລະ ຕ່າງປະເທດໄດ້ 1.219 ຄົນ, ສົ່ງພະນັກງານລົງ ກໍ່ສ້າງຮາກຖານການເມືອງ ສົກ ປີ 2026-2027 ຈຳນວນ 17 ສະຫາຍ, ຂັ້ນແຂວງ 9 ສະຫາຍ, ຂັ້ນເມືອງ 8 ສະຫາຍ ຢູ່ 3 ເມືອງ ຄື: ເມືອງແປກ, ເມືອງຜາໄຊ ແລະ ເມືອງໝອກ. ໃນກອງປະຊຸມ ຍັງໄດ້ຮັບຟັງ ຮ່າງບົດສະຫລຸບລາຍງານການ ຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ 6 ເດືອນຕົ້ນ ປີ ແລະ 6 ເດືອນທ້າຍປີ, ການ ແກ້ໄຂປະກົດການຫຍໍ້ທໍ້, ເຜີຍແຜ່ ມະຕິກອງປະຊຸມຄົບຄະນະບໍລິຫານ ງານສູນກາງພັກ ຄັ້ງທີ 3 ສະໄໝ ທີ XII, ເຊື່ອມຊຶມຂໍ້ກຳນົດວ່າດ້ວຍ ແບບແຜນວິທີເຮັດວຽກຂອງຄະນະ ບໍລິຫານງານພັກແຂວງ ສະໄໝ ທີ IX ສະບັບເລກທີ 06/ຄປພຂ, ຂໍ້ກຳນົດວ່າດ້ວຍແບບແຜນວິທີ ເຮັດວຽກ ແລະ ການພົວພັນລະ ຫວ່າງ ເລຂາຄະນະບໍລິຫານງານ ພັກ ກັບຄະນະກຳມະການປົກຄອງ ນະຄອນຫລວງ, ແຂວງ ສະບັບ ເລກທີ 46/ກມສພ, ຂໍ້ກຳນົດວ່າ ດ້ວຍແບບແຜນວິທີເຮັດວຽກ ແລະ ການພົວພັນ ລະຫວ່າງ ເລຂາ ຄະນະບໍລິຫານງານພັກ ກັບຄະ ນະກຳມະການປົກຄອງເມືອງ, ນະຄອນ ສະບັບເລກທີ 03/ຄລສພ, ຄຳສັ່ງຂອງຄະນະເລຂາທິການ ສູນກາງພັກ ວ່າດ້ວຍການເພີ່ມ ທະວີການຊີ້ນຳຂອງຄະນະພັກ ຕໍ່ ວຽກງານແຮ່ທາດ ການຄຸ້ມຄອງ ແລະ ການແກ້ໄຂບັນຫາຫຍໍ້ທໍ້ດ້ານ ຊັບພະຍາກອນທຳມະຊາດ ສະບັບ ເລກທີ 11/ຄລສພ. ໂອກາດນີ້, ສະຫາຍ ພູວົງ ອຸ່ນ ຄຳແສນ ໄດ້ເນັ້ນໃຫ້ສືບຕໍ່ສຶກສາ ອົບຮົມການເມືອງແນວຄິດ, ການ ລົງກໍ່ສ້າງຮາກຖານການເມືອງ ຕາມ 4 ເນື້ອໃນ 4 ຄາດໝາຍ, ກວດ ກາ, ຄຸ້ມຄອງ ແລະ ແກ້ໄຂການລັກ ລອບຂຸກຄົ້ນແຮ່, ການບຸກລຸກປ່າໄມ້ ຫວງຫ້າມ, ການຈັບຈອງທີ່ດິນ, 2 ວາລະແຫ່ງຊາດ, ຊຸກຍູ້ການຜະລິດ ຂອງປະຊາຊົນໃຫ້ເປັນສິນຄ້າ, ເຝົ້າ ລະວັງກຽມຮັບມືພະຍາດລະດູຝົນ ແລະ ໄພພິບັດຕ່າງໆ, ສືບຕໍ່ຈັດຕັ້ງ ປະຕິບັດແຜນ 6 ເດືອນທ້າຍປີ ໃຫ້ມີ ຜົນສຳເລັດສູງ. ຂ່າວ: ບຸນມີ ແສງທຸມມີ gzu pczj dko-U c9' 9kd0tc|'dkodj P;0h v' 8= j 7eltg|u 0v'z6 h ,u ly fg]n vd8A ' 16 j g,n v'30' ຂປລ. ແຫລ່ງຂ່າວຈາກແຂວງ ຈຳປາສັກ ໃຫ້ຮູ້ວ່າ: ກອງປະຊຸມ ຮັບຟັງການຊີ້ແຈງຈາກພາກສ່ວນ ກ່ຽວຂ້ອງຂອງຫ້ອງການອ້ອມຂ້າງ ເມືອງ ຕໍ່ຄຳສະເໜີຂອງຜູ້ມີສິດເລືອກ ຕັ້ງ ຈັດຂຶ້ນໃນວັນທີ 29 ມິຖຸນາ 2026 ເມືອງໂຂງ ແຂວງຈຳປາສັກ ເພື່ອຮັບປະກັນໃຫ້ຄຳສະເໜີຂອງປະ ຊາຊົນ ທີ່ໄດ້ສະເໜີຜ່ານສະມາຊິກ ສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ໃນໂອກາດລົງເຄື່ອນໄຫວ ພົບປະຜູ້ມີສິດເລືອກຕັ້ງໄດ້ຮັບການ ແກ້ໄຂຢ່າງທັນການ ແລະ ແທດ ເຖິງຕົວຈິງ. ທ່ານ ນາງ ໄພວັນ ສີບຸນເຮືອງ ຮອງຄະນະສະມາຊິກສະພາເຂດ ເລືອກຕັ້ງເມືອງໂຂງ ທັງເປັນຫົວໜ້າ ຫ້ອງວ່າການສະພາປະຈຳເມືອງ ໄດ້ ຍົກໃຫ້ເຫັນການລວບລວມເອົາຄຳ ສະເໜີຂອງປະຊາຊົນຜູ້ມີສິດເລືອກ ຕັ້ງມາຈາກການລົງເຄື່ອນໄຫວ ຂອງ ສສຊ ແລະ ສສຂ ທັງໝົດ 9 ຈຸດ, ສາມາດເຄື່ອນໄຫວໄດ້ 20 ບ້ານ ແລະ 1 ສຳນັກງານ. ກອງ ປະຊຸມຄັ້ງນີ້ ກໍເພື່ອຮັບຟັງລາຍງານ ແລະ ຊີ້ແຈງຈາກຕາງໜ້າຂະແໜງ ການຕ່າງໆ ຊຶ່ງມີຫລາຍປະເດັນຮີບ ດ່ວນ ທີ່ຕ້ອງໄດ້ຮັບການແກ້ໄຂຢູ່ ຂັ້ນເມືອງເປັນຕົ້ນ ຂະແໜງກະສິກຳ ແລະ ສິ່ງແວດລ້ອມ ໂດຍສະເພາະ ບັນຫາບໍລິສັດເອກະຊົນສຳປະທານ ທີ່ດິນທັບຊ້ອນກັບດິນທຳການຜະ ລິດຂອງປະຊາຊົນ ຢູ່ບ້ານຄອນ (ເນື້ອທີ່ປະມານ 12 ເຮັກຕາ), ການອອກໃບຕາດິນຖາວອນ ໃຫ້ ປະຊາຊົນ ບ້ານຮີທາດ ທີ່ຍັງຄ້າງ ຄາຫລາຍຕອນ ແລະ ບັນຫາການ ຄຸ້ມຄອງທີ່ດິນຈັດສັນຢູ່ບ້ານພຽງດີ; ຂະແໜງໂຍທາທິການ ແລະ ຂົນສົ່ງ ໂດຍສະເພາະ ໃຫ້ຊ່ວຍສ້ອມແປງ ຫລື ກໍ່ສ້າງທໍ່ລະບາຍນ້ຳ ແລະ ຝາຍ ນ້ຳລົ້ນ ເພື່ອແກ້ໄຂບັນຫານ້ຳຖ້ວມ ຂັງ ແລະ ຮອງຮັບການຜະລິດລະດູ ແລ້ງ ຂອງປະຊາຊົນຢູ່ ບ້ານເສັດນ້ຳ ອ້ອມ ແລະ ບ້ານສົງເປືອຍ. ສໍາລັບ ຂະແໜງໄຟຟ້າ, ປະຊາຊົນຫລາຍ ບ້ານ (ເຊັ່ນ: ບ້ານຄອນ ແລະ ດອນ ເດດ, ບ້ານສາລາ, ບ້ານຫໍ່ເຂົ້າ ແລະ ອື່ນໆ) ສະເໜີໃຫ້ກວດກາຄືນລະບົບ ຕາຂ່າຍໄຟຟ້າທີ່ບໍ່ທົ່ວເຖິງ, ບັນຫາ ໄຟຟ້າຕົກເປັນປະຈຳ ແລະ ຄ່າຊົມ ໃຊ້ໄຟຟ້າເຂົ້າໃນການຜະລິດນາ ແຊງທີ່ສູງຜິດປົກກະຕິ. ສ່ວນຂະ ແໜງສາທາລະນະສຸກ: ສະເໜີຂໍ ງົບປະມານສ້ອມແປງສຸກສາລາ ບ້ານຮີທາດ ທີ່ຊຸດໂຊມ ແລະ ບັນຫາ ຂາດຄູສອນ. ນອກຈາກບັນຫາຂັ້ນ ເມືອງແລ້ວ, ກອງປະຊຸມຍັງໄດ້ ປຶກສາຫາລືກ່ຽວກັບຄຳສະເໜີ ທີ່ ຕ້ອງໄດ້ນຳສະເໜີຕໍ່ຂັ້ນແຂວງ ເພື່ອ ພິຈາລະນາເຊັ່ນ: ການຂໍງົບປະມານ ກໍ່ສ້າງເສັ້ນທາງເບຕົງ, ການແກ້ໄຂ ລາຄາເຂົ້າເປືອກຕໍ່າ ແລະ ການຂໍ ທຶນສ້ອມແປງໂຮງຮຽນ. ໂອກາດນີ້, ທ່ານ ຈັນທະນົງ ສິນ ຈັນທະພິມ ປະທານຄະນະກຳ ມະການປົກຄອງເມືອງ ໄດ້ຮຽກ ຮ້ອງໃຫ້ບັນດາຂະແໜງການທີ່ ກ່ຽວຂ້ອງຈົ່ງເພີ່ມທະວີຄວາມຮັບ ຜິດຊອບ, ຮີບຮ້ອນລົງກວດກາຕົວ ຈິງ ແລະ ວາງແຜນແກ້ໄຂບັນຫາ ທີ່ຍັງຄ້າງຄາໃຫ້ປະກົດຜົນເປັນຈິງ ໂດຍໄວ ເພື່ອຕອບສະໜອງຄວາມ ມຸ່ງມາດປາດຖະໜາແລະ ຍົກລະດັບ ຊີວິດການເປັນຢູ່ຂອງປະຊາຊົນໃຫ້ ດີຂຶ້ນເລື້ອຍໆ. ຂ່າວ-ພາບ: ພຸດທະສິນ ວົງວິໄລທອງ ຂະຫຍາຍຕົວ 2,3%, ກວມເອົາ 5,44% ຂອງຈີດີພີ. ສະຫາຍ ພູວົງ ບຸນຊູ ຮອງເລຂາ ຄະນະບໍລິຫານງານພັກແຂວງ, ປະທານຄະນະກໍາມະການປົກຄອງ ແຂວງວຽງຈັນ ລາຍງານຕໍ່ກອງ ປະຊຸມຄົບຄະນະບໍລິຫານງານພັກ ແຂວງວຽງຈັນ ຄັ້ງທີ 4 ສະໄໝທີ VII ໃນວັນທີ 29 ມິຖຸນາ 2026 ນີ້ວ່າ: ການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ ປະຈຳປີ 2026 ຂອງແຂວງ ໄດ້ຮັບຜົນກະທົບຈາກ ສະພາບຄວາມບໍ່ສະຫງົບໃນພາກ ພື້ນ ແລະ ສາກົນ ໂດຍສະເພາະ ການຂັດແຍ່ງທາງການຄ້າຂອງປະ ເທດມະຫາອໍານາດ ແລະ ສົງຄາມ ໃນຕາເວັນອອກກາງ ຊຶ່ງປັດໄຈ ເຫລົ່ານີ້ໄດ້ສົ່ງຜົນໃຫ້ລາຄານໍ້າມັນ ເຊື້ອໄຟ, ລາຄາສິນຄ້າ ແລະ ວັດສະ ດຸການຜະລິດຖີບຕົວສູງຂຶ້ນ ສົ່ງຜົນ ກະທົບໂດຍກົງຕໍ່ຄ່າຄອງຊີບ ແລະ ຊີວິດການເປັນຢູ່ຂອງປະຊາຊົນ. ຕໍ່ ກັບສະພາບການດັ່ງກ່າວ, ອົງການ ປົກຄອງແຂວງ ໄດ້ສຸມໃສ່ນຳພາຊີ້ນຳບັນດາພະແນກການ, ອົງການ ຈັດຕັ້ງພັກ-ລັດ ແລະ ເມືອງໃຫ້ ຕັ້ງໜ້າຈັດຕັ້ງປະຕິບັດບັນດາ ຄາດໝາຍ ແລະ ວຽກງານຈຸດສຸມ ຢ່າງໃກ້ຊິດ. ເພື່ອຮັບປະກັນໃຫ້ ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ແລະ ແຜນ ງົບປະມານປະຈຳປີ 2026 ບັນລຸ ຕາມຄາດໝາຍ, ຄະນະກຳມະການ ປົກຄອງແຂວງ ຍັງໄດ້ວາງທິດທາງ ແຜນການໃນໄລຍະ 6 ເດືອນທ້າຍ ປີ 2026, ຄາດຄະເນສະພາບເສດ ຖະກິດພາຍໃນຈະມີທ່າອ່ຽງຟື້ນຕົວ ດີຂຶ້ນ ແລະ ມີການຂະຫຍາຍຕົວໃນ ຈັງຫວະທີ່ໄວຂຶ້ນກວ່າປີຜ່ານມາ, ແຂວງວຽງຈັນ ໄດ້ວາງເປົ້າໝາຍ ການຂະຫຍາຍຕົວທາງເສດຖະກິດ ໃຫ້ໄດ້ 5,8%, ມູນຄ່າ ຈີດີພີ ໝົດປີ ໃຫ້ບັນລຸ 18.029 ຕື້ກີບ ແລະ ລາຍ ຮັບສະເລ່ຍຕໍ່ຫົວຄົນໃຫ້ໄດ້ 1.708 ໂດລາສະຫະລັດ. ນອກຈາກນີ້, ບັນດາພະແນກການ ແລະ ເມືອງ ຈົ່ງ ໄດ້ພ້ອມກັນສຸມໃສ່ບັນດາມາດຕະ ການ, ເພີ່ມທະວີຄວາມຮັບຜິດຊອບ ໃນການນຳພາ-ຊີ້ນຳວຽກງານ ຂອງຕົນໃຫ້ແຂງແຮງກວ່າເກົ່າ ເພື່ອ ຮັບປະກັນໃຫ້ການຈັດຕັ້ງປະຕິບັດ ແຜນການປະຈຳປີບັນລຸຜົນສຳເລັດ ຕາມຄາດໝາຍທີ່ວາງໄວ້. mq [m;oczofegou o'kocsj '-kf grn j vlh k'7;k, g0A ,c0']t[q [xq dxh v'gfa d 16 j s];'rt[k' ຂປລ. ແຫລ່ງຂ່າວຈາກແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ກອງ ປະຊຸມທົບທວນໄລຍະທ້າຍ ການ ຈັດຕັ້ງປະຕິບັດແຜນດໍາເນີນງານ ແຫ່ງຊາດ ເພື່ອສ້າງຄວາມເຂັ້ມແຂງ ລະບົບປົກປ້ອງເດັກ 2022-2026 ຂອງຄະນະກຳມະການປົກປ້ອງ ສິດ ແລະ ຜົນປະໂຫຍດຂອງເດັກ ຢູ່ແຂວງຫລວງພະບາງ ຈັດຂຶ້ນໃນ ວັນທີ 30 ມິຖຸນາ 2026 ໂດຍເປັນ ປະທານຮ່ວມຂອງ ທ່ານ ສຸພອນໄຊ ລໍແພງສີ ຮອງຫົວໜ້າກົມສົງເຄາະ ກະຊວງແຮງງານ ແລະ ສະຫວັດ ດີການສັງຄົມ, ທ່ານ ສົມບູນ ພົມ ມະປັນຍາ ຮອງຫົວໜ້າພະແນກ ແຮງງານ ແລະ ສະຫວັດດີການ ສັງຄົມ ແຂວງຫລວງພະບາງ, ມີ ຜູ້ຕາງໜ້າອົງການຊ່ວຍເຫລືອເດັກ ສາກົນ ປະຈຳແຂວງຫລວງພະບາງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂອງ ແຂວງ ແລະ 6 ເມືອງເປົ້າໝາຍ ເຂົ້າຮ່ວມ. ທ່ານ ສຸພອນໄຊ ລໍແພງສີ ກ່າວ ວ່າ: ກອງປະຊຸມຄັ້ງນີ້ ເປັນການ ຕິດຕາມ, ປະເມີນຜົນສຳເລັດ ແລະ ສິ່ງທ້າທາຍໃນການຈັດຕັ້ງປະຕິບັດ ແຜນດໍາເນີນງານແຫ່ງຊາດ ເພື່ອ ສ້າງຄວາມເຂັ້ມແຂງລະບົບປົກ ປ້ອງເດັກ 2022-2026 ຊຶ່ງຈະ ມີການຄົ້ນຄວ້າໃຫ້ຮູ້ໄດ້ເຖິງຜົນ ສໍາເລັດ ແລະ ສິ່ງທ້າທາຍໃນການ ຈັດຕັ້ງປະຕິບັດວຽກງານ ໃນໄລຍະ 5 ປີ ຜ່ານມາ ເຂົ້າເປັນຂໍ້ມູນພື້ນຖານ ທີ່ສໍາຄັນໃນການວາງແຜນດໍາເນີນ ງານແຫ່ງຊາດ ສະບັບ 20262031 ໃຫ້ມີຄວາມສອດຄ່ອງ ແລະ ມີປະສິດທິພາບຍິ່ງຂຶ້ນ. ໃນກອງປະຊຸມ, ຜູ້ເຂົ້າຮ່ວມຍັງ ໄດ້ຮັບຟັງການສະເໜີພາບລວມ ຂອງແຜນດໍາເນີນງານແຫ່ງຊາດ ເພື່ອສ້າງຄວາມເຂັ້ມແຂງລະບົບ ປົກປ້ອງເດັກ 2022-2026 ເປັນ ການຈັດຕັ້ງຜັນຂະຫຍາຍເປົ້າໝາຍ ທີ 3 ແລະ ແຜນວຽກຈຸດສຸມທີ 5 ຂອງແຜນພັດທະນາເສດຖະກິດ ສັງຄົມແຫ່ງຊາດ ຄັ້ງທີ IX ແລະ ແຜນພັດທະນາແຮງງານ ແລະ ສະ ຫວັດດີການສັງຄົມ 5 ປີ ຄັ້ງທີ V ໄລຍະ (2021-2025) ເປັນວຽກ ລະອຽດ ເພື່ອໃຫ້ບັນດາຂະແໜງ ການທີ່ກ່ຽວຂ້ອງ, ສັງຄົມ, ອົງການ ຈັດຕັ້ງພາຍໃນ ແລະ ຕ່າງປະເທດ ເປັນບ່ອນອີງໃນການລະດົມຊັບ ພະຍາກອນປະກອບສ່ວນເຂົ້າໃນ ການພັດທະນາ, ຊ່ວຍເຫລືອເດັກ ທີ່ຕ້ອງການປົກປ້ອງພິເສດ ໂດຍບໍ່ ປະຖິ້ມໃຜໄວ້ຂ້າງຫລັງ. ໂດຍສຸມ ໃສ່ການສ້າງຄວາມເຂັ້ມແຂງໃຫ້ແກ່ ຂອບນິຕິກຳ, ວາງແຜນ, ປະສານ ງານ, ການຄຸ້ມຄອງ ແລະ ການສົ່ງ ຕໍ່ກໍລະນີ, ຕິດຕາມກວດກາລະບົບ ປົກປ້ອງເດັກ, ການພັດທະນາ, ການ ສ້າງຄວາມເປັນມືອາຊີບ, ການບໍ ລິການແກ້ໄຂບັນຫາການປົກປ້ອງ ເດັກ ເພື່ອປ້ອງກັນການໃຊ້ແຮງງານ ເດັກ, ການເກັບກໍາຂໍ້ມູນ ແລະ ການ ສ້າງຖານຂໍ້ມູນວຽກງານປົກປ້ອງ ເດັກ. ປັດຈຸບັນ ຢູ່ໃນໄລຍະທ້າຍ ຂອງການຈັດຕັ້ງປະຕິບັດ ຈຶ່ງໄດ້ທົບ ທວນຄືນບັນດາຜົນສຳເລັດ ແລະ ຂໍ້ ຄົງຄ້າງຂອງບັນດາກິດຈະກໍາ ທີ່ກໍາ ນົດໄວ້ໃນແຜນ ເພື່ອວາງແຜນສືບ ຕໍ່ບັນດາກິດຈະກຳໃນຕໍ່ໜ້າ. ພ້ອມ ນັ້ນ, ບັນດາຜູ້ເຂົ້າຮ່ວມ ຍັງໄດ້ແລກ ປ່ຽນຄໍາເຫັນຕໍ່ສະພາບການປະຕິບັດ ວຽກງານຕົວຈິງ ເພື່ອເປັນບົດຮຽນ ໃນການສືບຕໍ່ປັບປຸງແກ້ໄຂໃຫ້ດີຂຶ້ນ ໃນຕໍ່ໜ້າ. ຂ່າວ-ພາບ: ອາພຸດເດດ ບຸບຜາ

RkJQdWJsaXNoZXIy MTc3MTYxMQ==