01/07/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ມາລີດດາີ ໂດຍ: ແສງສະຫວັນັ g,n v's]k ln [lko,= ]tfq d;a fmtotme 7;[76j dkora fmtokdkomj v'mj P; dy o\kdgoa ffu co;.f8+ l5 0trk[ ຂປລ. ເມືອງຫລາ ເປັນໜຶ່ງໃນ 7 ເມືອງຂອງແຂວງອຸດົມໄຊ ຕັ້ງຢູ່ ທາງທິດເໜືອຂອງແຂວງ, ເມືອງ ແຫ່ງນີ້ມີຄວາມໂດດເດັ່ນທາງດ້ານ ພູມສັນຖານພູສູງສະຫລັບຊັບຊ້ອນ, ມີປ່າໄມ້ທີ່ອຸດົມສົມບູນ, ມີແມ່ນ້ຳ ແລະ ຫ້ວຍນໍ້າຫລາຍສາຍ ຊຶ່ງເອື້ອ ອຳນວຍຕໍ່ການດົງຊີວິດ ແລະ ການ ຜະລິດຂອງປະຊາຊົນ. ດ້ວຍຄວາມ ຫລາກຫລາຍຂອງຊົນເຜົ່າ, ຂະນົບ ທຳນຽມປະເພນີອັນເປັນເອກະລັກ ແລະ ຄວາມອຸດົມສົມບູນຂອງຊັບ ພະຍາກອນທຳມະຊາດ ເຮັດໃຫ້ ເມືອງຫລາກາຍເປັນໜຶ່ງໃນຈຸດ ໝາຍປາຍທາງສຳຄັນຂອງນັກ ທ່ອງທ່ຽວທີ່ເດີນທາງມາຢ້ຽມຢາມ ແຂວງອຸດົມໄຊ. ເມືອງຫລາ ກໍເປັນອີກເມືອງໜຶ່ງ ທີ່ມີຈຸດເດັ່ນດ້ານແຫລງທ່ອງທ່ຽວ ຂປລ. ໝາກນັດ ແມ່ນໝາກໄມ້ ທີ່ຫາກິນໄດ້ງ່າຍ, ມີລົດຊາດຫວານ ປົນສົ້ມ ແລະ ອຸດົມໄປດ້ວຍສານ ອາຫານທີ່ມີປະໂຫຍດ ຈຳເປັນຕໍ່ ຮ່າງກາຍ ເຊັ່ນ: ວິຕາມິນຊີ, ໃຍອາ ຫານ, ແມງການີສ. ໝາກນັດນອກ ຈາກຈະນິຍົມກິນແບບສົດແລ້ວຍັງ ສາມາດນຳໄປເປັນສ່ວນປະກອບ ປຸງແຕ່ງອາຫານຫລາຍເຍື່ອງເປັນ ຕົ້ນ ປີ້ງບາບີຄິວ, ຂົ້ວ, ອົບ, ແກງ ແລະ ອື່ນໆ. ດ້ວຍຄຸນຄ່າທາງໂພຊະ ນາການທີ່ຫລາກຫລາຍໝາກນັດ ຈຶ່ງເປັນໝາກໄມ້ທີ່ຊ່ວຍໃຫ້ສຸຂະ ພາບແຂງແຮງ ຊຶ່ງຈຸດເດັ່ນຂອງ ໝາກນັດຈະຊ່ວຍຍ່ອນອາຫານປະ ເພດໂປຣຕິນເຮັດໃຫ້ລະບົບຍ່ອຍ ອາຫານເຮັດວຽກໄດ້ດີ ຫລຸດອາ ຫານອືດທ້ອງ ແລະ ແໜ້ນທ້ອງ ຫລັງຮັບປະທານອາຫານ. ນອກ ຈາກນີ້ແລ້ວ, ໝາກນັດຍັງມີຄຸນ ປະໂຫຍດຫລາຍຊະນິດທີ່ເຮົາຍັງບໍ່ ຮູ້ ແລະ ຄິດບໍ່ເຖິງ. ດັ່ງນັ້ນ, “ຄໍາລໍາ ສຸຂະພາບ” ມື້ນີ້ ຈະມານໍາສະເໜີ 10 ປະໂຫຍດຂອງໝາກນັດທີ່ກິນ ແລ້ວມີຜົນດີຕໍ່ສຸຂະພາບຂອງຄົນ ເຮົາຄື: 1. ໝາກນັດມີປະໂຫຍດເກືອບ ທຸກສ່ວນ ເປືອກໝາກນັດນໍາມາ ເຮັດອາຫານງົວ ແລະ ໝັກເປັນປຸ໋ຍ ສ່ວນແກນຊ່ວຍຂັບໄລ່ຍ່ຽວ ແລະ ປົວພະຍາດໜິ້ວໄດ້ອີກ. 2. ສ້າງພູມຕ້ານທານໃນຮ່າງ ກາຍ ເພາະໝາກນັດມີວິຕາມິນຊີ ສູງ ເມື່ອກິນໝາກນັດເປັນປະຈໍາກໍ ຈະເຮັດຮ່າງກາຍແຂງແຮງ. 3. ຊ່ວຍເຮັດໃຫ້ສຸຂະພາບປາກ, ແຂ້ວ, ເຫືອກ ແຂງແຮງ ແລະ ບໍ່ ມັກເປັນພະຍາດພາຍໃນຜົ້ງປາກ ອີກດ້ວຍ. 4. ໝາກນັດມີວິຕາມິນຊີ ເບຕ້າ ແຄໂລທີນ ແລະ ແມງການີສ ຊຶ່ງ ເປັນສານຕ້ານອະນຸມູນອິດສະຫລະ ທີ່ເຂົ້າມາທໍາລາຍແຊນຕ່າງໆໃນ ຮ່າງກາຍຂອງຄົນເຮົາ. 5. ກິນໝາກນັດເຮັດໃຫ້ຮ່າງ ກາຍສົດຊື່ນແຈ່ມໃສ່ ແລະ ປາສະ ຈາກຮ້ອຍແຫ່ວກ່ອນໄວ. 6. ກິນໝາກນັດຊ່ວຍຫລຸດອາ ການຫວັດ,ໄອ ແລະ ຂັບໄລ່ຂີ້ກະ ເທີ. 7. ຊ່ວຍຍ່ອຍອາຫານຈໍາພວກ ໂປຣຕີນ ເພາະວ່າໃນໝາກນັດມີ ສານເອນໄຊທໍາມະຊາດທີ່ຊ່ວຍເຮັດ ໃຫ້ລະບົບຍ່ອຍອາຫານເຮັດວຽກ ຢ່າງມີປະສິດທິພາບ, ຫລຸດຜ່ອນ ອາການ ອືດທ້ອງ,ແໜ້ນທ້ອງຫລັງ ຮັບປະທານອາຫານ ແລະ ອື່ນໆ. 8. ປ້ອງກັນການເກີດພະຍາດ ຫົວໃຈ ແລະ ຫລອດເລືອດ ລວມ ທັງອໍາມະພຶກ, ອໍາມະພາດ. 9. ຊ່ວຍຮັກສາລະດັບຄວາມ ດັນເລືອດໃຫ້ຢູ່ໃນເກນທີ່ເໝາະສົມ. 10. ຊ່ວຍຫລຸດອາການເຈັບ ທ້ອງນ້ອຍເມື່ອເປັນປະຈໍາເດືອນ. ເຖິງວ່າໝາກນັດຈະມີປະໂຫຍດ ຫລາຍ ແຕ່ກໍຄວນຮັບປະທານໃນ ປະລິມານທີ່ພໍດີ, ຜູ້ທີ່ມີອາການ ກະເພາະອາຫານອັກເສບ ຫລື ກົດ ໄຫລຍ້ອນ ຄວນຫລີກເວັ້ນການກິນ ໃນປະລິມານຫລາຍ. ທຳມະຊາດ ໂດຍສະເພາະບໍ່ນ້ຳ ຮ້ອນທຳມະຊາດທີ່ເກີດຂຶ້ນຈາກ ແຫລ່ງນ້ຳແຮ່ໃຕ້ດິນ ຊຶ່ງມີອຸນຫະ ພູມອຸ່ນຕະຫລອດປີ ເໝາະສຳລັບ ການແຊ່ ແລະ ພັກຜ່ອນ. ບໍ່ນ້ຳ ຮ້ອນແຫ່ງນ້ີອ້ອມຮອບໄປດ້ວຍ ພູຜາປ່າໄມ້ທີ່ຂຽວງາມອຸ່ມທຸ່ມ, ມີ ບັນຍາກາດທີ່ສວຍງາມ ສະຫງົບ ເໝາະແກ່ການພັກຜ່ອນຢ່ອນອາ ລົມ, ເຮັດໃຫ້ສະຖານທີ່ແຫ່ງນີ້ເປັນ ບ່ອນພັກຜ່ອນຍອດນິຍົມຂອງນັກ ທ່ອງທ່ຽວທັງພາຍໃນ ແລະ ຕ່າງ ປະເທດ. ແນວໃດກໍດີ, ຄົນທ້ອງ ຖິິ່ນຍັງມີຄວາມເຊື່ອວ່ານ້ຳແຮ່ທຳ ມະຊາດສາມາດຊ່ວຍຫລຸດອາ ການອິດເມື່ອຍ ໄດ້ນຳອີກ ຊຶ່ງປັດ ຈຸບັນບໍ່ນ້ຳຮ້ອນດັ່ງກ່າວໄດ້ຮັບ ການພັດທະນາສິ່ງອຳນວຍຄວາມ ສະດວກບາງສ່ວນ ເພື່ອຮອງຮັບ ນັກທ່ອງທ່ຽວ ແລະ ກາຍເປັນໜຶ່ງ ໃນຈຸດໝາຍປາຍທາງສຳຄັນຂອງ ແຂວງ. ນອກຈາກນັ້ນ, ເມືອງຫລາ ຍັງເປັນບ່ອນຕັ້ງຂອງວັດບູຮານທີ່ມີ ຄຸນຄ່າທາງປະຫວັດສາດ ແລະ ສາສະໜາ ໂດຍມີພະພຸດທະຮູບ ສັກສິດ “ພະເຈົ້າສິງຄຳ” ຫລື “ພະ ແຊກຄຳ” ຕາມທີ່ບາງແຫລ່ງຂໍ້ມູນ ລະບຸໄວ້ ເປັນພະຄູ່ບ້ານຄູ່ເມືອງທີ່ ປະຊາຊົນໃຫ້ຄວາມເຄົາລົບນັບຖື. ທຸກໆປີ ຈະມີພຸດທະສາສະນິກະຊົນ ແລະ ນັກທ່ອງທ່ຽວເດີນທາງ ມາກາບໄຫວ້ຂໍພອນເພື່ອຄວາມ ເປັນສິລິມຸງຄຸນ. ຕາມຄວາມເຊື່ອ ຂອງປະຊາຊົນການໄດ້ມາສັກກາ ລະບູຊາ ແລະ ຂໍພອນຕໍ່ພະເຈົ້າສິງ ຄຳ ຈະນຳພາຄວາມເປັນສິລິມຸງ ຄຸນ, ຄວາມຮົ່ມເຢັນ ແລະ ຄວາມ ຈະເລີນມາສູ່ຕົນເອງ ແລະ ຄອບ ຄົວ. ນອກຈາກຄຸນຄ່າທາງດ້ານ ສາສະໜາແລ້ວ, ພະເຈົ້າສິງຄຳ ຍັງ ເປັນມໍລະດົກທາງວັດທະນະທຳ ແລະ ປະຫວັດສາດທີ່ສຳຄັນຂອງ ເມືອງຫລາ ສະທ້ອນໃຫ້ເຫັນເຖິງ ຄວາມເລື່ອມໃສໃນພຸດທະສາສະ ໜາ ແລະ ວິຖີຊີວິດທີ່ຜູກພັນກັບ ວັດວາອາຮາມຂອງປະຊາຊົນທ້ອງ ຖິ່ນ. ພ້ອມກັນນີ້, ຍັງເປັນໜຶ່ງໃນ ແຫລ່ງທ່ອງທ່ຽວດ້ານສາສະໜາ ແລະ ວັດທະນະທຳ ທີ່ສຳຄັນຂອງ ແຂວງອຸດົມໄຊ ແລະ ອີກໜຶ່ງຈຸດ ເດັ່ນຂອງສະຖານທີ່ທ່ອງທ່ຽວທຳ ມະຊາດເມືອງຫລາ ນັ້ນກໍຄື ຕາດ ຫ້ວຍໄຄ້ ບ້ານຜາວີ ເປັນອີກໜຶ່ງສະ ຖານທີ່ທ່ອງທ່ຽວທີ່ມີຄວາມສວຍ ງາມ ແລະ ຍັງຄົງຮັກສາຄວາມອຸ ດົມສົມບູນຂອງຜືນປ່າໄວ້ເປັນຢ່າງ ດີ. ສາຍນ້ຳໃສໄຫລລົງຈາກໜ້າ ຜາຜ່ານໂງ່ນຫີນລົງມາຢ່າງສວຍ ງາມ, ສຽງນ້ຳທີ່ດັງກ້ອງ ຊ່ວຍເພີ່ມ ຄວາມສົດຊື່ນໃຫ້ແກ່ນັກທ່ອງທ່ຽວ. ບໍລິເວນຕາດຫ້ວຍໄຄ ຖືກປົກຄຸມ ດ້ວຍປ່າໄມ້ທີ່ຂຽວງາມ, ມີອາກາດ ເຢັນສະບາຍຕະຫລອດປີ ເໝາະ ສຳລັບການພັກຜ່ອນ, ຖ່າຍຮູບແລະ ສຶກສາທຳມະຊາດ ໂດຍສະເພາະ ໃນລະດູຝົນ ປະລິມານນ້ຳຈະຫລາຍ ຂຶ້ນເຮັດໃຫ້ຕາດມີຄວາມງົດງາມ ເປັນພິເສດ. ນອກຈາກຄວາມງາມ ທາງທຳມະຊາດແລ້ວ ຕາດຫ້ວຍ ໄຄ້ຍັງເປັນຈຸດໝາຍປາຍທາງທີ່ ສາມາດເຊື່ອມໂຍງກັບແຫລ່ງທ່ອງ ທຽວອື່ນໆໃນເມືອງຫລາ ເຊັ່ນ: ບໍ່ ນ້ຳຮ້ອນ ແລະ ວັດພະເຈົ້າສິງຄຳ. ປັດຈຸບັນພາກລັດແລະ ຊຸມຊົນທ້ອງ ຖິ່ນກຳລັງຮ່ວມມືກັນພັດທະນາ ແລະ ອະນຸລັກພື້ນທີ່ຕາດຫ້ວຍໄຄ້ ໃຫ້ກາຍເປັນແຫລ່ງທ່ອງທ່ຽວທີ່ ມີຄຸນນະພາບ ຄຽງຄູ່ໄປກັບການ ອະນຸລັກສິ່ງແວດລ້ອມ ແລະ ວິຖີ ຊີວິດຂອງຊຸມຊົນ ເພື່ອໃຫ້ແຫລ່ງ ທ່ອງທ່ຽວແຫ່ງນີ້ກາຍເປັນສົມບັດ ທາງທຳມະຊາດທີ່ຍືນຍົງຂອງ ແຂວງອຸດົມໄຊ. ດ້ວຍຈຸດເດັ່ນທາງ ດ້ານທຳມະຊາດ, ວັດທະນະທຳ ແລະ ສາສະໜາ, ເມືອງຫລາ ຈຶ່ງ ນັບວ່າເປັນ “ເພັດເມັດງາມ” ຂອງ ແຂວງອຸດົມໄຊ ທີ່ພ້ອມຕ້ອນຮັບນັກ ທ່ອງທ່ຽວໃຫ້ເຂົ້າມາສຳຜັດມົນສະ ເໜ່ອັນເປັນເອກະລັກ ແລະ ຮ່ວມສືບ ສານມໍລະດົກອັນລ້ຳຄ່າຂອງທ້ອງ ຖິ່ນໃຫ້ຄົງຢູ່ຕະຫລອດໄປ.
RkJQdWJsaXNoZXIy MTc3MTYxMQ==