gsfdko{dkora fmtok a xtgmf]k; ( 30/06/2026 g]0kra dc0;'7e,j ;o g7n j vows;-U oe ;Pd'ko16 j g0fglf4tdy fry glfmj kc0d ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນ ແຂວງ ຄຳມ່ວນ ພ້ອມດ້ວຍຄະນະ ລົງຊຸກຍູ້ ແລະ ຕິດຕາມການດຳເນີນວຽກ ຢູ່ເຂດເສດຖະກິດພິເສດທ່າແຂກ ໃນວັນທີ 28 ມິຖຸນາ 2026 ໂດຍ ມີຄະນະບໍລິຫານເຂດເສດຖະກິດ ພິເສດ, ບັນດາຜູ້ປະກອບການ ແລະ ບໍລິສັດລົງທຶນພາຍໃນເຂດດັ່ງກ່າວ ໃຫ້ການຕ້ອນຮັບ. ການລົງເຄື່ອນໄຫວໃນຄັ້ງນີ້ ກໍເພື່ອຊຸກຍູ້, ຕິດຕາມຄວາມຄືບ ໜ້າການດຳເນີນໂຄງການລົງທຶນ ຕ່າງໆ ພາຍໃນເຂດເສດຖະກິດ ພິເສດ ໂດຍສະເພາະ ຮັບຟັງສະ ພາບການດຳເນີນທຸລະກິດ, ດ້ານ ຄວາມສະດວກ, ບັນຫາອຸປະສັກ ລວມເຖິງຂໍ້ສະເໜີຈາກບັນດານັກ ລົງທຶນ ເພື່ອນຳໄປຄົ້ນຄວ້າ ແລະ ຫາແນວທາງແກ້ໄຂ ໃຫ້ການລົງທຶນ ແລະ ການດຳເນີນທຸລະກິດມີຄວາມ ສະດວກ ແລະ ມີປະສິດທິພາບຍິ່ງ ຂຶ້ນ. ໃນໂອກາດນີ້, ຄະນະໄດ້ລົງ ຢ້ຽມຢາມ ບໍລິສັດ ພັດທະນາພະລັງ ງານ (ລາວ) ຈຳກັດ ຜູ້ພັດທະນາ ໂຄງການກໍ່ສ້າງໂຮງງານກັ່ນນ້ຳ ມັນດິບ ຕັ້ງໃນເນື້ອທີ່ປະມານ 23 ເຮັກຕາ, ມີອາຍຸສຳປະທານ 30 ປີ. ປັດຈຸບັນໂຄງການໄດ້ສໍາເລັດ ວຽກງານຫລັກຫລາຍດ້ານເຊັ່ນ: ການກໍ່ສ້າງຖັງເກັບນ້ຳມັນ 11 ຖັງ, ຕິດຕັ້ງລະບົບທໍ່ສົ່ງ, ຫົວຈ່າຍ ນ້ຳມັນ ແລະ ອາຄານສຳນັກງານ. ໂຮງງານມີກຳລັງການກັ່ນນ້ຳ ມັນດິບ 50.000 ໂຕນຕໍ່ປີ ແລະ ຄາດວ່າຈະເລີ່ມທົດລອງຜະລິດໃນ ທ້າຍປີ 2026. ພ້ອມນີ້, ຄະນະດັ່ງ ກ່າວໄດ້ເຂົ້າຢ້ຽມຢາມ ບໍລິສັດ ຊີ ເອເອັດ ພາວເວີ້ ລາວ ຈຳກັດ ຜູ້ ພັດທະນາໂຄງການສະຖານີໄຟຟ້າ ຂະໜາດ 115/22 ກິໂລໂວນ ເພື່ອ ສະໜອງກະແສໄຟຟ້າໃຫ້ແກ່ບັນດາ ໂຮງງານ ແລະ ນັກລົງທຶນພາຍໃນ ເຂດເສດຖະກິດພິເສດ. ປັດຈຸບັນ ໂຄງການມີຄວາມຄືບໜ້າປະມານ 82,5% ແລະ ຄາດວ່າຈະສາມາດ ຮອງຮັບຄວາມຕ້ອງການນໍາໃຊ້ ໄຟຟ້າ ຂອງບັນດາໂຄງການລົງທຶນ ໄດ້ຢ່າງມີສະຖຽນລະພາບ. ພ້ອມກັນນັ້ນ, ຄະນະຍັງໄດ້ລົງ ຢ້ຽມຢາມ ບໍລິສັດ ໂຈ້ບຸນມີ ກຣຸບ c0;';P'9a o w0dv'xt-5 ,7q [7tot[= ]y sko'kora dc0;'7A 'mu 4 ltw\mu VII ຂປລ. ແຫລ່ງຂ່າວຈາກແຂວງ ວຽງຈັນ ໃຫ້ຮູ້ວ່າ: ແຂວງວຽງຈັນ ດຳເນີນກອງປະຊຸມຄົບຄະນະບໍລິ ຫານງານພັກແຂວງ ຄັ້ງທີ 4 ສະໄໝ ທີ VII ຂຶ້ນໃນວັນທີ 29 ມິຖຸນາ 2026 ທີ່ຫ້ອງວ່າການແຂວງ ໂດຍ ການເປັນປະທານຂອງ ສະຫາຍ ພູ ທະນູເພັດ ໄຊສົມບັດ ກຳມະການ ສູນກາງພັກ, ເລຂາຄະນະບໍລິຫານ ງານພັກແຂວງ, ປະທານສະພາ ປະຊາຊົນແຂວງວຽງຈັນ, ມີ ບັນດາຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາພັກ ເມືອງ, ເລຂາຄະນະພັກຮາກຖານ ເລຂາໜ່ວຍພັກຮາກຖານພະແນກ ການ ພາຍໃນແຂວງເຂົ້າຮ່ວມ. ໂອກາດນີ້, ສະຫາຍ ພູທະນູເພັດ ໄຊສົມບັດ ໄດ້ກ່າວວ່າ: ກອງປະຊຸມ ຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 4, ມີຄວາມໝາຍຄວາມສໍາ ຄັນເປັນຢ່າງຍິ່ງ ເນື່ອງຈາກເປັນຂີດ ໝາຍແຫ່ງການປະເມີນ, ທົບທວນ ແລະ ຕີລາຄາຄືນຜົນແຫ່ງການນໍາ ພາ-ຊີ້ນໍາຮອບດ້ານ ຂອງຄະນະບໍລິ ຫານງານພັກແຂວງ ໃນໄລຍະ 6 ສາກົນ ແລະ ພາກພື້ນ ທີ່ມີການຜັນ ແປຢ່າງສັບສົນ, ໄວວາ, ສະພາບ ຄວາມຫຍຸ້ງຍາກທາງດ້ານເສດຖະ ກິດ-ການເງິນ, ອັດຕາເງິນເຟີ້, ລາ ຄາສິນຄ້າ, ນໍ້າມັນເຊື້ອໄຟ ແລະ ຄ່າຄອງຊີບທີ່ເໜັງຕີງສູງ ແຕ່ບົນ ພື້ນຖານຄວາມເປັນເຈົ້າການ, ຄວາມສາມັກຄີເປັນເອກະພາບ ແລະ ຄວາມຮັບຜິດຊອບການເມືອງຂອງ ບັນດາສະຫາຍ ຈຶ່ງເຮັດໃຫ້ສາມາດ ຍາດໄດ້ຜົນສໍາເລັດໃນຫລາຍດ້ານທີ່ ໜ້າຊົມເຊີຍ, ແຕ່ເຖິງຢ່າງໃດກໍຕາມ ຍັງມີບາງຂໍ້ຄົງຄ້າງ, ສິ່ງທ້າທາຍ ແລະ ຈຸດອ່ອນ ທີ່ຈະຕ້ອງໄດ້ສືບຕໍ່ ແກ້ໄຂໃນຕໍ່ໜ້າ. ໃນກອງປະຊຸມຄັ້ງນີ້, ຈະໄດ້ ຮັບຟັງ, ຄົ້ນຄວ້າ ແລະ ປະກອບ ຄໍາເຫັນໃສ່ບັນດາບົດລາຍງານ ແລະ ຫົວຂໍ້ຈຸດສຸມທີ່ສໍາຄັນ ເປັນ ຕົ້ນ ບົດລາຍງານການນໍາພາ-ຊີ້ ນໍາຮອບດ້ານ ຂອງຄະນະບໍລິຫານ ງານພັກແຂວງ, ບົດລາຍງານການ ຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ຂອງແຂວງ, ແຜນງົບປະມານແຫ່ງລັດ 6 ເດືອນ ຕົ້ນປີ ແລະ ທິດທາງ 6 ເດືອນທ້າຍ ປີ 2026 ແລະ ຫົວຂໍ້ອື່ນໆ ອີກຈໍາ ນວນໜຶ່ງ. ໃນໂອກາດນີ້, ສະຫາຍເລຂາ ຄະນະບໍລິຫານງານພັກແຂວງ ວຽງຈັນ ຍັງໄດ້ຮຽກຮ້ອງມາຍັງ ບັນດາສະຫາຍຜູ້ແທນກອງປະຊຸມ ຈົ່ງເຊີດຊູຄວາມຮັບຜິດຊອບສູງ ໃນ ການຄົ້ນຄວ້າ ຄິດຫງໍາ, ແລກປ່ຽນ ຄໍາຄິດຄໍາເຫັນຢ່າງເລິກເຊິ່ງ ເພື່ອ ເຮັດໃຫ້ກອງປະຊຸມໃນຄັ້ງນີ້ ມີເນື້ອ ໃນທີ່ຄົບຖ້ວນສົມບູນ, ສ້າງຄວາມ ເປັນເອກະພາບ ແລະ ນຳເອົາໄປ ຈັດຕັ້ງປະຕິບັດໃຫ້ເກີດໝາກຜົນຕົວ ຈິງໃນຕໍ່ໜ້າ. ເດືອນຕົ້ນປີ 2026 ທີ່ຜ່ານມາ ແລະ ຈະໄດ້ກຳນົດທິດທາງແຜນການ, ມາດຕະການຢ່າງຈະແຈ້ງ ເພື່ອສຸມ ໃສ່ຈັດຕັ້ງປະຕິບັດໃນ 6 ເດືອນທ້າຍ ປີ 2026 ໃຫ້ບັນລຸຕາມຄາດໝາຍ ທີ່ວາງໄວ້ ຊຶ່ງໃນໄລຍະ 6 ເດືອນ ຜ່ານມາ, ແຂວງວຽງຈັນ ໄດ້ມີການ ພັດທະນາທ່າມກາງສະພາບການ pq d]tfa [dkog,n v'{co;7y f.sh ]a f4tdvo76 .\j 16 j c0;'9exkla d ຂປລ. ແຫລ່ງຂ່າວຈາກແຂວງ ຈຳປາສັກ ໃຫ້ຮູ້ວ່າ: ພະແນກສຶກສາ ທິການ ແລະ ກິລາແຂວງຈຳປາສັກ ຮ່ວມກັບຄະນະໂຄສະນາອົບຮົມ ແຂວງ ຈັັດປະຖົມນິເທດ ແລະ ອົບຮົມການເມືອງ-ແນວຄິດ ໃຫ້ ແກ່ລັດຖະກອນຄູໃໝ່ຈຳນວນ 474 ຄົນ ທີ່ໄດ້ຮັບການບັນຈຸທົດແທນ ປະຈຳງວດ II ປີ 2026 ໃນວັນທີ 26 ມິຖຸນາ 2026 ທີ່ໂຮງຮຽນ ສາມັນກິນນອນຊົນເຜົ່າແຂວງຈຳ ປາສັກ ເພື່ອກຽມຄວາມພ້ອມຮອບ ດ້ານເຂົ້າໃນການປະຕິບັດໜ້າທີ່ສິດ ສອນຕົວຈິງ ໃນສົກຮຽນ 20262027 ທີ່ຈະມາເຖິງນີ້. ໃຫ້ກຽດເຂົ້າຮ່ວມ ແລະ ເປັນ ປະທານໂດຍ ທ່ານ ວໍລະສານ ໃບ ພະຈັນ, ທ່ານ ສົມພອນ ວິໄລສົມ ຫົວໜ້າຂະແໜງອົບຮົມ ຄະນະ ໂຄສະນາອົບຮົມແຂວງ, ພ້ອມ ດ້ວຍຄະນະນຳຂັ້ນແຂວງ, ເມືອງ, ນະຄອນປາກເຊ ແລະ ຄູ-ອາຈານ ເຂົ້າຮ່ວມຢ່າງພ້ອມພຽງ. ທ່ານ ວໍລະສານ ໃບພະຈັນ ຮອງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ ໄດ້ກ່າວວ່າ: ການບັນຈຸສັບຊ້ອນລັດຖະກອນຄູ ໃໝ່ໃນທົ່ວແຂວງ 474 ຄົນ, ຍິງ 359 ຄົນ ຊຸດນີ້ ແມ່ນການຜັນ ຂະຫຍາຍນະໂຍບາຍຂອງພັກ ແລະ ລັດຖະບານ ເພື່ອແກ້ໄຂບັນຫາ ການຂາດແຄນຄູ ແລະ ຍົກສູງຄຸນ ນະພາບການສຶກສາຢູ່ຮາກຖານໃຫ້ ມີຄວາມເຂັ້ມແຂງ. ໃນການອົບຮົມ, ຜູ້ເຂົ້າຮ່ວມໄດ້ສຶກສາຮຽນຮູ້ 4 ເອກະສານສຳຄັນ ທີ່ເນັ້ນໃສ່ການ ຝຶກຝົນຫລໍ່ຫລອມຄຸນທາດການ ເມືອງ, ຄຸນສົມບັດສິນທຳປະຕິວັດ, ຈັນຍາບັນວິຊາຊີບຄູລາວ, ລວມ ທັງນິຕິກຳຕ່າງໆ ທີ່ຕິດພັນກັບການ ປະຕິບັດໜ້າທີ່ຕົວຈິງ. ໃນໂອກາດນີ້, ທ່ານ ຕຸດາວັນ ໜໍ່ເມືອງເສດ ຫົວໜ້າກົມຈັດຕັ້ງ ກະຊວງສຶກສາທິການ ແລະ ກິລາ ໄດ້ເນັ້ນໜັກໃຫ້ລັດຖະກອນຄູໃໝ່ທຸກ ທ່ານ ຈົ່ງຍົກສູງຄວາມຮັບຜິດຊອບ, ຝຶກຝົນຫລໍ່ຫລອມຕົນເອງ ໃຫ້ເປັນ “ແມ່ພິມຂອງຊາດ” ທີ່ດີ ແລະ ອຸທິດ ສະຕິປັນຍາເຂົ້າໃນການພັດທະນາ ຊັບພະຍາກອນມະນຸດ ເພື່ອຕອບ ສະໜອງຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາປະເທດຊາດໃນ ໄລຍະໃໝ່.ຂ່າວ-ພາບ: ຖາວອນ ຈັນດາຣາສຸກ ຂົນສົ່ງສິນຄ້າສາກົນ ໄອຊີດີ ຈຳກັດ ຜູ້ດຽວ ໂດຍມີ ທ່ານ ນາງ ບົວແກ້ວ ນິລະໄຊ ຮອງປະທານບໍລິສັດ ໃຫ້ ການຕ້ອນຮັບ ແລະ ລາຍງານ ຜົນການດຳເນີນງານ. ບໍລິສັດໄດ້ ລົງທຶນພັດທະນາສູນຂົນສົ່ງສິນຄ້າ ສາກົນ (ICD) ຕັ້ງແຕ່ປີ 2015 ໃນ ເນື້ອທີ 45 ເຮັກຕາ ອາຍຸສຳປະທານ 72 ປີ. ປັດຈຸບັນມີລູກຄ້າມາໃຊ້ ບໍລິການຫລາຍກວ່າ 17 ບໍລິສັດ ແລະ ສາມາດຮອງຮັບການຄ່ຽນ ຖ່າຍຕູ້ສິນຄ້າໜັກໄດ້ສະເລ່ຍ 1.000 ຕູ້ຕໍ່ເດືອນ ແລະ ຕູ້ເປົ່າ 1.500 ຕູ້ຕໍ່ເດືອນ ໂດຍເນັ້ນການຂົນສົ່ງ ຫລາຍຮູບແບບ ເພື່ອເປັນສູນກາງ ການກະຈາຍສິນຄ້າລະຫວ່າງ ສປປ ລາວ, ໄທ ແລະ ຫວຽດນາມ. ພ້ອມກັນນັ້ນບໍລິສັດຍັງໄດ້ສະເໜີໃຫ້ ການນໍາແຂວງພິຈາລະນາແກ້ໄຂ ບັນຫາການຄຸ້ມຄອງລານຂົນສົ່ງ ແລະ ປັບປຸງລະບົບໄຟຟ້າໃຫ້ມີ ຄວາມສະຖຽນ ເພື່ອຮອງຮັບການ ຂະຫຍາຍການບໍລິການ. ໂອກາດນີ້, ທ່ານ ໄຊຊະນະ ໂຄດ ພູທອນ ໄດ້ມີຄຳເຫັນຊີ້ນຳ ແລະ ສະແດງຄວາມຊົມເຊີຍຕໍ່ບັນດາ ວິສາຫະກິດ ແລະ ນັກລົງທຶນ ທີ່ໄດ້ ປະກອບສ່ວນຢ່າງຕັ້ງໜ້າ ຕໍ່ການ ພັດທະນາເສດຖະກິດ-ສັງຄົມ ຂອງ ແຂວງຄໍາມ່ວນ, ການສ້າງລາຍ ຮັບໃຫ້ລັດ, ສ້າງວຽກເຮັດງານທໍາ ໃຫ້ແກ່ປະຊາຊົນ ແລະ ປະກອບ ສ່ວນຜັນຂະຫຍາຍແນວທາງການ ພັດທະນາຂອງພັກ-ລັດ. ສຳລັບ ບໍລິສັດ ໂຈ້ບຸນມີ ກຣຸບ ຂົນສົ່ງສິນຄ້າ ສາກົນ ໄອຊີດີ ຈຳກັດຜູ້ດຽວ ທ່ານ ໄຊຊະນະ ໂຄດພູທອນ ໃນນາມ ຕາງໜ້າການນຳແຂວງ ໄດ້ສະເໜີ ໃຫ້ບໍລິສັດສືບຕໍ່ພັດທະນາຊຸມຊົນ ພາຍໃນເຂດ, ປະກອບສ່ວນຕິດຕັ້ງ ດອກໄຟພະລັງງານແສງອາທິດ ແລະ ສົ່ງເສີມການນຳເຕັກໂນໂລຊີ ລົດໄຟຟ້າ ມານຳໃຊ້ໃນລະບົບຂົນ ສົ່ງ ເພື່ອຫລຸດຕົ້ນທຶນ, ຫລຸດຜົນ ກະທົບຕໍ່ສິ່ງແວດລ້ອມ, ຍົກລະດັບ ຄຸນນະພາບການບໍລິການ ແລະ ເພີ່ມ ຂີດຄວາມສາມາດໃນການແຂ່ງຂັນ ເພື່ອປະກອບສ່ວນພັດທະນາເຂດ ເສດຖະກິດພິເສດທ່າແຂກ ແລະ ແຂວງຄຳມ່ວນ ໃຫ້ມີການເຕີບໂຕ ຢ່າງຍືນຍົງ. ນອກຈາກນັ້ນ, ຄະນະຍັງໄດ້ ສືບຕໍ່ຕິດຕາມເບິ່ງຂະບວນການ ຜະລິດ ຂອງ ບໍລິສັດ ຄຳມ່ວນ ຕົງ ຮຸຍ ອຸດສາຫະກຳທໍ່ ຈຳກັດຜູ້ດຽວ ຜູ້ລົງທຶນຜະລິດທໍ່ຢາງ PE, PVC ແລະ PPR ທຸກຂະໜາດ ເພື່ອ ຈຳໜ່າຍພາຍໃນ ແລະ ສົ່ງອອກ. ໂຮງງານມີກຳລັງການຜະລິດ 6.000-10.000 ໂຕນຕໍ່ປີ ໂດຍ ຜະລິດຕະພັນຫລາຍຊະນິດ ໄດ້ຮັບ ການຮັບຮອງຕາມມາດຕະຖານ ISO ແລະ ມາດຕະຖານແຫ່ງຊາດ. ຂ່າວ: ມະນີວັນ
RkJQdWJsaXNoZXIy MTc3MTYxMQ==