7308

30/06/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ວັນເພັງັ ນັ ງ ;y mu -u ;y f0v'-q ogzqj kdiu zt]y f8tra o1k[e]5 'c,j s]a 'gdu f ly o7h k75 ootrk[ 9kdr6 o-a [2k,k ຂປລ. ຊົນເຜົ່າກຣີ ແມ່ນຊົນເຜົ່າ ໜຶ່ງໃນ 50 ຊົນເຜົ່າ ຂອງວົງຄະ ນະຍາດແຫ່ງຊາດລາວ ທີ່ດຳລົງຊີ ວິດຢູ່ລາວມາເປັນເວລາດົນນານ. ຊົນເຜົ່ານີ້ ມີປະຫວັດການເຄື່ອນ ຍ້າຍທີ່ສັບສົນ ແລະ ແຕກຕ່າງກັນ ເຊັ່ນ: ຊົນເຜົ່າ “ກຣີ” ຢູ່ແຂວງບໍລິ ຄຳໄຊ ແລະ ແຂວງຄຳມ່ວນ ແມ່ນ ເຄື່ອນຍ້າຍມາຈາກເຂດຊາຍແດນ ຫວຽດນາມ, ສ່ວນຢູ່ແຂວງໄຊຍະ ບູລີ ແມ່ນເຄື່ອນຍ້າຍມາຈາກທິດ ຕາເວັນອອກສ່ຽງເໜືອຂອງລາຊະ ອານາຈັກໄທ ຊຶ່ງຊົນເຜົ່ານີ້ມີຫລາຍ ຊື່ເອີ້ນເຊັ່ນ: ກຣີ, ລາບຣີ, ຢູບຣີ, ສະລາງຄອມ, ອາເຣມ ແລະ ອື່ນໆ. ຊົນເຜົ່າອື່ນມັກເອີ້ນເຂົາເຈົ້າວ່າ: “ຕອງເຫລືອງ”, ແຕ່ເຂົາເຈົ້າບໍ່ມັກ, ຊື່ທີ່ເຂົາເຈົ້າມັກ ແລະ ຊື່ທີ່ໃຊ້ທາງ ການໃນປັດຈຸບັນແມ່ນ“ກຣີ”ໃນພາ ສາຂອງເຂົາເຈົ້າ ໝາຍເຖິງ “ຄົນ ປ່າ”. ປັດຈຸບັນຊົນເຜົ່ານີ້ ແມ່ນຕັ້ງ ພູມລຳເນົາ ແລະ ທຳມາຫາກິນຢູ່ ແຂວງພາກເໜືອ ແລະ ພາກກາງ ເຊັ່ນ: ເມືອງບົວລະພາ, ເມືອງຍົມ ມະລາດ, ເມືອງນາກາຍ ແຂວງ ຄຳມ່ວນ, ເມືອງຄຳເກີດ ແຂວງບໍ ລິຄຳໄຊ ແລະ ເມືອງພຽງ ແຂວງ ໄຊຍະບູລີ. ເຜົ່າກຣີ ຈະດຳລົງຊີວິດຢູ່ຕາມ ປ່າລັກສະນະເລື່ອຍລອນຈະບໍ່ອາໄສ ຢູ່ບ່ອນໃດບ່ອນໜຶ່ງແບບຖາວອນ, -u ;y f{;a fmtotme u y a ຈະເຄື່ອນຍ້າຍໄປຕາມປ່າດົງບ່ອນ ທີ່ອຸດົມສົມບູນ, ເມື່ອອາຫານເລີ່ມ ຫາຍາກ ຕອງກ້ວຍກໍເຫລືອງເຂົາ ເຈົ້າກໍຈະຍ້າຍໄປຫາກິນບ່ອນໃໝ່, ການກິນຢູ່ແມ່ນອາໄສທຳມະຊາດ, ການດໍາລົງຊີວິດແຕ່ລະວັນຈະອອກ ໄປຊອກຫາອາຫານເປັນຕົ້ນ: ໜໍ່ໄມ້, ຫົວມັນປ່າ, ຍອດບຸ່ນ, ຍອດຫວາຍ, ໝາກຄໍ້, ໝາກຕາວ ແລະ ປູປາ ຕາມ ຮ່ອງຫ້ວຍທໍາມະຊາດແລະໃສ່ແຮ້ວ ເອົາສັດປ່າມາສູ່ກັນກິນ, ບາງຄັ້ງ ໂຊກດີຫາມາໄດ້ຫລາຍ ກໍນໍາເອົາ ມາແລກເຄື່ອງມືຫາກິນ ເຊັ່ນ: ມີດ, ພ້າ, ສຽມ ແລະ ອື່ນໆ ນໍາປະຊາຊົນ ຢູ່ເຂດບ້ານໃກ້ຄຽງ. ສ່ວນຈຳນວນ ຢູ່ບ້ານຄົງທີ່ ກໍຈະເຮັດໄຮ່, ປູກເຂົ້າ, ພືດຜັກ ທີ່ເປັນທາດແປ້ງເພື່ອບໍລິ ໂພກປະຈຳວັນ. ຊົນເຜ່ົາກຣີຈະປຸກເຮືອນແບບປະ ຖົມປະຖານ, ກະທັດຮັດງ່າຍດາຍ ບໍ່ແໜ້ນໜາຖາວອນ ຊຶ່ງສ້າງຂຶ້ນ ໂດຍອາໄສເຄື່ອງທີ່ຫາໄດ້ຕາມທຳ ມະຊາດເທົ່ານັ້ນ ແລະ ຈຳນວນໜຶ່ງ ຍັງຍົກຍ້າຍໄປມາໃນປ່າຕາມພູຜາ ແລະ ປ່າຕຶບດົງໜາ ເພື່ອອາໄສການ ເຮັດຕູບນ້ອຍໃສ່ໂກນໄມ້ ແລະ ຖ້ຳ ເປັນບ່ອນນອນ. ປັດຈຸບັນແມ່ນອີງ ໃສ່ແນວທາງຂອງພັກ-ລັດ ເຂົາ ເຈົ້າກໍມາຕັ້ງຖິ່ນຖານບ້ານຊ່ອງມີ ບ່ອນຢູ່ຄົງທີ່ຄືກັນກັບຊົນເຜົ່າອື່ນໆ ແລະ ຍັງບາງເລັກນ້ອຍມີຈຳນວນ 10 ກວ່າຄົນເທົ່ານັ້ນ. ສຳລັບອາ ຫານການກິນຂອງຊົນເຜົ່າກຣີ ກໍຍັງ ກິນແບບທຳມະຊາດ ເຊັ່ນ: ເຜືອກ, ມັນປ່າ, ໝາກໄມ້ປ່າ, ຜັກປ່າ ແລະ ອື່ນໆ. ນອກຈາກນັ້ນ, ພວກເຂົາຍັງ ມີຄວາມຊຳນິຊຳນານໃນການລ່າ ສັດປ່າດ້ວຍໜ້າໜ໋ອງ ແລ້ວມາປຸງ ແຕ່ງເປັນອາຫານ ເຊັ່ນ: ປີ້, ຫລາມ, ໝົກດ້ວຍໃບຕອງ ແລະ ມີຄວາມ ນິຍົມກິນຍອດໝາກຕາວຕາກແຫ້ງ ແລ້ວປະສົມນ້ຳເຜິ້ງ ແລະ ອື່ນໆ. ສ່ວນຈຳນວນທີ່ໄດ້ຍ້າຍມາຢູ່ບ້ານ ແລ້ວ ກໍແມ່ນໄດ້ກິນເຂົ້າເປັນອາ ຫານຫລັກຄືກັບຊົນເຜົ່າອື່ນໆ. ແນວ ໃດກໍດີ, ວັດທະນະທຳກ່ຽວກັບ ເຄື່ອງນຸ່ງຂອງເຂົາເຈົ້າແຕ່ກ່ອນ ແມ່ນນຸ່ງຫົ່ມດ້ວຍເປືອກໜ້ອງ, ເປືອກໄມ້ຕ່າງໆ ແລະ ນອກນັ້ນ ກໍ ຫຍິບໃບໄມ້ເຮັດເປັນເຄື່ອງນຸ່ງຫົ່ມ. ປັດຈຸບັນໄດ້ມີການປ່ຽນແປງທັງຮູ້ ຈັກນຸ່ງໂສ້ງ, ນຸ່ງເສື້ອ, ຮູ້ກິນອາຫານ ທີ່ເຮົາແຕ່ງໃຫ້ກິນ ຖ້າບໍ່ມີຜູ້ໃຫ້ກິນ ກໍຫາກິນຕາມທໍາມະຊາດ ໝາຍ ຄວາມວ່າຍັງບໍ່ຮູ້ທໍາການຜະລິດກະ ສິກໍາໃນການດັດແປງທໍາມະຊາດ ມາຮັບໃຊ້ຊີວິດການເປັນຢູ່, ທັງນີ້ ຍ້ອນການດຳລົງຊີີວິດ ແລະ ຄວາມ ເອົາໃຈໃສ່ຂອງບັນດາຊົນເຜົ່າທີ່ຢູ່ ໃກ້ຄຽງ, ພັກ, ລັດຖະບານ ແລະ ອົງ ການສາກົນອື່ນໆ ໃຫ້ການຊ່ວຍ ເຫລືອທັງພາຍໃນແລະຕ່າງປະເທດ. ຊົນເຜົ່າກຣີ ດຳລົງຊີວິດຢູ່ຫ່າງ ໄກສອກຫລີກ, ບໍ່ມີເສັ້ນທາງຄົມມະ ນາຄົມ, ການພົວພັນກັບສັງຄົມພາຍ ນອກ ຍັງມີໜ້ອຍ ຈຶ່ງເຮັດໃຫ້ເຂົາ ເຈົ້າຍັງມີຄວາມເຊື່ອໃນເລື່ອງໄສ ຍະສາດ, ໂຊກຊາຕາຂອງຄົນ ແລະ ສິ່ງທີ່ມີຊີວິດເຊັ່ນ: ຜີບັນພະບູລຸດ, ຜີ ພໍ່ແມ່, ຜີຫ້ວຍຮ່ອງ, ຜີພູຜາປ່າດົງ, ຜີຟ້າ, ຜີແຖນ ແລະ ຖືວ່າຜີເຫລົ່າ ນັ້ນ ເປັນຜູ້ໃຫ້ໂຊກຊາຕາຂອງທຸກ ຄົນ. ສຳລັບຈຳນວນທີ່ຕັ້ງບ້ານຄົງ ທີ່ຈະມີງານບຸນປະຈຳເຜົ່າຂອງຕົນ ເອງ ຄື: ບຸນປີໃໝ່, ບຸນກິນເຂົ້າໃໝ່. ບຸນທີ່ກ່າວມານີ້ແມ່ນຫລັງຈາກ ທີ່ເກັບກ່ຽວເຂົ້າແລ້ວ ກໍເລີ່ມເຮັດ ທັນທີ, ຮຽນແບບຈາກຊົນເຜົ່າ ໃກ້ຄຽງ. ດ້ານສິລະປະ-ວັນນະຄະດີພື້ນ ເມືອງຂອງຊົນເຜົ່າກຣີ ບໍ່ອຸດົມສົມ ບູນພໍເທົ່າໃດແຕ່ເຂົາເຈົ້າຍັງມີ ຂັບ ກະເຕີມທີ່ເປັນພາສາຂອງຕົນ. ນອກ ຈາກນັ້ນ, ກໍແມ່ນຮຽນແບບຈາກ ຊົນເຜົ່າທີ່ຢູ່ໃກ້ຄຽງ. ດ້ານພາສາ ປາກເວົ້າໄດ້ຈັດເຂົ້າໃນໝວດພາສາ ມອນ-ຂະແມ, ແຕ່ສາຂາແຕກຕ່າງ ກັນເຊັ່ນ: ພາກສ່ວນຢູ່ແຂວງບໍລິຄຳ ໄຊ ແລະ ແຂວງ ຄຳມ່ວນ ຈັດເຂົ້າ ໃນສາຂາພາສາຫວຽດ-ເມືອງ. ພາກສ່ວນທີ່ດຳລົງຊີວິດຢູ່ ແຂວງ ໄຊຍະບູລີ ຈັດເຂົ້າໃນສາຂາກຶມມຸ. ຊົນເຜົ່າກຣີ ທັງສອງພາກສ່ວນນີ້ ບໍ່ມີຕົວໜັງສືຂຽນ. ຂປລ. ອາທິດຜ່ານມາ ບໍລິສັດ ພູນຊັບຟາມາ ຈໍາກັດ ໄດ້ນຳເອົາຜະ ລິດຕະພັນຢາປິ່ວປົວພະຍາດຕ່າງໆ ມາວາງສະແດງ ແລະ ຈຳໜ່າຍ ໃນ ງານສະເຫລີມສະຫລອງວັນສາທາ ລະນະສຸກ (ວັນແພດລາວ) ຄົບ ຮອບ61ປີ(18ມິຖຸນາ1965-18 ມິຖຸນາ 2026) ເພື່ອໃຫ້ປະຊາຊົນ ໄດ້ຮູ້ຈັກຜະລິດຕະພັນທາງການ ແພດທີ່ມີຄຸນນະພາບຫລາຍຂຶ້ນ ລະກິດມາເວລາກວ່າ 10 ປີ ແລະ ພັດທະນາຜະລິດຕະພັນໃຫ້ທັນສະ ໄໝ ເພື່ອຮອງຮັບການປິ່ນປົວພະ ຍາດ ແລະ ຄວາມຕ້ອງການດ້ານ ສຸຂະພາບຂອງປະຊາຊົນ ຊຶ່ງການ ມາຮ່ວມງານໃນຄັ້ງນີ້ ຕົນເອງມີ ຄວາມຮູ້ສຶກພາກພູມໃຈ ແລະ ຮູ້ສຶກ ດີໃຈຫລາຍ ທີ່ໄດ້ເປັນສ່ວນໜຶ່ງ ເຂົ້າຮ່ວມວາງສະແດງຜະລິດຕະ ພັນຢາຂອງບໍລິສັດ, ໃນນັ້ນໄດ້ນຳ ເອົາຫລາຍຜະລິດຕະພັນທີ່ພົ້ນເດັ່ນ ມາວາງຈຳໜ່າຍ ແລະ ຫລັກໆແມ່ນ ເນັ້ນຜະລິດຕະພັນບໍາລຸງແມ່ຍິງ ຫລັງເກີດລູກ ມີຈຸດເດັ່ນຊ່ວຍກະຕຸ້ນ ການຜະລິດນ້ຳນົມແມ່ ເຮັດໃຫ້ນ້ຳ ນົມມາໄວ ເພື່ອໃຫ້ພຽງພໍໃນການ ລ້ຽງລູກ, ພ້ອມນີ້ກໍເພື່ອໃຫ້ສອດ ຄ່ອງກັບຄວາມຮຽກຮ້ອງຕ້ອງ ການໃນຂົງເຂດວຽກງານສາທາ ລະນະສຸກ ທີ່ມີການສົ່ງເສີມລ້ຽງ ລູກດ້ວຍນົມແມ່, ເມື່ອແມ່ໄດ້ຮັບຜະ ລິດຕະພັນຢາບໍາລຸງຫລັງເກີດຈະ ມີຜົນດີຫລາຍຢ່າງເຊັ່ນ: ເຮັດໃຫ້ ນໍ້ານົມແມ່ມີຄຸນນະພາບ, ນົມແມ່ມາ ໄວຂຶ້ນ, ເຮັດໃຫ້ລູກແຂງແຮງແມ່ ກໍແຂງແຮງໄປພ້ອມໆກັນ. ພ້ອມ ທັງຫລຸດບັນຫາແມ່ຫລັງເກີດໄດ້ ເພາະແມ່ນຫລັງເກີດຈະມີອາການ: ອາລົມບໍ່ດີ, ງຸດງິດ, ມີຄວາມຄຽດ ງ່າຍ. ສະນັ້ນ, ຫລັງຈາກໄດ້ຮັບປະ ທານຜະລິດຕະພັນຢາບໍາລຸງແມ່ ຫລັງເກີດ ກໍຈະເຮັດໃຫ້ອາລົມຂອງ ແມ່ມີຄວາມຜ່ອນຄາຍບໍ່ງຸດງິດ, ບໍ່ ຕຶງຄຽດ ແລະ ບໍ່ເຄັງຕຶງ ເຮັດໃຫ້ ສຸຂະພາບແມ່ຟື້ນຟູໄວຂຶ້ນ, ເຮັດໃຫ້ ນໍ້ານົມສົ່ງໄປຫາລູກມີປະສິດທິພາບ ເມື່ອລູກແຂງແຮງແມ່ກໍແຂງແຮງ ໄປນໍາ. ທ່ານ ສຸລິຍົມ ຈັນດາລາສານ ກ່າວຕື່ມວ່າ: ໃນປັດຈຸບັນຂະແໜງ ສາທາລະນະສຸກຂອງ ສປປ ລາວ ໄດ້ສົ່ງເສີມການລ້ຽງລູກດ້ວຍນຳ້ ນົມແມ່ ເພາະນອກຈາກຈະຊ່ວຍໃຫ້ ເດັກນ້ອຍເຕີບໃຫຍ່ແຂງແຮງແລ້ວ ຍັງເປັນການສ້າງສາຍສຳພັນອັນ ດີລະຫວ່າງແມ່ກັບລູກອີກດ້ວຍ. ນອກນີ້ຜູ້ອຳນວຍການບໍລິສັດ ຍັງ ຝາກເຖິງພໍ່ແມ່ປະຊາຊົນຖ້າເຈັບ ປ່ວຍ ບໍ່ຄວນຊື້ຢາກິນເອງ, ແຕ່ຄວນ ໄປຫາແພດໝໍກວດໃຫ້ລະອຽດ ເພື່ອໄດ້ຮັບການບົ່ງມະຕິທີ່ຖືກຕ້ອງ ແລະ ໄດ້ຮັບຢາທີ່ຖືກຕ້ອງປອດໄພ ຕໍ່ສຸຂະພາບ ແລະ ສຸດທ້າຍນີ້ ຂໍຝາກ ເຖິງການນໍາສາທາລະນະສຸກ ສືບ ຕໍ່ໃຫ້ຄວາມສໍາຄັນເລື່ອງສຸຂະສຶກ ສາ ເພື່ອເຮັດໃຫ້ປະຊາຊົນໄດ້ຮັບ ຮູ້ຂໍ້ມູນຂ່າວສານການໃຊ້ຢາຢ່າງ ສົມເຫດສົມຜົນຫລາຍຂຶ້ນ ເນື່ອງ ຈາກການຊື້ຢາກິນເອງ ບາງຄັ້ງຈະ ມີຄວາມສ່ຽງຕໍ່ສຸຂະພາບທີ່ອາດ ຈະເກີດ ແລະ ມີຜົນຂ້າງຄຽງ ໄດ້ ເຊັ່ນກັນ. ສໍາລັບ ທ່ານໃດສົນໃຈຜະລິດ ຕະພັນຢາບໍາລຸງແມ່ຫລັງເກີດ ສາ ມາດຫາຊຶື້ໄດ້ຕາມຮ້ານຂາຍຢາທົ່ວ ໄປ ຫລື ຕິດຕໍ່ໂດຍກົງທີ່ບໍລິສັດ ພູນ ຊັບຟາມາ ຈຳກັດ ຕັ້ງຢູ່ບ້ານໂນນຄໍ້ ເມືອງໄຊເສດຖາ ນະຄອນຫລວງ ວຽງຈັນ. ໂດຍສະເພາະຜະລິດຕະພັນຢາບຳ ລຸງແມ່ຫລັງເກີດ ເພື່ອເຮັດໃຫ້ນໍ້າ ນົມແມ່ມີຄຸນນະພາບ, ນໍ້ານົມແມ່ມາ ໄວຂຶ້ນ, ເຮັດໃຫ້ລູກແຂງແຮງແມ່ກໍ ແຂງແຮງໄປພ້ອມໆກັນ. ທ່ານ ສຸລິຍົມ ຈັນດາລາສານ ຜູ້ ອຳນວຍການ ບໍລິສັດ ພູນຊັບຟາມາ ຈຳກັດ ໄດ້ໃຫ້ສໍາພາດວ່າ: ບໍລິສັດ ພູນຊັບຟາມາ ຈຳກັດ ເປັນໜຶ່ງບໍລິ ສັດນໍາເຂົ້າຢາ ແລະ ອຸປະກອນການ ແພດຈາກຕ່າງປະເທດດຳເນີນທຸ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==