7308

30/06/2026 xtgmf]k; 4 *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຮອງນາຍົກລັດຖະມົນຕີ....ົັົີ ສ້າງຄວາມເຂັ້ມແຂງ....້ັ້ ຫລວງພະບາງ.... ພັກ ປປ ລາວ...ັ ສ້າງສື່ມວນຊົນລາວ....້ື່ົ ຂປລ. ໃນອາທິດຜ່ານມາ, ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ ໄດ້ຕ້ອນ ຮັບການເຂົ້າຢ້ຽມຂໍ່ານັບທ່ານ ກາວ ກິມ ຮຸນ ເລຂາທິການໃຫຍ່ອາຊຽນ ພ້ອມດ້ວຍຄະນະໃນໂອກາດມາ ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກໍາອາຊຽນ ຄັ້ງທີ 22 ທີ່ ສປປ ລາວ ເປັນເຈົ້າພາບ. ໂອກາດນີ້, ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ສແດງຄວາມຍິນດີ ຕ້ອນຮັບ ແລະ ຕີລາຄາສູງຕໍ່ທ່ານ ກາວ ກິມ ຮຸນ ເລຂາທິການໃຫຍ່ອາ ຊຽນ ພ້ອມຄະນະ ທີ່ໄດ້ເດີນທາງມາ ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ວິທະຍາສາດເຕັກໂນໂລຊີ ແລະ ນະ ວັດຕະກໍາອາຊຽນ ຄັ້ງທີ 22 ໃນ ຄັ້ງນີ້ ຊຶ່ງກອງປະຊຸມດັ່ງກ່າວ ຈະ ບໍ່ສາມາດເກີດຂຶ້ນໄດ້ຖ້າບໍ່ໄດ້ຮັບ ການເອົາໃຈໃສ່, ພົວພັນສະໜິດ ແໜ້ນ ແລະ ປະສານສົມທົບກັນ ຢ່າງກົມກຽວລະຫວ່າງຄະນະກອງ ເລຂາຂອງ ສປປ ລາວ ກໍຄື ກະຊວງ ສຶກສາທິການ ແລະ ກິລາ ແລະ ຄະ ນະຮັບຜິດຊອບຂອງກອງເລຂາອາ ຊຽນ ທີ່ໄດ້ມີຄວາມພະຍາຍາມໃນ ການກະກຽມຄວາມພ້ອມຫລາຍ ດ້ານ ເພື່ອເຮັດໃຫ້ກອງປະຊຸມໃນ ຄັ້ງນີ້ ປະສົບຜົນສຳເລັດຕາມຈຸດປະ ສົງ ແລະ ຄາດໝາຍທີ່ວາງໄວ້ຢ່າງ ຈົບງາມ. ການມາຢ້ຽມຢາມ ແລະ ເຂົ້າ ຮ່ວມກອງປະຊຸມຂອງທ່ານ ພ້ອມ ຄະນະໃນຄັ້ງນີ້ ຖືເປັນນິມິດໝາຍ ທີ່ດີ ແລະ ມີຄວາມສໍາຄັນຫລາຍ ເປັນການສືບຕໍ່ຈັດຕັ້ງຜັນຂະຫຍາຍ ບັນດາເນື້ອໃນທີ່ໄດ້ລະບຸໃນກອບ ອາຊຽນ ຊຶ່ງ ສປປ ລາວ ກໍໄດ້ຮັບ ກຽດເປັນເຈົ້າພາບເປັນຕົ້ນແມ່ນ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 (ກອງປະຊຸມແບບຄົບຄະນະ) ແລະ ໃນກອງປະຊຸມດັ່ງກ່າວ ສປປ ລາວ ກໍໄດ້ຢືນຢັນຢ່າງໜັກແໜ້ນ ຕໍ່ຄວາມໝາຍໝັ້ນສືບຕໍ່ເພີ່ມທະວີ ຄວາມເຂັ້ມແຂງຂອງປະຊາຄົມອາ ຊຽນ, ຮັດແໜ້ນການເຊື່ອມໂຍງເຊື່ອມຈອດດ້ານຕ່າງໆ ໂດຍສະ ເພາະດ້ານເສດຖະກິດ, ສົ່ງເສີມ ການຄ້າ-ການລົງທຶນພາຍໃນອາ ຊຽນ, ຮັດແໜ້ນຄວາມແຕກໂຕນ ດ້ານການພັດທະນາ ແລະ ການ ໄປມາຫາສູ່ລະຫວ່າງປະຊາຊົນໃຫ້ ຫລາຍຂຶ້ນ. ຄຽງຄູ່ກັນນີ້, ບັນດາ ປະເທດອາຊຽນ ກໍຕ້ອງສືບຕໍ່ເສີມ ຂະຫຍາຍການພົວພັນຮ່ວມມືກັບຄູ່ ຮ່ວມມືພາຍນອກ ເຮັດໃຫ້ບົດບາດ ສໍາຄັນກາຍເປັນແກນກາງຂອງອາ ຊຽນ ໃນໂຄງສ້າງການຮ່ວມມືພາກ ພື້ນທີ່ພວມຜັນແປ ແລະ ບົດບາດສໍາ ສໍາຄັນຈຳນວນໜຶ່ງເປັນຕົ້ນຕີລາຄາ ການນໍາພາ-ຊີ້ນໍາວຽກງານຮອບ ດ້ານ 6 ເດືອນຕົ້ນປີ ແລະ ທິດທາງ 6 ເດືອນທ້າຍປີ 2026, ຕີລາຄາ ແຜນພັດທະນາເສດຖະກິດ-ສັງຄົມ, ງົບປະມານ 6 ເດືອນຕົ້ນປີ ແລະ ທິດທາງຈຸດສຸມ 6 ເດືອນທ້າຍ ປີ 2026, ຕີລາຄາການຈັດຕັ້ງປະ ຕິບັດມະຕິຂອງສະພາປະຊາຊົນ ແຂວງວ່າດ້ວຍການຮັບຮອງເອົາ ການສະເໜີສ້າງຕັ້ງຕາແສງ ແລະ ຈຳນວນຕາແສງຢູ່ແຂວງຫລວງ ພະບາງ, ຕີລາຄາວຽກງານກໍ່ສ້າງ ຮາກຖານການເມືອງ, ພັດທະນາ ຊົນນະບົດ ແລະ ແກ້ໄຂຄວາມທຸກ ຍາກ 6 ເດືອນຕົ້ນປີ ແລະ ທິດທາງ ຈຸດສຸມ 6 ເດືອນທ້າຍປີ 2026 ພ້ອມທັງຈະໄດ້ເຊື່ອມຊຶມຄໍາສັ່ງຂອງ ຄະນະເລຂາທິການສູນກາງພັກ ວ່າ ດ້ວຍການເພີ່ມທະວີການຊີ້ນໍາຂອງ ຄະນະພັກຕໍ່ວຽກງານແຮ່ທາດ, ການຄຸ້ມຄອງ ແລະ ການແກ້ໄຂບັນ ຫາຫຍໍ້ທໍ້ດ້ານຊັບພະຍາກອນທຳ ມະຊາດ ແລະ ຄໍາສັ່ງຂອງນາຍົກ ລັດຖະມົນຕີ ວ່າດ້ວຍການຕ້ານ ແລະ ສະກັດກັ້ນລັກລອບຂຸດຄົ້ນ, ປຸງແຕ່ງ, ເກັບຊື້-ຂາຍ, ນໍາເຂົ້າ-ສົ່ງ ອອກແຮ່ທາດ ແລະ ຜະລິດຕະພັນ ແຮ່ທາດ ທີ່ບໍ່ຖືກຕ້ອງ ຕາມກົດໝາຍ ແລະ ລະບຽບການໃນຂອບເຂດທົ່ວ ປະເທດ. ພ້ອມນີ້, ຍັງໄດ້ຮຽກຮ້ອງ ໃຫ້ບັນດາສະຫາຍທີ່ເຂົ້າຮ່ວມກອງ ປະຊຸມຈົ່ງພ້ອມກັນຍົກສູງຄວາມ ຮັບຜິດຊອບຄົ້ນຄວ້າ, ມີຄໍາເຫັນ, ຕີລາຄາບັນດາຜົນສໍາເລັດ, ຂໍ້ຄົງ ຄ້າງ, ທັງກຳນົດມາດຕະການ, ວິທີ ການແກ້ໄຂທີ່ຊັດເຈນ ເພື່ອໃຫ້ກອງ ປະຊຸມຄັ້ງນີ້ ບັນລຸໄດ້ຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້ ໂອກາດນີ້, ຜູ້ເຂົ້າຮ່ວມຍັງໄດ້ ຮັບຟັງການສະຫລຸບຕີລາຄາການ ປະຕິບັດວຽກງານຮອບດ້ານ 6 ເດືອນຕົ້ນປີ ແລະ ທິດທາງຈຸດສຸມ 6 ເດືອນທ້າຍປີ 2026 ຂອງອົງ ຄະນະພັກແຂວງ, ລວມທັງການປະ ຕິບັດແຜນພັດທະນາເສດຖະກິດສັງຄົມ, ການຈັດຕັ້ງປະຕິບັດມະຕິ ຂອງສະພາປະຊາຊົນແຂວງວ່າ ດ້ວຍການຮັບຮອງເອົາການສະເໜີ ສ້າງຕັ້ງຕາແສງ ແລະ ຈຳນວນ ຕາແສງຢູ່ແຂວງຫລວງພະບາງ, ວຽກງານກໍ່ສ້າງຮາກຖານການ ເມືອງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ພ້ອມນັ້ນ ບັນດາພະແນກການ-ກົມກອງໄດ້ ພ້ອມກັນປະກອບຄຳເຫັນຕໍ່ບົດ ສະຫລຸບ ແລະ ບັນດາວຽກງານ ໃນຂົງເຂດຕົນຮັບຜິດຊອບ. ກອງ ປະຊຸມຄັ້ງນີ້, ຈະດຳເນີນເປັນເວາລາ 2 ວັນ ຈຶ່ງຈະສຳເລັດ. ຂ່າວ-ພາບ: ອາພຸດເດດ ບຸບຜາ ນະໂຍບາຍ, ການຈັດຕັ້ງກົນໄກ ແລະ ການຈັດຕັ້ງປະຕິບັດດ້ານ ການພົວພັນແຮງງານ ເພື່ອແກ້ໄຂ ການຈຳແນກ, ຄວາມຮຸນແຮງ ແລະ ການລ່ວງລະເມີດທາງເພດ ຢູ່ສະຖານທີ່ເຮັດວຽກໃນວັນທີ 25 ມິຖຸນາ 2026 ຜ່ານມານີ້, ຢູ່ ນະຄອນຫລວງວຽງຈັນ ໂດຍການ ເປັນປະທານຂອງທ່ານ ວຽງປະສິດ ທິບພະສຸດາ ຜູ້ປະສານງານອົງການ ແຮງງານສາກົນ ປະຈຳລາວ, ທ່ານ ອາທິລັດ ອຸດົມເດດ ຮອງຫົວໜ້າ ກົມປົກປ້ອງສະຫະພັນສູນກາງ ກຳມະບານລາວແລະທ່ານບຸນທ່ຽງ ລັດຕະນະວົງ ຄະນະບໍລິຫານສະ ພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໂດຍມີຜູ້ຕາງໜ້າ ຈາກພາກລັດ, ພາກເອກະຊົນ, ອົງ ການຈັດຕັ້ງ ແລະ ຂະແໜງການທີ່ ກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມໃນຄັ້ງນີ້, ຈັດຂຶ້ນ ເພື່ອຍົກສູງຄວາມຮູ້, ຄວາມເຂົ້າ ໃຈກ່ຽວກັບຫລັກການ ແລະ ມາດ ຕະຖານສາກົນດ້ານແຮງງານ ໂດຍ ສະເພາະການປ້ອງກັນ ແລະ ແກ້ໄຂ ການຈຳແນກ, ຄວາມຮຸນແຮງ ມົດສະກູ, ສະຫາຍ ບຸນເຫລືອ ພັນດານຸວົງ ກຳມະການສູນກາງ ພັກ, ຫົວໜ້າຄະນະພົວພັນຕ່າງ ປະເທດສູນກາງພັກ ໄດ້ນຳພາຄະ ນະຜູ້ແທນພັກ ປປ ລາວ ເຂົ້າພົບ ປະເຮັດວຽກກັບສະຫາຍ ດິມິຕຣີ ໂນວິກົບ (Dmitry Novikov) ຮອງປະທານພັກກອມມູນິດສະຫະ ພັນຣັດເຊຍ, ຮອງປະທານກຳມາ ທິການຕ່າງປະເທດຂອງສະພາດູມາ ແຫ່ງ ສ ຣັດເຊຍ. ເຊື່ອຖືຂອງພັກ, ລັດ ແລະ ປະຊາຊົນ ຢ່າງໜັກແໜ້ນ. ທ່ານ ຄຳມອນ ຈັນທະຈິດ ຮອງ ຫົວໜ້າຄະນະໂຄສະນາອົບຮົມສູນ ກາງພັກ ໄດ້ໃຫ້ສຳພາດເມື່ອບໍ່ດົນນີ້ ວ່າ: ເປັນຄັ້ງທຳອິດທີ່ໄດ້ມີການຈັດ ກອງປະຊຸມສື່ມວນຊົນໃນລະດັບ ຊາດຢ່າງຄົບຊຸດ ພາຍໃຕ້ການຊີ້ນຳ ໂດຍກົງຈາກສູນກາງພັກ ໂດຍ ໄດ້ມີການປະເມີນຄືນການຈັດຕັ້ງ ປະຕິບັດມະຕິຂອງກົມການເມືອງ ສູນກາງພັກນັບແຕ່ປີ1993 ເປັນຕົ້ນ ມາ ເພື່ອຫວນຄືນເຖິງຄວາມຄືບໜ້າ ໃນຫລາຍດ້ານເປັນຕົ້ນແມ່ນການ ຈັດຕັ້ງປະຕິບັດນິຕິກຳເຊັ່ນ: ການ ກວດກາຄືນຄວາມຄືບໜ້າ ແລະ ປະ ສິດທິຜົນຂອງນິຕິກຳທີ່ກ່ຽວຂ້ອງ; ປະເມີນຄວາມຄົບຖ້ວນຂອງກົງຈັກ ການຈັດຕັ້ງ ແລະ ຄຸນນະພາບຂອງ ຖັນແຖວພະນັກງານສື່ມວນຊົນ; ສຸມໃສ່ບັນຫາພື້ນຖານໂຄງລ່າງໃນ ຍຸກດີຈິຕອນ ໂດຍສະເພາະການ ສຳຫລວດເງື່ອນໄຂ ແລະ ຄວາມ ພ້ອມດ້ານເຕັກໂນໂລຊີ ເພື່ອໃຫ້ ສອດຄ່ອງກັບການປ່ຽນແປງໃໝ່ ໃນຍຸກປັດຈຸບັນ. ຜົນສຳເລັດຈາກກອງປະຊຸມ ຄັ້ງນີ້, ຈະເປັນພື້ນຖານສຳຄັນໃຫ້ ແກ່ສູນກາງພັກ ໃນການອອກມະຕິ ສະບັບໃໝ່ວ່າດ້ວຍ “ການເພີ່ມ ທະວີບົດບາດການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດຕໍ່ວຽກ ງານສື່ມວນຊົນໃນຍຸກໃໝ່”. ມະຕິ ດັ່ງກ່າວ, ຖືເປັນເອກະສານຍຸດທະ ສາດທີ່ມີຄວາມໝາຍສຳຄັນຍິ່ງ ໃນການກຳນົດທິດທາງ ແລະ ຍົກ ລະດັບວຽກງານສື່ມວນຊົນລາວ ໃຫ້ສາມາດຕອບສະໜອງໄດ້ກັບ ຄວາມຮຽກຮ້ອງຕ້ອງການຂອງ ພາລະກິດປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດໃນສະ ພາບການໃໝ່. ຂໍ້ມູນ-ພາບ: CMG ຄັນຂອງອາຊຽນ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວຕື່ມວ່າ: ລັດຖະ ບານ ແຫ່ງ ສປປ ລາວ ໄດ້ຖືເອົາ ວຽກງານວິທະຍາສາດ, ເຕັກໂນໂລ ຊີ ແລະ ນະວັດຕະກຳ ເປັນໃຈກາງ ໃນການຂັບເຄື່ອນວຽກງານຂອງ ປະເທດ ແລະ ສິ່ງສຳຄັນລັດຖະບານ ສປປ ລາວ ໄດ້ຮັບຮອງເອົາຍຸດທະ ສາດ ແລະ ແຜນພັດທະນາວິທະ ຍາສາດ, ເຕັກໂນໂລຊີ ແລະ ນະວັດ ຕະກຳແຫ່ງຊາດ 2026-2040 ທີ່ ເປັນຍຸດທະສາດແຫ່ງການພັດທະ ນາ ແລະ ປ່ຽນແປງໃໝ່ ໃນຂົງເຂດ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳຂອງ ສປປ ລາວ ພວກ ເຮົາ. ພ້ອມເຊື່ອໝັ້ນວ່າຍຸດທະສາດ ແລະ ແຜນພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ແຫ່ງຊາດ ນີ້ເປັນໜຶ່ງໝາກຜົນທີ່ ສຳຄັນໃນການລິເລີ່ມຈັດຕັ້ງປະຕິ ບັດແຜນປະຕິບັດງານອາຊຽນ ດ້ານ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ 2026-2035 (APASTI 2026-2035) ໃຫ້ປະ ກົດຜົນເປັນຈິງຢ່າງມີວິທະຍາສາດ, ມີປະສິດທິພາບ ແລະ ປະສິດທິຜົນ ສູງ, ພ້ອມທັງເຊື່ອໝັ້ນວ່າກອງປະ ຊຸມລັດຖະມົນຕີ ວິທະຍາສາດເຕັກ ໂນໂລຊີ ແລະ ນະວັດຕະກໍາ ອາຊຽນ ຄັ້ງທີ 22 ທີ່ ສປປ ລາວ ເປັນເຈົ້າ ພາບທີ່ຈະຈັດຂຶ້ນນີ້ ຈະໄດ້ຮັບການ ສະໜັບສະໜູນ, ເອົາໃຈໃສ່ຢ່າງໃກ້ ຊິດຕິດແທດລະຫວ່າງຄະນະກະ ກຽມກອງປະຊຸມຂອງ ສປປ ລາວ ແລະ ຄະນະກຳມະການກອງເລຂາ ອາຊຽນ. ທ່ານ ກາວ ກິມ ຮຸນ ກໍໄດ້ສະ ແດງຄວາມຂອບໃຈຢ່າງຈິງໃຈມາ ຍັງທ່ານ ທອງສະລິດ ມັງໜໍ່ເມກ ພ້ອມດ້ວຍຄະນະທີ່ໄດ້ໃຫ້ກຽດຕ້ອນ ຮັບຢ່າງອົບອຸ່ນ ແລະ ສະໜິດສະໜົມ ໃນຄັ້ງນີ້, ພ້ອມທັງສະແດງຄວາມ ຊົມເຊີຍຕໍ່ລັດຖະບານ ແຫ່ງ ສປປ ລາວ ກໍຄື ກະຊວງສຶກສາທິການ ແລະ ກິລາ ທີ່ໄດ້ມີຄວາມພະຍາຍາມ ຢ່າງຈິງຈັງ ແລະ ຈັດຕັ້ງການກະ ກຽມຄວາມພ້ອມໃນທຸກໆດ້ານຢ່າງ ຮອບຄອບ ເພື່ອເປັນເຈົ້າພາບຈັດ ກອງປະຊຸມຄັ້ງນີ້. ໃນໂອກາດດຽວກັນນີ້, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງສຶກສາທິການ ແລະ ກິລາ ຍັງໄດ້ຕ້ອນຮັບການເຂົ້າຢ້ຽມ ຂໍ່ານັບຂອງທ່ານ ບຸຍ ຮວາງ ເຟືອງ ຮອງລັດຖະມົນຕີ ກະຊວງວິທະຍາ ສາດ ແລະ ເຕັກໂນໂລຊີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ແລະ ຕ້ອນຮັບທ່ານ ດາໂຕ ເຊລີ ປາດູກາ ໂມຫາມັດ ລີຊາ ດາໂຕ ປາດູກາ ຮາຈີ ໂມຮາມັດ ຢູໂນດ ລັດຖະມົນຕີ ກະຊວງໂທລະຄົມມະນາຄົມ ແລະ ແລະ ການລ່ວງລະເມີດທາງເພດ ໃນສະຖານທີ່ເຮັດວຽກ. ພ້ອມກັນນີ້, ຍັງເປັນເວທີແລກປ່ຽນປະສົບການ, ບົດຮຽນ ແລະ ແນວທາງໃນການ ສ້າງສະພາບແວດລ້ອມການເຮັດ ວຽກທີ່ປອດໄພ, ເທົ່າທຽມ ແລະ ມີການເຄົາລົບສິດທິຂອງແຮງງານ ທຸກຄົນ. ທັງນີ້, ກໍເພື່ອແນໃສ່ເສີມ ສ້າງຄວາມຮ່ວມມືລະຫວ່າງພາກ ສ່ວນຕ່າງໆ ເພື່ອຜັກດັນໃຫ້ການ ຈັດຕັ້ງປະຕິບັດນະໂຍບາຍ ແລະ ມາດຕະການດ້ານການພົວພັນແຮງ ງານມີປະສິດທິຜົນຍິ່ງຂຶ້ນອັນຈະ ປະກອບສ່ວນສ້າງສັງຄົມໃຫ້ມີຄວາມ ເປັນທຳ ແລະ ຍືນຍົງ. ໃນກອງປະຊຸມ, ຜູ້ເຂົ້າຮ່ວມ ໄດ້ຮັບຟັງການນຳສະເໜີຫລາຍ ຫົວຂໍ້ສຳຄັນກ່ຽວກັບການພົວພັນ ແຮງງານຢູ່ ສປປ ລາວ ໂດຍສະ ເພາະສະພາບການໃນປັດຈຸບັນ ແລະ ວິໄສທັດໃນອະນາຄົດ ໂດຍໄດ້ທົບ ທວນສະພາບການຄ້າ, ການພົວພັນ ແຮງງານ ແລະ ການປະຕິບັດຕາມ ມາດຕະຖານແຮງງານລວມທັງ ບັນຫາການຈຳແນກທາງເພດ, ຄວາມຮຸນແຮງ ແລະ ການລ່ວງ ລະເມີດໃນສະຖານທີ່ເຮັດວຽກ, ພ້ອມນີ້, ຍັງໄດ້ຮັບຟັງການນຳສະ ເໜີກ່ຽວກັບນະໂຍບາຍ, ລະບຽບ ການ ແລະ ສິ່ງທ້າທາຍຕ່າງໆທີ່ ສປປ ລາວ ພວມຜະເຊີນໃນປັດຈຸ ບັນ. ພ້ອມກັນນີ້, ຍັງໄດ້ນໍາສະເໜີ ຫລັກການ ແລະ ສິດທິຂັ້ນພື້ນຖານ ໃນການເຮັດວຽກ (FPRW) ຕາມ ຄຳແນະນຳຂອງອົງການແຮງງານ ສາກົນ (ILO) ໂດຍເນັ້ນໜັກເຖິງ ການຈຳແນກ, ຄວາມສະເໝີພາບ ທາງເພດ ແລະ ການປ້ອງກັນຄວາມ ຮຸນແຮງໃນສະຖານທີ່ເຮັດວຽກ. ພ້ອມນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ ຮ່ວມກິດຈະກຳ ເພື່ອທົບທວນຄືນ ກົດໝາຍແຮງງານ ແລະ ນະໂຍ ບາຍ ແລະ ພາກປະຕິບັດດ້ານການ ພົວພັນແຮງງານຢູ່ ສປປ ລາວ ໂດຍ ເນັ້ນໃສ່ສະພາບການ ແລະ ສິ່ງ ທ້າທາຍໃນການປະຕິບັດຕາມລະ ບຽບການທີ່ກ່ຽວຂ້ອງກັບຄວາມ ສະເໝີພາບທາງເພດ, ການບໍ່ຈຳ ແນກ ແລະ ການລ່ວງລະເມີດຢູ່ສະ ຖານທີ່ເຮັດວຽກ ແລະ ພາກປະຕິບັດ ກ່ຽວກັບການປຶກສາຫາລື, ການ ຮ່ວມມື, ການຮ້ອງທຸກ ແລະ ການ ແກ້ໄຂຂໍ້ຂັດແຍ່ງໃນຂັ້ນວິສາຫະກິດ ແລະ ຂັ້ນກະຊວງແຮງງານ ແລະ ສະຫວັດດີການສັງຄົມ. ຂ່າວ: ກິດຕາ ຂົນສົ່ງ ແຫ່ງ ບຣູໄນ ພ້ອມດ້ວຍຄະ ນະຕາມລຳດັບ. ພາບ: ອ່າຍຄຳ ສະຫາຍ ບຸນເຫລືອ ພັນດານຸວົງ ໄດ້ສະແດງຄວາມຂອບໃຈເປັນຢ່າງ ສູງຕໍ່ການຕ້ອນຮັບອັນອົບອຸ່ນຖານ ມິດສະຫາຍທີ່ສະໜິດສະໜົມ ແລະ ໄດ້ແຈ້ງໃຫ້ຊາບຈຸດປະສົງຂອງ ການພົບປະສອງຝ່າຍໃນຄັ້ງນີ້ ເພື່ອ ປຶກສາຫາລື ແລະ ແລກປ່ຽນຄວາມ ຄິດເຫັນກ່ຽວກັບການພົວພັນຮ່ວມມື ໃນໄລຍະຜ່ານມາ ໂດຍສະເພາະ ການຈັດຕັ້ງປະຕິບັດສັນຍາທີ່ສອງ ພັກ ໄດ້ຮ່ວມກັນລົງນາມໃນປີ 2023. ພ້ອມນັ້ນ, ກໍໄດ້ຝາກຄໍາອວຍ ພອນອັນອົບອຸ່ນ ແລະ ຄວາມຢື້ຢາມ ຖາມຂ່າວຈາກສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະ ບໍລິຫານງານສູນກາງພັກ ປປ ລາວ ເຖິງສະຫາຍ ເກນນາດີ ຊູການົບ ເລຂາທິການໃຫຍ່ ຄະນະບໍລິຫານ ງານສູນກາງພັກກອມມູນິດສະຫະ ພັນຣັດເຊຍ. ສະຫາຍ ບຸນເຫລືອ ພັນດານຸວົງ ຍັງໄດ້ຕີລາຄາສູງຕໍ່ ການພົວພັນຮ່ວມມືລະຫວ່າງສອງ ພັກ ໃນໄລຍະຜ່ານມາ ແລະ ຊົມເຊີຍ ການເປັນເຈົ້າພາບຈັດກອງປະຊຸມ ສາກົນ ເພື່ອຕ້ານພວກຟາຊິດ ຄັ້ງທີ III ໃນທ້າຍເດືອນພຶດສະພາຜ່ານມາ ດ້ວຍຜົນສຳເລັດອັນຈົບງາມ ຊຶ່ງ ພັກ ປປ ລາວ ກໍໄດ້ສົ່ງຄະນະຜູ້ແທນ ຂັ້ນສູງເຂົ້າຮ່ວມ. ສະຫາຍຍັງໄດ້ ຖືໂອກາດດັ່ງກ່າວ ຕາງໜ້າພັກ ປປ ລາວ ເຊື້ອເຊີນຄະນະຜູ້ແທນ ພັກກອມມູນິດສະຫະພັນຣັດເຊຍ ຢ້ຽມຢາມ ສປປ ລາວ ໃນເວລາທີ່ ເໝາະສົມ. ໂອກາດນີ້, ສະຫາຍ ດິມິຕຣີ ໂນວິກົບ ໄດ້ສະແດງຄວາມຍິນດີ ຕ້ອນຮັບຢ່າງອົບອຸ່ນ ແລະ ຊົມເຊີຍ ຕໍ່ການມາຢ້ຽມຢາມເຮັດວຽກຂອງ ຄະນະຜູ້ແທນພັກ ປປ ລາວ ຢູ່ ສ ຣັດເຊຍ ໃນຄັ້ງນີ້ ແລະ ໄດ້ແຈ້ງ ໃຫ້ຊາບໂດຍສັງເຂບກ່ຽວກັບສະ ພາບພົ້ນເດັ່ນຂອງຣັດເຊຍ ໂດຍ ສະເພາະການກະກຽມເລືອກຕັ້ງ ສະມາຊິກສະພາດູມາ ໃນເດືອນ ກັນຍາທີ່ຈະມາເຖິງນີ້, ພ້ອມທັງ ຕີລາຄາສູງຕໍ່ສາຍພົວພັນມິດຕະ ພາບ ແລະ ການຮ່ວມມືທີ່ມີມູນເຊື້ອ ອັນດີງາມລະຫວ່າງພັກກອມມູນິດ ສະຫະພັນຣັດເຊຍ ແລະ ພັກ ປປ ລາວ ຕະຫລອດໄລຍະຜ່ານມາ ຊຶ່ງ ຖືເປັນການປະກອບສ່ວນທີ່ສໍາຄັນ ເຂົ້າໃນການຮັດແໜ້ນສາຍພົວພັນ ມິດຕະພາບ ແລະ ການຮ່ວມມືລະ ຫວ່າງສອງປະເທດ ຣັດເຊຍ-ລາວ ໃຫ້ນັບມື້ນັບແຕກດອກອອກຜົນ ຍິ່ງໆຂຶ້ນ. ໃນຂະນະດຽວກັນ, ສະຫາຍ ດິມິຕຣີ ໂນວິກົບ ຍັງໄດ້ ອວຍພອນໃຫ້ຄະນະຜູ້ແທນພັກ ປປ ລາວ ຈົ່ງປະສົບຜົນສຳເລັດໃນການ ເດີນທາງເຄື່ອນໄຫວວຽກງານທີ່ ສ ຣັດເຊຍ ໃນຄັ້ງນີ້. ສອງຝ່າຍເຫັນດີເປັນເອກະພາບ ຕໍ່ການຕີລາຄາສະພາບການພາກ ພື້ນ ແລະ ສາກົນ, ພ້ອມທັງຢືນຢັນ ຈະຮ່ວມກັນສືບຕໍ່ເສີມຂະຫຍາຍ ການຮ່ວມມືລະຫວ່າງສອງພັກ ຖານເພື່ອນມິດຮ່ວມອຸດົມການໃຫ້ ແໜ້ນແຟ້ນຍິ່ງຂຶ້ນ ເພື່ອນຳເອົາຜົນ ປະໂຫຍດຕົວຈິງມາສູ່ສອງພັກ, ສອງລັດ ກໍຄື ປະຊາຊົນສອງຊາດ ລາວ-ຣັດເຊຍ.

RkJQdWJsaXNoZXIy MTc3MTYxMQ==