7308

30/06/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K (ແຫລ່ງຂໍ້ມູນ: ສະຖານີວິທະຍຸ-່ ງໍ້ ມູນີ ວິທຸ - ໂທລະພາບແຂວງ ອຸດົມໄຊ)ຸ ດົມ ບົດສະເໜີົີ d5j ,[= ]y la fmk']q fw29u o g]dmu 15 9eda f leg]a fdkoxa [x5 'rN omuj lj P' 5 95 f 16j mk']q fw2 [= sko{;P'9a o lnj ,;o-q owfh Ia [dkora fmtok1j k'[+ 15 f1A ' 3I''kox5 'c8j 'oE1k'rk]k 9q 'v6 gxa olj ;o|bj 'lh k';PdgIa f'komecdj xt-k-q o g,n v'wຂປລ. ດັ່ງທີ່ພວກຮູ້ດີນຳກັນ ແລ້ວວ່າ, ສື່ເປັນເຄື່ອງມືທີ່ສຳຄັນ, ເປັນກະບອກສຽງອັນແຫລມຄົມໃນ ການໂຄສະນາເຜີຍແຜ່ແນວທາງ ນະໂຍບາຍຂອງພັກ, ລະບຽບກົດ ໝາຍຂອງລັດ, ໂຄສະນາຊີ້ແຈງ ເລື່ອງລາວທີ່ເກີດຂຶ້ນໃຫ້ສັງຄົມໄດ້ ຮັບຮູ້, ປຸກລະດົມຂົນຂວາຍການມີ ສ່ວນຮ່ວມຂອງພໍ່ແມ່ປະຊາຊົນບັນ ດາເຜົ່າ ເຂົ້າໃນພາລະກິດການຕໍໍ່ສູ້ກູ້ ຊາດ, ປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ. ສື່ມວນຊົນ ແມ່ນຂະແໜງການໜຶ່ງ ທີ່ມີຄວາມ ສໍາຄັນໃນການສຶກສາອົບຮົມແນວ ຄິດ-ການເມືອງໃຫ້ປະຊາຊົນມີ ສະຕິຮັກຊາດ-ຮັກບ້ານເກີດເມືອງ ນອນ, ບໍາລຸງສ້າງຄຸນທາດດ້ານ ການເມືອງ, ທັດສະນະຫລັກໝັ້ນ, ເປັນສະໜາມຮົບດ້ານແນວຄິດ-ວັດ ທະນະທໍາ ຂອງພັກ, ມີຄວາມສໍາ ຄັນໃນການເສີມສ້າງຄວາມສາມັກ ຄີປອງດອງ ຂອງທົ່ວປວງຊົນລາວ ທັງຊາດ, ປຸກລະດົມປະຊາຊົນເຂົ້າ ຮ່ວມວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບສຸກ, ເປັນເວທີ ໃນການເສີມສ້າງປະຊາທິປະໄຕ ແລະ ສິດເປັນເຈົ້າ ຂອງປະຊາຊົນ, ທັງຊຸກຍູ້ການພັດທະນາເສດຖະ ກິດ-ສັງຄົມ ຂອງປະເທດລາວເຮົາ. ນັບແຕ່ໄລຍະປ່ຽນແປງໃໝ່ ຮອບດ້ານ ມີຫລັກການຂອງພັກ ເປັນຕົ້ນມາ, ພັກ-ລັດຖະບານແຫ່ງ ສປປ ລາວ ໄດ້ເອົາໃຈໃສ່ນຳພາຊີ້ນຳ ແລະ ສຸມທຶນຮອນຢ່າງຫລວງ ຫລາຍເພື່ອພັດທະນາວຽກງານສື່ ມວນຊົນ ຊຶ່ງໄດ້ກຳນົດອອກຢູ່ໃນ ມະຕິກອງປະຊຸມໃຫຍ່ ແລະ ແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດແຕ່ລະໄລຍະ, ເຮັດໃຫ້ສື່ມວນ ຊົນລາວໄດ້ເຄື່ອນໄຫວຕາມພາລະ ບົດບາດ, ສິດ, ໜ້າທີ່ ແລະ ຄວາມ ຮັບຜິດຊອບຂອງຕົນສໍາເລັດເປັນ ແຕ່ລະໄລຍະຈົນໄດ້ຮັບຄວາມໄວ້ ວາງໃຈ, ຄວາມເຊື່ອໝັ້ນຈາກອົງ ການຈັດຕັ້ງຕ່າງໆ ທັງພາກລັດ ແລະ ເອກະຊົນ ແລະ ຄວາມສົນໃຈ ຈາກສັງຄົມ ກໍຄືປະຊາຊົນບັນດາ ເຜົ່າໃນຂອບເຂດທົ່ວປະເທດຕະ ຫລອດມາ. ການພັດທະນາວຽກ ງານສື່ມວນຊົນແມ່ນປັດໄຈສຳຄັນ ໃນການພັດທະນາປະເທດຊາດ ເພາະສື່ເປັນຂົວເຊື່ອມຕໍ່ລະຫວ່າງ ລັດກັບປະຊາຊົນ ແລະ ເປັນຊ່ອງ ທາງໃນການເຜີຍແຜ່ຂ່າວສານທີ່ ຖືກຕ້ອງ, ຮອບດ້ານ ແລະ ທັນເວ ລາ. ໃນຍຸກດີຈິຕອນ ສື່ມວນຊົນຈຳ ເປັນຕ້ອງປັບຕົວໃຫ້ທັນກັບເຕັກໂນ ໂລຊີ ເພື່ອພັດທະນາຕົນເອງໃຫ້ ທັນກັບການຂະຫຍາຍຕົວຂອງຍຸກ ສະໄໝເທື່ອລະກ້າວ. ສະນັ້ນ, ການ ພັດທະນາວຽກງານສື່ມວນຊົນ ຈຶ່ງ ມີບົດບາດສໍາຄັນຫລາຍ, ເພາະເປັນ ການຕັດສິນຄຸນນະພາບໃນຖານະ ເປັນປາກກະບອກສຽງ, ເປັນອາວຸດ ທີ່ແຫລມຄົມ ຂອງພັກ-ລັດ ແລະ ຂອງສັງຄົມ. ການພັດທະນາສື່ມວນ ຊົນ ຄວນເນັ້ນໃສ່ການຍົກລະດັບຄຸນ ນະພາບຂອງນັກຂ່າວ, ຜູ້ຜະລິດລາຍ ການ ແລະ ບຸກຄະລາກອນສື່ໃຫ້ມີ ຄວາມຮູ້, ຄວາມສາມາດ ແລະ ຍຶດ ໝັ້ນໃນຈັນຍາບັນວິຊາຊີບ. ພ້ອມກັນ ນັ້ນ ຕ້ອງນຳໃຊ້ເຕັກໂນໂລຊີສະໄໝ ໃໝ່ ເພື່ອຜະລິດເນື້ອໃນທີ່ມີຄຸນນະ ພາບ, ເຂົ້າເຖິງຜູ້ຮັບຂ່າວສານໄດ້ ຢ່າງກວ້າງຂວາງ ແລະ ວ່ອງໄວ. ດັ່ງນັ້ນການພັດທະນາວຽກງານສື່ ບໍ່ພຽງແຕ່ເປັນການນຳເອົາເຕັກໂນ ໂລຊີມານຳໃຊ້ ແຕ່ຍັງເປັນການຍົກ ລະດັບຄຸນນະພາບຂອງເນື້ອໃນ, ການພັດທະນາຄວາມຮູ້ ແລະ ທັກ ສະຂອງນັກຂ່າວ, ຜູ້ປະກາດຂ່າວ ແລະ ບຸກຄະລາກອນສື່ໃຫ້ສາມາດ ຜະລິດຂ່າວສານທີ່ຖືກຕ້ອງ, ວ່ອງ ໄວ ແລະ ໜ້າເຊື່ອຖື ຊຶ່ງປັດຈຸບັນສື່ ມວນຊົນຍັງຕ້ອງປັບຕົວໃຫ້ທັນກັບ ການແຂ່ງຂັນຂອງສື່ສັງຄົມອອນ ລາຍ, ຮັບມືກັບຂ່າວປອມ ແລະ ຂໍ້ ມູນບິດເບືອນດ້ວຍການກວດສອບ ຂໍ້ມູນຢ່າງຮອບຄອບ ແລະ ຍຶດໝັ້ນ ໃນຈັນຍາບັນວິຊາຊີບຂອງນັກຂ່າວ. ແນວໃດກໍຕາມ, ການພັດທະນາ ວຽກງານສື່ມວນຊົນ ກໍແມ່ນເພື່ອ ຮັບໃຊ້ໜ້າທີ່ການເມືອງຂອງພັກ ກໍຄືລັດຖະບານມອບໝາຍໃຫ້ກາຍ ເປັນພາຫະນະອັນແຫລມຄົມຂອງ ພັກ, ນໍາເອົາແຜນການ, ແຜນງານ ແລະ ໂຄງການຕ່າງໆມາຈັດຕັ້ງປະ ຕິບັດໃຫ້ປະສົບຜົນສໍາເລັດ. ສ່ວນ ດ້ານເນື້ອໃນ ແລະ ຮູບການ ຂອງສື່ ມວນຊົນທຸກປະເພດ ຕ້ອງແນໃສ່ ໂຄສະນາເຜີຍແຜ່ ແນວທາງນະໂຍ ບາຍ, ກົດໜາຍ ແລະ ລະບຽບການ ຂອງລັດ, ປຸກລະດົມນໍ້າໃຈຮັກ ຊາດ, ເຕົ້າໂຮມຄວາມສາມັກຄີເປັນ ປຶກແຜ່ນຂອງທົ່ວປວງຊົນ, ເສີມ ຂະຫຍາຍມູນເຊື້ອອັນດີງາມຂອງ ຊາດ, ຄວາມສາມັກຄີປອງດອງ ພ້ອມກັນປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ. ເນື້ອ ໃນຕ້ອງພາວະວິໃສ, ມີລັກສະນະ ວິທະຍາສາດ, ຖືກຕ້ອງຕາມຄວາມ ເປັນຈິງ, ຊັດເຈນ ທັງສອດຄ່ອງກັບ ສິດຜົນປະໂຫຍດຂອງຊາດຂອງ ປະຊາຊົນ ແລະ ອື່ນໆ. ການປູກຢາງພາລາເປັນສິນຄ້າ ໂດຍສະເພາະແມ່ນຕອບສະໜອງ ໃຫ້ແກ່ໂຮງງານ, ການສ້າງວຽກ ເຮັດງານທຳ ແລະ ສ້າງລາຍຮັບໃຫ້ ແກ່ປະຊາຊົນ, ການຂະຫຍາຍເນື້ອ ທີ່ການປູກ, ການແປຮູບຢາງພາ ລາ ເພື່ອເປັນສິນຄ້າສົ່ງອອກ ລວມ ທັງຜົນກະທົບຕໍ່ສິ່ງແວດລ້ອມ, ການປະຕິບັດນິຕິກຳ ແລະ ພັນທະຕໍ່ ພາກລັດ. ນອກນັ້ນ, ຍັງເປັນການ ຊຸກຍູ້ສົ່ງເສີມ ແລະ ອຳນວຍຄວາມ ສະດວກ ໃຫ້ແກ່ໂຮງງານສາມາດ ເຄື່ອນໄຫວ ຫລື ດຳເນີນກິດຈະການ ໄດ້ຢ່າງຄ່ອງຕົວ, ມີປະສິດທິພາບ ແລະ ໄປຕາມລະບຽບກົດໝາຍກຳ ນົດໄວ້. ແນວໃດກໍດີ, ການຢ້ຽມຢາມ ຄັ້ງນີ້ ສະຫາຍ ເພັດ ພົມພິພັກ ພ້ອມ ຄະນະໄດ້ຢ້ຽມຊົມການເຮັດວຽກ ຂອງພະນັກງານ, ຮູບແບບ, ວິທີ ການ ແລະ ຂັ້ນຕອນຕ່າງໆ ໃນການ ປຸງແຕ່ງນ້ຳຢາງພາລາຈາກຢາງ ດິບເປັນຢາງພາລາອົບແຫ້ງ ເພື່ອ ກຽມສົ່ງອອກ, ພ້ອມທັງໄດ້ຮັບຟັງ ການລາຍງານກ່ຽວກັບການປຸງ ແຕ່ງຢາງພາລາຈາກໜ່ວຍງານ ກ່ຽວຂ້ອງ ຂອງໂຮງງານວ່າ: ໂດຍ ໂຮງງານປຸງແຕ່ງຢາງພາລາ ຈົງອູ ໄດ້ກໍ່ສ້າງສຳເລັດ ແລະ ເລີ່ມເປີດດຳ ເນີນງານໃນເດືອນມິຖຸນາ ປີ 2012 ໂດຍດຳເນີນທຸລະກິດຫລັກຄື: ການ ປຸງແຕ່ງ ແລະ ຈຳໜ່າຍຢາງພາລາ ທຳມະຊາດ, ປະລິມານຜົນຜະລິດ ໄດ້ເພີ່ມຂຶ້ນຈາກ 960 ໂຕນມາເປັນ 15.589 ໂຕນຕໍ່ປີ. ໃນປີ 2025 ຜ່ານມາ ໄດ້ສົ່ງເສີມປະຊາຊົນປູກ ຢາງພາລາ 26 ບ້ານ, ໃນເນື້ອທີ່ 2.930 ເຮັກຕາ, ໄດ້ເກັບຊື້ຢາງ ກ້ອນຖ້ວຍ ຈາກປະຊາຊົນ ແລະ ບັນດາບໍລິສັດ ພາຍໃນແຂວງໄດ້ 14.370ໂຕນ ແລະ ເກັບຊື້ຈາກ ສວນປູກຂອງບໍລິສັດໄດ້ 4.980 ໂຕນ, ໃນລາຄາຊື້ 22.000.000 ກີບຕໍ່ໂຕນ, ສາມາດຜະລິດປຸງແຕ່ງ ນໍ້າຢາງພາລາໄດ້ 9.700 ໂຕນ ແຫ້ງ ແລະ ໄດ້ສົ່ງອອກ 9.700 ໂຕນຕໍ່ປີ. ສຳລັບໃນປີ 2026 ໄດ້ຜະລິດ ປຸງແຕ່ງຢາງພາລາ ອົບແຫ້ງເຄິ່ງ ສຳເລັດຮູບ ເພື່ອສົ່ງອອກໄປ ສປ ຈີນ ໄດ້ 12 ຄັ້ງ, ຈຳນວນ 2.979 ກວ່າໂຕນ ແລະ ຍັງມີແຜນປູກ ຢູ່ ເມືອງໄຊ ຈຳນວນ11ບ້ານ,ໃນເນື້ອ ທີ່ 714 ກວ່າເຮັກຕາ ຄວາມຕ້ອງ ການແນວພັນ 344.820 ເບ້ຍ. ຕະຫລອດໄລຍະຜ່ານມາ ຈົນເຖິງ ປັດຈຸບັນທາງໂຮງງານໄດ້ປະກອບ ສ່ວນທາງດ້ານງົບປະມານ ເຂົ້າໃນ ກິດຈະການສາທາລະນະກຸສົນ ໂດຍ ສຸມໃສ່ຂົງເຂດການສຶກສາ, ການ ແພດ, ການຄົມມະນາຄົມ, ການຝຶກ ອົບຮົມອາຊີບ ແລະ ການໂຄສະນາ ຕ້ານຢາເສບຕິດຢ່າງເປັນປົກກະຕິ, ສາມາດສ້າງວຽກເຮັດງານທຳໃຫ້ ແກ່ປະຊາຊົນທ້ອງຖິ່ນຫລາຍກວ່າ 1.000 ຄົນ, ພ້ອມກັນນີ້ ຍັງໄດ້ ຊຸກຍູ້ໃຫ້ຫລາຍກວ່າ 2.000 ຄອບ ຄົວ ຫລື ປະຊາຊົນຫລາຍກວ່າ 20.000 ຄົນ ເຂົ້າຮ່ວມໃນການ ປູກ, ການບຳລຸງຮັກສາ ແລະ ການ ຜະລິດປຸງແຕ່ງຢາງພາລາ. ຂປລ. ແຂວງອຸດົມໄຊ ກໍເປັນ ແຂວງໜຶ່ງທີ່ມີຊື່ສຽງດ້ານການ ຜະລິດພືດຜັກ, ໄມ້ອຸດສາຫະກຳ ໂດຍສະເພາະແມ່ນຢາງພາລາເປັນ ສິນຄ້າມາຫລາຍປີ. ຂະນະທີ່ມາ ຮອດປັດຈຸບັນກໍມີນັກລົງທຶນພາຍ ໃນ ແລະ ຕ່າງປະເທດໄດ້ລົງທຶນ ສ້າງໂຮງຈັກໂຮງງານ ເພື່ອຮອງຮັບ ຜົນຜະລິດ, ສ້າງວຽກເຮັດງານທຳ ໃຫ້ແກ່ປະຊາຊົນ. ດັ່ງໂຮງງານປຸງ ແຕ່ງນ້ຳຢາງພາລາ ຈົງອູ ໄດ້ກາຍ ເປັນສ່ວນໜຶ່ງໃນການສ້າງວຽກ ເຮັດງານທຳແກ່ປະຊາຊົນ ເມືອງໄຊ ກໍຄື ເມືອງອ້ອມຂ້າງ. ບໍ່ວ່າຈະເຂົ້າ ເຮັດວຽກຢູ່ໃນໂຮງງານ, ປູກຢາງ ພາລາ ຂີດຂາຍໃຫ້ໂຮງງານ ຊຶ່ງໄດ້ ສ້າງລາຍຮັບເຂົ້າຄອບຄົວແກ້ໄຂ ຊີວິດການເປັນຢູ່ນັບມື້ດີຂຶ້ນ ແລະ ຫລຸດພົ້ນອອກຈາກຄວາມທຸກຍາກ ເທື່ອລະກ້າວ. ເມື່ອມໍ່ໆມານີ້, ສະຫາຍ ເພັດ ພົມພິພັກ ກຳມະການກົມການເມືອງ ສູນກາງພັກ, ເລຂາທິການສູນກາງ ພັກ, ຫົວໜ້າຫ້ອງວ່າການສູນກາງ ພັກ, ສະຫາຍ ບຸນຄົງ ຫລ້າຈຽມ ພອນ ກຳມະການສູນກາງພັກ, ເລ ຂາພັກແຂວງ ພ້ອມດ້ວຍຄະນະໄດ້ ລົງເຄື່ອນໄຫວຢ້ຽມຢາມໂຮງງານ ປຸງແຕ່ງນ້ຳຢາງພາລາ ຈົງອູ ຢູ່ ບ້ານກໍນ້ອຍ ຕາແສງກໍນ້ອຍ ເມືອງ ໄຊ ແຂວງອຸດົມໄຊ ໂດຍການລົງ ເຄື່ອນໄຫວຄັ້ງນີ້, ນອກຈາກຢ້ຽມ ຢາມໂຮງງານດັ່ງກ່າວແລ້ວ, ຍັງ ເປັນການຕິດຕາມ ແລະ ຊຸກຍູ້ການ ເຄື່ອນໄຫວຈັດຕັ້ງປະຕິບັດວຽກ ງານຊຸກຍູ້, ສົ່ງເສີມປະຊາຊົນໃນ ຂປລ. ເມື່ອບໍ່ດົນມານີ້, ໂຄງການ ປັບປຸງພື້ນທີ່ສ່ຽງໜ້າຜາ 5 ໂຄງ ການ ໃນໄຕມາດທີ 2 ປີ 2026 ຢູ່ ທາງລົດໄຟບໍຫານ-ວຽງຈັນ ທີ່ກໍ່ ສ້າງໂດຍກຸ່ມບໍລິສັດທາງລົດໄຟຈີນ ເລກທີ15ຈຳກັດໄດ້ຜ່ານການກວດ ກາແລະຮັບຮອງເອົາຮ່ວມກັນຂອງ ສາມຝ່າຍຢ່າງສົມບູນ ຊຶ່ງທີມງານ ໄດ້ເລັ່ງດໍາເນີນງານກ່ອນລະດູຝົນ ເພື່ອປັບປຸງພື້ນທີ່ສ່ຽງຈາກນ້ຳທີ່ ມີ ຄວາມສ່ຽງສູງຕາມເສັ້ນທາງຢ່າງ ມີປະສິດທິພາບ, ປົກປ້ອງເສັ້ນທາງ ຂົນສົ່ງຂ້າມຊາຍແດນລາວ-ຈີນ ດ້ວຍເຕັກໂນໂລຊີປັບປຸງບັນຫາ ທາງລົດໄຟທີ່ຊໍານານ ແລະ ຄວາມ ສາມາດດ້ານກໍ່ສ້າງຈີນ ເພື່ອການ ເຄື່ອນໄຫວຂອງການຂົນສົ່ງທາງບົກ ຂອງລາວໃຫ້ໝັ້ນຄົງໃນໄລຍະຍາວ. ທາງລົດໄຟບໍຫານ-ວຽງຈັນ ເປັນເສັ້ນທາງສັນຍານຫລັກທີ່ເຊື່ອມ ຕໍ່ລາວ ແລະ ຈີນ, ທັງເປັນເສັ້ນທາງ ໃຫຍ່ສຳລັບການພັດທະນາເສດຖະ ກິດ ແລະ ການເດີນທາງຂອງປະຊາ ຊົນລາວ, ພື້ນທີ່ຕາມເສັ້ນທາງມີພູ ສູງ ແລະ ຮ່ອມພູຫລາຍ ເມື່ອຝົນ ຕົກໜັກໃນລະດູຝົນຈະເຮັດໃຫ້ໜ້າ ຜາເຈື່ອນໄດ້ງ່າຍ. ການປັບປຸງຄັ້ງ ນີ້, ກວມເອົາ 5 ຈຸດທີ່ມີຄວາມສ່ຽງ ຄື: ອຸໂມງຕົ້ນບ້ານຕິ່ນ, ຂົວຫົວນານ ເລກ 1, ອຸໂມງບ້ານຟຸກເກີ, ອຸໂມງ ມຶງອາເລກ 2 ແລະ ອຸໂມງບ້ານນ່າ ໂກ. ໃນນັ້ນ, ພື້ນທີ່ໜ້າຜາອຸໂມງ ຕົ້ນບ້ານຕິ່ນ ເຄີຍຖືກກຳນົດເປັນຈຸດ ສ່ຽງລະດູຝົນລະດັບທີ 3, ບັນຫາ ໜ້າຜາເຈື່ອນ ສ້າງຄວາມສ່ຽງໂດຍ ກົງຕໍ່ໂຄງສ້າງອຸໂມງ, ຂົວ ແລະ ການແລ່ນລົດໄຟ. ໃນໄລຍະກໍ່ສ້າງ, ທີມງານຂອງ ກຸ່ມບໍລິສັດທາງລົດໄຟຈີນເລກທີ 15 ຈຳກັດ ໄດ້ຜະເຊີນກັບສິ່ງກີດ ຂວາງຫລາຍຢ່າງເຊັ່ນ: ອຸນຫະພູມ ສູງໃນລາວ, ຄວາມຫຍຸ້ງຍາກໃນ ການຂົນສົ່ງວັດສະດຸຢູ່ພູພຽງ ແລະ ເວລາເຮັດວຽກໃນຊ່ວງຢຸດລົດໄຟ ຈຳກັດ. ພວກເຂົາໄດ້ຈັດສັນຊັບພະ ຍາກອນ(ຄົນ), ເຄື່ອງຈັກແລະວັດ ສະດຸກໍ່ສ້າງຢ່າງມີວິທະຍາສາດ, ຈັດຕັ້ງການເຮັດວຽກຕາມພື້ນທີ່ ເປັນລະບຽບ ໂດຍໄດ້ອອກແບບ ແຜນການປັບປຸງຕາມຄວາມແຕກ ຕ່າງຂອງບັນຫາແຕ່ລະບ່ອນ. ໃນ ນັ້ນ, 4ອຸໂມງ ໃຊ້ໂຄງເຫລັກຍຶດໜ້າ ຜາເພື່ອເສີມຄວາມໝັ້ນຄົງ, ຂົນຂີ້ ດິນທີ່ເລື່ອນອອກ, ສ້າງຝາຫີນ ແລະ ປູກຕົ້ນໄມ້ ເພື່ອປົກປ້ອງໜ້າຜາ. ສຳລັບຂົວຫົວນານ, ພວກເຮົາໄດ້ ປັບປຸງລະບົບຮ່ອງລະບາຍນ້ຳ, ຍຶດ ຮ່ອງລະບາຍນ້ຳ ແລະ ຕື່ມດິນກັນ ຮົ່ວ ເພື່ອຕັດຕົ້ນກຳເນີດຂອງການ ຖືກເຊາະຈາກນ້ຳ; ອູໂມງບ້ານນ່າ ໂກ ໄດ້ສ້າງໂຄງກະບອກກັນນ້ຳຮູບ ຄົນສອງຂາ ແລະ ສ້າງຮົ້ວປ້ອງກັນ ຄືນໃໝ່, ສ້າງລະບົບປົກປ້ອງໜ້າ ຜາທີ່ຍາວນານ ປະກອບດ້ວຍການ ເສີມຄວາມໝັ້ນຄົງ, ລະບາຍນ້ຳ ແລະ ປົກປ້ອງສິ່ງແວດລ້ອມ. ໂຄງ ການໄດ້ປະຕິບັດມາດຕະຖານການ ກໍ່ສ້າງທາງລົດໄຟສາກົນຢ່າງເຂັ້ມ ງວດ, ຄວບຄຸມຄຸນນະພາບວັດສະ ດຸ ແລະ ຂັ້ນຕອນການເຮັດວຽກ, ພ້ອມກັບເອົາໃຈໃສ່ຄວາມປອດໄພ ຂອງໂຄງສ້າງ ແລະ ສິ່ງແວດລ້ອມ ຕາມເສັ້ນທາງ. ກຸ່ມບໍລິສັດທາງລົດໄຟຈີນເລກ ທີ 15 ຈຳກັດ ໄດ້ລົງທຶນພັດທະນາ ຕະຫລາດກໍ່ສ້າງໃນປະເທດລາວ ຢ່າງຕໍ່ເນື່ອງ, ເຂົ້າຮ່ວມໂຄງການປັບ ປຸງບັນຫາທາງລົດໄຟ ແລະ ເບິ່ງ ແຍງດູແລຮັກສາເສັ້ນທາງທີ່ເປັນ ປະໂຫຍດປະຊາຊົນ. ດ້ວຍຄຸນນະ ພາບໂຄງການທີ່ໜ້າເຊື່ອຖື, ບໍລິສັດ ໄດ້ຊ່ວຍເຫລືອ ສປປ ລາວ ປັບປຸງ ພື້ນຖານໂຄງລ່າງການຂົນສົ່ງທາງ ບົກ ແລະ ສົ່ງເສີມການຄ້າຂາຍລະ ຫວ່າງລາວ-ຈີນ ແລະ ການຮ່ວມມື ມິດຕະພາບລະຫວ່າງສອງປະເທດ ຢ່າງຕໍ່ເນື່ອງ.

RkJQdWJsaXNoZXIy MTc3MTYxMQ==