7307

gsfdko{dkora fmtok a xtgmf]k; ( 29/06/2026 gzu pczj ]t[P[dko75 h ,7v'3I''ko{dko75 h ,7v'g7,u .sh [= ]y la f c]t 3I''kov5 flkstderkp.oc0;'7e,j ;o pq d]tfa [dkoIPoI6 h dkoxt4q ,rtpk[ko g[N v'8Q o.sh 76 {vk9ko c]t oa dIPo ,l ra o]k ຂປລ. ແຫລ່ງຂ່າວຈາກແຂວງ ຫົວພັນ ໃຫ້ຮູ້ວ່າ: ໂຮງຮຽນມັດ ທະຍົມສົມບູນພັນລາ ແຂວງຫົວພັນ ຮ່ວມກັບອົງການກາແດງແຂວງ ຈັດຝຶກອົບຮົມການປະຖົມພະຍາ ບານເບື້ອງຕົ້ນ ແລະ ການຊ່ວຍ ຊີວິດຂັ້ນພື້ນຖານ ໃຫ້ແກ່ຄະນະ ຄູ-ອາຈານ ແລະ ນ້ອງໆນັກຮຽນ ພາຍໃນໂຮງຮຽນ ໃນວັນທີ 26 ມິຖຸນາ 2026 ເພື່ອສ້າງຄວາມ ພ້ອມ ແລະ ເພີ່ມທັກສະໃນການ ຮັບມືກັບເຫດສຸກເສີນທີ່ອາດເກີດຂຶ້ນ ໃນສະຖານການສຶກສາ ໂດຍມີ ທ່ານ ບົວລຽນ ພອນຄຳມາ ຫົວໜ້າ ອົງການກາແດງແຂວງ, ມີຄະນະ ອຳນວຍການໂຮງຮຽນ, ພ້ອມດ້ວຍ ທີມແພດໝໍຄູຝຶກ, ຄູ-ອາຈານ ແລະ ນ້ອງໆນັກຮຽນຈາກແຕ່ລະຊັ້ນຮຽນ ເຂົ້າຮ່ວມ. rtoa d'kos]a dcs]j '0tc|'lkmk]totl5 d 8h v'gru j ,mt;u dkolb dlkvq [Iq ,dkog,n v'{co;7y f.sh ,u 7;k,|a dc|h o ຂປລ. ແຫລ່ງຂ່າວຈາກແຂວງ ສາລະວັນ ໃຫ້ຮູ້ວ່າ: ໃນໂອກາດ ເຂົ້າຮ່ວມພິທີສະເຫລີມສະຫລອງ ວັນສາທາລະນະສຸກ ຄົບຮອບ 61 ປີ ແລະ ວັນບໍລິຈາກເລືອດໂລກ ຄົບຮອບ 22 ປີ ໃນວັນທີ 24 ມິຖຸນາ 2026ນີ້,ທ່ານແຫວນເພັດລັດດາວົງ ຮອງປະທານຄະນະກຳມະການ ປົກຄອງແຂວງສາລະວັນ ໄດ້ມີທິດ ຊີ້ນໍາບາງບັນຫາ ໃຫ້ພະນັກງານ ຫລັກແຫລ່ງຂະແໜງສາທາລະນະ ສຸກ ແລະ ອົງການກາແດງແຂວງ ເພີ່ມທະວີການສຶກສາອົບຮົມການ ເມືອງ-ແນວຄິດ ໃຫ້ແກ່ສະມາຊິກ ພັກ, ພະນັກງານ-ລັດຖະກອນ ໃຫ້ ມີຄວາມໜັກແໜ້ນ, ເຊື່ອໝັ້ນຕໍ່ແນວ ທາງນະໂຍບາຍຂອງພັກ, ເຄົາລົບ ກົດໝາຍຂອງລັດ ແລະ ຕັ້ງໜ້າ ປະຕິບັດແຜນພັດທະນາຂະແໜງ ການ ໃຫ້ບັນລຸຕາມເປົ້າໝາຍ. ພ້ອມນີ້, ໃຫ້ແກ້ໄຂບັນຫາ ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ກົມອຸ​ ດສາຫະກຳ ປຸງແຕ່ງ, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ​ພະ​ແນ​ກ ອຸດສາຫະກຳ ​ແລະ ການ​ຄ້າແຂວງ ອັດຕະປື ເຜີຍແຜ່ລະບຽບການ ຄຸ້ມຄອງໂຮງງານອຸດສາຫະກຳປຸງ ແຕ່ງ ແລະ ລະບຽບການຄຸ້ມຄອງ ເຄມີ ໃຫ້ບໍລິສັດ ແລະ ໂຮງງານອຸດ ສາຫະກໍາພາຍໃນແຂວງຄຳມ່ວນ ໃນວັນທີ 25 ມິຖຸນາ 2026 ທີ່ ແຂວງອັດຕະປື ໂດຍມີ ທ່ານ ກຽງ ຄຳ ຣາຊະຈັກ ຮອງຫົວໜ້າກົມອຸດ ສາຫະກຳປຸງແຕ່ງ ກະຊວງອຸດສະ ຫະກໍາ ແລະ ການຄ້າ ຜູ້ຊີ້ນຳວຽກ ງານຄຸ້ມຄອງເຄມີ, ທ່ານ ວັນນະໄລ ວຽງພະຈັນ ຮອງຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າແຂວງ ອັດຕະປື ພ້ອມດ້ວຍຜູ້ຕາງໜ້າຈາກ ພາກສ່ວນກ່ຽວຂ້ອງຂັ້ນແຂວງ, ເມືອງ, ບໍລິສັດ ແລະ ໂຮງງານອຸດ ສາຫະກໍາພາຍໃນແຂວງເຂົ້າຮ່ວມ. ທ່ານ ກຽງຄຳ ຣາຊະຈັກ ໄດ້ ກ່າວວ່າ: ວຽກງານຄຸ້ມຄອງເຄມີ ເປັນວຽກງານສຳຄັນທີ່ຕ້ອງດຳ ເນີນການຢ່າງຮອບຄອບ ແລະ ເປັນລະບົບ ເພື່ອຮັບປະກັນໃຫ້ການ ນຳເຂົ້າ, ເຄື່ອນຍ້າຍ, ຈຳໜ່າຍ, ເກັບຮັກສາ, ການນຳໃຊ້ ແລະ ກຳຈັດສານເຄມີ ດຳເນີນໄປຕາມ ຫລັກວິຊາການ ແລະ ມາດຕະຖານ ສາກົນ, ປ້ອງກັນບໍ່ໃຫ້ເກີດຜົນ ກະທົບຕໍ່ສຸຂະພາບ, ຊີວິດ, ຊັບສິນ ແລະ ສິ່ງແວດລ້ອມ ພ້ອມທັງ ເນັ້ນໜັກໃຫ້ບັນດາຜູ້ເຂົ້າຮ່ວມ ໃຫ້ນຳເອົາບັນດາເນື້ອໃນ ແລະ ບົດຮຽນທີ່ໄດ້ຮັບຈາກກອງປະຊຸມ ຄັ້ງນີ້, ໄປນຳໃຊ້ໃນການປະຕິບັດ ວຽກງານຕົວຈິງ ເພື່ອຮັບປະກັນໃຫ້ ການຄຸ້ມຄອງໂຮງງານ ແລະ ເຄມີ ເປັນໄປຕາມກົດໝາຍ, ປອດໄພຕໍ່ ສັງຄົມ ແລະ ສິ່ງແວດລ້ອມ ເພື່ອ ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຕາມທິດສີຂຽວ, ສົມດຸນ ແລະ ຍືນຍົງ. ໃນກອງປະຊຸມ, ບັນດາຜູ້ເຂົ້າ ຮ່ວມໄດ້ຮັບຟັງການນຳສະເໜີບັນ ດາລະບຽບການສຳຄັນກ່ຽວກັບ ການຄຸ້ມຄອງໂຮງງານ ຊຶ່ງປະ ກອບມີ ຂໍ້ຕົກລົງວ່າດ້ວຍການຮັບ ຮອງບັນຊີກິດຈະການໂຮງງານ ອຸດສາຫະກຳປຸງແຕ່ງ ແລະ ຫັດຖະ ກຳ, ຂໍ້ຕົກລົງວ່າດ້ວຍໂຮງງານ ແລະ ຂໍ້ຕົກລົງວ່າດ້ວຍການແບ່ງ ຂັ້ນຄຸ້ມຄອງໂຮງງານ ເພື່ອໃຫ້ຜູ້ ເຂົ້າຮ່ວມມີຄວາມເຂົ້າໃຈກ່ຽວກັບ ການຂໍອະນຸຍາດ, ການຄຸ້ມຄອງ ແລະ ການຕິດຕາມກວດກາໂຮງ ງານຢ່າງຖືກຕ້ອງ, ພ້ອມທັງໄດ້ ຮັບຟັງການນຳສະເໜີກົດໝາຍ ແລະ ລະບຽບການສຳຄັນກ່ຽວກັບ ວຽກງານຄຸ້ມຄອງເຄມີ ໂດຍ ມີ:ກົດໝາຍວ່າດ້ວຍການຄຸ້ມຄອງ ເຄມີ, ຂໍ້ຕົກລົງວ່າດ້ວຍການຂຶ້ນ ທະບຽນບັນຊີເຄມີ, ການນຳເຂົ້າສົ່ງອອກ-ສົ່ງຜ່ານເຄມີ, ລະບຽບ ການເກັບຮັກສາເຄມີ, ການຕິດສະ ຫລາກເຄມີ ແລະ ແຈ້ງການຕ່າງໆທີ່ ກ່ຽວຂ້ອງ ເພື່ອໃຫ້ບັນດາພາກສ່ວນ ແລະ ຜູ້ປະກອບການສາມາດນຳໄປ ປະຕິບັດໄດ້ຢ່າງຖືກຕ້ອງ ແລະ ມີປະ ສິດທິຜົນ. ໃນກອງປະຊຸມຜູ້ເຂົ້າຮ່ວມຍັງ ໄດ້ສົນທະນາ, ສອບຖາມ ແລະ ແລກປ່ຽນຄຳຄິດເຫັນຢ່າງກົງໄປ ກົງມາກ່ຽວກັບບັນຫາຕົວຈິງໃນ ການຄຸ້ມຄອງໂຮງງານ ແລະ ການ ນຳໃຊ້ເຄມີ ລະຫວ່າງ ບໍລິສັດ, ພາກ ລັດ ແລະ ເອກະຊົນ ເພື່ອຮ່ວມກັນ ຊອກຫາແນວທາງແກ້ໄຂໃຫ້ມີ ຄວາມເໝາະສົມ ແລະ ສອດຄ່ອງ ກັບກົດໝາຍ. ກອງປະຊຸມຄັ້ງນີ້ ຖືເປັນເວທີ ສຳຄັນໃນການຍົກສູງຄວາມຮູ້ ແລະ ຄວາມເຂົ້າໃຈດ້ານການຄຸ້ມຄອງ ໂຮງງານ ແລະ ເຄມີ ໃຫ້ແກ່ບັນດາ ພາກສ່ວນກ່ຽວຂ້ອງ ອັນເປັນການ ສ້າງພື້ນຖານທີ່ເຂັ້ມແຂງໃນການ ຄຸ້ມຄອງ, ຄວບຄຸມ ແລະ ນຳໃຊ້ສານ ເຄມີຢ່າງປອດໄພ ເພື່ອປະໂຫຍດຕໍ່ ການພັດທະນາອຸດສາຫະກຳ ແລະ ຄຸນນະພາບຊີວິດຂອງປະຊາຊົນ ໃນ ອະນາຄົດ. ຂ່າວ: ສ.ໄຊຄຳສອນ ຈຸດປະສົງຂອງການຈັດຝຶກອົບ ຮົມຄັ້ງນີ້ ເພື່ອແນໃສ່ສ້າງຄວາມຮູ້, ຄວາມເຂົ້າໃຈ ແລະ ປູກຈິດສຳນຶກ ໃຫ້ແກ່ບຸກຄະລາກອນທາງການ ສຶກສາ ແລະ ນັກຮຽນ ໃຫ້ມີຄວາມ ສາມາດໃນການປ້ອງກັນ, ປະເມີນ ສະຖານະການ ແລະ ເຂົ້າຊ່ວຍເຫລືອ ຜູ້ປະສົບອຸບັດເຫດ ຫລື ເຈັບປ່ວຍ ກະທັນຫັນໄດ້ຢ່າງຖືກຕ້ອງ ແລະ ທັນການ ກ່ອນທີ່ຈະນຳສົ່ງໂຮງໝໍ ຊຶ່ງເປັນການຫລຸດຜ່ອນຄວາມ ຮຸນແຮງຂອງການບາດເຈັບ ແລະ ອັດຕາການເສຍຊີວິດ. ຕະຫລອດໄລຍະຂອງການຝຶກ ອົບຮົມ, ຜູ້ເຂົ້າຮ່ວມໄດ້ຮຽນຮູ້ທັງ ພາກທິດສະດີ ແລະ ໄດ້ລົງມືປະຕິບັດ ຕົວຈິງນຳກັນຢ່າງໃກ້ຊິດ ຊຶ່ງເນື້ອ ໃນຫລັກປະກອບມີ: ວິທີການປ້ຳ ຫົວໃຈ, ການຊ່ວຍເຫລືອຜູ້ປ່ວຍທີ່ ມີສິ່ງອຸດຕັນໃນທາງເດີນຫາຍໃຈ, ວິທີການຫ້າມເລືອດ, ການພັນບາດ ແຜ ແລະ ການທາມກະດູກຫັກໃນ ເບື້ອງຕົ້ນ, ວິທີການເຄື່ອນຍ້າຍຜູ້ ປ່ວຍຢ່າງຖືກວິທີ ແລະ ປອດໄພ. ຜ່ານການຝຶກອົບຮົມ, ນັກສຳ ມະນາກອນທັງໝົດ ບໍ່ພຽງແຕ່ໄດ້ ຮັບຄວາມຮູ້ທາງວິຊາການເທົ່າ ນັ້ນ, ແຕ່ຍັງໄດ້ຮັບປະສົບການຕົວ ຈິງ ທີ່ສາມາດນຳໄປໃຊ້ປະໂຫຍດ ໄດ້ໃນຊີວິດປະຈຳວັນ ທັງພາຍໃນ ໂຮງຮຽນ, ຄອບຄົວ ແລະ ສັງຄົມ, ເຮັດໃຫ້ ມສ ພັນລາ ກາຍເປັນສະ ຖານການສຶກສາທີ່ມີຄວາມປອດ ໄພ ແລະ ພ້ອມຮັບມືກັບທຸກສະຖາ ນະການສຸກເສີນໄດ້ຢ່າງມີປະສິດ ທິພາບ. ຂ່າວ-ພາບ: ຄານທອງ dkocdh w0[a osk75 ootrk[dkolb dlkm5 d7q o8h v',u lj ;oIj ;, ເ ປັນແບບຢ່າງນຳໜ້າ ໃນທຸກ ຂະບວນການ; ເອົາໃຈໃສ່ສ້າງ ແລະ ບໍາລຸງພະນັກງານ ດ້ວຍການ ໄປຍົກລະດັບທາງດ້ານທິດສະດີ- ການເມືອງ, ສ້າງພະນັກງານສືບ ທອດປ່ຽນແທນ ແລະ ຍົກລະດັບ ຄວາມຮູ້ຄວາມສາມາດທາງດ້ານ ວິຊາສະເພາະ ແລະ ເຕັກນິກວິຊາ ການໃໝ່ໆ; ຂະຫຍາຍຕາໜ່າງຂໍ້ມູນ ຂ່າວສານສາທາລະນະສຸກ, ດ້ານ ຂໍ້ມູນຂ່າວສານ ລົງເຖິງຮາກຖານ ປະຊາຊົນ, ເຊີດຊູຍົກຍ້ອງບຸກຄົນຕົວ ແບບວຽກດີເດັ່ນຢູ່ຮາກຖານ ເພື່ອ ກະຕຸກຊຸກຍູ້ໃຫ້ປະຊາຊົນ ເອົາເປັນ ແບບຢ່າງໃນການຮັກສາສຸຂະພາບ ຄວບຄູ່ກັບການສ້າງເສດຖະກິດ ຄອບຄົວ. ທ່ານ ແຫວນເພັດ ລັດດາວົງ ກ່າວຕື່ມວ່າ: ເນື່ອງໃນວັນບໍລິຈາກ ເລືອດໂລກ ຄົບຮອບ 22 ປີໃນປີນີ້ ໃຫ້ຮ່ວມແຮງຮ່ວມໃຈກັນ ເຂົ້າຮ່ວມ ຂະບວນການບໍລິຈາກເລືອດແບບ ສະໝັກໃຈ ໃຫ້ກາຍເປັນຂະບວນ ການທີ່ຕໍ່ເນື່ອງ ແລະ ກວ້າງຂວາງ ເພື່ອຊ່ວຍເຫລືອເພື່ອນມະນຸດ ແລະ ພັດທະນາລະບົບສາທາລະນະສຸກ ຂອງແຂວງສາລະວັນ ໃຫ້ມີຄວາມ ເຂັ້ມແຂງ ແລະ ຍືນຍົງຕະຫລອດ ໄປ. ຂ່າວ-ພາບ: ສ. ພະຈັນ ຂປລ. ແຫລ່ງຂ່າວຈາກແຂວງ ຫ​ ລວງພະບາງ ໃຫ້ຮູ້ວ່າ: ໃນໂອກາດ ທີ່ສະມາ ຊິກສະ ພ າ ແຫ່ງຊ າດ ຊຸດທີ X ປະຈຳເຂດເລືອດຕັ້ງທີ 6 ແຂວງຫລວງພະບາງ ແລະ ສະພາ ປະຊາຊົນແຂວງ ຊຸດທີ V ໄດ້ ເຄື່ອນໄຫວພົບປະປະຊາຊົນຜູ້ມີ ສິດປ່ອນບັດເລືອກຕັ້ງ ຢູ່ນະຄອນ ຫລວງພະບາງ ໃນວັນທີ 23 ມິຖຸ ນາ 2026 ນີ້, ປະຊາຊົນໄດ້ມີຂໍ້ສະ ເໜີ ແລະ ຂໍ້ຊັກຖາມ ກ່ຽວກັບຄຸນນະ ພາບຂອງການສຶກສາທິການ ແລະ ກິລາ ທີ່ຍັງເຫັນວ່າມີຫລາຍດ້ານ ບໍ່ບັນລຸຄາດໝາຍ ຊຶ່ງ ທ່ານ ສຸລິ ເດດ ແກ້ວບົວລະເພັດ ສະມາຊິກ ສະພາປະຊາຊົນແຂວງ ຫົວໜ້າພະ ແນກສຶກສາທິການ ແລະ ກິລາ ແຂວງຫລວງພະບາງ ໄດ້ມີຄຳເຫັນ ແລກປ່ຽນ ແລະ ຊີ້ແຈງຕໍ່ກັບການ ແກ້ໄຂບັນຫາຄຸນນະພາບການ ສຶກສາ, ການຂາດແຄນຄູ ແລະ ປະກົດການຫຍໍ້ທໍ້ຕ່າງໆ ທີ່ຍັງເປັນ ສິ່ງທ້າທາຍຕໍ່ກັບການພັດທະນາ ການສຶກສາ ຢູ່ ສປປ ລາວ ກໍຄື ແຂວງຫລວງພະບາງ. ຕໍ່ບັນຫາການຂາດແຄນຄູສອນ ພະແນກສຶກສາທິການ ແລະ ກິລາ ໄ ດ້ມີແຜນຮັບຮອງ ເ ອົາ ຄູທົດ ແທນດ້ວຍ 7 ຮູບການ ແລະ ໄດ້ ຈັດຕັ້ງການສອບເສັງຄັດເລືອກທົດ ແທນຄູ ຕາມຄໍາສັ່ງ ຂອງນາຍົກ ລັດຖະມົນຕີ, ຄາດວ່າຈະໄດ້ທົດ ແທນຄູ ໃນງວດ II ປີ 2026. ສຳ ລັບບັນຫານັກຮຽນບາງຄົນ ຍັງ ຂຽນພາສາລາວບໍ່ຖືກຕ້ອງ ແລະ ບໍ່ສາມາດຄິດໄລ່ເລກສີ່ປະການ ພື້ນຖານໄດ້, ບັນຫາຄູສອນ ແລະ ນັກຮຽນ ບາງສ່ວນເຂົ້າໄປພົວພັນ ກັບສິ່ງເສບຕິດ ຊຶ່ງທ່ານໄດ້ສະເໜີ ໃຫ້ຫ້ອງການສຶກສາທິການ ແລະ ກິລາ ນະຄອນຫລວງພະບາງ ແລະ ທຸກພາກສ່ວນໃນທົ່ວສັງຄົມ ໂດຍ ສະເພາະ ສະຖາບັນຄອບຄົວຕ້ອງໄດ້ ເອົາໃຈໃສ່ກະຕຸກຊຸກຍູ້ ຕິດຕາມລູກຫລານຂອງຕົນ ໃຫ້ໄປໂຮງຮຽນ ຖືກຕ້ອງຕາມເວລາ, ສ່ວນເວລາ ຢູ່ບ້ານເຮືອນ ຕ້ອງຕິດຕາມໃກ້ຊິດ ໃຫ້ການຊ່ວຍເຫລືອ ແລະ ສຶກສາ ອົບຮົມແນວຄິດແກ່ເຂົາເຈົ້າ ເພື່ອ ໃຫ້ເປັນຄົນດີໃນສັງຄົມ ແລະ ໃສ່ໃຈ ໃນການຮໍ່າຮຽນ, ບໍ່ຄວນຖິ້ມຄວາມ ຮັບຜິດຊອບໃຫ້ຝ່າຍໃດຝ່າຍໜຶ່ງ. ສຳລັບທິດທາງແຜນການໃນຕໍ່ໜ້າ ຄະນະພະແນກຈະໄດ້ສືບຕໍ່ຊີ້ນໍາ ບັນດາເມືອງ, ນະຄອນຫລວງພະ ບາງ ແລະ ບັນດາໂຮງຮຽນ ຈັດ ສັນຄູຕາມຄໍາແນະນໍາຂອງກະຊວງ ໃຫ້ມີຄວາມຊັດເຈນ, ເກັບກໍາຂໍ້ມູນ ຄູທີ່ສູນເສຍ ເພື່ອສັງລວມລາຍງານ ກະຊວງສຶກສາທິການ ແລະ ກິລາ ສະເໜີທົດແທນຕາມການສູນເສຍ, ບ່ອນທີ່ມີຄວາມຈໍາເປັນຂາດຄູສອນ ຈະສະເໜີຮັບເອົາຄູຕາມສັນຍາ ແລະ ປະຕິບັດນະໂຍບາຍໃຫ້ແກ່ ເຂົາເຈົ້າຕາມຄວາມເໝາະສົມ, ຕາມ ເງື່ອນໄຂ, ທ່າແຮງຂອງແຂວງ, ເມືອງ ແລະ ທ້ອງຖິ່ນ, ສືບຕໍ່ສົມທົບ ກັບມະຫາວິທະຍາໄລສຸພານຸວົງ, ວິທະຍາໄລຄູ ເພື່ອຂໍນໍາໃຊ້ຄູ ຈາກ ສອງສະຖາບັນສອນຊ່ວຍໂຮງຮຽນ ເທສະບານ, ໂຮງຮຽນເຂດຫ່າງໄກ ສອກຫລີກຕາມຄວາມອາດສາມາດ ຕົວຈິງ, ພ້ອມທັງຈັດສັນກໍາລັງທະ ຫານທີ່ໄດ້ຜ່ານການຝຶກອົບຮົມວິທີ ສິດສອນ ໄປສອນຊ່ວຍເຂດຫ່າງໄກ ສອກຫລີກ, ທຸລະກັນດານ, ເຂດ ຊາຍແດນ ແລະ ສືບຕໍ່ລົງປະເມີນ ຜົນການຮຽນຂອງນັກຮຽນ, ສົງ ເສີມນັກຮຽນທີ່ຮຽນດີ-ຮຽນເກັ່ງ ໃຫ້ສອດຄ່ອງ ແລະ ເໝາະສົມ ຖືເອົາ ຜົນການຮຽນຂອງນັກຮຽນ ເປັນ ກົກ ເປັນເງື່ອນໄຂໃນການເລື່ອນ ຊັ້ນຮຽນທຸກຊັ້ນຮຽນສາຍສາມັນ ສຶກສາ. ຂ່າວ-ພາບ: ສອນອາຄົມ ແກ້ວຄຳເພັດ ຫຍໍ້ທໍ້ຢ່າງເດັດຂາດ ຕ້ອງກໍາໃຫ້ ໄດ້ບັນຫາຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນ ແລ້ວພ້ອມກັນແກ້ໄຂປ່ຽນແປງ ຢ່າງແທ້ຈິງ, ພ້ອມທັງສ້າງຄວາມ

RkJQdWJsaXNoZXIy MTc3MTYxMQ==